ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

 

ກະຊວງກະສິກຳ ແລະ ປ່າໄມ້

ເລກທີ 0183/ກປປ

ກົມປູກຝັງ

ນະຄອນຫຼວງວຽງຈັນ, ວັນທີ 31 ມັງກອນ 2023

 

ຄຳແນະນຳ

ກ່ຽວກັບ ເງື່ອນໄຂສຸຂານາໄມພືດ ສຳລັບການສົ່ງອອກໝາກໂມ

ຈາກ ສປປ ລາວ ໄປ ສປ ຈີນ

 

  • ອີງຕາມ ກົດໝາຍ ວ່າດ້ວຍການປ້ອງກັນພືດ ແລະ ການກັກກັນພືດ ສະບັບເລກທີ 13/ສພຊ, ລົງວັນທີ 15 ພະຈິກ 2016;
  • ອີງຕາມ ຂໍ້ຕົກລົງ ຂອງລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກົມປູກຝັງ ສະບັບເລກທີ 0078/ກປ, ລົງວັນທີ 12 ມັງກອນ 2022;
  • ອີງຕາມ ຂໍ້ກຳນົດ ເງື່ອນໄຂດ້ານສຸຂານາໄມພືດ ກ່ຽວກັບ ການສົ່ງອອກໝາກໂມ ຂອງ ສປປ ລາວ ໄປຍັງ ສປ ຈີນ ລົງວັນທີ 11 ມິຖຸນາ 2019;

ໃນໄລຍະຜ່ານມາ ລັດຖະບານ ໄດ້ມີນະໂຍບາຍສົ່ງເສີມການຜະລິດພືດເປັນສິນຄ້າ ເຮັດໃຫ້ມີການແລກ ປ່ຽນຄ້າຂາຍຜະລິດຕະພັນສິນຄ້າກະສິກຳ ກັບພາກພື້ນ ແລະ ສາກົນ ນັບມື້ນັບເພີ່ມຂຶ້ນ. ໃນນັ້ນ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ລົງນາມໃນອານຸສັນຍາ ຮ່ວມກັບ ອົງການບໍລິຫານພາສີ ແຫ່ງ ສປ ຈີນ ກ່ຽວກັບ ເງື່ອນໄຂດ້ານສຸຂານາໄມພືດ  ສຳລັບ ການສົ່ງອອກ ໝາກໂມ ຂອງ ສປປ ລາວ ໄປ ສປ ຈີນ ເຊິ່ງເຫັນວ່າໄດ້ມີການປູກໝາກໂມ ໃນຫຼາຍພື້ນທີ່ ສ້າງລາຍຮັບໃຫ້ປະຊາຊົນ ແລະ ປະກອບ ສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ໄດ້ເປັນຢ່າງດີ. ແຕ່ການຊຸກຍູ້ສົ່ງເສີມດັ່ງກ່າວ ໃນຂອດການຈັດຕັ້ງປະຕິບັດ ຍັງບໍ່ທັນສອດຄ່ອງກັບອະນຸສັນຍາ ເປັນຕົ້ນ ລະບົບການຜະລິດ, ລະບົບການຕິດຕາມ ແລະ ການຈັດການສັດຕູພືດໃນສວນປູກ, ຂັ້ນຕອນການບຳບັດ, ການຈັດການຄວາມສະອາດ ໂຮງເຮືອນຫຸ້ມຫໍ່ບັນຈຸ ແລະ ການຈົດບັນທຶກ.

ເພື່ອໃຫ້ການຄຸ້ມຄອງການຜະລິດ ແລະ ການສົ່ງອອກ ໝາກໂມ ຫັນເຂົ້າສູ່ລະບົບ, ມີຄວາມເປັນເອກະພາບ, ໂປ່ງໃສ ແລະ ສອດຄ່ອງກັບ ອານຸສັນຍາ ກ່ຽວກັບ ຂໍ້ກຳນົດເງື່ອນໄຂດ້ານສຸຂານາໄມພືດ ສຳລັບການສົ່ງອອກ ຈາກ ສປປ ລາວ ໄປ ສປ ຈີນ ພ້ອມທັງ ກົດໝາຍ, ລະບຽບການ ແລະ ສົນທິສັນຍາ ວ່າດ້ວຍ ການປ້ອງກັນພືດສາກົນ ທີ່ ສປປ ລາວ ແລະ ສປ ຈີນ ເປັນພາຄີນັ້ນ;

ກົມປູກຝັງ ອອກຄຳແນະນຳ

 

  1. ຈຸດປະສົງ ແລະ ເປົ້າໝາຍ
  • ເພື່ອປະຕິບັດຕາມ ອານຸສັນຍາ ກ່ຽວກັບ ຂໍ້ກຳນົດເງື່ອນໄຂສຸຂານາໄມພືດ ສຳລັບ ການສົ່ງອອກໝາກໂມ ຈາກ ສປປ ລາວ ໄປ ສປ ຈີນ;
  • ເພື່ອໃຫ້ຄຳແນະນຳ ກ່ຽວກັບ ຂັ້ນຕອນ ແລະ ວິທີການປະຕິບັດເງື່ອນໄຂດ້ານສຸຂານາໄມພືດ ສຳລັບ ການສົ່ງອອກ ໃຫ້ມີຄວາມເປັນເອກະພາບ ໃນຂອບເຂດທົ່ວປະເທດ.
  1. ເງື່ອນໄຂດ້ານສຸຂານາໄມພືດ ສຳລັບການສົ່ງອອກໝາກໂມ ຈາກ ສປປ ລາວ ໄປ ສປ ຈີນ
  1. ຊະນິດໝາກໂມ

ໝາກໂມ ທີ່ຈະສົ່ງອອກ ຈາກ ສປປ ລາວ ໄປ ສປ ຈີນ ພາຍໃຕ້ອານຸສັນຍາ ດ້ານສຸຂານາໄມພືດ ຕ້ອງເປັນໝາກໂມ ຊະນິດພັນ ທີ່ສາມາດສົ່ງອອກຕາມອານຸສັນ ມີຊື່ວິທະຍາສາດ Citullus lanatus, ຊື່ສາມັນພາສາອັງກິດ Watermelon ແລະ ເປັນໝາກໄມ້ທີ່ບໍ່ຜ່ານການແປຮູບ.

  1. ສັດຕູພືດກັກກັນ

ໝາກໂມ ທີ່ຈະສົ່ງອອກ ຈາກ ສປປ ລາວ ໄປ ສປ ຈີນ ຕ້ອງບໍ່ປົນເປື້ອນຈາກ ກ້ານ, ໃບ ແລະ ດິນ ແລະ ບໍ່ໃຫ້ຕິດແປດສັດຕູພືດກັກກັນ ທີ່ຝ່າຍຈີນກຳນົດໄວ້ ຄືດັ່ງລຸ່ມນີ້:

  1. ການຈັດການສວນປູກ

ໝາກໂມ ທີ່ຈະສົ່ງອອກໄປ ສປ ຈີນ ຕ້ອງມີມາດຕະການເຝົ້າລະວັງສັດຕູພືດກັກກັນ ແລະ ມີການຈັດການສວນແບບປະສົມປະສານ ດັ່ງນີ້:

  1. ການຈັດການສວນປູກ ຕ້ອງປະຕິບັດຕາມ ເງື່ອນໄຂ ມາດຕະຖານກະສິກຳທີ່ດີ (GAP) ກ່ຽວກັບ ຄວາມປອດໄພຂອງຜົນຜະລິດ ຄື: ຂໍ້ກຳນົດກ່ຽວກັບ ປະຫວັດ ແລະ ການຈັດການພື້ນທີ່, ການນຳໃຊ້ແນວພັນພືດ, ການນຳໃຊ້ຝຸ່ນ ແລະ ສານປັບປຸງດິນ, ການນຳໃຊ້ນ້ຳ, ການນຳໃຊ້ສານເຄມີ, ເກັບກ່ຽວ ແລະ ການຈັດການ ຜົນຜະລິດດ ເຄຫາສະຖານ, ການທຳຄວາມສະອາດ ແລະ ອານາໄມ, ການຄວບຄຸມສັດລ້ຽງ ແລະ ສັດຕູພືດ, ການອະນາໄມສ່ວນບຸກຄົນ, ການຮັກສາຄຸນນະພາບຜົນຜະລິດ, ການເກັບຮັກສາ ແລະ ການຂົນສົ່ງ, ການກວດຍ້ອນຫຼັງ ແລະ ການຮຽກຄືນ, ການຝຶກອົບຮົມ, ການບັນທຶກເອກະສານ ແລະ ການທົບທວນຄືນ;
  2. ການຈັດການສັດຕູພືດກັກກັນ ໃນສວນປູກ ຕ້ອງມີການຈັດການສັດຕູພືດແບບປະສົມປະສານ (IPM) ເຊັ່ນ: ການໃຊ້ກັບດັກເຟລາໂມນ ແລະ ກາວເຫຼືອງ, ການອານາໄມສວນປູກ ແລະ ຮັກສາຄວາມສະອາດ, ການເກັບທຳລາຍໝາກທີ່ລົ່ນຖິ້ມ, ການຕັດແຕ່ງກິ່ງງ່າ ແລະ ອານຸລັກແມງໄມ້ທີ່ເປັນປະໂຫຍດ, ຖ້າພົບເຫັນສັດຕູພືດ ຄວນນຳໃຊ້ວິທີກາຍະພາບ ໂດຍການເກັບທຳລາຍແມງໄມ້ສັດຕູພືດຖິ້ມ ແລະ ນຳໃຊ້ວິທີການອື່ນທີ່ເໝາະສົມ;
  3. ຜູ້ປະກອບການຕ້ອງມີການບັນທຶກລະອຽດ ກ່ຽວກັບ ການຕິດຕາມ ແລະ ການຈັດການສັດຕູພືດ ເຊັ່ນ: ຊື່ສານເຄມີ, ລະດູການນຳໃຊ້, ສານອອກລິດ, ປະລິມານນຳໃຊ້ ແລະ ຂໍ້ມູນອື່ນໆທີ່ກ່ຽວຂ້ອງ, ການບັນທຶກເອກະສານຕ້ອງເກັບຮັກສາໄວ້ເປັນຢ່າງດີ ແລະ ໃຫ້ມີພ້ອມໃນເວລາກວດກາຂອງເຈົ້າໜ້າທີ່;
  4. ສະຖານທີ່ປະກອບການຜະລິດ ຕ້ອງມີມາດຕະການປ້ອງກັນ ແລະຄວບຄຸມການຕິດແປດພະຍາດໂຄວິດ-19 ໃສ່ຜະລິດຕະພັນ ແລະ ຜູ້ປະຕິບັດໜ້າທີ່.
  1. ໂຮງເຮືອນຫຸ້ມຫໍ່

ການຈັດການພາຍໃນໂຮງເຮືອນຫຸ້ມຫໍ່ບັນຈຸ ຕ້ອງປະຕິບັດ ດັ່ງນີ້:

  1. ການຫຸ້ມຫໍ່ບັນຈຸ ຕ້ອງຄັດເລືອກເອັາໝາກທີ່ສົມບູນ ປາສະຈາກ ໝາກເນົ່າ, ພະຍາດ, ແມງໄມ້, ໃບ, ດິນ, ແລະ ຊິ້ນສ່ວນເສດເຫຼືອອື່ນ ອອກໃຫ້ໝົດ;
  2. ອານາໄມ ແລະ ເຄືອບເງົາ ເພື່ອກຳຈັດໄຂ່ແມງໄມ້, ເພ້ຍຫອຍ, ໄຮ, ແມງໝີ່ຂາວ ທີ່ຢູ່ຕາມເປືອກຂອງ    ໝາກໂມ, ພ້ອມກຳຈັດເຊື້ອພະຍາດ ດ້ວຍການນຳໃຊ້ຢາຂ້າເຊື້ອຣາຫຼັງການເກັບກ່ຽວ;
  3. ວັດສະດຸຫຸ້ມຫໍ່ບັນຈຸຕ້ອງສະອາດ, ບໍ່ເຄີຍນຳໃຊ້ມາກ່ອນ ແລະ ຕ້ອງສອດຄ່ອງກັບເງື່ອນໄຂສຸຂານາໄມພືດທີ່ກ່ຽວຂ້ອງ ທີ່ ສປ ຈີນ ກຳນົດ;
  4. ວັດສະດຸຫຸ້ມຫໍ່ບັນຈຸ ຕ້ອງພິມ ຫຼື ຕິດສະຫຼາກ ຂະໜາດຕົວອັກສອນທີ່ຈະແຈ້ງໃສ່ດ້ານຂ້າງ ແລະ ດ້ານເທິງ. ເນື້ອໃນສະຫຼາກຕ້ອງຂຽນເປັນພາສາອັງກິດ ໂດຍລະບຸແຈ້ງ ປະເທດສົ່ງອອກ ພ້ອມທັງລະບຸແຈ້ງຂໍ້ມຸນ ຊື່ບໍລິສັດສົ່ງອອກ, ຊື່ແນວພັນ, ລະຫັດສວນປູກ, ລະຫັດໂຮງເຮືອນຫຸ້ມຫໍ່ ແລະ ວັນເດືອນປີຫຸ້ມຫໍ່ ຕາມຮູບແບບ ແລະ ຂະໜາດດັ່ງນີ້:

 

  •  Export to the People’s Republic of China………………………………….
  • Name of the Exporting company: …………………………………………..
  • Fruit type: …………………………………………………………………...
  • Orchard register number: …………………………………………………....
  • Packing house register number……………………………………………....
  • Packing date: ………………………………………………………………...

 

  1.  ພາຍຫຼັງຫຸ້ມຫໍ່ບັນຈຸຜົນຜະລິດສຳເລັດ ໃຫ້ແຍກເກັບຮັກສາໄວ້ໃນສະຖານທີ່ສະອາດ ເພື່ອປ້ອງກັນກນຕິດແປດຂອງສັດຕູພືດ ແລະ ປົນເປື້ອນ.
  1. ການຂຶ້ນທະບຽນ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຈຕັ້ງ ທີ່ມີຈຸດປະສົງ ຂໍຂຶ້ນທະບຽນ ຫຼື ຂໍຕໍ່ໃບທະບຽນ ສວນປູກ, ໂຮງເຮືອນຫຸ້ມຫໍ່ບັນຈຸ ແລະ ສາງເຢັນ ແມ່ນປະຕິບັດຕາມລະບຽບການຂອງກະຊວງກະສິກຳ ແລະ ປ່າໄມ້ທີ່ປະກາດໃຊ້ ແຕ່ລະໄລຍະ ໂດຍຍື່ນຄຳຮ້ອງເຖິງກົມປູກຝັງ ໃນເດືອນ ສິງຫາ ຂອງທຸກປີ.

ຄຳຮ້ອງຂໍຂຶ້ນທະບຽນ ປະກອບມີ:

  1. ໃບຄຳຮ້ອງ ຕາມແບບພິມທີ່ກົມປູກຝັງກຳນົດ;
  2. ສຳເນົາ ໃບອະນຸຍາດດຳເນີນກິດຈະການກະສິກຳ ແລະ ປ່າໄມ້;
  3. ສຳເນົາ ໃບຢັ້ງຢືນການມອບພັນທະອາກອນປະຈຳປີສຸດທ້າຍ;
  4. ຄູ່ມືດຳເນີນງານ ກ່ຽວກັບ ການຈັດການດ້ານສຸຂານາໄມ ແລະ ສຸຂານາໄມພືດ;
  5. ໃບມອບສິດ ແລະ ສຳເນົາບັດປະຈຳຕົວຂອງຜູ້ຍື່ນເອກະສານ ໃນກໍລະນີ ໃຫ້ຜູ້ອື່ນຍື່ນຄຳຮ້ອງແທນ.

ອາຍຸຂອງໃບທະບຽນນຳໃຊ້ໄດ້ ໜຶ່ງ ປີ ແລະ ສາມາດຂໍຕໍ່ໄດ້. ຜູ້ທີ່ໄດ້ຮັບຂຶ້ນທະບຽນ ແລະ ຮັບຮອງໃຫ້ເປັນຜູ້ສົ່ງອອກ ຈະຖືກເຜີຍແຜ່ ໃນເວັບໄຊ ຂອງອົງກອນບໍລິຫານ ພາສີ ແຫ່ງ ສປ ເຊິ່ງມີຂໍ້ມູນ ຊື່, ທີ່ຢູ່ ແລະ ເລກລະຫັດ.

  1. ມາດຕະການ ສຸຂານາໄມພືດ ກ່ອນສົ່ງອອກ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ຮັບການຮັບຮອງໃຫ້ເປັນຜູ້ສົ່ງອອກ ຈາກອົງການບໍລິຫານພາສີ ແຫ່ງ ສປ ຈີນ ຕ້ອງປະຕິບັດດັ່ງນີ້:

  1. ຕ້ອງຍື່ນຄຳຮ້ອງ ຕາມແບບພິມທີ່ກົມປູກຝັງກຳນົດ ພ້ອມທັງຄັດຕິດເອກະສານທີ່ກ່ຽວຂ້ອງ ເຖິງກົມປູກຝັງ ຫຼື ຂະແໜງປູກຝັງຂັ້ນແຂວງ, ສຳລັບ ເງື່ອນໄຂ, ຂັ້ນຕອນ ແລະ ວິທີການ ສະເໜີຂໍໃບຢັ້ງຢືນສຸຂານາໄມພືດ ແມ່ນໃຫ້ປະຕິບັດ ຕາມບົດແນະນຳ ຂອງກົມປູກຝັງ ເລກທີ 2880/ກປຝ, ລົງວັນທີ  11 ທັນວາ 2019;
  2. ໃນປີທຳອິດຂອງການສົ່ງອອກ ກົມປູກຝັງ ຈະປະສານໄປຍັງ ເຈົ້າໜ້າທີ່ກັກກັນພືດ ຂອງ ສປ ຈີນ ມາຕິດຕາມພື້ນທີ່ການຜະລິດ ຢູ່ ສປປ ລາວ ເພື່ອດຳເນີນການກວດກາສະຖານທີ່ການຜະລິດ ແລະ ກວດກາລະບົບການຈັດການ ໝາກໂມ ຕາມເງື່ອນໄຂດ້ານສຸຂານາໄມພືດ ຂອງ ຄຳແນະນຳສະບັບນີ້. ຜູ້ສົ່ງອອກຕ້ອງຮັບຜິດຊອບຄ່າໃຊ້ຈ່າຍທັງໝົດ ຕາມລະບຽບການ;
  3. ການສຸ່ມຕົວຢ່າງໃນໄລຍະ ສອງ ປີທຳອິດ, ຕ້ອງສຸ່ມເກັບ ແລະ ກວດຕົວຢ່າງ ໃນອັດຕາ ສອງ ສ່ວນຮ້ອຍຂອງແຕ່ລະຊຸດສິນຄ້າ, ຖ້າຫາກບໍ່ພົບສັດຕູພືດກັກກັນ ຂອງ ສປ ຈີນ ແມ່ນໃຫ້ຫຼຸດ ລົງໃນອັດຕາ ໜຶ່ງ ສ່ວນຮ້ອຍ ໃນປີທີ ສາມ. ພາຍຫຼັງການສຸ່ມກວດໃນອັດຕາ ໜຶ່ງ ຫຼື ສອງ ສ່ວນຮ້ອຍ ໃຫ້ຊຸ່ມເອົາສາມສິບໜ່ວຍ ເພື່ອນຳມາຜ່າວິນິໄສເພື່ອກວດຫາສັດຕູພືດກັກກັນ;
  4. ກໍລະນີ ກວດກາພົບສັດຕູພືດກັກກັນ ທີ່ກຳນົດໄວ້ໃນໂຣແມ່ງ II ຂໍ້ທີ 2 ຂອງຄຳແນະນຳສະບັບນີ້ ແມ່ນຫ້າມສົ່ງອອກຊຸດສິນຄ້າດັ່ງກ່າວ ແລ້ວລາຍງານໃຫ້ກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້ຊາບທັນທີ ເພື່ອໂຈະສານຖານທີ່ປະກອບການຜະລິດ ພ້ອມຊອກຫາວິທີແກ້ໄຂ;
  5. ໃນກໍລະນີ ກວດກາພົບສັດຕູພືດທີ່ຮັບຜິດຊອບ ກວດກາບໍ່ພົບເຫັນການຕິດແປດສັດຕູພືດກັກກັນ ຕ້ອງອອກໃບຢັ້ງຢືນສຸຂານາໄມພືດ ສຳລັບ ຊຸດສິນຄ້ານັ້ນ ແລະ ຕ້ອງພິມຂໍ້ມູນເພີ່ມເຕີມ (Additional Declare) ໃສ່ໃບຢັ້ງຢືນສຸຂານາໄມພືດ ວ່າ: “This consignment of watermelon complies with the Protocol on the phytosanitary requirements for the exports of watermelon from Laos to China and is free from any quarantine pests of concern to China”;
  6. ເຈົ້າໜາ້າທີ່ກັກກັນພືດທີ່ຮັບຜິດຊອບອອກໃບຢັ້ງຢືນສຸຂານາໄມພືດ ສຳລັບໝາກໂມຕ້ອງລະບຸຂໍ້ມູນ ດ້ານນຳເຂົ້າ ທີ່ກຳນົດໂດຍ ອົງການພາສີ ແຫ່ງ ສປ ຈີນ ໃນແຕ່ລະໄລຍະ.
  1. ມາດຕະການກັກກັນພືດ ຢູ່ດ່ານຂາເຂົ້າ

ເມື່ອຊຸດສິນຄ້າໝາກໂມ ຈາກ ສປປ ລາວ ມາເຖິງດ່ານຂາເຂົ້າ ຂອງ ສປ ຈີນ, ເຈົ້າຂອງຊຸດສິນຄ້າ ຕ້ອງແຈ້ງເອກະສານ ຕໍ່ເຈົ້າໜ້າທີ່ກັກກັນພືດ ຂອງ ສປ ຈີນ ເພື່ອດຳເນີນການກວດກາເອກະສານທີ່ກ່ຽວຂ້ອງ.

ການຂົນສົ່ງຊຸດສິນຄ້າທີ່ມາຈາກ ສະຖານທີ່ປະກອບການຜະລິດ ທີ່ບໍ່ໄດ້ຂຶ້ນທະບຽນ ແມ່ນ ຫ້າມນຳເຂົ້າຢ່າງເດັດຂາດ.

ຖ້າກວດກາພົບສັດຕູພືດທີ່ໄດ້ກຳນົດໄວ້ໃນໂຣແມ່ງ II, ຂໍ້ທີ່ 2 ຂອງຄຳແນະນຳສະບັບນີ້ ຊຸດສິນຄ້າດັ່ງກ່າວຈະຖືກສົ່ງກັບ, ທຳລາຍ ຫຼື ນຳໃຊ້ມາດຕະການທາງດ້ານກັກກັນ ແລະ ກຳຈັດສັດຕູພືດ ທີ່ມີປະສິດທິພາບ. ຝ່າຍຈີນຈະແຈ້ງໃຫ້ຝ່າຍລາວຊາບທັນທີ ກ່ຽວກັບ ຊະນິດສັດຕູພືດ, ເລກທີໃບຢັ້ງຢືນສຸຂານາໄມພືດ ແລະ ຂໍ້ມູນຕ່າງໆທີ່ກ່ຽວຂ້ອງ ພ້ອມທັງໂຈະການນຳເຂົ້າ ໝາກໂມ ຈາກສວນປູກ ຫຼື ໂຮງເຮືອນຫຸ້ມຫໍ່ບັນຈຸ. ຜູ້ປະກອບການຕ້ອງຊອກຫາສາຍເຫດ ແລະ ນຳໃຊ້ມາດຕະການທີ່ເໝາະສົມເພື່ອປ້ອງກັນບໍ່ໃຫ້ເກີດຂຶ້ນອີກ.

ໃນກໍລະນີ ມີການລະບາດ ຫຼື ຕິດແປດສັດຕູພືດຊະນິດໃໝ່ ຢູ່ດ່ານຂາເຂົ້າ ສປ ຈີນ ຕ້ອງມີການບັນທຶກ, ຜູ້ສົ່ງອອກຕ້ອງໃຫ້ການຮ່ວມມື ໃນການປະເມີນຄວາມສ່ຽງເພື່ອທົບທວນຄືນ ບັນຊີສັດຕູພືດກັກກັນ ແລະ ຫາມາດຕະການ ຄວບຄຸມຕໍ່ຄວາມສ່ຽງສັດຕູພືດ ດັ່ງກ່າວ.

  1. ການຈັດຕັ້ງປະຕິບັດ
  1. ໃຫ້ ພະແນກກັກກັນພືດ, ຂະແໜງປູກຝັງ ເປັນເຈົ້າການ ປະສານສົມທົບກັບຂະແໜງການອື່ນທີ່ກ່ຽວຂ້ອງໂຄສະນາເຜີຍແຜ່, ຕິດຕາມ ແລະ ກວດກາ ການຈັດຕັ້ງປະຕິບັດ ຄຳແນະນຳສະບັບນີ້ ໃຫ້ໄດ້ຮັບຜົນດີ;
  2. ໃຫ້ ພະແນກກັກກັນພືດ ສົ່ງລາຍຊື່ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ສະເໜີ ສົ່ງອອກໝາກໂມ ໃຫ້ ສປ ຈີນ ພິຈາລະນາ ໜຶ່ງ ຄັ້ງ/ປີ ໂດຍປະສານສົມທົບກັບ ຂະແໜງປູກຝັງ ແລະ ສາຍຕັ້ງຂອງຕົນ ເພື່ອກວດກາ ແລະ ປະເມີນຄວາມສ່ຽງສັດຕູພືດ ຂອງສະຖານທີ່ປະກອບການຜະລິດ ໃນແຕ່ລະຊ່ວງລະດູການຜະລິດ;
  3. ໃຫ້ ພະນັກງານກັກກັນພືດ ເປັນໃຈກາງປະສານສົມທົບກັບ ຂະແໜງປູກຝັງ ແລະ ສາຍຕັ້ງຂອງຕົນ ສະຫຼຸບລາຍງານ ກ່ຽວກັບ ການສົ່ງອອກໝາກໂມ ຈາກ ສປປ ລາວ ໄປ ສປ ຈີນ ໃຫ້ກົມປູກຝັງ ຊາບ ເປັນແຕ່ລະໄລຍະ;
  4. ໃຫ້ ເຈົ້າໜ້າທີ່ກັກກັນພືດ ເຂັ້ມງວດໃນການກວດກາ ແລະ ຢັ້ງຢືນ ການສົ່ງອອກໝາກໂມ ຕາມຫຼັກວິຊາການ;
  5. ໃນການຈັດປະຕິບັດຕົວຈິງ ມີຂໍ້ສະດວກ, ຂໍ້ຫຍຸ້ງຍາກແນວໃດ ໃຫ້ຮີບຮ້ອນລາຍງານ ກົມປູກຝັງ ຕາມຂັ້ນຕອນ ເພື່ອພິຈາລະນາ ຫາວິທີແກ້ໄຂຢ່າງທັນການ.

ຄຳແນະນຳສະບັບນີ້ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.

 

ຫົວໜ້າກົມ

ບຸນຈັນ ກົມບຸນຍະສິດ

# ຫົວຂໍ້ ດາວໂຫຼດ
1 ຄໍາແນະນໍາ ກ່ຽວກັບ ເງື່່ອນໄຂສຸຂານາໄມພືດ ສໍາລັບການສົ່ງອອກ ໝາກໂມ ຈາກ ສປປ ລາວ ໄປ ສປ ຈີນ, ເລກທີ 0183/ກປຝ, ລົງວັນທີ 31 ມັງກອນ 2023. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.