ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ກະຊວງການເງິນ

ເລກທີ 3011/ກງ

ນະຄອນຫຼວງວຽງຈັນ, ວັນທີ 24 ກັນຍາ 2022

ຄໍາແນະນໍາ

ກ່ຽວກັບການແຈ້ງພາສີດ້ວຍລະບົບເອເລັກໂຕຣນິກ NSWA+

 

  • ອີງຕາມ ກົດຫມາຍວ່າດ້ວຍພາສີ ສະບັບເລກທີ 81/ສພຊ, ລົງວັນທີ 29 ມິຖຸນາ 2020;
  • ອີງຕາມ ຄໍາສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງ ລາຍຮັບງົບປະມານແຫ່ງລັດ ສະບັບເລກທີ 18/ນຍ, ລົງວັນທີ 16 ກັນຍາ 2021;
  • ອີງຕາມ ດໍາລັດນາຍົກລັດຖະມົນຕີ ສະບັບເລກທີ 600/ນຍ, ລົງວັນທີ 14 ຕຸລາ 2021, ວ່າດ້ວຍການຈັດ ຕັ້ງ ແລະ ການເຄື່ອນໄຫວຂອງກະຊວງການເງິນ;
  • ອີງຕາມ ຂໍ້ຕົກລົງຂອງກະຊວງການເງິນວ່າດ້ວຍການນໍາໃຊ້ລະບົບເອເລັກໂຕຣນິກ NSWA* ເຂົ້າໃນການ ຄຸ້ມຄອງການແຈ້ງພາສີ ສະບັບເລກທີ 3009/ກງ, ລົງວັນທີ 27 ກັນຍາ 2022.

 

ກະຊວງການເງິນ ອອກຄໍາແນະນໍາ ດັ່ງນີ້:

1. ຈຸດປະສົງ

          ຄໍາແນະນໍາສະບັບນີ້ ກໍານົດ ຫຼັກການ, ວິທີການ ແລະ ກົນໄກ ໃນການແຈ້ງພາສີໂດຍສັງເຂບ ແລະ ແຈ້ງ ພາສີເປັນລາຍລະອຽດ ໂດຍນໍາໃຊ້ລະບົບເອເລັກໂຕຣນິກ NSWA* ເພື່ອຈັດຕັ້ງຜັນຂະຫຍາຍ ຫມວດທີ 2 ພາກ ທີ II ຂອງກົດຫມາຍວ່າດ້ວຍພາສີ ສະບັບເລກທີ 81/ສພຊ, ລົງວັນທີ 29 ມິຖຸນາ 2020 ແນໃສ່ຮັບປະກັນໃຫ້ ລັດຖະການພາສີ, ບຸກຄົນ, ນິຕິບຸກ ແລະ ການຈັດຕັ້ງ ທີ່ດໍາເນີນການແຈ້ງພາສີ ສໍາລັບການນໍາເຂົ້າ, ສົ່ງອອກ ແລະ ຜ່ານແດນ ສິນຄ້າ ມີຄວາມຮັບຮູ້, ເຂົ້າໃຈ ແລະ ສາມາດຈັດຕັ້ງປະຕິບັດຖືກຕ້ອງຕາມກົດຫມາຍ ແລະ ລະບຽບການກ່ຽວຂ້ອງ ຢ່າງເຂັ້ມງວດ ແລະ ເອກະພາບໃນຂອບເຂດທົ່ວປະເທດ.

 

2. ອະທິບາຍຄໍາສັບ

1) ການແຈ້ງພາສີໂດຍສັງເຂບ (Cargo Manifest Declaration): ຫມາຍເຖິງ ການແຈ້ງ ຂໍ້ມູນກ່ຽວກັບ ສິນຄ້າ ແລະ ການຂົນສົ່ງສິນຄ້າ ທີ່ຂົນສົ່ງດ້ວຍລົດບັນທຸກ, ເຮືອບີນ, ລົດໄຟ, ເຮືອກ່ໍາປັ່ນ ແລະ ວິທີການ ຂົນສົ່ງອື່ນ ຕໍ່ລັດຖະການພາສີ ໂດຍນໍາໃຊ້ລະບົບເອເລັກໂຕຣນິກ;

2) ໃບຂົນສົ່ງສິນຄ້າ (Cargo Manifest): ຫມາຍເຖິງ ເອກະສານຂົນສົ່ງສິນຄ້າທີ່ອອກໃຫ້ໂດຍຜູ້ຂົນສົ່ງ ຫຼື ຜູ້ຈັດສົ່ງ ຢູ່ປະເທດຕົ້ນທາງຂອງການຂົນສົ່ງ, ໃບຂົນສົ່ງຕ້ອງເຮັດເປັນພາສາອັງກິດຕາມຮູບແບບການ ຂົນສົ່ງ ເຊັ່ນ: Truck Bill of Lading (ສໍາລັບການຂົນສົ່ງທາງລົດບັນທຸກ), Airway Bill (ສໍາລັບ ການຂົນສົ່ງທາງອາກາດ), Railway Bill (ສໍາລັບການຂົນສົ່ງທາງລົດໄຟ) ແລະ Bill of Lading (ສໍາລັບການຂົນສົ່ງທາງເຮືອ) ແລະ Multimodal Bill of Lading (ສໍາລັບການຂົນສົ່ງຫຼາຍຮູບແບບ) ເປັນຕົ້ນ. ຂໍ້ມູນທີ່ລະບຸໃນໃບຂົນສົ່ງຕ້ອງສອດຄ່ອງກັບມາດຕະຖານສາກົນ ໂດຍສະເພາະແມ່ນ ມາດຕະຖານດ້ານຂໍ້ມູນຂອງອົງການພາສີໂລກ (WCO Data Model) ຊຶ່ງຕ້ອງປະກອບດ້ວຍຂໍ້ມູນ ຕົ້ນຕໍ ຄື: ຜູ້ຮັບສິນຄ້າ, ຜູ້ສົ່ງສິນຄ້າ, ຜູ້ຂົນສົ່ງ, ຮູບແບບການຂົນສົ່ງ, ສະຖານທີ່ຂົນສິນຄ້າຂຶ້ນ-ລົງ, ວັນທີ ຂົນສົ່ງ ແລະ ເຄື່ອນຍ້າຍ, ວິທີການບັນຈຸ, ປະເພດສິນຄ້າ, ນໍ້າຫນັກ ແລະ ຈໍານວນ.

3) ຂໍ້ມູນການຂົນສົ່ງລວມ: ຫມາຍເຖິງ ຂໍ້ມູນລວມຂອງການຂົນສົ່ງຫນຶ່ງຄັ້ງ ໃນເອກະສານຂົນສົ່ງລວມ (Summary Document ຫຼື Manifest Master Bill) ເປັນຕົ້ນ: ຂະບວນລົດໄຟຫນຶ່ງຂະບວນຈະມີ ຂໍ້ມູນການຂົນສົ່ງລວມຫນຶ່ງຂຸດ ແລະ ມີຂໍ້ມູນການຂົນສົ່ງຍ່ອຍຫຼາຍໆຊຸດ.

4) ຂໍ້ມູນການຂົນສົ່ງຍ່ອຍ: ຫມາຍເຖິງ ຂໍ້ມູນການຂົນສົ່ງຂອງແຕ່ລະທຸລະກໍາການຄ້າ ໃນເອກະສານຂົນສົ່ງ ຍ່ອຍ (Transport Document ຫຼື Manifest House Bill). ຫນຶ່ງທຸລະກໍາການຄ້າ ຫຼື ຫນຶ່ງໃບແຈ້ງ ລາຄາ (Invoice) ຈະປະກອບດ້ວຍຂໍ້ມູນການຂົນສົ່ງຍ່ອຍຫນຶ່ງຊຸດ.

5) ຜູ້ຂົນສົ່ງ: ຫມາຍເຖິງ ຜູ້ໃຫ້ບໍລິການຂົນສົ່ງສິນຄ້າລະຫວ່າງປະເທດ ຊຶ່ງເຮັດຫນ້າທີ່ຂົນສົ່ງສິນຄ້າຈາກຕົ້ນທາງຢູ່ປະເທດສົ່ງອອກ ຜ່ານດ່ານພາສີຊາຍແດນ ເພື່ອສົ່ງສິນຄ້າເຖິງປາຍທາງຢູ່ປະເທດນໍາເຂົ້າ.

6) ການແຈ້ງພາສີເປັນລາຍລະອຽດ (Detail Declaration): ຫມາຍເຖິງ ການແຈ້ງລາຍລະອຽດດ້ານຂໍ້ມູນ ແລະ ເອກະສານ ກ່ຽວກັບ ສິນຄ້າ, ເຄື່ອງຂອງ ແລະ ການດໍາເນີນທຸລະກໍາການຄ້າລະຫວ່າງປະເທດ ໃຫ້ ເຈົ້າຫນ້າທີ່ພາສີ ກວດກາ ແລະ ຢັ້ງຢືນຄວາມຖືກຕ້ອງ ຕາມກົດຫມາຍ ແລະ ລະບຽບການ.

7) ເອກະສານປະກອບການແຈ້ງພາສີ: ຫມາຍເຖິງ ເອກະສານຂົນສົ່ງ, ໃບແຈ້ງລາຄາ, ໃບລາຍການຫຸ້ມຫໍ່, ໃບຢັ້ງຢືນ ແລະ/ຫຼື ໃບອະນຸຍາດນໍາເຂົ້າ-ສົ່ງອອກສິນຄ້າ, ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ແລະ ອື່ນໆ ທີ່ ເປັນຮູບແບບເອເລັກໂຕຣນິກ ນໍາໃຊ້ປະກອບການແຈ້ງພາສີ ແລະ ການກວດກາຂອງເຈົ້າຫນ້າທີ່ພາສີ.

8) ໃບແຈ້ງລາຄາ (Commercial Invoice): ຫມາຍເຖິງເອກະສານຢັ້ງຢືນດ້ານການຄ້າ ທີ່ຜູ້ຂາຍສິນຄ້າ ອອກໃຫ້ແກ່ຜູ້ຊື້ ເພື່ອຢັ້ງຢືນການແລກປ່ຽນຊື້ຂາຍສິນຄ້າ. ໃບແຈ້ງລາຄາ ຕ້ອງປະກອບດ້ວຍຂໍ້ມູນຕົ້ນຕໍ ຄື: ຊື່ ແລະ ທີ່ຢູ່ຜູ້ຊື້, ຊື່ ແລະ ທີ່ຢູ່ຜູ້ຂາຍ, ລາຍການສິນຄ້າ, ລາຍລະອຽດສິນຄ້າ, ຈໍານວນ, ລາຄາ(ຕໍ່ຫົວ ຫນ່ວຍ), ມູນຄ່າທັງຫມົດ, ຄ່າບໍລິການຕິດພັນ ແລະ ອື່ນໆ.

9) ໃບລາຍການຫຸ້ມຫໍ່ສິນຄ້າ (Packing List): ຫມາຍເຖິງເອກະສານກໍາກັບການຫຸ້ມຫໍ່ ຫຼື ການບັນຈຸສິນຄ້າ ໃສ່ພາຫະນະຂົນສົ່ງ ຊຶ່ງອອກໃຫ້ໂດຍຜູ້ສົ່ງອອກ, ຜູ້ບໍລິການຂົນສົ່ງ ຫຼື ພາກສ່ວນທີ່ກ່ຽວຂ້ອງ. ໃບ ລາຍການຫຸ້ມຫໍ່ສິນຄ້າ ປະກອບດ້ວຍຂໍ້ມູນສໍາຄັນ ຄື: ຊື່ ແລະ ທີ່ຢູ່ຜູ້ຊື້, ຊື່ ແລະ ທີ່ຢູ່ຜູ້ຂາຍ, ລາຍການ ສິນຄ້າ, ວິທີການຫຸ້ມຫໍ່ເພື່ອຂົນສົ່ງ (ເປັນກັບ, ເປັນກ່ອງ, ເປັນແກັດ, ເປັນພາເລດ, ເປັນເຕົ້າ, ເປັນຊຸດ, ເປັນຂວດ ຫຼື ອື່ນໆ), ນໍ້າຫນັກ, ຈໍານວນ ແລະ ອື່ນໆ.

10) ໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ (Certificate of Origin): ຫມາຍເຖິງເອກະສານທີ່ຂະແຫນງຂອງລັດ, ສະພາການຄ້າ ຫຼື ຜູ້ສົ່ງອອກ (ກໍລະນີເປັນການຢັ້ງຢືນແຫຼ່ງກໍາເນີດດ້ວຍຕົນເອງ) ອອກໃຫ້ແກ່ຜູ້ນໍາເຂົ້າ ເພື່ອຢັ້ງຢືນປະເທດ ຫຼື ຂົງເຂດທີ່ເປັນແຫຼ່ງກໍາເນີດຂອງສິນຄ້າ ຕາມເງື່ອນໄຂທີ່ໄດ້ກໍານົດໃນສັນຍາການ ຄ້າເສລີຂອບຕ່າງໆ ທີ່ ສປປ ລາວ ເຂົ້າເປັນພາຄີ.

11) ໃບອະນຸຍາດ ຫຼື ໃບຢັ້ງຢືນ ຂອງຂະແຫນງການລັດທີ່ກ່ຽວຂ້ອງ (Import/Export permit, license, certificate): ຫມາຍເຖິງເອກະສານທີ່ຂະແຫນງການລັດອອກໃຫ້ ເພື່ອອະນຸຍາດໃຫ້ດໍາເນີນການສົ່ງ ອອກ, ນໍາເຂົ້າ ຫຼື ຂົນສົ່ງສິນຄ້າຜ່ານແດນ ສໍາລັບສິນຄ້າປະເພດລັດຄວບຄຸມ. ໃບອະນຸຍາດຈາກຂະ ແຫນງການລັດທີ່ກ່ຽວຂ້ອງ ລວມມີ ໃບອະນຸຍາດນໍາເຂົ້າ ຫຼື ສົ່ງອອກ, ໃບຢັ້ງຢືນດ້ານເຕັກນິກ, ໃບຢັ້ງຢືນດ້ານຄຸນນະພາບ, ໃບຢັ້ງຢືນດ້ານສຸຂະອະນາໄມ, ໃບຢັ້ງຢືນດ້ານຄວາມປອດໄພ ແລະ ອື່ນໆ.

12) ລາຍເຊັນເອເລັກໂຕຣນິກ (Electronic Signature): ຫມາຍເຖິງ ຕົວອັກສອນ, ເຄື່ອງຫມາຍ, ສັນຍາ ລັກ ຫຼື ຕົວເລກ ທີ່ສ້າງຂຶ້ນໃນຮູບແບບເອເລັກໂຕຣນິກ ເພື່ອບົ່ງບອກ ແລະ ຢັ້ງຢືນຕົວຕົນ ຂອງຜູ້ແຈ້ງ ພາສີ ແລະ ເຈົ້າຫນ້າທີ່ພາສີ ທີ່ນໍາໃຊ້ລາຍເຊັນເອເລັກໂຕຣນິກ ເຂົ້າໃນການຢັ້ງຢືນຄວາມຖືກຕ້ອງຂອງຂໍ້ ມູນ ແລະ ເອກະສານແຈ້ງພາສີໃນລະບົບເອເລັກໂຕຣນິກ;

13) ລະບົບ ASYCUDA: ຫມາຍເຖິງ ລະບົບເອເລັກໂຕຣນິກ ທີ່ພັດທະນາໂດຍອົງການສະຫະປະຊາຊາດ ເພື່ອການຄ້າ ແລະ ການພັດທະນາ (United Nations Conference on Trade and Development – UNCTAD) ຊຶ່ງລັດຖະການພາສີ ນໍາໃຊ້ເຂົ້າໃນການຄຸ້ມຄອງແຈ້ງພາສີເປັນລາຍລະອຽດ.

14) ລະບົບ NSWA+ : ຫມາຍເຖິງ ລະບົບເອກເລັກໂຕຣນິກ ທີ່ກົມພາສີ ຮ່ວມກັບ ບໍລິສັດພັດທະນາລະບົບ ແຈ້ງພາສີປະຕູດຽວ ສ້າງຂຶ້ນໃຫ້ຜູ້ປະກອບການນໍາໃຊ້ເຂົ້າໃນການແຈ້ງພາສີເປັນລາຍລະອຽດ, ການຊໍາ ລະຄ່າພາສີ ແລະ ການນໍາສິນຄ້າອອກຈາກດ່ານ/ສາງ ແບບເອເລັກໂຕຣນິກ.

 

3. ຂອບເຂດການນໍາໃຊ້

          ຄໍາແນະນໍາສະບັບນີ້ ນໍາໃຊ້ສໍາລັບການແຈ້ງພາສີໂດຍສັງເຂບ ແລະ ການແຈ້ງພາສີ ເປັນລາຍລະອຽດ ໃນ ລະບອບການນໍາເຂົ້າ, ການສົ່ງອອກ ແລະ ການຜ່ານແດນ(ຂອບສອງຝ່າຍ ແລະ ຂອບຜ່ານແດນອານຸພາກພື້ນ ແມ່ນໍ້າຂອງ GMS) ຢູ່ດ່ານພາສີສາກົນ, ຫ້ອງການພາສີປະຈໍາລະບົບສາງ, ຫ້ອງການພາສີປະຈໍາເຂດ ເສດຖະກິດພິເສດ, ຫ້ອງການພາສີປະຈໍາທ່າບົກ ແລະ ຫ້ອງການພາສີປະຈໍາສະຖານີລົດໄຟ ທີ່ກໍານົດໃຫ້ເປັນ ສະຖານທີ່ດໍາເນີນການແຈ້ງພາສີ.

          ສໍາລັບການແຈ້ງສິນຄ້າຜ່ານແດນຂອບອາຊຽນ, ເຄື່ອງຕິດຕົວຜູ້ໂດຍສານ ແລະ ສິນຄ້າສົ່ງທາງໄປສະນີ, ສັ່ງຊື້ຜ່ານທາງອອນລາຍ ຫຼື ສືກາງອື່ນ ແມ່ນໃຫ້ປະຕິບັດຕາມລະບຽບການສະເພາະ.

 

4. ການແຈ້ງພາສີໂດຍສັງເຂບແບບເອເລັກໂຕຣນິກ

4.1 ການປະກອບຂໍ້ມູນແຈ້ງພາສີໂດຍສັງເຂບ

          ຜູ້ຂົນສົ່ງ, ຜູ້ແຈ້ງພາສີ ຫຼື ຕົວແທນ ຕ້ອງແຈ້ງພາສີໂດຍສັງເຂບແບບເອເລັກໂຕຣນິກ ໂດຍນໍາໃຊ້ໂມດູນ ການແຈ້ງພາສີໃນລະບົບ NSWA ໂດຍປະຕິບັດຕາມຂັ້ນຕອນທີ່ກໍານົດໃນລະບຽບການນໍາໃຊ້ລະບົບແຈ້ງ ພາສີປະຕູດຽວ.

          ຜູ້ຂົນສົ່ງ, ຜູ້ແຈ້ງພາສີທົ່ວໄປ ຫຼື ຕົວແທນ ຕ້ອງແຈ້ງພາສີໂດຍສັງເຂບພາຍໃນ ຊາວສີ່ (24) ຊົ່ວໂມງ ພາຍຫຼັງສິນຄ້າມາຮອດດ່ານພາສີຊາຍແດນ ຫຼື ສາມາດແຈ້ງພາສີໂດຍສັງເຂບລ່ວງຫນ້າ ຊາວສີ່ (24) ຊົ່ວໂມງ ກ່ອນສິນຄ້າມາຮອດດ່ານພາສີຊາຍແດນ.

          ການແຈ້ງພາສີໂດຍສັງເຂບ ແມ່ນໃຫ້ແຈ້ງຢູ່ດ່ານພາສີຊາຍແດນແຈ້ງເຂົ້າ. ກໍລະນີ ຕ້ອງການນໍາສິນຄ້າເຂົ້າສູ່ ລະບົບສາງ, ເຂດເສດຖະກິດພິເສດ ຫຼື ເຂດໂລຊິດສະຕິກ ທີ່ຕັ້ງຢູ່ໃນອານາເຂດພາສີ ຊຶ່ງມີຫ້ອງການພາສີຕັ້ງຢູ່ ແມ່ນໃຫ້ແຈ້ງພາສີໂດຍສັງເຂບຢູ່ດ່ານພາສີຊາຍແດນບ່ອນແຈ້ງເຂົ້າ, ປະຕິບັດກົນໄກການຄວບຄຸມການເຄື່ອນຍ້າຍ ແລະ ແຈ້ງພາສີເປັນລາຍລະອຽດຢູ່ ຫ້ອງການພາສີປະຈໍາລະບົບສາງ, ເຂດເສດຖະກິດພິເສດ ຫຼື ເຂດໂລ ຊິດສະຕິກ ໂດຍປະຕິບັດໃຫ້ສອດຄ່ອງກັບ ກົດຫມາຍ ແລະ ລະບຽບການກໍານົດ.

          ກໍລະນີ ເປັນການຂົນສົ່ງແບບຂະບວນ (ລົດໄຟ), ຖ້ຽວຍົນ ຫຼື ຂະບວນລົດບັນທຸກ ທີ່ມີຫຼາຍທຸລະກໍາ ການຄ້າໃນຂະບວນດຽວກັນ. ຜູ້ຂົນສົ່ງ, ຜູ້ແຈ້ງພາສີ ຫຼື ຕົວແທນ ຕ້ອງແຈ້ງພາສີໂດຍສັງເຂບຕາມຊຸດຂໍ້ມູນການ ຂົນສົ່ງຍ່ອຍ. ຫມາຍວ່າ ຂໍ້ມູນການຂົນສົ່ງຍ່ອຍຫນຶ່ງຊຸດ ທີ່ມີໃບແຈ້ງລາຄາຫນຶ່ງຊຸດ ຕ້ອງແຈ້ງພາສີໂດຍສັງເຂບຫນຶ່ງ ຊຸດ ໃຫ້ສອດຄ່ອງກັນ.

          ເວລາພາຫະນະຂົນສົ່ງສິນຄ້າມາຮອດດ່ານພາສີຊາຍແດນບ່ອນແຈ້ງເຂົ້າ ໃຫ້ເຈົ້າຫນ້າທີ່ພາສີ ກວດກາຄວາມ ຖືກຕ້ອງສອດຄ່ອງຂອງຂໍ້ມູນ ແລະ ເອກະສານແຈ້ງພາສີໂດຍສັງເຂບ ໃນລະບົບ NSWA*. ຈາກນັ້ນ, ໃຫ້ກວດກາ ສະພາບລວມຂອງພາຫະນະບັນທຸກສິນຄ້າ. ຖ້າພົບເຫັນສິ່ງຕ້ອງສົງໄສ ໃຫ້ດໍາເນີນການກວດກາລະອຽດ.

          ກໍລະນີ ຜູ້ຂົນສົ່ງ, ຜູ້ນໍາເຂົ້າ, ຜູ້ບໍລິການສາງ, ຜູ້ບໍລິການແຈ້ງພາສີ ຫຼື ຜູ້ແຈ້ງພາສີທົ່ວໄປ ມີລະບົບເອເລັກ ໂຕຣນິກໃນການຄຸ້ມຄອງການຂົນສົ່ງ (ລະບົບ Manifest) ຂອງຕົນເອງ, ສາມາດສະເຫນີເຊື່ອມໂຍງລະບົບດັ່ງກ່າວ ເຂົ້າກັບລະບົບເອເລັກໂຕຣນິກຂອງລັດຖະການພາສີ ເພື່ອແລກປ່ຽນຂໍ້ມູນການຂົນສົ່ງ ແລະ ການແຈ້ງພາສີໂດຍ ສັງເຂບ ເພື່ອຊ່ວຍຫຼຸດຜ່ອນຂັ້ນຕອນການແຈ້ງພາສີ.

4.2 ການກວດກາຂໍ້ມູນການແຈ້ງພາສີໂດຍສັງເຂບ

          ເຈົ້າຫນ້າທີ່ພາສີ ທີ່ຮັບຜິດຊອບກວດກາການແຈ້ງພາສີໂດຍສັງເຂບ ຕ້ອງປະຕິບັດ ຄື:

  • ກວດກາຂໍ້ມູນການແຈ້ງພາສີໂດຍສັງເຂບ ໃນໂມດູນ Manifest ຂອງລະບົບ NSWA+ ໂດຍສົມ ທຽບກັບຂໍ້ມູນໃບຂົນສົ່ງສິນຄ້າ;
  • ພາຍຫຼັງສິນຄ້າມາຮອດດ່ານພາສີຊາຍແດນ ໃຫ້ກວດກາສະພາບໂດຍລວມຂອງພາຫະນະບັນທຸກ, ຕູ້ສິນຄ້າ ແລະ ສະພາບສາຍລ໊ອກ (ຖ້າມີ);
  • ຖ້າເຫັນວ່າຖືກຕ້ອງ ໃຫ້ຢັ້ງຢືນການມາເຖິງຂອງສິນຄ້າໃນລະບົບເອເລັກໂຕຣນິກ ແລະ ອະນຸຍາດ ໃຫ້ນໍາສິນຄ້າເຂົ້າສູ່ລະບົບສາງ.

4.3 ມາດຕະການຄວບຄຸມ

          ໃນລະຫວ່າງການແຈ້ງພາສີໂດຍເຂບ ບໍ່ອະນຸຍາດຂົນສິນຄ້າລົງຈາກພາຫະນະຂົນສົ່ງ ຈົນກວ່າຈະໄດ້ຮັບ ອະນຸຍາດຈາກເຈົ້າຫນ້າທີ່ພາສີ.

          ກໍລະນີ ເປັນການເຄື່ອນຍ້າຍສິນຄ້າຈາກດ່ານພາສີຊາຍແດນ ຫຼື ດ່ານສາກົນສິນຄ້າທ່າບົກ ໄປຫາລະບົບ ສາງ, ເຂດເສດຖະກິດພິເສດ ຫຼື ເຂດໂລຊິດສະຕິກ ຕ້ອງໃສ່ສາຍລ໊ອກ ເພື່ອຄວບຄຸມການເຄື່ອນຍ້າຍ.

          ກໍລະນີ ເຈົ້າຫນ້າທີ່ພາສີ ສົງໄສວ່າເປັນການຂົນສົ່ງສານເຄມີອັນຕະລາຍ, ຂີ້ເຫຍື້ອເອເລັກໂຕຣນິກ, ເສດ ຢາງ ພລາສະຕິກ ຫຼື ຂີ້ເຫຍື້ອອຸດສາຫະກໍາ, ເຈົ້າຫນ້າທີ່ພາສີ ຕ້ອງສົມທົບກັບເຈົ້າຫນ້າທີ່ຂະແຫນງການກ່ຽວຂ້ອງ ດໍາເນີນການກວດກາຢ່າງລະອຽດ ເພື່ອຮັບປະກັບຄວາມຖືກຕ້ອງຕໍ່ກົດຫມາຍ ແລະ ລະບຽບການກ່ຽວຂ້ອງ. ຖ້າ ເປັນກໍລະນີ ບໍ່ອະນຸຍາດໃຫ້ນໍາເຂົ້າໄດ້ ໃຫ້ສົ່ງກັບຄືນປະເທດຕົ້ນທາງໂດຍທັນທີ ຫຼື ທໍາລາຍຖີ້ມຕາມການເຫັນດີ ຂອງຂະແຫນງການກ່ຽວຂ້ອງ.

4.4 ການດັດແກ້ຂໍ້ມູນການແຈ້ງພາສີໂດຍສັງເຂບ

          ກໍລະນີ ຜູ້ຂົນສົ່ງ ຫຼື ຕົວແທນໄດ້ແຈ້ງພາສີໂດຍສັງເຂບລ່ວງຫນ້າ ຖ້າເຫັນວ່າຂໍ້ມູນການແຈ້ງພາສີໂດຍສັງເຂບບໍ່ ຖືກຕ້ອງ ສາມາດດໍາເນີນການດັດແກ້ຂໍ້ມູນກ່ອນສິນຄ້າມາຮອດດ່ານບ່ອນແຈ້ງເຂົ້າ.

          ຫຼັງຈາກສິນຄ້າມາຮອດດ່ານຊາຍແດນ ຖ້າເຈົ້າຫນ້າທີ່ພາສີຫາກກວດພົບເຫັນການແຈ້ງພາສີໂດຍສັງເຂບບໍ່ ຖືກຕ້ອງ ໃຫ້ປະຕິບັດມາດຕະການຕາມກົດຫມາຍວ່າດ້ວຍພາສີ. ພາຍຫຼັງສໍາເລັດການສະສາງແລ້ວ ສາມາດດັດແກ້ຂໍ້ ມູນການແຈ້ງພາສີໂດຍສັງເຂບໃຫ້ຖືກຕ້ອງ ຈຶ່ງອະນຸຍາດໃຫ້ດໍາເນີນຂັ້ນຕອນຖັດໄປ.

4.5 ການຍົກເລີກການແຈ້ງພາສີໂດຍສັງເຂບ

          ກໍລະນີ ຜູ້ຂົນສົ່ງ ຫຼື ຕົວແທນ ໄດ້ແຈ້ງການໂດຍສັງເຂບລ່ວງຫນ້າ ແຕ່ສິນຄ້າບໍ່ຖືກຂົນສົ່ງມາຮອດດ່ານຊາຍ ແດນຕາມແຜນການຂົນສົ່ງ ດ້ວຍເຫດຜົນໃດຫນຶ່ງ. ຜູ້ຂົນສົ່ງ ຫຼື ຕົວແທນ ຕ້ອງລາຍງານຕໍ່ເຈົ້າຫນ້າທີ່ພາສີ ເພື່ອ ພິຈາລະນາຍົກເລີກການແຈ້ງພາສີໂດຍສັງເຂບ ຕາມລະບຽບການ.

 

5. ການແຈ້ງພາສີເປັນລາຍລະອຽດ

5.1 ການປະກອບຂໍ້ມູນການແຈ້ງພາສີເປັນລາຍລະອຽດ

          ຜູ້ແຈ້ງພາສີ (ຜູ້ແຈ້ງພາສີທົ່ວໄປ ແລະ ຜູ້ບໍລິການແຈ້ງພາສີ) ຕ້ອງປະກອບຂໍ້ມູນການແຈ້ງພາສີເປັນລາຍ ລະອຽດ ລົງໃນໂມດູນການແຈ້ງພາສີ ຂອງລະບົບ NSWA+ ຊຶ່ງຜູ້ແຈ້ງພາສີ ສາມາດນໍາໃຊ້ເຄື່ອງຄອມພີວເຕີ ຂອງຕົນເອງ ເພື່ອ Login ເຂົ້າລະບົບດັ່ງກ່າວຜ່ານ Web Browser ທີ່ເຊື່ອມໂຍງດ້ວຍອິນເຕີເນັດ.

          ທຸລະກໍາການຄ້າລະຫວ່າງປະເທດ 1 ຄັ້ງ ຕ້ອງປະກອບຂໍ້ມູນການແຈ້ງພາສີເປັນລາຍລະອຽດ 1 ຊຸດ ໂດຍ ໃຫ້ຖືເອົາໃບແຈ້ງລາຄາ 1 ຊຸດ ຕ້ອງປະກອບເອກະສານແຈ້ງພາສີ 1 ຊຸດ. ຍົກເວັ້ນການແຈ້ງນໍາເຂົ້າພາຫະນະ ຊຶ່ງ ຕ້ອງແຈ້ງພະຫະນະ 1 ຄັນ ຕໍ່ໃບແຈ້ງພາສີ 1 ຊຸດ.

          ພາຍຫຼັງສໍາເລັດການປະກອບຂໍ້ມູນການແຈ້ງພາສີ, ຜູ້ແຈ້ງພາສີ ຕ້ອງກວດກາຄວາມຖືກຕ້ອງ ແລະ ຄົບ ຖ້ວນຂອງຂໍ້ມູນຢ່າງລະອຽດ ໂດຍສະເພາະແມ່ນລະຫັດສິນຄ້າ, ມູນຄ່າແຈ້ງພາສີ, ການຫຼຸດຜ່ອນ ຫຼື ຍົກເວັ້ນ ພາສີ-ອາກອນ ແລະ ສິດທິພິເສດດ້ານອັດຕາພາສີຕາມສັນຍາການຄ້າເສລີຕ່າງໆ.

5.2 ການຄັດຕິດເອກະສານປະກອບ

          ການແຈ້ງພາສີເປັນລາຍລະອຽດຕ້ອງຄັດຕິດບັນດາເອກະສານ ຕາມທີ່ໄດ້ກໍານົດໃນ ມາດຕາ 27 ຂອງກົດ ຫມາຍວ່າດ້ວຍພາສີ ແລະ ລະບຽບການກ່ຽວຂ້ອງ ໂດຍປະຕິບັດ ດັ່ງນີ້:

  • ເອກະສານເອເລັກໂຕຣນິກທີ່ສ້າງດ້ວຍລະບົບ NSWA* ເຊັ່ນ: ໃບແຈ້ງພາສີສັງເຂບເອເລັກໂຕຣນິກ, ໃບຢັ້ງຢືນ ແລະ/ຫຼື ໃບອະນຸຍາດ ນໍາເຂົ້າ-ສົ່ງອອກ ແບບເອເລັກໂຕຣນິກ ແມ່ນລະບົບ NSWA+ ດໍາ ເນີນການເຊື່ອມຂໍ້ມູນແບບອັດຕະໂນມັດ;
  • ສໍາລັບເອກະສານທີ່ບໍ່ທັນໄດ້ສ້າງໃນດ້ວຍລະບົບ NSWA+ ເຊັ່ນ: ໃບແຈ້ງລາຄາ, ໃບລາຍການຫຸ້ມຫໍ່, ໃບຢັ້ງຢືນການຊໍາລະຜ່ານທະນາຄານ ແລະ ອື່ນໆ ໃຫ້ຜູ້ແຈ້ງພາສີສະແກນ (scan) ເປັນເອກະສານເອ ເລັກໂຕຣນິກ ໃນຮູບແບບ portable document format (pdf). ຈາກນັ້ນ, ໃຫ້ອັບໂຫຼດເຂົ້າໃນ ລະບົບ NSWA+ ຢ່າງຖືກຕ້ອງ ແລະ ຄົບຖ້ວນ.

5.3 ການຢັ້ງຢືນຄວາມຖືກຕ້ອງຂອງການແຈ້ງພາສີເປັນລາຍລະອຽດ

          ພາຍຫຼັງສໍາເລັດການປະກອບຂໍ້ມູນ ແລະ ເອກະສານແຈ້ງພາສີເປັນລາຍລະອຽດ ຢ່າງຖືກຕ້ອງ ແລະ ຄົບ ຖ້ວນແລ້ວ, ຜູ້ແຈ້ງພາສີ ຕ້ອງນໍາໃຊ້ລາຍເຊັນເອເລັກໂຕຣນິກ ເພື່ອຢັ້ງຢືນຄວາມຖືກຕ້ອງຜ່ານ Application ຂອງ ລະບົບ FinLink ແລະ ລົງທະບຽນການແຈ້ງພາສີແບບເອເລັກໂຕຣນິກ.

          ລາຍເຊັນເອເລັກໂຕຣນິກ ຕ້ອງໄດ້ຮັບການລົງທະບຽນ ແລະ ຖືກຮັບຮອງຈາກພາກສ່ວນກ່ຽວ ຕາມກົດ ຫມາຍວ່າດ້ວຍລາຍເຊັນເອເລັກໂຕຣນິກ ສະບັເລກທີ 59/ສພຊ, ລົງວັນທີ 12 ທັນວາ 20218.

          ຫຼັງຈາກລົງທະບຽນການແຈ້ງພາສີສໍາເລັດ, ຜູ້ແຈ້ງພາສີ ບໍ່ຈໍາເປັນຕ້ອງພີມເອກະສານແຈ້ງພາສີ ເພື່ອຍື່ນຕໍ່ ເຈົ້າຫນ້າທີ່ພາສີຢູ່ດ່ານພາສີຊາຍແດນບ່ອນແຈ້ງນໍາເຂົ້າ-ສົ່ງອອກສິນຄ້າ, ເຄື່ອງຂອງ.

5.4 ການເກັບຮັກສາຂໍ້ມູນ ແລະ ເອກະສານແຈ້ງພາສີ

          ຜູ້ແຈ້ງພາສີ, ຜູ້ນໍາເຂົ້າ-ສົ່ງອອກ ແລະ ເຈົ້າຂອງສິນຄ້າ, ເຄື່ອງຂອງ ຕ້ອງເກັບຮັກສາຂໍ້ມູນ ແລະ ເອກະ ສານແຈ້ງພາສີ ເພື່ອເປັນຫຼັກຖານສໍາລັບການກວດສອບຄືນການແຈ້ງພາສີ ໂດຍໃຫ້ປະຕິບັດ ດັ່ງນີ້:

  • ຂໍ້ມູນ ແລະ ເອກະສານທີ່ເປັນຮູບແບບເອເລັກໂຕຣນິກໃນລະບົບ NSWA* ຕ້ອງດາວໂຫຼດສໍາເນົາຟາຍ ເອກະສານທັງຫມົດ ແລ້ວບັນທຶກໄວ້ໃນອຸປະກອນບັນທຶກທີ່ຮັບປະກັນຄວາມປອດໄພ ເຊັ່ນ: hard drive, hard disc, server, cloud ແລະ ອື່ນໆ.
  • ເອກະສານທີ່ເປັນເຈ້ຍໃຫ້ເກັບຮັກສາໃສ່ແຟ້ມເອກະສານ ແລະ ຕູ້ເອກະສານທີ່ມີຄວາມປອດໄພ ຕາມກົດ

ຫມາຍກໍານົດ.

5.5 ການກວດກາການແຈ້ງພາສີເປັນລາຍລະອຽດ

          ລະບົບ NSWA+ ທີ່ຮັບຂໍ້ມູນ ແລະ ເອກະສານແຈ້ງພາສີເອເລັກໂຕຣນິກ ຈະສົ່ງຂໍ້ມູນທັງຫມົດເຂົ້າໃນ ລະບົບ ASYCUDA ແບບອັດຕະໂນມັດ. ລະບົບ ASYCUDA ຈະລົງທະບຽນຄ່າຄວາມສ່ຽງແບບ ອັດຕະໂນມັດ ເພື່ອດໍາເນີນການວິເຄາະຂໍ້ມູນການແຈ້ງພາສີ ແລະ ສະແດງຜົນລະດັບຄວາມສ່ຽງ, ໃຫ້ເຈົ້າຫນ້າທີ່ ພາສີດໍາເນີນການຄວບຄຸມກວດກາຕາມຂັ້ນຕອນ ດັ່ງນີ້:

·

  • ຄວາມສ່ຽງລະດັບຕໍ່າ:

          ໃຫ້ຫົວຫນ້າ ຫຼື ຮອງຫົວຫນ້າລັດຖະການພາສີບ່ອນແຈ້ງພາສີ ທີ່ຮັບຜິດຊອບວຽກງານຄຸ້ມຄອງການ ແຈ້ງພາສີ ເປັນຜູ້ຮັບຮອງການແຈ້ງ (declaration assessment) ໃນລະບົບອາຊິກູດາ ໂດຍບໍ່ຈໍາ ເປັນຕ້ອງກວດກາ ຂໍ້ມູນ, ເອກະສານ ຫຼື ສິນຄ້າຕົວຈິງ.

          ເຈົ້າຫນ້າທີ່ພາສີ ບໍ່ສາມາດປ່ຽນຄວາມສ່ຽງລະດັບຕໍ່າ ໄປເປັນຄວາມສ່ຽງລະດັບກາງ ຫຼື ຄວາມສ່ຽງ ລະດັບສູງ ໄດ້ ແລະ ຕ້ອງອະນຸຍາດໃຫ້ນໍາສິນຄ້າອອກດ່ານ ຫຼື ສາງທັນທີ ທີ່ສໍາເລັດຂັ້ນຕອນການແຈ້ງ ພາສີ. ກໍລະນີ ມີຂໍ້ສົງໄສໃດຫນຶ່ງໃນເວລາແຈ້ງພາສີ ຕ້ອງແຈ້ງຂໍ້ມູນແຫຼ່ງຂ່າວໃຫ້ເຈົ້າຫນ້າທີ່ກວດສອບຄືນ ການແຈ້ງພາສີ ຫຼື ເຈົ້າຫນ້າທີ່ສືບສວນສອບສວນ ແລະ ປາບປາມການລັກລອບຫນີພາສີ ດໍາເນີນການ ກວດກາຫຼັງຈາກສໍາເລັດການແຈ້ງພາສີ ແລະ ຜູ້ປະກອບການນໍາສິນຄ້າອອກຈາກດ່ານ ຫຼື ສາງ.

  • ຄວາມສ່ຽງລະດັບກາງ:

          ໃຫ້ເຈົ້າຫນ້າທີ່ພາສີ ດໍາເນີນການກວດກາຂໍ້ມູນ ແລະ ເອກະສານປະກອບໃນລະບົບ ASYCUDA. ຖ້າເຫັນວ່າຖືກຕ້ອງ ໃຫ້ປ່ຽນເປັນຄວາມສ່ຽງລະດັບຕໍ່າ ແລະ ຢັ້ງຢືນຜົນການກວດກາໃນ Inspection Act. ຈາກນັ້ນ, ໃຫ້ຫົວຫນ້າ ຫຼື ຮອງຫົວຫນ້າລັດຖະການພາສີບ່ອນແຈ້ງພາສີ ທີ່ຮັບຜິດຊອບວຽກງານຄຸ້ມ ຄອງການແຈ້ງພາສີ ເປັນຜູ້ພິຈາລະນາຮັບຮອງການແຈ້ງ.

          ກໍລະນີ ເຈົ້າຫນ້າທີ່ພາສີ ຕ້ອງການໃຫ້ຜູ້ແຈ້ງພາສີ ສົ່ງຂໍ້ມູນ ແລະ/ຫຼື ເອກະສານເພີ່ມເຕີມ ຕ້ອງແຈ້ງໃຫ້ ຜູ້ແຈ້ງພາສີ ຜ່ານລະບົບເອເລັກໂຕຣນິກ ເຊັ່ນ: message box, e-mail ແລະ ອື່ນໆ. ຜູ້ແຈ້ງຕ້ອງ ດໍາ ເນີນການເຂົ້າສູ່ລະບົບ NSWA+ ເພື່ອອັບໂຫຼດເອກະສານເພີ່ມເຕີມ ແລະ ສົ່ງໃຫ້ເຈົ້າຫນ້າທີ່ພາສີຜ່ານ ລະບົບດັ່ງກ່າວ.

          ເຈົ້າຫນ້າທີ່ພາສີ ບໍ່ສາມາດປ່ຽນຄວາມສ່ຽງລະດັບກາງ ໄປເປັນຄວາມສ່ຽງລະດັບສູງ ໄດ້. ກໍລະນີ ມີຂໍ້ ສົງໄສໃດຫນຶ່ງໃນເວລາແຈ້ງພາສີ ຕ້ອງແຈ້ງຂໍ້ມູນແຫຼ່ງຂ່າວໃຫ້ເຈົ້າຫນ້າທີ່ກວດສອບຄືນການແຈ້ງພາສີ ຫຼື ເຈົ້າຫນ້າທີ່ສືບສວນສອບສວນ ແລະ ປາບປາມການລັກລອບຫນີພາສີ ດໍາເນີນການກວດກາຫຼັງຈາກສໍາເລັດ ການແຈ້ງພາສີ ແລະ ຜູ້ປະກອບການນໍາສິນຄ້າອອກຈາກດ່ານ ຫຼື ສາງ.

          ກໍລະນີ ເຈົ້າຫນ້າທີ່ພາສີ ກວດກາພົບເຫັນຂໍ້ມູນ ແລະ/ຫຼື ເອກະສານແຈ້ງພາສີບໍ່ຖືກຕ້ອງ ໃຫ້ບັນທຶກ ຜົນການກວດກາໃນ Inspection Act ແລ້ວດໍາເນີນມາດຕະການຕາມກົດຫມາຍວ່າດ້ວຍພາສີ ກ່ອນການ ຮັບຮອງການແຈ້ງພາສີ.

  • ຄວາມສ່ຽງລະດັບສູງ:

          ໃຫ້ເຈົ້າຫນ້າທີ່ພາສີ ດໍາເນີນການກວດກາຂໍ້ມູນ ແລະ ເອກະສານປະກອບໃນລະບົບ ASYCUDA ແລະ ດໍາເນີນການກວດກາສິນຄ້າຕົວຈິງຢ່າງລະອຽດ. ຖ້າເຫັນວ່າຖືກຕ້ອງ ໃຫ້ປ່ຽນເປັນຄວາມສ່ຽງ ລະດັບຕໍ່າ ແລະ ບັນທຶກຜົນການກວດກາໃນ Inspection Act. ຈາກນັ້ນ, ໃຫ້ຫົວຫນ້າ ຫຼື ຮອງຫົວຫນ້າລັດຖະການພາສີບ່ອນແຈ້ງພາສີ ທີ່ຮັບຜິດຊອບວຽກງານຄຸ້ມຄອງການແຈ້ງພາສີ ເປັນຜູ້ພິຈາລະນາ ຮັບຮອງການແຈ້ງໃນລະບົບອາຊິກູດາ.

          ກໍລະນີ ເຈົ້າຫນ້າທີ່ພາສີ ຕ້ອງການໃຫ້ຜູ້ແຈ້ງພາສີ ສົ່ງຂໍ້ມູນ ແລະ/ຫຼື ເອກະສານເພີ່ມເຕີມ ຕ້ອງແຈ້ງໃຫ້ ຜູ້ແຈ້ງພາສີ ຜ່ານລະບົບເອເລັກໂຕຣນິກ ເຊັ່ນ: message box, e-mail ແລະ ອື່ນໆ. ຜູ້ແຈ້ງຕ້ອງ ດໍາ ເນີນການເຂົ້າສູ່ລະບົບ NSWA+ ເພື່ອອັບໂຫຼດເອກະສານເພີ່ມເຕີມ ແລະ ສົ່ງໃຫ້ເຈົ້າຫນ້າທີ່ພາສີຜ່ານ ລະບົບດັ່ງກ່າວ.

          ກໍລະນີ ເຈົ້າຫນ້າທີ່ພາສີ ກວດກາພົບເຫັນຂໍ້ມູນ, ເອກະສານແຈ້ງພາສີ ແລະ/ຫຼື ສິນຄ້າຕົວຈິງ ບໍ່ ຖືກຕ້ອງ ໃຫ້ບັນທຶກຜົນການກວດກາໃນ Inspection Act ແລ້ວດໍາເນີນມາດຕະການຕາມກົດຫມາຍວ່າ ດ້ວຍພາສີ ແລະ ກົດຫມາຍອື່ນທີ່ກ່ຽວຂ້ອງ.

5.6 ການຮັບຮອງການແຈ້ງພາສີ (declaration assessment)

          ພາຍຫຼັງ ສໍາເລັດການກວດກາການແຈ້ງພາສີຕາມການບໍລິຫານຄວາມສ່ຽງແລ້ວ, ໃຫ້ຫົວຫນ້າ ຫຼື ຮອງຫົວ ຫນ້າລັດຖະການພາສີບ່ອນແຈ້ງພາສີ ດໍາເນີນການຮັບຮອງການແຈ້ງພາສີ ໂດຍນໍາໃຊ້ລາຍເຊັນເອເລັກໂຕຣນິກ ຜ່ານ Application ຂອງລະບົບ FinLink.

5.7 ການດັດແກ້ຂໍ້ມູນການແຈ້ງພາສີເປັນລາຍລະອຽດ

          ຫຼັງຈາກລົງທະບຽນການແຈ້ງພາສີໃນລະບົບ NSWA*, ຖ້າຜູ້ແຈ້ງພາສີ ເຫັນວ່າມີບາງຂໍ້ມູນການແຈ້ງ ພາສີບໍ່ຖືກຕ້ອງ ແລະ ເຈົ້າຫນ້າທີ່ພາສີ ຍັງບໍ່ທັນດໍາເນີນການກວດກາຂໍ້ມູນ ແລະ ເອກະສານແຈ້ງພາສີໃຫ້ຜູ້ແຈ້ງ ພາສີ ດໍາເນີນສະເຫນີແກ້ຜ່ານໂມດຸນການແຈ້ງພາສີ ໃນລະບົບ NSWA+ . ກໍລະນີ, ເຈົ້າຫນ້າທີ່ພາສີ ດໍາເນີນຂັ້ນ ຕອນການກວດກາ ຂໍ້ມູນ, ເອກະສານ ແລະ/ຫຼື ສິນຄ້າຕົວຈິງ ແລ້ວ, ຜູ້ແຈ້ງພາສີ ບໍ່ສາມາດສະເຫນີຂໍດັດແກ້ຂໍ້ມູນ ການແຈ້ງພາສີໄດ້.

          ຫຼັງຈາກ ເຈົ້າຫນ້າທີ່ພາສີກວດກາ ຂໍ້ມູນ, ເອກະສານແຈ້ງພາສີ ແລະ/ຫຼື ກໍລະນີ ຜົນການກວດກາພົບວ່າຂໍ້ ມູນການແຈ້ງພາສີບໍ່ຖືກຕ້ອງ ໃຫ້ປະຕິບັດມາດຕະການຕາມກົດຫມາຍ ຈຶ່ງດັດແກ້ຂໍ້ມູນການແຈ້ງພາສີໃຫ້ ຖືກຕ້ອງ ແລະ ຮັບຮອງການແຈ້ງພາສີ.

5.8 ການຍົກເລີກການແຈ້ງພາສີເປັນລາຍລະອຽດ

          ຜູ້ແຈ້ງພາສີ ສາມາດແຈ້ງການພາສີເປັນລາຍລະອຽດກ່ອນສິນຄ້າມາເຖິງ ພາຍໃນເວລາ ເຈັດ(7) ວັນ ລັດຖະການຕາມມາດຕາ 31 ຂອງກົດຫມາຍວ່າດ້ວຍພາສີ. ພາຍຫຼັງລົງທະບຽນການແຈ້ງພາສີແລ້ວ ແຕ່ສິນຄ້າຕົວ ຈິງບໍ່ມາເຖິງດ່ານພາສີຊາຍແດນ ເນື່ອງຈາກເຫດຜົນໃດຫນຶ່ງ ເຊັ່ນ: ເກີດອຸປະຕິເຫດເວລາຂົນສົ່ງ, ມີການຍົກເລີກ ສັນຍາຊື້-ຂາຍ ແລະ ອື່ນໆ, ຜູ້ແຈ້ງພາສີ ຕ້ອງນໍາເອກະສານຫຼັກຖານມາແຈ້ງຕໍ່ເຈົ້າຫນ້າທີ່ພາສີ ເພື່ອພິຈາລະນາ ຍົກເລີກການແຈ້ງພາສີ ດັ່ງກ່າວ.

          ກໍລະນີ ຜູ້ແຈ້ງພາສີລົງທະບຽນການແຈ້ງພາສີແລ້ວ ແຕ່ບໍ່ດໍາເນີນການແຈ້ງພາສີຈົນສໍາເລັດຕາມລະບຽບ ການ ແລະ ບໍ່ຍົກເລີກການແຈ້ງພາສີດັ່ງກ່າວ ຈະຖືກປະຕິບັດມາດຕະການຕາມກົດຫມາຍ.

5.9 ການຊໍາລະຄ່າພາສີ

          ຜູ້ແຈ້ງພາສີ ຕ້ອງຊໍາລະຄ່າພາສີ ແລະ ພັນທະອື່ນ ຜ່ານລະບົບບໍລິການຊໍາລະຂອງທະນາຄານ ເຊັ່ນ: iBank, BCEL One, SmartTax ແລະ ອື່ນໆ ທີ່ເຊື່ອມໂຍງກັບໂມດູນຊໍາລະເອເລັກໂຕຣນິກ ຂອງລະບົບ

NSWA+.

5.10 ການຄວບຄຸມການນໍາສິນຄ້າອອກຈາກດ່ານ ຫຼື ສາງ

          ຜູ້ແຈ້ງພາສີ ຕ້ອງນໍາໃຊ້ລະບົບການຊໍາລະຜ່ານທະນາຄານ ແລະ application ເຊື່ອມໂຍງການຮັບຮອງ ການຊໍາລະຄ່າພາສີ ແລະ ພັນທະອື່ນ ແຈ້ງຕໍ່ເຈົ້າຫນ້າທີ່ພາສີ ເພື່ອຂໍນໍາສິນຄ້າອອກຈາກດ່ານ/ສາງ. ເຈົ້າຫນ້າທີ່ພາສີນໍາໃຊ້ລະບົບ NSWA* ເຂົ້າໃນການກວດກາສະຖານະພາບການຮັບຮອງການແຈ້ງພາສີ, ການຊໍາລະຄ່າພາສີ, ບັນທຶກຂໍ້ມູນລົດບັນທຸກສິນຄ້າ ແລະ ຢັ້ງຢືນການນໍາສິນຄ້າອອກດ່ານ/ສາງ.

 

6. ການແກ້ໄຂກໍລະນີລະບົບຂັດຂ້ອງດ້ານເຕັກນິກ

          ໃນກໍລະນີລະບົບ NSWA* ແລະ ລະບົບ ASYCUDA ເກີດບັນຫາຂັດຂ້ອງທາງດ້ານເຕັກນິກ ແລະ ບໍ່ ສາມາດນໍາໃຊ້ໄດ້ພາຍໃນເວລາ 2 ຊົ່ວໂມງ ແມ່ນອານຸຍາດໃຫ້ນໍາໃຊ້ການແຈ້ງພາສີໂດຍສັງເຂບ ແລະ ແຈ້ງພາສີ ເປັນລາຍລະອຽດ ແບບທົ່ວໄປ ດັ່ງນີ້:

6.1 ການແຈ້ງພາສີໂດຍສັງເຂບແບບທົ່ວໄປ

          ຜູ້ຂົນສົ່ງ, ຜູ້ແຈ້ງພາສີ ຫຼື ຕົວແທນ ຕ້ອງປະກອບຂໍ້ມູນໃສ່ແບບພິມໃບແຈ້ງພາສີໂດຍສັງເຂບ ຕາມແບບພີມ ທີ່ລັດຖະການພາສີກໍານົດ. ກົມພາສີ ເປັນຜູ້ກໍານົດຮູບແບບຂອງແບບພິມໃບແຈ້ງພາສີໂດຍສັງເຂບ ແລະ ອັບ ໂຫຼດເປັນເອກະສານເອເລັກໂຕຣນິກເຂົ້າໃສ່ເວັບໄຊ້ຂອງກົມພາສີ. ຜູ້ຂົນສົ່ງ, ຜູ້ແຈ້ງພາສີ ຫຼື ຕົວແທນ ສາມາດ ດາວໂຫຼດ ແລະ ນໍາໃຊ້ແບບພິມໃບແຈ້ງພາສີໂດຍສັງເຂບ ໂດຍບໍ່ເສຍຄ່າ.

          ພາຍຫຼັງສໍາເລັດການປະກອບຂໍ້ມູນໃສ່ໃບແຈ້ງພາສີໂດຍສັງເຂບ, ຜູ້ແຈ້ງພາສີໂດຍສັງເຂບ ຕ້ອງເຊັນຢັ້ງຢືນ ຄວາມຖືກຕ້ອງ ພ້ອມທັງ ຄັດຕິດໃບຂົນສົ່ງສິນຄ້າ(Manifest) ແລ້ວຍື່ນໃຫ້ເຈົ້າຫນ້າທີ່ພາສີດໍາເນີນການກວດກາ.

          ເຈົ້າຫນ້າທີ່ພາສີ ທີ່ຮັບຜິດຊອບກວດກາການແຈ້ງພາສີໂດຍສັງເຂບ ຕ້ອງກວດກາຄວາມຖືກຕ້ອງສອດຄ່ອງ ຂອງໃບແຈ້ງພາສີໂດຍສັງເຂບ ແລະ ໃບຂົນສົ່ງສິນຄ້າ. ຈາກນັ້ນ, ໃຫ້ກວດກາສະພາບລວມຂອງພາຫະນະ ບັນທຸກສິນຄ້າ. ຖ້າພົບເຫັນສິ່ງຕ້ອງສົງໄສ ຕ້ອງລາຍງານຕໍ່ຫົວຫນ້າດ່ານຊາຍແດນ ເພື່ອດໍາເນີນການກວດກາ

ລະອຽດ.

          ກໍລະນີ ການແຈ້ງພາສີໂດຍສັງເຂບຖືກຕ້ອງ ແມ່ນອະນຸຍາດໃຫ້ເຄື່ອນຍ້າຍສິນຄ້າໄປຫາສະຖານທີ່ຂົນ ສິນຄ້າລົງຕາມທີ່ໄດ້ກໍານົດໄວ້ໃນໃບຂົນສົ່ງສິນຄ້າ ເພື່ອດໍາເນີນການແຈ້ງພາສີເປັນລາຍລະອຽດ.

          ຜູ້ແຈ້ງພາສີຕ້ອງລະບຸເລກທີຂອງໃບແຈ້ງພາສີໂດຍສັງເຂບໃສ່ຫ້ອງ ອກ ຂອງໃບແຈ້ງພາສີເປັນລາຍລະອຽດ ພ້ອມທັງຄັດຕິດເອກະສານແຈ້ງພາສີໂດຍສັງເຂບເພື່ອການກວດກາຂອງເຈົ້າຫນ້າທີ່ພາສີ.

          ພາຍຫຼັງລະບົບເອເລັກໂຕຣນິກ ສາມາດນໍາໃຊ້ໄດ້ປົກກະຕິ, ຜູ້ແຈ້ງພາສີ ຕ້ອງດໍາເນີນຂັ້ນຕອນການແຈ້ງ

ພາສີໂດຍສັງເຂບຜ່ານລະບົບເອເລັກໂຕຣນິກຕາມຂັ້ນຕອນຢ່າງຖືກຕ້ອງ.

6.2 ການແຈ້ງພາສີເປັນລາຍລະອຽດແບບທົ່ວໄປ

          ຜູ້ແຈ້ງພາສີ ຕ້ອງປະກອບຂໍ້ມູນໃສ່ແບບພິມໃບແຈ້ງພາສີເປັນລາຍລະອຽດ ຕາມແບບພີມທີ່ລັດຖະການພາສີ ກໍານົດ. ກົມພາສີ ເປັນຜູ້ກໍານົດຮູບແບບຂອງແບບພິມໃບແຈ້ງພາສີເປັນລາຍລະອຽດ ແລະ ອັບໂຫຼດເປັນ ເອກະສານເອເລັກໂຕຣນິກເຂົ້າໃສ່ເວັບໄຊ້ຂອງກົມພາສີ. ຜູ້ແຈ້ງພາສີ ສາມາດດາວໂຫຼດ ແລະ ນໍາໃຊ້ແບບພິມໃບ ແຈ້ງພາສີເປັນລາຍລະອຽດ ໂດຍບໍ່ເສຍຄ່າ.

          ພາຍຫຼັງສໍາເລັດການປະກອບຂໍ້ມູນໃສ່ໃບແຈ້ງພາສີເປັນລາຍລະອຽດ, ຜູ້ແຈ້ງພາສີ ຕ້ອງເຊັນ ແລະ ປະທັບຕາ ເພື່ອຢັ້ງຢືນຄວາມຖືກຕ້ອງ ພ້ອມທັງ ຄັດຕິດບັນດາເອກະສານປະກອບການແຈ້ງພາສີ ແລ້ວຍື່ນໃຫ້ເຈົ້າຫນ້າທີ

ພາສີດໍາເນີນການກວດກາ.

          ໃຫ້ເຈົ້າຫນ້າທີ່ພາສີ ກວດກາເອກະສານແຈ້ງພາສີ ແລະ ກວດກາສິນຄ້າຕົວຈິງ, ຖ້າເຫັນວ່າຖືກຕ້ອງ ໃຫ້ ບັນທຶກຜົນການກວດກາໃສ່ເອກະສານແຈ້ງພາສີ ແລະ ເຮັດສັນຍາຄໍ້າປະກັນນໍາສິນຄ້າອອກຈາກດ່ານ.

ໃຫ້ຜູ້ແຈ້ງພາສີ ຄໍ້າປະກັນຄ່າ ຕາມມາດຕາ 41 ຂອງກົດຫມາຍວ່າດ້ວຍພາສີ ແລະ ເຊັນສັນຍາຄໍ້າປະກັນນໍາ

ສິນຄ້າອອກຈາກດ່ານກ່ອນ.

          ພາຍຫຼັງລະບົບເອເລັກໂຕຣນິກ ສາມາດນໍາໃຊ້ໄດ້ປົກກະຕິ, ຜູ້ແຈ້ງພາສີ ຕ້ອງດໍາເນີນຂັ້ນຕອນການແຈ້ງພາສີ ເປັນລາຍລະອຽດຜ່ານລະບົບເອເລັກໂຕຣນິກຕາມຂັ້ນຕອນຢ່າງຖືກຕ້ອງ ແລະ ສະສາງການຄໍ້າປະກັນນໍາສິນຄ້າ

ອອກຈາກດ່ານ.

 

7. ການຈັດຕັ້ງປະຕິບັດ

          ມອບໃຫ້ກົມພາສີ ຈັດຕັ້ງເຜີຍແຜ່ຄໍາແນະນໍາສະບັບນີ້ ໃຫ້ເຈົ້າຫນ້າທີ່ພາສີ, ຂະແຫນງການກ່ຽວຂ້ອງ ແລະ ຜູ້ປະກອບການຮັບຊາບຢ່າງທົ່ວເຖິງ ແລະ ໃຫ້ເລີ່ມທົດລອງປະຕິບັດ ນັບແຕ່ວັນທີ 01 ຕຸລາ 2022 ເປັນຕົ້ນໄປ.

          ໃຫ້ກົມພາສີ ອອກຄໍາແນະນໍາເພີ່ມເຕີມ ບາງຈຸດໃຫ້ຈະແຈ້ງຂຶ້ນຕື່ມ ເພື່ອຮັບປະກັນການຈັດຕັ້ງປະຕິບັດ ຢ່າງເປັນເອກະພາບ ແລະ ມີປະສິດທິຜົນ.

          ຄໍາແນະນໍາສະບັບນີ້ ມີຜົນສັກສິດນັບວັນທີ 01 ຕຸລາ 2022 ເປັນຕົ້ນໄປ. ເນື້ອໃນຂອງຄໍາແນະນໍາ ຫຼື ແຈ້ງ ການແນະນໍາ ໄດ້ກໍານົດອອກໄລຍະຜ່ານມາ ຊຶ່ງຂັດກັບເນື້ອໃນຂອງຄໍາແນະນໍາສະບັບນີ້ ລ້ວນແຕ່ຖືກລົບລ້າງ.

 

 

ລັດຖະມົນຕີ

ບຸນໂຈມ ອຸບົນປະເສີດ

 

# ຫົວຂໍ້ ດາວໂຫຼດ
1 Instruction on the National Single Window and ASYCUDA plus with other applications (NSWA+), No. 3011/MOF, date 27 September 2022. PDF
2 ຄໍາແນະນໍາ ກ່ຽວກັບການແຈ້ງພາສີດ້ວຍລະບົບເອເລັກໂຕຣນິກ NSWA+, ເລກທີ 3011/ກງ, ລົງວັນທີ 27 ກັນຍາ 2022. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.