ພາບປະກອບຈາກອີນເຕີເນັດ

 

ອີງຕາມ ແຈ້ງການ ລາຄາພັນທະໄມ້ເພື່ອປະມູນຂາຍ ປະຈໍາປີ 2023-2024, ເລກທີ 1243/ອຄ, ລົງວັນທີ 03 ສິງຫາ 2023. ກະຊວງອຸດສາຫະກໍາແລະ ການຄ້າ ອອກແຈ້ງການ ກ່ຽວກັບການຈັດຕັ້ງປະຕິບັດລາຄາພັນທະໄມ້ ເພື່ອປະມູນຂາຍ ປະຈຳປີ 2023-2024 ດັ່ງນີ້:

ເຊິ່ງວ່າແຈ້ງການສະບັບນີ້ແມ່ນປ່ຽນແທນ ແຈ້ງການ ສະບັບເລກທີ 1813/ອຄ.ກຂອ, ລົງວັນທີ 4 ກັນຍາ 2015 ແລະ ມີຜົນສັດສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ. ໃນຕໍ່ໜ້າ, ການປ່ຽນແປງ ແລະ ປັບປຸງລາຄາພັນທະໄມ້ ແມ່ນມອບໃຫ້ ກະຊວງກະສິກຳ ແລະ ປ່າໄມ້ ເປັນໃຈກາງໃນການຄົ້ນຄວ້າ.

ລາຍລະອຽດຂອງລາຄາໄມ້ແຕ່ລະປະເພດໄດ້ແບ່ງອອກເປັນ 73 ປະເພດໄມ້ (ຂໍ້ມູນເພີ່ມເຕີບທີ່ເອກະສານຄັດຕິດກັບແຈ້ງການສະບັບນີ້). ເຊິ່ງວ່າ, ລາຄາພັນທະໄມ້ກຳນົດເປັນລາຄາເອກະພາບສຳລັບທົ່ວປະເທດເພື່ອຈັດຕັ້ງປະຕິບັດ ໂດຍແມ່ນລາຄາຕ່ຳສຸດທີ່ນຳໃຊ້ ເປັນລາຄາພື້ນຖານໃນການປະມູນຊື້-ຂາຍໄມ້ ແລະ ໄດ້ແບ່ງອອກເປັນ 4 ປະເພດຫຼັກຄື: (1) ໄມ້ທ່ອນ (ຂະໜາດໜ້າຕ້າງນ້ອຍ ຫຼື ເທົ່າກັບ 19 ຊັງຕີແມັດລົງມາ); (2) ໄມ້ທ່ອນ (ຂະໜາດໜ້າຕ້າງໃຫຍ່ກ່ວາ 20 ຊັງຕີແມັດຂື້ນໄປ); (3) ໄມ້ຕີຕັບ ແລະ (4) ໄມ້ແປຮູບ.

ໃນນັ້ນ, ລາຄາພັນທະໄມ້ປະກອບດ້ວຍ : ❶ ຄ່າຊັບພະຍາກອນປ່າໄມ້, ❷ ຄ່າສໍາຫຼວດ, ❸ ຄ່າປູກໄມ້ແທນຄືນ. ລາຄາດັ່ງກ່າວຈະບໍ່ລວມ ຄ່າຂຸດຄົ້ນ, ຄ່າຕີກາໄມ້ທ່ອນ ແລະ ຄ່າອາກອນຕ່າງໆ ທີ່ຕິດພັນກັບການຊື້-ຂາຍ ແລະ ການຂົນສົ່ງ.

ໃນການຄິດໄລ່ຄ່າຂຸດຄົ້ນໃນແຕ່ລະທ້ອງຖີ່ນ ແມ່ນປະຕິບັນຕາມການຕົກລົງຂອງອົງການປົກຄອງແຂວງ ບົນພື້ນຖານສະພາບຈຸດພິເສດຂອງທ້ອງຖິ່ນຕົນ; ການປ່ຽນຫົວໜ່ວຍຄິດໄລ່ບໍລິມາດໄມ້ ຈາກແມັດກ້ອນມາເປັນນ້ຳໜັກ (ໂຕນ ຫຼື ກິໂລ) ຂອງແຕ່ລະຊະນິດໄມ້ ແມ່ນໃຫ້ປະຕິບັດຕາມລະບຽບການ ຂອງຂະແໜງການກະສີກຳ ແລະ ປ່າໄມ້ ທີ່ປະກາດໃຊ້ແຕ່ລະໄລຍະ.

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.