ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ກະຊວງອຸດສາຫະກໍາ ແລະ ການຄ້າ

ເລກທີ 0818/ອຄ

ນະຄອນຫຼວງວຽງຈັນ, ວັນທີ 30 ພຶດສະພາ 2023

 

ແຈ້ງການ

ຮຽນ:   - ບັນດາ ທ່ານ ເຈົ້າແຂວງ, ເຈົ້າຄອງນະຄອນຫຼວງວຽງຈັນ ທີ່ນັບຖື;

- ບັນດາ ທ່ານ ຫົວຫນ້າພະແນກ ອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງວຽງຈັນ.

ເລື່ອງ:   ການຢຸດຕິການນໍາເຂົ້ານໍ້າມັນເຊື້ອໄຟຂອງບາງແຂວງທີ່ມີເງື່ອນໄຂໃນໄລຍະທົດລອງ ຕາມຂໍ້ຕົກລົງເລກທີ 0997/ອຄ, ລົງວັນທີ 29 ກໍລະກົດ 2022.

  • ອີງຕາມ ດໍາລັດ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງ ກະຊວງອຸດສາຫະກໍາ ແລະ ການຄ້າ ເລກ ທີ 604/ນຍ, ລົງວັນທີ 15 ຕຸລາ 2021;
  • ອີງຕາມ ແຈ້ງການຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເລກທີ 665/ຫສນຍ, ລົງວັນທີ 24 ເມສາ 2023.

ກະຊວງອຸດສາຫະກໍາ ແລະ ການຄ້າ ຂໍຖືເປັນກຽດ ແຈ້ງທິດຊີ້ນໍາ ຂອງ ທ່ານ ນາຍົກລັດຖະມົນຕີ ກ່ຽວກັບ ການນໍາເຂົ້ານໍ້າມັນເຊື້ອໄຟຂອງບັນດາແຂວງ ຕາມຂໍ້ຕົກລົງເລກທີ 0997/ອຄ, ລົງວັນທີ 29 ກໍລະກົດ 2022 ມາຍັງທ່ານ ເພື່ອຈັດຕັ້ງປະຕິບັດ ດັ່ງນີ້:

  1. ໃຫ້ ແຂວງ ຢຸດຕິການອະນຸມັດການນໍາເຂົ້ານໍ້າມັນເຊື້ອໄຟໃຫ້ແກ່ວິສາຫະກິດພາຍໃນແຂວງນໍາເຂົ້ານໍ້າມັນ ເຊື້ອໄຟ ຕາມຂໍ້ຕົກລົງວ່າດ້ວຍການອະນຸມັດໃຫ້ນໍາເຂົ້ານໍ້າມັນເຊື້ອໄຟຂອງບາງແຂວງທີ່ມີເງື່ອນໄຂໄນໄລຍະ ທົດລອງ ເລກທີ 0997/ອຄ, ລົງວັນທີ 29 ກໍລະກົດ 2022 ແລະ ແຈ້ງການສືບຕໍ່ ເລກທີ 0622/ຫອຄ, ລົງວັນທີ 21 ມີນາ 2023.
  2. ການນໍາເຂົ້ານໍ້າມັນເຊື້ອໄຟ ແມ່ນໃຫ້ປະຕິບັດຕາມ ດໍາລັດວ່າດ້ວຍທຸລະກິດນໍ້າມັນເຊື້ອໄຟ ເລກທີ 331/ນຍ, ລົງວັນທີ 27 ຕຸລາ 2017 ແລະ ຂໍ້ຕົກລົງວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟ ແລະ ນໍ້າມັນຫຼໍ່ລື່ນ ເລກທີ 0317/ອຄ, ລົງວັນທີ 21 ມີນາ 2022 ຢ່າງເຂັ້ມງວດ.
  3. ມອບໃຫ້ ພະແນກ ອຸດສາຫະກໍາ ແລະ ການຄ້າ ແຂວງ ແຈ້ງໃຫ້ ວິສາຫະກິດທີ່ແຂວງໄດ້ອະນຸມັດຜ່ານມາ ຫຼື ກໍາລັງສະເຫນີຫາແຂວງເພື່ອພິຈາລະນາ ເພື່ອຮັບຊາບ ແລະ ປະຕິບັດຕາມເນື້ອໃນແຈ້ງການສະບັບນີ້.

          ດັ່ງນັ້ນ, ຈຶ່ງແຈ້ງມາຍັງ ທ່ານ ເພື່ອຊາບ ແລະ ປະຕິບັດຕາມເນື້ອໃນແຈ້ງການສະບັບນີ້ດ້ວຍ.

 

ລັດຖະມົນຕີ

ມະໄລທອງ ກົມມະສິດ

# ຫົວຂໍ້ ດາວໂຫຼດ
1 Notification on the suspension of fuel imports of certain provinces with conditions during the pilot period (referring to Decision No.0997/MOIC, date 29 July 2022), No.0818/MOIC, date 30 May 2023. PDF
2 ແຈ້ງການ ການຢຸດຕິການນໍາເຂົ້ານໍ້າມັນເຊື້ອໄຟຂອງບາງແຂວງທີ່ມີເງື່ອນໄຂໃນໄລຍະທົດລອງ (ຕາມຂໍ້ຕົກລົງ ເລກທີ 0997/ອຄ, ລົງວັນທີ 29 ກໍລະກົດ 2022), ເລກທີ 0818/ອຄ, ລົງວັນທີ 30 ພຶດສະພາ 2023. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.