ພິທີເປີດນໍາໃຊ້ສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ ໄດ້ຈັດຂຶ້ນທີ່ໂຮງ ແຮມລາວພລາຊາ ຊຶ່ງມີຜູ້ເຂົ້າຮ່ວມຈາກຫຼາຍພາກສ່ວນເຊັ່ນ: ບັນດາເອກອັກຄະລັກຖະທູດ ຈາກຫຼາຍປະເທດ, ຕົວແທນຈາກອົງການຈັດຕັ້ງສາກົນຕ່າງໆ ພ້ອມນັ້ນກໍມີຕົວແທນຈາກ ພາກລັດຫຼາຍຂະແໜງການ ພ້ອມດ້ວຍສະມາຄົມຜູ້ປະກອບການ ການຄ້າອີກດ້ວຍ. ພິທີ ດັ່ງກ່າວໄດ້ໄຂຂຶ້ນຢ່າງເປັນທາງການ ໂດຍທ່ານ ດຣ.ນາມ ວິຍະເກດ, ລັດຖະມົນຕີວ່າການ ກະຊວງອຸດສາຫະກໍາ ແລະ ການຄ້າ.

ສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ ໄດ້ຮັບການພັດທະນາໂດຍ ກົມການນໍາເຂົ້າ ແລະ ສົ່ງ ອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ເພື່ອປະຕິບັດພັນທະ ໃນການເຂົ້າເປັນສະມາຊິກຂອງອົງການການຄ້າ ໂລກຂອງ ສປປ ລາວ ແລະ ເພື່ອເພີ່ມຄວາມໂປ່ງໃສ ຕໍ່ຂໍ້ມູນຂ່າວສານທີ່ກ່ຽວກັບການຄ້າ. ສູນຂໍ້ມູນຂ່າວສານ ທາງດ້ານການຄ້າຂອງ ສປປ ລາວ ເປັນເວັບໄຊທ໌ດຽວທີ່ລວມເອົາຂໍ້ມູນທັງໝົດ ທີ່ພົວພັນກັບການຄ້າຈາກບັນດາ ຂະແໜງການຕ່າງໆຂອງລັດທີ່ກ່ຽວຂ້ອງ. ພ້ອມນັ້ນ, ສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ ຍັງ ໄດ້ຕອບສະໜອງຂໍ້ຜູກພັນຂອງສະມາຊິກອົງການການຄ້າໂລກ ດ້ວຍການເຜີຍແຜ່ລາຍລະອຽດກ່ຽວກັບຈຸດສອບ ຖາມທາງ​ດ້ານ​ສຸຂານາ​ໄມ-ສຸຂານາ​ໄມ​ພືດ ​ແລະ ສິ່ງກີດຂວາງດ້ານເຕັກນິກ​​ຕໍ່​ການ​ຄ້າ ຊຶ່ງປະຈຸບັນນີ້ໄດ້ຮັບການ ສ້າງຕັ້ງຂຶ້ນໃນ ສປປ ລາວ ແລ້ວ.

ໃນພິທີເປີດນໍາໃຊ້ສູນຂໍ້ມູນຂ່າວສານດັ່ງກ່າວ, ທ່ານ ຄູນ ສຸທໍາມະໂກດ, ຫົວໜ້າກົມການນໍາເຂົ້າ ແລະ ສົ່ງອອກ ໄດ້ກ່າວວ່າ ສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ ບໍ່ພຽງແຕ່ຈະເຮັດໃຫ້ບັນດາບໍລິສັດທັງພາຍໃນ ແລະ ຕ່າງປະເທດສາມາດດໍາເນີນທຸລະກິດຂອງພວກເຂົາ ຢູ່ໃນ ສປປ ລາວ ໄດ້ງ່າຍຂຶ້ນ ເທົ່ານັ້ນ ແຕ່ມັນຍັງຈະ ຊ່ວຍໃຫ້ເຂົາເຈົ້າປະຢັດຄ່າໃຊ້ຈ່າຍໄດ້ອີກດ້ວຍ. ສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ ຈະເພີ່ມ ຄວາມໂປ່ງໃສ ໃນການດໍາເນີນທຸລະກິດຢູ່ ສປປ ລາວ ທັງຍັງຈະຊ່ວຍສົ່ງເສີມຄຸນນະພາບຂອງການລົງທຶນຈາກ ຕ່າງປະເທດໄດ້ດີຂຶ້ນຢ່າງຫຼວງຫຼາຍ.

ພວກເຮົາຢາກເຊື້ອເຊີນບັນດາສະມາຄົມການຄ້າ ໃຫ້ມານໍາໃຊ້ເວັບໄຊທ໌ດັ່ງກ່າວນີ້ໃຫ້ຫຼາຍທີ່ສຸດ ພ້ອມທັງສະເໜີຄໍາ ເຫັນ ແລະ ຄໍາແນະນໍາ ເພື່ອທີ່ພວກເຮົາຈະສາມາດນໍາມາປັບປຸງສູນຂໍ້ມູນນີ້ ໃຫ້ເປັນປະໂຫຍດສູງສຸດແກ່ຊາວຄ້າ ຂາຍຕໍ່ໄປ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.