ພາບປະກອບຈາກອິນເຕີເນັດ

 

     ອີງຕາມ ຂໍ້ຕົກລົງ ວ່າດ້ວຍການລົງທະບຽນຜູ້ນໍາເຂົ້າ ແລະ ສົ່ງອອກສິນຄ້າ, ເລກທີ 0752/ອຄ, ລົງວັນທີ 23 ພຶດສະພາ 2023 ແລະ ແຈ້ງການ ການລົງທະບຽນ ຜູ້ນໍາເຂົ້າ ແລະ ສົ່ງອອກສິນຄ້າ, ເລກທີ 1224/ຫອຄ, ລົງວັນທີ 09 ມິຖຸນາ 2023. ເຊິ່ງມີເນື້ອໃນຈິດໃຈອັນສໍາຄັນຄື:

     ໃຫ້ ວິສາຫະກິດທີ່ດຳເນີນການນຳເຂົ້າ ຫຼື ສົ່ງອອກ ສິນຄ້າ ປະເພດ: ສັດປີກ, ສັດນໍ້າ, ສັດໃຫຍ່ ແລະ ປະເພດຊີ້ນຕ່າງໆ, ພືດ-ຜັກ, ເຂົ້າກີນ, ສິນຄ້າ ອຸປະໂພກ-ບໍລິໂພກ, ອາຫານສັດ, ວັດສະດຸກໍ່ສ້າງ, ຍານພາຫະນະ ແລະ ນໍ້າມັນເຊື້ອໄຟ ແລະ ອາຍແກັດ ຮີບຮ້ອນປະກອບເອກະສານແຈ້ງລົງທະບຽນ ຕາມແບບພິມທີ່ຄັດຕິດຢູ່ໃນແຈ້ງການ ເລກທີ 1224/ຫອຄ ຂ້າງເທິງນີ້ ແລ້ວຍື່ນໃຫ້ ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ໂດຍກົງ ຫຼື ສົ່ງຜ່ານອີເມວ [email protected] ຫຼື ພົວພັນຂໍ້ມູນເພີ່ມຕື່ມ ທີ່ເບີມືຖື 020 96996565 ຫຼື 020 55510038.

   ການລົງທະບຽນຕ້ອງສຳເລັດ ກ່ອນວັນທີ 31 ສິງຫາ 2023. ຫາກວິສາຫະກິດໃດທີ່ບໍ່ລົງທະບຽນເປັນຜູ້ນໍາເຂົ້າ ຫຼື ຜູ້ສົ່ງອອກ ສິນຄ້າ ນໍາ ກົມການນໍາເຂົ້າ ແລະ ສົ່ງອອກ ຕາມກຳນົດເວລາດັ່ງກ່າວ ແມ່ນຈະບໍ່ສາມາດດໍາເນີນການນໍາເຂົ້າ ຫຼື ສົ່ງອອກ ສິນຄ້ານັ້ນໄດ້.  

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.