ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ກະຊວງກະສິກໍາ ແລະ ປ່າໄມ້

ກົມປູກຝັງ

ເລກທີ 2604/ກປຝ

ນະຄອນຫຼວງວຽງຈັນ, ວັນທີ 20 ທັນວາ 2022

 

ຄໍາແນະນໍາ

ກ່ຽວກັບ ເງື່ອນໄຂດ້ານສຸຂານາໄມພືດ ສໍາລັບ ການສົ່ງອອກຫມາກໄມ້ສົດ

ຕະກຸນຫມາກກ້ຽງ ຈາກ ສປປ ລາວໄປ ສປ ຈີນ

 

  • ອີງຕາມ ກົດຫມາຍ ວ່າດ້ວຍການປ້ອງກັນພືດ ແລະ ການກັກກັນພືດ ສະບັບເລກທີ 13/ສພຊ, ລົງວັນທີ່ 15 ພະຈິກ 2016:
  • ອີງຕາມ ຂໍ້ຕົກລົງ ຂອງລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກົມປູກຝັງ ສະບັບ ເລກ

ທີ 0078/ກປ, ລົງວັນທີ 12 ມັງກອນ 2022;

ອີງຕາມ ອະນຸສັນຍາ ກ່ຽວກັບ ເງື່ອນໄຂສຸຂານາໄມພືດ ສໍາລັບ ການສົ່ງອອກ ຫມາກໄມ້ສົດຕະກຸນຫມາກກ້ຽງ

ຂອງ ສປປ ລາວ ໄປ ສປ ຈີນ, ລົງວັນທີ 05 ພະຈິກ 2021.

 

          ໃນໄລຍະຜ່ານມາ ລັດຖະບານ ໄດ້ມີນະໂຍບາຍສົ່ງເສີມການຜະລິດພືດເປັນສິນຄ້າ ເຮັດໃຫ້ມີການແລກ ປ່ຽນ ຄ້າຂາຍຜະລິດຕະພັນສິນຄ້າກະສິກໍາ ກັບພາກພື້ນ ແລະ ສາກົນ ນັບມື້ນັບເພີ່ມຂຶ້ນ. ໃນນັ້ນ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ລົງນາມໃນອະນຸສັນຍາ ຮ່ວມກັບ ອົງການບໍລິຫານພາສີ ແຫ່ງ ສປ ຈີນ ກ່ຽວກັບ ເງື່ອນໄຂດ້ານສຸຂານາໄມພືດ ສໍາລັບ ການສົ່ງອອກ ຫມາກໄມ້ສົດຕະກຸນຫມາກກ້ຽງ ຂອງ ສປປ ລາວ ໄປ ສປ ຈີນ ເຊິ່ງເຫັນວ່າໄດ້ມີການປູກ ຫມາກ ກ້ຽງ, ຫມາກພຸກ ແລະ ຫມາກນາວ ໃນຫຼາຍພື້ນທີ່ ສ້າງລາຍຮັບໃຫ້ປະຊາຊົນ ແລະ ປະກອບ ສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຂອງຊາດ ໄດ້ເປັນຢ່າງດີ. ແຕ່ການຊຸກຍູ້ສົ່ງເສີມດັ່ງກ່າວ ໃນຂອດຈັດຕັ້ງປະຕິບັດ ຍັງບໍ່ທັນ ສອດຄ່ອງກັບອະນຸສັນຍາ ເປັນຕົ້ນ ລະບົບການຜະລິດ, ລະບົບການຕິດຕາມ ແລະ ການຈັດການສັດຕູພືດໃນສວນປູກ, ຂັ້ນຕອນການບໍາບັດ, ການຈັດການຄວາມສະອາດ ໂຮງເຮືອນຫຸ້ມຫໍ່ບັນຈຸ ແລະ ການຈົດບັນທຶກ.

          ເພື່ອໃຫ້ການຄຸ້ມຄອງການຜະລິດ ແລະ ການສົ່ງອອກ ຫມາກໄມ້ສົດຕະກຸນຫມາກກ້ຽງ ຫັນເຂົ້າສູ່ລະບົບ, ມີ ຄວາມເປັນເອກະພາບ, ໂປ່ງໃສ ແລະ ສອດຄ່ອງກັບ ອະນຸສັນຍາ ກ່ຽວກັບ ຂໍ້ກໍານົດເງື່ອນໄຂດ້ານສຸຂານາໄມພືດ ສໍາ ລັບການສົ່ງອອກ ຈາກ ສປປ ລາວ ໄປ ສປ ຈີນ ພ້ອມທັງ ກົດຫມາຍ, ລະບຽບການ ແລະ ສົນທິສັນຍາ ວ່າດ້ວຍ ການ ປ້ອງກັນພືດສາກົນ ທີ່ ສປປ ລາວ ແລະ ສປ ຈີນ ເປັນພາຄີ ນັ້ນ;

ກົມປູກຝັງ ອອກຄໍາແນະນໍາ:

I. ຈຸດປະສົງ ແລະ ເປົ້າຫມາຍ

  • ເພື່ອປະຕິບັດຕາມ ອະນຸສັນຍາ ກ່ຽວກັບ ຂໍ້ກໍານົດເງື່ອນໄຂສຸຂານາໄມພືດ ສໍາລັບ ການສົ່ງອອກຫມາກໄມ້ສົດ ຕະກຸນຫມາກກ້ຽງ ຈາກ ສປປ ລາວ ໄປ ສປ ຈີນ;
  • ເພື່ອກໍານົດ ຂັ້ນຕອນ ແລະ ວິທີການປະຕິບັດເງື່ອນໄຂດ້ານສຸຂານາໄມພືດ ສໍາລັບການສົ່ງອອກ ໃຫ້ມີຄວາມ ເປັນເອກະພາບ ໃນຂອບເຂດທົ່ວປະເທດ.

 

II. ເງື່ອນໄຂດ້ານສຸຂານາໄມພືດ ສໍາລັບ ການສົ່ງອອກຫມາກໄມ້ສົດຕະກຸນຫມາກກ້ຽງ ຈາກ ສປປ ລາວ ໄປ ສປ ຈີນ

1. ຫມາກໄມ້ສົດຕະກຸນຫມາກກ້ຽງ

ຫມາກໄມ້ສົດຕະກຸນຫມາກກ້ຽງ ທີ່ຈະສົ່ງອອກ ຈາກ ສປປ ລາວ ໄປ ສປ ຈີນ ພາຍໃຕ້ອານຸສັນຍາ ດ້ານສຸຂານາ ໄມພືດ ຕ້ອງເປັນຊະນິດພັນ ດັ່ງນີ້:

1.1. ຫມາກກ້ຽງເປືອກຫນາ ມີຊື່ວິທະຍາສາດ: Cry reticular, ຊື່ສາມັນພາສາອັງກິດ: mandarin, ຊື່ພາສາລາວ: ຫມາກກ້ຽງ.

1.2. ຫມາກພຸກ ມີຊື່ວິທະຍາສາດ: Cirris cocc, ຊື່ສາມັນພາສາອັງກິດ: pomelo, ຊື່ພາສາລາວ: ຫມາກພູກ, ຫມາກກ້ຽງໃຫຍ່ ຫຼື ຫມາກສົ້ມໂອ.

1.3. ຫມາກນາວເຫຼືອງ ມີຊື່ວິທະຍາສາດ: Citrus lion, ຊື່ສາມັນພາສາອັງກິດ: lemon, ຊື່ພາສາລາວ: ຫມາກນາວ.

 

2. ສັດຕູພືດກັກກັນ

          ຫມາກໄມ້ສົດຕະກຸນຫມາກກ້ຽງ ທີ່ຈະສົ່ງອອກ ຈາກ ສປປ ລາວ ໄປ ສປ ຈີນ ຕ້ອງບໍ່ຕິດແປດສັດຕູພືດກັກກັນ

ທີ່ ສປ ຈີນ ກໍານົດໄວ້ ດັ່ງລາຍລະອຽດຂອງເອກະສານຄັດຕິດນໍາຕົ້ນສະບັບຂອງຄໍາແນະນໍາສະບັບນີ້.

 

3. ການຈັດການສວນປູກ

ສວນປູກ ຫມາກກ້ຽງ, ຫມາກພຸກ ແລະ ຫມາກນາວ ທີ່ຈະສົ່ງເອກໄປ ສປ ຈີນ ຕ້ອງມີມາດຕະການເຝົ້າລະວັງ ເປັນມື້ເກັກກັນ ແລະ ມີການຈັດການສວນປະສົມປະສານ ດັ່ງນີ້:

1). ການຈັດການສວນປູກ ຕ້ອງປະຕິບັດຕາມ ເງື່ອນໄຂ ມາດຕະຖານກະສິກໍາH (CAP) ກ່ຽມກັບ ຄວາມ ປອດໄພຂອງຜົນຜະລິດ ຄື: ຂໍ້ກໍານົດກ່ຽວກັບ ປະຫວັດ ແລະ ການຈັດການພື້ນທີ່, ການນໍາໃຊ້ແນວພັນ ພືດ, ການນໍາໃຊ້ຝຸ່ນ ແລະ ການປັບປຸງດິນ, ການນໍາໃຊ້ນ້ໍາ, ການນໍາໃຊ້ສານເຄມື້, ເກັບກ່ຽວ ແລະ ການ ຈັດການ ຜົນຜະລິດ, ເຄຫາສະຖານ, ການທໍາຄວາມສະອາດ ແລະ ອານາໄມ, ການຄວບຄຸມສັດລ້ຽງ ແລະ ສັດຕູພືດ, ການອານາໄມສ່ວນບຸກຄົນ, ການຮັກສາຄຸນນະພາບຜົນຜະລິດ, ການເກັບຮັກສາ ແລະ ການຂົນສົ່ງ, ການກວດກາຢ້ອນຫຼັງ ແລະ ການຮຽກຄືນ, ການຝຶກອົບຮົມ, ການບັນທຶກເອກະສານ ແລະ ການທົບທວນຄືນ;

2) ການຈັດການສັດຕູພືດກັກກັນ ໃນສວນປູກ ຕ້ອງມີການຈັດການພຶດຕູພືດແບບປະສົມປະສານ (IPM) ເຊັ່ນ: ການໃຊ້ກັບດັກເຟລາໂມນ ແລະ ກາວເຫຼືອງ, ການອານາໄມສວນປູກ ແລະ ຮັກສາຄວາມສະອາດ, ການເກັບທໍາລາຍໝາກທີ່ລົ່ນຖີ້ມ, ການຕັດແຕ່ງກິ່ງງ່າ ແລະ ອານຸລັກແມງໄມ້ທີ່ເປັນປະໂຫຍດ, ຖ້າພົບ ເຫັນສັດຕູພືດ ຄວນນໍາໃຊ້ວິທີກາຍະພາບ ໂດຍການເກັບທໍາລາຍແມງໄມ້ສັດພຶດຖິ້ມ ແລະ ນໍາໃຊ້ວິທີການອື່ນທີ່ເໝາະສົມ;

3) ຜູ້ປະກອບການຕ້ອງມີການບັນທຶກລະອຽດ ກ່ຽວກັບ ການຕິດຕາມ ແລະ ການຈັດການສັດຕູພືດ ເຊັ່ນ: ຊື່ສານເຄມີ, ລະດູການນໍາໃຊ້, ການອອກລິດ, ປະລິມານນໍາໃຊ້, ຈໍານວນຄັ້ງນໍາໃຊ້ ແລະ ຂໍ້ມູນອື່ນໆທີ່ກ່ຽວຂ້ອງ. ການບັນທຶກເອກະສານຕ້ອງເກັບຮັກສາໄວ້ເປັນຢ່າງດີ ແລະ ໃຫ້ມີພ້ອມໃນເວລາກວດກາ ຂອງເຈົ້າໜ້າທີ່;

4. ສໍາລັບຫມາກພຸກ ຕ້ອງຫຸ້ມຫໍ່ໝາກໄວ້ຕະຫຼອດໄລຍະການຈະເລີນເຕີບໂຕ ໂດຍປະຕິບັດຕາມເຕັກນິກທີ່ ໄດ້ກໍານົດໄວ້ ໃນເອກະສານຊ້ອນທ້າຍ 1 ຂອງຄໍາແນະນໍາສະບັບນີ້;

5) ສະຖານທີ່ປະກອບການຜະລິດ ຕ້ອງມີມາດຕະການປ້ອງກັນ ແລະ ຄວບຄຸມການປິດແປດຂອງພະຍາດໂຄວິດ-19 ໃສ່ຜະລິດຕະພັນ ແລະ ຜູ້ປະຕິບັດຫນ້າທີ່.

 

4. ໂຮງເຮືອນ ຫຸ້ມຫໍ່ບັນຈຸ

ການຈັດການພາຍໃນໂຮງເຮືອນຜູ້ມຫໍ່ບັນຈຸ ຕ້ອງປະຕິບັດ ດັ່ງນີ້:

1) ການຫຸ້ມຫໍ່ບັນຈຸ ແລະ ຂະບວນການປຸງແຕ່ງ ຫມາກໄມ້ສົດຕະກຸນຫມາກກ້ຽງ ຕ້ອງຄັດເລືອກເອົາຫມາກທີ່ ສົມບູນ ປາສະຈາກ ຫາກເຫມົາ, ພະຍາດ, ແມງໄມ້, ໃບ ແລະ ຊິ້ນສ່ວນເສດເຫຼືອອື່ນ ອອກໃຫ້ຫມົດ;

2). ອານາໄມ ແລະ ເຄືອບເງົາເພື່ອກໍາຈັດ ໄຂ່, ເຊື້ອພະຍາດ, ເພ້ຍຫອຍ, ໄຮ, ແມງຫມີ່ຂາວ ທີ່ຢູ່ຕາມເປືອກຂອງຫມາກໄມ້, ພ້ອມທັງກໍາຈັດເຊື້ອພະຍາດ ດ້ວຍການນໍາໃຊ້ຢາຂ້າເຊື້ອຮາຫຼັງການເກັບກ່ຽວ;

3) ສໍາລັບຫມາກກ້ຽງ ແລະ ຫມາກນາວ ຕ້ອງຜ່ານການອົບອາຍເຢັນ ໃນໂຮງເຮືອນ ທີ່ໄດ້ຂຶ້ນທະບຽນຖືກຕ້ອງ ຕາມເງື່ອນໄຂ (ໃນເອກະສານຊ້ອນທ້າຍ 2) ຄື: ຫມາກກ້ຽງເປືອກຫນາ (Cirry relievilati) ກ່ອນສົ່ງ ອອກ ຕ້ອງຜ່ານການອົບອາຍເຢັນ ໂດຍນໍາໃຊ້ອຸນຫະພູມ 1.67°C ແລະ ຫມາກນາວເຫຼືອງ (Citrus limon) ໃຊ້ອຸນຫະພູມ 3 C ເປັນເວລາຕິດຕໍ່ກັນ ສິບແປດ ວັນ;

4) ວັດສະດຸຫຸ້ມຫໍ່ບັນຈຸຕ້ອງສະອາດ, ບໍ່ເຄີຍນໍາໃຊ້ມາກ່ອນ ແລະ ຕ້ອງສອດຄ່ອງກັບເງື່ອນໄຂດ້ານສຸຂານາໄມພືດທີ່ກ່ຽວຂ້ອງ ທີ່ ສປ ຈີນ ກໍານົດ;

5) ແຕ່ລະພາຊະນະຫຸ້ມຫໍ່ບັນຈຸ ຕ້ອງພິມ ຫຼື ຕິດສະຫຼາກ ຂະຫນາດຕົວອັກສອນທີ່ຈະແຈ້ງໃສ່ດ້ານຂ້າງ ແລະ ດ້ານເທິງ. ເນື້ອໃນສະຫຼາກຕ້ອງຂຽນເປັນພາສາອັງກິດ ໂດຍລະບຸແຈ້ງ ປະເທດສົ່ງອອກ ພ້ອມທັງລະບຸ ແຈ້ງຂໍ້ມູນ ຊື່ບໍລິສັດສົ່ງອອກ, ຊື່ແນວພັນ, ລະຫັດສວນປູກ, ລະຫັດໂຮງເຮືອນຫຸ້ມຫໍ່ ແລະ ວັນເດືອນປີ້ ຫຸ້ມຫໍ່ ຕາມຮູບແບບ ແລະ ຂະຫນາດ.

6) ພາຍຫຼັງຫຸ້ມຫໍ່ບັນຈຸຜົນຜະລິດສໍາເລັດ ໃຫ້ແຍກເກັບຮັກສາໄວ້ໃນສະຖານທີ່ສະອາດ ເພື່ອປ້ອງກັນການຕິດແປດຂອງສັດຕູພືດ ແລະ ການປົນເປື້ອນ;

7) ໃນກໍລະນີ ທີ່ນໍາໃຊ້ພາຊະນະຫຸ້ມຫໍ່ບັນຈຸເປັນໄມ້ ຕ້ອງອົບໄມ້ດ້ວຍຄວາມຮ້ອນ ໃນອຸນຫະພູມຕໍ່າສຸດ ຂອງແກນໄມ້ 55°C ແລະ ໃຊ້ເວລາໃນການອົບຕໍ່າສຸດ ສາມສິບ ນາທີ ຫຼື ຮົມດ້ວຍສານເຄມີ ເມັດທີ ໂບຼມມາຍ (Methyl brornide).

ຫມາຍເຫດ: ຜະລິດຕະພັນຫຸ້ມຫໍ່ທີ່ເຮັດດ້ວຍໄມ້ ທີ່ຜ່ານການຮົມຢາ ຕ້ອງຈໍ້າກາຢັ້ງຢືນ ທີ່ອອກໃຫ້ ໂດຍກົມປູກຝັງ. ຜູ້ດໍາເນີນການຮົມຢາ ຕ້ອງໄດ້ຂໍຂຶ້ນທະບຽນຈາກກົມປູກຝັງ ຕາມຂັ້ນຕອນ ແລະ ວິທີ ການທີ່ກໍານົດໄວ້ໃນ ຂໍ້ແນະນໍາເຕັກນິກ ຫຼັກການໃນການປະຕິບັດການໃນການຄວບຄຸມ ການນໍາໃຊ້ໄມ້ ເປັນວັດສະດຸຫຸ້ມຫໍ່ຜະລິດຕະພັນໃນການຄ້າສາກົນ ຂອງ ກົມປູກຝັງ ສະບັບເລກທີ 0053/ກປຝ, ລົງ ວັນທີ 23 ມັງກອນ 2006.

 

5. ການຂຶ້ນທະບຽນ

          ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງ ຂໍຂຶ້ນທະບຽນ ຫຼື ຂໍຕໍ່ໃບທະບຽນ ສວນປູກ, ໂຮງ ເຮືອນຫຸ້ມຫໍ່ບັນຈຸ ແລະ ໂຮງເຮືອນອົບອາຍເປັນ ແມ່ນປະຕິບັດຕາມລະບຽບການຂອງກະຊວງກະສິກໍາ ແລະ ປ່າໄມ້ທີ່ປະກາດໃຊ້ແຕ່ລະໄລຍະ ໂດຍຍື່ນຄໍາຮ້ອງເຖິງກົມປູກຝັງ ໃນເດືອນ ມັງກອນ ແລະ ມີຖຸນາ ຂອງທຸກປີ.

 

ຄໍາຮ້ອງຂໍຂຶ້ນທະບຽນ ປະກອບມີ:

1) ໃບຄໍາຮ້ອງ ຕາມແບບພິມທີ່ກົມປູກຝັງກໍານົດ;

2) ສໍາເນົາ ໃບອະນຸຍາດດໍາເນີນກິດຈະການກະສິກໍາ ແລະ ປ່າໄມ້;

3) ສໍາເນົາໃບຢັ້ງຢືນການມອບພັນທະອາກອນປະຈໍປີສຸດທ້າຍ;

4) ຄູ່ມືດໍາເນີນງານ ກ່ຽວກັບ ການຈັດການດ້ານສຸຂານາໄມ ແລະ ສຸຂານາໄມພືດ;

5) ໃບມອບສິດ ແລະ ສໍາເນົາບັດປະຈໍາຕົວຂອງຜູ້ຍື່ນເອກະສານ ໃນກໍລະນີ ໃຫ້ຜູ້ອື່ນຍື່ນຄໍາຮ້ອງແທນ.

 

          ອາຍຸຂອງໃບທະບຽນນໍາໃຊ້ໄດ້ ຫນຶ່ງ ປີ ແລະ ສາມາດຂໍຕໍ່ໄດ້. ຜູ້ທີ່ໄດ້ຮັບຂຶ້ນທະບຽນ ແລະ ຮັບຮອງໃຫ້ເປັນຜູ້ ສົ່ງອອກ ຈະຖືກເຜີຍແຜ່ ໃນເວັບໄຊ ຂອງອົງການບໍລິຫານ ພາສີ ແຫ່ງ ສປ ຈີນ ຊຶ່ງມີຂໍ້ມູນ ຊື່, ທີ່ຢູ່ ແລະ ເລກລະຫັດ.

 

6. ມາດຕະການ ສຸຂານາໄມພືດ ກ່ອນສົ່ງອອກ

          ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ຮັບການຮັບຮອງໃຫ້ເປັນຜູ້ສົ່ງອອກ ຈາກອົງການບໍລິຫານພາສີ ແຫ່ງ ສປ ຈີນ ຕ້ອງປະຕິບັດ ດັ່ງນີ້:

1) ຕ້ອງຍື່ນຄໍາຮ້ອງ ຕາມແບບພິມທີ່ກົມປູກຝັງກໍານົດ ພ້ອມທັງຄັດຕິດເອກສານທີ່ກ່ຽວຂ້ອງ ເຖິງກົມປູກຝັງ ຫຼື ຂະແຫນງປູກຝັງຂັ້ນແຂວງ. ໃນກໍລະນີ ການສົ່ງອອກຫມາກກ້ຽງ ແລະ ຫມາກນາວ ຕ້ອງມີໃບຢັ້ງຢືນ ການອົບອາຍເຢັນໃນເງື່ອນໄຂທີ່ຜູ້ສົ່ງອອກບໍ່ມີໂຮງອົບອາຍເຢັນ. ສໍາລັບ ເງື່ອນໄຂ, ຂັ້ນຕອນ ແລະ ວິທີ ການ ສະເຫນີຂໍໃບຢັ້ງຢືນສຸຂານາໄມພືດ ແມ່ນໃຫ້ປະຕິບັດຕາມບົດແນະນໍາຂອງກົມປູກຝັງ ເລກທີ 2880/ກປຝ, ລົງວັນທີ 11 ທັນວາ 2019;

2) ໃນປີທໍາອິດຂອງການສົ່ງອອກ ກົມປູກຝັງ ຈະປະສານໄປຍັງ ເຈົ້າຫນ້າທີ່ກັກກັນພືດ ຂອງ ສປ ຈີນ ມາ ຕິດຕາມພື້ນທີ່ການຜະລິດ ຢູ່ ສປປ ລາວ ເພື່ອດໍາເນີນການກວດກາສະຖານທີ່ການຜະລິດ ແລະ ກວດກາ ລະບົບການຈັດການ ຫມາກໄມ້ສົດຕະກຸນຫມາກກ້ຽງ ຕາມເງື່ອນໄຂດ້ານສຸຂານາໄມພືດ ຂອງ ຄໍາແນະນໍາ ສະບັບນີ້. ຜູ້ສົ່ງອອກ ຕ້ອງຮັບຜິດຊອບຄ່າໃຊ້ຈ່າຍທັງຫມົດ ຕາມລະບຽບການ;

3) ການສຸ່ມຕົວຢ່າງໃນໄລຍະ ສອງ ປີທໍາອິດ, ຕ້ອງກຸ່ມເກັບ ແລະ ກວດຕົວຢ່າງ ໃນອັດຕາ ສອງ ສ່ວນຮ້ອຍ ຂອງແຕ່ລະຊຸດສິນຄ້າ, ຖ້າຫາກບໍ່ພົບສັດຕູພືດກັກກັນ ຂອງ ສປ ຈີນ ແມ່ນໃຫ້ຫຼຸດ ລົງໃນອັດຕາ ຫນຶ່ງ ສ່ວນຮ້ອຍ ໃນປີທີ ສາມ. ພາຍຫຼັງການສຸ່ມກວດໃນອັດຕາ ຫນຶ່ງ ຫຼື ສອງ ສ່ວນຮ້ອຍ ໃຫ້ຊຸ່ມເອົາສາມສິບ ຫນ່ວຍ ເພື່ອນໍາມາຜ່າວິນິໄສເພື່ອກວດຫາສັດຕູພືດກັກກັນ;

4) ກໍລະນີ ກວດກາພົບສັດຕູພືດກັກກັນ ທີ່ກໍານົດໄວ້ໃນໂຣແມ໋ງ II ຂໍ້ທີ 2 ຂອງຄໍາແນະນໍາສະບັບນີ້ ແມ່ນ ຫ້າມສົ່ງອອກຊຸດສິນຄ້າດັ່ງກ່າວ ແລ້ວລາຍງານໃຫ້ກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ຊາບທັນທີ່ ເພື່ອໂຈະສະຖານທີ່ປະກອບການຜະລິດ ພ້ອມຊອກຫາວິທີແກ້ໄຂ;

5) ໃນກໍລະນີ ເຈົ້າຫນ້າທີ່ກັກກັນພືດທີ່ຮັບຜິດຊອບ ກວດກາບໍ່ພົບເຫັນການຕິດແປດສັດຕູພືດກັກກັນ ຕ້ອງ ອອກໃບຢັ້ງຢືນສຸຂານາມພືດ ສໍາລັບ ຊຸດສິນຄ້ານັ້ນ ແລະ ຕ້ອງພິມຂໍ້ມູນເພີ່ມຕື່ມ (Additional Declare) ໃສ່ໃບຢັ້ງຢືນສຸຂານາໄມພືດ ວ່າ: "This cosignment of citrus fruits complies with the Protocol on the phytosanitary requirements for the exports of fresh citrus fruits from Lao PDR to China and isfree from any quarantine pests of concern to China";

6) ເຈົ້າຫນ້າທີ່ກັກກັນພືດທີ່ຮັບຜິດຊອບອອກໃບຢັ້ງຢືນສຸຂານາໄມພືດ ຕ້ອງລະບຸຂໍ້ມູນດ່ານນໍາເຂົ້າ ທີ່ກໍາ ນົດ ໂດຍ ອົງການພາສີ ແຫ່ງ ສປ ຈີນ ໃນແຕ່ລະໄລຍະ ແລະ ຂໍ້ມູນກ່ຽວກັບ ເງື່ອນໄຂການອົບອາຍເປັນ ເຊັ່ນ: ອຸນຫະພູມ ແລະ ໄລຍະເວລາຂອງການອົບອາຍເຢັນ, ເລກທະບຽນຂອງໂຮງເຮືອນອົບອາຍເປັນ.

 

7. ມາດຕະການກັກກັນພືດ ຢູ່ຕາມຂາເຂົ້າ

          ເມື່ອຊຸດສິນຄ້າຫມາກໄມ້ສົດຕະກຸນຫມາກກ້ຽງ ຈາກ ສປປ ລາວ ມາເຖິງດ່ານຂາເຂົ້າ ຂອງ ສປ ຈີນ, ເຈົ້າຂອງ ຊູດສິນຄ້າ ຕ້ອງແຈ້ງເອກະສານ, ຕໍ່ເຈົ້າຫນ້າທີ່ກັກກັນພືດ ຂອງ ສປ ຈີນ ເພື່ອດໍາເນີນການກວດກາເອກະສານທີ່ ກ່ຽວຂ້ອງ.

          ການຂົນສົ່ງຊຸດສິນຄ້າທີ່ມາຈາກ ສະຖານທີ່ປະກອບການຜະລິດ ທີ່ບໍ່ໄດ້ຂຶ້ນທະບຽນ ແມ່ນ ຫ້າມນໍາເຂົ້າຢ່າງ

ເດັດຂາດ;

          ຖ້າກວດກາພົບສັດຕູພືດທີ່ໄດ້ກໍານົດໄວ້ໃນໂຣແມ່ງ II, ຂໍ້ທີ 2 ຂອງຄໍາແນະນໍາສະບັບນີ້ ຊຸດສິນຄ້າດັ່ງກ່າວຈະ ຖືກສົ່ງກັບ, ທ່າລາຍ ຫຼື ນໍາໃຊ້ມາດຕະການທາງດ້ານກົກກັນ ແລະ ກໍາຈັດສັດຕູພືດ ທີ່ມີປະສິດທິພາບ. ຝ່າຍຈີນ ຈະແຈ້ງໃຫ້ຝ່າຍລາວຊາບທັນທີ ກ່ຽວກັບ ຊະນິດສັດຕູພືດ, ເລກທີໃບຢັ້ງຢືນສຸຂານາໄມພືດ ແລະ ຂໍ້ມູນຕ່າງໆທີ່ ກ່ຽວຂ້ອງ ພ້ອມທັງໂຈະການນໍາເຂົ້າ ຫມາກໄມ້ສົດຕະກຸນຫມາກກ້ຽງ ຈາກສວນປູກ ຫຼື ໂຮງເຮືອນຫຸ້ມຫໍ່ນັ້ນ. ຜູ້ ປະກອບການຕ້ອງຊອກຫາສາຍເຫດ ແລະ ນໍາໃຊ້ ມາດຕະການທີ່ເຫມາະສົມເພື່ອປ້ອງກັນບໍ່ໃຫ້ເກີດຂຶ້ນອີກ;

          ໃນກໍລະນີ ມີການລະບາດ ຫຼື ການຕິດແປດສັດຕູພືດຊະນິດໃຫມ່ ຢູ່ດ່ານຂາເຂົ້າ ສປ ຈີນ ຕ້ອງມີການບັນທຶກ, ຜູ້ສົ່ງອອກຕ້ອງໃຫ້ຄວາມຮ່ວມມື ໃນການປະເມີນຄວາມສ່ຽງເພື່ອທົບທວນຄືນ ບັນຊີສັດຕູພືດກັກກັນ ແລະ ຫາ ມາດຕະການ ຄວບຄຸມຕໍ່ຄວາມສ່ຽງສັດຕູພືດ ດັ່ງກ່າວ.

 

III. ການຈັດຕັ້ງປະຕິບັດ

1. ໃຫ້ ພະແນກກັກກັນພືດ, ຂະແຫນງປູກຝັງ ເປັນເຈົ້າການ ປະສານສົມທົບກັບຂະແຫນງການອື່ນທີ່ກ່ຽວຂ້ອງ

ໂຄສະນາເຜີຍແຜ່, ຕິດຕາມ ແລະ ກວດກາ ການຈັດຕັ້ງປະຕິບັດຄໍາແນະນໍາສະບັບນີ້ ໃຫ້ໄດ້ຮັບຜົນດີ;

2. ໃຫ້ ພະແນກກັກພືດ ສົ່ງລາຍຊື່ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ສະເຫນີສົ່ງອອກ ໃຫ້ ສປ ຈີນ ພິຈາ ລະນາ ສອງ ຄັ້ງ/ປີ ໂດຍປະສານສົມທົບກັບ ຂະແຫນງປູກຝັງ ແລະ ສາຍຕັ້ງຂອງຕົນ ເພື່ອກວດກາ ແລະ ປະ ເມີນຄວາມສ່ຽງສັດຕູພືດ ຂອງສະຖານທີ່ປະກອບການຜະລິດ ໃນແຕ່ລະຊ່ວງລະດູການຜະລິດ;

3. ໃຫ້ ພະແນກກັກກັນພືດ ເປັນໃຈກາງປະສານສົມທົບກັບ ຂະແຫນງປູກຝັງ ແລະ ສາຍຕັ້ງຂອງຕົນ ສະຫຼຸບລາຍ ງານ ກ່ຽວກັບ ການສົ່ງອອກຫມາກໄມ້ສົດຕະກຸນຫມາກກ້ຽງ ຈາກ ສປປ ລາວ ໄປ ສປ ຈີນ ໃຫ້ກົມປູກຝັງ ຊາບ ເປັນແຕ່ລະໄລຍະ;

4. ໃຫ້ ເຈົ້າຫນ້າທີ່ກັກກັນພືດ ເຂັ້ມງວດໃນການກວດກາ ແລະ ຢັ້ງຢືນ ການສົ່ງອອກຫມາກໄມ້ສົດຕະກຸນຫມາກກ້ຽງ

ຕາມຫຼັກວິຊາການ.

5. ໃນການຈັດຕັ້ງປະຕິບັດຕົວຈິງ ມີຂໍ້ສະດວກ, ຂໍ້ຫຍຸ້ງຍາກແນວໃດ ໃຫ້ຮີບຮ້ອນລາຍງານ ກົມປູກຝັງ ຕາມຂັ້ນ

ຕອນ ເພື່ອພິຈາລະນາ ຫາວິທີແກ້ໄຂຢ່າງທັນການ.

 

ຄໍາແນະນໍາສະບັບນີ້ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.

 

ຫົວຫນ້າກົມ

ບຸນຈັນ ກົມບຸນຍະສິດ

 

 

# ຫົວຂໍ້ ດາວໂຫຼດ
1 ຄໍາແນະນໍາ ກ່ຽວກັບ ເງື່ອນໄຂດ້ານສຸຂານາໄມພືດ ສໍາລັບການສົ່ງອອກໝາກໄມ້ສົດ ຕະກຸນໝາກກ້ຽງ ຈາກ ສປປ ລາວ ໄປ ສປ ຈີນ, ເລກທີ 2604/ກປຝ, ລົງວັນທີ 20 ທັນວາ 2022. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.