ໃນຕອນເຊົ້າ ວັນທີ 04 ສິງຫາ 2023 ທີ່ຫ້ອງປະຊຸມ ຊັ້ນ 3, ກະຊວງ ອຸດສາຫະກໍາ ແລະ ການຄ້າ ( ກະຊວງ ອຄ). ກົມການນໍາເຂົ້າ ແລະ ສົ່ງອອກ ( ກົມ ຂອ), ກະຊວງ ອຄ ໃນນາມເປັນກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ໄດ້ຈັດ “ກອງປະຊຸມຜ່ານຮ່າງແຜນຍຸດທະສາດການອໍານວຍສະດວກທາງດ້ານການຄ້າ ແລະ ການຂົນສົ່ງ 5 ປີ (2023-2027)” ໂດຍການເປັນປະທານ ທ່ານນາງ ມະນີວອນ ວົງໄຊ, ຫົວໜ້າກົມ ຂອ ພ້ອມດ້ວຍແຂກທີ່ຖືກເຊີນຈາກຂະແໜງການທີ່ກ່ຽວຂ້ອງໄດ້ເຂົ້າຮ່ວມ.

     ໃນວາລະເປີດພິທີ ທ່ານນາງ ມະນີວອນ ວົງໄຊ ໄດ້ກ່າວວ່າ: ພາຍຫຼັງລັດຖະບານ ໄດ້ຕົກລົງໂຮມຄະນະກໍາມະການຊີ້ນໍາລວມອໍານວຍຄວາມສະດວກທາງດ້ານການຄ້າ ກັບ ຄະນະກໍາມະການຂົນສົ່ງແຫ່ງຊາດ ເຂົ້າກັນ ເປັນຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຕາມດຳລັດ ເລກທີ 145/ນຍ, ລົງວັນທີ 14 ມີນາ 2023. ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ສົມທົບກັບກະຊວງໂຍທາທິການ ແລະ ຂົນສົ່ງ ຈັດກອງປະຊຸມຄັ້ງປະຖົມມະລຶກຂອງຄະນະກໍາມະການດັ່ງກ່າວ ຂຶ້ນໃນວັນທີ 21 ມິຖຸນາ 2023 ຊຶ່ງໄດ້ມີການປຶກສາຫາລື ແລະ ເປັນເອກະພາບໃນຫຼາຍບັນຫາທີ່ປິ່ນອ້ອມ ແລະ ການກໍານົດແຜນວຽກຈຸດສຸມໃນ 6 ເດືອນທ້າຍປີ 2023. ປະຈຸບັນ, ກໍາລັງລໍຖ້າທິດຊີ້ນໍາຂອງທ່ານ ນາຍົກລັດຖະມົນຕີ ເພື່ອເຫັນດີຮັບຮອງເອົາແຜນວຽກຈຸດສຸມດັ່ງກ່າວ ເພື່ອຈັດຕັ້ງປະຕິບັດໃຫ້ສໍາເລັດຕາມເວລາທີ່ກໍານົດໄວ້.

     ວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ເປັນວຽກງານໜຶ່ງທີ່ລັດຖະບານໃຫ້ຄວາມສໍາຄັນ ຊຶ່ງໄດ້ຖືກກໍານົດເຂົ້າໃນວຽກເຄ່ັງຮ້ອນຂອງລັດຖະບານ, ໜຶ່ງໜ້າວຽກຍ່ອຍຂອງວຽກເຄັ່ງຮ້ອນ ແລະ ແຜນວຽກຈຸດສຸມຂອງຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ແມ່ນການສ້າງແຜນຍຸດທະສາດການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ 5 ປີ ໄລຍະ 2023-2027.

     ກອງປະຊຸມໄດ້ດໍາເນີນໄປຕາມວາລະເຄິ່ງເຊົ້າ ແລະ ໄດ້ຮັບການສະເໜີປັບປຸງອັນສໍາຄັນຈາກຄະນະກົມຂອງຂະແໜງການທີ່ກ່ຽວຂ້ອງ ຖືໄດ້ວ່າມີຄວາມສໍາເລັດໄປໄດ້ອີກຂັ້ນຢ່າງໜ້າຊົມເຊີຍ. ຕໍ່ໄປກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ຈະນໍາສະເໜີຮ່າງດັ່ງກ່າວຂໍທິດຊີ້ນໍາຈາກຂັ້ນເທິ່ງ ແລະ ຈະດໍາເນີນຂັ້ນຕອນຕໍ່ໄປຢ່າງຮີບດ່ວນ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.