ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ກະຊວງ ກະສິກຳ ແລະ ປ່າໄມ້

ເລກທີ 1044/ກປ

ນະຄອນຫຼວງວຽງຈັນ, ວັນທີ 16 ມັງກອນ 2023

 

ຂໍ້ຕົກລົງ

ວ່າດ້ວຍການຄຸ້ມຄອງໂຮງງານອຸດສາຫະກຳປຸງແຕ່ງໄມ້

 

  • ອີງຕາມ ກົດໝາຍ ວ່າດ້ວຍປ່າໄມ້ (ສະບັບປັບປຸງ) ສະບັບເລກທີ 64/ສພຊ, ລົງວັນທີ 13 ມີຖຸນາ 2019;
  • ອີງຕາມ ກົດໝາຍວ່າດ້ວຍ ອຸດສາຫະກຳປຸງແຕ່ງ ສະບັບເລກທີ 48/ສພຊ, ລົງວັນທີ 27 ທັນວາ 2013;
  • ອີງຕາມ ດຳລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງ ກະສິກຳ ແລະ ປ່າໄມ້ ສະບັບເລກທີ 603/ນຍ, ລົງວັນທີ 15 ຕຸລາ 2021;
  • ອີງຕາມ ການຄົ້ນຄວ້າ ແລະ ນຳສະເໜີ ຂອງກົມປ່າໄມ້ ສະບັບເລກທີ 7467/ກປມ,ລົງວັນທີ 27 ທັນວາ 2022.

ລັດຖະມົນຕີ ກະຊວງ ກະສິກຳ ແລະ ປ່າໄມ້ ອອກຂໍ້ຕົກລົງ:

ພາກທີ I

ບົດບັນຍັດທົ່ວໄປ

ມາດຕາ 1 ຈຸດປະສົງ

ຂໍ້ຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບປະເພດ, ຂະໜາດ, ມາດຕະຖານໂຮງງານ, ການສ້າງຕັ້ງ, ການດຳເນີນກິດຈະການ, ການຄຸ້ມຄອງ ແລະ ການສົ່ງເສີມ ອຸດສາຫະກຳປຸງແຕ່ງໄມ້ ຕາມທິດຫັນເປັນທັນສະໄໝ ເພື່ອເຮັດໃຫ້ວຽກງານອຸດສາຫະກຳປຸງແຕ່ງໄມ້ ໄດ້ມາດຕະຖານ, ມີປະສິດທິພາບ, ປະສິດທິຜົນສູງ ແນໃສ່ ຍົກລະດັບສະມັດຖະພາບການຜະລິດ, ສ້າງມູນຄ່າເພີ້ມ, ສ້າງຜະລິດຕະພັນໃຫ້ໄດ້ມາດຕະຖານ ແລະ ມີຄຸນນະພາບສູງ ຕິດພັນກັບ ການຄຸ້ມຄອງຕ່ອງໂສ້ງການສະໜອງໄມ້ ແລະ ປົກປັກຮັກສາສິ່ງແວດລ້ອມ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຕາມທິດສີຂຽວ ແລະ ຍືນຍົງ.

ມາດຕາ 2 ການຄຸ້ມຄອງໂຮງງານອຸດສາຫະກຳປຸງແຕ່ງໄມ້

ການຄຸ້ມຄອງໂຮງງານອຸດສາຫະກຳປຸງແຕ່ງໄມ້ ແມ່ນການຄຸ້ມຄອງການສ້າງຕັ້ງ ແລະ ການດຳເນີນກິດຈະການ ໃຫ້ຖືກຕ້ອງຕາມມາດຕະຖານເຕັກນິກຂອງໂຮງງານ ພ້ອມທັງ ຊຸກຍູ້, ຕິດຕາມ,ກວດກາ ຕາມກົດໝາຍ ແລະ ລະບຽບການ.

ມາດຕາ 3 ການອະທິບາຍຄຳສັບ

ຄຳສັບທີ່ນຳໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍດັ່ງນີ້:

  1. ໂຮງງານອຸດສາຫະກຳປຸງແຕ່ງໄມ້ ໝາຍເຖິງ ສະຖານທີ່ປຸງແຕ່ງທີ່ນຳໃຊ້ໄມ້ເປັນວັດຖຸດິບເຂົ້າຜ່ານຂະບວນການປຸງແຕ່ງ ປ່ຽນຈາກສະພາບເດີມ ມາເປັນຜະລິດຕະພັນໄມ້ ເຄິງສຳເລັດຮູບ ແລະ ສຳເລັດຮູບ ດ້ວຍການນຳໃຊ້ເຄື່ອງຈັກ ແລະ ແຮງງານຄົນຢູ່ພາຍໃນໂຮງງານ;
  2. ອາຄານຜະລິດແບບປິດ ໝາຍເຖິງ ອາຄານຜະລິດທີ່ມີຝາອ້ອມຮອບອາຄານໂຮງງານ;
  3. ວິຊາການສະເພາະດ້ານ ໝາຍເຖິງ ຜູ້ທີ່ໄດ້ຮຽນຈົບ ຫຼື ຜ່ານການຝຶກອົບຮົມວິຊາສະເພາະດ້ານໃດໜື່ງທີ່ກ່ຽວຂ້ອງກັບກິດຈະການປຸງແຕ່ງໄມ້ ຫຼື ຂະແໜງວິຊາການທີ່ກ່ຽວຂ້ອງ;
  4. ຜູ້ດຳເນີນທຸລະກິດໄມ້ ໝາຍເຖິງ ເຈົ້າຂອງໂຮງງານປຸງແຕ່ງໄມ້ ແລະ ຜູ້ຄ້າໄມ້ ທີ່ໄດ້ຮັບອະນຸຍາດດຳເນີນທຸລະກິດຖືກຕ້ອງ ຕາມກົດໝາຍ ແລະ ລະບຽບການ ຂອງ ສປປ ລາວ.

ມາດຕ 4 ຂອບເຂດການນຳໃຊ້

ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ດຳເນີນກິດຈະການໂຮງງານອຸດສາຫະກຳປຸງແຕ່ງໄມ້ ຢູ່ ສປປ ລາວ.

ພາກທີII

ປະເພດ ຫຼື ຂະໜາດ ໂຮງງານອຸດສາຫະກຳປຸງແຕ່ງໄມ້

ມາດຕາ 5 ປະເພດໂຮງງານອຸດສາຫະກຳປຸງແຕ່ງໄມ້

ໂຮງງານອຸດສາຫະກຳປຸງແຕ່ງໄມ້ ແບ່ງອອກເປັນ 4 ປະເພດດັ່ງນີ້:

  1. ໂຮງງານເລື່ອຍໄມ້
  2. ໂຮງງານປຸງແຕ່ງໄມ້
  3. ໂຮງງານເຟີນີເຈີ
  4. ໂຮງເຟີນີເຈີແບບຄອບຄົວ

ມາດຕາ 6 ໂຮງງານເລື່ອຍໄມ້

 ໂຮງງານເລື່ອຍໄມ້ ແມ່ນ ໂຮງງານທີ່ນໍາເອົາໄມ້ທ່ອນເຂົ້າມາເລື່ອຍ ເປັນໄມ້ແປຮູບ ສາມາດເປັນວັດຖຸດິບສະໜອງໃຫ້ແກ່ ໂຮງງານປຸງແຕ່ງໄມ້, ໂຮງງານເຟີນີເຈີ ແລະ ໂຮງເຟີນີເຈີແບບຄອບຄົວ.

ມາດຕາ 7 ໂຮງງານປຸງແຕ່ງໄມ້

ໂຮງງານປຸງແຕ່ງໄມ້ ແມ່ນ ໂຮງງານທີ່ນຳເອົາໄມ້ທ່ອນ ຫຼື ໄມ້ແປຮູບ ເຂົ້າມາປຸງແຕ່ງ ໃຫ້ເປັນຜະລິດຕະພັນໄມ້ ເຄິງສຳເລັດຮູບ ແລະ ສຳເລັດຮູບ ຕາມລະບົບການຜະລິດ.

ມາດຕາ 8 ໂຮງງານເຟີນີເຈີ

ໂຮງງານເຟີນີເຈີ ແມ່ນ ໂຮງງານທີ່ນຳເອົາ ໄມ້ທ່ອນທີ່ມີຂະໜາດເໝາະສົມກັບ ໃບເລື່ອຍ ຂອງໂຮງງານ ແລະ ຕໍໄມ້, ປຸດໄມ້, ໄມ້ບາງ (ໄມ້ປອກ,ໄມ້ຝານ) ແລະ ໄມ້ອັດ ເຂົ້າຜ່ານຂະບວນການປຸງແຕ່ງໃຫ້ເປັນຜະລິດຕະພັນ ເປັນຕົ້ນ ວົງກົບ, ບານປະຕູ, ບານປ່ອງຢ້ຽມ, ໂຕະ, ຕັ່ງ, ຕູ້, ຕຽງ, ໂຊຟາ, ເຄື່ອງຕົບແຕ່ງ, ເຄື່ອງແກະສະຫຼັກ, ເຄື່ອງປະດັບເອ້, ຂອບຮູບ, ເຄື່ອງໃຊ້ສອຍ ແລະ ເຄື່ອງຫັດຖະກຳ.

ມາດຕາ 9 ໂຮງເຟີນີເຈີແບບຄອບຄົວ

ໂຮງງານ ແລະ ຕໍໄມ້, ປຸດໄມ້, ໄມ້ແປຮູບ ແລະ ໄມ້ອັດ ເຂົ້າຜ່ານຂະບວນການປຸງແຕ່ງ ໃຫ້ເປັນຜະລິດຕະພັນ ເປັນຕົ້ນ ວົງກົບ, ບານປະຕູ, ບານປ່ອງຢ້ຽມ, ໂຕະ, ຕັ່ງ, ຕູ້, ຕຽງ, ໂຊຟາ, ເຄື່ອງຕົບແຕ່ງ, ເຄື່ອງແກະສະຫຼັກ, ເຄື່ອງປະດັບເອ້, ຂອບຮູບ, ເຄື່ອງໃຊ້ສອຍ ແລະ ເຄື່ອງຫັດຖະກຳອື່ນ.

ມາດຕາ 10 ຂະໜາດຂອງໂຮງງານອຸດສາຫະກຳປຸງແຕ່ງໄມ້

ໂຮງງານອຸດສາຫະກຳປຸງແຕ່ງໄມ້ ແບ່ງອອກເປັນ ສີ່ ຂະໜາດ ໂດຍຂື້ນກັບຈຳນວນແຮງງານ ຫຼື ກຳລັງແຮງລວມຂອງເຄື່ອງຈັກ ທີ່ນຳໃຊ້ຢູ່ພາຍໃນໂຮງງານ ແລະ ໃຫ້ຖືເອົາໂຕເລກທີ່ຫຼາຍກວ່າ ເປັນການກຳນົດຂະໜາດໂຮງງານ ດັ່ງນີ້:

  1. ໂຮງງານຂະໜາດໃຫຍ່ ແມ່ນໂຮງງານທີ່ມີຈຳນວນແຮງງານ 201 ຄົນຂື້ນໄປ ຫຼື ກຳລັງແຮງລວມຂອງເຄື່ຶອງຈັກ 201 ແຮງມ້າ ຂື້ນໄປ;
  2. ໂຮງງານຂະໜາດກາງ ແມ່ນໂຮງງານທີ່ມີຈຳນວນແຮງງານ 51 ຫາ 200 ຄົນ ຫຼື ກຳລັງແຮງລວມຂອງ ເຄື່ອງຈັກ 51 ແຮງມ້າ ຫາ 200 ແຮງມ້າ;
  3. ໂຮງງານຂະໜາດນ້ອຍ ແມ່ນໂຮງງານທີ່ມີຈຳນວນແຮງງານ 10 ຫາ 50 ຄົນ ຫຼື ກຳລັງແຮງລວມຂອງ ເຄື່ອງຈັກ 10 ແຮງມ້າ ຫາ 50 ແຮງມ້າ;
  4. ໂຮງເຟີນີເຈີແບບຄອບຄົວ ມີຂະໜາດດຽວ ແລະ ມີຈຳນວນແຮງງານຕ່ຳກວ່າ 10 ຄົນ ຫຼື ນຳໃຊ້ ເຄື່ອງຈັກທີ່ມີກຳລັງແຮງລວມຕ່ຳກວ່າ 10 ແຮງມ້າ.

ພາກທີ III

ມາດຕະຖານ ໂຮງງານອຸດສາຫະກຳປຸງແຕ່ງໄມ້

ໝວດທີ 1

ມາດຕະຖານ ໂຮງງານເລື່ອຍໄມ້, ໂຮງງານປຸງແຕ່ງໄມ້ ແລະ ໂຮງງານເຟີນີເຈີ

ມາດຕາ 11 ມາດຕະຖານ ໂຮງງານເລື່ອຍໄມ້, ໂຮງງານປຸງແຕ່ງໄມ້ ແລະ ໂຮງງານເຟີນີເຈີ

ມາດຕະຖານ ໂຮງງານເລື່ອຍໄມ້, ໂຮງງານປຸງແຕ່ງໄມ້ ແລະ ໂຮງງານເຟີນີເຈີ ແມ່ນການກຳນົດ ຄຸນລັກສະນະສະເພາະທາງດ້ານມາດຕະຖານເຕັກນິກ ດັ່ງນີ້:

  1. ມາດຕະຖານສະຖານທີ່ຕັ້ງ;
  2. ມາດຕະຖານອາຄານຜະລິດ ແລະ ສິ່ງປຸກສ້າງ;
  3. ມາດຄະຖານເຄື່ອງຈັກ ແລະ ການຕິດຕັ້ງ;
  4. ມາດຄະຖານຂະບວນການຜະລິດ;
  5. ມາດຕະຖານວິຊາການ ແລະ ກຳມະກອນ;
  6. ມາດຕະຖານຄວາມປອດໄພ;
  7. ມາດຕະຖານສຸຂານາໄມ;
  8. ມາດຕະຖານສິ່ງແວດລ້ອມ;
  9. ມາດຕະຖານການບໍລິຫານ.

ມາດຕາ 12 ມາດຕະຖານສະຖານທີຕັ້ງ

ມາດຕະຖານສະຖານທີຕັ້ງ ມີ່ດັ່ງນີ້:

  1. ຕັ້ງໃນເຂດອຸດສາຫະກຳ ຫຼື ນິຄົມອຸດສາຫະກຳ ມີໄລຍະຫ່າງຈາກ ຊຸມຊົນ, ໂຮງຮຽນ, ໂຮງໝໍ, ວັດ, ແຫຼ່ງວັດທະນະທຳ, ເຂດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເຂດອະນຸລັກຊີວະນາໆພັນ, ແຫຼ່ງນ້ຳທຳມະຊາດ ແລະ ອື່ນໆ;
  2. ມີເນື້ອທີ່ເໝາະສົມ ກັບການດຳເນີນກິດຈະການ ຕາມປະເພດ ແລະ ຂະໜາດໂຮງງານ;
  3. ມີກຳແພງ ຫຼື ຮົ້ວອ້ອມຮອບທີ່ແໜ້ນໜາ ແລະ ມີປະຕູທາງເຂົ້າ-ອອກ ກວ້າງຂວາງດີ;
  4. ມີເສັ້ນທາງເຂົ້າ-ອອກ ສະດວກ;
  5. ຕ້ອງຕິດປ້າຍໂຮງງານ ໃຫ້ຖືກຕ້ອງຕາມລະບຽບການທີ່ກ່ຽວຂ້ອງ.

ມາດຕາ 13 ມາດຕະຖານ ອາຄານຜະລິດ ແລະ ສິ່ງປຸກສ້າງ

ມາດຕະຖານ ອາຄານຜະລິດ ແລະ ສິ່ງປຸກສ້າງ ມີ່ດັ່ງນີ້:

  1. ໂຮງງານເລື່ອຍໄມ້, ໂຮງງານປຸງແຕ່ງໄມ້ ແລະ ໂຮງງານເຟີນີເຈີ ປະກອບມີ ອາຄານຜະລິດ ແລະ ສິ່ງປຸກສ້າງ ເປັນຕົ້ນ ອາຄານສຳັບການຜະລິດ, ສາງເກັບມ້ຽນວັດຖຸດິບ, ສາງເກັບມ້ຽນຜະລິດຕະພັນ, ອາຄານສຳລັບການຄຸ້ມຄອງບໍລິຫານ, ອາຄານຫ້ອງອາຫານ, ບ່ອນຜັກຜ່ອນ, ບ່ອນຈອດລົດ, ຫ້ອງນ້ຳ, ບ່ອນສູນຢາ, ລະບົບບຳບັດສິ່ງເສດເຫຼືອ ແລະ ອື່ນໆ;
  2. ໂຄງສ້າງອາຄານຕ້ອງແໜ້ນໜາ ແລະ ເໝາະສົມກັບການດຳເນີນກິດຈະການ, ແຜນຜັງການກໍ່ສ້າງອາຄານໂຮງງານ, ຕ້ອງໄດ້ຮັບການຢັ້ງຢືນດ້ານເຕັກນິກການກໍ່ສ້າງ ຈາກຂະແໜ່ງກນທີ່ກ່ຽວຂ້ອງຕາມກົດໝາຍ ແລະ ລະບຽບການ;
  3. ອາຄານຜະລິດແບບປິດ ຕ້ອງມີປະຕູເຂົ້າ-ອອກ ສຸກເສີນຢ່າງໜ້ອຍໜື່ງບ່ອນ, ບານປະຕູຕ້ອງເປັນລະບົບເປີດ-ປິດ ໄດ້ງ່າຍ ແລະ ບໍ່ມີສິດກີດຂວາງໃນເວລານຳໃຊ້;
  4. ຕ້ອງຕິດຕັ້ງລະບົບໄຟຟ້າທີ່ຮັບປະກັນຄວາມປອດໄພ ເປັນຕົ້ນ ລະບົບໄຟຟ້າເຄື່ອງຈັກ ແລະ ໄຟຟ້າແສງສະຫວ່າງ;
  5. ຕ້ອງຕິດຕັ້ງພັດລົມ, ລະບົບະບາຍອາກາດ, ລະບົບດູດຝຸ່ນ ແລະ ອື່ນໆ ຕາມຄວາມເໝາະສົມ.

ມາດຕາ 14 ມາດດຕະຖານເຄື່ອງຈັກ ແລະ ການຕິດຕັ້ງ

ມາດດຕະຖານເຄື່ອງຈັກ ແລະ ການຕິດຕັ້ງ ມີດັ່ງນີ້:

  1. ເປັນເຄື່ອງຈັກໃໝ່ ຫຼື ເປັນເຄື່ອງຈັກທີ່ໃຊ້ແລ້ວ ຕ້ອງມີຄຸນນະພາບດີ, ເຕັກໂນໂລຊີທີ່ເໝາະສົມຕາມຍຸກສະໄໝ, ຖືກຕ້ອງກັບເປົ້າໝາຍການນຳໃຊ້, ບໍ່ມີຄວາມສ່ຽງ ຕໍ່ການເກີດຜົນກະທົບຕໍ່ສຸຂະພາບຂອງຜູ້ອອກແຮງງານ ແລະ ສິ່ງແວດລ້ອມ,ໃນນັ້ນ, ຕ້ອງແມ່ນເຄື່ອງຈັກທີ່ປະຍັດວັດຖຸດິບ, ປະຢັດພະລັງງານ ແລະ ລຸດຜ່ອນການປ່ອຍມົນລະຜິດ;
  2. ຕິດຕັ້ງເຄື່ອງຈັກໃຫ້ຖືກຕ້ອງຕາມລະບົບມາດຕະຖານເຕັກນິກ ແລະ ຖືກຕາມແຜນຜັງການຕິດຕັ້ງເຄື່ອງຈັກ ແລະ ສາຍງານການຜະລິດ.

ມາດຕາ 15 ມາດຕະຖານຂະບວນການຜະລິດ

ມາດຕະຖານຂະບວນການຜະລິດທີ່ເໝາະສົມ ຕ້ອງເລີ່ມແຕ່ການນຳວັດຖຸດິບເຂົ້າຜະລິດ ຈົນຮອດຜະລິດຕະພັນສຸດທ້າຍ, ທຸກສາຍງານການຜະລິດທີ່ມີສິ່ງເສດເຫຼືອ ຕ້ອງຕິດຕັ້ງລະບົບການຈຳກັດ ໃຫ້ໄດ້ມາດຕະຖານ ທີ່ກຳນົດໄວ້.

ມາດຕາ 16 ມາດຕະຖານ ວິຊາການ ແລະ ກຳມະກອນ

ມາດຕະຖານ ວິຊາການ ແລະ ກຳມະກອນ ມີດັ່ງນີ້:

  1. ມີໃບປະກາດສະນີຍະບັດ ຫຼື ໃບຢັ້ງຢືນຮັບຮອງດ້ານເຕັກນິກວິຊາການ ທີ່ກ່ຽວຂ້ອງ ແລະ ມີປະສົບການ ປະຈຳຢູ່ໂຮງງານ ແຕ່ລະດ້ານ ຢ່າງໜ້ອຍໜື່ງຄົນ ແລະ ໄດ້ຮັບການຝຶກອົບຮົມ ຍົກລະດັບທາງດ້ານເຕັກນິກວິຊາການ ຢ່າງໜ້ອງໜື່ງຄັ້ງຕໍ່ປີ;
  2. ມີສຸຂະພາບແຂງແຮງດີ ແລະ ໄດ້ຮັບການກວດສຸຂະພາບ ເປັນປົກກະຕິຢ່າງໜ້ອຍໜື່ງຄັ້ງຕໍ່ປີ.

ມາດຕາ 17 ມາດຕະຖານຄວາມປອດໄພ

ມາດຕະຖານຄວາມປອດໄພ ມີດັ່ງນີ້:

  1. ໜ່ວຍງານ ຫຼື ຜູ້ຮັບຜິດຊອບຄວາມປອດໄພໃນໂຮງງານ, ພະນັກງານ ແລະ ກຳມະກອນ ຕ້ອງໄດ້ຜ່ານການຝຶກອົບຮົມວຽກງານຄວາມປອດໄພໂຮງງານ ຢ່າງໜ້ອຍໜື່ງຄັ້ງຕໍ່ປີ;
  2. ກຳມະກອນ ຕ້ອງໃສ່ເຄື່ອງມືອຸປະກອນປ້ອງກັນແຮງງານ ໂດຍຂື້ນກັບຄວາມຈຳເປັນ ຂອງແຕ່ລະໜ້າວຽກ ທີ່ມີຄວາມສ່ຽງ ແລະ ເປັນອັນຕະລາຍ ເປັນຕົ້ນ ຊຸດເຄື່ອງນຸ່ງ, ໝວກກັນກະທົບ, ອຸປະກອນປິດປາກ-ປິດດັງ ແລະ ປິດຫູ,ຊົບມື, ເກີບກັນກະທົບ, ຊຸດກັນຄວາມຮ້ອນ, ແວ່ນຕາກັນແສງ ແລະ ຈັດໃຫ້ມີບ່ອນມ້ຽນເຄື່ອງນຸ່ງ;
  3. ເຄື່ອງຈັກທີ່ມີຄວາມສ່ຽງຕໍ່ການເກີດອຸປະຕິເຫດ ຕ້ອງຕິດຕັ້ງຝາຄອບ ຫຼື ຕາໜ່າງເຫຼັກປ້ອງກັນໃສ່ກົງລໍ້ໝູນ, ແຂ້ວເຟືອງ, ສາຍພາຍ, ສາຍໂສ້ງ, ໃບເລື່ອຍ ແລະ ອື່ນໆ;
  4. ສະຖານທີ່ ທີ່ເປັນອັນຕະລາຍ ຫຼື ບ່ອນຄວາມສ່ຽງທີ່ຈະເກີດອຸປະຕິເຫດ ຕ້ອງຕິດຕັ້ງປ້າຍເຕືອນ, ປ້າຍຫ້າມ, ປ້າຍຊີ້ບອກ ແລະ ແຕ້ມເສັ້ນຂອບເຂດຕ່າງໆ;
  5. ຕິດຕັ້ງລະບົບປ້ອງກັນອັກຄີໄພຢູ່ໃນໂຮງງານໃຫ້ພຽງພໍ ເປັນຕົ້ນ ລະບົບສັນຍານເຕືອນໄພ ແລະ ບັ້ງດັບເພີງ ຫຼື ລະບົບບັ້ງມອດໄຟ ທີ່ສາມາດນຳໃຊ້ໄດ້;
  6. ຕິດຕັ້ງລະບົບອຸປະກອນຕັດໄຟຟ້າແບບອັດຕະໂນມັດ ໃສ່ເຄື່ອງຈັກ ຫຼື ອາຄານໂຮງງານ.

ມາດຕາ 18 ມາດຕະຖານສຸຂານາໄມ

ມາດຕະຖານສຸຂານາໄມ ມີດັ່ງນີ້:

  1. ມີຜູ້ຮັບຜິດຊອບສຸຂານາໄມ ຢ່າງໜ້ອຍໜື່ງຄົນ;
  2. ມີຕູ້ຢາ ແລະ ອຸປະກອນປະຖົມພະຍາບານເບື້ອງຕົ້ນ;
  3. ມີນ້ຳດື່ມ ທີ່ສະອາດ ແລະ ມີລະບົບນ້ຳໃຊ້ ຢ່າງພຽງພໍ ເປັນຕົ້ນ ລະບົບນ້ຳປະປາ ຫຼື ນ້ຳບາດານ;
  4. ມີຫ້ອງນ້ຳ ທີ່ສະອາດ ໂດຍແຍກຫ້ອງນ້ຳຍິງ ແລະ ຫ້ອງນ້ຳຊາຍ ສະເພາະ ຕາມຄວາມເໝາະສົມ;
  5. ມີບ່ອນລ້າງມື, ນ້ຳຢາຂ້າເຊື້ອ ຫຼື ສະບູ ທີ່ຖືກຫຼັກສຸຂານາໄມ ໃຫ້ພຽງພໍ ແລະ ເໝາະສົມ;
  6. ປະຕິບັດມາດຕະການ ປ້ອງກັນການແຜ່ລະບາດເຊື້ອພະຍາດຢ່າງເຂັ້ມງວດ.

ມາດຕາ 19 ມາດຕະຖານສິ່ງແວດລ້ອມ

ມາດຕະຖານສິ່ງແວດລ້ອມ ມີ່ດັ່ງນີ້:

  1. ຕ້ອງເຮັດການປະເມີນຜົນກະທົບຕໍ່ສິ່ງແວດລ້ອມ, ແຜນຄຸ້ມຄອງສິ່ງແວດລ້ອມ ແລະ ໃບຢັ້ງຢືນກ່ຽວກັບສິ່ງແວດລ້ອມ;
  2. ມີລະບົບບຳບັດ ຫຼື ກຳຈັດສິ່ງເສດເຫຼືອຂອງໂຮງງານ ທີ່ເປັນລະບົບມາດຕະຖານ;
  3. ມົນລະພິດ ຫຼື ສິ່ງເສດເຫຼືອ ທີ່ຈະປ່ອຍອອກຈາກໂຮງງານ ຕ້ອງຢູ່ໃນເກນຄ່າມາດຕະຖານຈິ່ງສາມາດປ່ອຍອອກຈາກໂຮງງານໄດ້.

ມາດຕາ 20 ມາດຕະຖານການບໍລິຫານ

ໂຮງງານອຸດສາຫະກຳປຸງແຕ່ງໄມ້ ຕ້ອງມີແຜນການບໍລິຫານໂຮງງານ, ການຄຸ້ມຄອງການຜະລິດ ໂດຍຜ່ານການຢັ້ງຢືນຈາກຂະແໜງການກະສິກຳ ແລະ ປ່າໄມ້ ແລະ ປະຕິບັດໃຫ້ໄດ້ມາດຕະຖານພາຍໃນ ແລະ ສາກົນ ໃດໜື່ງ ໂດຍຜ່ານການຢັ້ງຢືນຈາກອົງການທີ່ກ່ຽວຂ້ອງ, ມີລະບົບການຄຸ້ມຄອງໄມ້ ສົ້ນເຂົ້າ ແລະ ສົ້ນອອກ.

ໂຮງງານອຸດສາຫະກຳປຸງແຕ່ງໄມ້ ສາມາດອອກແບບຜະລິດຕະພັນ, ສ້າງຍີ່ຫໍ້, ເຄື່ອງໝາຍການຄ້າ ແລະ ຈົດທະບຽນເຄື່ອງໝາຍການຄ້າ ຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງ

ໝວດທີ2

ມາດຕະຖານ ໂຮງເຟີນີເຈີແບບຄອບຄົວ

ມາດຕາ 21 ມາດຕະຖານໂຮງງານເຟີນີເຈີແບບຄອບຄົວ

ໂຮງເຟີນີເຈີແບບຄອບຄົວ ມີມາດຕະຖານ ດັ່ງນີ້:

  1. ມາດຕະຖານທີ່ຕັ້ງ;
  2. ທາດຕະຖານອາຄານຜະລິດ;
  3. ມາດຕະຖານເຄື່ອງຈັກ;
  4. ມາະຕະຖານຄວາມປອດໄພ ແລະ ສຸຂານາໄມ;
  5. ມາດຕະຖານສິ່ງແວວລ້ອມ.

ມາດຕາ 22 ມາດຕະຖານສະຖານທີ່ຕັ້ງ

ມາດຕະຖານສະຖານທີ່ຕັ້ງ ມີດັ່ງນີ້:

  1. ມີໄລຍະຫ່າງຈາກໂຮງຮຽນ, ໂຮງໝໍ, ວັດ ແລະ ອື່ນໆ;
  2. ມີເນື້ອທີເໝາະສົມ ກັບການດຳເນີນກິດຈະການ;
  3. ມີກຳແພງ ຫຼື ຮົ້ວອ້ອມຮອບທີ່ແໜ້ນໜາ ແລະ ມີປະຕູທາງເຂົ້າ-ອອກ ກວ້າງຂວາງດີ;
  4. ມີເສັ້ນທາງເຂົ້າ-ອອກ ສະດວກ;
  5. ຕິດປ້າຍໂຮງງານ ໃຫ້ຖືກຕ້ອງຕາມລະບຽບການທີ່ກ່ຽວຂ້ອງ.

ມາດຕາ 23 ມາດຕະຖານອາຄານຜະລິດ

ມາດຕະຖານອາຄານຜະລິດ ມີດັ່ງນີ້:

  1. ໂຄງສ້າງອາຄານຕ້ອງແໜ້ນໜາ ແລະ ເໝາະສົມກັບການດຳເນີນກິດຈະການ;
  2. ຕິດຕັ້ງລະບົບໄຟຟ້າທີ່ຮັບປະກັນຄວາມປອດໄພ ລະບົບໄຟຟ້າເຄື່ອງຈັກ ແລະ ໄຟຟ້າແສງສະຫວ່າງ;
  3. ມີລະບົບລະບາຍອາກາດ.

ມາດຕາ 24 ມາດຕະຖານເຄື່ອງຈັກ

ມາດຕະຖານເຄື່ອງຈັກ ທີ່ຕິດຕັ້ງຢູ່ໂຮງງານເຟີນີເຈີແບບຄອບຄົວ ຕ້ອງເປັນເຄື່ອງຈັກໃໝ່ ຫຼື ຖ້າເປັນເຄື່ອງຈັກທີ່ໃຊ້ແລ້ວ ຕ້ອງມີຄຸນນະພາບດີ, ຖືກຕ້ອງກັບເປົ້າໝາຍການນຳໃຊ້ ເປັນຕົ້ນ ເຄື່ອງຈັກຕັດໄມ້, ເຄື່ອງຈັກຊອຍໄມ້ (ມີແຕ່ເລື່ອຍວົງເດືອນເທົ່ານັ້ນ ທີ່ມີໃບເລື່ອຍ ຂະໜາດເສັ້ນຜ່າກາງ 30 ຊັງຕີແມັດ), ເຄື່ອງຈັກເຈາະໄມ້, ເຄື່ອງຈັດກົບໄມ້, ເຄື່ອງຈັກໂຣເຕີ, ເຄື່ອງຈັກຈິກຊໍ, ເຄື່ອງຈັກຂັດ, ເຄື່ອງຈັກແກະສະຫຼັກ ແລະ ເຄື່ອງຈັກອື່ນ.

ມາດຕາ 25 ມາດຕະຖານຄວາມປອດໄພ ແລະ ສຸຂານາໄມ

ມາດຕະຖານຄວາມປອດໄພ ແລະ ສຸຂານາໄມ ມີດັ່ງນີ້:

  1. ນາຍຊ່າງ ຕ້ອງໃສ່ເຄື່ອງມືປ້ອງກັນອຸປະກອນໂຮງງານ ໂດຍຂື້ນກັບຄວາມຈຳເປັນ ຂອງແຕ່ລະໜ້າວຽກທີ່ມີຄວາມສ່ຽງ ແລະ ເປັນອັນຕະລາຍ ເປັນຕົ້ນ ຊຸດເຄື່ອງນຸ່ງ, ໝວກກັນກະທົບ, ອຸປະກອນ ປິດປາກ-ປິດດັງ ແລະ ປິດຫູ, ຊົບມື, ເກີບກັນກະທົບ, ຊຸດກັນຄວາມຮ້ອນ, ແວ່ນຕາກັນແສງ ແລະ ຈັດໃຫ້ມີບ່ອນຈັດມ້ຽນເຄື່ອງນຸ່ງ;
  2. ເຄື່ອງຈັກທີ່ມີຄວາມສ່ຽງຕໍ່ການເກີດອຸປະຕິເຫດ ຕ້ອງຕິດຕັ້ງຝາຄອບ ຫຼື ຕາໜ່າງເຫຼັກປ້ອງກັນໃສ່ກົງລໍ້ໝູນ, ແຂ້ວເຟືອງ, ສາຍພານ, ສາຍໂສ້, ໃບເລື່ອຍ ແລະ ອື່ນໆ.
  3. ມີບັ້ງດັບເພີງ ຫຼື ລະບົບນ້ຳມອດໄຟ ທີ່ສາມາດນຳໃຊ້ໄດ້;
  4. ຕິດຕັ້ງລະບົບອຸປະກອນຕັດໄຟຟ້າແບບອັດຕະໂນມັດ ໃສ່ເຄື່ອງຈັກ ແລະ ອາຄານໂຮງງານ;
  5. ມີຕູ້ຢາປະຈຳບ້ານ, ຫ້ອງນ້ຳສະອາດ ແລະ ອື່ນໆ.

ມາດຕາ 26 ມາດຕະຖານສິ່ງແວດລ້ອມ

ມາດຕະຖານສິ່ງແວດລ້ອມໂຮງງານເຟີນີເຈີແບບຄອບຄົວ ຕ້ອງມີມາດຕະການປ້ອງກັນ ບໍ່ໃຫ້ສົ່ງຜົນກະທົບຕໍ່ຊຸມຊົນ ແລະ ສິ່ງແວດລ້ອມ ເປັນຕົ້ນ ສຽງດັງ, ກິ່ນຂິວ, ຝຸ່ນ ແລະ ໃຫ້ກຳຈັດສິ່ງເສດເຫຼືອ ປະເພດຂີ້ເລື່ອຍ, ເສດໄມ້ ແລະ ຂີ້ກົບ ເປັນປົກກະຕິ.

ພາກທີ IV

ການສ້າງຕັ້ງ ແລະ ດຳເນີນກິດຈະການ ໂຮງງານອຸດສາຫະກຳປຸງແຕ່ງໄມ້

ໝວດທີ 3

ການສ້າງຕັ້ງ ໂຮງງານອຸດສາຫະກຳປຸງແຕ່ງໄມ້

ມາດຕາ 27 ການສະເໜີສ້າງຕັ້ງໂຮງງານອຸດສາຫະກຳປຸງແຕ່ງໄມ້

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງ ຂໍອະນຸຍາດສ້າງຕັ້ງໂຮງງານອຸດສາຫະກຳປຸງແຕ່ງໄມ້ຕ້ອງສະເໜີເຈດຈຳນົງ ຫາຂະແໜງການກະສິກຳ ແລະ ປ່າໄມ້ ເພື່ອຄົ້ນຄວ້າເຫັນດີທາງດ້ານຫຼັກການ ຕາມການແບ່ງຂັ້ນຄຸ້ມຄອງ. ຫຼັງຈາກນັ້ນ, ຈື່ງສາມາດດຳເນີນ ການຂໍອະນຸຍາດອອກ ໃບທະບຽນວິສາຫະກິດ ຈາກຂະແໜ່ງອຸດສາຫະກຳ ແລະ ການຄ້າ, ໃບຢັ້ງຢືນກ່ຽວກັບບົດວິພາກເສດຖະກິດ-ເຕັກນິກ ຈາກຂະແໜງການກະສິກຳ ແລະ ປ່າໄມ້, ໃບຢັ້ງຢືນ ກ່ຽວກັບສິ່ງແວດລ້ອມ ຈາກຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ໃບອະນຸຍາດປຸກສ້າງໂຮງງານ ຈາກຂະແໜງການໂຍທາທິການ ແລະ ຂົນສົ່ງ.

ມາດຕາ 28 ເງື່ອນໄຂໃນການສ້າງຕັ້ງໂຮງງານອຸດສາຫະກຳປຸງແຕ່ງໄມ້

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງ ສ້າງຕັ້ງໂຮງງານ ຕ້ອງມີເງື່ອນໄຂດັ່ງນີ້:

  1. ເປັນບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ຖືກຕ້ອງຕາມກົດໝາຍ ວ່າດ້ວຍວິສາຫະກິດ;
  2. ມີທຶນ, ເຄື່ອງຈັກ, ວັດຖຸປະກອນ ແລະ ພາຫະນະຮັບໃຊ້;
  3. ມີວິຊາການ ທີ່ມີຄຸນວຸດທິການສຶກສາ, ເຄີຍຜ່ານງານ ແລະ ມີປະສົບການ ທີ່ກ່ຽວຂ້ອງກັບອຸດສາຫະກຳປຸງແຕ່ງໄມ້;
  4. ມີພື້ນທີ່ສ້າງຕັ້ງໂຮງງານ ແລະ ພື້ນທີ່ການຜະລິດ;
  5. ຮັບປະກັນໃຫ້ມີແຫຼ່ງວັດຖຸ ທີ່ພຽງພໍ ແລະ ຖືກຕ້ອງຕາມກົດໝາຍ, ມີປ່າປຸກເປັນຂອງຕົນເອງ ໂດຍບໍ່ເອື່ອຍອີງໃສ່ ວັດຖຸດິບຈາກທຳມະຊາດ;
  6. ມີເງື່ອນໄຂອື່ນ ກ່ຽວກັບ ການດຳເນີນກິດຈະການສ້າງຕັ້ງໂຮງງານອຸດສາຫະກຳປຸງແຕ່ງໄມ້.

ມາດຕາ 29 ເອກະສານ ຂໍອະນຸຍາດສ້າງຕັ້ງໂຮງງານອຸດສາຫະກຳປຸງແຕ່ງໄມ້

  1. ການປະກອບເອກະສານ ຂໍອະນຸຍາດສ້າງຕັ້ງໂຮງງານເລື່ອຍໄມ້, ໂຮງງານປຸງແຕ່ງໄມ້ ແລະ ໂຮງງານເຟີນີເຈີ ທຸກຂະໜາດປະກອບມີ ດັ່ງນີ້:
  1. ໃບຄຳຮ້ອງ ຂໍອະນຸຍາດສ້າງຕັ້ງໂຮງງານ ຕາມແບບພີມ ຮຽມ 1 ໃນເອກະສານຊ້ອນທ້າຍຂອງຂໍ້ຕົກລົງສະບັບນີ້;
  2. ສຳເນົາ ໃບຢັ້ງຢືນ ກ່ຽວກັບ ບົດວິພາກເສດຖະກິດ-ເຕັກນິກໂຮງງານ;
  3. ສຳເນົາ ໃບທະບຽນວິສາຫະກິດ;
  4. ສຳເນົາ ໃບຢັ້ງຢືນການມອບອາກອນ
  5. ສຳເນົາ ໃບອະນຸຍາດລົງທຶນ ໃນກໍລະນີເປັນກິດຈະການສຳປະທານ;
  6. ສຳເນົາ ໃບຢັ້ງຢືນການເຄື່ອນໄຫວທາງດ້ານການເງິນ;
  7. ສຳເນົາ ໃບຢັ້ງຢືນ ກ່ຽວກັບ ສິ່ງແວດລ້ອມໂຮງງານ;
  8. ສຳເນົາ ໃບສັນຍາເຊົ່າທີ່ດິນ/ອາຄານ, ໃບມອບກຳມະສິດທີ່ດິນ ຫຼື ໃບຕາດິນ;
  9. ສຳເນົາ ໃບອະນຸຍາດປຸກສ້າງ.
  1. ການປະກອບເອກະສານ ຂໍອະນຸຍາດສ້າງຕັ້ງໂຮງເຟີນີເຈີແບບຄອບຄົວ ມີດັ່ງນີ້:
  1. ໃບຄຳຮອງຂໍອະນຸຍາດສ້າງຕັ້ງໂຮງເຟີນີເຈີແບບຄອບຄົວ ຕາມແບບພີມ ຮຈຄ 2 ໃນເອກະສານຊ້ອນທ້າຍຂອງຂໍ້ຕົກລົງສະບັບນີ້;
  2. ສຳເນົາ ໃບທິບຽນວິສາຫະກິດ;
  3. ສຳເນົາ ໃບຢັ້ງຢືນການມອບອາກອນ;
  4. ສຳເນົາ ໃບຢັ້ງຢືນ ກ່ຽວກັບ ສິ່ງແວດລ້ອມ;
  5. ສຳເນົາ ໃບອະນຸຍາດປຸກສ້າງ.

ມາດຕາ 30 ບົດວິພາກເສດຖະກິດ-ເຕັກນິກໂຮງງານອຸດສາຫະກຳປຸງແຕ່ງໄມ້

ການສ້າງບົດວິພາກເສດຖະກິດ-ເຕັກນິກ ສຳລັບໂຮງງານເລື່ອຍໄມ້ ແລະ ໂຮງງານເຟີນີເຈີ ຕ້ອງປະກອບເນື້ອໃນດັ່ງນີ້:

  1. ສະພາບລວມໂຄງການ
  1. ທີ່ຕັ້ງຂອງໂຄງການ;
  2. ເຫດຜົນການສະເໜີໂຄງການ;
  3. ຈຸດປະສົງ ແລະ ເປົ້າໝາຍຂອງໂຄງການ.

 

  1. ເຕັກນິກການກໍສ້າງ
  1. ສະຖານທີ່ຕັ້ງໂຮງງານ;
  2. ແຜນການປຸກສ້າງອາຄານໂຮງງານ ແລະ ອາຄານອື່ນ;
  3. ແຜນການນຳໃຊ້ເຄື່ອງຈັກ ແລະ ອຸປະກອນຮັບໃຊ້ການຜະລິດ;
  4. ແຫຼ່ງ ແລະ ແຜນການນຳໃຊ້ ວັດຖຸດິບ;
  5. ແຜນວາດຂະບວນການຜະລິດ ແລະ ບົດອະທິບາຍ;
  6. ການຄຸ້ມຄອງດ້ານສິ່ງແວດລ້ອມ;
  7. ຄວາມປອດໄພ ແລະ ສຸຂານາໄມ ໃນໂຮງງານ;
  8. ສະຫວັດດີການໂຮງງານ;
  9. ສຳເນົາ ແຜນຜັງການກໍ້ສ້າງ ແລະ ລະບົບເຕັກນິກເຄື່ອງຈັກໂຮງງານ ຕາມລະບຽບການປຸກສ້າງ;
  10. ແຜນງົບປະມານ ເພື່ອອຳນວຍຄວາມສະດວກ ໃຫ້ພາກລັດ ຈັດຕັ້ງປະຕິບັດວຽກງານຊຸກຍູ້, ຕິດຕາມ ແລະ ກວດກາ
  1. ພາກເສດຖະກິດ
  1. ຕົ້ນທຶນການຜະລິດ;
  2. ຄາດຄະເນລາຍຮັບ, ລາຍຈ່າຍ ແລະ ກຳໄລ;
  3. ແຜນການຜະລິດ ແລະ ຈຳໜ່າຍ;
  4. ແຜນການນຳໃຊ້ແຮງງານ.
  1. ຄາດຄະເນຜົນໄດ້ຮັບຈາກໂຄງການ
  1. ປະສິດທິຜົນການລົງທຶນ (ເສດຖະກິດ, ສັງຄົມ, ສິ່ງແວດລ້ອມ ແລະ ຊີວະນາໆພັນ);
  2. ການວິເຄາະຄວາມສ່ຽງ ໃນການດຳເນີນກິດຈະການ ຂອງ ໂຮງງານເລື່ອຍໄມ້, ຫຼື ໂຮງງານ ປຸງແຕ່ງໄມ້, ຫຼື ໂຮງງານເຟີນີເຈີ.

ມາດຕາ 31 ຂັ້ນຕອນການສ້າງຕັ້ງໂຮງງານອຸດສາຫະກຳປຸງແຕ່ງໄມ້

ພາຍຫຼັງທີ່ໄດ້ປະກອບເອກະສານຄົບຊຸດ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 29 ຂອງຂໍ້ຕົກລົງສະບັບນີ້,​ໃຫ້ປະຕິບັດຕາມຂັ້ນຕອນດັ່ງນີ້:

  1. ​ກວດກາເນື້ອໃນ ບົດວິພາກເສດຖະກິດ-ເຕັກນິກໂຮງງານ;
  2. ປະສານກັບຂະແໜງການທີ່ກ່ຽວຂ້ອງ ກວດກາສະຖານທີ່ຕັ້ງໂຮງງານ;
  3. ພິຈາລະນາການອອກ ຂໍ້ຕົກລົງວ່າດ້ວຍການອະນຸຍາດສ້າງຕັ້ງໂຮງງານ;
  4. ດຳເນີນການກໍ່ສ້າງໂຮງງານ;
  5. ຊຸກຍູ້, ສົ່ງເສີມ, ຕິດຕາມ ແລະ ກວດກາ ການສ້າງຕັ້ງໂຮງງານ.

ມາດຕາ 32 ການກວດກາສະຖານທີ່ຕັ້ງໂຮງງານອຸດສາຫະກຳປຸງແຕ່ງໄມ້

  1. ໂຮງງານຂະໜາດໃຫຍ່

ຂະແໜງກະສິກຳ ແລະ ປ່າໄມ້ ຕ້ອງປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ເພື່ອກວດກາສະຖານທີ່ຕັ້ງໂຮງງານ ຊື່ງການລົງກວດກາແຕ່ລະຄັ້ງ ຕ້ອງປະກອບມີຜູ້ຕ່າງໜ້າ ຈາກພາກສ່ວນທີ່ກ່ຽວຂ້ອງ ດັ່ງນີ້:

  1. ກົມປ່າໄມ້;
  2. ພະແນກ ກະສິກຳ ແລະ ປ່າໄມ້ ຂັ້ນແຂວງ;
  3. ຫ້ອງການ ກະສິກຳ ແລະ ປ່າໄມ້ ຂັ້ນເມືອງ;
  4. ຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ;
  5. ຂະແໜງການໂຍທາທິການ ແລະ ຂົນສົ່ງ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ຕາມແຕ່ລະກໍລະນີ;
  6. ອົງການປົກຄອງບ້ານ ບ່ອນທີ່ຕັ້ງໂຮງງານຢູ່.

ການລົງກວດແຕ່ລະຄັ້ງ ຕ້ອງເຮັດບົດບັນທຶກ ໂດຍກຳນົດແຈ້ງ ຈຸດທີ່ຕັ້ງໂຮງງານ, ສະພາບແວດລ້ອມອ້ອມຂ້າງໂຮງງານ ຕາມມາດຕະຖານຂອງໂຮງງານທີ່ໄດ້ກຳນົດໄວ້ໃນມາດຕາ 11 ຂອງຂໍ້ຕົກລົງສະບັບນີ້.

  1. ໂຮງງານຂະໜາດກາງ ແລະ ຂະໜາດນ້ອຍ

ຂະແໜງການກະສິກຳ ແລະ ປ່າໄມ້ ຕ້ອງປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ເພື່ອກວດກາສະຖານທີ່ຕັ້ງໂຮງງານ ຊື່ງການລົງກວດກາແຕ່ລະຄັ້ງ ຕ້ອງປະກອບມີຜູ້ຕ່າງໜ້າ ຈາກພາກສ່ວນທີ່ກ່ຽວຂ້ອງ ດັ່ງນີ້:

  1. ກົມປ່າໄມ້;
  2. ພະແນກ ກະສິກຳ ແລະ ປ່າໄມ້ ຂັ້ນແຂວງ;
  3. ຫ້ອງການ ກະສິກຳ ແລະ ປ່າໄມ້ ຂັ້ນເມືອງ;
  4. ຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ;
  5. ຂະແໜງການໂຍທາທິການ ແລະ ຂົນສົ່ງ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ຕາມແຕ່ລະກໍລະນີ;
  6. ອົງການປົກຄອງບ້ານ ບ່ອນທີ່ຕັ້ງໂຮງງານຢູ່.

ການລົງກວດກາແຕ່ລະຄັ້ງ ຕ້ອງ້ຮັດບົດບັນທຶກ ໂດຍກຳນົດແຈ້ງ ຈຸດທີ່ຕັ້ງໂຮງງານ, ສະພາບແວດລ້ອມອ້ອມຂ້າງໂຮງງານ ຕາມມາດຕະຖານໂຮງງານທີ່ກຳນົດໄວ້ໃນມາດຕາ 11 ຂອງຂໍ້ຕົກລົງສະບັບນີ້.

  1. ໂຮງງານເຟີນີເຈີແບບຄອບຄົວ

ຂະແໜງການກະສິກຳ ແລະ ປ່າໄມ້ ຕ້ອງປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ເພື່ອກວດກາສະຖານທີ່ຕັ້ງໂຮງງານ ຊື່ງການລົງກວດກາແຕ່ລະຄັ້ງ ຕ້ອງປະກອບມີຕາງໜ້າ ຈາກພາກສ່ວນທີ່ກ່ຽວຂ້ອງ ດັ່ງນີ້:

  1. ຫ້ອງການກະສິກຳ ຂັ້ນເມືອງ;
  2. ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂັ້ນເມືອງ;
  3. ຫ້ອງການໂຍທາທິການ ແລະ ຂົນສົ່ງຂັ້ນເມືອງ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ຕາມແຕ່ລະກໍລະນີ;
  4. ອົງການປົກຄອງບ້ານ ບ່ອນທີ່ໂຮງງານຕັ້ງຢູ່.

ການລົງກວດກາແຕ່ລະຄັ້ງ ຕ້ອງເຮັດບົດບັນທຶກ ໂດຍກຳນົດແຈ້ງ ຈຸດທີ່ຕັ້ງໂຮງງານ, ສະພາບແວດລ້ອມອ້ອມຂ້າງໂຮງງານ ຕາມມາດຕະຖານໂຮງງານທີ່ກຳນົດໄວ້ໃນມາດຕາ 21 ຂອງຂໍ້ຕົກລົງສະບັບນີ້.

ມາດຕາ 33 ການພິຈາລະນາ ອອກຂໍ້ຕົກລົງອະນຸຍາດສ້າງຕັ້ງໂຮງງານອຸດສາຫະກຳປຸງແຕ່ງໄມ້

ພາຍຫຼັງສຳເລັດ ການກວດກາສະຖນທີ່ຕັ້ງງານ ແລະ ມີບົດບົນທຶກການກວດກາໂຮງງານ ທີ່ເຫັນດີໃຫ້ດຳເນີນການສ້າງຕັ້ງໂຮງງານ. ຂະແໜງການກະສິກຳ ແລະ ປ່າໄມ້ ຕ້ອງພິຈາລະນາອອກ ຂໍ້ຕົກລົງ ວ່າດ້ວຍ ການອະນຸຍາດສ້າງຕັ້ງໂຮງງານ ພາຍໃນ ສິບ ວັນ ລັດຖະການ ນັບແຕ່ມື້ເຊັນບົດບັນທຶກ ການກວດກາໂຮງງານ ຕາມການແບ່ງຂັ້ນຄຸ້ມຄອງ ດັ່ງນີ້:

  1. ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ເປັນຜູ້ອອກຂໍ້ຕົກລົງ ວ່າດ້ວຍການອະນຸຍາດສ້າງຕັ້ງ ໂຮງງານ ຂະໜາດໃຫຍ່;
  2. ພະແນກກະສິກຳ ແລະ ປ່າໄມ້ ຂັ້ນແຂວງ ເປັນຜູ້ອອກຂໍ້ຕົກລົງ ວ່າດ້ວຍການອະນຸຍາດສ້າງຕັ້ງ ໂຮງງານ ຂະໜາດກາງ ແລະ ຂະໜາດນ້ອຍ ບົນພື້ນຖານການເຫັນດີຂອງ ເຈົ້າແຂວງ/ເຈົ້າຄອງນະຄອນຫຼວງວຽງຈັນ;
  3. ຫ້ອງການກະສິກຳ ແລະ ປ່າໄມ້ ຂັ້ນເມືອງ ເປັນຜູ້ອອກຂໍ້ຕົກລົງ ວ່າດ້ວຍການອະນຸຍາດສ້າງຕັ້ງໂຮງເຟີນີເຈີແບບຄອບຄົວ ບົນພື້ນຖານການເຫັນດີຂອງ ເຈົ້າເມືອງ/ເຈົ້ານະຄອນ

ໝວດທີ 4

ການດຳເນີນກິດຈະການ ໂຮງງານອຸດສາຫະກຳປຸງແຕ່ງໄມ້

ມາດຕາ 34 ການດຳເນີນກິດຈະການ ໂຮງງານອຸດສາຫະກຳປຸງແຕ່ງໄມ້

ການດຳເນີນກິດຈະການໂຮງງານອຸດສາຫະກຳປຸງແຕ່ງໄມ້ ແມ່ນ ການເຄື່ອນໄຫວດຳເນີນກິດຈະການໂຮງງານໃຫ້ຖືກຕ້ອງ ຕາມມາດຕະຖານເຕັກນິກໂຮງງານອຸດສາຫະກຳປຸງແຕ່ງໄມ້ ໂດຍຜ່ານການຄົ້ນຄວ້າ, ກວດກາ ແລະ ພິຈາລະນາ ອອກໃບຢັ້ງຢືນ ການດຳເນີນກິດຈະການໂຮງງານອຸດສາຫະກຳປຸງແຕ່ງໄມ້.

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ຕ້ອງຂໍໃບຢັ້ງຢືນການດຳເນີນກິດຈະການໂຮງງານອຸດສາຫະກຳປຸງແຕ່ງໄມ້ ຈາກຂະແໜງການກະສິກຳ ແລະ ປ່າໄມ້ ຕາມແບບພີມ ຮຽມ3.

ມາດຕາ 35 ເງື່ອນໄຂການຂໍໃບຢັ້ງຢືນການດຳເນີນກິດຈະການໂຮງງານອຸດສາຫະກຳປຸງແຕ່ງໄມ້

ການຂໍໃບຢັ້ງຢືນການດຳເນີນກິດຈະການໂຮງງານອຸດສາຫະກຳປຸງແຕ່ງໄມ້ ຕ້ອງປະຕິບັດຕາມເງືອນໄຂດັ່ງນີ້:

  1. ສຳເລັດການກໍສ້າງໂຮງງານອຸດສາຫະກຳປຸງແຕ່ງໄມ້;
  2. ຜ່ານການຜະລິດທົດລອງ.

ການສຳເລັດການກໍ່ສ້າງໂຮງງານອຸດສາຫະກຳປຸງແຕ່ງໄມ້ ແມ່ນຜົນສຳເລັດ ຂອງການກໍ່ສ້າງອາຄານໂຮງງານ, ຕິດຕັ້ງເຄື່ອງຈັກ, ຕິດຕັ້ງລະບົບປ້ອງກັນຄວາມປອດໄພ, ສຸຂານາໄມ, ລະບົບຈຳກັດ ແລະ ບຳບັດສິ່ງເສດເຫຼືອ, ມົນລະຜິດຕ່າງໆພາຍໃນໂຮງງານ ສຳເລັດເປັນທີ່ຮຽບຮ້ອຍ ໂດຍຖືກຕ້ອງຕາມແຜນຜັງເຕັກນິກການກໍ່ສ້າງ ແລະ ຕາມທີ່ສະເໜີໄວ້ໃນບົດວິພາກເສດຖະກິດ-ເຕັກນິກໂຮງງານ.

ການຜະລິດທົດລອງ ແມ່ນຂະບວນການຜະລິດ ແລະ ປຸງແຕ່ງ ເພື່ອກວດສອບຄວາມພ້ອມ ຕາມມາດຕະຖານເຕັກນິກປະສິດທິພາບຂອງໂຮງງານ ແລະ ຄຸນນະພາບຂອງສິນຄ້າ ລວມທັງ ລະບົບຄວາມປອດໄພ, ລະບົບຈຳກັດ ແລະ ບັດບັດສິ່ງເສດເຫຼືອ, ມົນລະຜິດຕ່າງໆ ພາຍໃນໂຮງງານ.

ມາດຕາ 36 ການປະກອບເອກະສານ ສະເໜີຂໍໃບຢັ້ງຢືນການດຳເນີນກິດຈະການໂຮງງານປຸງແຕ່ງໄມ້

  1. ການປະປອບເອກະສານ  ຂໍໃບຢັ້ງຢືນ ການດຳເນີນກິດຈະການ ໂຮງງານປຸງແຕ່ງໄມ້ ຂະໜາດໃຫຍ່, ກາງ ແລະ ນ້ອຍ ຕ້ອງປະກອບມີດັ່ງນີ້:
  1. ໃບຄຳຮ້ອງ ຂໍດຳເນີນກິດຈະການໂຮງງານ ຕາມແບບພີມ ຮຽມ3 ໃນເອກະສານຊ້ອນທ້າຍຂອງຂໍ້ຕົກລົງສະບັບນີ້;
  2. ຂໍ້ຕົກລົງ ວ່າດ້ວຍການອະນຸຍາດສ້າງຕັ້ງໂຮງງານອຸດສາຫະກຳປຸງແຕ່ງໄມ້;
  3. ໃບມອດສິດ ໃນກໍລະນີບຸກຄົນອື່ນມາພົວພັນແທນ;
  4. ແຜນວາດຂະບວນການຜະລິດ, ພ້ອມທັງບົດອະທິບາຍ;
  5. ລາຍການເຄື່ອງຈັກໃນໂຮງງານ;
  6. ແຜນການເຄື່ອນໄຫວປະຈະປີຂອງໂຮງງານ;
  7. ແຜນຜັງການກໍ່ສ້າງ ແລະ ລະບົບເຕັກນິກເຄື່ອງຈັກໂຮງງານ ຕາມລະບຽບການປຸກສ້າງ;
  8. ຮູບຖ່າຍຂະໜາດ 3x4 ຊັງຕີແມັດ ຈໍານວນ ສີ່ ໃບ, ຮູບຖ່າຍຕ້ອງບໍ່ເກີນ ສາມ ເດືອນ;
  9. ສຳເນົາ ໃບທະບຽນວິສາຫະກິດ;
  10. ສຳເນົາ ໃບຢັ້ງຢືນ ການມອບອາກອນ;
  11. ສຳເນົາ ໃບຢັ້ງຢືນ ກ່ຽວກັບ ສິ່ງແວດລ້ອມ;
  12. ສຳເນົາ ໃບອະນຸຍາດປຸກສ້າງ;
  13. ສຳເນົາ ບັດປະຈຳຕົວ ຫຼື ສຳມະໂນຄົວ ຫຼື ໜັງສືຜ່ານແດນ (Passport);
  14. ສຳເນົາ ໃບຕາດິນ ຫຼື ສັນຍາເຊົົ່າ ຫຼື ສຳປະທານ;
  15. ສຳເນົາ ໃບຢັ້ງຢືນແຜນການຕິດຕັ້ງລະບົບບຳບັດ ຫຼື ໃບຢັ້ງຢືນການປ່ອຍສິ່ງເສດເຫຼືອອອກຈາກໂຮງງານອຸດສາຫະກຳປຸງແຕ່ງໄມ້ ຕາມທີ່ກຳນົດໄວ້ໃນລະບຽບກົດໝາຍ ທີ່ກ່ຽວຂ້ອງ.
  1. ການປະກອບເອກະສານ ຂໍ້ໃບຢັ້ງຢືນການດຳເນີນກິດຈະການ ໂຮງເຟີນີເຈີແບບຄອບຄົວ ຕ້ອງປະກອບມີ ດັ່ງນີ້:
  1. ໃບຄຳຮອງ ຂໍດຳເນີນກິດຈະການໂຮງງານ ຕາມແບບພີມ ຮຽມ4 ໃນເອກະສານຊ້ອນທ້າຍຂອງຂໍ້ຕົກລົງສະບັບນີ້;
  2. ຂໍ້ຕົກລົງ ວ່າດ້ວຍການອະນຸຍາດສ້າງຕັ້ງໂຮງເຟີນີເຈີແບບຄອບຄົວ;
  3. ໃບມອບສິດ ໃນກໍລະນີໃຫ້ບຸກຄົນອື່ນມາພົວພັນແທນ;
  4. ຮູບຖ່າຍຂະໜາດ 3x4 ຊັງຕີແມັດ ຈໍານວນ ສີ່ ໃບ, ຮູບຖ່າຍຕ້ອງບໍ່ເກີນ ສາມ ເດືອນ;
  5. ສຳເນົາ ບັດປະຈຳຕົວ ຫຼື ສຳມະໂນຄົວ ຫຼື ໜັງສືຜ່ານແດນ (Passport);
  6. ບົດສະເໜີ ກ່ຽວກັບການດຳເນີນທຸລະກິດໂດຍຫຍໍ້;
  7. ລາຍການເຄື່ອງຈັກໃນໂຮງງານ;
  8. ສຳເນົາ ໃບຢັ້ງຢືນ ການມອບອາກອນ;
  9. ສຳເນົາ ໃບອະນຸຍາດປຸກສ້າງ.

ມາດຕາ 37 ການຄົ້ນຄວ້າເອກະສານການດຳເນີນກິດຈະການໂຮງງານອຸດສາຫະກຳປຸງແຕ່ງໄມ້

ພາຍຫຼັງ ໄດ້ຮັບເອກະສານຕາມທີ່ໄດ້ກຳນົດໄວ້ໃນມາດຕາ 36​ ຂອງຂໍ້ຕົກລົງສະບັບນີ້,​ ຂະແໜງການ ກະສິກໍາ ແລະ ປ່າໄມ້ ຕ້ອງກວດກາຄວາມຖືກຕ້ອງ ແລະ ຄົບຖ້ວນ ຂອງຊຸດເອກະສານທັນທີ ໂດຍແຈ້ງໃຫ້ຜູ້ສະເໜີຮັບຊາບ ຢ່າງເປັນລາຍລັກອັກສອນ (ກຳນົດ ຫ້າ ວັນ ລັດຖະການ).

ມາດຕາ 38 ການລົງກວດກາ ແລະ ປະເມີນ ໂຮງງານ ເພື່ອພິຈາລະນາ ອອກໃບຢັ້ງຢືນການດຳເນີນກິດຈະການໂຮງງານອຸດສາຫະກຳປຸງແຕ່ງໄມ້

ພາຍຫຼັງໄດ້ຮັບເອກະສານຄົບຖ້ວນ ແລະ ຖືກຕ້ອງ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 36​ ຂອງຂໍ້ຕົກລົງສະບັບນີ້ ຂະແໜງການກະສິກຳ ແລະ ປ່າໄມ້ ຕ້ອງປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ແຕ່ງຕັ້ງຄະນະກຳມະການ ເພື່ອລົງກວດໂຮງງານ ຕາມມາດຕະຖານເຕັກນິກໂຮງງານ ແລະ ບົດວິພາກເສດຖະກິດ-ເຕັກນິກໂຮງງານ ພ້ອມທັງເຮັດບົດບັນທຶກຜົນຂອງການລົງກວດກາ.

ຜ່ານກນກວດກາ ຫາກເຫັນວ່າ ຍັງບໍ່ສາມາດໃຫ້ດຳເນີນການຜະລິດໄດ້ ຍ້ອນວ່າຍັງບໍ່ທັນຮັບປະກັນ ດ້ານມາດຕະຖານເຕັກນິກ ສ່ວນໃດໜື່ງຂອງໂຮງງານ ແລະ ຍັງບໍ່ທັນໄດ້ປະຕິບັດຕາມບົດວິພາກເສດຖະກິດ-ເຕັກນິກໂຮງງານ ຄະນະກຳມະການກວດກາ ຕ້ອງໃຫ້ຄຳແນະນຳ ເພື່ອປັບປຸງ ແລະ ແກ້ໄຂພາຍໃນເວລາທີກຳນົດໄວ້ ພ້ອມທັງເຮັດບົດບັນທຶກຜົນຂອງການລົງກວດກາ ແລະ ລົງລາຍເຊັນຈາກຄະນະກຳມະການກວດກາ ແລະ ເຈົ້າຂອງໂຮງງານ.

ພາຍຫຼັງເຈົ້າຂອງໂຮງງານ ໄດ້ປັບປຸງຕາມຄຳແນະນຳໃນບົດບັນທຶກແລ້ວ ໃຫ້ສະເໜີຕໍ່ຂະແໜງການ ກະສິກຳ ແລະ ປ່າໄມ້ ເພື່ອກວດກາຄືນ ແລະ ເຮັດບົດບັນທຶກຜົນການປັບປຸງໂຮງງານ. ໃນກໍລະນີ ບໍ່ສາມາດປັບປຸງທັນຕາມກຳນົດເວລາ ໃນບົດບັນທຶກຜົນຂອງການກວດກາ.

ມາດຕາ 39 ການພິຈາລະນາ ແລະ ການອອກໃບຢັ້ງຢືນ ການດຳເນີນກິດຈະການໂຮງງານອຸດສາຫະກຳປຸງແຕ່ງໄມ້

          ພາຍຫຼັງໄດ້ຮັບເອກະສານຄົບຖ້ວນ, ຖືກຕ້ອງ, ໄດ້ກວດກາໂຮງງານ ແລະ ມີບົດບັນທຶກຂອງການລົງກວດກາ, ຂະແໜງກະສິກຳ ແລະ ປ່າໄມ້ ຕ້ອງພິຈາລະນາອອກໃບຢັ້ງຢືນການດຳເີນກິດຈະການ ໂຮງງານອຸດສາຫະກຳປຸງແຕ່ງໄມ້ ພາຍໃນ ຫ້າ ວັນ ລັດຖະການ ຕາມແບບພີມ ຮຽມ4 ໃນເອກະສານຊ້ອນທ້າຍຂອງຂໍ້ຕົກລົງສະບັບນີ້ ພ້ອມທັງຈຳກາເອກະສານທັງໝົດ ເພື່ອຄຸ້ມຄອງ, ຕິດຕາມ ແລະ ກວດກາຢ່າງເປັນລະບົບຕໍ່ເນື່ອງ ຕາມການແບ່ງຂັ້ນຄຸ້ມຄອງ ດັ່ງນີ້:

  1. ກົມປ່າໄມ້ ເປັນຜູ້ອອກ ໃບຢັ້ງຢືນການດຳເນີນກິດຈະການໂຮງງານອຸດສາຫະກຳປຸງແຕ່ງໄມ້ ຂະໜາດໃຫຍ່;
  2. ພະແນກກະສິກຳ ແລະ ປ່າໄມ້ ຂັ້ນແຂວງ ເປັນຜູ້ອອກ ໃບຢັ້ງຢືນການດຳເນີນກິດຈະການໂຮງງານອຸດສາຫະກຳປຸງແຕ່ງໄມ້ຂະໜາດກາງ ແລະ ຂະໜາດນ້ອຍ;
  3. ຫ້ອງການກະສິກຳ ແລະ ປ່າໄມ້ ຂັ້ນເມືອງ ເປັນຜູ້ອອກ ໃບຢັ້ງຢືນການດຳເນີນກິດຈະການ ໂຮງເຟີນີເຈີແບບຄອບຄົວ.

ໃບຢັ້ງຢືນການດຳເນີນກິນຈະການໂຮງງານອຸດສາຫະກຳປຸງແຕ່ງໄມ້ ມີອາຍຸ ສອງ ປີ ແລະ ສາມາດຕໍ່ໄດ້. ໃບຢັ້ງຢືນການດຳເນີນກິດຈະການໂຮງງານຸດສາຫະກຳປຸງແຕ່ງໄມ້ ຕ້ອງສະແດງໄວ້ບ່ອນທີ່ເປີດເຜີຍ ແລະ ເຫັນໄດ້ງ່າຍ ພາຍໃນໂຮງງານ ຫຼື ບໍລິສັດຂອງຕົນ.

ມາດຕາ 40 ການຕໍ່ອາຍຸໃບຢັ້ງຢືນການດຳເນີນກິດຈະການໂຮງງານອຸດສາຫະກຳປຸງແຕ່ງໄມ້

ການຕໍ່ອາຍຸໃບຢັ້ງຢືນການດຳເນີນກິດຈະການໂຮງງານອຸດສາຫະກຳປຸງແຕ່ງໄມ້ ຕ້ອງປະຕິບັດຕາມຂັ້ນຕອນ ດັ່ງນີ້:

  1. ຜູ້ດຳເນີນກິດຈະການ ຕ້ອງຍື່ນຄຳຮອງຂໍຕໍ່ອາຍຸໃບຢັ້ງຢືນ ກັບຂະແໜງການກະສິກຳ ແລະ ປ່າໄມ້ ກ່ອນໃບຢັ້ງຢືນຈະໝົດອາຍຸຢ່າງໜ້ອຍ ສາມສິບ ວັນ ຕາມແບບພີມ ຮຽມ1 ໃນເອກະສານຊ້ອນທ້າຍ ຂອງຂໍ້ຕົກລົງສະບັບນີ້,​ ພ້ອມທັງບົດລາຍງານສະພາບການດໍາເນີນກິດຈະການໂຮງງານໄລຍະຜ່ານມາ ແລະ ເອກະສານກ່ຽວຂ້ອງ;
  2. ຂັ້ນຕອນການພິຈາລະນາ ຕໍ່ອາຍຸ ໃບຢັ້ງຢືນການດຳເນີນກິດຈະການໂຮງງານ ໃຫ້ປະຕິບັດຄືກັນກັບມາດຕາ 36, 37 ແລະ ລົງກວດກາເບິ່ງພື້ນທີ່ຂອງໂຮງງານຕົວຈິງ, ພ້ອມທັງເຮັດບົດບັນທຶກຜົນຂອງການລົງກວດກາ, ພາຍຫຼັງປະຕິບັດຄົບຖ້ວນ ຕາມຂັ້ນຕອນແລ້ວ ຕ້ອງຕໍ່ໃບຢັ້ງຢືນດຳເນີນກິດຈະການໂຮງງານ ຕາມແບບພີມ ຮຽມ4.

ການຕໍ່ອາຍຸໃບຢັ້ງຢືນການດຳເນີນກິດຈະການໂຮງງານ ມີອາຍຸ ສອງ ປີ, ຍົກເວັ້ນມນກໍລະນີ ມີການເຊົ່າທີ່ດິນປຸກສ້າງໂຮງງານ ແມ່ນໃຫ້ຕໍ່ໃບອະນຸຍາດ ຕາມກຳນົດເວລາືິ້ຍັງເຫຼືອໃນສັນຍາເຊົ່າທີ່ດິນ.

ມາດຕາ 41 ການໂຈະ ແລະ ຍຸບເລີກ ໃບຢັ້ງຢືນ ກິດຈະການໂຮງງານອຸດສາຫະກຳປຸງແຕ່ງໄມ້

ໃບຢັ້ງຢືນການດຳເນີນກິດຈະການໂຮງງານອຸດສາຫະກຳປຸງແຕ່ງໄມ້ ຈະຖືກໂຈະ ແລະ ຍຸບເລີກໃນ ກໍລະນີໃດໜຶ່ງ ດັ່ງນີ້:

ຕາມການສະເໜີ ຂອງຜູ້ດຳເນີນກິດຈະການໂຮງງານ;

  1. ດຳເນີນທຸລະກິດບໍ່ຖືກຕ້ອງ ຕາມທີ່ກຳນົດໄວ້ໃນຂໍ້ຕົກລົງສະບັບນີ້;
  2. ມີອຸປະຕິເຫດເກີດຂຶ້ນພາຍໃນໂຮງງານ ແລະ ເຈົ້າໜ້າທີ່ ໄດ້ເຂົ້າກວດກາໂຮງງານ ແລະ ເຄື່ອງຈັກ ແລ້ວເຫັນວ່າ ໂຮງງານ ບໍ່ສາມາດສ້ອມແປງໃຫ້ຢູ່ໃນສະພາບທີ່ໃຊ້ການໄດ້ ແລະ ບໍ່ມີຄວາມປອດໄພຕໍ່ຜູ້ອອກແຮງງານ;
  3. ມີການກະທໍາອື່ນ ທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ.

ການໂຈະໃບຢັ້ງຢືນການດຳເນີນກິດຈະການໂຮງງານ ແມ່ນເພື່ອໃຫ້ຜູ້ດຳເນີນກິດຈະການ ປັບປຸງ, ແກ້ ໄຂ ໃນເວລາໃດໜຶ່ງທີ່ແນ່ນອນ ໂດຍຂະແໜງການກະສິກຳ ແລະ ປ່າໄມ້ ເປັນຜູ້ແຈ້ງຕໍ່ຜູ້ດຳເນີນກິດຈະການ ໂຮງງານຊາບ.

ໃນກໍລະນີ ຜູ້ດຳເນີນກິດຈະການໂຮງງານ ບໍ່ປະຕິບັດຕາມ ການແຈ້ງ ຫຼື ສະເໜີ ຂອງຂະແໜງການ ກະສິກຳ ແລະ ປ່າໄມ້, ຂະແໜງການກະສິກຳ ແລະ ປ່າໄມ້ ມີສິດຍຸບເລີກ ໃບຢັ້ງຢືນການດຳເນີນກິດຈະການ ໂຮງງານອຸດສາຫະກໍາປຸງແຕ່ງໄມ້ ຕາມທີ່ກຳນົດໄວ້ໃນຂໍ້ຕົກລົງສະບັບນີ້.

ມາດຕາ 42 ການຂໍໃບຢັ້ງຢືນການດໍາເນິນກິຕຈະການໂຮງງານຄືນໃໝ່

ໃນກໍລະນີໃບຢັ້ງຢືນການດຳເນີນກິດຈະການໂຮງງານອຸດສາຫະກຳປຸງແຕ່ງໄມ້ ເສຍຫຼາຍ ຫຼື ຖືກທໍາ ລາຍ ຜູ້ດໍາເນີນກິດຈະການໂຮງງານຕ້ອງແຈ້ງຕໍ່ອົງການປົກຄອງທ້ອງຖິ່ນ ຕາມລະບຽບການ ພ້ອມທັງຍື່ນຄຳຮ້ອງຕໍ່ຂະແໜງການກະສິກຳ ແລະ ປ່າໄມ້ ພາຍໃນ ສິບຫ້າ ວັນ ລັດຖະການ ນັບແຕ່ມື້ໄດ້ຮັບໃບຢັ້ງຢືນແຈ້ງເສຍຫາຍຈາກອົງການປົກຄອງທ້ອງຖິ່ນ ເພື່ອສະເໜີອອກໃບຢັ້ງຢືນຄືນໃໝ່.

ມາດຕາ 43 ຄ່າທໍານຽມ ອອກໃບຢັ້ງຢືນດຳເນີນກິດຈະການໂຮງງານ

ຄ່າທຳນຽມ ອອກໃບຢັ້ງຢືນດໍາເນີນກິດຈະການໂຮງງານ, ຕໍ່ອາຍຸດຳເນີນກິດຈະການ, ຂະຫຍາຍ ໂຮງງານ ແລະ ໃບຢັ້ງຢືນດໍາເນີນກິດຈະການໂຮງງານຄືນໃໝ່ ໃຫ້ປະຕິບັດຕາມ ລັດຖະບັນຍັດຂອງປະທານ ປະເທດ ກ່ຽວກັບຄ່າທຳນຽມ ແລະ ຄ່າບໍລິການ ແຕ່ລະໄລຍະ.

ພາກທີ V

ກິດຈະກໍາ ການຄຸ້ມຄອງ ໂຮງງານອຸດສາຫະກຳປຸງແຕ່ງໄມ້

ມາດຕາ 44 ກິຕຈະກໍາ ການຄຸ້ມຄອງໂຮງງານ

ກິດຈະກຳ ການຄຸ້ມຄອງໂຮງງານອຸດສາຫະກຳປຸງແຕ່ງໄມ້ ປະກອບມີ ດັ່ງນີ້:

  1. ການສ້າງແຜນການເຄື່ອນໄຫວຂອງໂຮງງານ;
  2. ການຄຸ້ມຄອງສະຖານທີ່, ອາຄານ, ເຄື່ອງຈັກ, ອຸປະກອນ ແລະ ອາໄຫຼ່;
  3. ການຄຸ້ມຄອງຂະບວນການຜະລິດ ແລະ ການປຸງແຕ່ງ;
  4. ການຄຸ້ມຄອງການນໍາເຂົ້າວັດຖຸດິບ;
  5. ການຄຸ້ມຄອງຜະລິດຕະພັນ;
  6. ການຄຸ້ມຄອງການກໍາຈັດ ແລະ ນໍາບັດສິ່ງເສດເຫຼືອ;
  7. ການຄຸ້ມຄອງຄວາມປອດໄພ ແລະ ສຸຂານາໄມໂຮງງານ.

ມາດຕາ 45 ການສ້າງແຜນການເຄື່ອນໄຫວຂອງໂຮງງານ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນກິດຈະການໂຮງງານ ຕ້ອງສ້າງແຜນການເຄື່ອນໄຫວ ປະຈຳງວດ ແລະ ປະຈໍາປີ ຕາມແບບພິມ ຮຽມ ເຊັ່ນ: ແຜນການຜະລິດ, ແຜນການຈໍາໜ່າຍ, ແຜນຄວາມຕ້ອງການວັດຖຸດິບປະຈຳປີ, ໃບຄິດໄລ່ລາຄາຂອງຜະລິດຕະພັນ, ກໍານົດໃນບົດວິພາກເສດຖະກິດ-ເຕັກນິກ, ການສິ້ນເປືອງຕໍ່ຫົວ  ໜ່ວຍຜະລິດຕະພັນ ແລະ ການສະຫຼຸບການນຳເຂົ້າວັດຖຸດິບ, ອາໄຫຼ່, ອຸປະກອນ, ຊິ້ນສ່ວນ ແລະ ເຄື່ອງຈັກ ແລ້ວນໍາສະເໜີຕໍ່ຂະແໜງການກະສິກຳ ແລະ ປ່າໄມ້ ເພື່ອພິຈາລະນາຮັບຮອງ.

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນກິດຈະການໂຮງງານອຸດສາຫະກໍາປຸງແຕ່ງໄມ້ ຕ້ອງສະຫຼຸບລາຍງານຂໍ້ມູນການເຄື່ອນໄຫວການຜະລິດຕົວຈິງຂອງໂຮງງານ ຕາມແຜນການເຄື່ອນໄຫວປະຈຳປີ ສົ່ງໃຫ້ຂະ    ແໜງການກະສິກຳ ແລະ ປ່າໄມ້ ປະຈຳ ສາມ ເດືອນ, ຫົກ ເດືອນ ແລະ ປະຈຳປີ.

ມາດຕາ 46 ການຄຸ້ມຄອງສະຖານທີ່, ອາຄານ, ເຄຶ່ອງຈັກ, ອຸປະກອນ ແລະ ອາໄຫຼ່

ສະຖານທີ່ຂອງໂຮງງານ ຕ້ອງຮັບປະກັນບໍ່ໃຫ້ເກີດການປົນເປື້ອນຕໍ່ຂະບວນການຜະລິດ, ການປຸງແຕ່ງ ແລະ ຜະລິດຕະພັນ, ບໍ່ມີການສະສົມຂອງສິ່ງເສດເຫຼືອຈາກການປຸງແຕ່ງ, ບໍ່ມີຝຸ່ນຄວັນຫຼາຍກວ່າປົກກະຕິ, ບໍ່ມີ ສັດລ້ຽງໃນພື້ນທີ່ຂອງໂຮງງານ, ພື້ນທີ່ຮາບພຽງດີບໍ່ມີນໍ້າຂັງ, ບໍ່ມີສິ່ງເປິເປື້ອນອ້ອມຮອບອາຄານ ແລະ ຕ້ອງມີທໍ່ ລະບາຍນ້ຳເສຍ.

ອາການຂອງໂຮງງານ ຕ້ອງແຍກທີ່ພັກອາໄສ ແລະ ພື້ນທີ່ການຜະລິດ ອອກຈາກກັນ ພ້ອມທັງໃຫ້ມີ ສາງເກັບມ້ຽນ ຜົນຜະລິດ, ເຄື່ອງມືອຸປະກອນ ແລະ ເຄມີອັນຕະລາຍ ເພື່ອປ້ອງກັນການປົນເປື້ອນ, ອາຄານ ຕ້ອງມີພື້ນ ແລະ ເພດານທີ່ແໜ້ນໜາຮາບພຽງດີ ສາມາດອະນາໄມໄດ້ງ່າຍ, ມີແສງສະຫວ່າງພຽງພໍ ສຳລັບ ການປະຕິບັດງານ, ມີການລະບາຍອາກາດທີ່ເໝາະສົມ ບໍ່ແອອັດ ແລະ ບໍ່ມີຄວາມຊຸ່ມສູງ, ມີມາດຕະການປ້ອງກັນ ການປົນເປື້ອນຈາກສັດ ແລະ ແມງໄມ້.

ເຄື່ອງຈັກ, ອຸປະກອນ ແລະ ອາໄຫຼ່ ລວມທັງ ວັດຖຸປະກອນກໍ່ສ້າງໂຮງງານ ຕ້ອງມີແຜນການບໍາລຸງ ຮັກສາ, ແຜນປ້ອງກັນ ແລະ ດຳເນີນການກວດກາຢ່າງເປັນປະຈຳ ເພື່ອຮັບປະກັນການນໍາໃຊ້ ໃຫ້ມີຄຸນນະພາບ ສະອາດ, ປອດໄພ ແລະ ປ້ອງກັນອຸປະຕິເຫດ ທີ່ອາດເກີດຂຶ້ນ ຈາກຄວາມຜິດພາດ ໃນການເຮັດວຽກຂອງເຄື່ອງຈັກ.

ການນຳເຂົ້າ ເຄື່ອງຈັກ, ອຸປະກອນ ແລະ ອາໄຫຼ່ ລວມທັງ ວັດຖຸປະກອນກໍ່ສ້າງໂຮງງານ ທີ່ນຳເຂົ້າມາໃຊ້ໃນໂຮງງານຕ້ອງມີຄຸນນະພາບດີ, ເປັນເຕັກໂນໂລຊີທີ່ທັນສະໄໝ ແລະ ຖືກຕ້ອງຕາມເປົ້າໝາຍຂອງການດຳເນີນກິດຈະການ ໂດຍສອດຄອງກັບ ບົດວິພາກເສດຖະກິດ-ເຕັກນິກ ແລະ ຕ້ອງຂໍອະນຸຍາດນໍາເຂົ້າຈາກຂະແໜງການກະສິກຳ ແລະ ປ່າໄມ້.

ມາດຕາ 47 ການຄຸ້ມຄອງຂະບວນການຜະລິດ ແລະ ປຸງແຕ່ງ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນກິດຈະການໂຮງງານ ຕ້ອງສ້າງລະບົບຄຸ້ມຄອງຂະບວນ ການຜະລິດ ເປັນຕົ້ນ ການຄຸ້ມຄອງໄມ້ ສົ້ນເຂົ້າ ແລະ ສົ້ນອອກ, ລະບົບຄຸ້ມຄອງຂະບວນການປຸງແຕ່ງ ເພື່ອໃຫ້ ໄດ້ຜະລິດຕະພັນທີ່ມີມາດຕະຖານ, ມີຄຸນນະພາບ ແລະ ມີຄວາມປອດໄພຕໍ່ຜູ້ນຳໃຊ້ ພ້ອມທັງຮັບປະກັນ ການນຳໃຊ້ວັດຖຸດິບ ໃຫ້ໝົດຄຸນຄ່າ ແລະ ມີປະສິດທິຜົນສູງ. 

ມາດຕາ 48 ການຄຸ້ມຄອງການນຳເຂົ້າວັດຖຸດິບ

ການນຳເຂົ້າວັດຖຸດິບ ເພື່ອມາທຳການຜະລິດຢູ່ໃນໂຮງງານ ຕ້ອງຂໍອະນຸຍາດນຳເຂົ້າ ຈາກຂະແໜງການ ກະສິກຳ ແລະ ປ່າໄມ້. ວັດຖຸດິບ ທີ່ນຳເຂົ້າ ຕ້ອງໄດ້ມາດຕະຖານ ແລະ ມີຄຸນນະພາບດີ, ຖືກຕ້ອງຕາມເປົ້າໝາຍຂອງການຜະລິດ, ສອດຄ່ອງກັບບົດວິພາກເສດຖະກິດ-ເຕັກນິກ ແລະ ແຜນການຜະລິດປະຈຳປີ ຂອງໂຮງງານ.

ສຳລັບການນຳເຂົ້າສານເຄມີ ເພື່ອຮັບໃຊ້ໃນຂະບວນກນຜະລິດ ຫຼື ປຸງແຕ່ງ ຕ້ອງປະຕິບັດຕາມກົດໝາຍ ແລະ ລະບຽບການສະເພາະ.

ມາດຕາ 49 ການຄຸ້ມຄອງຜະລິດຕະພັນ

ຜະລິດຕະພັນທີ່ໄດ້ຜ່ານຂະບວນການຜະລິດ ຕ້ອງຮັບປະກັນໃຫ້ມີຄຸນນະພາບດີ, ໄດ້ມາດຕະຖານ, ມີສຸຂານາໄມທີ່ດີ ແລະ ມີຄວາມປອດໄພຕໍ່ຜູ້ຊົມໃຊ້ ຫຼື ຜູ້ບໍລິໂພກ ໂດຍຖືກຕ້ອງຕາມລະບຽບການທາງດ້ານເຕັກນິກ ຫຼື ມາດຕະຖານໃດໜື່ງ ທີ່ຕະຫຼາດຕ້ອງການ.

ຜະລິດຕະພັນ ຕ້ອງເກັບຮັກສາຫຸ້ມຫໍ່ໄວ້ໃຫ້ດີ ແລະ ໃຫ້ແຍກຈາກສານເຄມີທີ່ເປັນອັນຕະລາຍ.ພາຊະນະບັນຈຸຜະລິດຕະພັນຕ້ອງສະອາດ ແລະ ບໍ່ຈີກຂາດ, ການເກັບຮັກສາຕ້ອງຈັດລຽງກອງຜະລິດຕະພັນຢ່າງເປັນລະບຽບ, ບໍ່ປົນກັນ ແລະ ມີເປົ້າຈໍາແນກຊຸດຜະລິດຕະພັນ ຢ່າງຊັດເຈນ.

ໂຮງງານຕ້ອງມີລະບົບບັນທຶກຂໍ້ມູນວັດຖຸດິບ, ການຜະລິດ ແລະ ການແຈກຢາຍ ຜະລິດຕະພັນ ຢ່າງຈະແຈ້ງ. ກໍລະນີການນຳໃຊ້ຜະລິດຕະພັນດັ່ງກ່າວ ຫາກບໍ່ມີຄວາມປອດໄພຕໍ່ສຸຂະພາບ, ເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ ແມ່ນໃຫ້ດຳເນີນການ ກວດສອບ ພ້ອມທັງຮຽກເກັບຄືນໃຫ້ຄົບຖ້ວນ ແລະ ທັນເວລາ.

ສຳລັບຜະລິດຕະພັນໄມ້ ທີ່ຈະສົ່ງອອກຕ່າງປະເທດ ໃຫ້ປະຕິບັດຕາມ ຂໍ້ຕົກລົງວ່າດ້ວຍການຮັບຮອງເອົາລາຍການຜະລິດຕະພັນໄມ້ເພື່ອສົ່ງອອກ ຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

ມາດຕາ 50 ການຄຸ້ງຄອງການຈຳກັດ ແລະ ບຳບັດສິ່ງເສດເຫຼືອ

ການສ້າງຕັ້ງ ແລະ ການດຳເນີນກິດຈະການໂຮງງານ ທີ່ກໍ່ໃຫ້ເກີດສິ່ງເສດເຫຼືອປະເພດຕ່າງທເປັນຕົ້ນ ມົນລະພິດທາງນ້ຳ, ອາກາດ, ສິ່ງເສດເຫຼືອປະເພດແຂງ ແລະ ອັນຕະລາຍ, ແສງ, ສຽງດັງ, ຄວາມສັ່ນສະເທືອນ ແລະ ອື່ນໆ ຕ້ອງໄດ້ທຳການບຳບັດ ແລະ ກຳຈັດສິ່ງເສດເຫຼືອ ໃຫ້ຢູ່ໃນເກນມາດຕະຖານ ຈຶ່ງສາມາດປ່ອຍອອກສູ່ສິ່ງແວດລ້ອມພາຍນອກໄດ້.

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ດຳເນີນກິດຈະການໂຮງງານ ຕ້ອງໄດ້ອອກແບບລະບົບບຳບັດ ແລະ ກຳຈັດສິ່ງເສດເຫຼືອຂອງໂຮງງານ ແລ້ວນຳສະເໜີຕໍ່ຂະແໜງການກະສິກຳ ແລະ ປ່າໄມ້, ຂະແໜງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ ເພື່ອພິຈາລະນາຮັບຮອງ, ຫຼັງຈາກນັ້ນ ຈື່ງສາມາດດຳເນີນການກໍ່ສ້າງ, ຕິດຕັ້ງລະບົບບຳບັດ ແລະ ກຳຈັດສິ່ງເສດເຫຼືອໄດ້.

ມາດຕາ 51 ການຄຸ້ມຄອງຄວາມປອດໄພ ແລະ ສຸຂານາໄມ

ພາຍໃນໂຮງງານປຸງແຕ່ງໄມ້ ຕ້ອງມີລະບົບຮັກສາຄວາມປອດໄພ ເປັນຕົ້ນ ລະບົບປ້ອງກັນອັກຄີໄພ, ລະບົບຄວາມປອດໄພຈາກໄຟຟ້າ, ລະບົບປ້ອງກັນອັນຕະລາຍຈາກເຄື່ອງຈັກ, ລະບົບຮັກສາຄວາມປອດໄພຂອງຄົນງານ ແລະ ມີບຸຄະລາກອນບໍລິຫານຄວາມປອດໄພ ແລະ ສຸຂານາໄມສະເພາະ ໂດຍມີຈຳນວນພຽງພໍ, ປທດເໝາະກັບ ປະເພດ ແລະ ຂະໜາດຂອງແຕ່ລະໂຮງງານ. ບຸກຄະລາກອນບໍລິຫານຄວາມປອດໄພ ແລະ ສຸຂານາໄມ ມີໜ້າທີ່ໃນການກວດກາ, ຕິດຕາມ, ລາຍງານ, ປະສານສົມທົບ ແລະ ຈັດຝຶກອົບຮົມ ກ່ຽວກັບ ວຽກງານຄວາມປອດໄພ ແລະ ສຸຂານາໄມ ແນໃສ່ ຫຼີກລ່ຽງອຸປະຕິເຫດແຮງງານ, ຜົນກະທົບຕໍ່ສຸຂະພາບຂອງຜູ້ອອກແຮງງານ, ຮັກສາຄວາມເປັນລະບຽບ, ຄວາມສະອາດ ແລະ ສຸຂານາໄມພາຍໃນໂຮງງານອຸດສາຫະກຳປຸງແຕ່ງໄມ້ ໃຫ້ເປັນປົກກະຕິ.

          ໃນກໍລະນີ ຫາກເກີດອຸປະຕິເຫດທີ່ເຮັດໃຫ້ລະບົບການຜະລິດເສຍຫາຍ ແລະ ເປ່ເພ, ເຮັດໃຫ້ຄົບາດເຈັບ ຫຼື ເສຍຊີວິດ ຜູ້ດຳເນີນກິດຈະການໂຮງງານ ຕ້ອງແຈ້ງຕໍ່ຂະແໜງການກະສິກຳ ແລະ ປ່າໄມ້ ແລະ ພາກສ່ວນທີ່ກ່ຽວຂ້ອງຊາບທັນທີ ເພື່ອຫາມາດຕະການແກ້ໄຂ.

ພາກທີ VI

ການປ່ຽນແປງ ແລະ ການດັດສົມ ຂອງໂຮງງານອຸດສາຫະກຳປຸງແຕ່ງໄມ້
ໝວດທີ
5

ການປ່ຽນແປງ ໂຮງງານອຸດສະຫະກຳປຸງແຕ່ງໄມ້

ມາດຕາ 52 ການປ່ຽນແປງໂຮງງານອຸດສາຫະກຳປຸງແຕ່ງໄມ້

ການປ່ຽນແປງໂຮງງານປະກອບມີດັ່ງນີ້:

  1. ການຂະຫຍາຍໂຮງງານ;
  2. ການຍົກຍ້າຍໂຮງງານ;
  3. ການຍົກຍ້າຍເຄື່ອງຈັກ;
  4. ການໂອນ, ການໃຫ້ເຊົ່າ ຫຼື ຂາຍກິດຈະການໂຮງງານ;
  5. ການສືບທອດການດຳເນີນກິດຈະການໂຮງງານ;
  6. ການປ່ຽນຊື່ໂຮງງານ ຫຼື ປ່ຽນຜູ້ດຳເນີນກິດຈະການໂຮງງານ.

ມາດຕາ 53 ການຂະຫຍາຍໂຮງງານ

ການຂະຫຍາຍໂຮງງານ ມີ ສາມ ຮູບການຄື: ການເພີ້ທເຄື່ອງຈັກ, ການເພີ້ມເນື້ອທີ່ອາຄານຜະລິດຂອງໂຮງງານ ແລະ ການເພີ້ມທັງສອງຢ່າງພ້ອມກັນ.

  1. ການຂະຫຍາຍໂຮງງານ ໂດຍການເພີ້ທເຄື່ອງຈັກ ຈະດຳເນີນໄດ້ສຳລັບໂຮງງານຂະໜາດກາງ, ຂະໜາດນ້ອຍ ແລະໂຮງເຟີນີເຈີແບບຄອບຄົວ ເທົ່ານັ້ນ ແລະ ມີ ສອງ ກໍລະນີ ດັ່ງນີ້:

ກໍລະນີທີ ໜື່ງ: ໂຮງງານອຸດສາຫະກຳປຸງແຕ່ງໄມ້ ທີ່ມີກຳລັງແຮງຂອງເຄື່ອງຈັກລວມ ທີ່ອະນຸມັດໃນເບື້ອງຕົ້ນເກີນກວ່າ ໜື່ງຮ້ອຍ ແຮງມ້າ, ຖ້າໂຮງງານ ເພີ້ມກຳລັງແຮງຂອງເຄື່ອງຈັກ ແຕ່ ຫ້າສິບ ສ່ວນຮ້ອຍ ຂື້ນໄປຖືວ່າເປັນການຂະຫຍາຍ.

ກໍລະນີທີ ສອງ: ໂຮງງານອຸດສາຫະກຳປຸງແຕ່ງໄມ້ ທີ່ມີກຳລັງແຮງຂອງເຄື່ອງຈັກລວມ ທີ່ອະນຸມັດໃນເບື້ອງຕົ້ນເກີນກວ່າ ໜື່ງຮ້ອຍ ແຮງມ້າ, ຖ້າໂຮງງານ ເພີ້ທກຳລັງແຮງເຄື່ອງຈັກ ແຕ່ ຫ້າສິບ ແຮງມ້າ ຂື້ນໄປ ຖືວ່າເປັນການຂະຫຍາຍ.

  1. ການຂະຫຍາຍໂຮງງານ ໂດຍການເພີ້ທເນື້ອທີ່ອາຄານ ມີ ສອງ ກໍລະນີ ດັ່ງນີ້:

ກໍລະນີທີ ໜື່ງ: ອາຄານຜະລິດຂອງໂຮງງານ ທີ່ມີເນື້ອທີ່ລວມ ທີ່ອະນຸມັດໃນເບື້ອຕົ້ນບໍ່ເກີນ ສອງຮ້ອຍ ຕາແມັດ, ຖ້າເພີ້ມເນື້ອທີ່ ຕັ້ງແຕ່ໜື່ງຮ້ອຍ ຕາແມັດຂື້ນໄປ ຖືວ່າເປັນການຂະຫຍາຍ.

ກໍລະນີທີ ສອງ: ອາຄານຜະລິດຂອງໂຮງງານ ທີ່ມີເນື້ອທີ່ລວມ ທີ່ອະນຸມັດໃນເບື້ອງຕົ້ນເກີນກວ່າ ສອງຮ້ອຍ ແມັດ, ຖ້າເພີ້ມເນື້ອທີ່ ຕັ້ງແຕ່ ໜື່ງຮ້ອຍ ຕາແມັດຂື້ນໄປ ຖືວ່າເປັນການຂະຫຍາຍ.

ການຂະຫຍາຍໂຮງງານ ດ້ວຍການເພີ້ມອາຄານທີ່ບໍ່ແມ່ນ ອາຄານຜະລິດ, ສາງວັດຖຸດິບ, ສາງຜະລິດຕະພັນ ຫຼື ຫ້ອງການບໍລິຫານອື່ນໆ ບໍ່ຖືວ່າເປັນການຂະຫຍາຍ ແຕ່ຕ້ອງປະຕິບັດໃຫ້ຖືກຕ້ອງຕາມລະບຽບການກ່ຽວກັບການປຸກສ້າງ.

ຜູ້ດຳເນີນກິດຈະການໂຮງງານ ສາມາດຂະຫຍາຍໂຮງງານຢູ່ໃນສະຖານທີ່ດຽວກັນໄດ້ ແຕ່ຕ້ອງປະຕິບັດຕາມຂັ້ນຕອນຄືກັນກັບການຂໍດຳເນີນກິດຈະການໂຮງງານອຸດສາຫະກຳປຸງແຕ່ງໄມ້ ໃນສ່ວນທີ່ຂະຫຍາຍ.

ມາດຕາ 54 ການຍົກຍ້າຍໂຮງງານ

ຜູ້ດຳເນີນກິດຈະການໂຮງງານ ສາມາດຍົກຍ້າຍໂຮງງານ ໄປຕັ້ງຢູ່ສະຖານທີ່ອື່ນໄດ້ ແຕ່ຕ້ອງໄດ້ຮັບການອະນຸຍາດ ແລະ ປະກອບເອກະສານ ທີ່ກ່ຽວຂ້ອງ ກ່ຽວກັບ ກາສ້າງຕັ້ງ ແລະ ດຳເນີນກິດຈະການ ໂຮງງານອຸດສາຫະກຳປຸງແຕ່ງໄມ້ ຢູ່ສະຖນທີ່ໃໝ່ ຕາມາດຕາ 27,28 ແລະ 36 ຂອງຂໍ້ຕົກລົງສະບັບນີ້, ກ່ອນຍົກຍ້າຍໂຮງງານ ຕ້ອງສະເໜີຂໍຢຸດເຊົາ ແລະ ຍຸບເລີກໂຮງງານຫຼັງເດີມ ຕາມມາດຕາ 41 ຂອງຂໍ້ຕົກລົງບັບນີ້ ຕໍ່ຂະແໜງການກະສິກຳ ແລະ ປ່າໄມ້.

ສຳລັບເຄື່ອງຈັກ ແລະ ສິ່ງປຸກສ້າງ ຕ້ອງຂໍອະນຸຍາດຈາກ ພະແນກກະສິກຳ ແລະ ປ່າໄມ້ຂັ້ນແຂວງ.

ມາດຕາ 55​ ການຍົກຍ້າຍເຄື່ອງຈັກ

ຜູ້ດຳເນີນກິດຈະການໂຮງງານ ສາມາດຍົກຍ້າຍເຄື່ອງຈັກໄປສະຖານທີ່ໂຮງງານອື່ນໄດ້ ຊື່ງມີ ສອງ ຮູບການຄື ການຍົກຍ້າຍເຄື່ອງຈັກຊົ່ວຄາວ ແລະ ການຍົກຍ້າຍເຄື່ອງຈັກຖາວອນ ໂດຍປະຕິບັດຕາມຂັ້ນຕອນດັ່ງນີ້:

  1. ການຍົກຍ້ານເຄື່ອງຈັກບາງສ່ວນຢູ່ພາຍໃນໂຮງງານ ໄປຍັງສະຖານທີ່ອື່ນເປັນການຊົ່ວຄາວ ໃຫ້ຍື່ນໃບສະເໜີຂໍຍົກຍ້າຍເຄື່ອງຈັກ ຕໍ່ຂະແໜງການກະສິກຳ ແລະ ປ່າໄມ້ ພ້ອມທັງລະບຸເຫດຜົນຂອງການຍົກຍ້າຍເຄື່ອງຈັກຊົ່ວຄາວ ຕ້ອງເອົາກັບຄືນພາຍໃນໜື່ງປີ ນັບແຕ່ວັນທີ່ໄດ້ຮັບອະນຸຍາດເປັນຕົ້ນໄປ. ກໍລະນີ ຫາກມີຄວາມຈຳເປັນຕ້ອງນຳໃຊ້ເກີນໜື່ງປີ ສາມາດສະເໜີຕໍ່ຂະແໜງການກະສິກຳ ແລະ ປ່ໄມ້ ໂດຍຊີ້ແຈງເຫດຜົນໃຫ້ລະອຽດເພ່ອຂໍຕໍ່ຫໄນົດເວລາ, ແຕ່ສູງສຸດຕໍ່ໄດ້ບໍ່ເກີນໜື່ງປີ ພ້ອມນີ້ ຕ້ອງລະບຸເງື່ອນໄຂ ຫຼື ວິທີການ ເພື່ອຮັບປະກັນຄວາມປອດໄພໃນການຂົນສົ່ງ.
  2. ການຍົກຍ້າຍເຄື່ອງຈັກຖາວອນ ໃນກໍລະນີໃດໜື່ງ ເປັນຕົ້ນ ເຄື່ອງຈັກເປ່ເພ ແລະ ນຳໃຊ້ບໍ່ໄດ້, ຂາຍ ຫຼື ໂອນໃຫ້ບຸກຄົນອື່ນ ຊື່ງມີຄວາມຈຳເປັນຕ້ອງການຮື້ຖອນອອກຈາກໂຮງງານໄປບ່ອນອື່ນ ຕ້ອງລາຍງານຕໍ່ຂະແໜງການກະສິກຳ ແລະ ປ່າໄມ້ ຊາບ ພ້ອມທັງລະບຸເຫດຜົນຂອງການຍົກຍ້າຍ ແລະ ຄັດຕິດ ລາຍການເຄື່ອງຈັກ ເພື່ອລົງກວດກາກອນຮື້ຖອນ ແລະ ໃນນັ້ນ ຕ້ອງດັດແກ້ລາຍການເຄື່ອງຈັກເດີມ ແລະ ແຜນຜັງການຕິດຕັ້ງເຄື່ອງຈັກຄືນໃໝ່ ພາຍໃນ ສິບຫ້າ ວັນ.

ມາດຕາ 56 ການໂອນ, ການໃຫ້ເຊົ່າ ຫຼື ຂາຍກິດຈະການໂຮງງານ

          ໃນກໍລະນີມີການ ໂອນ, ໃຫ້ເຊົ່າ ຫຼື ຂາຍກິດຈະການໂຮງງານ ໃຫ້ຜູ້ອື່ນ ພາຍຫຼັງສິ້ນສຸດຂັ້ນຕອນ ຕາທີ່ກຳນົດໄວ້ ໃນກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ, ຜູ້ດຳເນີນກິດຈະການໂຮງງານຜູ້ເກົ່າ ຕ້ອງລາຍງານໃຫ້ ຂະແໜງການກະສິກຳ ແລະ ປ່າໄມ້ ຕາມການແບ່ງຂັ້ນຄຸ້ມຄອງ ພາຍໃນ ສິບຫ້າ ວັນ ນັບແຕ່ມື້ໄດ້ເຊັນສັນຍາການໂອນ, ໃຫ້ເຊົ່າ ຫຼື ຂາຍກິດຈະການໂຮງງານເປັນຕົ້ນໄປ.

ຜູ້ໄດ້ຮັບການໂອນ,ຜູ້ເຊົ່າ ຫຼື ຜູ້ຊື້ກິດຈະການໂຮງງານນັ້ນ ຕ້ອງຍື່ນຄຳຮອງ ຕໍ່ຂະແໜງການກະສິກຳ ແລະ ປ່າໄມ້ ຫຼື ຂະແໜງການແຜນການ ແລະ ການລົງທຶນ ເພື່ອຂໍປ່ຽນແປງເນື້ອໃນໃບທະບຽນວິສາຫະກິດ ຫຼື ໃບອະນຸຍາດການລົງທຶນ ແລະ ໃບຢັ້ງຢືນການດຳເນີນກິດຈະການໂຮງງານ ໂດຍປ່ຽນຊື່ຜູ້ດຳເນີນກິດຈະການໂຮງງານອຸດສາຫະກຳປຸງແຕ່ງໄມ້ ຈາກເຈົ້າຂອງເດີມມາເປັນຜູ້ໄດ້ຮັບໂອນ, ຜູ້ເຊົ່າ ຫຼື ຜູ້ຊື້ກິດຈະການ ພາຍໃນ ສາມສິບ ວັນ ນັບແຕ່ມື້ໄດ້ເຊັນສັນຍາໂອນ,ເຊົ່າ ຫຼື ຊື້ ກິດຈະການດັ່ງກ່າວ.

ມາດຕາ 57 ການສືບທອດການດຳເນີນກິດຈະການໂຮງງານ

ໃນກໍລະນີຜູ້ດຳເນີນກິດຈະການໂຮງງານ ຫາກເສຍຊີວິດ, ຜູ້ທີສິດສືບທອດ ຫຼື ຜູ້ໄດ້ຮັບສິດຄອບຄອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ຕ້ອງລາຍງານເປັນລາຍລັກອັກສອນ ໃຫ້ຂະແໜງການກະສິກຳ ແລະ ປ່າໄມ້ ຊາຍພາຍໃນ ຫົກສິບ ວັນ ນັບແຕ່ວັນທີ ທີ່ຜູ້ດຳເນີນກິດຈະການໂຮງງານອຸດສາຫະກຳປຸງແຕ່ງໄມ້ໄດ້ເສຍຊີວິດ ແລະ ສະເໜີຂໍປ່ຽນແປງເນື້ອໃນ ໃບທະບຽນວິສາຫະກິດ ຫຼື ໃບອະນຸຍາດລົງທຶນ ແລະ ໃບຢັ້ງຢືນ ການດຳເນີນກິດຈະການໂຮງງານອຸດສາຫະກຳປຸງແຕ່ງໄມ້ ໂດຍປ່ຽນຊື່ຈາກຜູ້ກຳເນີນກິດຈະການຜູ້ເກົ່າ ເປັນຊື່ຜູ້ທີ່ໄດ້ຮັບສິດສືບທອດ.

ພາຍຫຼັງຜູ້ດຳເນີນກິດຈະການໂຮງງານອຸດສາຫະກຳປຸງແຕ່ງໄມ້ ໄດ້ເສຍຊີວິດເກີນ ເກົ້າສິບ ວັນ ຫາກບໍ່ມີຜູ້ສະເໜີຂໍສືບທອດ ຖືວ່າໃບຢັ້ງຢືນການດຳເນີນກິດຈະການໂຮງງານນັ້ນ ໄດ້ໝົດອາຍຸລົງ ພ້ອມກັບການເສຍຊີວິດຂອງຜູ້ດຳເນີນກິດຈະການໂຮງງານ. ຖ້າຫາກມີຜູ້ສືບທອດການດຳເນີນກິດຈະການໂຮງງານຄືນໃໝ່ພາຍຫຼັງໝົດກຳນົດເວລາທີ່ລະບຸໄວ້ ໃຫ້ປະຕິບັດ ຕາມຂັ້ນຕອນຄືກັນກັບການດຳເນີນກິດຈະການໂຮງງານໃໝ່.

ມາດຕາ 58 ການປ່ຽນຊື່ໂຮງງານ ຫຼື ປ່ຽນຜູ້ດໍາເນີນກິດຈະການໂຮງງານ

          ການດຳເນີນກິດຈະການໂຮງງານ ສາມາດປ່ຽນຊື່ໂຮງງານ ຫຼື ປ່ຽນຜູ້ດຳເນີນກິດຈະການໂຮງງານໄດ້ແຕ່ຕ້ອງສະເໜີຕໍ່ຂະແໜງການກະສິກຳ ແລະ ປ່າໄມ້ ຫຼື ຂະແໜງການແຜນການ ແລະ ການລັງທຶນເພື່ອຂໍປ່ຽນແປງເນື້ອໃນທະບຽນວິສາຫະກິດ ຫຼື ໃບອະນຸຍາດລົງທຶນ, ໃບອະນຸຍາດດຳເນີນທຸລະກິດ ແລະ ໃບຢັ້ງຢືນດຳເນີນກິດຈະການໂຮງານອຸດສາຫະກຳປຸງແຕ່ງໄມ້ ຕາມການແບ່ງຂັ້ນຄຸ້ມຄອງ.

ໝວດທີ 6

ການດັດສົມ ໂຮງງານອຸດສາຫະກຳປຸງແຕ່ງໄມ້

ມາດຕາ 59 ການດັດສົມໂຮງງານອຸດສາຫະກຳປຸງແຕ່ງໄມ້

ການດັດສົມໂຮງງານອຸດສາຫະກຳປຸງແຕ່ງໄມ້ ແມ່ນ ການປັບປຸງ ແລະ ພັດທະນາໂຮງງານ ໃຫ້ໄດ້ມາດຕະຖານ, ເພີ້ມປະສິດທິພາບການຜະລິດ, ສ້າງມູນຄ່າເພີ້ມ, ຍົກລະດັບສີທືແຮງງານ, ພັດທະນາຜະລິດຕະພັນ ໃຫ້ມີຄຸນນະພາບ ແລະ ໄດ້ມາດຕະຖານ, ປະຍັດວັດຖຸດິບ, ປະຍັດພະລັງງານ, ພັດທະນາໃຫ້ເປັນໂຮງງານສີຂຽວ, ເປັນມິດກັບສິ່ງແວດລ້ອມ, ເຄື່ອນໄຫວໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ, ຕາມນະໂຍບາຍຂອງລັດຖະບານໃນແຕ່ລະໄລຍະ.

ມາດຕາ 60​ ຂັ້ນຕອນການດັດສົມໂຮງງານອຸດສາຫະກໍາປຸງແຕ່ງໄມ້

ການດັດສົມໂຮງງານອຸດສາຫະກໍາປຸງແຕ່ງໄມ້ ໃຫ້ປະຕິບັດຕາມຂັ້ນຕອນດັ່ງນີ້:

  1. ກວດກາໂຮງງານ;
  2. ກຳນົດແຜນການປັບປຸງໂຮງງານ;
  3. ຢັ້ງຢືນຜົນການປັບປຸງໂຮງງານ.

ມາດຕາ 61 ການກວດກາໂຮງງານ

          ການກວດກາໂຮງງານ ແມ່ນ ການກວດກາດ້ານເອກະສານການອະນຸຍາດທີ່ກ່ຽວຂ້ອງ, ການນຳໃຊ້ວັດຖຸດິບ, ມາດຕະການເຕັກນິກໂຮງງານ ຕາມແຕ່ລະມາດຕະຖານທີ່ກໍານົດໄວ້ໃນ ຂໍ້ຕົກລົງສະບັບນີ້ ພ້ອມທັງເຮັດບົດບັນທຶກຜົນຂອງການກວດກາ ຕາມແຕ່ລະກໍລະນີ ດັ່ງນີ້:

  1. ກວດກາຄືນບັນດາເອກະສານ ການອະນຸຍາດ ຕາມທີ່ກຳນົດໄວ້ໃນມາດຕາ 29​ ແລະ 36 ຂອງຂໍ້ຕົກລົງສະບັບນີ້;
  2. ກວດກາດ້ານທີ່ຕັ້ງໂຮງງານ, ຕາມທີ່ກຳນົດໄວ້ໃນມາດຕາ 12 ​ແລະ 22 ຂອງຂໍ້ຕົກລົງສະບັບນີ້;
  3. ກວດກາອາຄານໂຮງງານ, ເຄື່ອງຈັກ, ຂະບວນການຜະລິດ, ລະບົບຄວາມປອດໄພ, ສຸຂານາໄມ ແລະ ສິ່ງແວດລ້ອມໂຮງງານ;
  4. ກວດກາຄວາມຖືຕ້ອງຂອງວັດຖຸດິບ ທີ່ນຳເຂົ້າໂຮງງານ;
  5. ເຮັດບົດບັນທຶກຜົນການກວດກາໂຮງງານ.

ມາດຕາ 62 ການກຳນົດແຜນການປັບປຸງໂຮງງານ

          ພາຍຫຼັງການລົງກວດກາໂຮງງານ ໃຫ້ຜູ້ດຳເນີນກິດຈະການໂຮງງານປະຕິບັດ ດັ່ງນີ້:

  1. ສ້າງແຜນປັບປຸງໂຮງງານ ຕາມຄຳແນະນຳຂອງຄະນະກຳມະການກວດກາໂດຍກຳນົດໄລຍະເວລາຂອງການປັບປຸງ ແລ້ວສິເໜີຕໍ່ພະແນກກະສິກຳ ແລະ ປ່າໄມ້ ແຂວງ/ນະຄອນຫຼວງວຽງຈັນ ພ້ອມທັງ ສັ່ງລວມລາຍງານ ຕໍ່ກົມປ່າໄມ້ ເພື່ອພິຈາລະນາແຜນການປັບປຸງ ແລະ ແຈ້ງໃຫ້ໂຮງງານຈັດຕັ້ງປະຕິບັດ;
  2. ໃນໄລຍະການປັບປຸງ ໂຮງງານຕ້ອງຢຸດເຊົາຊົ່ວຄາວສຳລັບຂອດການຜະລິດທີ່ຖືກປັບປຸງ ໂດຍໃຫ້ພະແນກກະສິກຳ ແລະ ປ່າໄມ້ແຂວງ/ນະຄອນວຽງຈັນ ສົມທົບກັບຫ້ອງການກະສິກຳ ແລະ ປ່າໄມ້ເມືອງ/ນະຄອນ ລົງຕິດຕາມກວດກາການປັບປຸງໂຮງງານ ຈົນກວ່າຈະສຳເລັດ;
  3. ກໍລະນີການປັບປຸງໂຮງງານ ບໍ່ສຳເລັດຕາມແຜນທີ່ໄດ້ກຳນົດໄວ້ ໃຫ້ຢຸດເຊົາການດຳເນີນກິດຈະການໂຮງງານຊົ່ວຄາວ, ບໍ່ອະນຸຍາດໃຫ້ເຂົ້າຮ່ວມການປະມູນຊື້-ຂາຍ ໄມ້ ແລະ ຫ້າມນຳວັດຖຸດິບເຂົ້າໂຮງງານ.

ມາດຕາ 63 ການຢັ້ງຢືນຜົນການປັງປຸງໂຮງງານ

        ພາຍຫຼັງປັບປຸງໂຮງງານສຳເລັດ ໃຫ້ໂຮງງານປະກອບເອກະສານ ຂໍດຳເນີນກິດຈະການໂຮງງານ ຕາມທີ່ກຳນົດໄວ້ໃນມາດຕາ 36​ ຂອງຂໍ້ຕົກລົງ ສະບັບນີ້ ເພື່ອພິຈາລະນາ ອອກໃບຢັ້ງຢືນດໍາເນີນກິດຈະການໂຮງງານຄືນໃໝ່ ຕາມການແບ່ງຂັ້ນຄຸ້ມຄອງ.

ພາກທີ VII

ອົງການຄຸ້ມຄອງ ແລະ ກວດກາ ໂຮງງານອຸດສາຫະກຳປຸງແຕ່ງໄມ້

ມາດຕາ 64 ອົງການຄຸ້ມຄອງ ແລະ ກວດກາ ໂຮງງານອຸດສາຫະກຳປຸງແຕ່ງໄມ້

ອົງການຄຸ້ມຄອງ ແລະ ກວດກາ ໂຮງງານອຸດສາຫະກຳປຸງແຕ່ງໄມ້ ແມ່ນຂະແໜງການກະສິກຳ ແລະ ປ່າໄມ້ ປະກອບມີ ດັ່ງນີ້:

  1. ຂັ້ນກະຊວງ ແມ່ນ ກົມປ່າໄມ້;
  2. ຂັ້ນແຂວງ ແມ່ນ ພະແນກກະສິກຳ ແລະ ປ່າໄມ້ ຂັ້ນແຂວງ;
  3. ຂັ້ນເມືອງ ແມ່ນ ຫ້ອງການກະສິກຳ ແລະ ປ່າໄມ້ ຂັ້ນເມືອງ.

ມາດຕາ 65 ສິດ ແລະ ໜ້າທີ່ ຂອງກົມປ່າໄມ້

ກົມປ່າໄມ້ ມີສິດ ແລະ ໜ້າທີ່ ດັ່ງນີ້:

  1. ຜັນຂະຫຍາຍ, ເຜີຍແຜ ແລະ ແນະນຳ ຂໍ້ຕົກລົງສະບັບນີ້ ໃຫ້ພະແນກກະສິກຳ ແະ ປ່າໄມ້ແຂວງ/ນະຄອນຫຼວງວຽງຈັນ, ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງ/ນະຄອນ ແລະ ເຈົ້າຂອງໂຮງງານອຸດສາຫະກຳປຸງແຕ່ງໄມ້;
  2. ຄົ້ນຄວ້ານຳສະເໜີ ຕໍ່ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ເພື່ອອອກຂໍ້ຕົກລົງ ສ້າງຕັ້ງ, ໂຈະ ແລະ ຍຸບເລີກ ໂຮງງານອຸດສາຫະກຳປຸງແຕ່ງໄມ້ ຂະໜາດໃຫຍ່;
  3. ອອກ, ຕໍ່, ດັດແກ້, ໂຈະ, ຖອນ ແລະ ຍຸບເລີກ ໃບຢັ້ງຢືນ ດຳເນີນກິດຈະການ ໂຮງງານອຸດສາຫະກຳປຸງແຕ່ງໄມ້;
  4. ສົມທົບກັບພະແນກກະສິກຳ ແລະ ປ່າໄມ້ ແຂວງ/ນະຄອນຫຼວງວຽງຈັນ ເພື່ອຕິດຕາມກວດກາມາດຕະຖານ ເຕັກນິກ, ຄວາມປອດໄພ, ສຸຂານາໄມ ແລະ ສິ່ງແວດລ້ອມ ໂຮງງານ, ການຈັດຕັ້ງປະຕິບັດການປັບປຸງ ດັດສົມ ໂຮງງານອຸດສາຫະກຳປຸງແຕ່ງໄມ້, ໄມ້ ສົ້ນເຂົ້າ ແລະ ສົ້ນອອກໂຮງງານ ໃນທົ່ວໄປເທດ ຕາມສິດ ແລະ ໜ້າທີ ທີ່ກຳນົດໄວ້ ໃນຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ຕິດຕາມ ໄມ້ ສົ້ນເຂົ້າ ແລະ ສົ້ນອອກ;
  5. ສະຫຼຸບລາຍງານວຽກ ການຄຸ້ມຄອງໂຮງງານອຸດສາຫະກຳປຸງແຕ່ງໄມ້ ໃຫ້ການນຳກະຊວງກະສິກຳ ແລະ ປ່າໄມ້ ໃນແຕ່ລະໄລຍະ;
  6. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາ 66 ສິດ ແລະ ໜ້າທີ່ ຂອງພະແນກກະສິກຳ ແລະ ປ່າໄມ້ ຂັ້ນແຂວງ

        ພະແນກກະສິກຳ ແລະ ປ່າໄມ້ຂັ້ນແຂວງ ມີສິດ ແລະ ໜ້າທີ່ ດັ່ງນີ້:

  1. ເຜີຍແຜ ແລະ ແນະນຳ ຂໍ້ຕົກລົງສະບັບນີ້ ໃຫ້ຫ້ອງການກະສິກຳ ແລະ ປ່າໄມ້ ຂັ້ນເມືອງ ແລະ ໂຮງງານອຸດສາຫະກຳປຸງແຕ່ງໄມ້ ທີ່ຕັ້ງຢູ່ໃນ ແຂວງ/ນະຄອນຫຼວງວຽງຈັນ ຂອງຕົນ;
  2. ຄົ້ນຄວ້ານຳສະເໜີ ເຈົ້າແຂວງ/ນະຄອນຫຼວງວຽງຈັນ ເພື່ອອອກຂໍ້ຕົກລົງ ສ້າງຕັ້ງ, ໂຈະ ແລະ ຍຸບເລີກ ໂຮງງານອຸດສາຫະກຳປຸງແຕ່ງໄມ້ ຂະໜາດ ກາງ ແລະ ນ້ອຍ;
  3. ອອກ, ຕໍ່, ດັດແກ້, ໂຈະ, ຖອນ ແລະ ຍຸບເລີກ ໃບຢັ້ງຢືນດຳເນີນກິດຈະການໂຮງງານ ຂະໜາດກາງ ແະ ນ້ອຍ;
  4. ຄຸ້ມຄອງ ແລະ ຕິດຕາມກວດກາ ມາດຕະຖານ ເຕັກນິກ, ຄວາມປອດໄພ, ສຸຂານາໄມ, ສິ່ງແວດລ້ອມ ໂຮງງານ ແລະ ຕິດຕາມ ການປັບປຸງດັດສົມ ໂຮງງານອຸດສາຫະກຳປຸງແຕ່ງໄມ້ ຢູ່ໃນແຂວງ/ນະຄອນຫຼວງວຽງຈັນ ຂອງຕົນ;
  5. ຢັ້ງຢືນແຜນການເຄື່ອນໄຫວປະຈຳງວດ ແລະ ປະຈຳປີ ຂອງໂຮງງານ ຕາມການແບ່ງຂັ້ນຄຸ້ມຄອງ;
  6. ຕິດຕາມກວດກາໄມ້ ສົ້ນເຂົ້າ ແລະ ສົ້ນອອກ ໂຮງງານທີ່ຕັ້ງຢູ່ໃນ ແຂວງ/ນະຄອນຫຼວງວຽງຈັນ ຕາມສິດ ແລະ ໜ້າທີ່ ທີ່ກຳນົດໄວ້ໃນຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ຕິດຕາມ ໄມ້ ສົ້ນເຂົ້າ ແລະ ສົ້ນອອກ;
  7. ສະຫຼຸບາຍງານວຽກງານ ການຄຸ້ມຄອງໂຮງງານອຸດສາຫະກຳປຸງແຕ່ງໄມ້ ໃຫ້ການນຳຂັ້ນແຂວງ ແລະ ການນຳກະຊວງ ກະສິກຳ ແລະ ປ່າໄມ້ ໃນແຕ່ລະໄລຍະ;
  8. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນ ກົດໝາຍ ແລະ ລະບຽບການ.

ມາດຕາ 67 ສິດ ແລະ ໜ້າທີ່ ຂອງຫ້ອງການກະສິກຳ ແລະ ປ່າໄມ້ ຂັ້ນເມືອງ

ຫ້ອງການກະສິກຳ ແລະ ປ່າໄມ້ ຂັ້ນເມືອງ ມີສິດ ແລະ ໜ້າທີ່ ດັ່ງນີ້:

  1. ເຜີຍແຜ ແລະ ແນະນຳ ຂໍ້ຕົກລົງສະບັບນີ້ ໃຫ້ເຈົ້າຂອງໂຮງງານອຸດສາຫະກຳປຸງແຕ່ງໄມ້ ທີ່ຕັ້ງຢູ່ໃນເມືອງຂອງຕົນ;
  2. ຄົ້ນຄວ່ານຳສະເໜີ ເຈົ້າເມືອງ/ນະຄອນ ເພື່ອອອກ ຂໍ້ຕົກລົງ ສ້າງຕັ້ງ, ໂຈະ ແລະ ຍຸບເລີກ ໂຮງເຟີນີເຈີແບບຄອບຄົວ;
  3. ອອກ, ຕໍ່, ດັດແກ້, ໂຈະ, ຖອນ ແລະ ຍຸບເລີກ ໃບຢັ້ງຢືນດຳເນີນກິດຈະການ ໂຮງເຟີນີເຈີແບບຄອບຄົວ;
  4. ຕິດຕາມກວດກາ ມາດຕະຖານ ເຕັກນິກ, ຄວາມປອດໄພ, ສຸຂານາໄມ, ສິ່ງແວດລ້ອມ ແລະ ຕິດຕາມການປັບປຸງດັດສົມໂຮງງານອຸດສາຫະກຳປຸງແຕ່ງໄມ້ ທີ່ຕັ້ງຢູ່ໃນເມືອງຂອງຕົນ;
  5. ຕິດຕາມກວດກາໄມ້ ສົ້ນເຂົ້າ ແລະ ສົ້ນອອກ ໂຮງງານທີ່ຕັ້ງຢູ່ໃນ ເມືອງ ຂອງຕົນ ຕາມສິດ ແລະ ໜ້າທີ່ ທີ່ກຳນົດໄວ້ໃນຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ຕິດຕາມ ໄມ້ ສົ້ນເຂົ້າ ແລະ ສົ້ນອອກ;
  6. ສະຫຼຸບລາຍງານວຽກ ການຄຸ້ມຄອງໂຮງງານອຸດສາຫະກຳປຸງແຕ່ງໄມ້ ໃຫ້ການນຳຂັ້ນເມືອງ ແລະ ການນຳພະແນກກະສິກຳ ແລະ ປ່າໄມ້ ຂັ້ນແຂວງໃນແຕ່ລະໄລຍະ;
  7. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ກຳນົດໄວ້ໃນ ກົດໝາຍ ແລະ ລະບຽບການ.

ມາດຕາ 68 ການກວດກາ ໂຮງງານອຸດສາຫະກຳປຸງແຕ່ງໄມ້

ການກວດກາ ໂຮງງານອຸດສາຫະກຳປຸງແຕ່ງໄມ້ ແມ່ນ ການກວດກາ ການດຳເນີນກິດຈະການ, ສະພາບເຕັກນິກ ຂອງອາຄານໂຮງງານ, ເຄື່ງຈັກ, ຂະບວນການຜະລິດ, ຄວາມປອດໄພ, ສຸຂານາໄມໂຮງງານ, ຄວາມປອດໄພແຮງງານ, ການນຳໃຊ້ແຮງງານ, ຜະລິດຕະພັນ, ລະບົບຈຳກັດ ແລະ ບຳບັດສິ່ງເສດເຫຼືອ ແລະ ການປ້ອງກັນຜົນກະທົບຕໍ່ສິ່ງແວດລ້ອມ ລວມທັງ ການປະຕິບັດສິດ ແລະ ພັນທະ ຂອງຜູ້ດຳເນີນກິດຈະການໂຮງງານ.

ມາດຕາ 69 ຮູບການກວດກາໂຮງງານອຸດສາຫະກຳປຸງແຕ່ງໄມ້

ການກວດກາໂຮງງານອຸດສາຫະກຳປຸງແຕ່ງໄມ້ ມີ ສາມ ຮູບການ ດັ່ງນີ້:

  1. ການກວດກາຕາມລະບົບປົກກະຕິ;
  2. ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ;
  3. ການກວດກາແບບກະທັນຫັນ.

ມາດຕາ 70 ການກວດກາຕາມລະບົບປົກກະຕິ

ການກວດກາຕາມລະບົບປົກກະຕິ ແມ່ນ ການກວດກາ ຕາມແຜນການ, ຂັ້ນຕອນ ແລະ ມີກຳນົດເວລາອັນແນ່ນອນ ຊື່ງປະກອບດ້ວຍ ການກວດກາ ກ່ອນການສ້າງຕັ້ງໂຮງງານ, ການດຳເນີນກິດຈະການ, ການຕໍ່ອາຍຸ, ການຂະຫຍາຍ ແລະ ການສິ້ນສຸດກິດຈະການ ໂຮງງານ.

ການກວດກາປົກກະຕິ ຕ້ອງສ້າງແຜນລົງກວດກາ ໂດຍກຳນົດວັນເວລາຢ່າງຈະແຈ້ງ ແລະ ຕ້ອງໄດ້ປະຕິບັດເປັນປະຈຳຢ່າງໜ້ອຍໜື່ງຄັ້ງຕໍ່ປີ, ກ່ອນລົງກວດກາ ຕ້ອງແຈ້ງໃຫ້ຜູ້ດຳເນີນກິດຈະການໂຮງງານ ຊາບກ່ອນລວງໜ້າຢ່າງໜ້ອຍ ສາມ ວັນ ກ່ອນມື້ລົງກວດກາ ພ້ອມທັງເຮັດບົດບັນທຶກຜົນຂອງການລົງກວດກາ.

ມາດຕາ 71 ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ

ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ ແມ່ນ ການກວດກາຕາມແຜນ ຫຼື ນອກແຜນ, ກ່ອນລົງກວດກາແຕ່ລະຄັ້ງ ຕ້ອງແຈ້ງໃຫ້ຜູ້ດຳເນີນກິດຈະການໂຮງງານ ທີ່ຈະລົງກວດກາຮັບຊາບກ່ອນລ່ວງໜ້າ ຢ່າງໜ້ອຍ ຫ້າ ວັນ.

ການກວດການອກແຜນ ແມ່ນການກວດກາໃນກໍລະນີທີ່ເຫັນວ່າມີຄວາມຈຳເປັນ ຫຼື ຕາມຄຳສັ່ງທີ່ຕ້ອງໄດ້ລົງກວດກາ ເຊັ່ນ: ການສ້າງຕັ້ງ, ການຂະຫຍາຍ ຫຼື ການເຄື່ອນໄຫວກິດຈະການ ໂຮງງານ ໂດຍບໍ່ໄດ້ຮັບອະນຸຍາດ ຈາກຂະແໜງການກະສິກຳ ແລະ ປ່າໄມ້.

ມາດຕາ 72 ການກວດກາແບບກະທັນຫັນ

ການກວດກາແບບກະທັນຫັນ ແມ່ນ ການກວດກາໃນເວລາທີ່ເຫັນວ່າມີຄວາມຈຳເປັນ ແລະ ຮີບດ່ວນເປັນຕົ້ນ ມີຄຳສັ່ງຊີ້ນຳຂອງຂັ້ນເທິງ, ຕາມແຫຼ່ງຂ່າວ, ຕາມການສະເໜີ, ຕາມການຮ້ອງຟອງ ຂອງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ກ່ຽວກັບ ບັນຫາຜົນກະທົບຕໍ່ສິ່ງແວດລ້ອມ ທີ່ເປັນຜົນກະທົບຕໍ່ເສດຖະກິດ ແລະ ສັງຄົມ, ການເຄື່ອນໄຫວຂອງໂຮງງານບໍ່ຖືກຕ້ອງ ຕາມເປົ້າໝາຍຂອງການອະນຸຍາດ, ເຄື່ອນໄຫວຜິດຕໍ່ລະບຽບກົດໝາຍ, ເກີດອຸປະຕິເຫດແຮງງານ, ເກີດອັກຄີໄພມີຜົນເສຍຫາຍຮ້າຍແຮງຕໍ່ຊີວິດ ແລະ ຊັບສິນ.

ການກວດກາແບບກະທັນຫັນ ແມ່ນລົງກວດໄດ້ທຸກເວລາ ໂດຍທີ່ບໍ່ໄດ້ແຈ້ງໃຫ້ຜູ້ດຳເນີນກິດຈະການໂຮງງານ ຊາບ ພ້ອມທັງເຮັດບົດບັນທຶກກວດກາ.

ພາກທີ VIII

ສິດ ແລະ ພັນທະ ຂອງຜູ້ດຳເນີນກິດຈະການໂຮງງານອຸດສາຫະກຳປຸງແຕ່ງໄມ້

ມາດຕາ 73 ສິດ ຂອງຜູ້ດຳເນີນກິດຈະການໂຮງງານອຸດສາຫະກຳປຸງແຕ່ງໄມ້

          ຜູ້ດຳເນີນກິດຈະການໂຮງງານອຸດສາຫະກຳປຸງແຕ່ງໄມ້ ມີ ສິດ ດັ່ງນີ້:

  1. ເປັນເຈົ້າກຳມະສິດໂຮງງານ ແລະ ຜົນປະໂຫຍດທີ່ໄດ້ຮັບຈາກການດຳເນີນກິດຈະການໂຮງງານ;
  2. ກໍ່ສ້າງສິ່ງປຸກສ້າງ ແລະ ຕິດຕັ້ງເຄື່ອງຈັກ, ອຸປະກອນຕ່າງໆ ເພື່ອການດຳເນີນກິດຈະການໂຮງງານຕາມລະບຽບກົດໝາຍທີ່ກ່ຽວຂ້ອງ;
  3. ເຄື່ອນໄຫວດຳເນີນກິດຈະການ ຕາມຂອບເຂດທີ່ໄດ້ຮັບອະນຸຍາດ ໃນໃບຢັ້ງຢືນການດຳເນີນກິດຈະການໂຮງງານ;
  4. ສະເນີຂໍນະໂຍບາຍ, ການສົ່ງເສີມ, ການຊ່ວຍເຫຼືອ, ການແນະນຳຈາກພາກລັດ ແລະ ພາກສ່ວນອື່ນທາງດ້ານວິຊາການ ແລະ ເຕັກໂນໂລຊີ ກ່ຽວກັບ ການດຳເນີນກິດຈະການໂຮງງານ;
  5. ໃຫ້ເຊົ່າ, ໂອນ, ມອບ, ສືບທອດ, ຂາຍ, ຂະຫຍາຍ ແລະ ຢຸດເຊົາ ກິດຈະການໂຮງງານ ຕາມລະບຽບການ;
  6. ໄດ້ຮັບການປົກປ້ອງສິດ ແລະ ຜົນປະໂຫຍດ ຕາມກົດໝາຍ;
  7. ປະຕິບັດສິດອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາ 74 ພັນທະ ຂອງຜູ້ດໍາເນີນກິດຈະການໂຮງງານອຸດສາຫະກຳປຸງແຕ່ງໄມ້

ຜູ້ດໍາເນີນກິດຈະການໂຮງງານອຸດສາຫະກຳປຸງແຕ່ງໄມ້ ມີ ພັນທະ ດັ່ງນີ້:

  1. ສ້າງຕັ້ງ ແລະ ດຳເນີນກິດຈະການໂຮງງານ ຕາມບົດວິພາກເສດຖະກິດ-ເຕັກນິກ, ມາດຕະຖານ ເຕັກນິກ ແລະ ໃບຢັ້ງຢືນການດຳເນີນກິດຈະການໂຮງງານ;
  2. ມອບພັນທະ, ພາສີ, ອາກອນ, ຄ່າທຳນຽມ ແລະ ຄ່າບໍລິການ ໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ທັນກຳນົດເວລາ;
  3. ປະຕິບັດຕາມລະບຽບການ ກ່ຽວກັບ ການນຳໃຊ້ແຮງງານ ເປັນຕົ້ນ ຄ່າແຮງງານ, ສະຫວັດດີການ ອຸປະກອນປ້ອງກັນຄວາມປອດໄພຂອງຄົນງານ ແລະ ອື່ນໆ;
  4. ສາງລະບົບການຄຸ້ມຄອງຄວາມປອດໄພພາຍໃນໂຮງງານ ໂດຍການສາງຕັ້ງໜ່ວຍການຄຸ້ມຄອງຄວາມປອດໄພ, ສາຂານາໄມ, ສິ່ງແວດລ້ອມ, ເຄມີ ແລະ ໄພພິບັດປະຈຳໂຮງງານ ຕາມທີ່ໄດ້ກຳນົດໄວ້ໃນລະບຽບການທີ່ກ່ຽວຂ້ອງ;
  5. ລາຍງານ ການເກີດອຸປະຕິເຫດຂັ້ນຮ້າຍແຮງພາຍໃນໂຮງງານ ໃຫ້ຂະແໜງການກະສິກຳ ແລະ ປ່າໄມ້ ແລະ ຂະແໜງການທີ່ກ່ຽວຂ້ອງ;
  6. ປະສານສົມທົບກັບອົງການປົກຄອງທ້ອງຖິ່ນ ບ່ອນໂຮງງານຕັ້ງຢູ່ ເພື່ອຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ສິ່ງແວດລ້ອມ;
  7. ລາຍງານ ແລະ ສະໜອງຂໍ້ມູນ ກ່ຽວກັບ ການເຄື່ອນໄຫວໂຮງງານຂອງຕົນ ໃຫ້ການຈັດຕັ້ງລັດ ທີ່ກ່ຽວຂ້ອງ ຕາມລະບຽບກົດໝາຍ;
  8. ແຈ້ງເຫດຜົນຂອງການຢຸດເຊົາ ຊົ່ວຄາວ, ຖາວອນ ຫຼື ການລົ້ມລະລາຍ ໃຫ້ຂະແໜງການກະສິກຳ ແລະ ປ່າໄມ້;
  9. ກ່ອນຢຸດເຊົາດຳເນີນກິດຈະການໂຮງງານຖາວອນ ຕ້ອງໄດ້ກຳຈັດ ຫຼື ບຳບັດສິ່ງເສດເຫຼືອອັນຕະລາຍໃຫ້ຖືກຕ້ອງ ຕາມລະບຽບກົດໝາຍທີ່ກ່ຽວຂ້ອງ;
  10. ໃຫ້ຄວາມຮ່ວມມືກັບເຈົ້າໜ້າທີ່ຂອງລັດ ໃນການຈັດຕັ້ງປະຕິບັດວຽກງານຕາມສິດ ແລະ ໜ້າທີ່ ຂອງເຈົ້າໜ້າທີລັດ;
  11. ປະຕິບັດພັນທະອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ພາກທີ IX

ຂໍ້ຫ້າມ

ມາດຕາ 75​ ຂໍ້ຫ້າມທົ່ວໄປ

ຫ້າມ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ມີພືດຕິກຳໃດໜື່ງ ດັ່ງນີ້:

  1. ອອກ, ໂຈະ ຫຼື ຍຸບເລີກ ໃບຢັ້ງຢືນການດຳເນີນກິດຈະການໂຮງງານ ທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງຕົນເອງ;
  2. ສ້າງອຸປະສັກ, ສິ່ງກີດຂວາງ ຫຼື ຂັດຂວາງໃນທຸກຮູບແບບ ຕໍ່ກັບການສົ່ງເສີມ ແລະ ພັດທະນາວຽກງານປຸງແຕ່ງໄມ້;
  3. ອະນຸຍາດທຸກຮູບແບບ ໃຫ້ໂຮງງານ ເຄື່ອນໄຫວກິດຈະການ ທີ່ບໍ່ມີໃບຢັ້ງຢືນການດຳເນີນກິດຈະການໂຮງງານ ຫຼື ບໍ່ລາຍງານ ການດຳເນີນກິດຈະການ ໂຮງງານອຸດສາຫະກຳປຸງແຕ່ງໄມ້ ທີ່ຜິດກົດໝາຍ;
  4. ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.

ມາດຕາ 76 ຂໍ້ຫ້າມ ສຳລັບ ຜູ້ດຳເນີນກິດຈະການໂຮງງານອຸດສາຫະກຳປຸງແຕ່ງໄມ້

        ຫ້າມ ຜູ້ດຳເນີນກິດຈະການໂຮງງານອຸດສາຫະກຳປຸງແຕ່ງໄມ້ ມີພຶດຕິກຳໃດໜື່ງດັ່ງນີ້:

  1. ສ້າງຕັ້ງ, ຍົກຍ້າຍ, ດຳເນີນກິດຈະການ ແລະ ຂະຫຍາຍໂຮງງານ ໂດຍບໍ່ໄດ້ຮັບອະນຸຍາດ;
  2. ຕິດຕັ້ງເຄື່ອງຈັກ, ຍົກຍ້າຍເຄື່ອງຈັກ ໂດຍບໍ່ໄດ້ຮັບອະນຸຍາດ;
  3. ຕັ້ງໂຮງງານ ຢູ່ໃນເຂດປ່າສະຫງວນ, ປ່າປ້ອງກັນ, ປ່າຜະລິດ ຫຼື ເຂດຫວງຫ້າມ;
  4. ໃຫ້ສິນບົນແກ່ ເຈົ້າໜ້າທີ່ ແລະ ພະນັກງານ;
  5. ເຄື່ອນໄຫວກິດຈະການ ໂດຍບໍ່ສ່ອດຄ່ອງກັບ ໃບຢັ້ງຢືນການດຳເນີນກິດຈະການ ໂຮງງານອຸດສາຫະກຳປຸງແຕ່ງໄມ້;
  6. ນຳເຂົ້າວັດຖຸດິບ, ເຄື່ອງຈັກ ຫຼື ແຮງງານ ທີ່ບໍ່ຖືກຕ້ອງຕາມກົດໝາຍ;
  7. ນຳເຂົ້າ ຫຼື ນຳໃຊ້ ທາດເຄມີອັນຕະລາຍໂດຍບໍ່ໄດ້ຮັບອະນຸຍາດ;
  8. ຂັດຂວາງ ຫຼື ບໍ່ປະຕິບັດຕາມຄຳສັ່ງຂອງເຈົ້າໜ້າທີ່ ເປັນຕົ້ນ ຕັດກົ່ວ, ກະແຈ ຫຼື ໂສ້ ທີ່ເຈົ້າໜ້າທີ່ກວດກາໂຮງງານອຸດສາຫະກຳປຸງແຕ່ງໄມ້ໄດ້ນຳໃຊ້ໜີບໃສ່ເຄື່ອງຈັກໃຫ້ຢຸດເຊົາການເຄື່ອນໄຫວ;
  9. ປ່ຽນຊື່ໂຮງງານ, ໂອນ, ຂາຍ, ໃຫ້ເຊົ່າ ຫຼື ປ່ຽນຊື່ຜູ້ດຳເນີນກິດຈະການໂຮງງານ ໂດຍບໍ່ໄດ້ຮັບອະນຸຍາດ ຈາກຂະແໜງການກະສິກຳ ແລະ ປ່າໄມ້;
  10. ປອມແປງເອກະສານ, ປິດບັງຂໍ້ມູນຄວາມຈິງ, ຂັດຂວາງ ຫຼື ບໍ່ໃຫ້ຄວາມຮ່ວມມືແກ້ເຈົ້າໜ້າທີ່ທີ່ກ່ຽວຂ້ອງ;
  11. ປ່ອຍ ຫຼື ຖິ້ມສິ່ງເສດເຫຼືອ ທີ່ບໍ່ໄດ້ຜ່ານຂະບວນການບຳບັດ ຫຼື ບຳບັດບໍ່ໄດ້ມາດຕະຖານ ຕາມລະບຽບການ;
  12. ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.

ມາດຕາ 77​ ຂໍ້ຫ້າມ ສໍາລັບເຈົ້າໜ້າທີ່ ແລະ ພະນັກງານ

ຫ້າມ ເຈົ້າໜ້າທີ່ ແລະ ພະນັກງານ ຂະແໜງການກະສິກຳ ແລະ ປ່າໄມ້ ມີພຶດຕິກຳໃດໜື່ງ ດັ່ງນີ້:

  1. ສວຍໃຊ້ ອຳນາດ, ໜ້າທີ່, ຕຳແໜ່ງ, ສົມຮູ້ຮ່ວມຄິດ ຫຼື ມີວິທີການອື່ນທຸກຮູບແບບ ແລະ ຮັບສິນບົນ ເພື່ອຜົນປະໂຫຍດສ່ວນຕົວ;
  2. ໃຊ້ສິດໜ້າທີ່ເກີນຂອບເຂດ ຊື່ງກໍ່ຄວາມເສຍຫາຍໃຫ້ແກ່ຜົນປະໂຫຍດຂອງລັດ ແລະ ຜູ້ປະກອບການ.
  3. ເມີນເສີຍຕໍ່ການລາຍງານ ກ່ຽວກັບ ໂຮງງານອຸດສາຫະກຳປຸງແຕ່ງໄມ້ ທີ່ເຄື່ອນໄຫວບໍ່ຖືກຕ້ອງຕາມລະບຽບກົດໝາຍ;
  4. ເປີດເຜີຍເອກະສານ ຂອງຜູ້ປະກອບການໂຮງງານອຸດສາຫະກຳປຸງແຕ່ງໄມ້;
  5. ກົດໜ່ວງ,ຖ່ວງດຶງເອກະສານ ຫຼື ປອມແປງລາຍເຊັນ;
  6. ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.

ພາກທີ X

ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 78 ນະໂຍບາຍຕໍ່ຜູ້ມີຜົນງານ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຜົນງານີເດັນ ໃນການຈັດຕັ້ງປະຕິບັດ ຂໍ້ຕົກົງສະບັບນີ້ ຈະໄດ້ຮັບການຍ້ອງຍໍ ແລະ ນະໂຍບາຍອື່ນຕາມລະບຽບການ.

ມາດຕາ 79 ມາດຕະການຕໍ່ຜູ້ລະເມີດ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ໃດໜື່ງ ຫາກລະເມີດ ຂໍ້ຕົກລົງສະບັບນີ້ ຈະຖືກຕັກເຕືອນ, ສຶກສາອົບຮົມ, ປະຕິບັດວິໄນ, ປັບໄໝ, ດຳເນີນທາງແພ່ງ ຫຼື ອາຍາ ແລ້ວແຕ່ກໍລະນີ ເບົາ ຫຼື ໜັກ.

ພາກທີ XI

ບົດບັນຍັດສຸດທ້າຍ

ມາດຕາ 80 ການຈັດຕັ້ງປະຕິບັດ

ໃຫ້ ກົມປ່າໄມ້, ພະແນກກະສິກຳ ແລະ ປ່າໄມ້ ຂັ້ນແຂວງ ແລະ ຫ້ອງການກະສິກຳ ແລະ ປ່າໄມ້ ຂັ້ນເມືອງ ເປັນເຈົ້າການປະສານສົມທົບ ກັບພາກສ່ວນທີ່ກ່ຽວຂ້ອງ ເຜີຍແຜ່, ແນະນຳ ແລະ ຈັດຕັ້ງປະຕິບັດຂໍ້ຕົກລົງ ສະບັບນີ້ ຢ່າງເຂັ້ມງວດ.

ມາດຕາ 81​ ຜົນສັກສິດ

ຂໍ້ຕົກລົງສະບັບນີ້ ໃຊ້ປ່ຽນແທນຂໍ້ຕົກລົງ ວ່າດ້ວຍໂຮງງານອຸດສາຫະກຳປຸງແຕ່ງໄມ້ ສະບັບເລກທີ 0222/ອຄ.ກອຫ, ລົງວັນທີ 23 ມີນາ 2021 ແລະ ມີຜົນສັກສິດພາຍຫຼັງລົງລາຍເຊັນ ແລະ ລົງໃນຈົດໝາຍເຫດທາງລັດຖະການ ສິບຫ້າ ວັນ.

 

ລັດຖະມົນຕີ

ປອ.ເພັດ ພົມພິພັກ

# ຫົວຂໍ້ ດາວໂຫຼດ
1 ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງໂຮງງານອຸດສາຫະກໍາປຸງແຕ່ງໄມ້, ເລກທີ 1044/ກປ, ລົງວັນທີ 16 ມັງກອນ 2023. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.