ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ກະຊວງການເງິນ

ເລກທີ 3009/ກງ

ນະຄອນຫຼວງວຽງຈັນ,ວັນທີ 27 ກັນຍາ 2022

 

ຂໍ້ຕົກລົງ

ວ່າດ້ວຍການນຳໃຊ້ລະບົບເອເລັກໂຕຣນິກ NSWAເຂົ້າໃນຄຸ້ມຄອງການແຈ້ງພາສີ

ອີງຕາມ ກົດໝາຍວ່າດ້ວຍພາສີ ສະບັບເລກທີ 81/ສພຊ, ລົງວັນທີ 29 ມິຖຸນາ 2022;

- ອີງຕາມ ກົດໝາຍວ່າດ້ວຍທຸລະກຳເອເລັກໂຕຣນິກ ສະບັບເລກທີ 20/ສພຊ,ລົງວັນທີ 07 ທັນວາ 2012;

- ອີງຕາມ ກົດໝາຍວ່າດ້ວຍລາຍເຊັນເອເລັກໂຕຣນິກ ສະບັບເລກທີ 59/ສພຊ, 12 ທັນວາ 2018;

-  ອີງຕາມ ດຳລັດນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງການເງິນ ສະບັບ ເລກທີ 600/ນຍ, ລົງວັນທີ 14 ຕຸລາ 2021.

ລັດຖະມົນຕີກະຊວງການເງິນ ອອກຂໍ້ຕົກລົງ:

ມາດຕາ 1 ໃຫ້ ບຸກຄົນ, ຕິນິບຸກຄົນ ແລະ ການຈັດຕັ້ງ ທີ່ດຳເນີນການນຳເຂົ້າ ແລະ ສົ່ງອອກສິນຄ້າ, ເຄື່ອງຂອງ ຕ້ອງສະ ເໜີຕໍ່ກົມພາສີ ເພື່ອລົງທະບຽນເປັນຜູ້ແຈ້ງພາສີ (ຜູ້ແຈ້ງພາສີທົ່ວໄປ ແລະ ຜູ້ບໍລິການແຈ້ງພາສີ) ຈຶ່ງສາມາດ ນຳໃຊ້ລະບົບເອເລັກໂຕຣນິກເຂົ້າໃນການແຈ້ງພາສີ. ຜູ້ແຈ້ງພາສີຕ້ອງນຳໃຊ້ລະບົບແຈ້ງພາສີປະຕູດຽວ (LNSW) ທີ່ເຊື່ອມໂຍງເຂົ້າກັບລະບົບແຈ້ງພາສີເອກະເອເລັກໂຕຣນິກ (ASYCUDA) ຊຶ່ງເອີ້ນວ່າ ລະບົບ NSWA* ເຂົ້າໃນການແຈ້ງພາສີໂດຍສັງເຂບ ແລະ ແຈ້ງພາສີເປັນລາຍອຽດ ເພື່ອຍົກສູງປະສິດທິພາບ ແລະ ປະສິດທິຜົນຂອງການຄຸ້ມຄອງການແຈ້ງພາສີ ແນໃສ່ຮັບປະກັນການຄວບຄຸມກວດກາຢ່າງຮັດກຸມ ແລະ ຈັດ ເກັບລາຍຮັບເຂົ້າງົບປະມານ ໄດ້ຢ່າງໂປ່ງໃສ, ຖືກຕ້ອງ ແລະ ຄົບຖ້ວນ ສອດຄ່ອງກັບກົດໝາຍ ແລະ ລະບຽບການ.

ມາດຕາ 2 ຮັບຮອງເອົາຂໍ້ມູນ ແລະ ເອກະສານ ແບບເອເລັກໂຕຣນິກ ທີ່ຜູ້ແຈ້ງພາສີປ້ອນເຂົ້າ ແລະ ລົງທະບຽນໃນ ລະບົບ NSWA* ມີຄຸນຄ່າທາງກົດໝາຍທຽບເທົ່າກັບເອກະສານເປັນເຈ້ຍ ຕາມກົດໝາຍວ່າດ້ວຍດ້ວຍ ທຸລະກຳເອເລັກໂຕຣນິກ ສະບັບເລກທີ 20/ສພຊ, ລົງວັນທີ 07 ທັນວາ 2012.

ມາດຕາ 3 ຮັບຮອງເອົາລາຍເຊັນເອເລັກໂຕຣນິກ ຂອງຜູ້ແຈ້ງພາສີ ແລະ ເຈົ້າໜ້າທີ່ພາສີ ທີ່ນໍາໃຊ້ເຂົ້າໃນການຢັ້ງຢືນ ຄວາມຖືກຕ້ອງຂອງຂໍ້ມູນ ແລະ ເອກະສານແຈ້ງພາສີ ແບບເອເລັກໂຕຣນິກ ຊຶ່ງລາຍເຊັນເອເລັກໂຕຣນິກ ທີ່ ລົງທະບຽນຢ່າງຖືກຕ້ອງ ມີຄຸນຄ່າທາງກົດໝາຍທຽບເທົ່າລາຍເຊັນ ແລະ ຕາປະທັບ ຂອງຜູ້ແຈ້ງພາສີ ແລະ ເຈົ້າໜ້າທີ່ພາສີ ຕາມກົດໝາຍວ່າດ້ວຍລາຍເຊັນເອເລັກໂຕຣນິກ ສະບັບເລກທີ 59/ສພຊ, 12 ທັນວາ 2018.

ມາດຕາ 4 ໃຫ້ຢຸດຕິການນຳໃຊ້ແບບພີມເອກະສານແຈ້ງພາສີທີ່ເປັນເຈ້ຍ ແລະ ຫັນໄປນຳໃຊ້ລະບົບເອເລັກໂຕຣນິກເຂົ້າ ໃນຂັ້ນຕອນການແຈ້ງພາສີທັງໝົດ.

ມາດຕາ 5 ໃຫ້ຜູ້ແຈ້ງພາສີ ແລະ ເຈົ້າໜ້າທີ່ພາສີ ເກັບຮັກສາຂໍ້ມູນ ແລະ ເອກະສານແຈ້ງພາສີ ໃນຮູບແບບເອເລັກໂຕຣ ນິກ ເພື່ອເປັນຫຼັກຖານສໍາລັບການກວດສອບຄືນ ຫຼື ການກວດກາ ຫຼັງການແຈ້ງພາສີຕາມລະບຽບການ.

ມາດຕາ 6 ຜູ້ປະກອບການທີ່ພັດທະນາລະບົບເອເລັກໂຕຣນິກຮັບໃຊ້ການດໍາເນີນທຸລະກິດຂອງຕົນເອງ ເຊັ່ນ: ລະບົບ ສັ່ງຊື້ເອເລັກໂຕຣນິກ, ລະບົບຕິດຕາມການຂົນສົ່ງເອເລັກໂຕຣນິກ ຫຼື ລະບົບອື່ນໆ ທີ່ມີຂໍ້ມູນຄືກັນກັບຂໍ້ມູນ ການແຈ້ງພາສີ ແມ່ນສາມາດສະເໜີຕໍ່ກົມພາສີ ເພື່ອເຊື່ອມໂຍງ ແລະ ແລກປ່ຽນຂໍ້ມູນເອເລັກໂຕຣນິກໂດຍກົງ ແນ່ໃສ່ຫຼຸດຜ່ອນຂັ້ນຕອນການປ້ອນຂໍ້ມູນທີ່ຊໍ້າຊ້ອນ.

ມາດຕາ 7 ຜູ້ແຈ້ງພາສີ ທີ່ນໍາໃຊ້ລະບົບ NSWA+ ເຂົ້າໃນການແຈ້ງພາສີ ຕ້ອງຊຳລະຄ່າບໍລິການນຳໃຊ້ລະບົບແຈ້ງພາສີ ປະຕູດຽວ ແລະ ຄ່າບໍລິການນຳໃຊ້ລະບົບ ASYCUDA ຕາມອັດຕາທີ່ໄດ້ກຳນົດໃນ ລັດຖະບັນຍັດປະທານ ປະເທດ ວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ ສະບັບເລກທີ 002/ປປທ, ລົງວັນທີ 17 ມິຖຸນາ 2021.

ມາດຕາ 8 ໃຫ້ທົດລອງນຳໃຊ້ລະບົບ NSWA* ເຂົ້າໃນການຄຸ້ມຄອງການແຈ້ງພາສີ ໄລຍະ ສາມ (3) ເດືອນ ຢູ່ດ່ານ ພາສີສາກົນສິນຄ້າທ່າບຶກທ່ານາແລ້ງ, ຫຼັງຈາກນັ້ນ ໃຫ້ປະເມີນຜົນ ແລະ ລາຍງານຕໍ່ກະຊວງການເງິນ ເພື່ອ ພິຈາລະນາອະນຸມັດໃຫ້ຈັດຕັ້ງປະຕິບັດຢ່າງເປັນເອກະພາບໃນຂອບເຂດທົ່ວປະເທດ.

ມາດຕາ 9 ມອບໃຫ້ກົມພາສີ, ຜູ້ພັດທະນາລະບົບ NSWA* ແລະ ທຸກພາກສ່ວນກ່ຽວຂ້ອງຈົ່ງຮັບຊາບ ແລະ ພ້ອມກັນ ປະຕິບັດຂໍ້ຕົກລົງສະບັບນີ້ຢ່າງເຂັ້ມງວດ.

ມາດຕາ 10 ຂໍ້ຕົກລົງສະບັບນີ້ມີຜົນສັກສິດນໍາໃຊ້ນັບແຕ່ວັນທີ 01 ຕຸລາ 2022 ເປັນຕົ້ນໄປ.

 

ລັດຖະມົນຕີ

ບຸນໂຈມ ອຸບົນປະເສີດ

 

# ຫົວຂໍ້ ດາວໂຫຼດ
1 Decision on the National Single Window (NSWA+) in applying to the declaration, No. 3009/MOF, date 27 September 2022. PDF
2 ຂໍ້ຕົກລົງ ວ່າດ້ວຍການນໍາໃຊ້ລະບົບເອເລັກໂຕຣນິກ NSWA+ ເຂົ້າໃນຄຸ້ມຄອງການແຈ້ງພາສີ, ເລກທີ 3009/ກງ, ລົງວັນທີ 27 ກັນຍາ 2022. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.