ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສັນຕິພາບ ເອກະລາດ

ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ກະຊວງການເງິນ

ເລກທີ 3480 /ກງ

ນະຄອນຫຼວງວຽງຈັນ, ວັນທີ 07 ພະຈິກ 2022

 

ຄໍາແນະນໍາຊົ່ວຄາວ

ກ່ຽວກັບການນໍາໃຊ້ລາຍເຊັນເອເລັກໂຕຣນິກ ເຂົ້າໃນລະບົບຄຸ້ມຄອງລາຍຮັບງົບປະມານແຫ່ງລັດ

 

- ອີງຕາມ ກົດຫມາຍວ່າດ້ວຍລາຍເຊັນເອເລັກໂຕຣນິກ ສະບັບເລກທີ 59/ສພຊ, ລົງວັນທີ 12 ທັນວາ 2018;

- ອີງຕາມ ດໍາລັດນາຍົກລັດຖະມົນຕີ ສະບັບເລກທີ 600/ນຍ, ລົງວັນທີ 14 ຕຸລາ 2021, ວ່າດ້ວຍການຈັດ ຕັ້ງ ແລະ ການເຄື່ອນໄຫວຂອງກະຊວງການເງິນ;

 

ກະຊວງການເງິນ ອອກຄໍາແນະນໍາ ດັ່ງນີ້:

 

1. ຈຸດປະສົງ

ຄໍາແນະນໍາສະບັບນີ້ ກໍານົດ ຫຼັກການ, ວິທີການ ແລະ ກົນໄກ ໃນການນໍາໃຊ້ລາຍເຊັນເອເລັກໂຕຣນິກ ນິກ ເຂົ້າໃນລະບົບຄຸ້ມຄອງລາຍຮັບງົບປະມານແຫ່ງລັດ ແນໃສ່ຮັບປະກັນໃຫ້ ພະນັກງານລັດຖະກອນຂະແຫນງ ການເງິນພາກລັດ, ບຸກຄົນ, ນິຕິບຸກ ແລະ ການຈັດຕັ້ງ ທີ່ດໍາເນີນການແຈ້ງພາສີ, ການລາຍງານການບັນຊີ, ການ ແຈ້ງມອບພັນທະສ່ວຍສາອາກອນ ແລະ ຊໍາລະພັນທະອື່ນໆ ເຂົ້າງົບປະມານແຫ່ງລັດມີຄວາມຮັບຮູ້, ເຂົ້າໃຈ ແລະ ສາມາດຈັດຕັ້ງປະຕິບັດຖືກຕ້ອງຕາມກົດຫມາຍ ແລະ ລະບຽບການກ່ຽວຂ້ອງ ຢ່າງເຂັ້ມງວດ ແລະ ເອກະພາບໃນຂອບເຂດທົ່ວປະເທດ.

2. ອະທິບາຍຄໍາສັບ

1) ລະບົບ ASYCUDA ຫມາຍເຖິງ ລະບົບເອເລັກໂຕຣນິກ ຊຶ່ງລັດຖະການພາສີ ນໍາໃຊ້ເຂົ້າໃນການຄຸ້ມຄອງ ແຈ້ງພາສີ, ການບໍລິຫານຄວາມສ່ຽງ, ການບັນທຶກຜົນການກວດກາ, ການບັນທຶກຂໍ້ມູນ ແລະ ສະຖິຕິ ການແຈ້ງພາສີ;

2) ລະບົບ NSWA* ຫມາຍເຖິງ ລະບົບແຈ້ງພາສີປະຕູດຽວແບບເອກເລັກໂຕຣນິກ ທີ່ກົມພາສີສ້າງຂຶ້ນໃຫ້ຜູ້ ປະກອບການນໍາໃຊ້ເຂົ້າໃນການແຈ້ງພາສີ, ການຊໍາລະຄ່າພາສີ ແລະ ການນໍາສິນຄ້າອອກຈາກດ່ານ/ສາງ ແບບເອເລັກໂຕຣນິກ;

3) ລະບົບຂໍ້ມູນຂ່າວສານຄຸ້ມຄອງລາຍຮັບສ່ວຍສາອາກອນ(TaxRIS) ຫມາຍເຖິງລະບົບການຄຸ້ມຄອງຈັດ ເກັບລາຍຮັບອາກອນ ເພື່ອອໍານວຍຄວາມສະດວກ, ຫຼຸດຜ່ອນພາລະ ແລະ ຂໍ້ຫຍຸ້ງຍາກໃນການແຈ້ງມອບ ອາກອນ ໃຫ້ຜູ້ເສຍອາກອນ ແລະ ຮັບປະ ກັນໃຫ້ເຈົ້າຫນ້າທີ່ສ່ວຍສາອາກອນ ສາມາດກວດກາ ແລະ ຕິດຕາມຄຸ້ມຄອງການແຈ້ງ-ມອບອາກອນຂອງຜູ້ເສຍອາກອນ ໃຫ້ຖືກຕ້ອງສອດຄ່ອງຕາມກົດຫມາຍ ແລະ ລະບຽບການ;

4) ລະບົບຄຸ້ມຄອງຄັງເງິນ-ງົບປະມານແຫ່ງລັດ(GFIS+) ຫມາຍເຖິງລະບົບຄຸ້ມຄອງການຈັດຕັ້ງປະຕິບັດ ງົບປະມານແຫ່ງລັດປະຈໍາປີເຊື່ອມຕໍ່ ຫາຫົວຫນ່ວຍງົບປະມານຂັ້ນ I ແລະ ຂັ້ນ II ໃນຂອບເຂດທົ່ວປະເທດ ເພື່ອຈັດສັນແຜນງົບປະມານປະຈໍາປີ. ພ້ອມກັນນັ້ນ, ລະບົບຈະຊ່ວຍກວດກາແຜນງົບປະມານທີ່ໄດ້ຂຶ້ນ ແຜນ ແລະ ລົງບັນຊີຄັງເງິນ-ງົບປະມານ ໂດຍອັດຕະໂນມັດ;

5) ເວັບໄຊ໌ຄຸ້ມຄອງການລາຍງານການບັນຊີທາງເອເລັກໂຕຣນິກ ຫມາຍເຖິງ ລະບົບຄຸ້ມຄອງການລາຍງານ ການເງິນ-ການບັນຊີຂອງບັນດາຫົວຫນ່ວຍຖືບັນຊີ ທາງເອເລັກໂຕຣນິກ ເພື່ອຄຸ້ມຄອງ, ຊຸກຍູ້, ຕິດຕາມ ແລະ ກວດກາ ການຈັດຕັ້ງປະຕິບັດວຽກງານບັນຊີ ໃຫ້ຖືກຕ້ອງ ຕາມກົດຫມາຍ ແລະ ລະບຽບການ ພ້ອມທັງອອກໃບຕິດຕາມການຖືບັນຊີປະຈໍາປີ;

6) ການສົ່ງເອກະສານບັນຊີທາງເອເລັກໂຕຣນິກ ຫມາຍເຖິງ ການສົ່ງເອກະສານລາຍງານການເງິນ ແລະ ເອກະສານບັນຊີອື່ນທີ່ກ່ຽວຂ້ອງ ຂອງຫົວຫນ່ວຍຖືບັນຊີ ໃນການຈັດຕັ້ງປະຕິບັດວຽກງານບັນຊີ ຂອງຫົວ ຫນ່ວຍຖືບັນຊີ ເຊັ່ນ: ໃບລາຍງານຖານະການເງິນ-ຊັບສິນ, ໃບລາຍງານຖານນະການເງິນ-ຫນີ້ສິນ, ໃບລາຍ ງານຜົນການດໍາເນີນງານ(ລາຍຮັບ-ລາຍຈ່າຍ), ໃບດຸນດ່ຽງ, ໃບລາຍງານສົມທຽບດ້ານບັນຊີ-ອາກອນ, ບົດບັນທຶກຕ່າງໆ, ໃບຕິດຕາມການຖືບັນຊີ ແລະ ເອກະສານອື່ນທີ່ກ່ຽວຂ້ອງ;

7) ລາຍເຊັນເອເລັກໂຕຣນິກ (Electronic Signature) ຫມາຍເຖິງ ຕົວອັກສອນ, ເຄື່ອງຫມາຍ, ສັນຍາ ລັກ ຫຼື ຕົວເລກ ທີ່ສ້າງຂຶ້ນໃນຮູບແບບເອເລັກໂຕຣນິກ ເພື່ອບົ່ງບອກ ແລະ ຢັ້ງຢືນຕົວຕົນ ຂອງຜູ້ທີ່ນໍາ ໃຊ້ລາຍເຊັນເອເລັກໂຕຣນິກ ເຂົ້າໃນການຢັ້ງຢືນຄວາມຖືກຕ້ອງຂອງຂໍ້ມູນ ແລະ ເອກະສານໃນລະບົບເອ ເລັກໂຕຣນິກ;

8) ຕາປະທັບດີຈີຕອນ ຫມາຍເຖິງ ຂໍ້ມູນທີ່ນິຕິບຸກຄົນ ຫຼື ການຈັດຕັ້ງໃດຫນຶ່ງ ສ້າງຂຶ້ນໃນຮູບແບບເອເລັກ ໂຕຣນິກ ດ້ວຍການນໍາໃຊ້ລະບົບເຕັກນິກ ຊຶ່ງໃຊ້ຄ່ຽງຄູ່ກັບລາຍເຊັນດີຈີຕອນ ເພື່ອຢັ້ງຢືນວ່າມີການເຊື່ອມ ໂຍງລະຫວ່າງຜູ້ລົງຕາປະທັບ ແລະ ເອກະສານດັ່ງກ່າວ.

 

3. ຂອບເຂດການນໍາໃຊ້

ຄໍາແນະນໍາສະບັບນີ້ ແມ່ນນໍາໃຊ້ລາຍເຊັນເອເລັກໂຕຣນິກ ເພື່ອຢັ້ງຢືນຄວາມຖືກຕ້ອງຂອງຂໍ້ມູນ ແລະ ເອກະສານ ດັ່ງຕໍ່ໄປນີ້:

- ລະບົບແຈ້ງພາສີ NSWA+ : ການແຈ້ງພາສີໂດຍສັງເຂບ ແລະ ການແຈ້ງພາສີເປັນລາຍລະອຽດ

- ລະບົບ ASYCUDA : ການຢັ້ງຢືນຄວາມຖືກຕ້ອງດ້ານຂໍ້ມູນ ແລະ ເອກະສານແຈ້ງພາສີຂອງເຈົ້າຫນ້າທີ່ພາສີ

- ລະບົບຂໍ້ມູນຂ່າວສານຄຸ້ມຄອງລາຍຮັບສ່ວຍສາອາກອນ TaxRIS (ກົມສ່ວຍສາອາກອນ): ບົດສະຫຼຸບ ລາຍງານການເງິນ-ບັນຊີ ຂອງບໍລິສັດ/ຫົວຫນ່ວຍທຸລະກິດ (ຜ່ານໂປຣແກຣມບັນຊີ) ແລະ ໃບແຈ້ງມອບອາກອນ;

- ລະບົບຊໍາລະພາສີ-ອາກອນ, ຄ່າທໍານຽມ ແລະ ຄ່າບໍລິການແບບລວມສູນ (FINLINK): ໃບຮັບເງິນຄັງເງິນ ແຫ່ງຊາດ;

- ລະບົບການແຈ້ງເອກະສານບັນຊີຂອງຫົວຫນ່ວຍຖືບັນຊີ.

4. ການລົງທະບຽນລາຍເຊັນເອເລັກໂຕຣນິກ

4.1 ການລົງທະບຽນຂອງຜູ້ປະກອບການ

ຜູ້ປະກອບການທີ່ຕ້ອງການນໍາໃຊ້ລາຍເຊັນເອເລັກໂຕຣນິກ ເຂົ້າໃນລະບົບທີ່ກ່າວມາຂ້າງເທິງ ຕ້ອງໄດ້ ປະກອບຂໍ້ມູນ ຢືນຢັນຕົວຕົນທີ່ຖືກຕ້ອງ ຜ່ານໂປຣແກຣມລົງທະບຽນລາຍເຊັນເອເລັກໂຕຣນິກ ດ້ວຍການປ້ອນຂໍ້ ມູນ ເຊັ່ນ: ຊື່, ນາມສະກຸນ, ຕໍາແຫນ່ງ, ເລກປະຈໍາຕົວຜູ້ເສຍອາກອນ, ຊື່ບໍລິສັດ, ເບີໂທລະສັບ ແລະ ທີ່ຢູ່ບໍລິສັດ.  ຈາກນັ້ນ ໃຫ້ຢືນຢັນການລົງທະບຽນຂໍ້ມູນຜູ້ໃຊ້ລາຍເຊັນເອເລັກໂຕຣນິກ. ກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ເປັນຜູ້ຄົ້ນຄວ້າ ແລະ ອະນຸມັດລາຍເຊັນເອເລັກໂຕຣນິກ ຂອງຜູ້ປະກອບການ.

4.2 ການລົງທະບຽນຂອງເຈົ້າຫນ້າທີ່ຂະແຫນງການເງິນພາກລັດ

ກົມພາສີ, ກົມສ່ວຍສາອາກອນ, ກົມຄຸ້ມຄອງການບັນຊີ, ຄັງເງິນແຫ່ງຊາດ, ກົມຄຸ້ມຄອງຊັບສິນແຫ່ງລັດ ສາມາດລົງທະບຽນໃຫ້ເຈົ້າຫນ້າທີ່ຂອງຕົນເປັນຕົ້ນ: ກົມພາສີເປັນຜູ້ລົງທະບຽນໃຫ້ແກ່ເຈົ້າຫນ້າທີ່ພາສີຂັ້ນຫົວຫນ້າ ດ່ານ ແລະ ຮອງຫົວຫນ້າດ່ານ ຜູ້ຮັບຜິດຊອບຮັບຮອງການແຈ້ງພາສີ ຂອງດ່ານພາສີສາກົນ, ຫ້ອງການພາສີປະຈໍາ ລະບົບສາງ, ເຂດເສດຖະກິດພິເສດ, ທ່າບົກ ຜ່ານໂປຣແກຣມລົງທະບຽນລາຍເຊັນເອເລັກໂຕຣນິກ, ກົມສ່ວຍສາ ອາກອນເປັນຜູ້ລົງທະບຽນໃຫ້ພະນັກງານສ່ວຍສາອາກອນປະຈໍາແຂວງ, ນະຄອນຫຼວງ ແລະ ເມືອງ; ກົມຄຸ້ມຄອງ ການບັນຊີ ເປັນຜູ້ລົງທະບຽນໃຫ້ພະນັກກງານຄຸ້ມຄອງການບັນຊີວິສາຫະກິດ ແລະ ຂະແຫນງຄຸ້ມຄອງການບັນຊີ ແຂວງ, ນະຄອນຫຼວງ; ຄັງເງິນແຫ່ງຊາດເປັນຜູ້ລົງທະບຽນໃຫ້ ພະນັກງານຄັງເງິນ ຢູ່ບັນດາແຂວງ, ນະຄອນຫຼວງ ແລະ ເມືອງ.

4.3 ຜູ້ຄຸ້ມຄອງການລົງທະບຽນການນໍາໃຊ້ລະບົບ

ກົມເຕັກໂນໂລຊີຂໍ້ມູນຂ່າວສານການເງິນ ເປັນຜູ້ຄຸ້ມຄອງ, ກໍານົດສິດຜູ້ນໍາໃຊ້, ຕິດຕາມການນໍາໃຊ້ ລາຍ ເຊັນເອເລັກໂທຣນິກ ສໍາລັບຜູ້ນໍາໃຊ້ຢູ່ຫົວຫນ່ວຍງົບປະມານ, ຫົວຫນ່ວຍທຸລະກິດຢູ່ແຂວງ, ນະຄອນຫຼວງ, ເມືອງ ແລະ ເຈົ້າຫນ້າທີ່ຂອງບັນດາກົມ ແລະ ສະຖານບັນ ຂອງກະຊວງການເງິນ ຕາມລະບຽບການ.

5. ການນໍາໃຊ້ລາຍເຊັນເອເລັກໂຕຣນິກ

5.1 ຜູ້ປະກອບການ

ພາຍຫຼັງ ຜູ້ປະກອບການປະກອບຂໍ້ມູນ ແລະ ເອກະສານແຈ້ງພາສີ, ອາກອນໃນລະບົບ ຂໍ້ມູນຂ່າວສານຄຸ້ມ ຄອງ ລາຍຮັບ, ສົ່ງເອກະສານບັນຊີໃນລະບົບ ຄົບຖ້ວນແລ້ວ, ຈະຕ້ອງນໍາໃຊ້ລາຍເຊັນເອເລັກໂຕຣນິກເພື່ອຢັ້ງຢືນ ຄວາມຖືກຕ້ອງ ດັ່ງນີ້:

  • ຕ້ອງປ້ອນເບີໂທລະສັບ ໃສ່ໂປຣແກຣມ ຟິນລິ້ງ (FINLINK Application) ເພື່ອກວດສອບຄວາມ ຖືກຕ້ອງຂອງການລົງທະບຽນນໍາໃຊ້ລາຍເຊັນເອເລັກໂຕຣນິກ;
  • ຈາກນັ້ນ, ໂປຣແກຣມຟືນລີ້ງ ຈະສົ່ງລະຫັດຜ່ານສະເພາະຄັ້ງ (One-time Password – OTP) ໃຫ້ຜູ້ ປະກອບ ນໍາເອົາລະຫັດ OTP ໄປປ້ອນໃສ່ໂປຣແກຣມຟີນລິງ ເພື່ອນໍາໃຊ້ລາຍເຊັນເອເລັກໂຕຣນິກ ຢັ້ງຢືນ ຄວາມຖືກຕ້ອງຂອງການແຈ້ງພາສີ, ການສົ່ງເອກະສານບັນຊີ ແທນການນໍາໃຊ້ລາຍເຊັນດ້ວຍມື ແລະ ຕາປະທັບ.
  • ໃຫ້ຄົ້ນຫາເລກທີເອກະສານແຈ້ງພາສີ, ແຈ້ງມອບອາກອນ, ເອກະສານບັນຊີ ເພື່ອກວດກາໃຫ້ລະອຽດຄົບ ຖ້ວນ. ຈາກນັ້ນ, ໃຫ້ດໍາເນີນການລົງລາຍເຊັນເອເລັກໂຕຣນິກ ຊຶ່ງໂປຣແກຣມຈະໃຫ້ຜູ້ປະກອບການປ້ອນ ລະຫັດຄວາມປອດໄພ ເພື່ອຢັ້ງຢືນຄວາມຖືກຕ້ອງຂອງຜູ້ລົງລາຍເຊັນເອເລັກໂຕຣນິກ.

5.2 ເຈົ້າຫນ້າທີ່ຂະແຫນງການເງິນພາກລັດ

ພາຍຫຼັງສໍາເລັດດໍາເນີນຂັ້ນຕອນການແຈ້ງພາສີ, ການສົ່ງເອກະສານບັນຊີ ຖ້າເຫັນວ່າຂໍ້ມູນຖືກຕ້ອງ ແລະ ສາມາດຮັບຮອງໄດ້ຕາມລະບຽບການໃຫ້ເຈົ້າຫນ້າທີ່ສາມາດນໍາໃຊ້ລາຍເຊັນເອເລັກໂຕຣນິກເຂົ້າໃນການຮັບຮອງ ເອກະສານ ດັ່ງນີ້:

  • ຕ້ອງປ້ອນເບີໂທລະສັບ ໃສ່ໂປຣແກຣມ ຟີນລິ້ງ (FINLINK Application) ເພື່ອກວດສອບຄວາມ ຖືກຕ້ອງຂອງການລົງທະບຽນນໍາໃຊ້ລາຍເຊັນເອເລັກໂຕຣນິກ;
  • ຈາກນັ້ນ, ໂປຣແກຣມຟີນລີ້ງ ຈະສົ່ງລະຫັດຜ່ານສະເພາະຄັ້ງ (One-time Password – OTP) ໃຫ້ຜູ້ ປະກອບ ນໍາເອົາລະຫັດ OTP ໄປປ້ອນໃສ່ໂປຣແກຣມຟີນລິງ ເພື່ອນໍາໃຊ້ລາຍເຊັນເອເລັກໂຕຣນິກ ຢັ້ງຢືນ ຄວາມຖືກຕ້ອງຂອງເອກະສານ ແທນການນໍາໃຊ້ລາຍເຊັນດ້ວຍມື ແລະ ຕາປະທັບ.
  • ໃຫ້ຄົ້ນຫາເລກທີເອກະສານການແຈ້ງຂອງຜູ້ປະກອບການ ເພື່ອກວດກາໃຫ້ລະອຽດຄົບຖ້ວນ. ຈາກນັ້ນ, ໃຫ້ດໍາເນີນການລົງລາຍເຊັນເອເລັກໂຕຣນິກ ຊຶ່ງໂປຣແກຣມຈະໃຫ້ເຈົ້າຫນ້າທີ່ຂະແຫນງການເງິນພາກລັດ ປ້ອນລະຫັດຄວາມປອດໄພ ເພື່ອຢັ້ງຢືນຄວາມຖືກຕ້ອງຂອງຜູ້ລົງລາຍເຊັນເອເລັກໂຕຣນິກ.

6. ຄຸນຄ່າດ້ານກົດຫມາຍ

ເອກະສານທີ່ໄດ້ນໍາໃຊ້ລາຍເຊັນເອເລັກໂຕຣນິກສາມາດຢັ້ງຢືນຄວາມຖືກຕ້ອງຜ່ານລະບົບຢັ້ງຢືນລາຍເຊັນ ເອເລັກໂຕຣນິກ ແລະ ມີຄຸນຄ່າທາງກົດຫມາຍທຽບເທົ່າເອກະສານຈິງທີ່ໄດ້ເຊັນ ແລະ ປະທັບຕາ ຕາມລະບຽບການ.

7. ມາດຕະການຕໍ່ຜູ້ລະເມີດ

ເຈົ້າຫນ້າທີ່ ແລະ ຜູ້ປະກອບການ ທີ່ນໍາໃຊ້ລາຍເຊັນເອເລັກໂຕຣນິກ ຕ້ອງຮັບຜິດຊອບຕໍ່ທຸກຂໍ້ມູນທີ່ໄດ້ ລົງທະບຽນໃນລະບົບເອເລັກໂຕຣນິກ ແລະ ນໍາໃຊ້ໃຫ້ຖືກຕ້ອງຕາມຂອບເຂດສິດ ແລະ ຄວາມຮັບຜິດຊອບ ຂອງຕົນຕາມກົດຫມາຍ. ໃນກໍລະນີ ພົບເຫັນການລະເມີດ ເຊັ່ນ: ການໃຫ້ຜູ້ອື່ນນໍາໃຊ້ລາຍເຊັນເອເລັກ ໂຕຣນິກຂອງຕົນ ໂດຍບໍ່ໄດ້ຮັບອະນຸຍາດ ຈະຖືກປະຕິບັດມາດຕະການຕາມກົດຫມາຍ.

8. ການຈັດຕັ້ງປະຕິບັດ

 ມອບໃຫ້ກົມພາສີ, ກົມສ່ວຍສາອາກອນ, ຄັງເງິນແຫ່ງຊາດ, ກົມຄຸ້ມຄອງການບັນຊີ ແລະ ກົມຄຸ້ມຄອງ ຊັບສິນແຫ່ງລັດ ຈັດຕັ້ງເຜີຍແຜ່ຄໍາແນະນໍາສະບັບນີ້ ໃຫ້ເຈົ້າຫນ້າທີ່ຂອງຕົນ, ຂະແຫນງການກ່ຽວຂ້ອງ ແລະ ຜູ້ ປະກອບການຮັບຊາບຢ່າງທົ່ວເຖິງ ແລະ ໃຫ້ເລີ່ມທົດລອງປະຕິບັດ ນັບແຕ່ວັນທີ 10 ພະຈິກ 2022 ເປັນຕົ້ນໄປ.

ໃຫ້ບັນດາກົມກ່ຽວຂ້ອງ ຄົ້ນຄວ້າ ແລະ ອອກຄໍາແນະນໍາເພີ່ມເຕີມ ບາງຈຸດໃຫ້ຈະແຈ້ງຂຶ້ນຕື່ມ ເພື່ອ ຮັບປະກັນການຈັດຕັ້ງປະຕິບັດຢ່າງເປັນເອກະພາບ ແລະ ມີປະສິດທິຜົນ.

ຄໍາແນະນໍາສະບັບນີ້ ມີຜົນສັກສິດນັບວັນທີລົງລາຍເຊັນເປັນຕົ້ນໄປ. ເນື້ອໃນຂອງຄໍາແນະນໍາ ຫຼື ແຈ້ງການ ແນະນໍາ ໄດ້ກໍານົດອອກໄລຍະຜ່ານມາ ຊຶ່ງຂັດກັບເນື້ອໃນຂອງຄໍາແນະນໍາສະບັບນີ້ ລ້ວນແຕ່ຖືກລົບລ້າງ.

 

 

ລັດຖະມົນຕີ

ບຸນໂຈມ ອຸບົນປະເສີດ

# ຫົວຂໍ້ ດາວໂຫຼດ
1 Temporary Instructions on the Electronic Signatures in the State Budget Revenue Management System, No. 3480/MOF, date 07 November 2022. PDF
2 ຄໍາແນະນໍາຊົ່ວຄາວ ກ່ຽວກັບການນໍາໃຊ້ລາຍເຊັນເອເລັກໂຕຣນິກ ເຂົ້າໃນລະບົບຄຸ້ມຄອງລາຍຮັບງົບປະມານແຫ່ງລັດ, ເລກທີ 3480/ກງ, ລົງວັນທີ 07 ພະຈິກ 2022. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.