ໃນລະຫວ່າງວັນທີ 29 - 30 ພະຈິກ 2022 ທີ່ ໂຮງແຮມ ຊະນະແກ້ວບູຕິກ ຫຼວງພະບາງ, ນະຄອນ ຫຼວງພະບາງ, ແຂວງຫຼວງພະບາງ ກົມການນຳເຂົ້າ ແລະ ສົ່ງອອກ (ກົມ ຂອ) ໄດ້ຈັດຝຶກອົບຮົມພາຍໃຕ້ຫົວຂໍ້ ‘ລະບຽບແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິທິພິເສດທາງການຄ້າ’. ກອງປະຊຸມຝຶກອົບຮົມໃນຄັ້ງນີ້ໄດ້ດໍາເນີນພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ພຸດສະຫວັນ ຂຸນຈັນທະ, ຮອງຫົວໜ້າ ກົມ ຂອ, ກະຊວງອຸດສາຫະກຳ ແລະ ການຄ້າ (ກະຊວງ ອຄ) ແລະ ທ່ານ ຄຳຕັນ ສົມພັນວິໄລ, ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງຫຼວງະບາງ ໂດຍມີຜູ້ເຂົ້າຮ່ວມທັງໝົດ ຈຳນວນ 63 ທ່ານ, ຊຶ່ງໄດ້ຮັບການສະ​ໜັບ​ສະໜູນງົບປະມານຈາກ ໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ ຫຼື USAID.

ເພື່ອເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ເຈົ້າໜ້າທີ່ລັດ ແລະ ຜູ້ປະກອບການສົ່ງອອກ ຢູ່ 07 ແຂວງພາກເໜືອ (ແຂວງຫຼວງພະບາງ, ຜົ້ງສາລີ, ຫຼວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫົວພັນ ແລະ ໄຊຍະບູລີ) ກ່ຽວກັບ ການຈັດຕັ້ງປະຕິບັດລະບຽບແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດທາງການຄ້າ ໂດຍສະເພາະແມ່ນລະບຽບແຫຼ່ງກຳເນີດສິນຄ້າໃນຂອບສັນຍາການຮ່ວມມືເສດຖະກິດແບບຮອບດ້ານໃນລະດັບພາກພື້ນ (RCEP) ທີ່​ຫາກໍ່ມີຜົນບັງຄັບໃຊ້ໃນຕົ້ນປີນີ້ ເພື່ອໃຫ້ມີຄວາມເຂົ້າໃຈ ແລະ ສາມາດຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ເພື່ອຍາດແຍ່ງເອົາຜົນປະໂຫຍດຈາກຂອບສັນຍາດັ່ງກ່າວ ໃຫ້ໄດ້ຫຼາຍເທົ່າທີ່ຈະຫຼາຍໄດ້.

ສັນຍາຄູ່ຮ່ວມມືເສດຖະກິດແບບຮອບດ້ານລະ​ດັບພາກພື້ນ (RCEP) ແມ່ນສັນຍ​າການຄ້າເສລີ ທີ່ມີຂະໜາດໃຫຍ່ທີ່ສຸດໃນໂລກ ປະກອບມີ 15 ປະເທດສະມາຊິກ ໄດ້ແກ່ 10 ປະເທດສະມາຊິກອາຊຽນ ແລະ 5 ປະເທດຄູ່ຮ່ວມເຈລະຈາຂອງອາຊຽນ ຄື: ສປ ຈີນ, ຍີ່ປຸ່ນ, ສ. ເກົາຫຼີ, ອົດສະຕາລີ ແລະ ນິວຊີແລນ ໂດຍກວມເອົາອັດຕາສ່ວນທາງດ້ານ ຕະຫຼາດ, ມູນຄ່າການຄ້າ, ມູນຄ່າການລົງທຶນ ແລະ ມູນຄ່າ GDP ເກືອບ 30% ຂອງໂລກ ພ້ອມທັງເປັນສັນຍາທີ່ເນັ້ນໃຫ້ມີຄວາມທັນສະໄໝ, ຄອບຄຸມບັນຫາກວ້າງຂວາງ, ມີຄຸນນະພາບສູງ ແລະ ສາມາດເອື້ອຜົນປະໂຫຍດຮ່ວມກັນໃນການເປັນຄູ່ຮ່ວມທາງດ້ານເສດຖະກິດ ລະຫວ່າງ ອາຊຽນ ແລະ ປະເທດຄູ່ເຈລະຈາຂອງອາຊຽນ ໂດຍການ​​ຂະຫຍາຍ ແລະ ລົງເລິກການເປີດເສລີທາງດ້ານການຄ້າ, ການບໍລິການ ແລະ ການລົງທຶນ ໃນພາກພື້ນ RCEP ໃຫ້ຫຼາຍກວ່າສັນຍາເຂດການຄ້າເສລີອາຊຽນ+1.

ວຽກງານສິດທິພິເສດທາງດ້ານການຄ້າ ກໍ່ຄືວຽກງານແຫຼ່ງກຳເນີດສິນຄ້າ ແມ່ນເປັນວຽກງານບູລິມະສິດ​ໜຶ່ງຂອງ​ວຽກ​ງານ​ການ​ນຳ​ເຂົ້າ ແລະ ສົ່ງ​ອອກ ຊຶ່ງໄດ້ບັນຈຸເຂົ້າໃນວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເນື່ອງຈາກຈະເປັນໂຕກະຕຸ້ນທີ່ສຳຄັນໃນການເພີ່ມທະວີການຜະລິດສິນຄ້າເພື່ອສົ່ງອອກ ເພາະການສົ່ງອອກພາຍໃຕ້ລະບົບສິດທິພິເສດທາງດ້ານການຄ້າ ແມ່ນຈະໄດ້ຮັບການຍົກເວັ້ນ ຫຼື ຫຼຸດຜ່ອນອັດຕາພາສີ, ຊຶ່ງປະຈຸບັນ ສປປ ລາວ ຂອງພວກເຮົາ ແມ່ນໄດ້ຮັບນະໂຍບາຍທາງດ້ານອັດຕາພາສີ ພາຍໃຕ້ລະບອບສິດທິພິເສດທາງດ້ານການຄ້າແບບທົ່ວໄປ (GSP) ແລະ ພາຍໃຕ້ສັນຍາການຄ້າເສລີ (FTA). ໂດຍສິນຄ້າຂອງລາວທີ່ຜະລິດໄດ້ຕາມເງື່ອນໄຂລະບຽບແຫຼ່ງກຳເນີດສິນຄ້າສົ່ງອອກໄປຍັງບັນດາປະເທດເຫຼົ່ານີ້ ແມ່ນຈະໄດ້ຮັບການຍົກເວັ້ນພາສີເກືອບທັງໝົດ ໂດຍສະເພາະແມ່ນການສົ່ງອອກໄປກຸ່ມປະເທດສະຫະພາບເອີຣົບ ຫຼື EU ແມ່ນຈະໄດ້ຮັບການຍົກເວັ້ນພາສີ ແລະ ບໍ່ຈໍາກັດໂກຕ້າສໍາລັບທຸກປະເພດສິນຄ້າ ຍົກເວັ້ນອາວຸດສົງຄາມເທົ່ານັ້ນ, ແລະ ຫຼ້າສຸດ ສປ ຈີນ ກໍ່ໄດ້ປະກາດຍົກລະດັບການໃຫ້ສິດທິພິເສດທາງດ້ານການຄ້າແບບຝ່າຍດຽວ ທີ່ໃຫ້ແກ່ບັນດາປະເທດດ້ອຍພັດທະນາ ລວມທັງ ສປປ ລາວ ຈາກ GSP 97% ເພີ່ມເປັນ GSP 98%.

ສຳລັບທ່ານທີ່ມີຄວາມສົນໃຈກ່ຽວກັບວຽກງານແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດທາງການ​ຄ້າ ສາມາດສອບຖາມລາຍລະອຽດ ໄດ້ທີ່ ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ຕາມເບີໂທ: 021 450255 ຫຼື ເຂົ້າເບິ່ງໃນເວັບໄຊ: www.laotradeportal.gov.la/www. ecolao.gov.la

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.