ກອງປະຊຸມໄດ້ແບ່ງອອກເປັນສອງຊຸດຝຶກອົບຮົມຄື: ໃນລະຫວ່າງວັນທີ 24 ຫາ 25 ກໍລະກົດ 2023 ທີ່ຫ້ອງປະຊຸມຂອງ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຫົວພັນ ໄດ້ມີການຈັດຝຶກອົບຮົມວຽກງານອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າຜ່ານທາງລະບົບເອເລັກໂຕຣນິກ (e-CO) ໃຫ້ພະນັກງານປະຈໍາຫ້ອງການ ພະແນກອຸດສາຫະກຳ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກຳ ແລະ ຜູ້ປະກອບການຈຳນວນໜຶ່ງພາຍໃນແຂວງຫົວພັນ. ຊຸດຝຶກອົບຮົມຄັ້ງນີ້ໄດ້ດຳເນີນພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ອຸດສີວົງຄໍາ ທາສຸກສິງພັນ ຮອງຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງຫົວພັນ ແລະ ທ່ານ ໄຊຍະສອນ ສີລິພົງ ຫົວໜ້າພະແນກຄຸ້ມຄອງແຫຼ່ງກຳເນີດສິນຄ້າ, ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ. ເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ໃຫ້ຜູ້ເຂົ້າຮ່ວມດັ່ງກ່າວມານັ້ນ ກ່ຽວກັບ ການນໍາໃຊ້ລະບົບ e-CO. ລະບົບ e-CO ແມ່ນໄດ້ຮັບການພັດທະນາຂຶ້ນຕາມນະໂຍບາຍຫັນວຽກງານບໍລິການໃຫ້ເປັນທັນສະໄໝຂອງກະຊວງອຸດສາຫະກຳ ແລະ ການຄ້າ, ຊຶ່ງໄດ້ຮັບການພັດທະນາ ແລະ ເລີ່ມນຳໃຊ້ນັບແຕ່ປີ 2016 ເປັນຕົ້ນມາ.

     ພ້ອມດຽວກັນນັ້ນ, ໃນລະຫວ່າງວັນທີ 26-27 ກໍລະກົດ 2023 ທີ່ຫ້ອງປະຊຸມຂອງ ສະພາການຄ້າ ແລະ ອຸດສາຫະກໍາ ແຂວງຫົວພັນ ກໍໄດ້ມີການຈັດຝຶກອົບຮົມ ກ່ຽວກັບ ການນໍາໃຊ້ລະບຽບແຫຼ່ງກໍາເນີດສິນຄ້າ, ການອອກໃບຮັບຮອງສິນຄ້າໄດ້ແຫຼ່ງກໍາເນີດ (Confirmation of Product Eligibility: CPE), ການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າ ແລະ ການສະຫຼຸບສະຖິຕີ ພ້ອມທັງການເກັບສໍາເນົາເອກະສານ ແລະ ອື່ນໆທີ່ກ່ຽວຂ້ອງ ເພື່ອໃຫ້ພະນັກງານປະຈໍາຫ້ອງການສະພາການຄ້າ ແລະ ອຸດສາຫະກໍາ ແຂວງຫົວພັນ ຈັດຕັ້ງປະຕິບັດໃຫ້ສອດຄ່ອງກັບລະບຽບພາຍໃນ, ພາກພື້ນ ແລະ ສາກົນ ຊຶ່ງກອງປະຊຸມຝຶກອົບຮົມ ດັ່ງກ່າວ ໄດ້ດໍາເນີນພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ຄໍາແກ້ວ ອຸ່ນອານົງນຸດ ປະທານສະພາການຄ້າ ແລະ ອຸດສາຫະກໍາ ແຂວງຫົວພັນ ແລະ ທ່ານ ໄຊຍະສອນ ສີລິພົງ ຫົວໜ້າພະແນກຄຸ້ມຄອງແຫຼ່ງກໍາເນີດສິນຄ້າ.

     ວຽກງານຢັ້ງຢືນແຫຼ່ງກຳເນີດສິນຄ້າ ແມ່ນເປັນວຽກງານໜຶ່ງທີ່ມີຄວາມສຳຄັນໃນການຈັດຕັ້ງປະຕິບັດສິດທິພິເສດທາງດ້ານການຄ້າ, ຊຶ່ງປະຈຸບັນ ສປປ ລາວ ໄດ້ຮັບສິດທິພິເສດທາງການຄ້າຈາກທັງໝົດຫຼາຍກວ່າ 50 ປະເທດ, ໃນນັ້ນໄດ້ຮັບໃນຮູບແບບຝ່າຍດຽວ (Gerneralized System of Preferences: GSP) ຈາກ 42 ປະເທດ  ແລະ ໃນຮູບແບບສັນຍາການຄ້າເສລີ: Free Trade Area: FTA. ສປປ ລາວ ໄດ້ຮັບສິດທິພິເສດທາງການຄ້າແບບຝ່າຍດຽວຈາກ 42 ປະເທດປະກອບດ້ວຍ: ສະຫະພາບເອີຣົບ ຫຼື ອີຢູ 27 ປະເທດ, ອັງກິດ, ສະວິດເຊີແລນ, ການາດາ, ອົດສະຕາລີ, ນິວຊີແລນ, ຕວກກີ, ນອກແວ, ລັດເຊຍ, ເບລາຣຸສ, ກາຊັກສະຖານ, ຍີ່ປຸ່ນ, ສ ເກົາຫຼີ, ອິນເດຍ, ສປ ຈີນ ແລະ ຈີນ (ໄຕ້ຫວັນ). ສິດທິພິເສດທາງການຄ້າ ພາຍໃຕ້ຂອບສັນຍາການຄ້າເສລີ ມີສັນຍາທັງໝົດຈຳນວນ 10 ສະບັບ ລວມມີ 15 ປະເທດ ແລະ ເຂດປົກຄອງພິເສດຮົງກົງ, ສປ ຈີນ ຄື: ສະມາຊິກອາຊຽນ (ບຼູໄນ, ອິນໂດເນເຊຍ, ສປປ ລາວ, ມາເລເຊຍ, ຟິລິປິນ, ສິງກະໂປ, ກໍາປູເຈຍ, ໄທ, ມຽນມາ ແລະ ຫວຽດນາມ), ປະເທດຄູ່ຮ່ວມ ສປ ຈີນ, ສ ເກົາຫຼີ, ຍີ່ປຸ່ນ, ອິນເດຍ, ອົດສະຕາລີ, ນິວຊີແລນ ແລະ ເຂດປົກຄອງພິເສດ ຮົງກົງ, ສປ ຈີນ. ແບບພິມ (Forms) ທີ່ໄດ້ຮັບສິດທິພິເສດທາງການຄ້າທີ່ ສປປ ລາວ ນໍາໃຊ້ທັງໝົດມີ ຈໍານວນ 15 ຊະນິດ ຄື: A, D, E, S, AANZ, AHK, AI, AJ, AK, APTA, DFTP, SPT, Co-Korea, CO-China ແລະ RCEP. ຊຶ່ງບັນດາແບບພິມທີ່ກ່າວມານັ້ນສາມາດຂໍໄດ້ຈາກທັງໝົດ 41 ຫ້ອງການຄື: ກົມການນຳເຂົ້າ ແລະ ສົ່ງອອກ, ຫ້ອງການຄຸ້ມຄອງບໍລິຫານນິຄົມອຸດສາຫະກຳ ແລະ ການຄ້າວຽງຈັນໂນນທອງ, ຄະນະຄຸ້ມເຂດເສດຖະກິດພິເສດແຂວງສະຫວັນນະເຂດ, ນະຄອນຫຼວງວຽງຈັນ ແລະ ຈຳປາສັກ ສາມາດອອກໄດ້ທຸກຊະນິດ Form, ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ແລະ ນະຄອນຫຼວງໃນຂອບເຂດທົ່ວປະເທດ ແມ່ນສາມາດອອກໄດ້ ຈໍານວນ 08 Form ຄື: A, S, D, AI, APTA, DFTP, AHK ແລະ RCEP ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ແຂວງໃນຂອບເຂດທົ່ວປະເທດ ສາມາດອອກໄດ້ 06 Form ຄື: E, AANZ, AJ, AK, SPT ແລະ Co-Korea.

     ກົມການນໍາເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ມີແຜນສ້າງຂີດຄວາມອາດສາມາດໃຫ້ບັນດາຫ້ອງການເຈົ້າໜ້າທີ່ຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດໃນຂອບເຂດທົ່ວປະເທດ ສາມາດນໍາໃຊ້ລະບົບ e-CO ໃຫ້ໄດ້ພາຍໃນປີ 2023, ຊຶ່ງ ພະແນກອຸດສາຫະກຳ ແລະ ການຄ້າ ແລະ ສະພາການຄ້າ ແລະ ອຸດສາຫະກຳແຂວງຫົວພັນ ກໍ່ເປັນໜຶ່ງໃນຫ້ອງການເປົ້າໝາຍ ແລະ ຈະໄດ້ເລີ່ມຈັດຕັ້ງປະຕິບັດຢ່າງເປັນທາງການໃນວັນທີ 01 ສິງຫາ 2023 ເປັນຕົ້ນໄປ.

     ສຳລັບພາກສ່ວນໃດທີ່ສົນໃຈໃນການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ສາມາດສອບຖາມລາຍລະອຽດເພີ່ມຕື່ມໄດ້ທີ່ ພະແນກຄຸ້ມຄອງແຫຼ່ງກຳເນີດສິນຄ້າ, ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ເບີໂທ: 021 450255 ແລະ ສາມາດເຂົ້າໄປສຶກສາຂໍ້ມູນໄດ້ທີ່ເວັບໄຊທ໌: www.laotradeportal.gov.la, www.ecolao.gov.la.  

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.