ໃນຕອນເຊົ້າຂອງ ວັນສຸກ ວັນທີ 10 ກຸມພາ 2023 ທີ່ ຫ້ອງປະຊຸມພັກ ຊັ້ນ 2, ກະຊວງອຸດສາຫະກຳ ແລະ ການຄ້າ. ກົມການນໍາເຂົ້າ ແລະ ສົ່ງອອກ (ກົມ ຂອ), ກະຊວງອຸດສາຫະກໍາ ແລະ ການຄ້າ (ກະຊວງ ອຄ) ໄດ້ຈັດ “ກອງປະຊຸມລາຍງານຜົນການສຶກສາເວລາກວດປ່ອຍສິນຄ້າ (TRS) ເບື້ອງຕົ້ນ ປະຈຳປີ 2022” ໂດຍການເປັນປະທານ ຂອງ ທ່ານ ມົວວິໄຊ ປາລີ, ຮອງຫົວໜ້າກົມ ຂອ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງຈາກສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມທັງແບບເຊິ່ງໜ້າ ແລະ ທາງໄກ. ໂດຍໄດ້ຮັບການສະໜັບສະໜູນງົບປະມານຈາກ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (LCT).

     ຜ່ານມາ, ກົມ ຂອ ໄດ້ສົມທົບກັບ ກົມພາສີ ເພື່ອເລີ່ມດໍາເນີນການສຶກສາເວລາໃນການກວດປ່ອຍສິນຄ້າ (TRS) ຢູ່ ສປປ ລາວ ປະຈໍາປີ 2022 ນັບແຕ່ເດືອນ ກໍລະກົດ 2022 ເປັນຕົ້ນມາ. ຊຶ່ງການດໍາເນີນການສຶກສາ TRS ປະຈຳປີ 2022 ແມ່ນໄດ້ຂະຫຍາຍຂອບເຂດການສຶກສາ ໄປສູ່ຂະແໜງການ ແລະ ດ່ານສາກົນອື່ນ ເຊັ່ນ: ໃບອະນຸຍາດນໍາເຂົ້າແນວພັນພືດ ຂອງກົມປູກຝັງ; ໃບອະນຸຍາດນໍາເຂົ້າ ຝຸ່ນ ແລະ ຢາປາບສັດຕູພືດ, ໃບຢັ້ງຢືນສຸຂານາໄມພືດສົ່ງອອກ ຂອງຂະແໜງປູກຝັງ ຢູ່ 3 ແຂວງ (ນະຄອນຫຼວງວຽງຈັນ, ຫຼວງນໍ້າທາ ແລະ ຈໍາປາສັກ) ລວມທັງໄດ້ເພີ່ມດ່ານເປົ້າໝາຍ ຈໍານວນ 4 ດ່ານພາສີສາກົນ (ດ່ານສາກົນ ນໍ້າເງິນ, ປາງຫົກ, ສະໜາມບິນວັດໄຕ ແລະ ທ່າບົກທ່ານາແລ້ງ). ນອກຈາກນີ້, ກະຊວງ ອຄ ກໍ່ຍັງໄດ້ອອກຂໍ້ຕົກລົງແຕ່ງຕັ້ງຄະນະຮັບຜິດຊອບສຶກສາເວລາໃນການກວດປ່ອຍສິນຄ້າ TRS ຊຶ່ງປະກອບມີຂະແໜງການທີ່ກ່ຽວຂ້ອງຢູ່ຂັ້ນສູນກາງ ຈໍານວນ 8 ຂະແໜງການ ແລະ ຂັ້ນແຂວງ 3 ຂະແໜງການ ເຂົ້າຮ່ວມເປັນຄະນະ ແລະ ໄດ້ສໍາເລັດການອອກແບບສອບຖາມສໍາລັບການສຶກສາ TRS ປີ 2022 ເພື່ອໃຫ້ຂະແໜງການທີ່ກ່ຽວຂ້ອງໃນການເກັບກໍາຂໍ້ມູນ.

     ນອກຈາກນັ້ນ, TRS ຍັງສາມາດປະເມີນຜົນປະສິດທິພາບ ແລະ ປະສິດທິຜົນຂອງຂະບວນການອອກອະນຸຍາດ ແລະ ການກວດປ່ອຍສິນຄ້າຢູ່ດ່ານຊາຍແດນ, ປັບປຸງຂັ້ນຕອນ ແລະ ການເພື່ອເຜີຍແຜ່ຂໍ້ມູນກ່ຽວກັບເວລາທີ່ໃຊ້ໃນການອອກອະນຸຍາດ ແລະ ເວລາກວດປ່ອຍສິນຄ້າຢູ່ດ່ານຊາຍແດນ ໃຫ້ສັງຄົມ, ນັກທຸລະກິດ ແລະ ອົງການຈັດຕັ້ງສາກົນ ຮັບຊາບ ໂດຍແນໃສ່ເພີ່ມທະວີການອໍານວຍຄວາມສະດວກດ້ານການຄ້າລະຫວ່າງປະເທດໄປໄດ້ໃນອີກລະດັບ.

     ຄາດໝາຍຂອງກອງປະຊຸມໃນຄັ້ງນີ້ແມ່ນ (1) ເພື່ອຄວາມເປັນເອກະພາບຕໍ່ຜົນການສຶກສາ ເບື້ອງຕົ້ນ TRS ປະຈຳປີ 2022  ແລະ ເປັນບ່ອນອີງໃນການກະກຽມຮ່າງບົດລາຍງານ TRS ປະຈຳປີ 2022. (2) ສົ່ງເສີມໃຫ້ຂະແໜງການທີ່ກ່ຽວຂ້ອງ ມີຄວາມຮັບຮູ້ ກ່ຽວກັບຄວາມສໍາຄັນຂອງການປັບປຸງຂັ້ນຕອນ ແລະ ເວລາ ໃນການອອກອະນຸຍາດ, ຢັ້ງຢືນ ການນໍາເຂົ້າ-ສົ່ງອອກ ໃຫ້ໄດ້ຢ່າງໜ້ອຍ 50% ຕາມເນື້ອໃນຈິດໃຈຂອງຄໍາສັ່ງ 12/ນຍ. ພ້ອມດຽວກັນ, ກໍ່ເພື່ອຊຸກຍູ້ບັນດາຂະແໜງການທີ່ຄຸ້ມຄອງການອອກອະນຸຍາດນຳເຂົ້າ-ສົ່ງອອກສິນຄ້າ ໃຫ້ຫັນມານຳໃຊ້ລະບົບເອເລັກໂຕຣນິກ ໃນການອອກອະນຸຍາດໃຫ້ຫຼາຍຂຶ້ນ ໂດຍສະເພາະແມ່ນການນຳໃຊ້ລະບົບແຈ້ງພາສີປະຕູດຽວ (LNSW) ເຂົ້າໃນການຄຸ້ມຄອງການອອກອະນຸຍາດ ເພື່ອໃຫ້ມີຄວາມສະດວກ, ວ່ອງໄວ ແລະ ໂປ່ງໃສ.

     ມາຮອດປະຈຸບັນ, ແມ່ນກຳລັງຢູ່ໃນຂັ້ນຕອນການວິເຄາະຂໍ້ມູນຂອງບັນດາດ່ານພາສີສາກົນ (14 ດ່ານ) ແລະ ຮ່າງບົດລາຍງານຜົນການສຶກສາ TRS ປະຈຳປີ 2022 ຊຶ່ງຄາດວ່າຈະສໍາເລັດໃນງວດ I ປີ 2023 ນີ້.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.