ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ 7 ປີ 2023 ບັນລຸໄດ້ ປະມານ 1,025 ລ້ານໂດລາສະຫະລັດ. ໃນນີ້, ມູນຄ່າການສົ່ງອອກ ປະມານ 429 ລ້ານໂດລາສະຫະລັດ, ມູນຄ່າການນໍາເຂົ້າ ປະມານ 595 ລ້ານໂດລາສະຫະລັດ ແລະ ຂາດດຸນການຄ້າ ປະມານ 166 ລ້ານໂດລາສະຫະລັດ.

ສິນຄ້າສົ່ງອອກຕົ້ນຕໍ 10 ອັນດັບ

ສິນຄ້າສົ່ງອອກທັງໝົດ ປະມານ 429 ລ້ານໂດລາສະຫະລັດ. ໃນນີ້, ສິນຄ້າສົ່ງອອກ 10 ອັນດັບ ໄດ້ແກ່: ເກືອກາລີ ປະມານ 55 ລ້ານໂດລາສະຫະລັດ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ ປະມານ 42 ລ້ານໂດລາສະຫະລັດ, ແຮ່ທອງ ປະມານ 35 ລ້ານໂດລາສະຫະລັດດ, ແຮ່ເຫຼັກ ປະມານ 31 ລ້ານໂດລາສະຫະລັດ, ຄໍາປະສົມ, ຄຳແທ່ງ ປະມານ 30 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ ປະມານ 23 ລ້ານໂດລາສະຫະລັດ, ນໍ້າຕານ ປະມານ 23 ລ້ານໂດລາສະຫະລັດ, ເຄື່ອງນຸ່ງຫົ່ມ ປະມານ 20 ລ້ານໂດລາສະຫະລັດ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ...) ປະມານ 20 ລ້ານໂດລາສະຫະລັດ ແລະ ເກີບ ປະມານ 13 ລ້ານໂດລາສະຫະລັດ.

ສິນຄ້ານໍາເຂົ້າຕົ້ນຕໍ 10 ອັນດັບ  

ສິນຄ້ານຳເຂົ້າທັງໝົດ ປະມານ 595 ລ້ານໂດລາສະຫະລັດ. ໃນນີ້, ສິນຄ້ານໍາເຂົ້າ 10 ອັນດັບ ໄດ້ແກ່: ນ້ຳມັນກາຊວນ ປະມານ 65 ລ້ານໂດລາສະຫະລັດ, ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້...) ປະມານ 56 ລ້ານໂດລາສະຫະລັດ, ພາຫະນະທາງບົກ (ນອກຈາກລົດຈັກ, ລົດໄຖ) ປະມານ 49 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) ປະມານ 45 ລ້ານໂດລາສະຫະລັດ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ ປະມານ 38 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ ປະມານ 34 ລ້ານໂດລາສະຫະລັດ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ ປະມານ 24 ລ້ານໂດລາສະຫະລັດ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ ປະມານ 20 ລ້ານໂດລາສະຫະລັດ, ນໍ້າມັນແອັດຊັງ, ແອັດຊັງພິເສດ ປະມານ 20 ລ້ານໂດລາສະຫະລັດ, ຝຸ່ນ (ປຸຍ) ປະມານ 14 ລ້ານໂດລາສະຫະລັດ.

ປະເທດສົ່ງອອກຕົ້ນຕໍ 05 ອັນດັບ

ປະເທດ ທີ່ ສປປ ລາວ ສົ່ງອອກຫຼາຍ 05 ອັນດັບ ໄດ້ແກ່: ຈີນ ປະມານ 196 ລ້ານໂດລາສະຫະລັດ, ຫວຽດນາມ ປະມານ 90 ລ້ານໂດລາສະຫະລັດ, ໄທ ປະມານ 48 ລ້ານໂດລາສະຫະລັດ, ຮົງກົງ ປະມານ 13 ລ້ານໂດລາສະຫະລັດ ແລະ ສະຫະລັດອາເມລິກາ ປະມານ 11 ລ້ານໂດລາສະຫະລັດ.

ປະເທດນໍາເຂົ້າຕົ້ນຕໍ 05 ອັນດັບ

ປະເທດ ທີ່ ສປປ ລາວ ນໍາເຂົ້າຫຼາຍ 05 ອັນດັບ ໄດ້ແກ່: ໄທ ປະມານ 254 ລ້ານໂດລາສະຫະລັດ, ຈີນ ປະມານ 192 ລ້ານໂດລາສະຫະລັດ, ຫວຽດນາມ ປະມານ 29 ລ້ານໂດລາສະຫະລັດ, ສະຫະລັດອາເມລິກາ ປະມານ 27 ລ້ານໂດລາສະຫະລັດ ແລະ ເກົາຫລີ ປະມານ 12 ລ້ານໂດລາສະຫະລັດ.

 

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ປະຈໍາເດືອນ 7 ປີ 2023 ແມ່ນຍັງບໍ່ກວມເອົາມູນຄ່າການນຳເຂົ້າ ແລະ ສົ່ງອອກ ໄຟຟ້າ (ສໍາລັບມູນຄ່າການນຳເຂົ້າ ແລະ ສົ່ງອອກ ໄຟຟ້າ ພວກເຮົາຈະເອົາລົງພາຍຫຼັງທີ່ເກັບກໍາຕົວເລກສະຖິຕິໄດ້ຄົບຖ້ວນ ແລະ ຊັດເຈນແລ້ວ).

# ຫົວຂໍ້ ດາວໂຫຼດ
1 ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ປະຈໍາເດືອນ 7 ປີ 2023 ບັນລຸໄດ້ 1,025 ລ້ານໂດລາສະຫະລັດ. JPG
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.