ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ

 

ກະຊວງອຸດສາຫະກຳ ແລະ ການຄ້າ

ເລກທີ 0479/ອຄ

ນະຄອນຫຼວງວຽງຈັນ, ວັນທີ 05 ເມສາ 2023

ຄຳແນະນຳ

ກ່ຽວກັບການແຈ້ງການຢັ້ງຢືນຮັບຮູ້ ແລະ ການຂໍອະນຸຍາດ

ດຳເນີນທຸລະກິດການຄ້າທາງເອເລັກໂຕຣນິກ

  • ອີງຕາມ ດຳລັດ ວ່າດ້ວຍການຄ້າທາງເອເລັກໂຕຣນິກ ສະບັບເລກທີ 296/ລບ, ລົງວັນທີ 12 ເມສາ 2011;
  • ອີງຕາມ ດຳລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງອຸດສາຫະກຳ ແລະ ການຄ້າ ສະບັບ ເລກທີ 604/ນຍ, ລົງວັນທີ 15 ຕຸລາ 2021;
  • ອີງຕາມ ໜັງສືສະເຫນີຂອງກົມການຄ້າພາຍໃນ ສະບັບເລກທີ 1060/ກຄພນ, ລົງວັນທີ 01 ພະຈິກ 2022.

 

ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ອອກຄໍາແນະນຳ:

 

I. ຈຸດປະສົງ

  1. ເພື່ອຜັນຂະຫຍາຍເນື້ອໃນມາດຕາ 6 ຫາ 17, 35 ຫາ 40, 42, 51 ແລະ ມາດຕາ 59 ຂອງດຳລັດວ່າດ້ວຍ ການຄ້າທາງເອເລັກໂຕຣນິກ ສະບັບເລກທີ 296/ລບ, ລົງວັນທີ 12 ເມສາ 2021 ໃຫ້ເປັນອັນລະອຽດ, ຈະແຈ້ງ, ຊັດ ເຈນ ແລະ ເປັນເອກະພາບໃນການຈັດຕັ້ງປະຕິບັດໃນຂອບເຂດທົ່ວປະເທດ;
  2. ເພື່ອແນະນໍາ, ອະທິບາຍເພີ່ມເຕີມ ກ່ຽວກັບການຄຸ້ມຄອງການແຈ້ງ, ການຢັ້ງຢືນຮັບຮູ້ ແລະ ການອະນຸຍາດດຳເນີນທຸລະກິດການຄ້າທາງເອເລັກໂຕຣນິກ;
  3. ເພື່ອສົ່ງເສີມການດຳເນີນທຸລະກິດການຄ້າທາງເອເລັກໂຕຣນິກ ໃຫ້ມີການຂະຫຍາຍຕົວ, ຮັບປະກັນໄດ້ການ ແຂ່ງຂັນທີ່ເປັນທຳ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງຜູ້ປະກອບການ ແລະ ຜູ້ຊົມໃຊ້ ປະກອບສ່ວນເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມຂອງຊາດ.

 

II. ຄຳແນະນຳເພີ່ມເຕີມບາງເນື້ອໃນ

  1. ພາກທີ III ໝວດທີ 1 ການແຈ້ງການຄ້າທາງເອເລັກໂຕຣນິກ
    1.  ມາດຕາ 10 ການແຈ້ງການດໍາເນີນທຸລະກິດການຄ້າທາງເອເລັກໂຕຣນິກ

ການແຈ້ງການຄ້າທາງເອເລັກໂຕຣນິກ ແມ່ນການສະໜອງຂໍ້ມູນຂອງບຸກຄົນ ຫຼື ນິຕິບຸກຄົນ ທີ່ດຳເນີນ ທຸລະກິດການຄ້າທາງເອເລັກໂຕຣນິກ ຜ່ານຊ່ອງທາງເອເລັກໂຕຣນິກຂອງຕົນ ຫຼື ການຄ້າໃນຕະຫຼາດເອເລັກໂຕຣ ນິກ ແລະ ການບໍລິການຕະຫຼາດທາງເອເລັກໂຕຣນິກ.

ບຸກຄົນ ຫຼື ນິຕິບຸກຄົນ ທີ່ໄດ້ດຳເນີນທຸລະກິດການຄ້າທາງເອເລັກໂຕຣນິກຂອງຕົນ ຫຼື ການຄ້າໃນຕະຫຼາດທາງເອເລັກໂຕຣນິກ ແລະ ການບໍລິການຕະຫຼາດທາງເອເລັກໂຕຣນິກ ຕ້ອງແຈ້ງໃຫ້ກົມການຄ້າພາຍໃນເພື່ອຄົ້ນຄວ້າພິຈາລະນາຢັ້ງຢືນຮັບຮູ້ ແລະ ອະນຸຍາດການຄ້າທາງເອເລັກໂຕຣນິກ ພາຍໃນ ເກົ້າສິບ ວັນ ນັບແຕ່ ຄຳແນະນຳສະບັບນີ້ມີຜົນບັງຄັບໃຊ້ເປັນຕົ້ນໄປ, ຖ້າບໍ່ມາຂໍອະນຸຍາດດໍາເນີນທຸລະກິດຕາມກຳນົດເວລາດັ່ງກ່າວ ຈະຖືກປະຕິບັດມາດຕະການ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 59 ຂອງດຳລັດ ວ່າດ້ວຍການຄ້າທາງເອເລັກໂຕຣນິກ, ກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ.

  1.  ມາດຕາ 11 ເອກະສານປະກອບການແຈ້ງການຄ້າທາງເອເລັກໂຕຣນິກ

ເອກະສານປະກອບການແຈ້ງ ເພື່ອຢັ້ງຢືນຮັບຮູ້ການຄ້າທາງເອເລັກໂຕຣນິກ ຕາມແຕ່ລະກໍລະນີ ມີດັ່ງນີ້:

ກ. ສໍາລັບຫົວຫນ່ວຍທຸລະກິດ

  1. ຄໍາຮ້ອງຕາມແບບພິມຂອງກົມການຄ້າພາຍໃນ;
  2. ສໍາເນົາໃບທະບຽນວິສາຫະກິດ ຍົກເວັ້ນຫົວຫນ່ວຍທຸລະກິດ ທີ່ບໍ່ຈຳເປັນຕ້ອງຂຶ້ນທະບຽນວິສາຫະກິດ;
  3. ສໍາເນົາໃບອະນຸຍາດດໍາເນີນທຸລະກິດ ຖ້າເປັນກິດຈະການທີ່ຕ້ອງຂໍອະນຸຍາດ;
  4. ສໍາເນົາເອກະສານຢັ້ງຢືນການນຳໃຊ້ບໍລິການຊຳລະ ຢູ່ ສປປ ລາວ;
  5. ຮູບຂະຫນາດ 3x4 ພື້ນສີຂາວ ຈຳນວນ 2 ໃບ ຖ່າຍບໍ່ເກີນ 3 ເດືອນ;
  6. ໃບມອບສັນທະ ໃນກໍລະນີ ບໍ່ສາມາດດຳເນີນເອກະສານດ້ວຍຕົນເອງ.

ຂ. ສໍາລັບບຸກຄົນ

  1. ຄຳຮ້ອງຕາມແບບພິມຂອງກົມການຄ້າພາຍໃນ;
  2. ສຳເນົາບັດປະຈຳຕົວ ຫຼື ປື້ມສຳມະໂນຄົວ;
  3. ໃບຢັ້ງຢືນທີ່ຢູ່;
  4. ສໍາເນົາເອກະສານຢັ້ງຢືນການນຳໃຊ້ບໍລິການຊຳລະ ຢູ່ ສປປ ລາວ;
  5. ຮູບຂະຫນາດ 3x4 ພື້ນສີຂາວ ຈຳນວນ 2 ໃບ ຖ່າຍບໍ່ເກີນ 3 ເດືອນ;
  6. ໃບມອບສັນທະ ໃນກໍລະນີບໍ່ສາມາດດຳເນີນເອກະສານດ້ວຍຕົນເອງ.

1.3 ມາດຕາ 12 ການຢັ້ງຢືນຮັບຮູ້ການຄ້າທາງເອເລັກໂຕຣນິກ

ພາຍຫຼັງໄດ້ຮັບເອກະສານຄົບຖ້ວນ ແລະ ຖືກຕ້ອງ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 11 ຂອງດຳລັດ ວ່າ ດ້ວຍການຄ້າທາງເອເລັກໂຕຮນິກ ກົມການຄ້າພາຍໃນ ຕ້ອງພິຈາລະນາອອກໃບຢັ້ງຢືນຮັບຮູ້ການຄ້າທາງເອເລັກ ໂຕຣນິກ ພາຍໃນ ສາມ ວັນລັດຖະການ. ໃນກໍລະນີການປະກອບເອກະສານບໍ່ຄົບຖ້ວນ, ບໍ່ຖືກຕ້ອງ ຫຼື ປະຕິເສດ ການຮ້ອງຂໍ ກົມການຄ້າພາຍໃນ ຕ້ອງແຈ້ງຕອບເປັນລາຍລັກອັກສອນ ພ້ອມດ້ວຍເຫດຜົນ ເພື່ອໃຫ້ຜູ້ດໍາເນີນທຸລະ ກິດ ປະກອບເອກະສານເພີ່ມຕື່ມໃຫ້ຖືກຕ້ອງ, ຄົບຖ້ວນ ເພື່ອສົ່ງໃຫ້ກົມການຄ້າພາຍໃນ ຄົ້ນຄວ້າພິຈາລະນາ ຢັ້ງຢືນຮັບຮູ້ການຄ້າທາງເອເລັກໂຕຣນິກດັ່ງກ່າວ.

ກໍລະນີ ຜູ້ຄ້າທາງເອເລັກໂຕຣນິກ ແຈ້ງການດຳເນີນທຸລະກິດໃນຮູບແບບຜ່ານຊ່ອງທາງເອເລັກ ໂຕຣນິກຂອງຕົນ ແລະ ຮູບແບບການຄ້າໃນຕະຫຼາດທາງເອເລັກໂຕຣນິກ ຫຼື ແຈ້ງຫຼາຍປະເພດສິນຄ້າ ຫຼື ການ ບໍລິການ ແມ່ນສາມາດອອກໃບຢັ້ງຢືນຮັບຮູ້ໃນສະບັບດຽວ ໂດຍບໍ່ຈຳເປັນຕ້ອງອອກໃບຢັ້ງຢືນແຍກເປັນແຕ່ລະຮູບ ແບບການຄ້າ, ປະເພດສິນຄ້າ ຫຼື ການບໍລິການ.

ໃບຢັ້ງຢືນຮັບຮູ້ການຄ້າທາງເອເລັກໂຕຣນິກ ມີສອງຮູບແບບ ດີ: ຮູບແບບສິ່ງພິມ ຫຼື ຮູບແບບເອເລັກໂຕຣ ນິກ ຜ່ານຊ່ອງທາງເອເລັກໂຕຣນິກທີ່ກຳນົດໂດຍກົມການຄ້າພາຍໃນ. ທັງສອງຮູບແບບ ແມ່ນມີຄຸນຄ່າ ແລະ ຜົນສັກສິດທາງດ້ານກົດໝາຍເທົ່າທຽມກັນ.

ການຮັບຮູ້ການຄ້າທາງເອເລັກໂຕຣນິກ ບໍ່ແມ່ນການອະນຸຍາດດໍາເນີນທຸລະກິດ ແຕ່ເປັນການຢັ້ງຢືນຮັບຮູ້ຕົວຕົນຂອງຜູ້ຄ້າທາງເອເລັກໂຕຣນິກ ເພື່ອສ້າງຄວາມໝັ້ນໃຈໃນການຊື້-ຂາຍ ແລະ ເປັນບ່ອນອີງໃນການແກ້ໄຂຂໍ້ຂັດແຍ່ງ.

1.4 ມາດຕາ 13 ການນຳໃຊ້, ອາຍຸການນຳໃຊ້ ແລະ ການດັດແກ້ເນື້ອໃນໃບຢັ້ງຢືນຮັບຮູ້ການຄ້າທາງເອເລັກໂຕຣນິກ

ໃບຢັ້ງຢືນຮັບຮູ້ການຄ້າທາງເອເລັກໂຕຣນິກ ມີອາຍຸນຳໃຊ້ສອງປີ ແລະ ສາມາດຕໍ່ໄດ້. ການຕໍ່ອາຍຸໃບຢັ້ງຢືນຮັບຮູ້ການຄ້າທາງເອເລັກໂຕຣນິກ ແມ່ນໃຫ້ສະເໜີຕໍ່ກົມການຄ້າພາຍໃນ ຢ່າງຫນ້ອຍສາມສິບວັນກ່ອນໃບຢັ້ງຢືນໝົດອາຍຸ.

ການດັດແກ້ເນື້ອໃບຢັ້ງຢືນຮັບຮູ້ການຄ້າທາງເອເລັກໂຕຣນິກ ແມ່ນປັບປຸງເນື້ອໃນໃບຢັ້ງຢືນຮັບຮູ້ການຄ້າທາງເອເຫຼັກໂຕຣນິກ ເປັນຕົ້ນ ການເພີ່ມ ຫຼື ຫຼຸດຈໍານວນສິນຄ້າ ຫຼື ການບໍລິການ, ຮູບແບບການຄ້າທາງເອເລັກໂຕຣນິກ, ຂໍ້ມູນສ່ວນຕົວຂອງຜູ້ແຈ້ງ ແລະ ຂໍ້ມູນອື່ນໆ ເພື່ອຮ້ອງຂໍໃຫ້ກົມການຄ້າພາຍໃນຄົ້ນຄວ້າພິຈາລະນາອອກໃບຢັ້ງຢືນຮັບຮູ້ຄືນໃໝ່.

ການອອກໃບຢັ້ງຢືນຮັບຮູ້ຄືນໃຫມ່ ແມ່ນການອອກໃບຢັ້ງຢືນຮັບຮູ້ດັ່ງກ່າວຄືນໃໝ່ ໃນກໍລະນີໃບຢັ້ງຢືນຮັບຮູ້ການຄ້າທາງເອເລັກໂຕຣນິກ ເສຍຫາຍ ຫຼື ຖືກທຳລາຍ.

ການຕໍ່ອາຍຸ, ການດັດແກ້ເນື້ອໃນ ຫຼື ການອອກ ໃບຢັ້ງຢືນຮັບຮູ້ການຄ້າທາງເອເລັກໂຕຣນິກຄືນໃໝ່ ໃຫ້ ປະກອບເອກະສານຄຳຮ້ອງ ຍື່ນຕໍ່ກົມການຄ້າພາຍໃນ ດັ່ງນີ້:

1) ຄໍາຮ້ອງ ຕາມແບບພິມຂອງກົມການຄ້າພາຍໃນ,

2) ໃບຢັ້ງຢືນຮັບຮູ້ການຄ້າທາງເອເລັກໂຕຣນິກ ສະບັບຕົ້ນ ຫຼື ສຳເນົາ;

3) ສໍາເນົາໃບອະນຸຍາດດໍາເນີນທຸລະກິດ ຖ້າເປັນກິດຈະການທີ່ຕ້ອງຂໍອະນຸຍາດ;

4) ໃບຢັ້ງຢືນການມອບພັນທະອາກອນ ປະຈຳປີ;

5) ບົດສະຫຼຸບການດຳເນີນທຸລະກິດ ປະຈຳປີ ຕາມແບບພິມຂອງກົມການຄ້າພາຍໃນ;

6) ຫຼັກຖານອ້າງອີງ ໃນກໍລະນີໃບຢັ້ງຢືນເສຍຫາຍ.

1.5 ການຍົກເລີກ ຫຼື ລົບລ້າງ ໃບຢັ້ງຢືນຮັບຮູ້ການຄ້າທາງເອເລັກໂຕຣນິກ

 ໃບຢັ້ງຢືນຮັບຮູ້ການຄ້າທາງເອເລັກໂຕຣນິກ ຈະຖືກຍົກເລີກ ຫຼື ລົບລ້າງ ໃນກໍລະນີ ດັ່ງນີ້:

  1. ຜູ້ດຳເນີນທຸລະກິດບໍ່ປະຕິບັດພັນທະ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 36, ມາດຕາ 38 ແລະ ລະເມີດຂໍ້ຫ້າມ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 42 ຂອງດຳລັດ ວ່າດ້ວຍການຄ້າທາງເອເລັກໂຕຣນິກ;
  2. ຜູ້ດຳເນີນທຸລະກິດສະເໜີຢຸດເຊົາການດຳເນີນທຸລະກິດດ້ວຍຄວາມສະໝັກໃຈ;
  3. ມີຄຳຕັດສິນຂອງສານປະຊາຊົນ ໃຫ້ລົ້ມລະລາຍ ຫຼື ໃຫ້ຢຸດເຊົາການດໍາເນີນທຸລະກິດ ຕາມກົດໝາຍ .

 

2. ພາກທີ III ໝວດທີ 2 ການຂໍອະນຸຍາດດໍາເນີນທຸລະກິດການຄ້າທາງເອເລັກໂຕຣນິກ

  1.  ມາດຕາ 14 ການຂໍອະນຸຍາດດໍາເນີນທຸລະກິດການຄ້າທາງເອເລັກໂຕຣນິກ

ບຸກຄົນ ຫຼື ນິຕິບຸກຄົນ ທີ່ມີຈຸດປະສົງດຳເນີນທຸລະກິດການຄ້າທາງເອເລັກໂຕຣນິກ ໃນຮູບແບບການໃຫ້ ບໍລິການຕະຫຼາດທາງເອເລັກໂຕຣນິກ ຕ້ອງປະກອບເອກະສານຄຳຮ້ອງ ຍື່ນຕໍ່ກົມການຄ້າພາຍໃນ ເພື່ອພິຈາລະນາ ອອກໃບອະນຸຍາດດຳເນີນທຸລະກິດບໍລິການຕະຫຼາດການຄ້າເອເລັກໂຕຣນິກ,

2.2 ມາດຕາ 15 ເອກະສານປະກອບຂໍອະນຸຍາດດໍາເນີນທຸລະກິດການຄ້າທາງເອເລັກໂຕຣນິກ

 ເອກະສານປະກອບ ເພື່ອຂໍອະນຸຍາດດໍາເນີນທຸລະກິດການຄ້າເອເລັກໂຕຣນິກ ມີດັ່ງນີ້:

  1. ຄໍາຮ້ອງ ຕາມແບບພີມຂອງກົມການຄ້າພາຍໃນ;
  2. ສຳເນົາໃບທະບຽນວິສາຫະກິດ;
  3. ແຜນດຳເນີນທຸລະກິດ ຕ້ອງປະກອບມີເນື້ອໃນຕົ້ນຕໍ ຄື: 1 ຈຸດປະສົງ ແລະ ເປົ້າຫມາຍ, 2 ການຮັບຜູ້ຄ້າໃນຕະຫຼາດເອເລັກໂຕຣນິກ, 3 ການຈ່າຍຜົນຕອບແທນ ແລະ 4 ກົນໄກການແກ້ໄຂຂໍ້ຂັດແຍ່ງ;
  4. ໃບຢັ້ງຢືນມາດຕະຖານດ້ານເຕັກນິກຂອງຊ່ອງທາງການຄ້າທາງເອເລັກໂຕຣນິກຈາກກະຊວງເຕັກໂນໂລ ຊີ ແລະ ການສື່ສານ;
  5. ໃບອະນຸຍາດນຳໃຊ້ບໍລິການຊຳລະທາງເອເລັກໂຕຣນິກ ຕາມລະບຽບການສະເພາະທີ່ ທະນາຄານ ແຫ່ງ ສປປ ລາວ ກຳນົດ;
  6. ຮູບຂະຫນາດ 3x4 ພື້ນສີຂາວຈຳນວນ 2 ໃບ ຖ່າຍບໍ່ເກີນ 3 ເດືອນ;
  7. ໃບມອບສັນທະ ໃນກໍລະນີບໍ່ສາມາດດຳເນີນເອກະສານດ້ວຍຕົນເອງ

2.3 ມາດຕາ 16 ການພິຈາລະນາອອກໃບອະນຸຍາດດໍາເນີນທຸລະກິດການຄ້າທາງເອເລັກໂຕຣນິກ

ພາຍຫຼັງໄດ້ຮັບເອກະສານຄົບຖ້ວນ ແລະ ຖືກຕ້ອງ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 15 ຂອງດໍາລັດ ວ່າ ດ້ວຍການຄ້າທາງເອເລັກໂຕຣນິກ ກົມການຄ້າພາຍໃນ ຕ້ອງພິຈາລະນາອອກໃບອະນຸຍາດດໍາເນີນທຸລະກິດການຄ້າ ທາງເອເລັກໂຕຣນິກ ພາຍໃນ ຫ້າ ວັນລັດຖະການໃນກໍລະນີການປະກອບເອກະສານບໍ່ຄົບຖ້ວນ, ບໍ່ຖືກຕ້ອງ ຫຼື ປະຕິເສດການຮ້ອງຂໍ ກົມການຄ້າພາຍໃນ ຕ້ອງແຈ້ງຕອບເປັນລາຍລັກອັກສອນ ພ້ອມດ້ວຍເຫດຜົນ ເພື່ອໃຫ້ຜູ້ ຂໍອະນຸຍາດດຳເນີນທຸລະກິດ ປະກອບເອກະສານເພີ່ມຕື່ມໃຫ້ຖືກຕ້ອງ, ຄົບຖ້ວນ ເພື່ອສົ່ງໃຫ້ກົມການຄ້າພາຍໃນ ຄົ້ນຄວ້າພິຈາລະນາອອກໃບອະນຸຍາດດໍາເນີນທຸລະກິດການຄ້າທາງເອເລັກໂຕຣນິກ ດັ່ງກ່າວ.

ກໍລະນີ ຜູ້ໃຫ້ບໍລິການຕະຫຼາດທາງເອເລັກໂຕຣນິກ ມີວັດຖຸປະສົງດຳເນີນທຸລະກິດໃນຮູບແບບຜ່ານຊ່ອງ ທາງເອເລັກໂຕຣນິກຂອງຕົນ ແລະ ຮູບແບບການຄ້າໃນຕະຫຼາດທາງເອເລັກໂຕຣນິກ ຫຼື ແຈ້ງຫຼາຍປະເພດສິນຄ້າ ຫຼື ການບໍລິການ ແມ່ນສາມາດອອກໃບອະນຸຍາດດຳເນີນທຸລະກິດການຄ້າທາງເອເລັກໂຕຣນິກສະບັບດຽວ ໂດຍບໍ່ຈຳ ເປັນຕ້ອງອອກໃບຢັ້ງຢືນຮັບຮູ້ ແລະ ໃບອະນຸຍາດ ແຍກເປັນແຕ່ລະຮູບແບບການຄ້າທາງເອເລັກໂຕຣນິກ, ປະເພດ ສິນຄ້າ ຫຼື ການບໍລິການ.

ໃບອະນຸຍາດດໍາເນີນທຸລະກິດການຄ້າທາງເອເລັກໂຕຣນິກ ມືສອງຮູບແບບ ຄື: ຮູບແບບສິ່ງພິມ ຫຼື ຮູບ ແບບເອເລັກໂຕຣນິກ ຜ່ານຊ່ອງທາງເອເລັກໂຕຣນິກ ທີ່ກຳນົດໂດຍກົມການຄ້າພາຍໃນ. ທັງສອງຮູບແບບ ແມ່ນມີ ຄຸນຄ່າ ແລະ ຜົນສັກສິດທາງດ້ານກົດໝາຍເທົ່າທຽມກັນ.

2.4 ມາດຕາ 17 ການນຳໃຊ້, ອາຍຸການນຳໃຊ້ ແລະ ການດັດແກ້ເນື້ອໃນໃບຢັ້ງຢືນຮັບຮູ້ການຄ້າທາງເອເລັກໂຕຣນິກ

ໃບອະນຸຍາດການດໍາເນີນທຸລະກິດການຄ້າທາງເອເລັກໂຕຣນິກ ມີອາຍຸນຳໃຊ້ ສາມປີ ແລະ ສາມາດຕໍ່ໄດ້. ການຕໍ່ອາຍຸໃບອະນຸຍາດ ໃຫ້ຍື່ນຄໍາຮ້ອງຕໍ່ກົມການຄ້າພາຍໃນ ຢ່າງໜ້ອຍ ສາມສິບ ວັນ ກ່ອນໃບອະນຸຍາດດັ່ງກ່າວໝົດອາຍຸ.

ການດັດແກ້ເນື້ອໃນໃບອະນຸຍາດ ແມ່ນປັບປຸງເນື້ອໃນໃບອະນຸຍາດການຄ້າທາງເອເລັກໂຕຣນິກ ເປັນ ຕົ້ນ ການເພີ່ມ ຫຼື ຫຼຸດຈໍານວນສິນຄ້າ ຫຼື ການບໍລິການ, ຮູບແບບການຄ້າທາງເອເລັກໂຕຣນິກ, ແຜນການດໍາເນີນທຸລະກິດ, ຂໍ້ມູນສ່ວນຕົວຂອງຜູ້ແຈ້ງ ແລະ ຂໍ້ມູນອື່ນໆ ເພື່ອຮ້ອງຂໍໃຫ້ກົມການຄ້າພາຍໃນ ຄົ້ນຄວ້າພິຈາລະນາອອກໃບອະນຸຍາດຄືນໃໝ່.

ການອອກໃບອະນຸຍາດຄືນໃໝ່ ແມ່ນການອອກໃບອະນຸຍາດດັ່ງກ່າວຄືນໃໝ່ ກໍລະນີໃບອະນຸຍາດ ເສຍຫາຍ ຫຼື ຖືກທຳລາຍ.

ການຕໍ່ອາຍຸ, ການດັດແກ້ເນື້ອໃນ ຫຼື ການອອກ ໃບອະນຸຍາດການຄ້າທາງເອເລັກໂຕຣນິກຄືນໃໝ່ ປະກອບເອກະສານ ຄຳຮ້ອງຍື່ນຕໍ່ກົມການຄ້າພາຍໃນ ດັ່ງນີ້:

ກ. ການຕໍ່ອາຍຸ

1) ຄໍາຮ້ອງ ຕາມແບບພິມຂອງກົມການຄ້າພາຍໃນ;

2) ໃບອະນຸຍາດດໍາເນີນທຸລະກິດການຄ້າທາງເອເລັກໂຕຣນິກ ສະບັບຕົ້ນ ຫຼື ສໍາເນົາ;

3) ສຳເນົາໃບອະນຸຍາດດໍາເນີນທຸລະກິດ ຖ້າເປັນກິດຈະການທີ່ຕ້ອງຂໍອະນຸຍາດ:

4) ໃບຢັ້ງຢືນການມອບພັນທະອາກອນ ປະຈຳປີ;

5) ບົດສະຫຼຸບການດຳເນີນທຸລະກິດ ປະຈຳປີ ຕາມແບບພິມຂອງກົມການຄ້າພາຍໃນ;

6) ໃບມອບສັນທະ ໃນກໍລະນີບໍ່ສາມາດດໍາເນີນເອກະສານດ້ວຍຕົນເອງ.

ຂ. ການດັດແກ້ເນື້ອໃນ

  1. ຄໍາຮ້ອງ ຕາມແບບພິມຂອງກົມການຄ້າພາຍໃນ;
  2. ໃບອະນຸຍາດດຳເນີນທຸລະກິດການຄ້າທາງເອເລັກໂຕຣນິກ ສະບັບຕົ້ນ;
  3. ແຜນດຳເນີນທຸລະກິດ;
  4. ໃບມອບສັນທະ ໃນກໍລະນີບໍ່ສາມາດດຳເນີນເອກະສານດ້ວຍຕົນເອງ.

ຄ. ການອອກໃບອະນຸຍາດດໍາເນີນທຸລະກິດການຄ້າທາງເອເລັກໂຕຣນິກ ຄືນໃຫມ່

  1. ຄໍາຮ້ອງ ຕາມແບບພິມຂອງກົມການຄ້າພາຍໃນ,
  2. ສໍາເນົາໃບອະນຸຍາດດໍາເນີນທຸລະກິດການຄ້າເອເລັກໂຕຣນິກ ສະບັບສຳເນົາ;
  3. ສຳເນົາໃບອະນຸຍາດດຳເນີນທຸລະກິດ ຖ້າເປັນກິດຈະການທີ່ຕ້ອງຂໍອະນຸຍາດ;
  4. ໃບຢັ້ງຢືນການມອບພັນທະອາກອນ ປະຈໍາປີ
  5. ຫຼັກຖານອ້າງອີງ ໃນກໍລະນີອະນຸຍາດດໍາເນີນທຸລະກິດເສຍຫາຍ;
  6. ໃບມອບສັນທະ ໃນກໍລະນີບໍ່ສາມາດດຳເນີນເອກະສານດ້ວຍຕົນເອງ

2.5 ການຍົກເລີກ ຫຼື ລົບລ້າງ ໃບອະນຸຍາດດຳເນີນທຸລະກິດການຄ້າທາງເອເລັກໂຕຣນິກ

ໃບອະນຸຍາດດໍາເນີນທຸລະກິດການຄ້າທາງເອເລັກໂຕຣນິກ ຈະຖືກຍົກເລີກ ຫຼື ລົບລ້າງ ໃນກໍລະນີ ດັ່ງນີ້:

  1. ຜູ້ດຳເນີນທຸລະກິດ ບໍ່ປະຕິບັດພັນທະ ຕາມທີ່ໄດ້ກຳນົດໄວ້ໃນມາດຕາ 40 ແລະ ລະເມີດຂໍ້ຫ້າມ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 42 ຂອງດຳລັດ ວ່າດ້ວຍການຄ້າທາງເອເລັກໂຕຣນິກ;
  2. ຜູ້ດຳເນີນທຸລະກິດ ສະເໜີຢຸດເຊົາການດໍາເນີນທຸລະກິດ ດ້ວຍຄວາມສະໝັກໃຈ;
  3. ມີຄຳຕັດສິນຈາກສານປະຊາຊົນ ໃຫ້ລົ້ມລະລາຍ ຫຼື ໃຫ້ຢຸດເຊົາການດໍາເນີນທຸລະກິດ ຕາມກົດຫມາຍ.

3. ຄ່າທຳນຽມ ແລະ ຄ່າບໍລິການ ການອອກໃບຢັ້ງຢືນຮັບຮູ້ ແລະ ໃບອະນຸຍາດການຄ້າທາງເອເລັກໂຕຣນິກ

ຄ່າທຳນຽມ ແລະ ຄ່າບໍລິການ ສຳລັບການອອກໃບຢັ້ງຢືນຮັບຮູ້ ແລະ ໃບອະນຸຍາດການຄ້າທາງເອເລັກໂຕຣນິກ ແມ່ນໃຫ້ປະຕິບັດຕາມລະບຽບສະເພາະໄປກ່ອນ ຈົນກວ່າຈະມີການປັບປຸງລັດຖະບັນຍັດຂອງປະທານປະເທດ ສະບັບເລກທີ 002/ປປທ, ລົງວັນທີ 21 ມິຖຸນາ 2021.

4. ການຄຸ້ມຄອງ ວຽກງານການຄ້າທາງເອເລັກໂຕຣນິກຂອງຂະແຫນງການອຸດສາຫະກຳ ແລະ ການຄ້າ

ການຄຸ້ມຄອງ ວຽກງານການຄ້າທາງເອເລັກໂຕຣນິກ ປະກອບມີ ສາມ ຂັ້ນ ດັ່ງນີ້:

  1. ຂັ້ນສູນກາງ ແມ່ນກົມການຄ້າພາຍໃນ;
  2. ຂັ້ນແຂວງ ແມ່ນພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ;
  3. ຂັ້ນເມືອງ ແມ່ນຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ.

 

4.1 ສິດ ແລະ ໜ້າທີ່ຂອງ ກົມການຄ້າພາຍໃນ

 ກົມການຄ້າພາຍໃນ ມີສິດ ແລະ ໜ້າທີ່ ດັ່ງນີ້:

  1. ຄົ້ນຄວ້າສ້າງ, ເຜີຍແຜ່, ແນະນໍາບັນດານິຕິກໍາ ກ່ຽວກັບການດໍາເນີນທຸລະກິດການຄ້າທາງເອເລັກໂຕຣນິກ ໃຫ້ສັງຄົມຮັບຊາບຢ່າງທົ່ວເຖິງ ໃນຂອບເຂດທົ່ວປະເທດ;
  2. ຊຸກຍູ້ ສ້າງບັນຍາກາດ, ສະພາບແວດລ້ອມທີ່ດຶງດູດ ແລະ ອຳນວຍຄວາມສະດວກ ໃຫ້ແກ່ການດຳເນີນທຸລະກິດການຄ້າທາງເອເລັກໂຕຣນິກ;
  3. ຄົ້ນຄວ້າພິຈາລະນາອອກ, ໂຈະ, ຍົກເລີກ, ລົບລ້າງ, ດັດແກ້, ອອກຄືນໃໝ່ ໃບຢັ້ງຢືນຮັບຮູ້ການຄ້າທາງເອເລັກໂຕຣນິກ ແລະ ໃບອະນຸຍາດດໍາເນີນທຸລະກິດການຄ້າທາງເອເລັກໂຕຣນິກ;
  4. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ພິຈາລະນາແກ້ໄຂຂໍ້ຂັດແຍ່ງດ້ານການຄ້າທາງເອເລັກໂຕຣນິກ;
  5. ພັດທະນາ, ປັບປຸງ ແລະ ບຳລຸງຮັກສາລະບົບຖານຂໍ້ມູນການຄ້າທາງເອເລັກໂຕຣນິກ ລວມທັງເກັບກຳສະຖິຕິການຄ້າທາງເອເລັກໂຕຣນິກ;
  6. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ໃນການຊຸກຍູ້ໃຫ້ມີການສ້າງຕັ້ງສະມາຄົມການຄ້າທາງເອ ເລັກໂຕຣນິກ ຢູ່ ສປປ ລາວ;
  7. ສະຫຼຸບລາຍງານການຈັດຕັ້ງປະຕິບັດ ວຽກງານການຄຸ້ມຄອງການຄ້າທາງເອເລັກໂຕຣນິກ ໃຫ້ຂັ້ນເທິງຮັບຊາບເປັນແຕ່ລະໄລຍະ;
  8. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

4.2 ສິດ ແລະ ໜ້າທີ່ ຂອງພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ

ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ ມີສິດ ແລະ ໜ້າທີ່ ດັ່ງນີ້:

  1. ເຜີຍແຜ່, ແນະນໍາບັນດານິຕິກຳ ກ່ຽວກັບການດໍາເນີນທຸລະກິດການຄ້າທາງເອເລັກໂຕຣນິກ ໃຫ້ສັງຄົມຮັບຊາບຢ່າງທົ່ວເຖິງພາຍໃນແຂວງຂອງຕົນ;
  2. ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ພິຈາລະນາແກ້ໄຂຂໍ້ຂັດແຍ່ງດ້ານການຄ້າທາງເອເລັກໂຕຣນິກ;
  3. ປະສານສົມທົບກັບຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ ແລະ ພາກສ່ວນທີ່ ກ່ຽວຂ້ອງ ເພື່ອຄຸ້ມຄອງ ແລະ ຕິດຕາມການເຄື່ອນໄຫວຂອງຫົວຫນ່ວຍທຸລະກິດການຄ້າທາງເອເລັກໂຕຣນິກໃນ ແຂວງຂອງຕົນ;
  4. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ.

4.3 ສິດ ແລະ ຫນ້າທີ່ຂອງຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງນະຄອນ

ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ ມີສິດ ແລະ ຫນ້າທີ່ ດັ່ງນີ້:

  1.  ເຜີຍແຜ່, ແນະນຳບັນດານິຕິກໍາກ່ຽວກັບການດຳເນີນທຸລະກິດການຄ້າທາງເອເລັກໂຕຣນິກໃຫ້ສັງຄົມຮັບຊາບ ຢ່າງທົ່ວເຖິງພາຍໃນຂອບເຂດເມືອງ, ນະຄອນ ຂອງຕົນ;
  2.  ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງພິຈາລະນາແກ້ໄຂຂໍ້ຂັດແຍ່ງດ້ານການຄ້າທາງເອເລັກໂຕຮນິກ;
  3.  ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງເພື່ອຄຸ້ມຄອງ ແລະ ຕິດຕາມການເຄື່ອນໄຫວຂອງຫົວຫນ່ວຍທຸລະກິດການຄ້າທາງເອເລັກໂຕຣນິກໃນເມືອງ, ນະຄອນ ຂອງຕົນ;
  4.  ນໍາໃຊ້ສິດ ແລະ ປະຕິບັດຫນ້າທີ່ອື່ນ ຕາມການມອບໝາຍຂອງຂັ້ນເທິງ.

 

III. ການຈັດຕັ້ງປະຕິບັດ

1. ມອບໃຫ້ກົມການຄ້າພາຍໃນ ເປັນເຈົ້າການປະສານສົມທົບກັບພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ, ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອເຜີຍແຜ່ ແລະຈັດຕັ້ງປະຕິບັດຄໍາແນະນໍາສະບັບນີ້ໃຫ້ໄດ້ຮັບຜົນດີ.

2. ຄໍາແນະນໍາສະບັບນີ້ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ.

 

ລັດຖະມົນຕີ

ມະໄລທອງ ກົມມະສິດ

 

# ຫົວຂໍ້ ດາວໂຫຼດ
1 ຄໍາແນະນໍາ ກ່ຽວກັບການແຈ້ງການຢັ້ງຢືນຮັບຮູ້ ແລະ ການຂໍອະນຸຍາດ ດໍາເນີນທຸລະກິດການຄ້າທາງເອເລັກໂຕຣນິກ, ເລກທີ 0479/ອຄ, ລົງວັນທີ 05 ເມສາ 2023. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.