ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ກະຊວງສາທາລະນະສຸກ

ເລກທີ 3789/ສທ

ນະຄອນຫຼວງວຽງຈັນ, ວັນທີ 28 ທັນວາ 2022

 

ຂໍ້ຕົກລົງ

ວ່າດ້ວຍການຄຸ້ມຄອງ ພືດປໍແກ້ວ ນໍາໃຊ້ ທາງການແພດ ແລະ ເປັນສິນຄ້າ

-  ອີງຕາມ ກົດໝາຍ ວ່າດ້ວຍຢາ ແລະ ຜະລິດຕະພັນການແພດ ສະບັບເລກທີ 07/ສພຊ, ລົງວັນທີ 21 ທັນວາ 2011;

             -  ອີງຕາມ ກົດໝາຍ ວ່າດ້ວຍອາຫານ ສະບັບປັບປຸງ ເລກທີ 33/ສພຊ, ລົງວັນທີ 24 ກໍລະກົດ 2013;

-  ອີງຕາມ ກົດໝາຍ ວ່າດ້ວຍຢາເສບຕິດ ສະບັບເລກທີ 10/ສພຊ, ລົງວັນທີ 25 ທັນວາ 2007;

- ອີງຕາມແຈ້ງການ ຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 48/ຫສນຍ, ລົງວັນທີ

14 ມັງກອນ 2022.

ໝວດທີ 1

ບົດບັນຍັດທົ່ວໄປ

ມາດຕາ 1 ຈຸດປະສົງ

ຂໍ້ຕົກລົງສະບັບນີ້ ກໍານົດຫຼັກການ, ລະບຽບການ, ມາດຕະການ ກ່ຽວກັບ ການຄຸ້ມຄອງກິດຈະການ ກ່ຽວ ກັບພືດປໍແກ້ວ ທີ່ນໍາໃຊ້ທາງການແພດ ແລະ ເປັນສິນຄ້າ ເພື່ອເຮັດໃຫ້ການດໍາເນີນກິດຈະການດັ່ງກ່າວ ຖືກຕ້ອງ ແລະ ສອດຄ່ອງຕາມລະບຽບຫຼັກການຄຸ້ມຄອງພາຍໃນ ພາກພື້ນ ແລະ ສາກົນ.

ມາດຕາ 2 ການຄຸ້ມຄອງ ພືດປໍແກ້ວ ທາງການແພດ ແລະ ເປັນສິນຄ້າ

ແມ່ນ ການຄົ້ນຄວ້າ, ພິຈາລະນາ, ອະນຸຍາດ, ຕິດຕາມ ກວດກາ, ປະເມີນຜົນ ແລະ ລາຍງານ ກິດຈະການ ກ່ຽວກັບພືດປໍແກ້ວ ໃນການປູກ, ຖອດຮີດ, ຜະລິດ ປຸງແຕ່ງ,ນໍາເຂົ້າ, ສົ່ງອອກ, ຂົນສົ່ງ,ຈໍາໜ່າຍ, ເກັບຮັກສາ, ຄົ້ນຄ້ວາວິໄຈທາງດ້ານວິທະຍາສາດ.

ມາດຕາ 3 ອະທິບາຍຄໍາສັບ

ຄໍາສັບທີ່ໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາໝາຍ ດັ່ງນີ້:

1. ພືດປໍແກ້ວ (Hemp) ໝາຍເຖິງ ພືດທີ່ຢູ່ໃນຕະກຸນດຽວກັນກັບກັນຊາ ແລະ ມີຊື່ວິທະຍາສາດວ່າ Cannabis sativa L. (Cannabis sativa L. subsp. sativa var. sativa) ຊຶ່ງເປັນຊະນິດຍ່ອຍຂອງ ຕົ້ນກັນຊາ (Cannabis sativa L.);

2. ແກ່ນພັນທີ່ຖືກຮັບຮອງ ໝາຍເຖິງ ແກ່ນພັນທີ່ໄດ້ຮັບການຂຶ້ນທະບຽນຕາມລະບຽບການທີ່ກ່ຽວຂ້ອງ ແລະ ໄດ້ຮັບອະນຸຍາດຈາກແຫຼ່ງທີ່ມາຖືກຕ້ອງ ໂດຍຜ່ານການກວດກາວິໄຈ ປະລິມານ ເດວຕ້າ-9 ເຕຕຣາຮິໂດຣ

ການາບີໂນນ (Δ9-tetrahydrocannabinol,THC) ບໍ່ເກີນ 1% ຕໍ່ ນ້ໍາໜັກພືດແຫ້ງ ແລະ ຮັບຮອງ ຈາກ ກະຊວງສາທາລະນະສຸກ;

3. ຜະລິດຕະພັນການແພດ ໝາຍເຖິງ ວັດຖຸ ຫຼື ທາດໃດໜຶ່ງ ທີ່ມີການນໍາໃຊ້ເຂົ້າໃນວົງການແພດ ລວມ ທັງຜະລິດຕະພັນໃດໜຶ່ງທີ່ນໍາໃຊ້ທົ່ວໄປໃນສັງຄົມເຊັ່ນ: ອຸປະກອນການແພດ, ຜະລິດຕະພັນເສີມສຸຂະພາບ, ເຄື່ອງສໍາອາງ, ເຄມີຄວບຄຸມ ແລະ ເຄມີອັນຕະລາຍທີ່ໃຊ້ໃນຄົວເຮືອນ;

4. ນໍາໃຊ້ທາງການແພດ ໝາຍເຖິງ ການນໍາໃຊ້ທຸກສ່ວນຂອງພືດປໍແກ້ວ ທີ່ມີປະລິມານສານ ແຄນນາບີດີ ໂອນ(Cannabinol,CBD) ເປັນຕົວຢາຫຼັກທີ່ນໍາໃຊ້ເຂົ້າໃນທາງການແພດ ແລະ ມີສານ (Δ9-tetrahydro cannabinol,THC) ທີ່ມີລິດໃນການອອກລິດຕໍ່ຈິດ ແລະ ປະສາດ ແລະ ເປັນສານທີ່ນອນຢູ່ໃນບັນຊີປະເພດ II ຂອງ ສົນທິສັນຍາສາກົນວ່າດ້ວຍຢາເສບຕິດ, ແຕ່ໃຫ້ນໍາໃຊ້ສານ THC ໃນທາງການແພດ ບໍ່ເກີນ 1% ຕໍ່ນໍ້າຫນັກພືດແຫ້ງ ແລະ ບໍ່ເກີນ 0,2% ໃນຜະລິດຕະພັນທີ່ເປັນວັດຖຸດິບ ຫຼື ຜະລິດຕະພັນສໍາເລັດຮູບທີ່ປຸງແຕ່ງມາ ຈາກສ່ວນປະກອບຂອງພືດບໍ່ແກ້ວ ໂດຍຜ່ານການກວດກາວິໄຈຕາມຫຼັກການ ແລະ ວິທີການທາງວິທະຍາສາດທີ່ ກະຊວງສາທາລະນະສຸກ ຮັບຮອງ;

5. ນໍາໃຊ້ເປັນສິນຄ້າ ໝາຍເຖິງ ສິນຄ້າຈາກພືດປໍແກ້ວ ວັດຖຸດິບ ຫຼື ຜະລິດຕະພັນສໍາເລັດຮູບ ແລະ ເຄິ່ງ ສໍາເລັດຮູບທີ່ຜະລິດ, ປຸງແຕ່ງ ຈາກພືດປໍແກ້ວ ເພື່ອນໍາໃຊ້ເປັນສິນຄ້າ ຫຼື ບໍລິໂພກ ໃນຂົງເຂດສາທາລະນະສຸກ ຄຸ້ມຄອງ ທີ່ມີປະລິມານສານ THC ບໍ່ເກີນ 1% ຕໍ່ນໍ້າໜັກພືດແຫ້ງ ຫຼື ເປັນຜະລິດຕະພັນທີ່ນໍາໃຊ້ໃນຂົງເຂດ ສາທາລະນະສຸກ ເຊັ່ນ: ພືດແຫ້ງ (ວັດຖຸດິບ), ນໍ້າມັນ, ສານຖອດຮີດ, ກາວ, ສານລະລາຍເຫຼົ້າ (Tinctures) ທີ່ ໄດ້ຈາກພືດປໍແກ້ວ ໂດຍ ກໍານົດ ໃຫ້ມີ ສານ THC ບໍ່ເກີນ 0,2 %;

6. ການປຸກ ໝາຍເຖິງ ການນໍາໃຊ້ແກ່ນພັນ ປູກໃນເຂດສໍາປະທານ ໃນຮົ່ມ ຫຼື ກາງແຈ້ງ (ລະບົບປິດ) ໂດຍການນໍາໃຊ້ເຕັກນິກວິຊາການຄວບຄຸມສະເພາະໃນການປູກ ເພື່ອໃຫ້ໄດ້ຮັບຜົນຜະລິດທີ່ມີຄຸນນະພາບ ແລະ ສອດຄ່ອງຕາມລະບຽບຫຼັກການທີ່ທາງການກໍານົດອອກ;

7. ລະບົບປິດ ໝາຍເຖິງ ການສ້າງສິ່ງກັ້ງບັງບໍລິເວນປູກ ເພື່ອສ້າງເງື່ອນໄຂໃນການປຸກ ທີ່ມີການຈໍາກັດ ການເຂົ້າ-ອອກ ຂອງບຸກຄົນ ທີ່ບໍ່ມີສ່ວນກ່ຽວຂ້ອງກັບກິດຈະການ ແລະ ເປັນການຄວບຄຸມການກໍ່ຄວາມເສຍຫາຍແກ່ຜົນລະປູກ ແລະ ເປັນການຄວບຄຸມ ຕາມລະບົບຄຸ້ມຄອງທີ່ທາງການກໍານົດ;

8. ການຖອດຮີດ ໝາຍເຖິງ ການແຍກເອົາທາດທີ່ເປັນຢາ ອອກຈາກພືດຕົ້ນໄມ້ເປັນຢາ, ການນໍາເອົາ ວັດຖຸດິບຈາກພືດ ຈາກທໍາມະຊາດ ຫຼື ຈາກການປູກ-ລ້ຽງຂຶ້ນ ປະສົມໃສ່ສານລະລາຍ ໂດຍມີວິທີການປະຕິບັດ ຕາມມາດຕະຖານ ເພື່ອແຍກເອົາທາດທີ່ມີລິດທາງການແພດ;

9. ການຜະລິດ, ປຸງແຕ່ງ ໝາຍເຖິງ ຂະບວນການແປຮູບ ຈາກສ່ວນຕ່າງໆ ຂອງພືດແຫ້ງປໍແກ້ວເຊັ່ນ: ແກ່ນ, ຕາ, ດອກ, ຍອດໃບມີຊໍ່ດອກ ແລະ ພາກສ່ວນໃຊ້ອື່ນໆ ເພື່ອໃຫ້ກາຍເປັນຜະລິດຕະພັນຮູບແບບຕ່າງໆ ຕາມທີ່ຕ້ອງການ;

10. ການນໍາເຂົ້າ-ສົ່ງອອກແກ່ນພັນພືດ ໝາຍເຖິງ ການອະນຸຍາດນໍາເຂົ້າ-ສົ່ງອອກ ສະເພາະ ແກ່ນພັນພືດ ປໍແກ້ວ ພາຍຫຼັງທີ່ໄດ້ຮັບອະນຸຍາດດໍາເນີນກິດຈະການ ການປູກ ເພື່ອນໍາໃຊ້ທາງການແພດ ແລະ ເປັນສິນຄ້າ;

11.ການສົ່ງອອກ ໝາຍເຖິງການດໍາເນີນອະນຸຍາດສົ່ງອອກຜະລິດຕະພັນຈາກພືດບໍ່ແກ້ວ ແລະ ປະຕິບັດ ການສົ່ງອອກໄປຕາມກົດລະບຽບຂອງປະເທດປາຍທາງ ແລະ ກົດໝາຍສາກົນ;

12. ການຂົນສົ່ງ ໝາຍເຖິງການເຄື່ອນຍ້າຍພາຍໃນ ຈາກ ທີ່ຕັ້ງໜຶ່ງໄປ ທີ່ຕັ້ງໜຶ່ງ ຂອງສະຖານທີ່ ທີ່ໄດ້ຮັບ ອະນຸຍາດຈາກກະຊວງສາທາລະນະສຸກ;

13. ການຈໍາໜ່າຍ ໝາຍເຖິງ ການຂາຍ, ຈ່າຍ, ແຈກຢາຍ, ແລກປ່ຽນ ເພື່ອຜົນປະໂຫຍດທາງດ້ານການຄ້າ;

14. ການເກັບຮັກສາ ໝາຍເຖິງການເກັບຮັກສາ ພືດແກ້ວ ແລະ ຜະລິດຕະພັນຈາກພືດປໍແກ້ວ ຢູ່ ສະຖານທີ່ໃດໜຶ່ງ ທີ່ໄດ້ຮັບອະນຸຍາດ ຈາກ ກະຊວງສາທາລະນະສຸກ;

15. ການຢັ້ງຢືນຜົນການວິໄຈ ໝາຍເຖິງການຮັບຮອງ ແລະ ຢັ້ງຢືນຜົນຂອງການວິໄຈ ທາງດ້ານປະລິມານ ແລະ ຄຸນນະພາບຂອງ ສານ THC ແລະ ສານ CBD ຕາມຫຼັກການ ແລະ ວິທີການວິທະຍາສາດ ຈາກ ຫ້ອງວິໄຈ ທີ່ໄດ້ຮັບອະນຸຍາດ;

16. ຫ້ອງກວດກາວິໄຈ ໝາຍເຖິງ ສະຖານທີ່ທົດລອງທີ່ໄດ້ຮັບອະນຸຍາດຈາກກະຊວງສາທາລະນະສຸກໃຫ້ ກວດ ກາວິໄຈຫາສານ THC, CBD ແລະ ສານອື່ນໆ ຕາມຫຼັກວິຊາການ ແລະ ວິທີການວິທະຍາສາດ;

17. ຄຸນນະພາບຂອງຜະລິດຕະພັນຈາກພືດແກ້ວ ໝາຍເຖິງ ການບັນລຸຕາມມາດຕະຖານທີ່ໄດ້ກໍານົດໄວ້ ເພື່ອໃຊ້ປະໂຫຍດທາງດ້ານການແພດ ໂດຍຜ່ານການກວດກາວິໄຈ ທາງດ້ານປະລິມານ ແລະ ຄຸນນະພາບ, ຄວາມ ເຂັ້ມຂຸ້ນ (Potency), ສານປາບສັດຕູພືດ (Pesticides), ການປົນເປື້ອນຈຸລິນຊີວິທະຍາ (Micro biological), ໂລຫະຫນັກ (heavy metals) ແລະ ສານລະລາຍທີ່ຕົກຄ້າງ (residuals soventes) ຂອງ ສານ THC, CBD ຕາມຫຼັກການ ແລະ ວິທະຍາສາດ ຂອງ ກະຊວງສາທາລະນະສຸກ ໄດ້ກໍານົດ.

18. ການຄົ້ນຄວ້າວິໄຈ ໝາຍເຖິງ ການສຶກສາ, ຄົ້ນຄ້ວາ ແລະ ວິໄຈກ່ຽວກັບຄຸນນະພາບ, ປະສິດທິພາບ, ປະສິດທິຜົນ ແລະ ຄວາມປອດໄພ ລວມທັງການສຶກສາຄົ້ນຄ້ວາແນວພັນພືດ ເພື່ອ ພັດທະນາເປັນຜະລິດຕະພັນສໍາ ເລັດຮູບ.

19. ໜັງສືອະນຸຍາດ ໝາຍເຖິງ ເອກະສານ ໄດ້ຮັບຮອງເປັນທາງການ ສະເພາະ ການປູກ, ຖອດຮີດ, ຜະລິດ, ປຸງແຕ່ງ, ນໍາເຂົ້າ-ສົ່ງອອກ, ຂົນສົ່ງ, ສົ່ງຜ່ານ,ຈໍາຫນ່າຍ, ເກັບຮັກສາ ຫຼື ມີຄອບຄອງ, ຄົ້ນຄ້ວາວິໄຈທາງ ດ້ານວິທະຍາສາດ.

20. ການລາຍງານຕໍ່ອົງການຄວບຄຸມຢາເສບຕິດສາກົນ ໝາຍເຖິງ ການລາຍງານຂອງ ກະຊວງສາທາ ລະນະສຸກ ຕໍ່ ຄະນະກໍາມະການຄວບຄຸມຢາເສບຕິດ ແລະ ອາດຊະຍະກໍາສາກົນ (INCB) ກ່ຽວກັບການປູກ, ຖອດ ຮີດ, ຜະລິດ ປຸງແຕ່ງ, ນໍາເຂົ້າ-ສົ່ງອອກຈໍາໜ່າຍ, ເກັບຮັກສາ ຫຼື ມີຄອບຄອງ, ຄົ້ນຄ້ວາ, ທົດລອງ ແລະ ວິໄຈທາງ ດ້ານວິທະຍາສາດ ຕາມລະບຽບການ.

21. ການລາຍງານຂອງຜູ້ປະກອບການ ໝາຍເຖິງ ການລາຍງານ ຕໍ່ກົມອາຫານ ແລະ ຢາ, ກະຊວງ ສາທາລະນະສຸກ ກ່ຽວກັບການປູກ, ຖອດຮີດ, ຜະລິດ, ປຸງແຕ່ງ, ນໍາເຂົ້າ-ສົ່ງອອກ, ຂົນສົ່ງ, ຈໍາໜ່າຍ, ເກັບຮັກສາ ຫຼື ມີຄອບຄອງ, ຄົ້ນຄ້ວາ, ທົດລອງ ແລະ ວິໄຈທາງດ້ານວິທະຍາສາດ ຕາມລະບຽບການ ຂອງ ກະຊວງສາທາລະນະ

ສຸກ.

ມາດຕາ 4 ຂອບເຂດການນໍາໃຊ້

ຂໍ້ຕົກລົງສະບັບນີ້ ມີຂອບເຂດການນໍາໃຊ້ສໍາລັບ ວິສາຫະກິດ ແລະ ການຈັດຕັ້ງທີ່ຄຸ້ມຄອງດໍາເນີນ ກິດຈະການ ການປູກ, ຖອດຮີດ, ຜະລິດ, ປຸງແຕ່ງ, ນໍາເຂົ້າ-ສົ່ງອອກ, ຂົນສົ່ງ, ຈໍາໜ່າຍ, ເກັບຮັກສາ ຫຼື ມີຄອບ ຄອງ, ຄົ້ນຄ້ວາວິໄຈທາງດ້ານວິທະຍາສາດ ຈາກພືດປໍແກ້ວ ເພື່ອນໍາໃຊ້ໃນທາງການແພດ ແລະ ເປັນສິນຄ້າ.

 

ໝວດທີ 2

ປະເພດ, ເງື່ອນໄຂການຂໍອະນຸຍາດດໍາເນີນກິດຈະການ

ມາດຕາ 5 ປະເພດກິດຈະການ

ປະເພດກິດຈະການກ່ຽວກັບພືດແກ້ວເພື່ອນໍາໃຊ້ໃນທາງການແພດ ແລະ ເປັນສິນຄ້າ ມີ 05 ປະເພດ:

1. ການປູກ;

2. ຖອດຮີດ, ຜະລິດ, ປຸງແຕ່ງ;

3. ເກັບຮັກສາ;

4. ຈໍາໜ່າຍ ແລະ ນໍາໃຊ້;

5. ນໍາເຂົ້າ-ສົ່ງອອກ, ຂົນສົ່ງ.

ເຊິ່ງກິດຈະການເຫຼົ່ານີ້ ຕ້ອງໄດ້ຮັບການອະນຸມັດຈາກກົມສົ່ງເສີມການລົງທຶນ, ກະຊວງແຜນການ ແລະ ການລົງທຶນ ຕາມລະບຽບການລົງທຶນ ແລະ ໄດ້ຮັບອະນຸຍາດທາງດ້ານວິຊາການ ຈາກ ກະຊວງສາທາລະນະສຸກ;ມາດຕາ 6 ເງື່ອນໄຂການຂໍອະນຸຍາດດໍາເນີນກິດຈະການ

ການຂໍອະນຸຍາດດໍາເນີນກິດຈະການກ່ຽວກັບພືດປໍແກ້ວ ຕ້ອງມີເງື່ອນໄຂ ດັ່ງນີ້:

1. ຕ້ອງເປັນວິສາຫະກິດທີ່ໄດ້ອະນຸຍາດການລົງທຶນ ຈາກ ກະຊວງແຜນການ ແລະ ການລົງທຶນ ຫຼື ຄະນະ ຮັບ ຜິດຊອບກ່ຽວຂ້ອງທີ່ໄດ້ຮັບການມອບໝາຍຈາກລັດຖະບານ;

2. ຕ້ອງມີອະນຸຍາດທະບຽນວິຊາການ ຈາກ ກະຊວງສາທາລະນະສຸກ;

3. ຕ້ອງມີເງື່ອນໄຂດ້ານສະຖານທີ່ ຫຼື ພື້ນທີ່ອໍານວຍຄວາມສະດວກຕາມທາງການໄດ້ກໍານົດໃຫ້;

4. ຕ້ອງມີແຜນມາດຕະການ, ແຜນແມ່ບົດ ແລະ ຄູ່ມືການປະຕິບັດງານທຸກຂັ້ນຕອນທີ່ກ່ຽວຂ້ອງ;

5. ຕ້ອງມີເງື່ອນໄຂໃນການວິໄຈເພື່ອຄຸ້ມຄອງ ສານ THC ທີ່ໄດ້ກໍານົດ ຫຼື ໄດ້ຮັບການຢັ້ງຢືນ ຈາກ ກະຊວງສາທາລະນະສຸກ;

ມາດຕາ 7 ເງື່ອນໄຂການຂໍອະນຸຍາດທະບຽນວິຊາການ

ວິສາຫະກິດ ທີ່ມີຈຸດປະສົງດໍາເນີນກິດຈະການກ່ຽວກັບພືດປໍແກ້ວ ຕ້ອງຂໍອະນຸຍາດທະບຽນວິຊາການຕາມ ເງື່ອນໄຂ ດັ່ງລຸ່ມນີ້:

1. ເປັນເພສັດຊະກອນ ຫຼື ນັກເຄມີສາດ ທີ່ເປັນຄົນສັນຊາດລາວ ທີ່ມີໃບປະກາດສະນິຍາບັດປະລິນຍາຕີ ທີ່ ອອກໃຫ້ໂດຍສະຖາບັນການສຶກສາທີ່ກ່ຽວຂ້ອງ ແລະ ຕ້ອງມີປະສົມການຮັບໃຊ້ວຽກງານ ເພສັດຊະກໍາ 05 ປີ,

ຂື້ນໄປໂດຍມີໃບຢັ້ງຢືນຮັບໃຊ້ວິຊາສະເພາະຈາກພາກສ່ວນທີ່ກ່ຽວຂ້ອງ;

2. ສໍາລັບຢັ້ງຢືນການຮັບໃຊ້ວິຊາສະເພາະ ກ່ຽວຂ້ອງ ຖ້າແມ່ນພະນັກງານທີ່ໄດ້ສັງກັດລັດ ແມ່ນອົງ ການຈັດຕັ້ງລັດກ່ຽວ ຂ້ອງເປັນຜູ້ຢັ້ງຢືນ, ໃນກໍລະນີຜ່ານການຮັບໃຊ້ວິຊາສະເພາະໃນພາກເອກະຊົນນອກຈາກ

ຢັ້ງຢືນຈາກພາກສ່ວນກ່ຽວຂ້ອງແລ້ວຍັງຕ້ອງຜ່ານການຢັ້ງຢືນຮັບຮູ້ຈາກພາກລັດທີ່ເປັນອົງການຄຸ້ມຄອງ

ກ່ຽວຂ້ອງຂັ້ນແຂວງ, ນະຄອນຫຼວງຕື່ມອີກ.

3. ມີທີ່ຢູ່ໃນປະເທດ ສປປ ລາວ;

4. ມີເງື່ອນໄຂ ປະຈໍາການຢູ່ສະຖານທີ່ຂໍອະນຸຍາດ, ໃນກໍລະນີ ບໍ່ມີເງື່ອນໄຂ ປະຈໍາການຢູ່ສະຖານທີ່ໄດ້ຮັບ ອະນຸຍາດຕ້ອງແຈ້ງແຜນປະຕິບັດງານ ຂອງການເຄື່ອນໄຫວຢ່າງເປັນລາຍລັກອັກສອນ ເປັນແຕ່ລະໄລຍະ;

5. ມີສຸຂະພາບດີ, ບໍ່ເປັນໂລກຈິດ ຫຼື ພະຍາດຕິດແປດ, ບໍ່ເສບຢາເສບຕິດ;

6. ບໍ່ຢຸ່ໃນໄລຍະດໍາເນີນຄະດີ ຫຼື ຖືກປະຕິບັດວິໄນຍ້ອນການຜິດພາດທາງດ້ານວິຊາຊີບ ເພສັດຊະກໍາ ຫຼື ຄ້າຂາຍຢາເສບຕິດໃຫ້ໂທດ ຫຼື ຍ້ອນການກະທໍາຜິດໃດໜຶ່ງໂດຍເຈດຕະນາ.

ມາດຕາ 8 ເງື່ອນໄຂການອະນຸຍາດປຸກ

ວິສາຫະກິດ ທີ່ຂໍອະນຸຍາດປູກພືດປໍແກ້ວ ນໍາໃຊ້ໃນທາງການແພດ ແລະ ເປັນສິນຄ້າ ແມ່ນໃຫ້ປະຕິບັດ ຕາມເງື່ອນໄຂການຂໍອະນຸຍາດທະບຽນວິຊາການ ຕາມທີ່ລະບຸໄວ້ໃນ ມາດຕາ 7 ຂອງຂໍ້ຕົກລົງສະບັບນີ້ ແລະ ໃຫ້ ປະຕິບັດຕາມເງື່ອນໄຂສະເພາະດັ່ງນີ້:

1. ຕ້ອງມີບົດວິພາກ ດ້ານເຕັກນິກວິຊາການໃຫ້ສອດຄ່ອງຕາມເງື່ອນໄຂທີ່ກໍານົດໄວ້;

2. ເນື້ອທີ່ສໍາປະທານປູກພືດປໍແກ້ວ ແມ່ນອະນຸຍາດບໍ່ເກີນ 100 (ໜຶ່ງຮ້ອຍ) ເຮັກຕາ ຕໍ່ ໃບອະນຸຍາດ;

3. ໃນກໍລະນີປຸກຢູ່ຫຼາຍຈຸດໃຫ້ລະບຸເຂດທີ່ຕັ້ງລະອຽດ ເພື່ອເປັນຫຼັກຖານໃຫ້ແກ່ການຄຸ້ມຄອງ ແລະ ຫຼີກ ລ້ຽງການອອກອະນຸຍາດສະຖານທີ່ຊໍ້າຊ້ອນກັນ;

4. ກໍານົດສະຖານທີ່ປູກ ພ້ອມລະບຸ ເຂດສໍາປະທານ ພ້ອມເສັ້ນຂະຫນານ ແລະ ເສັ້ນແວງ ທີ່ສາມາດກວດ ສອບໄດ້ ເພື່ອຫຼີກລ້ຽງ ການອະນຸຍາດຊໍ້າຊ້ອນ;

5. ກໍານົດຮູບແບບການເພາະປູກ ແບບກາງແຈ້ງ ຫຼື ແບບໃນຮົ່ມ (ແບບປົດ) ພ້ອມທັງເຕັກນິກວິຊາການ ຂອງການປູກພືດປໍແກ້ວ ເພື່ອນໍາໃຊ້ໃນທາງການແພດ;

6. ແກ່ນພັນທີ່ຈະນໍາມາປູກ ຕ້ອງໄດ້ຮັບການຂຶ້ນທະບຽນຕາມລະບຽບການທີ່ກ່ຽວຂ້ອງ ແລະ ຮັບຮອງ

ຈາກ ກະຊວງສາທາລະນະສຸກ;

7. ການຂໍອະນຸຍາດນໍາເຂົ້າແກ່ນພັນ ແມ່ນຈະພິຈາລະນາຕາມການສະເໜີ ໂດຍ ອີງໃສ່ການຄິດໄລ່ 1 ເຮັກຕາ ຕໍ່ ແກ່ນພັນພືດ ຈໍານວນສະເລ່ຍ 52.000 ແກ່ນ ຫຼື 2,2 ກິໂລກຼາມ ຕໍ່ຈໍານວນ ເຮັກຕາ ຂອງ ສະຖານທີ່ ປູກ ທີ່ໄດ້ກະກຽມຄວາມພ້ອມ;

8. ມີລະບົບທີ່ສາມາດຄຸ້ມຄອງ, ຄວບຄຸມ ການເຄື່ອນໄຫວ ທີ່ປອດໄພ ດ້ວຍຫຼາຍວິທີການ ເຊັ່ນ: ກ້ອງ ວົງຈອນປິດ ຫຼື ວິທີການອື່ນໆ ເພື່ອປ້ອງກັນການເຂົ້າເຖິງ ຂອງບຸກຄົນທີ່ບໍ່ກ່ຽວຂ້ອງ;

9. ການເກັບຮັກສາ ຕ້ອງມີຫ້ອງທີ່ປອດໄພ, ແຫນ້ນຫນາ ທີ່ສາມາດເກັບຮັກສາ ແກ່ນ/ໃບ/ຊໍ່ດອກ ແລະ ການກໍາຈັດສິ່ງເສດເຫຼືອ/ ຂີ້ເຫຍື້ອ) ຫຼັງຈາກເກັບກ່ຽວ;

10. ຕ້ອງມີລະບົບການຄວບຄຸມ ໂດຍອີງໃສ່ ຫຼັກການການປະຕິບັດການປູກທີ່ດີ ສໍາລັບພືດເປັນຢາ ທີ່ ຈະນໍາໃຊ້ໃນການປູກພືດແກ້ວທາງການແພດ, ມີຂັ້ນຕອນການປະຕິບັດທີ່ເປັນມາດຕະຖານການວິເຄາະ, ການເກັບກ່ຽວ, ການຂົນສົ່ງ ແລະ ລະບົບການລາຍງານ.

ມາດຕາ 9 ເງື່ອນໄຂການອະນຸຍາດຖອດຮີດ, ຜະລິດ, ປຸງແຕ່ງ

ວິສາຫະກິດ ທີ່ຂໍອະນຸຍາດ ຖອດຮີດ, ຜະລິດ, ປຸງແຕ່ງ ພືດປໍແກ້ວ ນໍາໃຊ້ໃນທາງການແພດ ແມ່ນໃຫ້ ປະຕິບັດ ຕາມເງື່ອນໄຂ ທີ່ລະບຸໄວ້ໃນ ມາດຕາ 7 ນອກຈາກນັ້ນ ຕ້ອງປະຕິບັດຕາມເງື່ອນໄຂສະເພາະດັ່ງນີ້:

1. ຕ້ອງມີບົດວິພາກ ດ້ານເຕັກນິກວິຊາການໃຫ້ສອດຄ່ອງຕາມເງື່ອນໄຂທີ່ກໍານົດໄວ້;

2. ມີອາຄານ, ສະຖານທີ່, ອຸປະກອນ, ສິ່ງອໍານວຍຄວາມສະດວກ ສໍາລັບການດໍາເນີນການຖອດຮີດ, ຜະລິດ, ປຸງແຕ່ງ ແລະ ກວດກາວິໄຈ ເພື່ອຕິດຕາມຜະລິດຕະພັນ ຕາມຫຼັກການ ທີ່ ກະຊວງສາທາລະນະສຸກ ວາງອອກ;

3. ມີສະຖານທີ່ ຢ່າງເໝາະສົມ ແລະ ປອດໄພ ໃນການເກັບຮັກສາ ເພື່ອປ້ອງກັນການສູນຫາຍ ຫຼື ຖືກທໍາ ລາຍ, ການເກັບຮັກສາໃຫ້ແຍກເປັນສັດສ່ວນ ແລະ ບໍ່ໃຫ້ປົນກັບວັດຖຸອື່ນໆ;

4. ມີປ້າຍພື້ນສີຂຽວ ທີ່ເຮັດດ້ວຍວັດຖຸທີ່ຖາວອນ ຢ່າງໜ້ອຍ ມີຂະຫນາດກວ້າງ ຫ້າສິບ ຊັງຕີແມັດ, ຍາວ ໜຶ່ງຮ້ອຍ ຊັງຕີແມັດ ແລະ ມີຕົວຫນັງສືພາສາລາວ ສີຂາວ ທີ່ມີຂະຫນາດຄວາມສູງຢ່າງຫນ້ອຍ 5 (ຫ້າ) ຊັງຕີແມັດ, ຖ້າມີພາສາສາກົນ ຕ້ອງມີຂະຫນາດນ້ອຍກວ່າ ແລະ ຢູ່ດ້ານລຸ່ມຂອງພາສາລາວ ເຊິ່ງສະແດງໃຫ້ເຫັນຈຸດປະສົງຂອງ ການຖອດຮີດ ເຊັ່ນ: “ສະຖານທີ່ເຮັດການຖອດຮີດ ເພື່ອໃຊ້ປະໂຫຍດທາງການແພດ”, ສະແດງເລກທີໜັງສື ການອະນຸຍາດ ແລະ ວັນໝົດອາຍຸຂອງການອະນຸຍາດ ໂດຍໃຫ້ສະແດງໄວ້ໃນບ່ອນທີ່ຈະແຈ້ງ ເຫັນໄດ້ງ່າຍ ໃນ ສະຖານທີ່ ທີ່ໄດ້ຮັບອະນຸຍາດ;

5. ມີສະຫຼາກໃສ່ພາຊະນະ ຫຼື ຫີບຫໍ່ບັນຈຸ ນໍ້າມັນທີ່ຖອດຮີດໄດ້ຈາກພືດປໍແກ້ວ, ໃຫ້ສອດຄອງຕາມຂໍ້ ກໍານົດໃນການຮັກສາຄວາມປອດໄພ;

6. ມີລະບົບບັນຊີການຮັບ-ຈ່າຍ ຊໍ່ດອກ, ນໍ້າມັນດອກ, ນໍ້າມັນແກ່ນຈາກພືດປໍແກ້ວ ແລະ ພາກສ່ວນ ອື່ນໆຂອງພືດປໍແກ້ວ ທີ່ຈະນໍາມາເຮັດການຖອດຮີດ, ມີລະບົບ ບັນຊີຕິດຕາມປະລິມານສານ CBD ທີ່ຖອດຮີດ ໄດ້ ຕາມແບບຟອມທີ່ກໍານົດ;

7. ໃນກໍລະນີທີ່ບໍ່ສາມາດດໍາເນີນຕາມແຜນການຖອດຮີດ ທີ່ໄດ້ແຈ້ງໄວ້ ຕ້ອງລາຍງານໃຫ້ ກົມອາຫານ ແລະ ຢາ, ກະຊວງສາທາລະນາສຸກ ຊາບ ຕາມແບບຟອມທີ່ກໍານົດ ພາຍໃນ 5 (ຫ້າ) ວັນ ລັດຖະການ;

8. ໃນກໍລະນີນ້ໍາມັນທີ່ໄດ້ຈາກການຖອດຮີດ ແລະ ພາກສ່ວນອື່ນໆ ຈາກພືດປໍແກ້ວ ຖືກສູນເສັຍ ຫຼື ຖືກທໍາລາຍ ຕ້ອງແຈ້ງເປັນລາຍລັກອັກສອນ ຕໍ່ ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ຮັບຊາບພາຍ ໃນ 24 ຊົ່ວໂມງ;

9. ບົດລາຍງານແມ່ນກໍານົດເປັນ ສອງ ສະບັບຄື: ລາຍງານ ໃຫ້ ກົມອາຫານ ແລະ ຢາ, ກະຊວງສາທາ ລະນະສຸກ ແລະ ເກັບສໍາເນົາໄວ້ ໃນສະຖານທີ່ ທີ່ໄດ້ຮັບອະນຸຍາດ;

10.ຜູ້ທີ່ໄດ້ຮັບອະນຸຍາດຕ້ອງໃຫ້ຄວາມຮ່ວມມືກັບເຈົ້າຫນ້າທີ່ ໃນການສຸມເກັບຕົວຢ່າງ ເພື່ອຄວບຄຸມໃຫ້

ເປັນໄປຕາມລະບຽບການທີ່ໄດ້ກໍານົດໄວ້;

11.ກ່ອນການຂົນສົ່ງ ສານ CBD ໃຫ້ແຈ້ງ ລ່ວງໜ້າ ກ່ອນ 7 (ເຈັດ) ວັນ ໃຫ້ລະບຸຈໍານວນ, ວັນ ແລະ ເວລາ, ຍານພາຫະນະ ແລະ ເສັ້ນທາງການຂົນສົ່ງ ແລະ ຜູ້ຄວບຄຸມການຂົນສົ່ງ ພ້ອມທັງນໍາໃບແຈ້ງ ດັ່ງກ່າວ ແລະ ສໍາເນົາ ຫນັງສື ອະນຸຍາດໄປພ້ອມການຂົນສົ່ງ.

ມາດຕາ 10 ເງື່ອນໄຂການອະນຸຍາດເກັບຮັກສາ

ວິສາຫະກິດ ທີ່ມີຈຸດປະສົງ ການຂໍອະນຸຍາດ ເກັບຮັກສາ ພືດແກ້ວ ແມ່ນໃຫ້ປະຕິບັດ ຕາມເງື່ອນໄຂ ທີ່ລະບຸໄວ້ ໃນ ມາດຕາ 7 ນອກຈາກນັ້ນ ຕ້ອງປະຕິບັດຕາມເງື່ອນໄຂສະເພາະດັ່ງນີ້:

1. ຕ້ອງມີບົດວິພາກ ດ້ານເຕັກນິກວິຊາການໃຫ້ສອດຄ່ອງຕາມເງື່ອນໄຂທີ່ກໍານົດໄວ້;

2. ມີປ້າຍທີ່ເຮັດດ້ວຍວັດຖຸຖາວອນ ທີ່ມີຂະໜາດກວ້າງຢ່າງໜ້ອຍ 50 (ຫ້າສິບ) ຊັງຕີແມັດ, ຍາວຢ່າງໜ້ອຍ 100 ຊັງຕີແມັດ ແລະ ມີຕົວໜັງສືພາສາລາວ ສູງຢ່າງໜ້ອຍ 5 (ຫ້າ) ຊັງຕີແມັດ ສະແດງວັດຖຸປະສົງຂອງ ການມີໄວ້ເກັບຮັກສາ ຫຼື ມີຄອບຄອງ ເຊັ່ນ: ສະຖານທີ່ເກັບຮັກສາພືດປໍແກ້ວ ເພື່ອການຖອດຮີດ, ສະແດງເລກທີ່ ຮັບອະນຸຍາດ ແລະ ວັນສິ້ນສຸດຂອງການອະນຸຍາດ ໂດຍສະແດງ ເຫັນໄດ້ງ່າຍ, ເປີດເຜີຍຢູ່ສະຖານທີ່ ທີ່ໄດ້ຮັບ

ອະນຸຍາດ;

3. ມີສະຖານທີ່ ແລະ ຮັກສາຄວາມປອດໄພ ເພື່ອເກັບຮັກສາ ຊໍ່ດອກ, ນໍ້າມັນດອກ, ນໍ້າມັນແກ່ນ ຈາກ ພືດແກ້ວ ແລະ ສ່ວນອື່ນໆທີ່ໄດ້ຈາກພືດປໍແກ້ວ ເພື່ອປ້ອງກັນການສູນຫາຍ ຫຼື ຖືກທໍາລາຍ, ໃຫ້ແຍກເກັບ ຮັກສາເປັນສັດສ່ວນ ແລະ ບໍ່ໃຫ້ປົນກັບວັດຖຸອື່ນໆ;

4. ໃນກໍລະນີທີ່ ຊໍ່ດອກ, ນໍ້າມັນດອກ, ນໍ້າມັນແກ່ນ ຈາກພືດປໍແກ້ວ ແລະ ສ່ວນອື່ນໆທີ່ໄດ້ຈາກພືດ ແກ້ວ ຖືກລັກ ສູນຫາຍ ຫຼື ຖືກທໍາລາຍ ຕ້ອງແຈ້ງ ເປັນລາຍລັກອັກສອນ ມາຍັງ ກົມອາຫານ ແລະ ຢາ ຮັບຊາບ ພາຍໃນ 24 ຊົ່ວໂມງ;

5. ໃຫ້ມີສະຫຼາກຈະແຈ້ງໃນພາຊະນະ ຫຼື ຫີບຫໍ່ບັນຈຸ ຊໍ່ດອກ, ນໍ້າມັນດອກ, ນໍ້າມັນແກ່ນ ຈາກພືດ ປໍແກ້ວ ແລະ ສ່ວນອື່ນໆ ຕາມທີ່ໄດ້ຮັບອະນຸຍາດ;

6. ໃນກໍລະນີທີ່ບໍ່ສາມາດດໍາເນີນການຕາມແຜນການ ເກັບຮັກສາ ຫຼື ມີຄອບຄອງເພື່ອໃຊ້ປະໂຫຍດ ດັ່ງກ່າວໄດ້ ໃຫ້ແຈ້ງ ມາຍັງ ກົມອາຫານ ແລະ ຢາ ຕາມແບບຟອມທີ່ກໍານົດ ພາຍໃນ 30 (ສາມສິບ) ວັນ ນັບ ແຕ່ວັນທີ ທີ່ຈະບໍ່ສາມາດດໍາເນີນການໄດ້;

7. ສ້າງບັນຊີ ການຮັບ-ຈ່າຍ ຊໍ່ດອກ, ນ້ໍາມັນດອກ, ນ້ໍາມັນແກ່ນ ຈາກພືດແກ້ວ ແລະ ສ່ວນອື່ນໆ ຕາມທີ່ໄດ້ຮັບອະນຸຍາດ ແລະ ແຈ້ງມາຍັງ ກົມອາຫານ ແລະ ຢາ ປະຈໍາເດືອນ, ປີ ຕາມແບບຟອມທີ່ກໍານົດໄວ້;

8. ໃນການສ້າງບັນຊີ ການຮັບ-ຈ່າຍ ຊໍ່ດອກ, ນໍ້າມັນດອກ, ນໍ້າມັນແກ່ນ ຈາກພືດແກ້ວ ແລະ ສ່ວນອື່ນໆ ຕ້ອງສ້າງຂື້ນເປັນສອງສະບັບ ສະບັບໜຶ່ງສົ່ງໃຫ້ ກົມອາຫານ ແລະ ຢາ ພາຍໃນ 30 (ສາມສິບ) ວັນ ແລະ ການລາຍງານປະຈໍາປີ ຕ້ອງສົ່ງໃຫ້ໃນເດືອນສຸດທ້າຍຂອງປີນັ້ນໆ ແລະ ອີກສະບັບໜຶ່ງແມ່ນເກັບຮັກສາໄວ້ ໃນສະຖານທີ່ທີ່ມີໜັງສືອະນຸຍາດ ພ້ອມດ້ວຍເອກະສານ ຫຼື ຫຼັກຖານກ່ຽວກັບການເກັບຮັກສາ ແລະ ມີຄອບຄອງ ຊໍ່ດອກ, ນໍ້າມັນດອກ, ນໍ້າມັນແກ່ນ ຈາກພືດປໍແກ້ວ ແລະ ສ່ວນອື່ນໆ ທີ່ໄດ້ມີລາຍລະອຽດໄວ້ໃນບັນຊີດັ່ງກ່າວ ມີກໍານົດ 5 (ຫ້າ) ປີ ນັບແຕ່ມື້ທີ່ລົງລາຍການສຸດທ້າຍໃນບັນຊີ;

9. ໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່ ອາຫານ ແລະ ຢາ ແລະ ພາກສ່ວນທີ່ກ່ຽວຂ້ອງໃນການສຸ່ມເກັບ ຕົວຢ່າງ ຊໍ່ດອກ, ນໍ້າມັນດອກ, ນໍ້າມັນຈາກແກ່ນພືດປໍແກ້ວ ແລະ ສ່ວນອື່ນໆ ເພື່ອຄວບຄຸມ ແລະ ຕິດຕາມເກັບ ກໍາໃຫ້ເປັນໄປຕາມທີ່ໄດ້ຮັບອະນຸຍາດ;

10. ແຈ້ງກ່ອນລ່ວງໜ້າ ບໍ່ຕໍ່າກວ່າ 7 (ເຈັດ) ວັນ ຂອງການຂົນສົ່ງ ຊໍ່ດອກ, ນໍ້າມັນດອກ, ນໍ້າມັນຈາກ ແກ່ນພືດປໍແກ້ວ ແລະ ສ່ວນອື່ນໆຕາມທີ່ໄດ້ຮັບອະນຸຍາດ ໂດຍລະບຸປະລິມານ, ວັນ, ເວລາ, ຍານ ພາຫະນະ ແລະ ເສັ້ນທາງການຂົນສົ່ງ ແລະ ຜູ້ຄວບຄຸມການຂົນສົ່ງ ພ້ອມທັງນໍາໃບແຈ້ງ ດັ່ງກ່າວ ແລະ ສໍາເນົາໜັງສືຮັບຮອງ ໄປ ພ້ອມການຂົນສົ່ງ;

11. ໃນກໍລະນີທີ່ຕ້ອງການຢາກຮູ້ປະລິມານຂອງສານ THC ໃນ ຊໍ່ດອກ, ນ້ໍາມັນດອກ, ນໍ້າມັນແກ່ນ ຈາກພືດປໍແກ້ວ ແລະ ສ່ວນອື່ນໆ ໃຫ້ສົ່ງໄປກວດກາທີ່ສະຖານທີ່ກວດກາວິໄຈ ທີ່ ຮັບຮອງໂດຍ ກະຊວງ ສາທາລະນະສຸກ. ຫາກຜົນຂອງການກວດກາວິໄຈມີ ປະລິມານຂອງສານດັ່ງກ່າວເກີນກວ່າກໍານົດ ທີ່ ທາງການ ອະນຸມັດ ໃຫ້ ແຈ້ງມາຍັງ ກົມອາຫານ ແລະ ຢາ ຮັບຊາບໂດຍໄວ ເພື່ອມີມາດຕະການແກ້ໄຂຢ່າງຮັດກຸມ ແລະ ໃນໄລຍະລໍຖ້າມາດຕະການແກ້ໄຂ ຫ້າມດໍາເນີນການໃດໆກັບ ຊໍ່ດອກ, ນໍ້າມັນດອກ, ນ້ໍາມັນແກ່ນ ຈາກພຶດ ແກ້ວ ແລະ ສ່ວນອື່ນໆທີ່ມີປະລິມານ ສານ THC ເກີນມາດຕະຖານ ຢ່າງເດັດຂາດ.

ມາດຕາ 11 ເງື່ອນໄຂການອະນຸຍາດຈໍາໜ່າຍ ແລະ ນໍາໃຊ້

ວິສາຫະກິດ ທີ່ຂໍອະນຸຍາດຈໍາໜ່າຍ ແລະ ນໍາໃຊ້ຜະລິດຕະພັນຈາກພືດແກ້ວ ທີ່ກໍານົດໃຫ້ມີສານ THC ຕໍ່າກວ່າ 0,2% ແລະ ຕ້ອງປະຕິບັດໄປຕາມເງື່ອນໄຂ ທີ່ລະບຸໄວ້ ໃນ ມາດຕາ 7 ນອກຈາກນັ້ນ ຕ້ອງ ປະຕິບັດຕາມເງື່ອນໄຂສະເພາະດັ່ງນີ້:

1. ຕ້ອງມີບົດວິພາກ ໃຫ້ສອດຄ່ອງຕາມເງື່ອນໄຂທີ່ກໍານົດໄວ້;

2. ນໍາໃຊ້ຊໍ່ດອກປໍແກ້ວທີ່ມີ ສານ THC ບໍ່ເກີນ 1% ຂອງນໍ້າໜັກແຫ້ງ;

3. ທຸກຜະລິດຕະພັນອາຫານ, ຢາ ແລະ ຜະລິດຕະພັນການແພດ ທີ່ຈະຈໍາໜ່າຍ ແລະ ນໍາໃຊ້ໃນທາງ ການແພດ ແມ່ນຕ້ອງໄດ້ຮັບການຄຸ້ມຄອງຄຸນນະພາບ, ປະສິດທິພາບ ແລະ ຄວາມປອດໄພ ໂດຍການຢັ້ງຢືນຈາກ ຜົນການວິໄຈເພື່ອການຄວບຄຸມການບັນຈຸຂອງສານ THC ບໍ່ໃຫ້ເກີນ 0.2% ຂອງນໍ້າຫນັກຜະລິດຕະພັນ ແລະ ປະລິມານຂອງ ສານ CBD ຕ້ອງມີຫຼາຍກວ່າ ສານ THC ຢ່າງໜ້ອຍສີ່ເທົ່າ;

4. ຕ້ອງໄດ້ຮັບການຂື້ນທະບຽນ ຈາກ ກົມອາຫານ ແລະ ຢາ ກ່ອນ ການຈໍາໜ່າຍ ແລະ ນໍາໃຊ້ ເພື່ອປົກ ປ້ອງສຸຂະພາບ ແລະ ປະສິດທິຜົນໃນທາງການແພດ.

ມາດຕາ 12 ເງື່ອນໄຂການອະນຸຍາດນໍາເຂົ້າ-ສົ່ງອອກ, ຂົນສົ່ງ

ວິສາຫະກິດ ທີ່ຂໍອະນຸຍາດນໍາເຂົ້າ-ສົ່ງອອກ ຂົນສົ່ງ ຊໍ່ດອກ, ນໍ້າມັນດອກ, ນໍ້າມັນແກ່ນ ຈາກພືດປໍແກ້ວ ແລະ ພາກ ສ່ວນອື່ນໆ ທີ່ມີຄວາມເຂັ້ມຂຸ້ນຕ່າງໆຂອງສານ CBD ແມ່ນຕ້ອງປະຕິບັດຕາມ ໄປຕາມເງື່ອນໄຂ ທີ່ ລະບຸໄວ້ ໃນ ມາດຕາ 7 ນອກຈາກນັ້ນ ຕ້ອງປະຕິບັດຕາມເງື່ອນໄຂດັ່ງນີ້:

1. ຕ້ອງມີບົດວິພາກ ໃຫ້ສອດຄ່ອງຕາມເງື່ອນໄຂທີ່ກໍານົດໄວ້;

2. ການນໍາເຂົ້າ-ສົ່ງອອກ ຊໍ່ດອກ, ນ້ໍາມັນດອກ, ນ້ໍາມັນແກ່ນ ຈາກພືດປໍແກ້ວ ແລະ ພາກ ສ່ວນອື່ນໆ ທີ່ມີສານ CBD ເຂັ້ມຂຸ້ນ ທີ່ມີຈຸດປະສົງເພື່ອການຈໍາໜ່າຍ ແມ່ນສາມາດດໍາເນີນການໄດ້ ພາຍຫຼັງທີ່ໄດ້ຮັບ ອະນຸຍາດ ຈາກ ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ;

3. ການຂົນສົ່ງ ຊໍ່ດອກ, ນໍ້າມັນດອກ, ນໍ້າມັນຈາກແກ່ນພືດປໍແກ້ວ ແລະ ພາກ ສ່ວນອື່ນໆ ທີ່ມີ ສານ CBD ເຂັ້ມຂຸ້ນ ແມ່ນໃຫ້ດໍາເນີນການຕາມ ມາດຕາ 9 ຂໍ້ 11, ມາດຕາ 10 ຂໍ້ 10.

ໝວດທີ 3

ເອກະສານຂໍອະນຸຍາດ ແລະ ການພິຈາລະນາ

ມາດຕາ 13 ເອກະສານຂໍອະນຸຍາດ

ບັນດາເອກະສານ ຂໍອະນຸຍາດທະບຽນວິຊາການ ເພື່ອອະນຸຍາດດໍາເນີນກິດຈະການກ່ຽວກັບພືດປໍແກ້ວມີ

ດັ່ງລຸ່ມນີ້:

1. ໃບຄໍາຮ້ອງຂໍໃບອະນຸຍາດທະບຽນວິຊາການ;

2. ໃບຊີວະປະຫວັດຫຍໍ້ (ຕິດຮູບຖ່າຍບໍ່ເກີນ 01 ປີ);

3. ໃບຢັ້ງຢືນສຸຂະພາບ (ບໍ່ເກີນ 3 ເດືອນ);

4. ໃບຢັ້ງຢືນທີ່ຢູ່ປະຈຸບັນ (ຕິດຮູບຖ່າຍບໍ່ເກີນ 03 ເດືອນ);

 5. ຮູບຖ່າຍຂະຫນາດ 3 x 4 (ຮູບຖ່າຍບໍ່ເກີນ 01 ປີ);

6. ໃບປະກາດຊະນີຍະບັດເພສັຊກໍາ (ສໍາເນົາ);

7. ໃບແຈ້ງໂທດ;

8. ໃບຢັ້ງຢືນຮັບໃຊ້ວິຊາສະເພາະທາງດ້ານເພສັດຊະກໍາ ຫຼື ນັກເຄມີສາດ

9. ໃບຢັ້ງຢືນການອອກລັດຖະການ ຫຼື ໃບແຕ່ງຕັ້ງຂອງກົມກອງກໍລະນີເປັນລັດວິສະຫະກິດ;

10. ໃບອະນຸຍາດການລົງທຶນ (ສໍາເນົາ);

11. ໃບທະບຽນວິສາຫະກິດ (ສໍາເນົາ);

12. ໃບຢັ້ງຢືນກໍາມະສິດ/ສັນຍາເຊົ່າ;

13.ແຜນວາດສະຖານທີ່.

- ສະຖານທີ່ປູກໃນເຂດສໍາປະທານ ແລະ ເສັ້ນທາງເຂົ້າເຖິງສະຖານທີ່ປູກ ແລະ ບອກແຈ້ງກ່ຽວກັບພິກັດຂະຫນາດພື້ນທີ່ ທີ່ຂໍອະນຸຍາດ ແລະ ສະຖານທີ່ໃກ້ຄຽງ;

- ສະຖານທີ່ເຮັດການຖອດຮີດ, ຜະລິດ, ປຸງແຕ່ງ, ເກັບຮັກສາ ພ້ອມແຈ້ງຂະໜາດພື້ນທີ່, ເຂດທີ່ຕັ້ງ

ທີ່ຂໍອະນຸຍາດ.

14. ແຜນວາດ ໂຄງສ້າງ ອາຄານ

- ໂຄງສ້າງ ແລະ ລະບົບອາຄານປູກ ໃນຮົ່ມ ຫຼື ກາງແຈ້ງ (ລະບົບປິດ);

- ໂຄງສ້າງ ແລະ ລະບົບອາຄານ ຜະລິດຖອດຮີດ, ຜະລິດ, ປຸງແຕ່ງ;

- ໂຄງສ້າງ ແລະ ລະບົບອາຄານ ການເກັບຮັກສາ;

15. ບົດວິພາກ ການດໍາເນີນກິດຈະການ ກ່ຽວກັບພືດປໍແກ້ວ.

ມາດຕາ 14 ຂັ້ນຕອນການພິຈາລະນາ

1. ຍື່ນເອກະສານຄໍາຮ້ອງ ມາຍັງ ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ເພື່ອພິຈາລະນາຄວາມ ຄົບຖ້ວນ ແລະ ຖືກຕ້ອງ ກ່ອນການນໍາສະເຫນີ ຜ່ານຄະນະກໍາມະການ ທີ່ໄດ້ຮັບການແຕ່ງຕັ້ງ ຕາມຈຸດປະສົງທີ່ໄດ້ ສະເໜີມາ;

2. ໃນກໍລະນີ ເອກະສານ ຄົບຖ້ວນ ຖືກຕ້ອງ ຈະຖືກນໍາສະເຫນີ ຕໍ່ ອະນຸກໍາມະການ ຄຸ້ມຄອງ ພືດປໍແກ້ວ ທີ່ໄດ້ຮັບການແຕ່ງຕັ້ງ ເພື່ອພິຈາລະນາອະນຸມັດຕາມປະເພດການຂໍອະນຸຍາດກິດຈະການ ຊິ່ງຈະດໍາເນີນການ ພິຈາລະນາໃນກໍານົດເວລາດັ່ງນີ້:

-ການຂໍອະນຸຍາດ ປູກ ກໍານົດ 30 (ສາມສິບ) ວັນ;

- ການຂໍອະນຸຍາດ ໂຮງງານ ຖອດຮີດ, ຜະລິດ, ປຸງແຕ່ງ ກໍານົດ 90 (ເກົ້າສິບ) ວັນ;

- ການຂໍອະນຸຍາດຈໍາໜ່າຍ ແລະ ນໍາໃຊ້ ກໍານົດ 30 (ສາມສິບ) ວັນ;

- ການຂໍອະນຸຍາດ ນໍາເຂົ້າ-ສົ່ງອອກ, ຂົນສົ່ງ ກໍານົດ 30 (ສາມສິບ) ວັນ;

3. ຄະນະກໍາມະການ ລົງຕິດຕາມ ກວດກາ ສະຖານທີ່ ຕາມ ເງື່ອນໄຂ ຂອງການພິຈາລະນາ;

4. ໃນກໍລະນີຄໍາຮ້ອງບໍ່ຄົບຖ້ວນ ຈະໄດ້ແຈ້ງຄືນຫາ ຜູ້ປະກອບການເພື່ອປັບປຸງແກ້ໄຂ ພາຍໃນ 5 (ຫ້າ)

ວັນ ລັດຖະການ ເພື່ອໃຫ້ ຜູ້ປະກອບການ ປັບປຸງແກ້ໄຂ ພາຍໃນ 30 (ສາມສິບ) ວັນ ລັດຖະການ;

5. ໃນກໍລະນີ ຜູ້ປະກອບການບໍ່ດໍາເນີນຕາມການແນະນໍາ ທີ່ໄດ້ລະບຸໄວ້ໃນຂໍ້ທີ 04 ຈະບໍ່ໄດ້ຮັບການ ພິຈາລະນາ ແລະ ເອກະສານຈະຖືກຖອນ ແລະ ແຈ້ງໃຫ້ ຜູ້ຂໍອະນຸຍາດ ຮັບຊາບ;

6. ການອະນຸຍາດ ແມ່ນຈະໄດ້ຮັບໜັງສື ຢັ້ງຢືນ ເພື່ອສະແດງເຖິງການອະນຸຍາດ ຕາມແບບຟອມທີ່ກໍານົດໄວ້.

ໝວດທີ 4

ຫຼັກການດໍາເນີນພາຍຫຼັງການອະນຸຍາດ

ມາດຕາ 15 ຫຼັກການການດໍາເນີນພາຍຫຼັງຮັບອະນຸຍາດການປຸກ ດັ່ງນີ້:

ພາຍຫຼັງ ວິສາຫະກິດ ໄດ້ຮັບອະນຸຍາດປູກ ພືດປໍແກ້ວ ແລ້ວ ແມ່ນມີຫຼັກການ ການດໍາເນີນການປະຕິບັດ

1. ປຸກຕົ້ນປໍແກ້ວໃນສະຖານທີ ່ທີ່ໄດ້ກໍານົດໃນຫນັງສືການອະນຸຍາດເທົ່ານັ້ນ;

2. ການປູກທຸກຄັ້ງຕ້ອງໃຊ້ແກ່ນພັນທີ່ຖືກຮັບຮອງຢ່າງເປັນທາງການ, ອາດຈະແມ່ນແກ່ນພັນທີ່ ພັດທະນາຂຶ້ນ ພາຍໃນ ຫຼື ນໍາເຂົ້າຈາກຕ່າງປະເທດ ທີ່ໄດ້ຮັບອະນຸຍາດຈາກອົງການຄຸ້ມຄອງທີ່ກ່ຽວຂ້ອງ ຈາກປະເທດ ຜູ້ສົ່ງອອກ ແລະ ໃຫ້ສອດຄ່ອງກັບລະບຽບການຄຸ້ມຄອງຂອງ ສປປ ລາວ;

3. ຕ້ອງມີຮົ້ວ ຫຼື ກໍາແພງ ອ້ອມພື້ນທີ່ການເພາະປູກ ຢ່າງແໜ້ນໜາທີ່ຮັບປະກັນ ຕາມຮູບແບບເຕັກນິກ ວິຊາການ;

4. ຕ້ອງມີປ້າຍທີ່ເຮັດດ້ວຍວັດຖຸທີ່ມີຄວາມທົນທານ ມີຂະໜາດກວ້າງ ຫ້າສິບ ຊັງຕີແມັດ ແລະ ຍາວໜຶ່ງຮ້ອຍ ຊັງຕີແມັດ ແລະ ມີຂໍ້ຄວາມເປັນຕົວໜັງສືພາສາລາວ ສູງ 5 (ຫ້າ) ຊັງຕີແມັດ ຂື້ນໄປ ພ້ອມທັງ ສະແດງ ວັດຖຸປະສົງຂອງການປູກ ເຊັ່ນ: “ສະຖານທີ່ປູກພືດປໍແກ້ວ ເພື່ອໃຊ້ປະໂຫຍດໃນທາງການແພດ”, ສະແດງເລກທີ ໜັງສືຮັບຮອງການປູກ, ຊື່ຜູ້ໄດ້ຮັບອະນຸຍາດ ແລະ ມື້ຫມົດອາຍຸ ຂອງການອະນຸຍາດ ຕາມໜັງສືຮັບຮອງ ໂດຍ ໃຫ້ສະແດງໄວ້ໃນທີ່ເປີດເຜີຍ ເຫັນໄດ້ງ່າຍ ໃນສະຖານທີ່ ທີ່ໄດ້ຮັບອະນຸຍາດ;

5. ຕ້ອງຈັດໃຫ້ມີສະຖານທີ່ຂອງການເກັບຮັກສາທີ່ມີຄວາມປອດໄພ ເພື່ອເກັບຮັກສາແກ່ນພັນທີ່ຖືກ

ຮັບຮອງ ຫຼື ສ່ວນອື່ນຂອງພືດປໍແກ້ວເພື່ອປ້ອງກັນການສູນຫາຍ ຫຼື ຖືກທໍາລາຍ ໂດຍແຍກເປັນສັດສ່ວນ ແລະ ບໍ່ໃຫ້ປົນກັບວັດຖຸອື່ນ;

6. ໃນກໍລະນີທີ່ ແກ່ນພັນ ຫຼື ສ່ວນອື່ນຂອງພືດບໍ່ແກ້ວ ທີ່ໄດ້ຮັບຮອງ, ຖືກສູນເສຍ ຫຼື ຖືກທໍາລາຍ ຫຼື ກໍລະນີທີ່ເຫຼືອ ຈາກການປູກ ຕ້ອງແຈ້ງເປັນລາຍລັກອັກສອນ ຕໍ່ ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ຮັບຊາບໂດຍໄວ;

7. ຜູ້ໄດ້ຮັບອະນຸຍາດຕ້ອງຮັບປະກັນໃຫ້ມີການກວດກາວິໄຈເພື່ອຫາປະລິມານສານ. THC ໃນພືດ ປໍແກ້ວທີ່ປຸກທຸກຄັ້ງ ແລະ ຕ້ອງໄດ້ຮັບການຢັ້ງຢືນ ຈາກ ຫ້ອງວິໄຈ ຂອງ ກະຊວງສາທາລະນະສຸກ ຮັບຮອງ;

8. ໃບຢັ້ງຢືນການວິໄຈ ດັ່ງກ່າວຕ້ອງເກັບຮັກສາໄວ້ ຢ່າງໜ້ອຍ 5 (ຫ້າ) ປີ ນັບແຕ່ມື້ທີ່ ຢັ້ງຢືນການວິໄຈ ເປັນທາງການ; ໃນກໍລະນີທີ່ຜູ້ຮັບອະນຸຍາດກວດພົບປະລິມານສານ THC ເກີນກວ່າທີ່ທາງການກໍານົດ ຕ້ອງແຈ້ງ ກົມອາຫານ ແລະ ຢາ ຮັບຊາບ ໂດຍໄວ ເພື່ອ ດໍາເນີນມາດຕະການຄຸ້ມຄອງ ແລະ ແກ້ໄຂຢ່າງຮັດກຸມ.

9. ມີສະຫຼາກໃສ່ພາຊະນະ ຫຼື ຫີບຫໍ່ ແກ່ນພັນທີ່ຖືກຮັບຮອງ ທີ່ສະແດງເຖິງ:

ກ) ຂໍ້ມຸນຊື່ແກ່ນພັນ;

ຂ) ອັດຕາການງອກຂອງແກ່ນພັນທີ່ຖືກຮັບຮອງ ແລະ ລະບຸວັນເດືອນປີທີ່ທົດສອບ;

ຄ) ສະຖານທີ່ປຸກ;

ງ) ວັນ ເດືອນ ແລະ ປີ ຂອງການເກັບກູ້;

ຈ) ຊຸດການປຸກ;

ສ) ນໍ້າໜັກສຸດທິ;

ຊ) ຊື່ ແລະ ທີ່ຢູ່ ຂອງຜູ້ຜະລິດແກ່ນພັນ.

10. ດໍາເນີນຕາມແຜນການ ຖອດຮີດ, ຜະລິດ, ປຸງແຕ່ງ ຕາມເປົ້າໝາຍການນໍາໃຊ້, ໃນກໍລະນີທີ່ບໍ່ ສາມາດດໍາເນີນການຕາມແຜນດັ່ງກ່າວ ໃຫ້ແຈ້ງ ກົມອາຫານ ແລະ ຢາ ຕາມແບບຟອມທີ່ກໍານົດໄວ້ ພາຍໃນ 30 (ສາມສິບ) ວັນ;

11. ສ້າງບັນຊີການຮັບ ແລະ ການຈ່າຍ ແກ່ນພັນ ແລະ ສ່ວນຕ່າງໆ ຂອງພືດປໍແກ້ວ ທີ່ໄດ້ຮັບອະນຸຍາດ

ເພື່ອ ເກັບກໍາຂໍ້ມູນ ແລະ ລາຍງານ ມາຍັງ ກົມອາຫານ ແລະ ຢາ ເປັນແຕ່ລະໄລຍະຕາມແບບຟອມທີ່ກໍານົດໄວ້;

12. ການລາຍງານ ພ້ອມດ້ວຍເອກະສານ ຫຼື ຫຼັກຖານກ່ຽວກັບການຮັບ ແລະ ການຈ່າຍດັ່ງກ່າວ ແມ່ນ ໃຫ້ເຮັດ ເປັນສອງສະບັບ ສະບັບໜຶ່ງໃຫ້ສະເຫນີ ຕໍ່ ກົມອາຫານ ແລະ ຢາ ແລະ ອີກສະບັບໜຶ່ງ ແມ່ນເກັບຮັກສາ ໄວ້ໃນສະຖານທີ່ ທີ່ໄດ້ຮັບອະນຸຍາດ. ການລາຍງານ ແມ່ນມື້ສຸດທ້າຍຂອງເດືອນ ແລະ ມື້ສຸດທ້າຍຂອງປີ ແລ້ວແຕ່ກໍລະນີ. ບົດລາຍງານດັ່ງກ່າວ ຕ້ອງ ເກັບຮັກສາໄວ້ ໃນກໍານົດເວລາ 5 (ຫ້າ) ປີ;

13. ກ່ອນການເກັບກູ້ພືດປໍແກ້ວ ຕ້ອງແຈ້ງວັນເວລາ ແລະ ຄາດຄະເນການເກັບກູ້ ລ່ວງໜ້າຢ່າງໜ້ອຍ 30 (ສາມສິບ)ວັນ ເພື່ອລົງຕິດຕາມຄວມຄຸມການເກັບກູ້. ຫຼັງຈາກໄດ້ດໍາເນີນການເກັບກູ້ແລ້ວ, ສ່ວນອື່ນໆທີ່ບໍ່ ກ່ຽວຂ້ອງກັບຈຸດປະສົງຂອງການອະນຸຍາດ ໃຫ້ດໍາເນີນການທໍາລາຍ ຕໍ່ຫນ້າເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ພ້ອມບັນທຶກ ຫຼັກຖານ ແລະ ຖ່າຍຮູບໄວ້;

14. ໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່ໃນການຊຸ່ມເກັບຕົວຢ່າງ ແກ່ນພັນ ຫຼື ພາກສ່ວນອື່ນໆ ຈາກພືດ ປໍແກ້ວເພື່ອຄວບຄຸມ ແລະ ຕິດຕາມໃຫ້ສອດຄ່ອງ ຕາມລະບຽບການທີ່ໄດ້ກໍານົດໄວ້;

15. ຮັບຜິດຊອບຕໍ່ລະບຽບການ ໃນກໍລະນີຜົນເກັບກ່ຽວ ພົບປະລິມານຂອງສານ THC ມີປະລິມານ ເກີນຂອບເຂດທີ່ທາງການອະນຸຍາດ;

16. ກ່ອນການຂົນສົ່ງ ຕ້ອງແຈ້ງ ກ່ອນລ່ວງຫນ້າ ຢ່າງໜ້ອຍ 7 (ເຈັດ) ວັນ ໂດຍລະບຸ ປະລິມານ, ວັນ, ເວລາ, ຍານພາຫະນະ, ເສັ້ນທາງການຂົນສົ່ງ ແລະ ຜູ້ຄວບຄຸມການຂົນສົ່ງ ພ້ອມທັງນໍາໃບແຈ້ງ ດັ່ງກ່າວ ແລະ ສໍາ ເນົາຫນັງສື ອະນຸຍາດໄປພ້ອມການຂົນສົ່ງ.

ມາດຕາ 16 ຫຼັກການການດໍາເນີນພາຍຫຼັງຮັບອະນຸຍາດການຖອດຮີດ, ຜະລິດ, ປຸງແຕ່ງ

ພາຍຫຼັງ ວິສາຫະກິດ ທີ່ໄດ້ຮັບອະນຸຍາດໃຫ້ຖອດຮີດ, ຜະລິດ, ປຸງແຕ່ງ ແມ່ນສາມາດນໍາໃຊ້ສ່ວນຕ່າງໆ ຈາກພືດປໍແກ້ວເພື່ອເຮັດການຖອດຮີດ, ຜະລິດ, ປຸງແຕ່ງ ໄດ້ດັ່ງນີ້:

1. ພາກສວ່ນແກ່ນປໍແກ້ວ ນໍາໃຊ້ໃນການຖອດຮີດ ເອົານໍ້າມັນ ເພື່ອເປັນສ່ວນປະກອບຂອງອາຫານ, ຢາ ຫຼວງ, ຢາຟື້ນ ເມືອງ ແລະ ຜະລິດຕະພັນເສີມສຸຂະພາບ;

2. ພາກສ່ວນຊໍ່ດອກແກ້ວ ນໍາໃຊ້ເພື່ອເປັນສວນປະສົມ ໃນການຜະລິດ, ປຸງແຕ່ງ (ຢາຫຼວງ, ຢາພື້ນເມືອງ ແລະ ຜະລິດຕະພັນເສີມສຸຂະພາບ), ສ່ວນປະສົມອາຫານ (ຍົກເວັ້ນ ອາຫານ ສໍາລັບເດັກ), ເຄື່ອງ ດື່ມ ແລະ ເຄື່ອງສໍາອາງ (ຍົກເວັ້ນ ເຄື່ອງສໍາອາງທີ່ໃຊ້ ທາງຜົ້ງປາກ ແລະ ທາງຊອງຄອດ) ແມ່ນສາມາດນໍາໃຊ້ສານ CBD ເຂົ້າເປັນສ່ວນປະກອບ ເພື່ອປະໂຫຍດທາງການແພດ ແລະ ອະນຸຍາດໃຫ້ມີສານ THC ບໍ່ເກີນ 1% ໃນນໍ້າ ຫນັກແຫ້ງພືດປໍແກ້ວ ແລະ ຖ້າເປັນຜະລິດຕະພັນສໍາເລັດຮູບໃດໜຶ່ງຈາກພືດປໍແກ້ວ ທີ່ມີສານ CBD ເຂົ້າ ເປັນສວນປະກອບ ແມ່ນອະນຸຍາດໃຫ້ມີສານ THC ບໍ່ເກີນ 0,2%;

3. ພາກສວ່ນໃບປໍແກ້ວ ນໍາໃຊ້ເຂົ້າໃນຕໍາລາຢາພື້ນເມືອງແບບດັ້ງເດີມ, ຊາພື້ນເມືອງ ແລະ ເຄື່ອງສໍາອາງ; 4. ພາກສວ່ນເປືອກ/ລໍາຕົ້ນ/ເສັ້ນໄຍ/ກິ່ງກ້ານ/ຮາກປໍແກ້ວ ສາມາດນໍາໃຊ້ເຂົ້າໃນຕໍາລາຢາພື້ນເມືອງ ແບບ ດັ້ງເດີມ, ເຄື່ອງສໍາອາງ ຈໍາພວກຂັດຖຸ ຫຼື ອະນາໄມ ເຊິ່ງ ເປັນຜະລິດຕະພັນໃຊ້ແລ້ວລ້າງອອກ.

ມາດຕາ 17 ຫຼັກການການດໍາເນີນພາຍຫຼັງຮັບອະນຸຍາດການເກັບຮັກສາ

ພາຍຫຼັງວິສາຫະກິດ ໄດ້ຮັບອະນຸຍາດໃຫ້ ເກັບຮັກສາພືດປໍແກ້ວແລ້ວ ແມ່ນຕ້ອງໄດ້ປະຕິບັດດັ່ງນີ້:

1. ຈັດໃຫ້ມີສະຖານທີ ່ ແລະ ການຮັກສາຄວາມປອດໄພ ເພື່ອເກັບຮັກສາ ຊໍ່ດອກ, ນໍ້າມັນດອກ, ນໍ້າມັນ ແກ່ນ ຈາກພຶດແກ້ວ ແລະ ສ່ວນອື່ນໆທີ່ໄດ້ຈາກພືດປໍແກ້ວ ເພື່ອປ້ອງກັນການສູນຫາຍ ຫຼື ຖືກທໍາລາຍ, ໃຫ້ ແຍກເກັບຮັກສາເປັນສັດສ່ວນ ແລະ ບໍ່ໃຫ້ປົນກັບວັດຖຸອື່ນໆ;

2. ມີປ້າຍທີ່ເຮັດດ້ວຍວັດຖຸຖາວອນ ທີ່ມີຂະຫນາດກວ້າງບໍ່ຫນ້ອຍກວ່າ 50 (ຫ້າສິບ) ຊັງຕີແມັດ ຍາວບໍ່ ຫນ້ອຍກວ່າ 100 (ໜຶ່ງຮ້ອຍ) ຊັງຕີແມັດ ແລະ ມີຂໍ້ຄວາມເປັນຕົວຫນັງສືລາວ ສູງບໍ່ໜ້ອຍກວ່າ 5 ຊັງຕີແມັດ ສະແດງວັດຖຸປະສົງຂອງການມີໄວ້ໃນຄອບຄອງ ເຊັ່ນ: ສະຖານທີ່ເກັບຮັກສາພືດປໍແກ້ວ ເພື່ອການຖອດຮີດ, ສະແດງເລກທີ່ໜັງສືຮັບຮອງ ຊຶ່ງຜູ້ຮັບອະນຸຍາດ ແລະ ເວລາສິ້ນສຸດຂອງການອະນຸຍາດຕາມໜັງສືຮັບຮອງ ໂດຍ ສະແດງໄວ້ໃນສະຖານທີ່ເປີດເຜີຍ ເຫັນໄດ້ງ່າຍ ໃນສະຖານທີ່ ທີ່ໄດ້ຮັບອະນຸຍາດ;

3. ໃນກໍລະນີທີ່ ຊໍ່ດອກ, ນໍ້າມັນດອກ, ນໍ້າມັນແກ່ນ ຈາກພຶດບໍ່ແກ້ວ ແລະ ສ່ວນອື່ນໆທີ່ໄດ້ຈາກພືດປໍແກ້ວ ຖືກລັກ ສູນຫາຍ ຫຼື ຖືກທໍາລາຍ ຕ້ອງແຈ້ງ ເປັນລາຍລັກອັກສອນຕໍ່ ກົມອາຫານ ແລະ ຢາ ເພື່ອຊາບໂດຍໄວ;

4. ມີສະຫຼາກຢູ່ພາຊະນະ ຫຼື ຫີບຫໍ່ບັນຈຸ ຊໍ່ດອກ, ນໍ້າມັນດອກ, ນໍ້າມັນແກ່ນ ຈາກພຶດແກ້ວ ແລະ ສ່ວນອື່ນໆ ຕາມທີ່ໄດ້ຮັບອະນຸຍາດ ບໍ່ໃຫ້ເປ່ເພ;

5. ໃນກໍລະນີທີ່ບໍ່ສາມາດດໍາເນີນການຕາມແຜນການເກັບຮັກສາເພື່ອໃຊ້ປະໂຫຍດດັ່ງກ່າວໄດ້ໃຫ້ແຈ້ງຕໍ່ ກົມອາຫານ ແລະ ຢາ ຕາມແບບຟອມທີ່ກໍານົດ ພາຍໃນ 30 (ສາມສິບ) ວັນ ນັບແຕ່ວັນທີ ທີ່ຈະບໍ່ສາມາດດໍາ ເນີນການໄດ້ດັ່ງກ່າວ;

6. ສ້າງບັນຊີ ການຮັບ ການຈ່າຍ ຊໍ່ດອກ, ນ້ໍາມັນດອກ, ນໍ້າມັນແກ່ນ ຈາກພຶດແກ້ວ ແລະ ສ່ວນອື່ນໆ ຕາມທີ່ໄດ້ຮັບອະນຸຍາດ ແລະ ແຈ້ງຕໍ່ ກົມ ອາຫານ ແລະ ຢາ ເປັນແຕ່ລະເດືອນ ແລະ ປີ ຕາມແບບຟອມທີ່ກໍານົດ ໄວ້. ຜູ້ທີ່ຈະຮັບຊໍ່ດອກ, ນ້ໍາມັນດອກ, ແກ່ນຈາກພຶດແກ້ວ ແລະ ສ່ວນອື່ນໆ ຕ້ອງເປັນ ວິສາຫະກິດ ທີ່ໄດ້ຮັບ ອະນຸຍາດຢ່າງເປັນທາງການເທົ່ານັ້ນ;

ໃນການສ້າງບັນຊີ ການຮັບ ການຈ່າຍ ຊໍ່ດອກ, ນໍ້າມັນດອກ, ນໍ້າມັນແກ່ນ ຈາກພຶດແກ້ວ ແລະ ສ່ວນອື່ນໆ ຕ້ອງເຮັດເປັນສອງສະບັບ ສະບັບໜຶ່ງໃຫ້ສະເໜີຕໍ່ ກົມອາຫານ ແລະ ຢາພາຍໃນ 30 (ສາມສິບ) ວັນ ແລະ ອີກສະບັບໜຶ່ງແມ່ນເກັບຮັກສາໄວ້ໃນສະຖານທີ່ທີ່ກໍານົດໄວ້ໃນໜັງສືຮັບຮອງ ພ້ອມດ້ວຍເອກະສານ ຫຼື ຫຼັກຖານກ່ຽວກັບການຮັບ ການຮັກສາ ຊໍ່ດອກ, ນໍ້າມັນດອກ, ນໍ້າມັນແກ່ນ ຈາກພຶດປໍແກ້ວ ແລະ ສ່ວນອື່ນໆ ທີ່ ໄດ້ບັນທຶກຂໍ້ມູນໄວ້ໃນບັນຊີດັ່ງກ່າວ ມີກໍານົດ 5 (ຫ້າ) ປີ.

7. ໃຫ້ຄວາມຮ່ວມມືກັບພະນັກງານເຈົ້າໜ້າທີ່ຂອງລັດທີ່ກ່ຽວຂ້ອງໃນການສຸມເກັບຕົວຢ່າງ ຊໍ່ດອກ, ນໍ້າ ມັນດອກ, ນໍ້າມັນແກ່ນ ຈາກພຶດແກ້ວ ແລະ ສ່ວນອື່ນໆ ເພື່ອຄວບຄຸມ ແລະ ກໍາກັບໃຫ້ເປັນໄປຕາມທີ່ໄດ້ຮັບ

ອະນຸຍາດ;

8. ແຈ້ງກໍານົດເວລາລ່ວງໜ້າບໍ່ຕໍ່າກວ່າ 7 (ເຈັດ) ວັນ ກ່ອນການຂົນສົ່ງ ຊໍ່ດອກ, ນໍ້າມັນດອກ, ນໍ້າມັນ ແກ່ນ ຈາກພຶດແກ້ວ ແລະ ສ່ວນອື່ນໆຕາມທີ່ໄດ້ຮັບອະນຸຍາດ ຕໍ່ ກົມອາຫານ ແລະ ຢາ ໂດຍ ລະບຸປະລິມານ ວັນ ແລະ ເວລາ, ຍານພາຫະນະ ແລະ ເສັ້ນທາງການຂົນສົ່ງ ແລະ ຜູ້ຄວບຄຸມການຂົນສົ່ງ ພ້ອມທັງນໍາໃບແຈ້ງ ດັ່ງກ່າວ ແລະ ສໍາເນົາໜັງສືຮັບຮອງໄປພ້ອມການຂົນສົ່ງ;

9. ໃນກໍລະນີທີ່ຕ້ອງການຢາກຮູ້ປະລິມານຂອງສານ THC ໃນ ຊໍ່ດອກ, ນ້ໍາມັນດອກ, ແກ່ນຈາກພືດປໍແກ້ວ ແລະ ສ່ວນ ອື່ນໆ ໃຫ້ສົ່ງໄປກວດກາທີ່ຫ້ອງກວດກາວິໄຈ ທີ່ຂຶ້ນກັບ ກະຊວງສາທາລະນະສຸກ. ຫາກຜົນ ຂອງການກວດກາວິໄຈມີປະລິມານຂອງ ສານ THC ເກີນກວ່າກໍານົດທີ່ທາງການອະນຸມັດ ໃຫ້ຜູ້ສົ່ງກວດ ແຈ້ງ ຕໍ່ ກົມອາຫານ ແລະ ຢາ ຮັບຊາບໂດຍໄວ ເພື່ອມີມາດຕະການແກ້ໄຂຢ່າງຮັດກຸມ. ໃນໄລຍະລໍຖ້າມາດຕະການ ແກ້ໄຂ ຫ້າມດໍາເນີນການໃດໆກັບ ຊໍ່ດອກ, ນໍ້າມັນດອກ, ແກ່ນຈາກພຶດແກ້ວ ແລະ ສ່ວນອື່ນໆທີ່ມີປະລິມານ ເກີນມາດຕະຖານ ຢ່າງເດັດຂາດ.

ມາດຕາ 18 ຫຼັກການການດໍາເນີນພາຍຫຼັງໄດ້ຮັບອະນຸຍາດການຈໍາໜ່າຍ ແລະ ນໍາໃຊ້

ພາຍຫຼັງ ວິສາຫະກິດ ໄດ້ຮັບອະນຸຍາດໃຫ້ ຈໍາໜ່າຍ ຊື້-ຂາຍ ແລະ ນໍາໃຊ້ພືດປໍແກ້ວ ແລະ ຜະລິດຕະພັນ ຈາກພືດປໍແກ້ວ ທີ່ກໍານົດໃຫ້ມີສານ THC ຕໍ່າກວ່າ 0,2% ແມ່ນກໍານົດຄືດັ່ງນີ້:

1. ຊໍ່ດອກປໍແກ້ວ ແມ່ນໃຫ້ມີ ສານ THC ຕໍ່າກວ່າ 1% ຂອງນໍ້ຫນັກແຫ້ງ; ຜະລິດຕະພັນຢາທີ່ຈະໃຊ້ໃນ ທາງການແພດ ແມ່ນໃຫ້ມີ ສານ THC ບໍ່ເກີນ 0,2% ຂອງນໍ້າຫນັກຜະລິດຕະພັນ ເພື່ອປົກປ້ອງສຸຂະພາບ ແລະ ປະສິດທິຜົນໃນທາງການແພດ ປະລິມານຂອງສານ CBD ຕ້ອງມີຫຼາຍກວ່າ THC ຢ່າງຫນ້ອຍສີເທົ່າ ແລະ ໄດ້ ຂຶ້ນທະບຽນຢູ່ ກົມອາຫານ ແລະ ຢາ ແມ່ນສາມາດນໍາໃຊ້ໄດ້ ແຕ່ຕ້ອງນໍາໃຊ້ຕາມໃບສັ່ງແພດເທົ່ານັ້ນ;

2. ຜະລິດຕະພັນເສີມສຸຂະພາບ ທີ່ມີ ສານ CBD ເປັນຫຼັກ ແລະ ມີ ສານ THC ຕໍ່າກວ່າ 0,2% ຂອງນໍ້າ ຫນັກຜະລິດຕະພັນ, ໄດ້ຂຶ້ນທະບຽນຢູ່ ກົມອາຫານ ແລະ ຢາ ແມ່ນສາມາດຈໍາຫນ່າຍ ຊື້-ຂາຍ ແລະ ນໍາໃຊ້ໄດ້ ຕາມຄໍາແນະນໍາທີ່ມີໃນສະຫຼາກຂອງຜະລິດຕະພັນ ໂດຍບໍ່ມີໃບສັ່ງແພດ;

3. ເຄື່ອງສໍາອາງທີ່ມີ ສານ CBD ເປັນສ່ວນປະກອບຫຼັກ ແລະ ໄດ້ຂຶ້ນທະບຽນຢູ່ ກົມອາຫານ ແລະ ຢາ ແມ່ນສາມາດ ຈໍາ ຫນ່າຍ ຊື້-ຂາຍ ແລະ ນໍາໃຊ້ທົ່ວໄປໄດ້;

4. ເຄື່ອງດື່ມທີ່ມີ ສານ CBD ຫຼື ນ້ໍາມັນຫອມລະເຫີຍຈາກ ພືດປໍແກ້ວ ໃນປະລິມານທີ່ກໍານົດ ແລະ ໄດ້ ຂຶ້ນທະບຽນຢູ່ ກົມອາຫານ ແລະ ຢາ ແມ່ນສາມາດ ຈໍາຫນ່າຍ ຊື້-ຂາຍ ແລະ ນໍາໃຊ້ຕາມທີ່ກໍານົດໄວ້ໃນສະຫຼາກ ຂອງແຕ່ລະຜະລິດຕະພັນ.

ມາດຕາ 19 ຫຼັກການການດໍາເນີນພາຍຫຼັງໄດ້ຮັບອະນຸຍາດການນໍາເຂົ້າ-ສົ່ງອອກ, ຂົນສົ່ງ

1. ພາຍຫຼັງ ວິສາຫະກິດ ໄດ້ຮັບອະນຸຍາດນໍາເຂົ້າ-ສົ່ງອອກ, ຂົນສົ່ງ ຊໍ່ດອກ, ນໍ້າມັນດອກ, ນໍ້າມັນແກ່ນ ຈາກພຶດແກ້ວ ແລະ ສ່ວນອື່ນໆ ທີ່ມີ ສານ CBD ເຂັ້ມຂຸ້ນ ແມ່ນສາມາດດໍາເນີນການໄດ້ ພາຍຫຼັງໄດ້ຮັບ ອະນຸຍາດຈາກ ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ເປັນແຕ່ລະຄັ້ງໄປ;

2. ສໍາລັບການຂົນສົ່ງ ຊໍ່ດອກ, ນໍ້າມັນດອກ, ນ້ໍາມັນແກ່ນຈາກພືດປໍແກ້ວ ແລະ ພາກສ່ວນອື່ນໆທີ່ມີຄວາມ ເຂັ້ມຂຸ້ນ ຂອງສານ CBD ແມ່ນໃຫ້ດໍາເນີນການຕາມ ມາດຕາ 9 ຂໍ້ 11, ມາດຕາ 10 ຂໍ້ 10, ມາດຕາ 15 ຂໍ້

16.

 

 

ໝວດທີ 5

ອາຍຸຂອງໃບອະນຸຍາດ, ການໂຈະ, ການຢຸດເຊົາ ແລະ ການຖອນໃບທະບຽນ

ມາດຕາ 20 ອາຍຸຂອງໃບອະນຸຍາດ

ໃບອະນຸຍາດດໍາເນີນກິດຈະການກ່ຽວກັບພືດປໍແແກ້ວ ມີອາຍຸການນໍາໃຊ້ 3 (ສາມ) ປີ, ກ່ອນໃບ ອະນຸຍາດໝົດອາຍຸ 3 (ສາມ) ເດືອນ ຜູ້ດໍາເນີນກິດຈະການຕ້ອງປະກອບເອກະສານເພື່ອຂໍຕໍ່ອາຍຸຄືນໃໝ່ຕາມ ແບບຟອມທີ່ກໍານົດໄວ້.

ມາດຕາ 21 ການໂຈະການດໍາເນີນກິດຈະການ

ການດໍາເນີນ ກິດຈະການ ກ່ຽວກັບພືດປໍແກ້ວ ຈະຖືກໂຈະໃນກໍລະນີດັ່ງນີ້:

1. ການສະເໜີຂໍໂຈະຂອງຜູ້ດໍາເນີນກິດຈະການ;

2. ຜູ້ດໍາເນີນ ກິດຈະການບໍ່ປະຕິບັດຕາມຈຸດປະສົງ ແລະ ເປົ້າໝາຍ ທີ່ໄດ້ຮັບອະນຸຍາດ;

3. ຜູ້ປະກອບການຖືກກ່າວເຕືອນ ສອງຄັ້ງຕິດຕໍ່ກັນ ໂດຍບໍ່ມີການແກ້ໄຂ ຫຼື ປັບປຸງ;

4. ບໍ່ດໍາເນີນ ກິດຈະການຕາມທີ່ໄດ້ຮັບອະນຸຍາດຈາກ ກະຊວງສາທາລະນະສຸກ ເປັນເວລາ 2 (ສອງ) ປີ;

5. ດໍາເນີນ ກິດຈະການບໍ່ຖືກຕ້ອງສອດຄ່ອງຕາມກົດຫມາຍ ແລະ ລະບຽບການ;

6. ການໂຈະແມ່ນມີກໍານົດ ເພື່ອລໍຖ້າການປັບປຸງ, ໃນເມື່ອມີການປັບປຸງຢ່າງສອດຄ່ອງແລ້ວ ການຈັດຕັ້ງ ກ່ຽວຂ້ອງຈະດໍາເນີນການພິຈາລະນາໃຫ້ສືບຕໍ່ກິດຈະການ ຕາມເງື່ອນໄຂ.

ມາດຕາ 22 ການຢຸດເຊົາ ກິດຈະການ

ຜູ້ດໍາເນີນກິດຈະການກ່ຽວກັບພືດບໍ່ແກ້ວ ສາມາດຢຸດເຊົາກິດຈະການໄດ້ ເຊິ່ງມີ ສອງ ກໍລະນີ ຢຸດເຊົາ ຊົ່ວຄາວ ແລະ ການຢຸດເຊົາຖາວອນ ໂດຍຕ້ອງປະຕິບັດຕາມຂັ້ນຕອນດັ່ງນີ້:

1. ຢຸດເຊົາຊົ່ວຄາວ ຜູ້ດໍາເນີນກິດຈະການຕ້ອງຍື່ນຄໍາຮ້ອງເພື່ອແຈ້ງເຈດຈໍານົງຂໍຢຸດເຊົາ ຕໍ່ ກົມອາຫານ ແລະ ຢາ ລວງຫນ້າກ່ອນ 1 (ຫນຶ່ງ) ເດືອນ ພ້ອມໃຫ້ເຫດຜົນ ເພື່ອພິຈາລະນາອອກໃບຢັ້ງຢືນການຢຸດເຊົາ, ພາຍຫຼັງ ຢຸດເຊົາແລ້ວກ່ອນຈະດໍາເນີນກິດຈະການຄືນໃຫມ່ ໃຫ້ສະເໜີມາຍັງ ກົມອາຫານ ແລະ ຢາ ເພື່ອຄົ້ນຄ້ວາພິຈາລະນາ

ຕາມລະບຽບການ;

2. ຢຸດເຊົາຖາວອນ ຜູ້ດໍາເນີນກິດຈະການຕ້ອງຍື່ນຄໍາຮ້ອງເພື່ອແຈ້ງເຈດຈໍານົງຂໍຢຸດເຊົາ ຕໍ່ ກົມອາຫານ ແລະ ຢາ ລວ່ງໜ້າກ່ອນ 1 (ໜຶ່ງ) ເດືອນ ພ້ອມໃຫ້ເຫດຜົນ ເພື່ອພິຈາລະນາອອກໃບຢັ້ງຢືນການຢຸດຖາວອນ.

ມາດຕາ 23 ການຖອນໃບອະນຸຍາດດໍາເນີນກິດຈະການ

ໃບອະນຸຍາດດໍາເນີນກິດຈະການ ກ່ຽວກັບພືດປໍແກ້ວ ຈະຖືກຖອນໃນກໍລະນີດັ່ງນີ້:

1. ຜູ້ດໍາເນີນກິດຈະການບໍ່ປະຕິບັດຕາມຈຸດປະສົງ ແລະ ເປົ້າໝາຍ ທີ່ໄດ້ຮັບອະນຸຍາດ;

2. ບໍ່ດໍາເນີນກິດຈະການຕາມທີ່ໄດ້ຮັບອະນຸຍາດ ຈາກ ຂະແຫນງການສາທາລະນະສຸກ ເປັນເວລາ 2

(ສອງ) ປີ;

3. ດໍາເນີນກິດຈະການບໍ່ຖືກຕ້ອງສອດຄ່ອງຕາມກົດໝາຍ.

 

 

 

ໝວດທີ 6

ການຂື້ນທະບຽນ, ຈົດແຈ້ງ ແລະ ຄ່າທໍານຽມ

 

ມາດຕາ 24 ການຂື້ນທະບຽນ

ການຂື້ນທະບຽນ ແມ່ນການຄຸ້ມຄອງຄຸນນະພາບ, ປະສິດທິພາບ ແລະ ຄວາມປອດໄພ ຂອງຜະລິດຕະພັນ ກ່ອນການຈໍາໜ່າຍ, ວິສາຫະກິດ ທີ່ໄດ້ຮັບອະນຸຍາດ ກິດຈະການກ່ຽວກັບພືດປໍແກ້ວ ແມ່ນມີເງື່ອນໄຂ ນໍາເອົາ ຜະລິດຕະພັນມາຂື້ນທະບຽນ ຢູ່ ກົມອາຫານ ແລະ ຢາ ໂດຍປະຕິບັດຕາມເງື່ອນໄຂ ຂໍ້ຮຽກຮ້ອງເອກະສານ ຂອງ ແຕ່ລະຜະລິດຕະພັນທີ່ໄດ້ກໍານົດອອກຕາມຫຼັກວິຊາການໃນການຂຶ້ນທະບຽນ ທີ່ ກະຊວງສາທາລະນະສຸກ ວາງ

ອອກ.

ມາດຕາ 25 ການຈົດແຈ້ງ

ການຈົດແຈ້ງແມ່ນ ການຄຸ້ມຄອງຜະລິດຕະພັນທີ່ໄດ້ຈາກພືດປໍແກ້ວ ປະເພດເຄື່ອງສໍາອາງ ເຊິ່ງຕ້ອງໄດ້ ຮັບການຈົດແຈ້ງ ຕໍ່ ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ຕາມລະບຽບການຈົດແຈ້ງທີ່ທາງການ

ກໍານົດ.

ມາດຕາ 26 ຄ່າທໍານຽມ

ຄ່າໃຊ້ຈ່າຍຂອງການບໍລິການ ພິຈາລະນາ ອອກອະນຸຍາດ ກ່ຽວກັບພືດປໍແກ້ວ ແມ່ນອີງຕາມລະບຽບການ ທີ່ ກະຊວງ ສາທາລະນະສຸກ ໄດ້ວາງອອກ ໃນແຕ່ລະໄລຍະ.

ໝວດທີ 7

ຂໍ້ຫ້າມ

ມາດຕາ 27 ຂໍ້ຫ້າມທົ່ວໄປ

ຫ້າມວິສາຫະກິດ ແລະ ການຈັດຕັ້ງ ມີພຶດຕິກໍາດັ່ງນີ້:

1. ສວຍໃຊ້ອໍານາດ, ໜ້າທີ່, ຕໍາແໜ່ງ ເພື່ອຫາຜົນປະໂຫຍດ ສວ່ນຕົວ, ຫມູ່ເພື່ອນ, ຄອບຄົວ ແລະ ຍາດ;

2. ດໍາເນີນກິດຈະການ ໂດຍບໍ່ໄດ້ຮັບອະນຸຍາດ ຫຼື ປອມແປງໃບອະນຸຍາດ;

3. ເປັນຊື່ກາງໃນການໃຫ້ ຫຼື ຮັບສິນບົນແກ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ເພື່ອໃຫ້ໄດ້ຮັບອະນຸຍາດດໍາເນີນ ກິດຈະການໃດໜຶ່ງກ່ຽວກັບ ພືດປໍແກ້ວ;

4. ຂັດຂວາງ, ບໍ່ອໍານວຍຄວາມສະດວກ, ບໍ່ໃຫ້ການຮ່ວມມືໃນການປະຕິບັດໜ້າທີ່ ຂອງເຈົ້າໜ້າທີ່ ແລະ ພະນັກງານທີ່ກ່ຽວຂ້ອງ;

5. ນໍາເຂົ້າພືດແກ້ວ ຫຼື ສີ້ນສ່ວນໃດຫນຶ່ງ, ຜະລິດຕະພັນສໍາເລັດຮູບທີ່ມີສ່ວນປະສົມຈາກພືດປໍແກ້ວ ທີ່ນໍາໃຊ້ທາງການແພດ, ການຄົ້ນຄວ້າ, ວິໄຈຄຸນນະພາບ ແລະ ປິ່ນປົວສ່ວນບຸກຄົນ ໂດຍບໍ່ໄດ້ຮັບອະນຸຍາດ ຈາກ

ກະຊວງສາທາລະນະສຸກ;

6. ນໍາເຂົ້າ ຜະລິດຕະພັນອາຫານ, ຢາຫຼວງ, ຢາພື້ນເມືອງ, ຜະລິດຕະພັນເສີມສຸຂະພາບ, ເຄື່ອງສໍາອາງ ແລະ ນໍ້າມັນທີ່ມີສ່ວນປະສົມຂອງສານ THC ຈາກພືດປໍແກ້ວ ເພື່ອມາບໍລິໂພກ ແລະ ຈໍລະຈອນຈໍາໜ່າຍ;

7. ປຸກ, ຖອດຮີດ, ຜະລິດ ປຸງແຕ່ງ, ນໍາເຂົ້າ-ສົ່ງອອກ, ຂົນສົ່ງ, ຈໍາໜ່າຍ, ເກັບຮັກສາ ຫຼື ມີຄອບຄອງ, ຄົ້ນຄ້ວາວິໄຈທາງດ້ານວິທະຍາສາດ ໂດຍບໍ່ໄດ້ຮັບອະນຸຍາດ ຈາກ ກະຊວງສາທາລະນະສຸກ;

8. ມີພຶດຕິກໍາອື່ນ ທີ່ເປັນການລະເມີດລະບຽບ ກົດໝາຍ ທີ່ວາງອອກ.

ມາດຕາ 28 ຂໍ້ຫ້າມສໍາລັບຜູ້ດໍາເນີນກິດຈະການ

ຫ້າມ ຜູ້ດໍາເນີນກິດຈະການ ມີພຶດຕິກໍາ ດັ່ງນີ້:

1. ນໍາໃຊ້ໃບອະນຸຍາດ ເກີນຂອບເຂດທີ່ໄດ້ຮັບອະນຸຍາດ, ເຄື່ອນໄຫວຜິດກົດໝາຍ ທີ່ກໍ່ໃຫ້ເກີດຄວາມ ເສຍຫາຍຕໍ່ສັງຄົມ ແລະ ປະເທດຊາດ;

2. ໂອນ, ມອບສິດ ໃບອະນຸຍາດທະບຽນວິຊາການ ໃຫ້ ວິສາຫະກິດ ອື່ນເຮັດການເຄື່ອນໄຫວ ກິດຈະການໃດ ໜຶ່ງກ່ຽວກັບ ພືດປໍແກ້ວ ໂດຍບໍ່ໄດ້ຮັບການເຫັນດີ ແລະ ຮັບຮູ້ ຈາກອົງການຄຸ້ມຄອງພາກລັດ ຢ່າງເປັນລາຍລັກອັກສອນ;

3. ດັດແປງເນື້ອໃນການອະນຸຍາດ;

4. ມີພຶດຕິກໍາອື່ນ ທີ່ເປັນການລະເມີດ ລະບຽບ ກົດໝາຍ ທີ່ວາງອອກ.

ມາດຕາ 29 ຂໍ້ຫ້າມສໍາລັບເຈົ້າຫນ້າທີ່ ແລະ ພະນັກງານທີ່ກ່ຽວຂ້ອງຂອງລັດ

ຫ້າມເຈົ້າໜ້າທີ່ ແລະ ພະນັກງານ ທີ່ກ່ຽວຂ້ອງຂອງລັດ ມີພຶດຕິກໍາດັ່ງນີ້:

1. ເປີດເຜີຍຂໍ້ມູນຄວາມລັບ ກ່ຽວກັບກິດຈະການຂອງຜູ້ໃດຜູ້ໜຶ່ງ ໂດຍບໍ່ໄດ້ຮັບອະນຸຍາດ;

2. ທວງເອົາ, ຂໍເອົາ, ຮັບເອົນສິນບົນ, ລໍາອຽງ, ກົດໜ່ວງຖ່ວງດຶງ, ສົມຮູ້ຮ່ວມຄິດ, ປອມແປງ

ເອກະສານ;

3. ເມີນເສີຍຕໍ່ຄວາມຮັບຜິດຊອບຂອງຕົນ ຫຼື ມີພຶດຕິກໍາທີ່ບໍ່ຖືກຕ້ອງ ຕໍ່ຜູ້ດໍາເນີນກິດຈະການ;

4. ມີພຶດຕິກໍາອື່ນໆ ທີ່ເປັນການລະເມີດ ລະບຽບ ກົດໝາຍ ທີ່ວາງອອກ.

ໝວດທີ 8

ໜ້າທີ່ ແລະ ຄວາມຮັບຜິດຊອບ

ມາດຕາ 30 ໜ້ທີ່ ແລະ ຄວາມຮັບຜິດຊອບລວມ

ໜ້າທີ່ ແລະ ຄວາມຮັບຜິດຊອບ ໃນການ ຕິດຕາມ, ກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດ ກິດຈະການ ຕາມທີ່ໄດ້ຮັບອະນຸຍາດ ເປັນແຕ່ລະໄລຍະ ເປັນຕົ້ນ ການຕິດຕາມ ໄລຍະເລີ້ມຕົ້ນການດໍາເນີນງານ, ໄລຍະຂອງການດໍາເນີນງານ ແລະ ໄລຍະຂອງການລາຍງານ ດ້ວຍຄວາມເປັນເຈົ້າການ ແລະ ຄວາມຮັບຜິດຊອບ ຕາມພາລະບົດບາດ ຂອງຕົນ ເພື່ອໃຫ້ການຈັດຕັ້ງປະຕິບັດ ສອດຄ່ອງຕາມລະບຽບກົດໝາຍທີ່ໄດ້ວາງອອກຢ່າງ ເຂັ້ມງວດ, ຂະແຫນງການ ແລະ ພາກສວ່ນທີ່ກ່ຽວຂ້ອງ ຕ້ອງໄດ້ສ້າງກົນໄກການຕິດຕາມ ກວດກາ ແລະ ປະເມີນ ຜົນ ການຈັດຕັ້ງປະຕິບັດ ໃຫ້ສອດຄ່ອງຕາມຈຸດປະສົງ ແລະ ເປົ້າໝາຍ ທີ່ໄດ້ຮັບອະນຸຍາດ.

ມາດຕາ 31 ໜ້າທີ່ ແລະ ຄວາມຮັບຜິດຊອບສະເພາະ

ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ມີຫນ້າທີ່ ແລະ ຄວາມຮັບຜິດຊອບຕົ້ນຕໍດັ່ງນີ້:

1. ເປັນໃຈກາງປະສານສົມທົບກັບບັນດາອະນຸກໍາມະການ ຈາກ ຂະແໜງການກ່ຽວຂ້ອງ ໃນການ ຕິດຕາມກວດກາ ການດໍາເນີນການຂອງການຈັດຕັ້ງປະຕິບັດຕາມມາດຕະຖານ ແລະ ເງື່ອນໄຂ ເພື່ອໃຫ້ ການຈັດຕັ້ງປະຕິບັດ ຢູ່ໃນການຄຸ້ມຄອງຕາມຂອບເຂດທີ່ໄດ້ຮັບອະນຸຍາດ;

2. ປະສານສົມທົບກັບຂະແຫນງການ, ເຈົ້າຂອງກິດຈະການ ໃນການທົບທວນຄືນ ກ່ຽວກັບການ ຕິດຕາມ ກວດກາ ແລະ ປະເມີນຜົນ ເພື່ອການຮັບປະກັນຄຸນນະພາບ;

3. ປະສານສົມທົບ ຂະແໜງການ, ຜູ້ດໍາເນີນກິດຈະການ ເພື່ອຮ່ວມກັນໃນການຕິດຕາມ, ກາດກາ ແລະ ປະເມີນຜົນຢ່າງເປັນປົກກະຕິ ໃນແຕ່ລະໄລຍະ;

4. ລາຍງານສະພາບ ແລະ ຄວາມຄືບຫນ້າ ຂອງການດໍາເນີນ ພາຍຫຼັງໄດ້ຮັບອະນຸຍາດ ໃນແຕ່ລະໄລຍະ ເປັນປະຈໍາ 3 (ສາມ) ເດືອນ, 6 (ຫົກ) ເດືອນ ແລະ 1 (ໜຶ່ງ) ປີ.

ມາດຕາ 32 ໜ້າທີ່ ແລະ ຄວາມຮັບຜິດຊອບ ຂອງ ຂະແໜງການ ແລະ ພາກສວ່ນອື່ນ ທີ່ກ່ຽວຂ້ອງ

ຂະແໜງການ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ທີ່ໄດ້ຮັບການແຕ່ງຕັ້ງໃນອະນຸກໍາມະການ ແມ່ນມີໜ້າທີ່ ແລະ ຄວາມຮັບຜິດຊອບ ໃນການປະສານສົມທົບ ກັບ ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ຕາມຂອບ ເຂດຄວາມຮັບຜິດຊອບ ແລະ ພາລະບົດບາດ ຂອງຕົນ ເພື່ອດໍານີນການຕິດຕາມ, ກວດກາ ແລະ ປະເມີນຜົນ ໃນ ແຕ່ລະໄລຍະດັ່ງນີ້:

1. ໄລຍະການຂໍອະນຸຍາດ, ເຊິ່ງຕ້ອງດໍາເນີນການກວດກາ ສະຖານທີ່ຕັ້ງ ທີ່ຈະດໍາເນີນການຈັດຕັ້ງ ປະຕິບັດ ໂດຍອີງໃສ່ມີເປົ້າໝາຍ, ລະດັບຄາດຫມາຍ, ມາດຕະຖານ ແລະ ຄຸນນະພາບຕາມທີ່ໄດ້ລະບຸໄວ້ໃນການ ສະເໜີ ແລະ ລະບຸໄວ້ຕາມການໄດ້ຮັບອະນຸຍາດ.

2. ໄລຍະການຈັດຕັ້ງປະຕິບັດ ເຊີ່ງຕ້ອງດໍາເນີນການ ຕິດຕາມ, ກວດກາ, ປະເມີນຜົນ, ສະຫຼຸບ ແລະ ລາຍງານຄວາມຄືບຫນ້າຜົນຂອງການຈັດຕັ້ງປະຕິບັດ ຕໍ່ຄະນະກໍາມະການ ທີ່ໄດ້ສ້າງຕັ້ງຂື້ນ, ການຈັດຕັ້ງປະຕິບັດ ໃຫ້ໄປຕາມແຜນ ທີ່ໄດ້ນໍາສະເຫນີ ເພື່ອຂໍອະນຸຍາດ ແລະ ຕາມແຜນທີ່ໄດ້ວາງໄວ້.

ໃນແຕ່ລະໄລຍະໃຫ້ລາຍງານຄວາມຄືບຫນ້າຂອງການຈັດຕັ້ງປະຕິບັດ ທີ່ໄດ້ລະບຸໄວ້ຕາມການໄດ້ຮັບອະນຸ ຍາດ ເຊີ່ງຕ້ອງໄດ້ລາຍງານ ຢ່າງເປັນປົກກະຕິ ເຊັ່ນ: ໄລຍະ 3 (ສາມ) ເດືອນ, 6 (ຫົກ) ເດືອນ ແລະ 1 (ໜຶ່ງ) ປີ.

ມາດຕາ 33 ຄວາມຮັບຜິດຊອບຂອງຜູ້ດໍາເນີນກິດຈະການ

ຜູ້ດໍາເນີນກິດຈະການກ່ຽວກັບ ພືດແກ້ວ ແມ່ນຕ້ອງມີຄວາມຮັບຜິດຊອບຕິດຕາມ, ກວດກາ, ປະເມີນ, ສະຫຼຸບ ແລະ ລາຍງານ ຄວາມຄືບໜ້າ ແລະ ຜົນຂອງການຈັດຕັ້ງປະຕິບັດ ໂຄງການ ຕາມການໄດ້ຮັບອະນຸຍາດ ຢ່າງເປັນປົກກະຕິ ເຊິ່ງຕ້ອງລາຍງານເປັນໄລຍະ 1 (ຫນຶ່ງ) ເດືອນ, 3 (ສາມ) ເດືອນ, (6) ຫົກ ເດືອນ ແລະ (1) ໜຶ່ງ ປີ ຕໍ່ໜຶ່ງກິດຈະການ ມາຍັງກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ.

ໝວດທີ 9

ນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 34 ນະໂຍບາຍຕໍ່ຜູ້ທີ່ມີຜົນງານ

ວິສາຫະກິດ ຫຼື ການຈັດຕັ້ງ ທີ່ມີຜົນງານດີເດັ່ນໃນການປະກອບປະຕິບັດຕາມຂໍ້ຕົກລົງສະບັບນີ້ ເປັນຕົ້ນ ການຊຸກຍູ້ສົ່ງເສີມການດໍາເນີນກິດຈະການກ່ຽວກັບ ພືດແກ້ວ ເພື່ອນໍາໃຊ້ທາງການແພດ ແລະ ເປັນສິນຄ້າຈາກ ຜະລິດຕະພັນການແພດ ໄດ້ຢ່າງມີປະສິດທິຜົນສູງ ຈະໄດ້ຮັບການຍ້ອງຍໍ ແລະ ນະໂຍບາຍຕາມລະບຽບການ.

ມາດຕາ 35 ມາດຕະການຕໍ່ຜູ້ລະເມີດ

ວິສາຫະກິດ ຫຼື ການຈັດຕັ້ງທີ່ລະເມີດຕໍ່ຂໍ້ຕົກລົງສະບັບນີ້ ຈະຖືກປະຕິບັດມາດຕະການ ສຶກສາອົບຮົມ, ຍຶດ ອາຢັດ ທໍາລາຍ, ລົງວິໄນ, ປັບໄຫມ, ໃຊ້ແທນຄ່າເສຍຫາຍ ຫຼື ດໍາເນີນຄະດີອາຍາ ຕາມກໍລະນີເບົາ ຫຼື ໜັກ ໃນການປະຕິບັດມາດຕະການຕາມລະບຽບການກົດໝາຍດັ່ງນີ້:

1. ມາດຕະການຕໍ່ວິສາຫະກິດການປູກ, ຖອດຮີດ, ຜະລິດ, ປຸງແຕ່ງ, ເກັບຮັກສາ, ຈໍາໜ່າຍ, ນໍາເຂົ້າ- ສົ່ງອອກ, ຂົນສົ່ງວັດຖຸດິບຈາກພືດບໍ່ແກ້ວ;

ສຶກສາອົບຮົມ, ກ່າວເຕືອນ, ເຮັດບົດບັນທຶກ, ຍຶດອາຍັດ ແລະ ທໍາລາຍ ໂດຍການປະສານສົມທົບກັບ ຂະແໜງການ ທີ່ກ່ຽວຂ້ອງ ໃນການປະຕິບັດມາດຕະການຕາມລະບຽບການກົດຫມາຍວ່າດ້ວຍຢາເສບຕິດ;

2. ມາດຕະການ ຕໍ່ວິສາຫະກິດການເກັບຮັກສາ, ຈໍາໜ່າຍ, ນໍາເຂົ້າ-ສົ່ງອອກ, ຂົນສົ່ງຜະລິດຕະພັນຈາກ ພືດປໍແກ້ວ

ຄັ້ງທີ 01 ສຶກສາອົບຮົມ, ກ່າວເຕືອນ, ອາຍັດ-ຍຶດຜະລິດຕະພັນ ແລະ ປັບໄໝ 4 ເທົ່າຕົວຂອງມຸນ

ຄ່າສິນຄ້າ;

ຄັ້ງທີ 02 ອາຍັດ-ຍຶດຜະລິດຕະພັນ ແລະ ປັບໄໝ 6 ເທົ່າຕົວຂອງມູນຄ່າສິນຄ້າ, ປະກອບສໍານວນ

ຟ້ອງສານ;

ຄັ້ງທີ 03 ອາຍັດ-ພຶດຜະລິດຕະພັນ ແລະ ປັບໄໝ 8 ເທົ່າຕົວຂອງມຸນຄ່າສິນຄ້າ, ປະກອບສໍານວນ

ຟ້ອງສານ.

ໝວດທີ 10

ບົດບັນຍັດສຸດທ້າຍ

ມາດຕາ 36 ການຈັດຕັ້ງປະຕິບັດ

ມອບໃຫ້ກົມອາຫານ ແລະ ຢາ ເປັນເຈົ້າການຮັບຜິດຊອບການຈັດຕັ້ງປະຕິບັດ ຂໍ້ຕົກລົງສະບັບນີ້ ໂດຍ ສົບ ທົບກັບພາກສ່ວນທີ່ກ່ຽວຂ້ອງ ຢ່າງເຂັ້ມງວດ.

ມາດຕາ 37 ຜົນສັກສິດ

ຂໍ້ຕົກລົງສະບັບນີ້ ມີຜົນສັກສິດ ພາຍຫຼັງ 30 ວັນ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

 

ລັດຖະມົນຕີ

ປອ.ດຣ. ບຸນແຝງ ພູມມະໄລສິດ

# ຫົວຂໍ້ ດາວໂຫຼດ
1 ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ພືດປໍແກ້ວ ນໍາໃຊ້ ທາງການແພດ ແລະ ເປັນສິນຄ້າ, ເລກທີ 3789/ສທ, ລົງວັນທີ 28 ທັນວາ 2022. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.