ພາບປະກອບຈາກອີນເຕີເນັດ

 

ອີງຕາມ ຄໍາແນະນໍາ ກ່ຽວກັບ ເງື່ອນໄຂດ້ານສຸຂານາໄມພືດ ສໍາລັບການສົ່ງອອກໝາກກ້ວຍ ຈາກ ສປປ ລາວ ໄປ ສປ ຈີນ ສະບັບເລກທີ 2603/ກປຝ, ລົງວັນທີ 20 ທັນວາ 2022. ໄດ້ແນະນໍາໄວ້ດັ່ງນີ້:

          ຊະນິດໝາກກ້ວຍ ທີ່ຈະສົ່ງອອກຈາກ ສປປ ລາວ ໄປ ສປ ຈີນ ພາຍໃຕ້ກໍານົດເງື່ອນໄຂ ດ້ານສຸຂານາໄມພືດ ຕ້ອງເປັນຊະນິດພັນ ທີ່ມີຊື່ວິທະຍາສາດ Musa suspientum L, ຊື່ພາສາອັງກິດ banana ເຊິ່ງເປັນກ້ວຍທີ່ມີອາຍຸ 10-11 ອາທິດ ນັບຈາກມື້ອອກດອກ ແລະ ເກັບກ່ຽວໃນເວລາທ່ີກ້ວຍຍັງບໍ່ທັນສຸກ, ໝາກກ້ວຍສຸກທຸກຊະນິດ ແມ່ນບໍ່ສາມາດສົ່ງອອກໄດ້.

          ການຂຶ້ນທະບຽນ: ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງ ຂໍຂຶ້ນທະບຽນ ຫຼື ຂໍຕໍ່ໃບທະບຽນ ສວນປູກ, ໂຮງເຮືອນຫຸ້ມຫໍ່ບັນຈຸ ແລະ ໂຮງເຮືອນອົບອາຍເຢັນ ແມ່ນປະຕິບັດຕາມລະບຽບການຂອງ ກະຊວງກະສິກໍາ ແລະ ປ່າໄມ້ ທີ່ປະກາດໃຊ້ແຕ່ລະໄລຍະ ໂດຍຍື່ນຄໍາຮ້ອງເຖິງກົມປູກຝັງ ໃນເດືອນ ມັງກອນ ແລະ ມິຖຸນາ ຂອງທຸກປີ.  ຄໍາຮ້ອງຂໍຂຶ້ນທະບຽນ ປະກອບມີ:

1) ໃບຄໍາຮ້ອງ ຕາມແບບພິມທີ່ກົມປູກຝັງກໍານົດ;

2) ສໍາເນົາ ໃບອະນຸຍາດດໍາເນີນກິດຈະການກະສິກໍາ ແລະ ປ່າໄມ້;

3) ສໍາເນົາ ໃບຢັ້ງຢືນການມອບພັນທະອາກອນປະຈໍາປີສຸດທ້າຍ;

4) ຄູ່ມືດໍາເນີນງານ ກ່ຽວກັບ ການຈັດການດ້ານສຸຂານາໄມ ແລະ ສຸຂານາໄມພືດ;

5) ໃບມອບສິດ ແລະ ສໍາເນົາບັດປະຈໍາຕົວຂອງຜູ້ຍື່ນເອກະສານ ໃນກໍລະນີ ໃຫ້ຜູ້ອື່ນຍື່ນຄໍາຮ້ອງແທນ.

ພາບປະກອບຈາກອີນເຕີເນັດ

 

          ອາຍຸຂອງໃບທະບຽນນໍາໃຊ້ໄດ້ ໜຶ່ງ ປີ ແລະ ສາມາດຂໍຕໍ່ໄດ້. ຜູ້ທີ່ໄດ້ຮັບຂຶ້ນທະບຽນ ແລະ ຮັບຮອງໃຫ້ ເປັນຜູ້ສົ່ງອອກ ຈະຖືກເຜີຍແຜ່ ໃນເວັບໄຊຂອງອົງການບໍລິຫານ ພາສີ ແຫ່ງ ສປ ຈີນ ຊຶ່ງມີຂໍ້ມູນ ຊື່, ທີ່ຢູ່ ແລະ ເລກລະຫັດ.

        ມາດຕະການ ສຸຂານາໄມພືດ ກ່ອນສົ່ງອອກ ຈາກ ສປປ ລາວ ໄປ ສປ ຈີນ

1) ຕ້ອງຍື່ນຄໍາຮ້ອງ ຕາມແບບພິມທີ່ກົມປູກຝັງກໍານົດ ພ້ອມທັງຄັດຕິດເອກະສານທີ່ກ່ຽວຂ້ອງ ເຖິງກົມ ປູກຝັງ ຫຼື ຂະແຫນງປູກຝັງຂັ້ນແຂວງ. ສໍາລັບ ເງື່ອນໄຂ, ຂັ້ນຕອນ ແລະ ວິທີການ ສະເໜີຂໍໃບຢັ້ງຢືນ ສຸຂານາໄມພືດ ແມ່ນໃຫ້ປະຕິບັດ ຕາມບົດແນະນໍາ ຂອງກົມປູກຝັງ ເລກທີ 2880/ກປຝ, ລົງວັນທີ 11 ທັນວາ 2019

2) ໃນປີທໍາອິດຂອງການສົ່ງອອກ ກົມປູກຝັງ ຈະປະສານໄປຍັງ ເຈົ້າຫນ້າທີ່ກັກກັນພືດ ຂອງ ສປ ຈີນ ມາ ຕິດຕາມພື້ນທີ່ການຜະລິດ ຢູ່ ສປປ ລາວ ເພື່ອດໍາເນີນການກວດກາສະຖານທີ່ການຜະລິດ ແລະ ກວດກາລະບົບການຈັດການ ໝາກກ້ວຍ ຕາມເງື່ອນໄຂດ້ານສຸຂານາໄມພືດ ຂອງຄໍາແນະນໍາສະບັບນີ້. ຜູ້ສົ່ງອອກ ຕ້ອງຮັບຜິດຊອບຄ່າໃຊ້ຈ່າຍທັງໝົດຕາມລະບຽບການ;

3) ກໍລະນີ ກວດກາພົບສັດຕູພືດທີ່ໄດ້ກໍານົດໄວ້ໃນຂໍ້ II, 2 ຂອງຄໍາແນະນໍາສະບັບນີ້ ແມ່ນຫ້າມສົ່ງອອກ ຊຸດສິນຄ້າດັ່ງກ່າວ ແລ້ວລາຍງານໃຫ້ກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ ຊາບທັນທີ ເພື່ອໂຈະສະຖານທີ່ປະກອບການຜະລິດຊົ່ວຄາວ ພ້ອມຊອກຫາວິທີແກ້ໄຂ;

ພາບປະກອບຈາກອີນເຕີເນັດ

 

4) ໃນກໍລະນີ ເຈົ້າຫນ້າທີ່ກັກກັນພືດທີ່ຮັບຜິດຊອບ ກວດກາບໍ່ພົບເຫັນການຕິດແປດສັດຕູພືດຕາມຂໍ້ II, 2 ຂອງຄໍາແນະນໍາສະບັບນີ້ ຕ້ອງອອກໃບຢັ້ງຢືນສຸຂານາໄມພືດ ສໍາລັບ ຊຸດສິນຄ້ານັ້ນ ແລະ ຕ້ອງພິມໃສ່ຂໍ້ມູນເພີ່ມເຕີມ (Additional Declare) ຂອງໃບຢັ້ງຢືນສຸຂານາໄມພືດ ວ່າ: “This consignment of banana complies with the Protocol on the phytosanitary requirements for export of banana from Laos to China and is free of soil and the quarantine pests concerned by China”;

5) ເຈົ້າຫນ້າທີ່ກັກກັນພືດທີ່ຮັບຜິດຊອບອອກໃບຢັ້ງຢືນສຸຂານາໄມພືດ ຕ້ອງລະບຸຂໍ້ມູນດ່ານນໍາເຂົ້າ ທີ່ກໍານົດໂດຍ ອົງການບໍລິຫານພາສີ ແຫ່ງ ສປ ຈີນ ໃນແຕ່ລະໄລຍະ ແລະ ຂໍ້ມູນກ່ຽວກັບ ເງື່ອນໄຂການອົບອາຍເຢັນ ເຊັ່ນ: ອຸນຫະພູມ ແລະ ໄລຍະເວລາຂອງການອົບອາຍເຢັນ, ເລກທະບຽນຂອງໂຮງເຮືອນອົບອາຍເຢັນ.

 

ລາຍລະອຽດເພີ່ມເຕີມ ທ່ານສາມາດຕິດຕໍ່ສອບຖາມນໍາ ກົມປູກຝັງ, ກະຊວງ ກະສິກໍາ ແລະ ປ່າໄມ້, ເບີໂທລະສັບ +856 21 412350 ຫຼື ເວັບໄຊ: http://doa.maf.gov.la/

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.