ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ກະຊວງກະສິກໍາ ແລະ ປ່າໄມ້

ກົມປູກຝັງ

ເລກທີ 0878/ກປຝ

ນະຄອນຫຼວງວຽງຈັນ, ວັນທີ 20 ເມສາ 2023

 

ຄໍາແນະນໍາ

ກ່ຽວກັບ ເງື່ອນໄຂສຸຂານາໄມພືດ ສໍາລັບການສົ່ງອອກສາລີ

ຈາກ ສປປ ລາວ ໄປ ສປ ຈີນ

 

  • ອີງຕາມ ກົດຫມາຍ ວ່າດ້ວຍການປ້ອງກັນພືດ ແລະ ການກັກກັນພືດ ເລກທີ 13/ສພຊ, ລົງວັນທີ່ 15 ພະຈິກ 2016;
  • ອີງຕາມ ຂໍ້ຕົກລົງ ຂອງລັດຖະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກົມປູກຝັງ ສະບັບ ເລກທີ 0078/ກປ, ລົງວັນທີ 12 ມັງກອນ 2022;
  • ອີງຕາມບົດບັນທຶກ ກ່ຽວກັບ ຂໍ້ກໍານົດເງື່ອນໄຂດ້ານສຸຂານາໄມພືດ ສໍາລັບການສົ່ງອອກສາລີຈາກ ສປປ ລາວ ໄປ ສປ ຈີນ, ລົງວັນທີ 10 ມັງກອນ 2012;

 

ໃນໄລຍະຜ່ານມາ ລັດຖະບານ ໄດ້ມີນະໂຍບາຍສົ່ງເສີມການຜະລິດພືດເປັນສິນຄ້າ ເຮັດໃຫ້ມີການແລກ ປ່ຽນຄ້າຂາຍຜະລິດຕະພັນສິນຄ້າກະສິກໍາ ກັບພາກພື້ນ ແລະ ສາກົນ ນັບມື້ນັບເພີ່ມຂຶ້ນ. ໃນນັ້ນ, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ລົງນາມ ຮ່ວມກັບ ອົງການບໍລິຫານພາສີ ແຫ່ງ ສປ ຈີນ ກ່ຽວກັບ ເງື່ອນໄຂດ້ານສຸຂານາໄມພືດ ສໍາ ລັບ ການສົ່ງອອກ ສາລີ ຈາກ ສປປ ລາວ ໄປ ສປ ຈີນ ເຊິ່ງໃນປະຈຸບັນເຫັນວ່າພື້ນທີ່ປູກສາລີ ມີການຂະຫຍາຍຕົວ ຢ່າງກວ້າງຂວາງເຊີ່ງສາມາດ ສ້າງລາຍຮັບໃຫ້ປະຊາຊົນ ແລະ ປະກອບ ສ່ວນເຂົ້າໃນການພັດທະນາເສດຖະກິດ- ສັງຄົມຂອງຊາດ ໄດ້ເປັນຢ່າງດີ. ແຕ່ການການຈັດຕັ້ງປະຕິບັດດັ່ງກ່າວ ຍັງບໍ່ທັນສອດຄ່ອງກັບຂໍ້ກໍານົດເງື່ອນໄຂ ທີ່ ລັດຖະບານສອງຝ່າຍລົງນາມກັນເທື່ອ ເປັນຕົ້ນ ລະບົບການຜະລິດ, ລະບົບການຕິດຕາມ, ການຈັດການສັດຕູພືດ ໃນສວນປູກ, ຂັ້ນຕອນການບໍາບັດ, ການຈັດການຄວາມສະອາດ ໂຮງເຮືອນຫຸ້ມຫໍ່ບັນຈຸ ແລະ ການຈົດບັນທຶກ.

 

ສະນັ້ນ, ເພື່ອໃຫ້ການຄຸ້ມຄອງການຜະລິດ ແລະ ການສົ່ງອອກ ສາລີ ຈາກ ສປປ ລາວ ໄປ ສປ ຈີນ ຫັນ ເຂົ້າສູ່ລະບົບ, ມີຄວາມເປັນເອກະພາບ, ໂປ່ງໃສ ແລະ ສອດຄ່ອງກັບ ອະນຸສັນຍາສອງຝ່າຍ ກ່ຽວກັບ ຂໍ້ກໍານົດເງື່ອນ ໄຂດ້ານສຸຂານາໄມພືດ ສໍາລັບການສົ່ງອອກສາລີ ຈາກ ສປປ ລາວ ໄປ ສປ ຈີນ ພ້ອມທັງ ກົດຫມາຍ, ລະບຽບການ ແລະ ສົນທິສັນຍາການປ້ອງກັນພືດສາກົນ ທີ່ ສປປ ລາວ ແລະ ສປ ຈີນ ເປັນພາຄີ ນັ້ນ;

 

ກົມປູກຝັງ ອອກຄໍາແນະນໍາ:

I. ຈຸດປະສົງ

- ເພື່ອປະຕິບັດຕາມ ຂໍ້ກໍານົດເງື່ອນໄຂສຸຂານາພືດ ສໍາລັບ ການສົ່ງອອກສາລີ ຈາກ ສປປ ລາວ ໄປ ສປ ຈີນ;

- ເພື່ອໃຫ້ຄໍາແນະນໍາ ກ່ຽວກັບ ຂັ້ນຕອນ ແລະ ວິທີການປະຕິບັດເງື່ອນໄຂດ້ານສຸຂານາພືດ ສໍາລັບການສົ່ງອອກ

ໃຫ້ມີຄວາມເປັນເອກະພາບ ໃນຂອບເຂດທົ່ວປະເທດ.

 

II. ເງື່ອນໄຂດ້ານສຸຂານາໄມພືດ ສໍາລັບ ການສົ່ງອອກສາລີ ຈາກ ສປປ ລາວ ໄປ ສປ ຈີນ

1. ສາລີ ທີ່ຈະສົ່ງອອກ

ສາລີ ທີ່ຈະສົ່ງອອກ ຈາກ ສປປ ລາວ ໄປ ສປ ຈີນ ພາຍໃຕ້ຂໍ້ກໍານົດເງື່ອນໄຂດ້ານສຸຂານາໄມພືດ ຕ້ອງເປັນ ຊະນິດພັນ ສາລີແຂງ ມີຊື່ວິທະຍາສາດ Zea mays L, ຊື່ສາມັນພາສາອັງກິດ maize ເປັນສາລີທີ່ສີເອົາແຕ່ ເມັດ ຫຼື ແກ່ນ ຜ່ານການຕາກແຫ້ງ ຫຼື ອົບແຫ້ງ ຖ້າແນວພັນສາລີທີ່ນໍາມາປູກເພື່ອສົ່ງອອກໄປ ສປ ຈີນ ເປັນແນວພັນ ທີ່ຕັດແຕ່ງທາງພັນທຸກໍາຕ້ອງມີໃບອະນຸຍາດຮັບຮອງຄວາມປອດໄພ ການຕັດຕໍ່ພັນທຸກໍາ ແລະ ເອກະສານອື່ນທີ່ ກ່ຽວຂ້ອງ ໄປຈາກ ສປ ຈີນ ກ່ອນ.

2. ສັດຕູພືດກັກກັນ

ສາລີ ທີ່ຈະສົ່ງອອກ ຈາກ ສປປ ລາວ ໄປ ສປ ຈີນ ຕ້ອງບໍ່ເຈືອປົນດິນ ແລະ ເມັດພືດຊະນິດອື່ນ ແລະ ບໍ່ ຕິດແປດສັດຕູພືດກັກກັນ ທີ່ຝ່າຍຈີນ ກໍານົດໄວ້ ຄືດັ່ງລຸ່ມນີ້: (ເປັນຮູບພາບ ລາຍລະອຽດຕາມເອກະສານຕົ້ນສະບັບ)

3. ການຈັດການສວນປູກ

ການປູກສາລີ ເພື່ອສົ່ງອອກຈາກ ສປປ ລາວ ໄປ ສປ ຈີນ ຕ້ອງມີມາດຕະການເຝົ້າລະວັງສັດຕູພືດກັກກັນ ແລະ ມີການຈັດການສວນແບບປະສົມປະສານ ດັ່ງນີ້:

1) ການຈັດການສັດຕູພືດກັກກັນ ໃນສວນປູກຕ້ອງມີການຈັດການສັດຕູພືດແບບປະສົມປະສານ (IPM) ເຊັ່ນ: ການໃຊ້ກັບດັກຟີລາໂມນ ແລະ ກາວເຫຼືອງ, ການອານາໄມສວນ ແລະ ຮັກສາຄວາມສະອາດ, ອານຸລັກແມງໄມ້ທີ່ເປັນປະໂຫຍດ ຖ້າພົບເຫັນສັດຕູພືດ ຄວນນໍາໃຊ້ວິທີກາຍະພາບ ໂດຍການເກັບທໍາ ລາຍແມງໄມ້ສັດຕູພືດຖິ້ມ ຫຼື ນໍາໃຊ້ວິທີການອື່ນທີ່ເຫມາະສົມ;

2) ຜູ້ປະກອບການຕ້ອງມີການບັນທຶກລະອຽດ ກ່ຽວກັບ ການຕິດຕາມ ແລະ ການຈັດການສັດຕູພືດ ເຊັ່ນ: ຊື່ສານເຄມີ, ລະດູການນໍາໃຊ້, ສານອອກລິດ, ປະລິມານນໍາໃຊ້, ຈໍານວນຄັ້ງນໍາໃຊ້ ແລະ ຂໍ້ ມູນອື່ນໆທີ່ກ່ຽວຂ້ອງ. ການບັນທຶກເອກະສານຕ້ອງເກັບຮັກສາໄວ້ເປັນຢ່າງດີ ແລະ ໃຫ້ມີພ້ອມໃນ ເວລາກວດກາຂອງເຈົ້າຫນ້າທີ່.

 

4. ໂຮງເຮືອນຫຸ້ມຫໍ່ບັນຈຸ

ການຈັດການພາຍໃນ ໂຮງເຮືອນຫຸ້ມຫໍ່ບັນຈຸ ຕ້ອງປະຕິບັດ ດັ່ງລຸ່ມນີ້:

1) ຕ້ອງມີລານຕາກ ຫຼື ໂຮງອົບທີ່ສະອາດ ເພື່ອຮັບປະກັນສາລີທີ່ຈະສົ່ງອອກບໍ່ຕົກໂມະ, ປົນເປື້ອນ ຈາກ

ດິນ ແລະ ແກ່ນຫຍ້າ;

2) ວັດສະດຸຫຸ້ມຫໍ່ບັນຈຸຕ້ອງສະອາດ, ບໍ່ເຄີຍນໍາໃຊ້ມາກ່ອນ ແລະ ຕ້ອງສອດຄ່ອງກັບເງື່ອນໄຂສຸຂານາໄມ

ພືດທີ່ກ່ຽວຂ້ອງ ທີ່ ສປ ຈີນ ກໍານົດ;

3) ແຕ່ລະພາຊະນະຫຸ້ມຫໍ່ບັນຈຸ ຕ້ອງພິມ ຫຼື ຕິດສະຫຼາກ ຂະຫນາດຕົວອັກສອນທີ່ຈະແຈ້ງໃສ່ດ້ານຂ້າງ ແລະ ດ້ານເທີງ. ເນື້ອໃນສະຫຼາກຕ້ອງຂຽນເປັນພາສາອັງກິດ/ຈີນ ໂດຍລະບຸແຈ້ງ ປະເທດນໍາເຂົ້າ ພ້ອມທັງລະບຸແຈ້ງຂໍ້ມູນ ຊື່ບໍລິສັດສົ່ງອອກ, ຊື່ແນວພັນ, ລະຫັດສວນປູກ, ລະຫັດໂຮງເຮືອນຫຸ້ມຫໍ່ ແລະ ວັນເດືອນປີຫຸ້ມຫໍ່.

4) ພາຍຫຼັງຫຸ້ມຫໍ່ບັນຈຸຜົນຜະລິດສໍາເລັດ ໃຫ້ແຍກເກັບຮັກສາໄວ້ໃນສະຖານທີ່ສະອາດ ເພື່ອປ້ອງກັນ

ການຕິດແປດຂອງສັດຕູພືດ ແລະ ການປົນເປື້ອນອື່ນ;

 

5. ການຂຶ້ນທະບຽນ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ມີຈຸດປະສົງ ຂໍຂຶ້ນທະບຽນ ຫຼື ຂໍຕໍ່ໃບທະບຽນ ສວນປູກ, ໂຮງ ເຮືອນຫຸ້ມຫໍ່ບັນຈຸ ແລະ ໂຮງເຮືອນອົບອາຍເຢັນ ແມ່ນປະຕິບັດຕາມລະບຽບການຂອງກະຊວງກະສິກໍາ ແລະ ປ່າໄມ້ທີ່ປະກາດໃຊ້ແຕ່ລະໄລຍະ ໂດຍຍື່ນຄໍາຮ້ອງເຖິງກົມປູກຝັງໃນເດືອນ ພຶດສະພາ ຂອງທຸກປີ.

ຄໍາຮ້ອງຂໍຂຶ້ນທະບຽນ ປະກອບມີ:

1) ໃບຄໍາຮ້ອງ ຕາມແບບພິມທີ່ກົມປູກຝັງກໍານົດ;

2) ສໍາເນົາ ໃບອະນຸຍາດດໍາເນີນກິດຈະການກະສິກໍາ ແລະ ປ່າໄມ້;

3) ສໍາເນົາ ໃບຢັ້ງຢືນການມອບພັນທະອາກອນປະຈໍາປີສຸດທ້າຍ;

4) ຄູ່ມືດໍາເນີນງານ ກ່ຽວກັບ ການຈັດການດ້ານສຸຂານາໄມ ແລະ ສຸຂານາໄມພືດ;

5) ໃບມອບສິດ ແລະ ສໍາເນົາບັດປະຈໍາຕົວຂອງຜູ້ຍື່ນເອກະສານ ໃນກໍລະນີ ໃຫ້ຜູ້ອື່ນຍື່ນຄໍາຮ້ອງ

ແທນ.

ອາຍຸຂອງໃບທະບຽນນໍາໃຊ້ໄດ້ ຫນຶ່ງ ປີ ແລະ ສາມາດຂໍຕໍ່ໄດ້. ຜູ້ທີ່ໄດ້ຮັບຂຶ້ນທະບຽນ ແລະ ຮັບຮອງ ໃຫ້ເປັນຜູ້ສົ່ງອອກ ຈະຖືກເຜີຍແຜ່ ໃນເວັບໄຊ ຂອງອົງການບໍລິຫານ ພາສີ ແຫ່ງ ສປ ຈີນ ຊຶ່ງມີຂໍ້ມູນ ຊື່, ທີ່ຢູ່ ແລະ ເລກລະຫັດ.

 

6. ມາດຕະການສຸຂານາໄມພືດ ກ່ອນສົ່ງອອກ

ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ຮັບການຮັບຮອງໃຫ້ເປັນຜູ້ສົ່ງອອກ ຈາກອົງການບໍລິຫານພາສີ ແຫ່ງ ສປ ຈີນ ຕ້ອງປະຕິບັດ ດັ່ງນີ້:  

1) ຕ້ອງຍື່ນຄໍາຮ້ອງ ຕາມແບບພິມທີ່ກົມປູກຝັງກໍານົດ ພ້ອມທັງຄັດຕິດເອກສານທີ່ກ່ຽວຂ້ອງ ເຖິງກົມ ປູກຝັງ ຫຼື ຂະແຫນງປູກຝັງຂັ້ນແຂວງ. ສໍາລັບ ເງື່ອນໄຂ, ຂັ້ນຕອນ ແລະ ວິທີການ ສະເຫນີຂໍໃບຢັ້ງຢືນ ສຸຂານາໄມພືດ ແມ່ນໃຫ້ປະຕິບັດ ຕາມບົດແນະນໍາ ຂອງກົມປູກຝັງ ເລກທີ 2880/ກປຝ, ລົງວັນທີ 11 ທັນວາ 2019;

2) ການສຸ່ມຕົວຢ່າງຫນື່ງປີທໍາອິດ ຕ້ອງກຸ່ມເກັບ ແລະ ກວດຕົວຢ່າງ ໃນອັດຕາ ສອງ ສ່ວນຮ້ອຍ ຂອງແຕ່ ລະຊຸດສິນຄ້າ, ຖ້າຫາກບໍ່ພົບສັດຕູພືດກັກກັນ ຂອງ ສປ ຈີນ ແມ່ນໃຫ້ຫຼຸດລົງໃນອັດຕາ ຫນຶ່ງ ສ່ວນ ຮ້ອຍ ໃນປີທີສອງ. ພາຍຫຼັງການສຸ່ມກວດໃນອັດຕາ ຫນຶ່ງ ຫຼື ສອງ ສ່ວນຮ້ອຍ ໃຫ້ກຸ່ມເອົາ ສາມ ກິໂລ ເພື່ອນໍາມາກວດຫາສັດຕູພືດກັກກັນ;

3) ກໍລະນີ ກວດກາພົບສັດຕູພືດກັກກັນ ທີ່ກໍານົດໄວ້ໃນໂຣແມ໋ງ II ຂໍ້ທີ 2 ຂອງຄໍາແນະນໍາສະບັບນີ້ ແມ່ນຫ້າມສົ່ງອອກຊຸດສິນຄ້າດັ່ງກ່າວ ແລ້ວລາຍງານໃຫ້ກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ຊາບ ທັນທີ່ ເພື່ອໂຈະສະຖານທີ່ປະກອບການຜະລິດ ພ້ອມຊອກຫາວິທີແກ້ໄຂ;

4) ໃນກໍລະນີ ເຈົ້າຫນ້າທີ່ກັກກັນພືດທີ່ຮັບຜິດຊອບ ກວດກາບໍ່ພົບເຫັນການຕິດແປດສັດຕູພືດກັກກັນ ຕ້ອງ ອອກໃບຢັ້ງຢືນສຸຂານາມພືດ ສໍາລັບ ຊຸດສິນຄ້ານັ້ນ ແລະ ຕ້ອງພິມຂໍ້ມູນເພີ່ມຕື່ມ (Additional Declare) ຂອງໃບຢັ້ງຢືນສຸຂານາໄມພືດ ວ່າ: "The consignment is in compliance with requirements described in the protocol of phytosanitary requirements for the exports of maize from Lao to China is free of soil and quarantine pests concerned by China";

5) ເຈົ້າຫນ້າທີ່ກັກກັນພືດທີ່ຮັບຜິດຊອບອອກໃບຢັ້ງຢືນສຸຂານາໄມພືດ ສໍາລັບ ສາລີ ຕ້ອງລະບຸຂໍ້ມູນ ດ່ານ

ນໍາເຂົ້າ ທີ່ກໍານົດໂດຍ ອົງການພາສີ ແຫ່ງ ສປ ຈີນ ໃນແຕ່ລະໄລຍະ.

 

7. ຂໍ້ກໍານົດ ຢູ່ດ່ານຂາເຂົ້າ

1) ເມື່ອຊຸດສິນຄ້າ ສາລີ ຈາກ ສປປ ລາວ ມາເຖິງດ່ານຂາເຂົ້າ ຂອງ ສປ ຈີນ, ເຈົ້າຂອງຊຸດສິນຄ້າ ຕ້ອງ ແຈ້ງເອກະສານຕໍ່ເຈົ້າຫນ້າທີ່ກັກກັນພືດ ຂອງ ສປ ຈີນ ເພື່ອດໍາເນີນການກວດກາເອກະສານທີ່ ກ່ຽວຂ້ອງ ແລະ ບົດບັນທຶກ ກ່ຽວກັບ ການຈໍາແນກ ແລະ ການກັກກັນພືດ ພ້ອມທັງດໍາເນີນຕາມ ມາດຕະການກັກກັນພືດ ຂອງ ສປ ຈີນ.

2) ການຂົນສົ່ງຊຸດສິນຄ້າທີ່ມາຈາກ ສະຖານທີ່ປະກອບການຜະລິດ ເປັນຕົ້ນ ສວນປູກ ແລະ ໂຮງເຮືອນ

ຫຸ້ມຫໍ່ບັນຈຸ ທີ່ບໍ່ໄດ້ຂຶ້ນທະບຽນ ແລະ ຮັບຮອງ ທັງສອງຝ່າຍ ແມ່ນຫ້າມນໍາເຂົ້າຢ່າງເດັດຂາດ; 3) ຖ້າຊຸດສິນຄ້າປົນເປື້ອນດິນ, ເມັດພືດຊະນິດອື່ນ ແລະ ກວດກາພົບສັດຕູພືດທີ່ໄດ້ກໍານົດໄວ້ໃນ ໂຣ ແມ໋ງ II, ຂໍ້ທີ 2 ຂອງຄໍາາແນະນໍາສະບັບນີ້ ຊຸດສິນຄ້າດັ່ງກ່າວຈະຖືກສົ່ງກັບ, ທໍາລາຍ ຫຼື ນໍາໃຊ້ມາດ ຕະການທາງດ້ານກັກກັນ ແລະ ກໍາຈັດສັດຕູພືດ ທີ່ມີປະສິດທິພາບ ແລະ ຄ່າໃຊ້ຈ່າຍແມ່ນຄວາມ ຮັບຜິດຊອບຂອງຜູ້ປະກອບການ. ເຈົ້າຫນ້າທີ່ຈີນຈະແຈ້ງ ໃຫ້ຝ່າຍລາວຮັບຊາບທັນທີ ກ່ຽວກັບ ຊະນິດສັດຕູພືດ, ເລກທີໃບຢັ້ງຢືນສຸຂານາໄມພືດ ແລະ ຂໍ້ມູນຕ່າໆທີ່ກ່ຽວຂ້ອງ ພ້ອມທັງໂຈະການນໍາ ເຂົ້າ ສາລີ ຈາກສວນປູກ ແລະ/ຫຼື ໂຮງເຮືອນຫຸ້ມຫໍ່ບັນຈຸນັ້ນ. ຜູ້ປະກອບການຕ້ອງຊອກຫາສາຍເຫດ ແລະ ນໍາໃຊ້ມາດຕະການທີ່ເຫມາະສົມເພື່ອປ້ອງກັນບໍ່ໃຫ້ເກີດຂື້ນອີກ.

 

III. ການຈັດຕັ້ງປະຕິບັດ

1) ໃຫ້ ພະແນກກັກກັນພືດ, ຂະແຫນງປູກຝັງແຂວງ, ນະຄອນຫຼວງ ເປັນເຈົ້າການ ປະສານສົມທົບກັບຂະແຫນງ ການອື່ນທີ່ກ່ຽວຂ້ອງ ໂຄສະນາເຜີຍແຜ່, ຕິດຕາມ ແລະ ກວດກາ ການຈັດຕັ້ງປະຕິບັດຄໍາແນະນໍາສະບັບນີ້ ໃຫ້ໄດ້ຮັບຜົນດີ;

2) ໃຫ້ ພະແນກກັກພືດ ປະສານສົມທົບກັບ ຂະແຫນງປູກຝັງ ແຂວງ, ນະຄອນຫຼວງ ເພື່ອກວດກາ ແລະ ປະ ເມີນຄວາມສ່ຽງສັດຕູພືດ ສະຖານທີ່ປະກອບການຜະລິດ ໃນແຕ່ລະຊ່ວງລະດູການຜະລິດ ພ້ອມສົ່ງລາຍຊື່ ບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ ທີ່ໄດ້ສະເຫນີສົ່ງອອກສາລີ ທີ່ຈັດຕັ້ງປະຕິບັດຖືກຕ້ອງຕາມເງື່ອນໄຂ ດ້ານສຸຂານາໄມພືດ ທີ່ສອງຝ່າຍລົງນາມກັນ ໃຫ້ ສປ ຈີນ ພິຈາລະນາ ຫນື່ງ ຄັ້ງ/ປີ;

3) ໃຫ້ຂະແຫນງປູກຝັງ ແຂວງ, ນະຄອນຫຼວງ ເປັນເຈົ້າການປະສານສົມທົບກັບກົມປູກຝັງ ຊຸກຍູ້ຕິດຕາມ ບັນດາບໍລິສັດ ໃນການຈັດຕັ້ງປະຕິບັດ ການປ້ອງກັນ ແລະ ກໍາຈັດສັດຕູພືດໃນສວນສາລີ, ຕິດຕາມເຝົ້າ ລະວັງສັດຕູພືດຢູ່ສວນປູກ, ໂຮງເຮືອນຫຸ້ມຫໍ່ ແລະ ມາດຕະການລຸດຜ່ອນຄວາມສ່ຽງການຕິດແປດສັດຕູ ພືດກັກກັນຂອງ ສປ ຈີນ ທີ່ກໍານົດໄວ້ໃນໂຣແມ໋ງ II ຂໍ້ທີ 2 ຂອງຄໍາແນະນໍາສະບັບນີ້ ພ້ອມທັງລາຍງານ ໃຫ້ ກົມປູກຝັງ ຊາບເປັນແຕ່ລະໄລຍະ;

4) ໃຫ້ ຂະແຫນງປູກຝັງ ແຂວງ, ນະຄອນຫຼວງ ເປັນເຈົ້າການ ຊຸກຍູ້, ຕິດຕາມ, ກວດກາ ການນໍາໃຊ້ປັດໄຈ ການຜະລິດ (ແນວພັນ, ຝຸ່ນ, ຢາປາບສັດຕູພືດ ແລະ ເຄື່ອງມືອຸປະກອນຮັບໃຊ້ການຜະລິດ) ພ້ອມທັງລາຍ ງານໃຫ້ກົມປູກຝັງຊາບເປັນແຕ່ລະໄລຍະ.

5) ໃຫ້ ພະແນກກັກກັນພືດ ເປັນໃຈກາງປະສານສົມທົບກັບ ຂະແຫນງປູກຝັງ ແຂວງ, ນະຄອນຫຼວງ ແລະ ສາຍຕັ້ງຂອງຕົນ ສະຫຼຸບລາຍງານ ກ່ຽວກັບ ການສົ່ງອອກສາລີ ຈາກ ສປປ ລາວ ໄປ ສປ ຈີນ ໃຫ້ກົມປູກຝັງ ຊາບ ເປັນແຕ່ລະໄລຍະ;

6) ໃຫ້ ເຈົ້າຫນ້າທີ່ກັກກັນພືດ ເຂັ້ມງວດໃນການກວດກາ ແລະ ຢັ້ງຢືນສຸຂານາໄມພືດ ການສົ່ງອອກສາລີ ຕາມ

ຫຼັກວິຊາການ.

7) ໃນການຈັດຕັ້ງປະຕິບັດຕົວຈິງ ມີຂໍ້ສະດວກ, ຂໍ້ຫຍຸ້ງຍາກແນວໃດ ໃຫ້ຮີບຮ້ອນລາຍງານ ກົມປູກຝັງ ຕາມ

ຂັ້ນຕອນ ເພື່ອພິຈາລະນາ ຫາວິທີແກ້ໄຂຢ່າງທັນການ.

 

ຄໍາແນະນໍາສະບັບນີ້ ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນເປັນຕົນໄປ.

 

ຫົວຫນ້າກົມ

 

ບຸນຈັນ ກົມບຸນຍະສິດ

# ຫົວຂໍ້ ດາວໂຫຼດ
1 ຄໍາແນະນໍາ ກ່ຽວກັບ ເງື່່່ອນໄຂສຸຂານາໄມພືດ ສໍາລັບການສົ່ງອອກສາລີ ຈາກ ສປປ ລາວ ໄປ ສປ ຈີນ, ເລກທີ 0878/ກປຝ, ລົງວັນທີ 20 ເມສາ 2023. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.