ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງ ເຕັກໂນໂລຊີ ແລະ ການສື່ສານ

ເລກທີ່: 3583/ ກຕສ

ນະຄອນຫຼວງວຽງຈັນ, ວັນທີ: 13 ທັນວາ 2022

ຂໍ້ຕົກລົງ

ວ່າດ້ວຍ ການຄຸ້ມຄອງອຸປະກອນ ໂທລະຄົມມະນາຄົມ ແລະ ໄອຊີທີ (ICT)

  • ອີງຕາມ ກົດໝາຍ ວ່າດ້ວຍຄື້ນຄວາມຖີ່ວິທະຍຸສື່ສານ ເລກທີ່ 17/ສພຊ, ລົງວັນທີ່ 05 ພຶດສະພາ 2017;
  • ອີງຕາມ ກົດໝາຍ ວ່າດ້ວຍການໂທລະຄົມມະນາຄົມ (ສະບັບປັບປຸງ) ເລກທີ່ 05/ສພຊ ລົງວັນທີ່ 16/11/2021;
  • ອີງຕາມ ກົດໝາຍ ວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງ ເຕັກໂນໂລຊີ ແລະ ການສື່ສານ ສະບັບເລກທີ່ 625/ນຍ ລົງວັນທີ່ 22 ຕຸລາ 2021.
  • ອີງຕາມ ໜັງສືສະເໜີ ຂອງກົມຄື້ນຄວາມຖີ່ວິທະຍຸສື່ສານ ສະບັບເລກທີ່ 0564/ກຄຖ ລົງວັນທີ່ 17 ຕຸລາ 2022

ລັດຖະມົົນຕີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ອອກຂໍ້ຕົກລົງ

ໝວດທີ 1

ບົດບັນຍັດທົ່ວໄປ

ມາດຕາ 1 ຈຸດປະສົງ

ຂໍ້ຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງອຸປະກອນ ໂທລະຄົມມະນາຄົມ ແລະ ICT ທີ່ຜະລິດ, ນຳເຂົ້າ, ສົ່ງອອກ, ນຳໃຊ້ ແລະ ຈຳໜ່າຍ ໃນ ສປປ ລາວ, ເພື່ອເຮັດໃຫ້ການຄຸ້ມຄອງມີປະສິດທິພາບ ແລະ ມີປະສິດທິຜົນສູງສຸດ ແນ່ໃສ່ຮັບປະກັນວຽກງານດັ່ງກ່າວໃຫ້ມີຄຸນນະພາບ, ມີມາດຕະຖານ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ປົກປ້ອງສິດຜົນປະໂຫຍດຂອງຜູ້ຊົມໃຊ້ອຸປະກອນ ໂທລະຄົມມະນາຄົມ ແລະ ICT ສາມາດປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ.

ມາດຕາ 2 ການຄຸ້ມຄອງອຸປະກອນ ໂທລະຄົມມະນາຄົມ ແລະ ICT

ການຄຸ້ມຄອງອຸປະກອນ ໂທລະຄົມມະນາຄົມ ແລະ ICT ແມ່ນການກວດກາ, ການອອກໃບຢັ້ງຢືນ, ການແຈ້ງຄວາມສອດຄ່ອງ ແລະ ການນຳໃຊ້ກາໝາຍລະບຽບການເຕັກນິກ ເພື່ອຢັ້ງຢືນວ່າອຸປະກອນນັ້ນ ສອດຄ່ອງກັບລະບຽບການເຕັກນິກທີ່ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ກຳນົດ ກ່ອນການຜະລິດ, ນຳເຂົ້າ, ສົ່ງອອກ, ນຳໃຊ້ ແລະ ຈຳໜ່າຍ ອຸປະກອນ ໂທລະຄົມມະນາຄົມ ແລະ ICT ຢູ່ ສປປ ລາວ.

ມາດຕາ 3 ການອະທິບາຍຄຳສັບ

ຄຳສັບທີ່ໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:

  1. ລະບຽບການເຕັກນິກ ໝາຍເຖິງ ການກຳນົດຄຸນລັກສະນະສະເພາະທາງດ້ານເຕັກນິກ ຫຼື ເງື່ອນໄຂການເຮັດວຽກ, ວິທີການ, ຂະບວນການເຮັດວຽກ ຂອງ ອຸປະກອນ ຫຼື ລະບົບການສື່ສານ ເຊິ່ງເປັນເອກະສານທາງການຂອງ ອົງການ, ປະເທດ ຫຼື ກຸ່ມປະເທດໃດໜື່ງ ແລະ ມີຜົນບັງຄັບໃຊ້ໃນຂອບເຂດພື້ນທີ່ນັ້ນ;
  2. ອຸປະກອນ ໂທລະຄົມມະນາຄົມ ແລະ ICT ຕໍ່ໄປເອີ້ນວ່າ “ອຸປະກອນ” ໝາຍເຖິງ ອຸປະກອນ ຫຼື ຮາດແວ (Hardware) ທີ່ເຊື່ອມຕໍ່ເຂົ້າລະບົບການສື່ສານ ທັງນຳໃຊ້ ແລະ ບໍ່ນຳໃຊ້ ຄື້ນຄວາມຖີ່ວິທະຍຸສື່ສານ ເປັນຕົ້ນ ອຸປະກອນສື່ສານພາກພື້ນດິນ (Terrestrial equipment), ອຸປະກອນສື່ສານຜ່ານດາວທຽມ (Satellite equipment), ລະບົບສູນກາງໂທລະສັບ (Core network), ລະບົບສາຍສົ່ງ (transmission network), ລະບົບເຄືອຂ່າຍພາກຄື້ນຄວາມຖີ່ວິທະຍຸສື່ສານ (Radio network), ສະຖານີສົ່ງ-ຮັບສັນຍານຄື້ນຄວາມຖີ່ວິທະຍຸສື່ສານ (Base station), ສາຍອາກາດ (Antenna), ໂທລະສັບ, ແທັບເລດ (Tablet),ອຸປະກອນຮັບສັນຍານໂທລະພາບ, ອຸປະກອນການສື່ສານຜ່ານສະຖານີດາວທຽມຂະໜາດນ້ອຍ (VSAT) ຊິ້ນສ່ວນ ຫຼື ວັດຖຸທີ່ນຳໃຊ້ເຂົ້າໃນການເຊື່ອມຕໍ່ເຄືອຂ່າຍໂທລະຄົມມະນາຄົມ ແລະ ອື່ນໆ, ລວມທັງອຸປະກອນທີ່ນອນໃນສົນທິສັນຍາທີ່ ສປປ ລາວ ເປັນພາຄີ ເຊັ່ນ: ສົນທິສັນຍາ MRA
  3. ໄອຊີທີ (ICT-Information and Communication Technology) ໝາຍເຖິງ ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ທີ່ຮັບໃຊ້ການສ້າງຂໍ້ມູນ ຂ່າວສານເປັນລະບົບເອເລັກໂຕຣນິກ, ການຄຳນວນ, ການຈັດລຽງລຳດັບ, ການເກັບຮັກສາ ແລະ ການແລກປ່ຽນຂໍ້ມູນ ຂ່າວສານຜ່ານເຄືອຂ່າຍການສື່ສານ ເປັນຕົ້ນ ຄອມພິວເຕີ, ໂທລະສັບ, ອຸປະກອນສື່ສານ, ອຸປະກອນກະຈາຍສຽງ, ໂທລະພາບ, ເຄືອຂ່າຍ ແລະ ອຸປະກອນເອເລັກໂຕຣນິກອື່ນ ລວມທັງການບໍລິການທີ່ກ່ຽວຂ້ອງ.
  4. ສົນທິສັນຍາ MRA (Mutual Recognition Arrangement/Agreement on conformity sment) ໝາຍເຖິງ ສົນທິສັນຍາລະຫວ່າງປະເທດ ເພື່ອຮັບຮູ້ເຊິງກັນ ແລະ ກັນ ກ່ຽວກັບຂະບວນ ວິທີການ ແລະ ຜົນ ຂອງການປະເມີນຄວາມສອດຄ່ອງລະບຽບການເຕັກນິກຂອງອຸປະກອນ ໂທລະຄົມມະນາຄົມ ແລະ ICT , ເຊັນ ສົນທິສັນຍາ MRA ຂອງ ສະມາຄົມປະຊາຊາດແຫ່ງເອເຊຍຕາເວັນອອກສ່ຽງໃຕ້ (ASEAN) ປີ 2022, ສົນທິສັນຍາ MRA ຂອງ ອົງການການຮ່ວມມືໃນຂົງເຂດເອເຊຍ-ປາຊີຟິກ (APEC) ປີ 1998;
  5. ໂປຣໂຕຄໍ (Protocol) ໝາຍເຖິງ ຂໍ້ກໍານົດໃນການສື່ສານລະຫວ່າງອຸປະກອນໃນເຄືອຂ່າຍ, ເຊິ່ງຖືວ່າເປັນພາສາໃນການສື່ສານຂອງອຸປະກອນເພື່ອໃຫ້ສາມາດຕິດຕໍ່ສື່ສານ ແລະ ເຊື່ອມຕໍ່ກັນໄດ້ ບໍ່ວ່າອຸປະກອນນັ້ນຈະມີຍີ່ຫໍ້ ຫຼື ລຸ້ນ ທີ່ແຕກຕ່າງກັນ. ໂປຣໂຕຄໍ ມີຫຼາຍແບບ ເປັນຕົ້ນ TCP/IP, HTTP, SMTP, FTP, SIP, BICC, SIGTRAN, SS7 ແລະ ອື່ນໆ.
  6. ລະບຽບການຄື້ນຄວາມຖີ່ວິທະຍຸສື່ສານສາກົນ (Radio Regulations) ໝາຍເຖິງ ລະບຽບການການນຳໃຊ້ຄື້ນຄວາມຖີ່ວິທະຍຸສື່ສານ ທີ່ສະຫະພາບໂທລະຄົມມະນາຄົມ ITU ໄດ້ກຳນົດຂື້ນ;
  7. ສະຫະພາບໂທລະຄົມມະນາຄົມສາກົນ (International Telecommunication Union- ITU) ໝາຍເຖິງອົງການສາກົນທີ່ຮັບຜິດຊອບວຽກງານສົນທິສັນຍາລະຫວ່າງປະເທດໃນການຄຸ້ມຄອງ ແລະ ກຳນົດ ລະບຽບການເຕັກນິກດ້ານ ໂທລະຄົມມະນາຄົມ ແລະ ໄອຊີທີ;

ມາດຕາ 4 ຫຼັກການກ່ຽວກັບວຽກງານການຄຸ້ມຄອງອຸປະກອນໂທລະຄົມມະນາຄົມ ແລະ ICT

          ວຽກງານການຄຸ້ມຄອງອຸປະກອນໂທລະຄົມມະນາຄົມ ແລະ ICT ຕ້ອງປະຕິບັດຕາມຫຼັກການ ດັ່ງນີ້:

  1. ສອດຄ່ອງກັບແນວທາງ ນະໂຍບາຍ, ກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ລະບຽບການອື່ນທີ່ກ່ຽວຂ້ອງ;
  2. ນຳໃຊ້ຊັບພະຍາກອນຢ່າງມີປະສິດທິພາບ, ປະສິດທິຜົນ, ປະຫຍັດ ແລະ ເປັນມິດກັບສິ່ງແວດລ້ອມ;
  3. ຮັບປະກັນຄວາມໝັ້ນຄົງ, ຄວາມສະຫງົບ, ຄວາມປອດໄພ, ຄວາມລັບຂອງລັດ, ທາງລັດຖະການ, ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ;
  4. ຮັບປະກັນຄວາມສອດຄ່ອງລະບຽບການເຕັກນິກຂອງອຸປະກອນ, ໃຫ້ມີຄວາມປອດໄພຕໍ່ມະນຸດ ແລະ ສິ່ງແວດລ້ອມ;
  5. ຮັບປະກັນການເຊື່ອມຕໍ່ເຂົ້າກັບເຄືອຂ່າຍໂທລະຄົມມະນາຄົມໃຫ້ສອດຄ່ອງກັບລະບຽບການເຕັກນິກສາກົນ;
  6. ປົກປ້ອງສິດ ແລະ ຜົນປະໂຫຍດ ທີ່ຖືກຕ້ອງຕາມກົດໝາຍຂອງຜູ້ຊົມໃຊ້ອຸປະກອນ;
  7. ສອດຄ່ອງກັບ ສົນທິສັນຍາ ທີ່ ສປປ ລາວ ເປັນພາຄີ ແລະ ສັນຍາສາກົນທີ່ກ່ຽວຂ້ອງ;

ມາດຕາ 5 ຂອບເຂດການນຳໃຊ້

ຂໍ້ຕົກລົງສະບັບນີ້ ນຳໃຊ້ສຳລັບ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ທີ່ດຳເນີນ ການຜະລິດ, ນຳເຂົ້າ, ສົ່ງອອກ, ນຳໃຊ້ ແລະ ຈຳໜ່າຍ ອຸປະກອນ ໂທລະຄົມມະນາຄົມ ແລະ ICT ຢູ່ ສປປ ລາວ.

ໝວດທີ 2

ປະເພດອຸປະກອນໂທລະຄົມມະນາຄົມ ແລະ ICT

ມາດຕາ 6 ປະເພດອຸປະກອນ

          ອຸປະກອນໄດ້ແບ່ງອອກເປັນ 2 ປະເພດ ດັ່ງນີ້:

  1. ອຸປະກອນປະເພດ 1 ແມ່ນອຸປະກອນທີ່ຕ້ອງໄດ້ຮັບໃບຢັ້ງຢືນ ແລະ ແຈ້ງຄວາມສອດຄ່ອງ ລະບຽບການເຕັກນິກ;
  2. ອຸປະກອນປະເພດ 2 ແມ່ນອຸປະກອນພຽງແຕ່ຕ້ອງແຈ້ງຄວາມສອດຄ່ອງລະບຽບການເຕັກນິກ.

ມາດຕາ 7 ອຸປະກອນປະເພດ 1

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ທີ່ດຳເນີນການຜະລິດ, ນຳເຂົ້າ, ສົ່ງອອກ, ນຳໃຊ້ ແລະ ຈຳໜ່າຍ ອຸປະກອນ ທີ່ຢູ່ໃນອຸປະກອນປະເພດ 1 ຕ້ອງໄດ່ຮັບໃບຢັ້ງຢືນລະບຽບການເຕັກນິກ, ແຈ້ງຄວາມສອດຄ່ອງລະບຽບການເຕັກນິກ ແລະ ນຳໃຊ້ກາໝາຍລະບຽບການເຕັກນິກຈາກ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ. ອຸປະກອນປະເພດ 1 ໄດ້ລະບຸໄວ້ໃນເອກະສານຊ້ອນທ້າຍ 5

ມາດຕາ 8 ອຸປະກອນປະເພດ 2

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ທີ່ດຳເນີນການຜະລິດ, ນຳເຂົ້າ, ສົ່ງອອກ, ນໍາໃຊ້ ແລະ ຈໍາໜ່າຍ ອຸປະກອນ ທີ່ຢູ່ໃນອຸປະກອນປະເພດ 2 ຕ້ອງແຈ້ງຄວາມສອດຄ່ອງລະບຽບການເຕັກນິກ ແລະ ນໍາໃຊ້ກາໝາຍລະບຽບການເຕັກນິກຈາກ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ. ອຸປະກອນປະເພດ 2 ໄດ້ລະບຸໄວ້ເອກະສານຊ້ອນທ້າຍ 6

ມາດຕາ 9 ອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານ

ອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານ ທີ່ສາມາດແຜ່ກະຈາຍຄື້ນແມ່ເຫຼັກໄຟຟ້າ ໄດ້ແບ່ງອອກເປັນ 3 ປະເພດດັ່ງນີ້:

  1. ອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານ ທີ່ມີການນຳໃຊ້ຢູ່ກັບບໍລິເວນ ຫົວ ຫຼື ຕົນໂຕ ຂອງຜູ້ໃຊ້ງານໃນຕຳແໜ່ງໃຊ້ງານປົກກະຕິ ນ້ອຍກວ່າ 20 cm ເຊັ່ນ: ໂທລະສັບເຄື່ອນທີ່, ແທັບເລດ. ອຸປະກອນດັ່ງກ່າວຕ້ອງໄດ້ຮັບການຢັ້ງຢືນ ລະບຽບການເຕັກນິກດ້ານຄວາມປອດໄພກ່ຽວກັບອັດຕາການດູດກືນພະລັງງານຈຳເພາະ (SAR) ທີ່ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ກຳນົດ;
  2. ອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານທີ່ມີການນຳໃຊ້ຢູ່ໃກ້ກັບບໍລິເວນ ຫົວ ຫຼື ຕົນໂຕ ຂອງຜູ້ໃຊ້ງານໃນຕຳແໜ່ງໃຊ້ງານປົກກະຕິ ຫຼາຍກວ່າ 20 cm ເຊັ່ນ ເຄື່ອງຕິດຕາມພາຫະນະດ້ວຍສັນຍານ GPS ທີ່ສາມາດຮັບສົ່ງຂໍ້ມູນຜ່ານເຄືອຂ່າຍໂທລະສັບເຄື່ອນທີ່, ອຸປະກອນ RFID, ອຸປະກອນ Radar ຕິດຕັ້ງເທິງລົດ. ອຸປະກອນດັ່ງກ່າວຕ້ອງໄດ້ຮັບການຢັ້ງຢືນລະບຽບການເຕັກນິກດ້ານຄວາມແຮງຂອງທົ່ງແມ່ເຫຼັກໄຟຟ້າ (EMF) ທີ່ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ກຳນົດ;
  3. ອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານ ທີ່ສາມາດຄວບຄຸມພື້ນທີ່ກວ້າງ ເຊັ່ນ ສະຖານີຮັບສົ່ງສັນຍານ, ໂທລະສັບເຄື່ອນທີ່, ສະຖານີວິທະຍຸກະຈາຍສຽງ ແລະ ໂທລະພາບ, ອຸປະກອນດັ່ງກ່າວຕ້ອງໄດ້ຮັບການຢັ້ງຢືນລະບຽບການເຕັກນິກດ້ານຄວາມແຮງຂອງທົ່ງແມ່ເຫຼັກໄຟຟ້າ (EMF) ທີ່ກະຊວງ ເຕັກໂນໂລຊີ ແລະ ການສື່ສານໄດ້ກໍານົດ.

ໝວດທີ່ 3

ການກວດກາລະບຽບການເຕັກນິກ ແລະ ຫ້ອງກວດກາ

ມາດຕາ 10 ການກວດກາລະບຽບການເຕັກນິກ

ການກວດກາລະບຽບການເຕັກນິກຂອງອຸປະກອນ ໂທລະຄົມມະນາຄົມ ແລະ ICT ແມ່ນການກວດກາອຸປະກອນຕົວຢ່າງ ຫຼື ເປັນການທົດສອບສະເພາະ ແບບ ຫຼື ລຸ້ນ (Type testing) ທີ່ຜູ້ຂໍການກວດກາສົ່ງໃຫ້ຫ້ອງກວດກາລະບຽບການເຕັກນິກເພື່ອເປັນຕົວຢ່າງ ໂດຍຖືວ່າອຸປະກອນນັ້ນ ເປັນຕົວແທນຂອງແບບ ຫຼື ລຸ້ນ ດຽວກັນ ທີ່ຈະຜະລິດ, ນຳເຂົ້າ ຫຼື ສົ່ງອອກ ທັງໝົດ.

ການກວດລະບຽບການເຕັກນິກ ແມ່ນການກວດຄ່າຕົວຊີ້ວັດທາງດ້ານເຕັກນິກ (Technical parameters) ໂດຍຫ້ອງການກວດກາລະບຽບການເຕັກນິກ ທີ່ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ກຳນົດ ຫຼື ຮັບຮອງ.

ອຸປະກອນ ໂທລະຄົມມະນາຄົມ ແລະ ICT ກ່ອນການຜະລິດ, ນຳເຂົ້າ, ສົ່ງອອກ, ນຳໃຊ້ ແລະ ຈຳໜ່າຍ ຢູ່ ສປປ ລາວ ຕ້ອງໄດ້ຮັບການກວດກາລະບຽບການເຕັກນິກເສຍກ່ອນ.

ມາດຕາ 11 ປະເພດການກວດກາລະບຽບການເຕັກນິກ

        ປະເພດການກວດກາລະບຽບການເຕັກນິກ ໄດ້ແບ່ງອອກເປັນ 6 ປະເພດຫຼັກ ດັ່ງນີີ້:

  1. ການກວດກາການນຳໃຊ້ຄື້ນຄວາມຖີ່ວິທະຍຸສື່ສານ (Radio Frequency “RF”)
  2. ການກວດກາຄສາມເຂົ້າກັນໄດ້ທາງແມ່ເຫຼັກໄຟຟ້າ (Electromagnetic Compatibility “EMC”)
  3. ການກວດກາຄວາມແຮງຂອງທົ່ງແມ່ເຫຼັກໄຟຟ້າ (Electromagnetic Field “EMF”)
  4. ການກວດກາຄວາມປອດໄພກ່ຽວກັບອັດຕາດູດກືນພະລັງງານຈຳເພາະ (Specific Absorption Rate “SAR”);
  5. ການກວດກາການເຊື່ອມຕໍ່ (Connection);
  6. ການກວດກາຄວາມປອດໄພທາງໄຟຟ້າ (Elecrtic Safety).

ມາດຕາ 12 ການກວດກາການນຳໃຊ້ຄື້ນຄວາມຖີ່ວິທະຍຸສື່ສານ

ການກວດກາການນຳໃຊ້ຄື້ນຄວາມຖີ່ວິທະຍຸສື່ສານຂອງອຸປະກອນ ແມ່ນການກວດກາຄື້ນຄວາມຖີ່ວິທະຍຸສື່ສານ ເຊັ່ນ ກຳລົງສົ່ງ ແລະ ຄ່າຕົວຊີ້ວັດທາງດ້ານເຕັກນິກອື່ນໆ ທີ່ອຸປະກອນນຳໃຊ້ຕົວຈິງ ເພື່ອຮັບປະກັນການນຳໃຊ້ຄື້ນຄວາມຖີ່ວິທະຍຸສື່ສານໃຫ້ມີປະສິດທິພາບ, ປະສິດທິຜົນສູງສຸດ, ບໍ່ເກີດການແຜ່ຄື້ນຄວາມຖີ່ແປກປອມ (Squrious emission), ບໍ່ແຜ່ຄື້ນຄວາມຖີ່ອອກນອກແຖບ (Out of band emission), ຖືກຕ້ອງຕາມການອະນຸຍາດ, ກົດໝາຍວ່າດ້ວຍຄື້ນຄວາມຖີ່ວິທະຍຸສື່ສານ, ແຜນຜັງແຫ່ງຊາດກ່ຽວກັບຄື້ນຄວາມຖີ່ວິທະຍຸສື່ສານ ແລະ ລະບຽບການຄື້ນຄວາມຖີ່ວິທະຍຸສື່ສານສາກົນ.

ມາດຕາ 13 ການກວດກາຄວາມເຂົ້າກັນໄດ້ທາງແມ່ເລັກໄຟຟ້າ

ການກວດກາຄວາມເຂົ້າກັນໄດ້ທາງແມ່ເຫຼັກໄຟຟ້າ ແມ່ນການກວດກາຄ່າຕົວຊີ້ວັດທາງດ້ານເຕັກນິກກ່ຽວກັບລະດັບການແຜ່ກະຈາຍພະລັງງານແມ່ເຫຼັກໄຟຟ້າທີ່ແຜ່ອອກຈາກອຸປະກອນ ຊື່ງຈະຮັບປະກັນບໍ່ກໍ່ໃຫ້ເກີດສັນຍານລົບກວດ ຫຼື ສົ່ງຜົນເຮັດໃຫ້ອຸປະກອນເອເລັກໂຕຣນິກອື່ນເຮັດວຽກຜິດປົກກະຕິ. ພ້ອມກັນນັ້ນ ກໍ່ກວດກາລະດັບຄວາມທົນທານຂອງອຸປະກອນນັ້ນໃນການຖືກລົບກວນຈາກການເຮັດວຽກຂອງອຸປະກອນອື່ນທີ່ຢູ່ໃກ້ຄຽງ.

ມາດຕາ 14 ການກວດກາຄວາມແຮງຂອງທົ່ງແມ່ເຫຼກໄຟຟ້າ

ການກວດກາຄວາມແຮງຂອງທົ່ງແມ່ເຫຼກໄຟຟ້າ ແມ່ນການກວດກາການແຜ່ກະຈາຍຄື້ນຄວາມຖີ່ວິທະຍຸສື່ສານອອກໃນອາກາດຂອງສະຖານີຄື້ນຄວາມຖີ່ວິທະຍຸສື່ສານ ເພື່ອຮັບປະກັນຄວາມສອດຄ່ອງກັບລະບຽບການເຕັກນິກກ່ຽວກັບຄວາມປອດໄພ ທີ່ກະຊວງ ເຕັກໂນໂລຊີ ແລະ ການສື່ສານໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ. ການກວດກາຄວາມແຮງຂອງທົ່ງແມ່ເລັກໄຟຟ້າ ແມ່ນການກວດຄ່າຕົວຊີ້ວັດທາງດ້ານເຕັກນິກ ເປັນຕົ້ນແມ່ນ ຄວາມແຮງທົ່ງໄຟຟ້າ (Electric field-E), ຄວາມແຮງທົ່ງແມ່ເຫຼັກ (Magnetic Field-H), ຄວາມໜາແໜ້ນກາລັງສົ່ງ (Power density-S) ແລະ ອື່ນໆ.

ມາດຕາ 15 ການກວດກາຄວາມປອດໄພກ່ຽວກັບອັດຕາດູດກືນພະລັງງານຈຳເພາະ

ການກວດກາຄວາມປອດໄພ ກ່ຽວກັບອັດຕາດູດກືນພະລັງງານຈຳເພາະ ແມ່ນການກວດກາຄ່າຕົວຊີ້ວັດທາງດ້ານເຕັກນິກດ້ານອັດຕາການດູດກືນພະລັງງານຂອງຜູ້ຊົມໃຊ້ໂດຍສະເພາະບໍລິເວນ ຫົວ,ລຳຕົວ ແລະ ແຂນຂາ ໃນເວລານຳໃຊ້ອຸປະກອນກະຈາຍຄື້ນຄວາມຖີ່ວິທະຍຸສື່ສານ ເພື່ອຮັບປະກັນຄວາມສອດຄ່ອງກັບລະບຽບການເຕັກນິກກ່ຽວກັບຄວາມປອດໄພທີ່ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ 16 ການກວດກາການເຊື່ອມຕໍ່ຂອງອຸປະກອນ

ການກວດກາການເຊື່ອມຕໍ່ຂອງອຸປະກອນ     ແມ່ນການກວດກາຄຸນລັກສະນະທາງດ້ານເຕັກນິກ ກ່ຽວກັບProtocol ການເຊື່ອມຕໍ່ ຂອງອຸປະກອນເຄືອຂ່າຍໂທລະຄົມມະນາຄົມ (ເປັນຕົ້ນ Core network, Radio network ແລະ Tranmissiom network) ເພື່ອຮັບປະກັນອຸປະກອນດັ່ງກ່າວສາມາດເຊື່ອມຕໍ່ເຂົ້າກັບເຄືອຂ່າຍການສື່ສານຂອງ ສປປ ລາວ ໂດຍບໍ່ສ້າງຄວາມເສຍຫາຍໃຫ້ກັບເຄືອຂ່າຍອື່ນ.

ມາດຕາ 17     ການກວດກາຄວາມປອດໄພທາງໄຟຟ້າ

          ການກວດກາຄວາມປອດໄພທາງໄຟຟ້າ ແມ່ນການກວດຄ່າຕົວຊີ້ວັດທາງດ້ານເຕັກນິກ ເປັນຕົ້ນ ກະແສໄຟຟ້າຮົ່ວ (Leakage current) ເພື່ອຮັບປະກັນຄວາມປອດໄພຂອງຜູ້ຊົມໃຊ້ອຸປະກອນຈາການບາດເຈັບ ຫຼື ເສຍຊີວິດ.

ມາດຕາ 18 ຫ້ອງກວດກາ

          ຫ້ອງກວດກາ ແມ່ນຫ້ອງທົດລອງທາງດ້ານເຕັກນິກຢູ່ ສປປ ລາວ ຫຼື ຕ່າງປະເທດ ທີ່ມີຄວາມສາມາດໃນການກວດກາຄຸນລັກສະນະ ແລະ ຄ່າຕົວຊີ້ວັດທາງດ້ານເຕັກນິກຂອງອຸປະກອນ ຕາມລະບຽບການເຕັກນິກທີ່ກະຊວງເຕັກໂນໂລຊີ ແລະ ການສື່ສານ ກຳນົດ. ຫ້ອງກວດກາ ປະກອບມີ 2 ປະເພດ ດັ່ງນີ້:

  1. ຫ້ອງກວດກາທີ່ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ກຳນົດ (Designation Lab) ແມ່ນຫ້ອງກວດກາພາຍໃນປະເທດ ທີ່ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ກຳນົດໃຫ້ຈັດຕັ້ງປະຕິບັດໃນການກວດກາຄ່າຕົວຊີ້ວັດທາງດ້ານເຕັກນິກ ຂອງອຸປະກອນ ກ່ອນການ ຜະລິດ, ນຳເຂົ້າ, ສົ່ງອອກ, ນຳໃຊ້ ແລະ ຈຳໜ່າຍ ຢູ້ ສປປ ລາວ.
  2. ຫ້ອງກວດກາທີ່ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຮັບຮອງ (Recognition Lab) ແມ່ນຫ້ອງກວດກາຂອງຕ່າງປະເທດ ທີ່ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຮັບຮອງເອົາຜົນກວດດາຄ່າຊີ້ວັດທາງດ້ານເຕັກນິກ ຂອງອຸປະກອນ ກ່ອນການ ນຳເຂົ້າ, ສົ່ງອອກ, ນຳໃຊ້ ແລະ ຈຳໜ່າຍ ຢູ່ ສປປ ລາວ.

ໝວດທີ 4

ການຢັ້ງຢືນລະບຽບການເຕັກນິກ, ຜູ້ຂໍຮັບການຢັ້ງຢືນລະບຽບການເຕັກນິກ

ແລະ ກາໝາຍລະບຽບການເຕັກນິກ

ມາດຕາ 19 ການຢັ້ງຢືນລະບຽບການເຕັກນິກ

ການຢັ້ງຢືນລະບຽບການເຕັກນິກ (Certification) ແມ່ນການອອກໃບຢັ້ງຢືນ, ການແຈ້ງຄວາມສອດຄ່ອງ ແລະ ການນຳໃຊ້ກົດໝາຍ ລະບຽບການເຕັກໂນ ເພື່ອຢັ້ງຢືນວ່າ ອຸປະກອນໂທລະຄົມມະນາຄົມ ແລະ ICT ສອດຄ່ອງກັບລະບຽບການເຕັກນິກ ເພື່ອຮັບປະກັນ ຄຸນນະພາບດ ຄວາມປອດໄພ, ການເຊື່ອມຕໍ່, ຂໍ້ມູນຄວາມລັບ ແລະ ຮັກສາຜົນປະໂຫຍດຂອງຜູ້ຊົມໃຊ້ອຸປະກອນ.

ມາດຕາ 20 ຂັ້ນຕອນການຢັ້ງຢືນລະບຽບການເຕັກນິກ

          ພາຍຫຼັງທີ່ອຸປະກອນຜ່ານການກວດກາລະບຽບການເຕັກນິກແລ້ວ, ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈະດຳເນີນການຢັ້ງຢືນລະບຽບການເຕັກນິກຕາມ 3 ຂັ້ນຕອນ ດັ່ງນີ້:

  1. ອອກໃບຢັ້ງຢືນລະບຍບການເຕັກນິກ (Type Approval Certificate);
  2. ແຈ້ງຄວາມສອດສ່ອງລະບຽບການເຕັກນິກ (Declatation of Conformity’’DoC’’);
  3. ນຳໃຊ້ກາໝາຍລະບຽບການເຕັກນິກ (Label).

ມາດຕາ 21 ຜູ້ຂໍຮັບການຢັ້ງຢືນລະບຽບການທາງເຕັກນິກ

          ຜູ້ຂໍຮັບການຢັ້ງຢືນລະບຽບການເຕັກນິກ ຕ້ອງເປັນບຸກຄົນ ທີ່ເປັນຄົນ ລາວ ຫຼື ເປັນນິຕິບຸກຄົນ, ການຈັດຕັ້ງພາຍໃນ, ການຈັດຕັ້ງຕ່າງປະເທດທີ່ ດຳເນີນທຸລະກິດ ຫຼື ສ້າງຕັ້ງຂຶ້ນ ຢູ່ ສປປ ລາວ ທີ່ຖືກຕ້ອງຕາມລະບຽບກົດໝາຍ.

          ກໍລະນີຜູ້ຂໍຮັບການຢັ້ງຢືນລະບຽບການເຕັກນິກເປັນນິຕິບຸກຄົນຢູ່ຕ່າງປະເທດ ຈະຕ້ອງມີຕົວແທນທີ່ເປັນ ບຸກຄົນທີ່ເປັນຄົນ ລາວ ຫຼື ນິຕິບຸກຄົນທີ່ດຳເນີນທຸລະກິດຖືກຕ້ອງຕາມກົດໝາຍ ແລະ ລະບຽບການ ຂອງ ສປປ ລາວ ເປັນຜູ້ສະເໜີຂໍຮັບການຢັ້ງຢືນລະບຽບການເຕັກນິກ.

ມາດຕາ 22 ກາໝາຍລະບຽບການເຕັກນິກ

          ກາໝາຍລະບຽບການເຕັກນິກ ແມ່ນກາໝາຍເພື່ອສະແດງວ່າອຸປະກອນນັ້ນ ໄດ້ຮັບການຢັ້ງຢືນຖືກຕ້ອງສອດຄ່ອງກັບລະບຽບການເຕັກນິກທີ່ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ກຳນົດ.

          ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ເປັນຜູ້ອອກແບບ ແລະ ມອບກາໝາຍໃຫ້ກັບຜູ້ທີ່ໄດ້ຂຶ້ນທະບຽນ ແລະ ແຈ້ງຄວາມສອດຄອງລະບຽບການເຕັກນິກຕາມຈຳນວນອຸປະກອນທະບຽນ.

          ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ອອກລະບຽບການຕ່າງຫາກກ່ຽວກັບ ກາໝາຍລະບຽບການເຕັກນິກ ເພື່ອໃຫ້ສອດຄອງກັບວຽກງານການຄຸ້ມຄອງລະບຽບການເຕັກນິກອຸປະກອນໂທລະຄົມມະນາຄົມ ແລະ ICT ໃນ ແຕ່ລະໄລຍະ.

ໝວດທີ 5

ໃບຢັ້ງຢືນລະບຽບການເຕັກນິກ, ການແຈ້ງຄວາມສອດຄ່ອງລະບຽບການເຕັກນິກ ແລະ ການຍົກເວັ້ນ

ມາດຕາ 23 ໃບຢັ້ງຢືນລະບຽບການເຕັກນິກ

ໃບຢັ້ງຢືນລະບຽບການເຕັກນິກຂອງອຸປະກອນມີອາຍຸສູງສຸດ ສາມ ປີ, ຖ້າໃບຢັ້ງຢືນໝົດອາຍຸ ຜູ້ຖືໃບຢັ້ງຢືນລະບຽບການເຕັກນິກ ຕ້ອງດຳເນີນການຢັ້ງຢືນລະບຽບການເຕັກິກຄືນໃໝ່ ພາຍໃນກຳນົດເວລາ ສາມສິບ ວັນກ່ອນວັນໝົດອາຍຸ. ແບບຟອມຂອງໃບຢັ້ງຢືນລະບຽບການເຕັກນິກ ໄດ້ລະບຸໄວ້ໃນເອກະສານຊ້ອນທ້າຍ 2.

ອົງການຄຸ້ມຄອງວຽກງານລະບຽບການເຕັກນິກເປັນຜູ້ອອກໃບຢັ້ງຢືນລະບຽບການເຕັກນິກໃຫ້ກັບອຸປະກອນ ໂດຍອີງໃສ່ຄວາມຖືກຕ້ອງຂອງຜົນການກວດກາລະບຽບການເຕັກນິກ ທີ່ກຳນົດໃນແຕ່ລະໄລຍະ.

ກໍລະນີເປັນອຸປະກອນທີ່ນຳໃຊ້ຄື້ນຄວາມຖີ່ວິທະຍຸສື່ສານທີ່ຈະຜະລິດ, ນຳເຂົ້າ ແລະ ນ້ຳໃຊ້ ຢູ່ ສປປ ລາວ, ອົງການຄຸ້ມຄອງວຽກງານລະບຽບການເຕັກນິກ ອອກໃບຢັ້ງຢືນລະບຽບການເຕັກນິກໃຫ້ກັບອຸປະກອນໂດຍສອດຄ່ອງ ແຜນຜັງແຫ່ງຊາດກ່ຽວກັບຄື້ນຄວາມຖີ່ວິທະຍຸສື່ສານ, ແຜນຈັດສັນຄື້ນຄວາມຖີ່ວິທະຍຸສື່ສານ, ກົດໝາຍ ແລະ ລະບຽບການ ແຕ່ລະໄລຍະ.

ມາດຕາ 24 ການພິຈາລະນາອອກໃບຢັ້ງຢືນລະບຽບການເຕັກນິກ

ຂັ້ນຕອນການພິຈາລະນາອອກໃບຢັ້ງຢືນລະບຽບການເຕັກນິກ ມີດັ່ງນີ້:

  1. ຜູ້ສະເໜີ ຕ້ອງປະກອບເອກະສານສະເໜີຂໍໃບຢັ້ງຢືນລະບຽບການເຕັກນິກຢ່າງຄົບຖ້ວນ ແລະ ຍື່ນສະເໜີ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ;
  2. ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ພິຈາລະນາ ແລະ ອອກໃບຢັ້ງຢືນລະບຽບການເຕັກນິກພາຍໃນກຳນົດເວລາບໍ່ເກີນ ສິບ ວັນລັດຖະການ ນັບແຕ່ມື້ໄດ້ຮັບເອກະສານສະເໜີ ໂດຍອີງໃສ່ຜົນການກວດກາລະບຽບການເຕັກນິກ, ຄວາມສ່ອງຄ່ອງລະບຽບການເຕັກນິກ, ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ;
  3. ໃນກໍລະນີບໍ່ສາມາດອອກໃບຢັ້ງຢືນໄດ້ພາຍໃນເວລາທີ່ກຳນົດ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຈະແຈ້ງເຖິງຜູ້ສະເໜີກ່ຽວກັບເຫດຜົນ ແລະ ເວລາທີ່ສາມາດອອກໃບຢັ້ງຢືນໄດ້ ພາຍໃນເວລາ ສິບ ວັນລັດຖະການ ນັບແຕ່ມື້ຮັບເອກະສານ.

ມາດຕາ 25 ເອກະສານຂໍໃບຢັ້ງຢືນລະບຽບການເຕັກນິກ

ເອກະສານຂໍໃບຢັ້ງຢືນລະບຽບການເຕັກນິກ ປະກອບມີ ດັ່ງນີ້:

  1. ໃບສະເໜີຂໍການຢັ້ງຢືນລະບຽບກນເຕັກນິກ (ແບບຟອມທີ່ໄດ້ລະບຸໄວ້ໃນເອກະສານຊ້ອນທ້າຍ 1);
  2. ຜົນການກວດກາທາງດ້ານເຕັກນິກຕ່າງໆ (Test Repor) ຈາກຫ້ອງກວດກາທີ່ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ກຳນົດ ຫຼື ຮັບຮອງ;
  3. ສຳເນົາໃບຮັບຮອງລະດັບດຳເນີນງານຂອງຫ້ອງກວດກາ Accreditation Certificate;
  4. ຜົນການກວດທາງດ້ານເຕັກນິກ SAR ຫຼື EMF (ສໍາລັບອຸປະກອນຄຶ້ນຄວາມຖີ່ວິທະຍຸສື່ສານ)
  5. ເອກະສານຂໍ້ກຳນົດທາງດ້ານເຕັກນິກ (Technical Speciflcation) ຂອງອຸປະກອນ ເຊິ່ງປະກອບມີຂໍ້ມູນ ຊື່ອຸປະກອນ, ລຸ້ນ (Model), ໂຮງງານຜະລິດ ແລະ ຂໍ້ກໍານົດທາງດ້ານເຕັກນິກອື່ນ;
  6. ຄູ່ມືການນຳໃຊ້ (Operation manual/User manual);
  7. ອຸປະກອນຕົວຢ່າງຈຳນວນ 1 ເຄື່ອງ (ອຸປະກອນບາງປະເພດທີ່ອົງການຄຸ້ມຄອງວຽກງານລະບຽບການ ເຕັກນິກພິຈາລະນາ);
  8. ຮູບຖ່າຍຂອງອຸປະກອນ;
  9. ສຳເນົາບົດປະຈຳຕົວ ຫຼື ສຳເນົາໜັງສືຜ່ານແດນ (ສຳລັບຄົນຕ່າງປະເທດ)
  10. ສຳເນົາທະບຽນວິສາຫະກິດ, ສຳເນົາທະບຽນອາກອນ, ສຳເນົາໃບອະນຸຍາດດຳເນີນທຸລະກິດ ແລະ ເອກະສານທີ່ກ່ຽວຂ້ອງ (ສຳລັບນິຕິບຸກຄົນ)

ມາດຕາ 26 ການຍົກເວັ້ນການອອກໃບຢັ້ງຢືນລະບຽບການເຕັກນິກ

ອຸປະກອນທີ່ໄດ້ຮັບການຍົກເວັ້ນການອອກໃບຢັ້ງຢືນລະບຽບການເຕັກນິກ ມີດັ່ງນີ້:

  1. ອຸປະກອນທີ່ບຸກຄົນນຳເຂົ້າບໍ່ເກີນ 1 ອຸປະກອນ ເພື່ອນໍາໃຊ້ສ່ວນຕົວ ເຊິ່ງຖືກຕ້ອງຕາມລະບຽບກົດໝາຍ ແລະ ບໍ່ອະນຸຍາດໃຫ້ຈຳໜ່າຍ;
  2. ອຸປະກອນທີ່ຜະລິດ ຫຼື ນຳເຂົ້າ ເພື່ອນຳມາເປັນຕົວຢ່າງສະເໜີ, ງານວາງສະແດງຕ່າງໆ.ພາຍຫຼັງສຳເລັດງານດັ່ງກ່າວ ຕ້ອງນຳອອກອຸປະກອນ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ;
  3. ອຸປະກອນຂອງຄະນະຜູ້ແທນຕ່າງປະເທດທີ່ມາຢ້ຽມຢາມ ຫຼື ເຮັດວຽກຢູ່ ສປປ ລາວ ເປັນເວລາຊົ່ວຄາວ ແລະ ນຳອອກຫຼັງສຳເລັດງານດັ່ງກ່າວ;
  4. ອຸປະກອນທີ່ນຳເຂົ້າ ເພື່ອນຳໃຊ້ວຽກງານສຸກເສີນ, ແຈ້ງເຕືອນໄພ ແລະ ບັນເທົາໄພພິບັດຕ່າງໆ ແລະ ບໍ່ອະນຸຍາດໃຫ້ຈຳໜ່າຍ;
  5. ອຸປະກອນສຳລັບວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະເຫງົບ.

ມາດຕາ 27 ການແຈ້ງຄວາມສອດຄ່ອງລະບຽບການເຕັກນິກ

ການແຈ້ງຄວາມສອດຄ່ອງລະບຽບການເຕັກນິກ ແມ່ນ ການໃຫ້ຄຳໝັ້ນສັນຍາຂອງບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ຢູ່ ສປປ ລາວ ທີ່ດຳເນີນການຜະລິດ, ນຳເຂົ້າ, ສົ່ງອອກ, ນຳໃຊ້ ແລະ ຈຳໜ່າຍ ອຸປະກອນໂທລະຄົມມະນາຄົມ ແລະ ICT ເພື່ອແຈ້ງ ແລະ ຂື້ນທະບຽນ ອຸປະກອນຂອງຕົນ ໃຫ້ສອດຄ່ອງກັບລະບຽບການເຕັກນິກທີ່ກຳນົດໄວ້.

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດທີ່ມີຈຸດປະສົງແຈ້ງຄວາມສອດຄ່ອງລະບຽບການເຕັກນິກ ຕ້ອງຍື່ນເອກະສານຫາອົງການຄຸ້ມຄອງວຽກງານລະບຽບການເຕັກນິກມີລາຍລະອຽດດັ່ງນີ້:

  1. ສຳລັບອຸປະກອນປະເພດ 1, ຜູ້ສະເໜີຕ້ອງປະກອບເອກະສານຕາມທີ່ໄດ້ລະບຸໄວ້ໃນມາດຕາ 28 ພາຍຫຼັງໄດ້ຮັບໃບຢັ້ງຢືນລະບຽບການເຕັກນິກ;
  2. ສຳລັບອຸປະກອນປະເພດ 2, ຜູ້ສະເໜີຕ້ອງປະກອບເອກະສານຕາມທີ່ໄດ້ລະບຸໄວ້ໃນມາດຕາ 28 ໂດຍອີງຕາມຜົນການກວດກາທາງດ້ານເຕັກນິກຈາກຫ້ອງການກວດກາທີ່ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ກຳນົດ ຫຼື ຮັບຮອງ.

ອົງການຄຸ້ມຄອງລະບຽບການເຕັກນິກອຸປະກອນ ເປັນຜູ້ ຂື້ນທະບຽນ ແລະ ຕອບຮັບການແຈ້ງຄວາມສ່ອດຄ່ອງລະບຽບການເຕັກນິກ. ໜັງສືຮັບການແຈ້ງຄວາມສອດຄ່ອງລະບຽບການເຕັກນິກ ມີອາຍຸສູງສຸດ ສາມ ປີ.

ມາດຕາ 28 ເອກະສານຂໍແຈ້ງຄວາມສອດຄ່ອງລະບຽບການເຕັກນິກ     

          ເອກະສານຂໍແຈ້ງຄວາມສອດຄ່ອງລະບຽບການເຕັກນິກ ປະກອບມີດັ່ງນີ້:

  1. ໃບສະເໜີຂໍແຈ້ງຄວາມສອດຄ່ອງລະບຽບການເຕັກນິກ (ເອກະສານຊ້ອນທ້າຍ3);
  2. ຜົນກນກວດກາທາງດ້ານເຕັກນິກຕ່າງໆ (Test Report) ຈາກຫ້ອງກວດກາທີກະຊວງ ເຕັກໂນໂລຊີ ແລະ ການສື່ສານ ກຳນົດ ແລະ ຮັບຮອງ;
  3. ສຳເນົາໃບຮັບຮອງລະບົບດຳເນີນງານຂອງຫ້ອງການກວດກາ Accreditation Certifcate;
  4. ຄູ່ທືການນຳໃຊ້ ແລະ ຖ່າຍຮູບຂອງອຸປະກອນ
  5. ຜົນການກວດກາທາງດ້ານເຕັກນິກ SAR ຫຼື EMF (ສໍາລັບອຸປະກອນຄື້ນຄວາມຖີ່ວິທະຍຸສື່ສານ);
  6. ສຳເນົາໃບຢັ້ງຢືນລະບຽບການເຕັກນິກທີ່ຍັງບໍ່ໝົດອາຍຸທີ່ອອກໂດຍ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ (ກໍລະນີອຸປະກອນປະເພດ1)
  7. ເອກະສານທາງດ້ານເຕັກນິກ (Technical Specification) ຂອງອຸປະກອນ ຊຶ່ງປະກອບມີຂໍ້ມູນ ຊື່ອຸປະກອນ, ລຸ້ນ (Model), ໂຮງງານຜະລິດ ແລະ ຂໍ້ມູນທາງດ້ານເຕັກນິກອື່ນ;
  8. ສຳເນົາບັດປະຈຳຕົວ ຫຼື ສຳເນົາໜັງສືຜ່ານແດນ (ສຳລັບຄົນຕ່າງປະເທດ);
  9. ສຳເນົາທະບຽນວິສາຫະກິດ, ສຳເນົາທະບຽນອາກອນ, ສຳເນົາໃບອະນຸຍາດດຳເນີນທຸລະກິດ ແລະ ເອກະສານອື່ນທີ່ກ່ຽວຂ້ອງ (ສຳລັບນິຕິບຸກຄົນ).

ມາດຕາ 29 ຂັ້ນຕອນການແຈ້ງຄວາມສອດຄ່ອງລະບຽບການເຕັກນິກ

          ຂັ້ນຕອນການແຈ້ງຄວາມສອດຄ່ອງລະບຽບການເຕັກນິກ ມີລາຍລະອຽດດັ່ງນີ້:

  1. ຜູ້ສະເໜີຕ້ອງປະກອບເອກະສານຂໍແຈ້ງຄວາມສອດຄ່ອງລະບຽບການເຕັກນິກຢ່າງຄົບຖ້ວນ ແລະ ຍື່ນໃບສະເໜີເຖິງອົງການຄຸ້ມຄອງວຽກງານລະບຽບການເຕັກນິກ;
  2. ອົງການຄຸ້ມຄອງວຽກງານລະບຽບການເຕັກນິກພິຈາລະນາຂໍແຈ້ງຄວາມສ່ອດຄ່ອງ ແລະ ອອກໜັງສືຕອບຮັບການແຈ້ງຄວາມສອດຄ່ອງລະບຽບການເຕັກນິກ (ຕາມແບບຟອມທີ່ໄດ້ລະບຸຕາມເອຫະສານຊ້ອນທ້າຍ4) ໃຫ້ກັບຜູ້ສະເໜີພາຍໃນເວລາ ສິບ ວັນລັດຖະການ. ໃນກໍ່ລະນີບໍ່ສາມາດອອກໜັງສືຕອບຮັບໄດ້ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຕ້ອງແຈ້ງເຖິງຜູ້ສະເໜີກ່ຽວກັບເຫດຜົນ ພາຍໃນເວລາ ສິບ ວັນລັດຖະການ ນັບແຕ່ມື້ໄດ້ຮັບເອກະສານ.

ມາດຕາ 30 ການຍົກເວັ້ນການແຈ້ງຄວາມສອດຄ່ອງລະບຽບການເຕັກນິກ

           ອຸປະກອນທີ່ໄດ້ຮັບການຍົກເວັ້ນການແຈ້ງຄວາມສອດຄ່ອງລະບຽບການເຕັກນິກ ແມ່ນອຸປະກອນທີ່ລະບຸໄວ້ໃນມາດຕາ 26 ຂອງຂໍ້ຕົກລົງສະບັບນີ້;

ໝວດທີ 6

ການຄຸ້ມຄອງອຸປະກອນຫຼັງຈາກໄດ້ຮັບການຢັ້ງຢືນລະບຽບການເຕັກນິກ

ມາດຕາ 31 ການອອກໃບຢັ້ງຢືນລະບຽບການເຕັກນິກຄືນໃໝ່

           ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດ ຕ້ອງດໍາເນີນການຂໍຢັ້ງຢືນລະບຽບການເຕັກນິກຂອງອຸປະກອນຄືນໃໝ່ ຕາມກໍລະນີດັ່ງນີ້:

  1. ຊື່ອຸປະກອນ, ແບບ, ລຸ້ນ ຂອງອຸປະກອນມີການປ່ຽນແປງ;
  2. ການອອກແບບທາງດ້ານເຕັກນິກ ແລະ ຄ່າຕົວຊີ້ວັດທາງດ້ານເຕັກນິກ ມີປານປ່ຽນແປງ;
  3. ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ປັບປຸງລະບຽບການເຕັກນິກ, ລະບຽບການກ່ຽວກັບຄື້ນຄວາມຖີ່ວິທະຍຸສື່ສານ ເຊິ່ງມີຜົນເຮັດໃຫ້ອຸປະກອນຕ້ອງໄດ້ປັບປ່ຽນຄ່າທາງເຕັກນິກ;
  4. ໃບຢັ້ງຢືນລະບຽບການເຕັກນິກໄດ້ໝົດອາຍຸ;
  5. ໃບຢັ້ງຢືນລະບຽບການເຕັກນິກໄດ້ຖືກຖອນສິດນຳໃຊ້.

ມາດຕາ 32 ການຖອນໃບຢັ້ງຢືນລະບຽບການເຕັກນິກ ແລະ ສິດການນຳໃຊ້ກາໝາຍລະບຽບການເຕັກນິກ

           ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຖອນໃບຢັ້ງຢືນລະບຽບການເຕັກນິກ ແລະ ສິດນໍາໃຊ້ກາໝາຍລະບຽບການເຕັກນິກ ຕາມກໍລະນີດັ່ງນີ້:

  1. ຜົນຂອງການລົງກວດກາທາງດ້ານເຕັກນິກຕົວຈິງຂອງອຸປະກອນຢູ່ທ້ອງຕະຫຼາດເຫັນວ່າອຸປະກອນບໍ່ສອດຄ່ອງກັບລະບຽບການເຕັກນິກທີ່ໄດ້ຢັ້ງຢືນ;
  2. ຜູ້ຖືໃບຢັ້ງຢືນລະບຽບການເຕັກນິກ ແລະ ນຳໃຊ້ກາໝາຍ ບໍ່ປະຕິບັດຕາມລະບຽບການ.

           ຜູ້ຖືໃບຢັ້ງຢືນລະບຽບການເຕັກນິກ ຕ້ອງຢຸດຕິການນໍາໃຊ້ກາໝາຍ ແລະ ຕ້ອງສົ່ງຄືນໃບຢັ້ງຢືນລະບຽບການເຕັກນິກສະບັບແທ້ໃຫ້ກັບກະຊວງ ເຕັກໂນໂລຊີ ແລະ ການສື່ສານ

ມາດຕາ 33 ການແຈ້ງຄວາມສອດຄ່ອງລະບຽບການເຕັກນິກຄືນໃໝ່

           ຜູ້ທີ່ໄດ້ຂື້ນທະບຽນແຈ້ງຄວາມສອດຄ່ອງລະບຽບການເຕັກນິກ ຕ້ອງແຈ້ງຄວາມສອດຄ່ອງລະບຽບການເຕັກນິກຄືນໃໝ່ ຕາມກໍລະນີ ດັ່ງນີ້:

  1. ການອອກແບບທາງດ້ານເຕັກນິກມີການປ່ຽນແປງ ເຮັດໃຫ້ຄ່າຕົວຊີ້ວັດທາງດ້ານເຕັກນິກມີການປ່ຽນແປງ;
  2. ເມື່ອມີການປ່ຽນແປງເນື້ອໃນຂອງໃບແຈ້ງຄວາມສອດຄ່ອງທີ່ໄດ້ຂື້ນທະບຽນກ່ອນໜ້ານັ້ນ;
  3. ໃບຢັ້ງຢືນລະບຽບການເຕັກນິກໝົດອາຍຸ (ກໍລະນີອຸປະກອນປະເພດ1);
  4. ໜັງສືຕອບຮັບການແຈ້ງຄວາມສອດຄ່ອງລະບຽບການເຕັກນິກ ໝົດອາຍຸ;

ມາດຕາ 34 ການເກັບຂໍ້ມູນ ແລະ ການລາຍງານ

           ຜູ້ທີ່ໄດ້ຮັບການຢັ້ງຢືນລະບຽບການເຕັກນິກ ຕ້ອງບັນທຶກຂໍ້ມູນການນໍາໃຊ້ກາໝາຍລະບຽບການເຕັກນິກ ແລະ ສົ່ງໃຫ້ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ໃນແຕ່ລະໄລຍະ.

ມາດຕາ 35 ການກວດກາອຸປະກອນຢູ່ທ້ອງຕະຫຼາດ

           ອົງການຄຸ້ມຄອງວຽກງານລະບຽບການເຕັກນິກ ຕິດຕາມ, ກວດກາ, ອຸປະກອນ ແລະ ການນໍາໃຊ້ກາໝາຍຢູ່ທ້ອງຕະຫຼາດ ເພື່ອຮັບປະກັນຢູ່ອຸປະກອນດັ່ງກ່າວສອດຄ່ອງກັບລະບຽບການເຕັກນິກທີ່ກຳນົດໄວ້.

           ອົງການຄຸ້ມຄອງວຽກງານລະບຽບການເຕັກນິກ ວາງແຜນ, ກໍານົດເນື້ອໃນກວດກາ, ລາຍງານກວດກາ ແລະ ຈັດຕັ້ງປະຕິບັດການກວດກາອຸປະກອນ. ການກວດກາອຸປະກອນຢູ່ທ້ອງຕະຫຼາດຕ້ອງປະຕິບັດຢ່າງນ້ອຍ 1 ຄັ້ງ ຕໍ່ ປີ ຫຼື ກວດກາແບບກະທັນຫັນເມື່ອມີຫາງສຽງຕໍ່ກັບຄຸ້ນນະພາບຂອງອຸປະກອນຂອງຜູ້ຊົມໃຊ້.

ໝວດທີ 7

ລະບຽບການເຕັກນິກ ແລະ ນຳເຂົ້າອຸປະກອນ

ມາດຕາ 36 ລະບຽບການເຕັກນິກຂອງອຸປະກອນ

           ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ກໍານົດລະບຽບການເຕັກນິກຂອງອຸປະກອນແຕ່ລະປະເພດ ແລະ ໄດ້ລະບຸໄວ້ໃນລະບຽບການກ່ຽວກັບລະບຽບການເຕັກນິກຂອງອຸປະກອນແຕ່ລະປະເພດຕ່າງຫາກ.

ມາດຕາ 37 ການທຽບຄຽງລະບຽບການເຕັກນິກຂອງສາກົນ

           ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຮັບຮອງລະບຽບການເຕັກນິກສໍາລັບອຸປະກອນບາງລາຍການທີ່ຍັງບໍ່ໄດ້ກຳນົດລະບຽບການເຕັກນິກຕາມລະບຽບການ ໂດຍການທຽບຄຽງກັບລະບຽບການເຕັກນິກຂອງ ຕ່າງປະເທດ ແລະ ສາກົນ.

ມາດຕາ 38 ການນຳເຂົ້າອຸປະກອນ

           ບຸກຄົນ,ນິຕິບຸກຄົນ ຫຼື ການຈັດຕັ້ງທັງພາຍໃນ ແລະ ຕ່າງປະເທດທີ່ຕ້ອງການນໍາເຂົ້າອຸປະກອນ, ຕ້ອງໄດ້ຮັບການກວດກາ, ຢັ້ງຢືນລະບຽບການເຕັກນິກ ຈາກກະຊວງ ເຕັກໂນໂລຊີ ແລະ ການສື່ສານ ເສຍກ່ອນ (ຍົກເວັ້ນອຸປະກອນທີ່ໄດ້ລະບຸໄວ້ມນມາດຕາ 26 ຂອງຂໍ້ຕົກລົງສະບັບນີ້) ຈື່ງສາມາດນຳເຂົ້າໄດ້.

           ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ເປັນຜູ້ອອກໃບອະນຸຍາດນໍາເຂົ້າອຸປະກອນໂທລະຄໂມມະນາຄົມ ແລະ ICT ພາຍຫຼັງໄດ້ຮັບການກວດກາ ແລະ ຢັ້ງຢືນລະບຽບການເຕັກນິກ.

ໝວດທີ 8

ສິດ ແລະ ພັນທະ ຂອງຜູ້ໄດ້ຮັບການຢັ້ງຢືນລະບຽບການເຕັກນິກ

ມາດຕາ 39 ສິດຂອງຜູ້ໄດ້ຮັບການຢັ້ງຢືນລະບຽບການເຕັກນິກ

           ຜູ້ໄດ້ຮັບການຢັ້ງຢືນລະບຽບການເຕັກນິກມີສິດ ດັ່ງນີ້:

  1. ພາຍຫຼັງໄດ້ຮັບການຢັ້ງຢືນລະບຽບການເຕັກນິກແລ້ວ, ຜູ້ໄດ້ຮັບການຢັ້ງຢືນລະບຽບການເຕັກນິກ ມີສິດດຳເນີນການ ຜະລິດ, ນຳເຂົ້າ, ສົ່ງອອກ, ນຳໃຊ້ ແລະ ຈຳໜ່າຍ ອຸປະກອນດັ່ງກ່າວ;
  2. ສະເໜີໂຈະ ຫຼື ຍົກເລີກ ການຢັ້ງຢືນລະບຽບການເຕັກນິກຂອງຕົນ;
  3. ໄດ້ຮັບການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຕົນ ຕາມກົດໝາຍ;
  4. ນຳໃຊ້ສິດອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາ 40 ພັນທະຂອງຜູ້ໄດ້ຮັບການຢັ້ງຢືນລະບຽບການເຕັກນິກ

           ຜູ້ໄດ້ຮັບການຢັ້ງຢືນລະບຽບການເຕັກນິກ ມີພັນທະດັ່ງນີ້:

  1. ຊຳລະຄ່າທຳນຽມ ແລະ ຄ່າບໍລິການການຄຸ້ມຄອງລະບຽບການເຕັກນິກ ຕາມລະບຽບການ;
  2. ຜູ້ ຜະລິດ, ນຳເຂົ້າ, ສົ່ງອອກ, ນຳໃຊ້ ແລະ ຈຳໜ່າຍ ອຸປະກອນທີ່ໄດ້ຮັບການຢັ້ງຢືນລະບຽບການເຕັກນິກແລ້ວ ມີໜ້າທີ່ຕ້ອງຮັກສາຄຸນນະພາບຂອງອຸປະກອນໃຫ້ຄືກັບສະພາບທີ່ໄດ້ຮັບການຢັ້ງຢືນລະບຽບການເຕັກນິກ ແລະ ຕ້ອງຮັບຜິດຊອບຕໍ່ກັບຄຸນນະພາບຂອງອຸປະກອນທີ່ຕົນສະໜອງໃນທ້ອງຕະຫຼາດຕາມລະບຽບກົດໝາຍ.
  3. ຜູ້ໄດ້ຮັບການຢັ້ງຢືນລະບຽບການເຕັກນິກຕ້ອງໃຫ້ຄວາມຮ່ວມມືກັບກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຕໍ່ກັບການລົງກວດອຸປະກອນດັ່ງກ່າວ;
  4. ໃນໄລຍະເວລາການຜະລິດ, ການຂົນົສ່ງອຸປະກອນໃນທ້ອງຕະຫຼາດ ຖ້າເຫັນວ່າອຸປະກອນທີ່ຕົນສະໜອງບໍ່ແທດເໝາະກັບລະບຽບການເຕັກນິກທີ່ໄດ້ຮັບການຢັ້ງຢືນລະບຽບການເຕັກນິກ, ຜູ້ຜະລິດ ຫຼື ຜູ້ນຳເຂົ້າ ຕ້ອງປະຕິບັດດັ່ງນີ້:
  • ຕ້ອງລາຍງານ ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ທັນທີ່ກ່ຽວກັບບັນຫາ ແລະ ວິທີ່ແກ້ໄຂ;
  • ດຳເນີນການແກ້ໄຂບັນຫາໂດຍທັນທີ, ຢຸດຕິການຂົນສົ່ງອຸປະກອນໃນທ້ອງຕະຫຼາດ ແລະ ເກັບຄືນ ອຸປະກອນທີ່ບໍ່ສອດຄ່ອງລະບຽບການເຕັກນິກທີ່ຈຳໜ່າຍໃນທ້ອງຕະຫຼາດ.
  • ລາຍງານຕໍ່ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ກ່ຽວກັບຜົນການແກ້ໄຂບັນຫາ ກ່ອນການນຳໃຊ້ ຫຼື ຈຳໜ່າຍຢູ່ທ້ອງຕະຫຼາດ.
  1. ປະຕິບັດພັນທະອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ໝວດທີ 9

 

ມາດຕາ 41     ຂໍ້ຫ້າມທົ່ວໄປ

          ຫ້າມບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ມີພຶດຕິກຳ ດັ່ງນີ້:

  1. ຜະລິດ, ນໍາເຂົ້າ, ສົ່ງອອກ, ນຳໃຊ້ ແລະ ຈຳໜ່າຍ ອຸປະກອນໂດຍບໍ່ໄດ້ຜ່ານການກວດກາ ແລະ ຢັ້ງຢືນລະບຽບການເຕັກນິກ;
  2. ຈຳໜ່າຍອຸປະກອນທີ່ໄດ້ຮັບການຍົກເວັ້້ນການຢັ້ງຢືນລະບຽບການເຕັກນິກ;
  3. ນຳໃຊ້ອຸປະກອນ ໃນການກໍ່ກວນຄວາມສະຫງົບ, ສ້າງຄື້ນຄວາມຖີ່ລົບກວນ, ຄວາມເສຍຫາຍ ໃຫ້ແກ່ການສື່ສານອື່ນ;
  4. ຂັດຂວາງວຽກງານການກວດກາ ແລະ ຢັ້ງຢືນລະບຽບການເຕັກນິກ;
  5. ມີພຶດຕິກຳອື່ນທີ່ເປັນການລະເມີດຕໍ່ກົດໝາຍ.

ມາດຕາ 42 ຂໍ້ຫ້າມສຳລັບຜູ້ໄດ້ຮັບການຢັ້ງຢືນລະບຽບການເຕັກນິກ (ຍ້າຍມາຈາກ ມຕ 41)

          ຫ້າມບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ຮັບການຢັ້ງຢືນລະບຽບການເຕັກນິກມີພຶດຕິກຳ ດັ່ງນີ້:

  1. ຜະລິດ, ນໍາເຂົ້າ, ສົ່ງອອກ, ນຳໃຊ້ ແລະ ຈຳໜ່າຍອຸປະກອນທີ່ຕໍ່າກວ່າລະບຽບການເຕັກນິກທີ່ຖືກຢັ້ງຢືນແລ້ວ;
  2. ຂາຍ, ໂອນ ແລະ ໃຫ້ເຊົ່າໃບຢັ້ງຢືນລະບຽບການເຕັກນິກ ແລະ ສິດການນຳໃຊ້ກາໝາຍລະບຽບການເຕັກນິກ;
  3. ປອມແປງເອກະສານກ່ຽວກັບການກວດກາ ແລະ ຢັ້ງຢືນລະບຽບການເຕັກນິກ;
  4. ນຳໃຊ້ໃບຢັ້ງຢືນລະບຽບການເຕັກນິກ ແລະ ສິດການນຳໃຊ້ກາໝາຍລະບຽບການເຕັກນິກ ເຂົ້າໃນຈຸດປະສົງອື່ນທີ່ບໍາຖືກຕ້ອງຕາມຂໍ້ຕົກລົງສະບັບນີ້;
  5. ມີພຶດຕິກຳອື່ນທີ່ເປັນການລະເມີດກົດໝາຍ.

ມາດຕາ 43 ຂໍ້ຫ້າມສຳລັບພະນັກງານຄຸ້ມຄອງລະບຽບການເຕັກນິກ

          ຫ້າມພະນັກງານຄຸ້ມຄອງລະບຽບການເຕັກນິກ ມີພຶດຕິກຳ ດັ່ງນີ້:

  1. ເປີດເຜີຍຄວາມລັບຂອງຊາດ, ປອມແປງເອກະສານກ່ຽວກັບການກວດກາ ແລະ ຢັ້ງຢືນລະບຽບການເຕັກນິກ;
  2. ສວຍໃຊ້ໜ້າທີ່ຕຳແໜ່ງເພື່ອຜົນປະໂຫຍດສ່ວນຕົວ ຊຶ່ງກໍ່ຄວາມເສຍຫາຍໃຫ້ແກ່ລັດ, ລວມໝູ່, ບຸກຄົນ ແລະ ການຈັດຕັ້ງ;
  3. ປະລະໜ້າທີ່ ແລະ ຄວາມຮັບຜິດຊອບທີ່ການຈັດຕັ້ງມອບໝາຍໃຫ້;
  4. ດຳລົງຕໍແໜ່ງໃດໜຶ່ງ ຫຼື ເປັນທີ່ປຶກສາໃຫ້ຫົວນ່ວຍທຸລະກິດ ນຳເຂົ້າ, ສົ່ງອອກ, ຜະລິດ ແລະ ຈຳໜ່າຍອຸປະກອນ;
  5. ດຳເນີນທຸລະກິດກ່ຽວກັບການນຳເຂົ້າ, ສົ່ງອອກ, ຜະລິດ ແລະ ຈຳໜ່າຍອຸປະກອນ;
  6. ມີພຶດຕິກຳອື່ນທີ່ເປັນການລະເມີດກົດໝາຍ.

ໝວດທີ 10

ອົງການຄຸ້ມຄອງລະບຽບການເຕັກນິກອຸປະກອນໂທລະຄົມມະນາຄົມ ແລະ ICT

 

ມາດຕາ 44 ອົງການຄຸ້ມຄອງລະບຽບການເຕັກນິກອຸປະກອນໂທລະຄົມມະນາຄົມ ແລະ ICT

                ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ເປັນຜູ້ຄຸ້ມຄອງລະບຽບການເຕັກນິກອຸປະກອນໂທລະຄົມມະນາຄົມ ແລະ ICT ຢ່າງລວມສູນ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ ໃນການ ກຳນົດລາຍການອຸປະກອນ, ກວດກາ, ຢັ້ງຢືນລະບຽບການເຕັກນິກອຸປະກອນ, ກຳນົດ ແລະ ຮັບຮອງຫ້ອງກວດກາ ທັງພາຍໃນ ແລະ ຕ່າງປະເທດ, ໂດຍມອບໃຫ້ກົມຄື້ນຄວາມຖີ່ວິທະຍຸສື່ສານ ເປັນຜູ້ຮັບຜິດຊອບໂດຍກົງ ແລະ ເປັນເຈົ້າການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ.

ມາດຕາ 45 ສິດ ແລະ ໜ້າທີ່ຂອງກົມຄື້ນຄວາມຖີ່ວິທະຍຸສື່ສານ

          ໃນການຄຸ້ມຄອງວຽກງານລະບຽບການເຕັກນິກອຸປະກອນໂທລະຄົມມະນາຄົມ ແລະ ICT ກົມຄື້ນຄວາມຖີ່ວິທະຍູສື່ສານ ກະຊວງເຕັກໂນໂລຊີ ແລະ ການສື່ສານ ມີສິດ ແລະ ໜ້າທີ່ ດັ່ງນີ້:

  1. ຄຸ້ມຄອງ, ຕິດຕາມ, ກວດກາ ວຽກງານລະບຽບການເຕັກນິກຂອງອຸປະກອນ ໃນຂອບເຂດທົ່ວປະເທດ;
  2. ຄົ້ນຄ້ວາ, ສ້າງ, ປັບປຸງ, ເຜີຍແຜ່, ນິຕິກໍາທີ່ກ່ຽວກັບວຽກງານກວດກາ ແລະ ຢັ້ງຢືນລະບຽບການເຕັກນິກຂອງອຸປະກອນ ໃຫ້ສອດຄ່ອງໃນແຕ່ລະໄລຍະ;
  3. ກວດກາທາງດ້ານເຕັກນິກຂອງອຸປະກອນ;
  4. ອອກໃບຢັ້ງຢືນລະບຽບການເຕັກນິກຂອງອຸປະກອນ;
  5. ຂຶ້ນທະບຽນ ແລະ ຕອບຮັບການແຈ້ງຄວາມສອດຄ່ອງລະບຽບການເຕັກນິກ ແລະ ການນຳໃຊ້ກາໝາຍລະບຽບການທາງເຕັກນິກ;
  6. ກຳນົດ, ຮັບຮອງ ບັນດາຫ້ອງກວດກາລະບຽບການເຕັກນິກ;
  7. ປົກປ້ອງສິດ, ຜົນປະໂຫຍດຂອງຊາດ ແລະ ຜູ້ຊົມໃຊ້ອຸປະກອນ;
  8. ຮັບຄຳຮ້ອງຟ້ອງຈາກຜູ້ຊົມໃຊ້ອຸປະກອນ ກ່ຽວກັບ ຄວາມບໍ່ສອດຄ່ອງລະບຽບການເຕັກນິກຂອງອຸປະກອນ;
  9. ແກ້ໄຂຂໍ້ຂັດແຍ່ງທີ່ເກີດຈາກອຸປະກອນບໍ່ສອດຄ່ອງລະບຽບການເຕັກນິກຕາມການຢັ້ງຢືນ;
  10.   ກ່າວເຕືອນ, ຖອນໃບຢັ້ງຢືນລະບຽບການເຕັກນິກ, ຫຼື ຍົກເລີກສິດນຳໃຊ້ກາໝາຍລະບຽບການທາງເຕັກນິກ, ເກັບຄືນອຸປະກອນທີ່ບໍ່ສອດຄ່ອງລະບຽບການເຕັກນິກ ແລະ ນໍາໃຊ້ມາດຕະການຕໍ່ຜູ້ລະເມີດຂໍ້ຕົກລົງສະບັບນີ້;
  11.   ເກັບຄ່າທໍານຽມ ແລະ ຄ່າບໍລິການ ກ່ຽວກັບວຽກງານການຄຸ້ມຄອງລະບຽບການເຕັກນິກຕາມລະບຽບການທີ່ກຳນົດໃນແຕ່ລະໄລຍະ;
  12.   ສ້າງ, ບຳລຸງ ແລະ ຍົກລະດັບພະນັກງານວິຊາການດ້ານການຄຸ້ມຄອງລະບຽບການເຕັກນິກ;
  13.   ພົວພັນ ແລະ ຮ່ວມມືກັນສາກົນໃນວຽກງານຄຸ້ມຄອງລະບຽບການເຕັກນິກ;
  14.   ເກັບຮັກສາ ແລະ ສະໜອງຂໍ້ມູນກ່ຽວກັບອຸປະກອນໂທລະຄົມມະນາຄົມ ແລະ ICT ໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງ;
  15.   ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນຕາມການມອບໝາຍ.

ໝວດທີ 11

ບົດບັນຍັດສຸດທ້າຍ

ມາດຕາ 46 ການຈັດຕັ້ງປະຕິບັດ

           ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ມອບໃຫ້ກົມຄື້ນຄວາມຖີ່ວິທະຍຸສື່ສານ ສົມທົບກັບບັນພາກສ່ວນທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ຢ່າງເຂັ້ມງວດ.

ມາດຕາ 47 ຜົນສັກສິດ

           ຂໍ້ຕົກລົງສະບັບນີ້ ມີຜົນສັກສິດນັບແຕ່ວັນທີ່ 27 ມັງກອນ 2023,ພາຍຫຼັງທີ່ໄດ້ລົງລາຍເຊັນ ແລະ ລົງໃນຈົດໝາຍເຫດທາງລັດຖະການ.

 

           ຂໍ້ຕົກລົງສະບັບນີ້ປ່ຽນແທນຂໍ້ຕົກລົງວ່າດ້ວຍ ການກວດກາ ແລະ ຢັ້ງຢືນ ມາດຕະຖານເຕັກນິກອຸປະກອນ ໄອຊີທີ (ICT) ສະບັບເລກທີ 2118/ປທສ, ລົງວັນທີ 8 ສິງຫາ 2018, ແລະ ລະບຽບການອື່ນທີ່ກ່ຽວຂ້ອງ.

 

ລັດຖະມົນຕີ

ບໍ່ວຽງຄໍາ ວົງດາລາ

 

# ຫົວຂໍ້ ດາວໂຫຼດ
1 ຂໍ້ຕົກລົງ ວ່າດ້ວຍ ການຄຸ້ມຄອງອຸປະກອນ ໂທລະຄົມມະນາຄົມ ແລະ ໄອຊີທີ (ICT), ເລກທີ 3583/ກຕສ, ລົງວັນທີ 13 ທັນວາ 2022. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.