ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ກະຊວງການເງິນ

ເລກທີ 0590/ກງ

ນະຄອນຫຼວງວຽງຈັນ, ວັນທີ 25 ກຸມພາ 2022

 

ແຈ້ງການ

ເຖິງ:     ບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ທີ່ນໍາໃຊ້ ເຄື່ອງບັນທຶກການ ຂາຍສິນຄ້າ ແລະ ບໍລິການ

ເລື່ອງ:    ຂຶ້ນທະບຽນ ແລະ ຂໍອະນຸຍາດ ນໍາໃຊ້ເຄື່ອງບັນທຶກການ ຂາຍສິນຄ້າ ແລະ ບໍລິການ

  • ອີງຕາມ ກົດໝາຍວ່າດ້ວຍ ການຄຸ້ມຄອງສ່ວຍສາອາກອນ ສະບັບເລກທີ 66/ສພຊ, ລົງວັນທີ 17 ມິຖຸນາ 2019;
  • ອີງຕາມ ດໍາລັດວ່າດ້ວຍໃບເກັບເງິນ ສະບັບເລກທີ 12/ນຍ, ລົງວັນທີ 23 ມັງກອນ 2006;
  • ອີງຕາມ ດໍາລັດວ່າດ້ວຍ ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງກະຊວງການເງິນ ເລກທີ 600/ນຍ, ລົງວັນທີ 14 ຕຸລາ 2021;
  • ອີງຕາມ ຄໍາແນະນໍາກ່ຽວກັບຄຸ້ມຄອງ ແລະ ນໍາໃຊ້ໃບເກັບເງິນສະເພາະທີ່ອອກດ້ວຍເຄື່ອງບັນທຶກການຂາຍສິນຄ້າ ແລະ ການບໍລິການ ສະບັບເລກທີ 1178/ກງ, ລົງວັນທີ20 ເມສາ 2017;
  • ອີງຕາມ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ນໍາໃຊ້ເຄື່ອງບັນທຶກການຂາຍສິນຄ້າ ແລະ ບໍລິການ ສະບັບເລກທີ1179/ກງ, ລົງວັນທີ 20 ເມສາ 2017.

ເພື່ອຜັນຂະຫຍາຍ ຄໍາແນະນໍາກ່ຽວກັບການຄຸ້ມຄອງ ແລະ ນໍາໃຊ້ໃບເກັບເງິນສະເພາະທີ່ພິມອອກດ້ວຍເຄື່ອງບັນທຶກການຂາຍສິນຄ້າ ແລະ ບໍລິການ ສະບັບເລກທີ 1178/ກງ, ລົງວັນທີ 20 ເມສາ 2017 ແລະ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ນໍາໃຊ້ເຄື່ອງບັນທຶກການຂາຍສິນຄ້າ ແລະ ບໍລິການ ສະບັບເລກທີ 1179/ກງ, ລົງວັນທີ20 ເມສາ 2017 ແນໃສ່ຊຸກຍູ້, ສົ່ງເສີມ ການນໍາໃຊ້ໃບເກັບເງິນເອເລັກໂຕຣນິກໃຫ້ນັບມື້ນັບຫຼາຍຂຶ້ນ, ຮັບປະກັນການນໍາໃຊ້ໃບເກັບເງິນຖືກຕ້ອງ ສອດຄ່ອງຕາມລະບຽບ ແລະ ກົດໝາຍກໍານົດ.

ລັດຖະມົນຕີກະຊວງການເງິນ ອອກແຈ້ງການ ດັ່ງນີ້:

1. ບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງ ທີ່ນໍາໃຊ້ ເຄື່ອງບັນທຶກການຂາຍສິນຄ້າ ແລະ ບໍລິການ ຕ້ອງປະຕິບັດດັ່ງນີ້:

1) ຂໍຢັ້ງຢືນ ແລະ ຮັບຮອງເອົາ ເຄື່ອງບັນທຶກການຂາຍສິນຄ້າ ແລະ ບໍລິການ ກັບຫ້ອງການສ່ວຍສາອາກອນ ບ່ອນທີ່ຕົນຂຶ້ນກັບ ເປັນຕົ້ນແມ່ນ: ເຄື່ອງບັນທຶກເງິນສົດ(Cash Register Machine), ເຄື່ອງບັນທຶກຢູ່ຈຸດຂາຍ (Point Of Sale), ເຄື່ອງບັນທຶກການຂາຍສິນຄ້າ ແລະ ການບໍລິການ ລະບົບບັນຊີຄອມພິວເຕີ (CAS), ເຄື່ອງບັນທຶກເງິນສົດ ຫຼື ເຄື່ອງບັນທຶກຢູ່ຈຸດຂາຍທີ່ຕັ້ງດ່ຽວ (Stand-Alone CRM/POS Machine), ໂປຣກຣາມ ຫຼື ເຄື່ອງບັນທຶກການຂາຍສິນຄ້າ ແລະ ການບໍລິການ ອື່ນໆ ທີ່ປ້ອນຂໍ້ມູນ ໃນລະບົບໂປຣກຣາມ ທີ່ຕິດຕັ້ງຢູ່ກັບເຄື່ອງ ແລະ ເກັບຮັກສາໄວ້ໃນເຄື່ອງດັ່ງກ່າວ ຫຼື ໜ່ວຍ ຖານຂໍ້ມູນແມ່ (Server) ຫຼື ລະບົບເຊີເວີເມກ (Cloud Server) ໂດຍການປ້ອນຂໍ້ມູນຜ່ານຄີບອດ, ໜ້າຈໍສໍາພັດ, ໂທລະສັບໜ້າຈໍສໍາພັດ, ແທບເລດ, ເຄື່ອງສະແກນບາໂຄດ ຫຼື ອຸປະກອນ ອື່ນໆທີ່ພົວພັນກັບການບັນທຶກການ ຂາຍສິນຄ້າ ແລະ ບໍລິການ;

2) ຂໍອະນຸຍາດໃນການຮັບຮອງໃບເກັບເງິນ ທີ່ພິມຜ່ານເຄື່ອງບັນທຶກການຂາຍສິນຄ້າ ແລະ ບໍລິການ ຕາມປະເພດ ດັ່ງຕໍ່ໄປນີ້:

- ໃບເກັບເງິນເປັນຊຸດ ທີ່ພິມອອກເປັນເທື່ອລະຊຸດຕໍ່ເນື່ອງກັນ ຈາກເຄື່ອງພິມ ຫຼື ເຄື່ອງບັນທຶກການຂາຍສິນຄ້າ ແລະ ການບໍລິການ ຊຶ່ງຊຸດໜຶ່ງ ຢ່າງໜ້ອຍ ມີ ສອງໃບ;

- ໃບເກັບເງິນເປັນໃບ ທີ່ພິມອອກເປັນເທື່ອລະໃບ ຈາກເຄື່ອງພິມ ຫຼື ເຄື່ອງບັນ ທຶກດານຂາຍສິນຄ້າ ແລະ ການບໍລິການ;

- ໃບເກັບເງິນເອເລັກໂຕຣນິກ ແມ່ນ ຂໍ້ມູນ ການຊື້ ຂາຍສິນຄ້າ ແລະ/ຫຼື ການບໍລິການ, ທີ່່ຖືກບັນທຶກຢູ່ໃນລະບົບເອເລັກໂຕຣນິກ ຊຶ່ງສາມາດສະແດງ ແລະ ພິມອອກໄດ້ ເພື່ອຢັ້ງຢືນ ແລະ ມີການຊໍາລະສະສາງຜ່ານລະບົບທະນາຄານ ຫຼື ເງິນສົດ.

2. ບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງ ທີ່ພັດທະນາ ຫຼື ສະໜອງໂປຣກຣາມ ເຄື່ອງບັນທຶກການຂາຍສິນຄ້າ ແລະບໍລິການຕ້ອງປະຕິບັດດັ່ງນີ້:

1) ຂໍຢັ້ງຢືນ ແລະ ອະນຸຍາດຮັບຮອງມາດຕະຖານໂປຣກຣາມ ທີ່ພັດທະນາ ນໍາກົມສ່ວຍສາອາກອນ;

2) ກ່ອນຈໍາໜ່າຍ ຫຼື ຕິດຕັ້ງໂປຣກຣາມ ໃຫ້ຜູ້ຮັບການສະໜອງ ຫຼື ຜູ້ນໍາໃຊ້ຕ້ອງໄດ້ຂໍອະນຸຍາດຈາກຂະແໜງສ່ວຍສາອາກອນກ່ອນ.

3. ເງື່ອນໄຂຂອງຫົວໜ່ວຍທຸລະກິດທີ່ຈະຂໍຢັ້ງຢືນ ແລະ ຮັບຮອງເອົາໃບເກັບເງິນທີ່ພິມອອກຈາກເຄື່ອງບັນທຶກການຂາຍສິນຄ້າ ແລະ ບໍລິການ ມີດັ່ງນີ້:

1) ຫົວໜ່ວຍທຸລະກິດຕ້ອງມີ ໃບທະບຽນວິສາຫະກິດ ແລະ ເລກປະຈໍາຕົວຜູ້ເສຍອາກອນ, ໃບຢັ້ງຢືນການມອບພັນທະອາກອນປະຈໍາປີ;

2) ການພັດທະນາ ແລະປັບປຸງແກ້ໄຂໂປຣກຣາມຕ້ອງປະຕິບັດຕາມຮູບແບບຂອງໃບເກັບເງິນ ທີ່ກໍານົດໄວ້ໃນ ຂໍ້ 2, 3, 4 ຂອງຄໍາແນະນໍາ ກ່ຽວກັບການຄຸ້ມຄອງ ແລະ ນໍາໃຊ້ໃບເກັບເງິນສະເພາະທີ່ພິມອອກດ້ວຍເຄື່ອງບັນທຶກການຂາຍສິນຄ້າ ແລະ ບໍລິການ ສະບັບເລກທີ 1178/ກງ.

4. ເອກະສານປະກອບໃນການຂໍອະນຸຍາດ ສໍາລັບຜູ້ພັດທະນາ, ສະໜອງ ແລະ ນໍາໃຊ້ເຄື່ອງບັນທຶກການຂາຍສິນຄ້າ ແລະ ບໍລິການ ມີດັ່ງນີ້:

1) ໃບຄໍາຮ້ອງສາມາດດາວໂຫຼດໄດ້ຢູ່ ເວັບໄຊສ: taxservice.mof.gov.la ຫຼື ຢູ່ທີ່ຫ້ອງການສ່ວຍສາອາກອນບ່ອນທີ່ຂຶ້ນທະບຽນ;

2) ຄູ່ມືການນໍາໃຊ້ເຄື່ອງ ແລະ ອຸປະກອນຕ່າງໆທີ່ຈະສະເໜີຮັບຮອງມາດຕະຖານ;

3) ໃບຢັ້ງຢືນໂປຣກຣາມບັນຊີ (ຖ້າເຄື່ອງບັນທຶກຢູ່ຈຸດຂາຍເຊື່ອມຕໍ່ກັບໂປຣກຣາມບັນຊີ);

4) ໃບລາຍງານຫຍໍ້ກ່ຽວກັບຄຸນລັກສະນະຂອງເຄື່ອງ ແລະ ອຸປະກອນ;

5) ແບບຕົວຢ່າງ ຮູບແບບໃບເກັບເງິນ ຕາມແບບທີ່ກະຊວງການເງິນກໍານົດ, ບົດສະຫຼຸບປະຈໍາວັນ ແລະ ເອກະສານລາຍງານລາຍຮັບປະຈໍາເດືອນ.

5. ສິດ ແລະ ໜ້າທີ່ ຂອງຂະແໜງສ່ວຍສາອາກອນແຕ່ລະຂັ້ນ ມີດັ່ງນີ້:

1) ກົມສ່ວນສາອາກອນ ພິຈາລະນາອອກໃບອະນຸຍາດໃຫ້ຫົວໜ່ວຍທຸລະກິດທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງຕົນ;

2) ສ່ວຍສາອາກອນປະຈໍາແຂວງ, ນະຄອນຫຼວງ ພິຈາລະນາອອກໃບອະນຸຍາດໃຫ້ແກ່ຫົວໜ່ວຍທຸລະກິດທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງແຂວງ, ນະຄອນຫຼວງ ແລະ ບັນດາເມືອງທີ່ຂຶ້ນກັບການຄຸ້ມຄອງຂອງຕົນ;

3) ການເຊື່ອມຕໍ່ເຂົ້າກັບລະບົບ ຄຸ້ມຄອງຂໍ້ມູນຂ່າວສານສ່ວຍສາອາກອນ TaxRIS ດ້ວຍລະບົບເອເລັກໂຕຣນິກແມ່ນກົມສ່ວຍສາອາກອນເປັນຜູ້ຈັດຕັ້ງປະຕິບັດ ໃນຂອບເຂດທົ່ວປະເທດ;

4) ໃຫ້ສ່ວຍສາອາກອນແຕ່ລະຂັ້ນ ອໍານວຍຄວາມສະດວກໃນການຢັ້ງຢືນ ແລະ ອອກອະນຸຍາດຮັບຮອງເອົາໃບເກັບເງິນອີເຫຼັກໂຕຣນິກທີ່ພິມອອກຈາກເຄື່ອງບັນທຶກການຂາຍສິນຄ້າ ແລະ ບໍລິການ ທີ່ຂຶ້ນກັບການຄຸ້ມຄອງຂອງຕົນ;

5) ໃຫ້ສ່ວຍສາອາກອນແຕ່ລະຂັ້ນເຜີຍແຜ່ແນະນໍານິຕິກໍາທີ່ກ່ຽວຂ້ອງກັບໃບເກັບເງິນ ຢ່າງກວ້າງຂວາງ;

6) ໃຫ້ສ່ວຍສາອາກອນປະຈໍາ ແຂວງ, ນະຄອນຫຼວງ ແລະ ເມືອງປະະສານສົມທົບກັບກົມສ່ວຍສາອາກອນໃນການເຊື່ອມຕໍ່ ຂໍ້ມູນການຂາຍສິນຄ້າ ແລະ ບໍລິການ Application Program Interface (API) ຂອງຫົວໜ່ວຍທີ່ຂຶ້ນກັບການຄຸ້ມຄອງຂອງຕົນກັບລະບົບລະບົບຂໍ້ມູນຂ່າວສານສ່ວຍສາອາກອນ TaxRIS ພາກສ່ວນທີ່ກ່ຽວຂ້ອງ;

7) ຄຸ້ມຄອງ, ຕິດຕາມ ແລະ ກວດກາ ການນໍາໃຊ້ເຄື່ອງບັນທຶກການຂາຍສິນຄ້າ ແລະ ບໍລິການຂອງຫົວໜ່ວຍທຸລະກິດທີ່ຂຶ້ນກັບການຄຸ້ມຄອງຂອງຕົນ.

6. ນະໂຍບາຍຕໍ່ຜູ້ທີ່ມີຜົນງານ

1) ຮັບພິຈາລະນາ ຄົ້ນຄວ້າຕໍ່ໃບອະນຸຍາດ ແລະ ອໍານວຍຄວາມສະດວກດ້ານຕ່າງໆໃນການດໍາເນີນທຸລະກິດ ແລະ ຮັບການຍ້ອງຍໍ, ອໍານວຍຄວາມສະດວກ ຫຼື ນະໂຍບາຍອື່ນ ຕາມມາດຕາ 92 ຂອງກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ ເລກທີ 66/ສພຊ, ລົງວັນທີ 17ມີຖຸນາ 2019 ແລະ ກົດໝາຍອື່ນໆ ທີ່ກ່ຽວຂ້ອງ;

2) ມີນະໂຍບາຍບໍ່ໃຫ້ຍື່ນບົດລາຍງານການນໍາໃຊ້ໃບເກັບເງິນປະຈໍາເດືອນ;

3) ອະນຸຍາດໃຫ້ລົງເປັນລາຍຈ່າຍດ້ານສ່ວຍສາອາກອນ ສໍາລັບຄ່າໃຊ້ຈ່າຍໃນການຕິດຕັ້ງ, ບໍາລຸງຮັກສາ ແລະ ສ້ອມແປງເຄື່ອງບັນທຶກການຂາຍສິນຄ້າ ແລະ ບໍລິການ.

7. ມາດຕະການຕໍ່ຜູ້ລະເມີດ

          ສໍາລັບຜູ້ ພັດທະນາ ຫຼື ຜູ້ສະໜອງ ແລະ ຜູ້ນໍາໃຊ້ ເຄື່ອງບັນທຶກການຂາຍສິນຄ້າ ແລະ ບໍລິການ ລະເມີດບົດບັນຍັດທີ່ລະບຸໄວ້ໃນຄໍາແນະນໍກ່ຽວກັບຄຸ້ມຄອງ ແລະ ນໍາໃຊ້ໃບເກັບເງິນສະເພາະທີ່ອອກດ້ວຍເຄື່ອງບັນທຶກການຂາຍສິນຄ້າ ແລະການບໍລິການ ສະບັບເລກທີ 1178/ກງ, ລົງວັນທີ 20 ເມສາ 2017 ແລະ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງ ແລະ ນໍາໃຊ້ເຄື່ອງບັນທຶກການຂາຍສິນຄ້າ ແລະ ບໍລິການ ສະບັບເລກທີ 1179/ກງ, ລົງວັນທີ 20 ເມສາ 2017 ແມ່ນຈະຖືກປະຕິບັດມາດຕະການ ຕາມແຕ່ລະກໍລະນີ ດັ່ງນີ້:

  1. ສໍາລັບເຈົ້າໜ້າທີ່ສ່ວຍສາອາກອນທີ່ກະທໍາການລະເມີດ ແມ່ນຈະຖືກປະຕິບັດຕາມກົດໝາຍວ່າດ້ວຍ ພະນັກງານ-ລັດຖະກອນ ແລະ ນິຕິກໍາທີ່ກ່ຽວຂ້ອງ ວາງອອກແຕ່ລະໄລຍະ;
  2. ສໍາລັບ ຜູ້ພັດທະນາ ຫຼື ສະໜອງ ເຄື່ອງບັນທຶກການຂາຍສິນຄ້າ ແລະ ບໍລິການ ທີ່ບໍ່ມີໃບຢັ້ງຢືນຮັບຮອງມາດຕະຖານຈາກກົມສ່ວຍສາອາກອນ ຫາກຈໍາໜ່າຍ ຫຼື ຕິດຕັ້ງໂປຣກຣາມ:
  • ຈະຖືກປັບໃໝ 10.000.000 ກີບ/ເຄື່ອງ, ພ້ອມທັງເຮັດບົດບັນທຶກ ຫຼື ອອກແຈ້ງການໃຫ້ມາຂໍອະນຸຍາດ ອອກໃບຢັ້ງຢືນຕາມລະບຽບການ;
  • ສະເໜີໂຈະຊົ່ວຄາວ ຫຼື ຍົກເລີກ ໃບອະນຸຍາດດໍາເນີນທຸລະກິດ ຕາມລະບຽບກົດໝາຍກໍານົດ;
  1. ສໍາລັບ ຜູ້ນໍາໃຊ້ເຄື່ອງບັນທຶກການຂາຍສິນຄ້າ ແລະ ການບໍລິການ ໂດຍບໍ່ໄດ້ຮັບອະນຸຍາດ ຖ້າກວດເຫັນ:
  • ຄັ້ງທີໜຶ່ງ ຖືກສຶກສາອົບຮົມ ແລະ ເຮັດບົດບັນທຶກເພື່ອໃຫ້ມາຂໍອະນຸຍາດຕາມລະບຽບການ;
  • ຄັ້ງທີສອງ ຈະຖືກປັບໃໝ 10.000.000 ກີບ;
  • ສະເໜີໂຈະຊົ່ວຄາວ ຫຼື ຍົກເລີກ ໃບອະນຸຍາດດໍາເນີນທຸລະກິດ ຕາມລະບຽບກົດໝາຍກໍານົດ.
  1. ສໍາລັບຜູ້ທີ່ຊົມໃຊ້ໃບເກັບເງິນທີ່ບໍ່ໄດ້ຮັບອະນຸຍາດຈາກຂະແໜງສ່ວຍສາອາກອນ

ບໍ່ຮັບຮູ້ເປັນໃບເກັບເງິນທີ່ຖືກຕ້ອງ ແລະ ບໍ່ອະນຸຍາດໃຫ້ ຫັກ, ຂໍຄືນ ແລະ ລົງລາຍຈ່າຍດ້ານສ່ວຍສາອາກອນ.

ດັ່ງນັ້ນ, ຈຶ່ງແຈ້ງມາເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມເນື້ອໃນແຈ້ງການໃຫ້ໄດ້ຮັບຜົນດີ.

 

ລັດຖະມົນຕີ

ບຸນໂຈມ ອຸບົນເສີດ

 

 

# ຫົວຂໍ້ ດາວໂຫຼດ
1 ແຈ້ງການ ຂື້ນທະບຽນ ແລະ ຂໍອະນຸຍາດ ນໍາໃຊ້ເຄື່ອງບັນທຶກການ ຂາຍສິນຄ້າ ແລະ ບໍລິການ, ເລກທີ 0590/ກງ, ລົງວັນທີ 25 ກຸມພາ 2022. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.