ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງກະສິກໍາ ແລະ ປ່າໄມ້

ເລກທີ 1045/ກປ

ນະຄອນຫຼວງວຽງຈັນ, ວັນທີ 16 ມັງກອນ 2023

 

ຂໍ້ຕົກລົງ

ວ່າດ້ວຍ ການຄຸ້ມຄອງ ແລະ ຕິດຕາມ ໄມ້ ສົ້ນເຂົ້າ ແລະ ສົ້ນອອກ

          - ອີງຕາມ ກົດໝາຍ ວ່າດ້ວຍປ່າໄມ້ (ສະບັບປັບປຸງ) ສະບັບເລກທີ 64/ສພຊ, ລົງວັນທີ 13 ມິຖຸນາ 2019;

          - ອີງຕາມ ກົດໝາຍ ວ່າດ້ວຍອຸດສາຫະກໍາປຸງແຕ່ງ ສະບັບເລກທີ 48/ສພຊ, ລົງວັນທີ 17 ທັນວາ 2013;

          - ອີງຕາມ ດໍາລັດ ຂອງນາຍົກລັດຖະມົນຕີ ວ້າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງກະສິກໍາ ແລະ ປ່າໄມ້ ສະບັບເລກທີ 603/ນຍ, ລົງວັນທີ 15 ຕຸລາ 2021;

          - ອີງຕາມ ການຄົ້ນຄວ້າ ແລະ ນໍາສະເໜີ ຂອງກົມປ່າໄມ້ ສະບັບເລກທີ 7467/ກປມ, ລົງວັນທີ 27 ທັນວາ 2022.

 

ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ອອກຂໍ້ຕົກລົງ:

ໝວດທີ 1

ບົດບັນຍັດທົ່ວໄປ

ມາດຕາ 1 ຈຸດປະສົງ

ຂໍ້ຕົກລົງສະບັບນີ້ ກໍານົດຫຼັກການ, ລະບຽບການ ແລະ ມາດຕາການ ກ່ຽວກັບ ການຄຸ້ມຄອງ, ຕິດຕາມ ແລະ ກວດກາ ໄມ້ ສົ້ນເຂົ້າ ແລະ ສົ້ນອອກ ຂອງຜູ້ດໍາເນີນທຸລະກິດໄມ້ ເພື່ອຄຸ້ມຄອງການນໍາໃຊ້ໄມ້ຢ່າງມີປະສິດທິຜົນ ແລະ ຖືກຕ້ອງຕາມລະບຽບກົດໝາຍ ແນໃສ່ສົ່ງເສີມການຊົມໃຊ້ຊັບພະຍາກອນປ່າໄມ້ ໃຫ້ຄວາມຍືນຍົງ ປະກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ຕາມທິດຫັນເປັນອຸດສາຫະກໍາທັນສະໄໝ ແລະ ຍືນຍົງ.

ມາດຕາ 2 ການຄຸ້ມຄອງ ແລະ ຕິດຕາມ ໄມ້ ສົ້ນເຂົ້າ ແລະ ສົ້ນອອກ

ການຄຸ້ມຄອງ ແລະ ຕິດຕາມ ໄມ້ ສົ້ນເຂົ້າ ແລະ ສົ້ນອອກ ແມ່ນ ການບັນທຶກ, ຕິດຕາມ, ກວດກາ ແລະ ລາຍງານ ຢ່າງເປັນລະບົບ ເລີ່ມແຕ່ຂັ້ນຕອນການນໍາເຂົ້າ ຈົນເຖິງ ຂັ້ນຕອນການສົ່ງອອກ ຈາກໂຮງງານປຸງແຕ່ງໄມ້ ຫຼື ຜູ້ຄ້າໄມ້.

ມາດຕາ 3 ການອະທິບາຍຄໍາສັບ

ຄໍາສັບທີ່ນໍາໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:

  1. ໄມ້ສົ້ນເຂົ້າ ຂອງໂຮງງານອຸດສາຫະກໍາປຸງແຕ່ງໄມ້ ໝາຍເຖິງ ໄມ້ທີ່ນໍາເຂົ້າ ເພື່ອປຸງແຕ່ງ ຫຼື ຈໍາໜ່າຍ;
  2. ໄມ້ສົ້ນເຂົ້າ ຂອງຮ້ານຂາຍໄມ້ ໝາຍເຖິງ ໄມ້ທີ່ນໍາເຂົ້າມາຈໍາໜ່າຍຢູ່ຮ້ານຂາຍໄມ້ ຫຼື ເພື່ອຂາຍຕໍ່;
  3. ໄມ້ສົ້ນເຂົ້າ ຂອງສາງເກັບມ້ຽນໄມ້ ຫຼື ບໍລິສັດນໍາເຂົ້າ ແລະ ສົ່ງອອກໄມ້ ໝາຍເຖິງ ໄມ້ທີ່ນໍາເຂົ້າ ມາຈໍາໜ່າຍຢູ່ ສາງ ຫຼື ຈຸດທ້ອນໂຮມໄມ້ ເພື່ອຂາຍຕໍ່;
  4. ໄມ້ສົ້ນອອກ ໝາຍເຖິງ ໄມ້ທີ່ອອກຈາກໂຮງງານປຸງແຕ່ງໄມ້, ຮ້ານຂາຍໄມ້, ສາງເກັບມ້ຽນໄມ້ ຫຼື ບໍລິສັດນໍາເຂົ້າ ແລະ ສົ່ງອອກໄມ້ ເພື່ອຈໍາໜ່າຍຢູ່ພາຍໃນ ແລະ ສົ່ງອອກຕ່າງປະເທດ;
  5. ຜູ້ດໍາເນີນທຸລະກິດໄມ້ ໝາຍເຖິງ ຜູ້ໄດ້ຮັບອະນຸຍາດດໍາເນີນກິດຈະການອຸດສາຫະກໍາປຸງແຕ່ງໄມ້, ຮ້ານຂາຍໄມ້, ສາງເກັບມ້ຽນໄມ້ ຫຼື ບໍລິສັດ ນໍາເຂົ້າ ແລະ ສົ່ງອອກ ໄມ້;
  6. ອັດຕາການນໍາໃຊ້ໄມ້ ໝາຍເຖິງ ບໍລິມາດສຸດທິທີ່ວັດແທກໄດ້ຕົວຈິງຂອງຜະລິດຕະພັນໄມ້ໂດຍທຽບໃສ່ບໍລິມາດໄມ້ສົ້ນເຂົ້າ;
  7. ຜະລິດຕະພັນໄມ້ ໝາຍເຖິງ ຜະລິດຕະພັນໄມ້ ສໍາເລັດຮູບ ຫຼື ເຄື່ອງສໍາເລັດຮູບ ທີ່ປຸງແຕ່ງຈາກວັດຖຸດິບໄມ້, ເຫຍື່ອໄມ້ ໂດຍຜ່ານແຕ່ລະຂັ້ນຕອນຂອງການຜະລິດພາຍໃນໂຮງງານປຸງແຕ່ງໄມ້.

ມາດຕາ 4 ຂອບເຂດການນໍາໃຊ້

 ຂໍ້ຕົກລົງສະບັບນີ້ ນໍາໃຊ້ສໍາລັບ ບຸກຄົນ, ນິຕິບຸກຄົນ ຫຼື ກນຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດທີ່ດໍາເນີນທຸລະກິດໄມ້ ຢູ່ ສປປ ລາວ.

ໝວດທີ 2

ລະບົບການຄຸ້ມຄອງ ໄມ້ ສົ້ນເຂົ້າ ແລະ ສົ້ນອອກ

ມາດຕາ 5 ລະບົບການຄຸ້ມຄອງ ໄມ້ ສົ້ນເຂົ້າ ແລະ ສົ້ນອອກ

ລະບົບການຄຸ້ມຄອງ ໄມ້ ສົ້ນເຂົ້າ ແລະ ສົ້ນອອກ ແມ່ນລະບົບການບັນທຶກໄມ້ ແຕ່ລະຂັ້ນຕອນການນໍາເຂົ້າ ຈົນເຖິງ ຂັ້ນຕອນການນໍາອອກ ເພື່ອຈໍາໜ່າຍ ແລະ ລະບົບການລາຍງານ ພ້ອມດ້ວຍການເກັບຮັກສາເອກະສານ ໄມ້ ສົ້ນເຂົ້າ ແລະ ສົ້ນອອກ.

ຜູ້ດໍາເນີນທຸລະກິດໄມ້ ຕ້ອງປະຕິບັດຕາມລະບົບການຄຸ້ມຄອງ ໄມ້ ສົ້ນເຂົ້າ ແລະ ສົ້ນອອກ ຕາມປະເພດ ຂອງທຸລະກິດໄມ້ ທີ່ກໍານົດໃນມາດຕາ 6, 7, 8, 9, 10 ແລະ ມາດຕາ 11 ຂອງຂໍ້ຕົກລົງສະບັບນີ້.

          ການບັນທຶກແຕ່ລະຂັ້ນຕອນ ແມ່ນໃຫ້ບັນທຶກຕາມ ແບບພິມ ທີ່ຂະແໜງການກະສິກໍາ ແລະ ປ່າໄມ້ກໍານົດໄວ້.

ມາດຕາ 6 ລະບົບການຄຸ້ມຄອງ ໄມ້ ສົ້ນເຂົ້າ ແລະ ສົ້ນອອກ ຂອງໂຮງງານເລື່ອຍໄມ້

ລະບົບການຄຸ້ມຄອງ ໄມ້ ສົ້ນເຂົ້າ ແລະ ສົ້ນອອກ ຂອງໂຮງງານເລື່ອຍໄມ້ ມີດັ່ງນີ້:

  1. ການບັນທຶກໄມ້ ທີ່ນໍາເຂົ້າມາໃນໂຮງງານເລື່ອຍໄມ້ ເພື່ອເລື່ອຍແປຮູບ;
  2. ການບັນທຶກໄມ້ ອອກຈາກໂຮງງານເລື່ອຍໄມ້;
  3. ການຄິດໄລ່ອັດຕາການນໍາໃຊ້ໄມ້ ແລະ ການສູນເສຍໃນຂະບວນການເລື່ອຍໄມ້.

ມາດຕາ 7 ລະບົບການຄຸ້ມຄອງໄມ້ ສົ້ນເຂົ້າ ແລະ ສົ້ນອອກ ຂອງໂຮງງານປຸງແຕ່ງໄມ້

ລະບົບການຄຸ້ມຄອງໄມ້ສົ້ນເຂົ້າ ແລະ ສົ້ນອອກ ຂອງໂຮງງານປຸງແຕ່ງໄມ້ ມີດັ່ງນີ້:

  1. ການບັນທຶກໄມ້ ທີ່ນໍາເຂົ້າມາໃນໂຮງງານປຸງແຕ່ງໄມ້ ເພື່ອປຸງແຕ່ງ;
  2. ການບັນທຶກໄມ້ ອອກຈາກໂຮງງານປຸງແຕ່ງໄມ້;
  3. ການຄິດໄລ່ອັດຕາການນໍາໃຊ້ໄມ້ ແລະ ການສູນເສຍໃນຂະບວນການປຸງແຕ່ງໄມ້.

ມາດຕາ 8 ລະບົບການຄຸ້ມຄອງ ໄມ້ ສົ້ນເຂົ້າ ແລະ ສົ້້ນອອກ ຂອງໂຮງງານເຟີນີເຈີ

ລະບົບການຄຸ້ມຄອງ ໄມ້ ສົ້ນເຂົ້າ ແລະ ສົ້ນອອກ ຂອງໂຮງງານເຟີນີເຈີ ມີດັ່ງນີ້:

  1. ການບັນທຶກໄມ້ ທີ່ນໍາເຂົ້າມາໂຮງງານເຟີນີເຈີ ເພື່ອປຸງແຕ່ງ;
  2. ການບັນທຶກໄມ້ ອອກຈາກໂຮງງານເຟີນີເຈີ;
  3. ການຄິດໄລ່ ອັດຕາການນໍາໃຊ້ໄມ້ ແລະ ການສູນເສຍໃນຂະບວນການປຸງແຕ່ງ.

ມາດຕາ 9 ລະບົບການຄຸ້ມຄອງ ໄມ້ ສົ້ນເຂົ້າ ແລະ ສົ້ນອອກ ຂອງໂຮງເຟີນີເຈີແບບຄອບຄົວ

 ລະບົບການຄຸ້ມຄອງ ໄມ້ ສົ້ນເຂົ້າ ແລະ ສົ້ນອອກ ຂອງໂຮງເຟີນີເຈີແບບຄອບຄົວ ມີດັ່ງນີ້:

  1. ການບັນທຶກໄມ້ ທີ່ນໍາເຂົ້າມາໂຮງເຟີນີເຈີແບບຄອບຄົວ ເພື່ອປຸງແຕ່ງ;
  2. ການບັນທຶກໄມ້ ອອກຈາກໂຮງເຟີນີເຈີແບບຄອບຄົວ;
  3. ການຄິດໄລ່ ອັດຕາການນໍາໃຊ້ໄມ້ ແລະ ການສູນເສຍໃນຂະບວນການປຸງແຕ່ງ.

ມາດຕາ 10 ລະບົບການຄຸ້ມຄອງ ໄມ້ ສົ້ນເຂົ້າ ແລະ ສົ້ນອອກ ຂອງຮ້ານຂາຍໄມ້

ລະບົບການຄຸ້ມຄອງ ໄມ້ ສົ້ນເຂົ້າ ແລະ ສົ້ນອອກ ຂອງຮ້ານຂາຍໄມ້ ມີດັ່ງນີ້:

  1. ການບັນທຶກໄມ້ ທີ່ນໍາເຂົ້າມາຮ້ານຂາຍໄມ້ ເພື່ອຈໍາໜ່າຍ;
  2. ການບັນທຶກໄມ້ ຈໍາໜ່າຍອອກຈາກ ຮ້ານຂາຍໄມ້;
  3. ການບັນທຶກ ອັດຕາການສູນເສຍໄມ້ ຫຼື ໄມ້ທີ່ນໍາໃຊ້ບໍ່ໄດ້ ຢູ່ໃນຮ້ານຂາຍໄມ້.

ມາດຕາ 11 ລະບົບການຄຸ້ມຄອງ ໄມ້ ສົ້ນເຂົ້າ ແລະ ສົ້ນອອກ ຂອງສາງເກັບມ້ຽນໄມ້ ຫຼື ບໍລິສັດ

   ນໍາເຂົ້າ ແລະ ສົ່ງອອກ ໄມ້

ລະບົບການຄຸ້ມຄອງ ໄມ້ ສົ້ນເຂົ້າ ແລະ ສົ້ນອອກ ຂອງສາງເກັບມ້ຽນໄມ້ ຫຼື ບໍລິສັດ ນໍາເຂົ້າ ແລະ ສົ່ງອອກໄມ້ ມີດັ່ງນີ້:

  1. ການບັນທຶກ ໄມ້ ທີ່ນໍາເຂົ້າ ສາງເກັບບມ້ຽນໄມ້ ຫຼື ບໍລິສັດ ນໍາເຂົ້າ ແລະ ສົ່ງອອກໄມ້ ເພື່ອຈໍາໜ່າຍ ແລະ ສົ່ງອອກ;
  2. ການບັນທຶກໄມ້ ອອກຈາກ ສາງເກັບມ້ຽນໄມ້ ຫຼື ບໍລິສັດ ນໍາເຂົ້າ ແລະ ສົ່ງອອກໄມ້;
  3. ການບັນທຶກ ອັດຕາການສູນເສຍໄມ້ ຫຼື ໄມ້ທີ່ນໍາໃຊ້ບໍ່ໄດ້ ຢູ່ໃນສາງເກັບມ້ຽນໄມ້ ຫຼື ບໍລິສັດ ນໍາເຂົ້າ ແລະ ສົ່ງອອກໄມ້.

ໝວດທີ 3

ການຕິດຕາມ ໄມ້ ສົ້ນເຂົ້າ ແລະ ສົ້ນອອກ

ມາດຕາ 12 ເອກະສານຕິດຕາມ ໄມ້ ສົ້ນເຂົ້າ ແລະ ສົ້ນອອກ ຂອງໂຮງງານເລື່ອຍໄມ້

ເອກະສານຕິດຕາມ ໄມ້ ສົ້ນເຂົ້າ ແລະ ສົ້ນອອກ ຂອງໂຮງງານເລື່ອຍໄມ້ ມີດັ່ງນີ້:

  1. ເອກະສານຕິດຕາມ ໄມ້ສົ້ນເຂົ້າ ປະກອບມີ:
  1. ໃບອະນຸຍາດຂຸດຄົ້ນໄມ້;
  2. ບັນຊີລາຍການໄມ້;
  3. ສັນຍາຊື້-ຂາຍໄມ້;
  4. ເອກະສານຢັ້ງຢືນການເສຍພັນທະຕ່າງໆ;
  5. ໃບອະນຸຍາດເຄື່ອນຍ້າຍໄມ້ພາຍໃນ;
  6. ໃບຕິດຕາມ ການເອົາໄມ້ຂື້ນລົດ ແຕ່ລະຄັນ ພ້ອມທັງຕີຕາ.
  1. ເອກະສານຕິດຕາມ ໄມ້ສົ້ນອອກ ປະກອບມີ:
  1. ບັນຊີລາຍການໄມ້ ທີ່ນໍາອອກຈາກໂຮງງານເລື່ອຍໄມ້ໂດຍແຍກເປັນແຕ່ລະຊະນິດ/ປະເພດໄມ້;
  2. ບັນຊີການຕິດຕາມ ການເລື່ອຍ ຫຼື ປຸງແຕ່ງ ໄມ້;
  1. ເອກະສານຕິດຕາມ ການເລື່ອຍ ຫຼື ປຸງແຕ່ງໄມ້ ປະກອບມີ:
  1. ບັນຊີລາຍການໄມ້ ທີ່ຄ້າງຢູ່ໃນໂຮງງານເລື່ອຍໄມ້ ໂດຍແຍກເປັນແຕ່ລະຊະນິດ/ປະເພດໄມ້;
  2. ບັນຊີລາຍການໄມ້ ທີ່ປຸງແຕ່ງແລ້ວ.

ມາດຕາ 13 ເອກະສານຕິດຕາມ ໄມ້ ສົ້ນເຂົ້າ ແລະ ສົ້ນອອກ ຂອງໂຮງງານປຸງແຕ່ງໄມ້

 ເອກະສານຕິດຕາມ ໄມ້ ສົ້ນເຂົ້າ ແລະ ສົ້ນອອກ ຂອງໂຮງງານປຸງແຕ່ງໄມ້ ມີດັ່ງນີ້:

  1. ເອກະສານຕິດຕາມ ໄມ້ ສົ້ນເຂົ້າ ປະກອບມີ:
  1. ໃບອະນຸຍາດຂຸດຄົ້ນໄມ້;
  2. ບັນຊີລາຍການໄມ້;
  3. ສັນຍາຊື້-ຂາຍໄມ້;
  4. ເອກະສານຢັ້ງຢືນການເສຍພັນທະຕ່າງໆ;
  5. ໃບອະນຸຍາດເຄື່ອນຍ້າຍໄມ້ພາຍໃນ;
  6. ໃບຕິດຕາມ ການເອົາໄມ້ຂື້ນລົດ ແຕ່ລະຄັນ ພ້ອມທັງຕີຕາ.

     2.  ເອກະສານຕິດຕາມ ໄມ້ສົ້ນອອກ ປະກອບມີ:

  1. ບັນຊີລາຍການໄມ້ ທີ່ນໍາອອກຈາກໂຮງງານປຸງແຕ່ງໄມ້ ໂດຍແຍກເປັນແຕ່ລະຊະນິດ/ປະເພດໄມ້;
  2. ບັນຊີການຕິດຕາມ ການເລື່ອຍ ຫຼື ປຸງແຕ່ງໄມ້;

     3.  ເອກະສານຕິດຕາມ ໄມ້ຄ້າງໂຮງງານປຸງແຕ່ງໄມ້ ປະກອບມີ:

  1. ບັນຊີລາຍການໄມ້ ທີ່ຄ້າງຢູ່ໃນໂຮງງານປຸງແຕ່ງໄມ້ໂດຍແຍກເປັນແຕ່ລະຊະນິດ/ປະເພດໄມ້;
  2. ບັນຊີລາຍການໄມ້ ທີ່ປຸງແຕ່ງແລ້ວ.

ມາດຕາ 14 ເອກະສານຕິດຕາມ ໄມ້ ສົ້ນເຂົ້າ ແລະ ສົ້ນອອກ ຂອງໂຮງງານເຟີນີເຈີ

 ເອກະສານຕິດຕາມ ໄມ້ ສົ້ນເຂົ້າ ແລະ ສົ້ນອອກ ຂອງໂຮງງານເຟີນີເຈີ ມີດັ່ງນີ້:

  1. ເອກະສານຕິດຕາມ ໄມ້ສົ້ນເຂົ້າ ປະກອບມີ:
  1. ໃບອະນຸຍາດຂຸດຄົ້ນໄມ້;
  2. ບັນຊີລາຍການໄມ້;
  3. ສັນຍາຊື້-ຂາຍໄມ້;
  4. ເອກະສານຢັ້ງຢືນການເສຍພັນທະຕ່າງໆ
  5. ໃບອະນຸຍາດເຄື່ອນຍ້າຍໄມ້ພາຍໃນ;
  6. ໃບຕິດຕາມ ການເອົາໄມ້ຂື້ນລົດ ແຕ່ລະຄັນ ພ້ອມທັງຕີຕາ.
  1. ເອກະສານຕິດຕາມ ໄມ້ສົ້ນນອອກ ປະກອບມີ:
  1. ບັນຊີລາຍການໄມ້ ທີ່ນໍາອອກຈາກໂຮງງານເຟີນີເຈີ ໂດຍແຍກເປັນແຕ່ລະຊະນິດ/ປະເພດໄມ້;
  2. ບັນຊີການຕິດຕາມ ການເລື່ອຍ ຫຼື ປຸງແຕ່ງໄມ້;
  1. ເອກະສານຕິດຕາມ ໄມ້ຄ້າງໂຮງງານເຟີນີເຈີ ປະກອບມີ:
  1. ບັນຊີລາຍການໄມ້ ທີ່ຄ້າງຢູ່ໃນໂຮງງານເຟີນີເຈີ ໂດຍແຍກເປັນແຕ່ລະຊະນິດ/ປະເພດໄມ້;
  2. ບັນຊີລາຍການໄມ້ ທີ່ປຸງແຕ່ງແລ້ວ.

ມາດຕາ 15 ເອກະສານຕິດຕາມ ໄມ້ ສົ້ນເຂົ້າ ແລະ ສົ້ນອອກ ຂອງໂຮງເຟີນີເຈີແບບຄອບຄົວ

 ເອກະສານຕິດຕາມ ໄມ້ ສົ້ນເຂົ້າ ແລະ ສົ້ນອອກ ຂອງໂຮງງານເຟີນີເຈີແບບຄອບຄົວ ມີດັ່ງນີ້:

  1. ເອກະສານຕິດຕາມ ໄມ້ສົ້ນເຂົ້າ ປະກອບມີ:
  1. ໃບອະນຸຍາດຂຸດຄົ້ນໄມ້;
  2. ບັນຊີລາຍການໄມ້;
  3. ສັນຍາຊື້-ຂາຍໄມ້;
  4. ເອກະສານຢັ້ງຢືນການເສຍພັນທະຕ່າງໆ
  5. ໃບອະນຸຍາດເຄື່ອນຍ້າຍໄມ້ພາຍໃນ;
  6. ໃບຕິດຕາມ ການເອົາໄມ້ຂຶ້ນລົດ ແຕ່ລະຄັນ ພ້ອມທັງຕີຕາ.
  1. ເອກະສານຕິດຕາມ ໄມ້ສົ້ນອອກ ປະກອບມີ:
  1. ບັນຊີລາຍການໄມ້ ທີ່ນໍາອອກຈາກໂຮງເຟີນີເຈີແບບຄອບຄົວ ໂດຍແຍກເປັນແຕ່ລະຊະນິດ/ປະເພດໄມ້;
  2. ບັນຊີການຕິດຕາມ ການເລື່ອຍ ຫຼື ປຸງແຕ່ງໄມ້;
  1. ເອກະສານຕິດຕາມ ໄມ້ຄ້າງໂຮງເຟີນີເຈີແບບຄອບຄົວ ປະກອບມີ:
  1. ບັນຊີລາຍການໄມ້ ທີ່ຄ້າງຢູ່ໃນໂຮງເຟີນີເຈີແບບຄອບຄົວ ໂດຍແຍກເປັນແຕ່ລະຊະນິດ/ປະເພດໄມ້;
  2. ບັນຊີລາຍການໄມ້ ທີ່ປຸງແຕ່ງແລ້ວ.

ມາດຕາ 16 ເອກະສານຕິດຕາມ ໄມ້ ສົ້ນເຂົ້າ ແລະ ສົ້ນອອກ ຂອງຮ້ານຂາຍໄມ້

ເອກະສານຕິດຕາມ ໄມ້ ສົ້ນເຂົ້າ ແລະ ສົ້ນອອກ ຂອງຮ້ານຂາຍໄມ້ ມີດັ່ງນີ້:

  1. ເອກະສານຕິດຕາມ ໄມ້ສົ້ນເຂົ້າ ປະກອບມີ:
  1. ໃບອະນຸຍາດຂຸດຄົ້ນໄມ້;
  2. ບັນຊີລາຍການໄມ້;
  3. ສັນຍາຊື້-ຂາຍໄມ້;
  4. ເອກະສານຢັ້ງຢືນການເສຍພັນທະຕ່າງໆ;
  5. ໃບອະນຸຍາດເຄື່ອນຍ້າຍໄມ້ພາຍໃນ;
  6. ໃບຕິດຕາມ ການເອົາໄມ້ຂຶ້ນລົດ ແຕ່ລະຄັນ ພ້ອມທັງຕີຕາ.
  1. ເອກະສານຕິດຕາມ ໄມ້ສົ້ນອອກ ແລະ ໄມ້ຄ້າງ ຢູ່ຮ້ານຂາຍໄມ້ ປະກອບມີ:
  1. ບັນຊີລາຍການໄມ້ ທີ່ນໍາອອກຈາກຮ້ານຂາຍໄມ້ ໂດຍແຍກເປັນແຕ່ລະຊະນິດ/ປະເພດໄມ້;
  2. ບັນຊີລາຍການໄມ້ ທີ່ຄ້າງຢູ່ໃນຮ້ານຂາຍໄມ້ ໂດຍແຍກເປັນແຕ່ລະຊະນິດ/ປະເພດໄມ້;
  3. ບັນຊີລາຍການໄມ້ ສູນເສຍ ຫຼື ນໍາໃຊ້ບໍ່ໄດ້ ຢູ່ ຮ້ານຂາຍໄມ້.

ມາດຕາ 17 ເອກະສານຕິດຕາມໄມ້ ສົ້ນເຂົ້າ ແລະ ສົ້ນອອກ ຂອງສາງເກັບມ້ຽນໄມ້ ຫຼື ບໍລິສັດ

ນໍາເຂົ້າ ແລະ ສົ່ງອອກໄມ້

ເອກະສານຕິດຕາມ ໄມ້ ສົ້ນເຂົ້າ ແລະ ສົ້ນອອກ ຂອງສາງເກັບມ້ຽນໄມ້ ຫຼື ບໍລິສັດ ນໍາເຂົ້າ ແລະ ສົ່ງອອກ ໄມ້ ມີດັ່ງນີ້:

  1. ເອກະສານຕິດຕາມ ໄມ້ສົ້ນເຂົ້າ ປະກອບມີ:
  1. ໃບອະນຸຍາດຂຸດຄົ້ນໄມ້;
  2. ບັນຊີລາຍການໄມ້;
  3. ສັນຍາຊື້-ຂາຍໄມ້;
  4. ເອກະສານຢັ້ງຢືນການເສຍພັນທະຕ່າງໆ;
  5. ໃບອະນຸຍາດເຄື່ອນຍ້າຍໄມ້ພາຍໃນ;
  6. ໃບຕິດຕາມ ການເອົາໄມ້ຂຶ້ນລົດ ແຕ່ລະຄັນ ພ້ອມທັງຕີຕາ.
  1. ເອກະສານຕິດຕາມ ໄມ້ສົ້ນອອກ ແລະ ໄມ້ຄ້າງສາງ ປະດອບມີ:
  1. ບັນຊີລາຍການໄມ້ ທີ່ນໍາອອກຈາກສາງເກັບມ້ຽນໄມ້ ໂດຍແຍກເປັນແຕ່ລະຊະນິດ/ປະເພດໄມ້;
  2. ບັນຊີລາຍການໄມ້ ທີ່ຄ້າງຢູ່ໃນສາງເກັບມ້ຽນໄມ້ ໂດຍແຍກເປັນແຕ່ລະຊະນິດ/ປະເພດໄມ້;
  3. ບັນຊີລາຍການໄມ້ສູນເສຍ ຫຼື ນໍາໃຊ້ບໍ່ໄດ້ ຢູ່ສາງເກັບມ້ຽນໄມ້.

ໝວດທີ 4

ການລາຍງານ ແລະ ການເກັບຮັກສາເອກະສານ ໄມ້ສົ້ນເຂົ້າ ແລະ ສົ້ນອອກ

ມາດຕາ 18 ການລາຍງານ ໄມ້ສົ້ນເຂົ້າ ແລະ ສົ້ນອອກ

 ຜູ້ດໍາເນີນທຸລະກິດໄມ້ ຕ້ອງລາຍງານຂໍ້ມູນ ໄມ້ ສົ້ນເຂົ້າ, ສົ້ນອອກ ແລະ ໄມ້ຄ້າງ ຕາມແບບພິມ ທີ່ໄດ້ກໍານົດໄວ້ ໃນຂໍ້ຕົກລົງສະບັບນີ້ ໃຫ້ຫ້ອງການກະສິກໍາ ແລະ ປ່າໄມ້ ຂັ້ນເມືອງ ດັ່ງນີ້:

  1. ໄຕມາດ 1: ໃຫ້ສົ່ງ ໃນລະຫວ່າງ ວັນທີ 31 ມີນາ ຫາ ວັນທີ 10 ເມສາ;
  2. ໄຕມາດ 2: ໃຫ້ສົ່ງ ໃນລະຫວ່າງ ວັນທີ 30 ມິຖຸນາ ຫາ ວັນທີ 10 ກໍລະກົດ;
  3. ໄຕມາດ 3: ໃຫ້ສົ່ງ ໃນລະຫວ່າງ ວັນທີ 30 ກັນຍາ ຫາ ວັນທີ 10 ຕຸລາ;
  4. ໄຕມາດ 4: ໃຫ້ສົ່ງ ໃນລະຫວ່າງ ວັນທີ 31 ທັນວາ ຫາ ວັນທີ 10 ມັງກອນ ຂອງປີຖັດໄປ.

 ກໍລະນີ ບໍ່ສາມາດສົ່ງບົດລາຍງານຕາມກໍານົດຂ້າງເທິງຜູ້ດໍາເນີນທຸລະກິດໄມ້ ຕ້ອງຊີ້ແຈງເຫດຜົນເປັນລາຍລັກອັກສອນໃຫ້ຫ້ອງການກະສິກໍາ ແລະ ປ່າໄມ້ ຂັ້ນເມືອງ ເພື່ອຮັບຊາບ ແລະ ຫ້ອງການກະສິກໍາ ແລະ ປ່າໄມ້ ຂັ້ນເມືອງ ຕ້ອງສົມທົບກັບພາກສ່ວນທີ່ກ່ຽວຂ້ອງລົງກວດກາຂໍ້ມູນຕົວຈິງ ແລະ ເຮັດບົດບັນທຶກຮັບຮູ້ໂດຍກໍານົດມື້ທີ່ສາມາດສົ່ງບົດລາຍງານ.

ມາດຕາ 19 ການເກັບຮັກສາເອກະສານ

ຜູ້ດໍາເນີນທຸລະກິດໄມ້ ຕ້ອງເກັບຮັກສາເອກະສານກ່ຽວກັບ ໄມ້ ສົ້ນເຂົ້າ ແລະ ສົ້ນອອກ ທັງໝົດຢ່າງເປັນລະບົບ ແລະ ສາມາດຄົ້ນຫາໄດ້ງ່າຍ ຊຶ່ງປະກອບມີ ບົດບັນທຶກການຜະລິດ, ຂໍ້ມູນການຜະລິດ, ເອກະສານການຂາຍ, ໃບເຄື່ອນຍ້າຍໄມ້, ບົດລາຍງານ ຕາມແບບພິມ ທີ່ໄດ້ກໍານົດໄວ້ ໃນຂໍ້ຕົກລົງສະບັບນີ້ ແລະ ເອກະສານກ່ຽວຂ້ອງອື່ນ.

ການເກັບຮັກສາເອກະສານ ຕ້ອງຮັບປະກັນຄວາມປອດໄພ ແລະ ຮັກສາໄວ້ຢ່າງໜ້ອຍ ສິບ ປີ ທັງຕົ້ນສະບັບ ແລະ ສະບັບສໍາເນົາ ແບບລະບົບທໍາມະດາ ແລະ ແບບອີເລັກໂທຣນິກ.

ໝວດທີ 5

ການກວດກາ ໄມ້ ສົ້ນເຂົ້າ ແລະ ສົ້ນອອກ

ມາດຕາ 20 ການກວດກາ ໄມ້ ສົ້ນເຂົ້າ ແລະ ສົ້ນອອກ

ການກວດກາ ໄມ້ ສົ້ນເຂົ້າ ແລະ ສົ້ນອອກ ແມ່ນການກວດກາ ລະບົບການຄຸ້ມຄອງ ເອກະສານການບັນທຶກ ແລະ ລາຍງານ ຂໍ້ມູນກ່ຽວກັບ ໄມ້ສົ້ນເຂົ້າ, ໄມ້ສົ້ນອອກ ແລະ ໄມ້ຄ້າງສາງ ຂອງຜູ້ດໍາເນີນທຸລະກິດໄມ້.

ມາດຕາ 21 ຮູບການກວດກາ ໄມ້ ສົ້ນເຂົ້າ ແລະ ສົ້ນອອກ

ຮູບການກວດກາ ໄມ້ ສົ້ນເຂົ້າ ແລະ ສົ້ນອອກ ປະກອບມີ 3 ຮູບການຄື:

  1. ການກວດກາຕາມລະບົບປົກກະຕິ;
  2. ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ;
  3. ການກວດກາແບບກະທັນຫັນ.

 ການກວດກາ ສາມາດດໍາເນີນການກວດກາ ດ້ານເອກະສານ ແລະ ໂຮງງານອຸດສາຫະກໍາປຸງແຕ່ງໄມ້, ຮ້ານຂາຍໄມ້ ແລະ ສາງເກັບມ້ຽນໄມ້ ແລະ ສະໜາມທ້ອນໂຮມໄມ້ ຂອງບໍລິສັດນໍາເຂົ້າ ແລະ ສົ່ງອອກໄມ້.

ມາດຕາ 22 ການກວດກາຕາມລະບົບປົກກະຕິ

 ການກວດກາຕາມລະບົບປົກກະຕິ ແມ່ນການກວດກາ ຕາມແຜນການ, ຕາມຂັ້ນຕອນ ແລະ ກໍານົດເວລາອັນແນ່ນອນ.

 ການກວດກາປົກກະຕິ ຕ້ອງສ້າງແຜນລົງກວດກາໂດຍກໍານົດວັນເວລາຢ່າງຈະແຈ້ງ ແລະ ຕ້ອງໄດ້ປະຕິບັດເປັນປະຈໍາ ຢ່າງໜ້ອຍ ໜຶ່ງຄັ່ງຕໍ່ປີ, ກ່ອນລົງກວດກາຕ້ອງແຈ້ງໃຫ້ຜູ້ດໍາເນີນທຸລະກິດ ຊາບກ່ອນລ່ວງໜ້າ ຢ່າງໜ້ອຍ ສາມ ວັນ ກ່ອນມື້ລົງກວດກາ ພ້ອມທັງເຮັດບົດບັນທຶກການກວດກາ.

ມາດຕາ 23 ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ

ການກວດກາໂດຍມີການແຈ້ງໃຫ້ຮູ້ລ່ວງໜ້າ ແມ່ນການກວດກາ ຕາມແຜນ ຫຼື ນອກແຜນ, ກ່ອນລົງກວດກາແຕ່ລະຄັ້ງ ຕ້ອງແຈ້ງໃຫ້ຜູ້ດໍາເນີນທຸລະກິດ ບ່ອນຈະລົງກວດກາຮັບຊສບກ່ອນລ່ວງໜ້າ ຢ່າງໜ້ອຍ ສາມ ວັນ.

ການກວດການອກແຜນ ແມ່ນການກວດກາໃນກໍລະນີທີ່ເຫັນວ່າມີຄວາມຈໍາເປັນ ຫຼື ຕາມຄໍາສັ່ງຕ້ອງໄດ້ລົງກວດກາ ເຊັ່ນ: ການສ້າງໂຮງງານອຸດສາຫະກໍາປຸງແຕ່ງໄມ້, ຮ້ານຂາຍໄມ້, ສາງເກັບມ້ຽນໄມ້ ຫຼື ການເຄື່ອນໄຫວກິດຈະການ ນໍາເຂົ້າ ແລະ ສົ່ງອອກໄມ້ ໂດຍບໍ່ໄດ້ຮັບອະນຸຍາດ ຈາກຂະແໜງກະສິກໍາ ແລະ ປ່າໄມ້.

ມາດຕາ 24 ການກວດກາແບບກະທັນຫັນ

ການກວດກາແບບກະທັນຫັນ ແມ່ນການກວດກາໃນເວລາທີ່ເຫັນວ່າມີຄວາມຈໍາເປັນ ແລະ ຮີບດ່ວນເປັນຕົ້ນ ມີຄໍາສັ່ງຊີ້ນໍາຂອງຂັ້ນເທິງ, ຕາມແຫຼ່ງຂ່າວ, ຕາມການສະເໜີ, ຕາມການຮ້ອງຟ້ອງ ຂອງ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ກ່ຽວກັບ ການນໍາໄມ້ເຂົ້າ ແລະ ໄມ້ອອກ ທີ່ບໍ່ຖືກຕ້ອງ ຕາມກົດໝາຍ ແລະ ລະບຽບການ.

ການກວດກາແບບກະທັນຫັນ ແມ່ນລົງກວດກາໄດ້ທຸກເວລາ ໂດຍບໍ່ໄດ້ແຈ້ງໃຫ້ຜູ້ດໍາເນີນທຸລະກິດໄມ້ ຊາບ ພ້ອມທັງເຮັດບົດບັນທຶກການກວດກາ.

ໝວດທີ 6

ສິດ ແລະ ພັນທະ ຂອງຜູ້ດໍາເນີນທຸລະກິດໄມ້

ມາດຕາ 25 ສິດ ແລະ ພັນທະ ຂອງໂຮງງານອຸດສາຫະກໍາປຸງແຕ່ງໄມ້

ໂຮງງານອຸດສາຫະກໍາປຸງແຕ່ງໄມ້ ມີສິດ ແລະ ພັນທະ ດັ່ງນີ້:

  1. ເຄື່ອນໄຫວດໍາເນີນທຸລະກິດໄມ້ ໃນຂອບເຂດທີ່ໄດ້ຮັບອະນຸຍາດ ຕາມໃບຢັ້ງຢືນດໍາເນີນ ກິດຈະການໂຮງງານປຸງແຕ່ງໄມ້;
  2. ຊື້-ຂາຍ, ເຄື່ອນຍ້າຍ ໄມ້ ພາຍໃນ ແລະ ສົ່ງອອກຕ່າງປະເທດ ທີ່ຖືກຕ້ອງ ແລະ ສອດຄ່ອງ ຕາມກົດໝາຍ ແລະ ລະບຽບການຕ່າງໆ ທີ່ກ່ຽວຂ້ອງ;
  3. ໄດ້ຮັບການ ສົ່ງເສີມ, ອໍານວຍຄວາມສະດວກ, ຊ່ວຍເຫຼືອ, ແນະນໍາ ຈາກພາກລັດ ແລະ ພາກສ່ວນອື່ນ ທາງດ້ານວິຊາການ ແລະ ການຍົກລະດັບເຕັກນິກ-ເຕັກໂນໂລຊີ ກ່ຽວກັບການດໍາເນີນກິດຈະການໂຮງງານປຸງແຕ່າງໄມ້;
  4. ໄດ້ຮັບນະໂຍບາຍສົ່ງເສີມ ດ້ານພາສີ ແລະ ອາກອນ ສໍາລັບການນໍາເຂົ້າເຄື່ອງຈັກ, ອຸປະກອນຕ່າງໆເພື່ອມາຕິດຕັ້ງພາຍໃນໂຮງງານປຸງແຕ່ງໄມ້ ຕາມກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ ແລະ ກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງ;
  5. ໄດ້ຮັບການຝຶກອົບຮົມ ກ່ຽວກັບລະບົບການຄຸ້ມຄອງ ໄມ້ ສົ້ນເຂົ້າ ແລະ ສົ້ນອອກ ໃນຂະບວນການປຸງແຕ່ງໄມ້ ຈາກພາກລັດຕາມຄວາມເໝາະສົມ;
  6. ໄດ້ຮັບການປົກປ້ອງ ສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຕົນ ຕາມກົດໝາຍ;
  7. ເສຍພັນທະ ພາສີ-ອາກອນ, ຄ່າທໍານຽມ, ຄ່າບໍລິຫານ ແລະ ຄ່າພັນທະອື່ນ ໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ທັນຕາມກໍານົດເວລາ;
  8. ສ້າງລະບົບການຄຸ້ມຄອງ ໄມ້ ສົ້ນເຂົ້າ ແລະ ສົ້ນອອກ;
  9. ລາຍງານ ແລະ ສະໜອງຂໍ້ມູນ ໄມ້ ສົ້ນເຂົ້າ ແລະ ສົ້ນອອກ ໃຫ້ຂະແໜງການກະສິກໍາ ແລະ ປ່າໄມ້;
  10. ປະຕິບັດ ສິດ ແລະ ພັນທະອື່ນ ຕາມທີ່ກໍານົດໄວ້ໃນ ກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງ.

ມາດຕາ 26 ສິດ ແລະ ພັນທະຂອງ ຮ້ານຂາຍໄມ້, ສາງເກັບມ້ຽນໄມ້ ຫຼື ບໍລິສັດ ນໍາເຂົ້າ ແລະ ສົ່ງອອກໄມ້

ຮ້ານຂາຍໄມ້, ສາງເກັບມ້ຽນໄມ້ ຫຼື ບໍລິສັດ ນໍາເຂົ້າ ແລະ ສົ່ງອອກໄມ້ ມີສິດ ແລະ ພັນທະ ດັ່ງນີ້:

  1. ເຄື່ອນໄຫວດໍາເນີນກິດຈະການ ຕາມຂອບເຂດທີ່ໄດ້ຮັບອະນຸຍາດໃນ ໃບທະບຽນວິສາຫະກິດ ແລະ ຕາມລະບຽບການ;
  2. ຊື້-ຂາຍ, ເຄື່ອນຍ້າຍ ໄມ້ ພາຍໃນປະເທດ ຫຼື ສົ່ງອອກຕ່າງປະເທດ ທີ່ຖືກຕ້ອງ ແລະ ສອດຄ່ອງ ຕາມກົດໝາຍ ແລະ ລະບຽບການ;
  3. ໄດ້ຮັບການຝຶກອົບຮົມ ກ່ຽວກັບລະບົບການຄຸ້ມຄອງ ໄມ້ ສົ້ນເຂົ້າ ແລະ ສົ້ນອອກ ໃນຂະບວນການຄ້າໄມ້ ຈາກພາກລັດຕາມຄວາມເໝາະສົມ;
  4. ໄດ້ຮັບການປົກປ້ອງ ສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຕົນ ຕາມກົດໝາຍ;
  5. ເສຍພັນທະ ພາສີ-ອາກອນ ແລະ ຄ່າທໍານຽມອື່ນ ໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ຕາມກໍານົດເວລາ;
  6. ສ້າງລະບົບການຄຸ້ມຄອງ ໄມ້ ສົ້ນເຂົ້າ ແລະ ສົ້ນອອກ;
  7. ລາຍງານ ແລະ ສະໜອງຂໍ້ມູນ ໄມ້ ສົ້ນເຂົ້າ ແລະ ສົ້ນອອກ ໃຫ້ຂະແໜງການກະສິກໍາ ແລະ ປ່າໄມ້;
  8. ປະຕິເສດ ແລະ ພັນທະອື່ນ ຕາມທີ່ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງ.

 

ໝວດທີ 7

ອົງການຄຸ້ມຄອງ ແລະ ຕິດຕາມ ໄມ້ສົ້ນເຂົ້າ ແລະ ສົ້ນອອກ

ມາດຕາ 27 ອົງການຄຸ້ມຄອງ ແລະ ຕິດຕາມ ໄມ້ສົ້ນເຂົ້າ ແລະ ສົ້ນອອກ

ອົງການຄຸ້ມຄອງ ແລະ ຕິດຕາມ ໄມ້ ສົ້ນເຂົ້າ ແລະ ສົ້ນອອກ ແມ່ນຂະແໜງການກະສິກໍາ ແລະ ປ່າໄມ້ ປະກອບມີດັ່ງນີ້:

  1. ຂັ້ນກະຊວງ ແມ່ນ ກົມປ່າໄມ້;
  2. ຂັ້ນແຂວງ ແມ່ນ ພະແນກກະສິກໍາ ແລະ ປ່າໄມ້ ຂັ້ນແຂວງ;
  3. ຂັ້ນເມືອງ ແມ່ນ ຫ້ອງການກະສິກໍາ ແລະ ປ່າໄມ້ ຂັ້ນເມືອງ.

ມາດຕາ 28 ສິດ ແລະ ໜ້າທີ່ ຂອງກົມປ່າໄມ້

                    ກົມປ່າໄມ້ ມີສິດ ແລະ ໜ້າທີ່ ດັ່ງນີ້:

  1. ຜັນຂະຫຍາຍ, ເຜີຍແຜ່ ແລະ ແນະນໍາ ຂໍ້ຕົກລົງສະບັບນີ້ ໃຫ້ພະນັກງານຢູ່ຂັ້ນທ້ອງຖິ່ນ ແລະ ຜູ້ດໍາເນີນທຸລະກິດໄມ້;
  2. ຈັດກອງປະຊຸມປຶກສາຫາລືຮ່ວມມືກັບ ພາກລັດ, ສະມາຄົມອຸດສາຫະກໍາປຸງແຕ່ງໄມ້, ສະມາຄົມເຟີນີເຈີໄມ້, ພາກທຸລະກິດ ແລະ ຄູ່ຮ່ວມພັດທະນາພາຍໃນ ແລະ ສາກົນ ກ່ຽວກັບ ວຽກງານການຄຸ້ມຄອງໄມ້ ສົ້ນເຂົ້າ ແລະ ສົ້ນອອກ ຂອງຜູ້ດໍາເນີນທຸລະກິດໄມ້;
  3. ສົມທົບກັບ ຂະແໜງການສາຍຕັ້ງຂອງຕົນ ຂັ້ນທ້ອງຖິ່ນ ໃນການຕິດຕາມ ແລະ ກວດກາ ການຈັດຕັ້ງປະຕິບັດ ການຄຸ້ມຄອງ ໄມ້ ສົ້ນເຂົ້າ ແລະ ສົ້ນອອກ ຂອງຜູ້ດໍາເນີນທຸລະກິດໄມ້;
  4. ສະຫຼຸບລາຍງານວຽກງານ ການຄຸ້ມຄອງ ໄມ້ ສົ້ນເຂົ້າ ແລະ ສົ້ນອອກ ໃຫ້ການນໍາກະຊວງກະສິກໍາ ແລະ ປ່າໄມ້ ໃນແຕ່ລະໄລຍະ;
  5. ປະຕິບັດສິດ ແລະ ໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນ ກົດໝາຍ ແລະ ລະບຽບການ.

ມາດຕາ 29 ສິດ ແລະ ໜ້າທີ່ຂອງພະແນກກະສິກໍາ ແລະ ປ່າໄມ້ ຂັ້ນແຂວງ

                    ພະແນກກະສິກໍາ ແລະ ປ່າໄມ້ແຂວງ ມີສິດ ແລະ ໜ້າທີ່ ດັ່ງນີ້:

  1. ເຜີຍແຜ່ ແລະ ແນະນໍາຂໍ້ຕົກລົງສະບັບນີ້ ໃຫ້ພະນັກງານ ຢູ່ຂັ້ນເມືອງ ແລະ ຜູ້ດໍາເນີນທຸລະກິດໄມ້;
  2. ຈັດກອງປະຊຸມປຶກສາຫາລືຮ່ວມກັບ ພາກລັດ, ສະມາຄົມອຸດສາຫະກໍາປຸງແຕ່ງໄມ້, ສະມາຄົມເຟີນີເຈີໄມ້, ພາກທຸລະກິດ ກ່ຽວກັບ ວຽກງານການຄຸ້ມຄອງ ໄມ້ ສົ້ນເຂົ້າ ແລະ ສົ້ນອອກ ຂອງຜູ້ດໍາເນີນທຸລະກິດໄມ້;
  3. ສົມທົບ ກັບຂະແໜງການສາຍຕັ້ງຂອງຕົນ ຂັ້ນເມືອງ ໃນການຕິດຕາມ ແລະ ກວດກາການຈັດຕັ້ງປະຕິບັດ ການຄຸ້ມຄອງ ໄມ້ ສົ້ນເຂົ້າ ແລະ ສົ້ນອອກ ຂອງຜູ້ດໍາເນີນທຸລະກິດໄມ້;
  4. ສະຫຼຸບລາຍງານວຽກງານ ການຄຸ້ມຄອງໄມ້ສົ້ນເຂົ້າ ແລະ ສົ້ນອອກ ໃຫ້ການນໍາຂັ້ນແຂວງ ແລະ ກະຊວງກະສິກໍາ ແລະ ປ່າໄມ້ ໃນແຕ່ລະໄຍລະ;
  5. ປະຕິດບັດສິດ ແລະ ໜ້າທີອື່ນ ຕາມທີ່ໄດ້ກໍານົດໄວ້ໃນ ກົດໝາຍ ແລະ ລະບຽບການ.

ມາດຕາ 30 ສິດ ແລະ ໜ້າທີ່ ຂອງຫ້ອງການກະສິກໍາ ແລະ ປ່າໄມ້ຂັ້ນເມືອງ

                ຫ້ອງການກະສິກໍາ ແລະ ປ່າໄມ້ ຂັ້ນເມືອງ ມີສິດ ແລະ ໜ້າທີ່ ດັ່ງນີ້:

  1. ເຜີຍແຜ່ ແລະ ແນະນໍາ ຂໍ້ຕົກລົງສະບັບນີ້ ໃຫ້ຜູ້ດໍາເນີນທຸລະກິດໄມ້;
  2. ຕິດຕາມ, ກວດກາ ແລະ ຢັ້ງຢືນ ການຈັດຕັ້ງປະຕິບັດ, ການຄຸ້ມຄອງ ໄມ້ສົ້ນເຂົ້າ ແລະ ສົ້ນອອກໃຫ້ການນໍາ ຂັ້ນເມືອງ ແລະ ພະແນກກະສິກໍາ ແລະ ປ່າໄມ້ ຂັ້ນແຂວງ ໃນແຕ່ລະໄລຍະ;
  3. ຈັດກອງປະຊຸມປຶກສາຫາລື, ສະຫຼຸບລາຍງານວຽກງານ ການຄຸ້ມຄອງໄມ້ສົ້ນເຂົ້າ ແລະ ສົ້ນອອກ ໃຫ້ການນໍາ ຂັ້ນເມືອງ ແລະ ພະແນກກະສິກໍາ ແລະ ປ່າໄມ້ ຂັ້ນແຂວງ ໃນແຕ່ລະໄລຍະ;
  4. ປະຕິບັດສິດ ແລະ ໜ້າທີອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ.

ໝວດທີ 8

ຂໍ້ຫ້າມ

ມາດຕາ 31 ຂໍ້ຫ້າມ ທົ່ວໄປ

                ຫ້າມ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ມີພຶດຕິກໍາໃດໜຶ່ງ ດັ່ງນີ້:

  1. ເຄື່ອນຍ້າຍ ໄມ້ ເຂົ້າ ແລະ ອອກ ໂຮງງານ, ສາງເກັບມ້ຽນໄມ້ ແລະ ຮ້ານຂາຍໄມ້ ໂດຍບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ;
  2. ດໍາເນີນການ ຊື້-ຂາຍ ໄມ້ ທີ່ບໍ່ຖືກຕ້ອງ;
  3. ສ້າງອຸປະສັກ, ສິ່ງກີດຂວາງ ຫຼື ຂັດຂວາງໃນທຸກຮູບແບບ ຕໍ່ກັບການຄຸ້ມຄອງ ແລະ ຕິດຕາມ ໄມ້ສົ້ນເຂົ້າ ແລະ ສົ້ນອອກ;
  4. ມີພຶດຕິກໍາອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.

ມາດຕາ 32 ຂໍ້ຫ້າມ ສໍາລັບ ຜູ້ດໍາເນີນທຸລະກິດໄມ້

                    ຫ້າມ ຜູ້ດໍາເນີນທຸລະກິດໄມ້ ມີພຶດຕິກໍາໃດໜຶ່ງ ດັ່ງນີ້:

  1. ເຄື່ອນຍ້າຍ ໄມ້ ເຂົ້າ ແລະ ອອກ ໂຮງງານ, ສາງເກັບມ້ຽນໄມ້ ແລະ ຮ້ານຂາຍໄມ້ ໂດຍບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ;
  2. ໃຫ້ສິນບົນແກ່ ເຈົ້າໜ້າທີ່ ແລະ ພະນັກງານ;
  3. ຂັດຂວາງ ຫຼື ບໍ່ໃຫ້ຄວາມຮ່ວມມືຕໍ່ ເຈົ້າໜ້າທີ່ ແລະ ພະນັກງານ;
  4. ປອມແປງເອກະສານ ຫຼື ປິດບັງຂໍ້ມູນຄວາມຈິງ;
  5. ມີພຶດຕິກໍາອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.

ມາດຕາ 33 ຂໍ້ຫ້າມ ສໍາລັບ ເຈົ້າໜ້າທີ່ ແລະ ພະນັກງານ

ຫ້າມ ເຈົ້າໜ້າທີ່ ແລະ ພະນັກງານ ຂະແໜງການກະສິກໍາ ແລະ ປ່າໄມ້ ມີພຶດຕິກໍາໃດໜຶ່ງ ດັ່ງນີ້:

  1. ສວຍໃຊ້ອໍານາດ, ໜ໊າທີ່, ຕໍາແໜ່ງ, ສົມຮູ້ຮ່ວມຄິດ ຫຼື ມີວິທີການອື່ນທຸກຮູບແບບ ແລະ ຮັບສິນບົນເພື່ອຜົນປະໂຫຍດສ່ວນຕົວ;
  2. ໃຊ້ສິດໜ້າທີ່ເກີນຂອບເຂດ ຊຶ່ງກໍ່ຄວາມເສຍຫາຍໃຫ້ແກ່ຜົນປະໂຫຍດຂອງລັດ ແລະ ຜູ້ປະກອບການ;
  3. ເມີນເສີຍຕໍ່ການລາຍງານ ກ່ຽວກັບ ການເຄື່ອນໄຫວບໍ່ຖືກຕ້ອງ ຕາມກົດໝາຍ ແລະ ລະບຽບການຂອງຜູ້ດໍາເນີນທຸລະກິດໄມ້;
  4. ເປີດເຜີຍເອກະສານຂອງຜູ້ດໍາເນີນທຸລະກິດໄມ້;
  5. ກົດໜ່ວງ, ຖ່ວງດຶງເອກະສານ ຫຼື ປອມແປງລາຍເຊັນ;
  6. ມີພຶດຕິກໍາອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.

ໝວດທີ 9

ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ

ມາດຕາ 34 ນະໂຍບາຍຕໍ່ຜູ້ມີຜົນງານ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຜົນງານດີເດັ່ນ ໃນການຈັດຕັ້ງປະຕິບັດ ຂໍ້ຕົກລົງສະບັບນີ້ ຈະໄດ້ຮັບການຍ້ອງຍໍ ແລະ ນະໂຍບາຍອື່ນ ຕາມລະບຽບການ.

ມາດຕາ 35 ມາດຕະການຕໍ່ຜູ້ລະເມີດ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ໃດໜຶ່ງ ຫາກລະເມີດຂໍ້ຕົກລົງສະບັບນີ້ ຈະຖືກຕັກເຕືອນ, ສຶກສາອົບຮົມ, ປະຕິບັດວິໄນ, ປັບໃໝ, ດໍາເນີນທາງແພ່ງ ຫຼື ອາຍາ ແລ້ວແຕ່ກໍລະນີເບົາ ຫຼື ໜັກ.

 

ໝວດທີ 10

ບົດບັນຍັດສຸດທ້າຍ

ມາດຕາ 36 ການຈັດຕັ້ງປະຕິບັດ

ມອບໃຫ້ກົມປ່າໄມ້, ພະແນກກະສິກໍາ ແລະ ປ່າໄມ້ ຂັ້ນແຂວງ ແລະ ຫ້ອງການກະສິກໍາ ແລະ ປ່າໄມ້ ຂັ້ນເມືອງ ເປັນເຈົ້າການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເຜີຍແຜ່, ແນະນໍາ ແລະ ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ຢ່າງເຂັ້ມງວດ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຄວາມຮັບຜິດຊອບຂອງຕົນ ໂດຍສອດຄ່ອງກັບ ກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງ.

ມາດຕາ 37 ຜົນສັກສິດ

ຂໍ້ຕົກລົງສະບັບນີ້ ໃຊ້ປ່ຽນແທນຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ແລະ ຕິດຕາມ ໄມ້ ສົ້ນເຂົ້າ ແລະ ສົ້ນອອກ ສະບັບເລກທີ 0777/ອຄ.ກອຫ, ລົງວັນທີ 25 ສິງຫາ 2020 ແລະ ມີຜົນສັກສິດ ພາຍຫຼັງລົງລາຍເຊັນ ແລະ ພິມລົງໃນຈົດໝາຍເຫດທາງລັດຖະການ ສິບຫ້າ ວັນ.

 

ລັດຖະມົນຕີ

ປອ. ເພັດ ພົມພີພັກ

# ຫົວຂໍ້ ດາວໂຫຼດ
1 ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງ ແລະ ຕິດຕາມ ໄມ້ ສົ້ນເຂົ້າ ແລະ ສົ້ນອອກ, ເລກທີ 1045/ກປ, ລົງວັນທີ 16 ມັງກອນ 2023. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.