ອີງຕາມແຈ້ງການ ເລກທີ 1904/ອຄ.ກຂອ, ລົງວັນທີ 30/9/2011 ສະບັບເດີມ ຂໍ້ 1.4  ກ່ຽວກັບເອກະສານປະກອບການອະນຸຍາດສົ່ງອອກ ຜະລິດຕະພັນໄມ້ສໍາເລັດຮູບ ທີ່ປະກອບມີ:

  1. ໃບທະບຽນວິສາຫະກິດ ທີ່ອະນຸຍາດໃຫ້ດໍາເນີນທຸລະກິດໄມ້ ແລະ ທະບຽນອາກອນ;
  2. ໃບແຈ້ງລາຄາ (Invoice);
  3. ໃບຫຸ້ມຫໍ່ (Packing List).
  4. ໃບແຈ້ງພາສີຂາອອກ (ຖ້າຜ່ານແຂວງອື່ນ);
  5. ໃບຢັ້ງຢືນ ອ5.

ອີງໃສ່ສະພາບການປ່ຽນແປງ ແລະ ສະພາບການຕົວຈິງ ໃນການອໍານວຍຄວາມສະດວກໃຫ້ແກ່ການດໍາເນີນທຸລະກິດ ໃນການປະກອບເອກະສານສົ່ງອອກຜະລິດຕະພັນໄມ້ສໍາເລັດຮູບ ຕາມຂໍ້ 1.4 ຂອງແຈ້ງການ ເລກທີ 1904/ອຄ.ກຂອ, ລົງວັນທີ 30/9/2011 ໃຫ້ປະກອບເອກະສານດັ່ງນີ້:

  1. ໃບທະບຽນວິສາຫະກິດ ທີ່ອະນຸຍາດໃຫ້ດໍາເນີນທຸລະກິດໄມ້ ແລະ ທະບຽນອາກອນ;
  2. ໃບແຈ້ງລາຄາ (Invoice);
  3. ໃບຫຸ້ມຫໍ່ (Packing List).
# ຫົວຂໍ້ ດາວໂຫຼດ
1 On the Amending of Notification No.1904/MoIC.DIMEX, dated 30/9/2011 on the Import and Export of Timber and Wooden Products PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.