ໃນວັນທີ 04 ສິງຫາ 2023 ທີ່ ຫ້ອງປະຊຸມ ຊັ້ນ 1 ຂອງບໍລິສັດ ລາວວີຕາພັດທະນາ ໄດ້ມີການຈັດຝຶກອົບຮົມວຽກງານອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າຜ່ານທາງລະບົບເອເລັກໂຕຣນິກ (e-CO) ຄັ້ງທີ II ໃຫ້ພະນັກງານປະຈໍາຫ້ອງການ ຫ້ອງການຄຸ້ມຄອງບໍລິຫານນິຄົມອຸດສາຫະກຳ ແລະ ການຄ້າວຽງຈັນໂນນທອງ ແລະ ຜູ້ປະກອບການຈຳນວນໜຶ່ງທີ່ດໍາເນີນທຸລະກິດພາຍໃນເຂດດັ່ງກ່າວ. ຊຸດຝຶກອົບຮົມຄັ້ງນີ້ໄດ້ດຳເນີນພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ພຸດສະຫວັນ ຂຸນຈັນທະ ຮອງຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ (ກົມ ຂອ) ແລະ ທ່ານ ສອນທະນູ ສິງດາລາ ຮອງຫົວໜ້າກົມອຸດສາຫະກຳ ແລະ ຫັດຖະກຳ, ປະທານສະພາບໍລິຫານເສດຖະກິດນິຄົມອຸດສາຫະກຳ ແລະ ການຄ້າວຽງຈັນໂນນທອງ ໂດຍມີຜູ້ເຂົ້າຮ່ວມທັງໝົດ ຈຳນວນ 32 ທ່ານ.

     ຊຸດຝຶກອົບຮົມຄັ້ງນີ້ຈັດຂື້ນເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ໃຫ້ເຈົ້າໜ້າທີ່ອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າຂອງພະແນກອຸດສາຫະກຳ ແລະ ການຄ້າ, ສະພາການຄ້າ ແລະ ອຸດສາຫະກໍາ ແລະ ຜູ້ປະກອບການພາຍໃນແຂວງຈຳນວນໜຶ່ງ ກ່ຽວກັບ ການນໍາໃຊ້ລະບົບການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທາງເອກະເອເລັກໂຕຣນິກ (e-CO). ລະບົບການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທາງເອເລັກໂຕຣນິກ (e-CO) ແມ່ນໄດ້ຮັບການພັດທະນາຂຶ້ນຕາມນະໂຍບາຍຫັນວຽກງານບໍລິການໃຫ້ເປັນທັນສະໄໝຂອງກະຊວງອຸດສາຫະກຳ ແລະ ການຄ້າ, ຊຶ່ງໄດ້ຮັບການພັດທະນາ ແລະ ເລີ່ມນຳໃຊ້ນັບແຕ່ປີ 2016 ເປັນຕົ້ນມາ.

     ວຽກງານຢັ້ງຢືນແຫຼ່ງກຳເນີດສິນຄ້າ ແມ່ນເປັນວຽກງານໜຶ່ງທີ່ມີຄວາມສຳຄັນໃນການຈັດຕັ້ງປະຕິບັດສິດທິພິເສດທາງດ້ານການຄ້າ, ຊຶ່ງປະຈຸບັນ ສປປ ລາວ ໄດ້ຮັບສິດທິພິເສດທາງການຄ້າຈາກທັງໝົດຫຼາຍກວ່າ 50 ປະເທດ, ໃນນັ້ນໄດ້ຮັບໃນຮູບແບບຝ່າຍດຽວ (Gerneralized System of Preferences: GSP) ຈາກ 42 ປະເທດ (ເຊັ່ນ: ສະຫະພາບເອີຣົບ ຫຼື ອີຢູ 27 ປະເທດ, ອັງກິດ, ສະວິດຊີແລນ, ການາດາ, ຍີ່ປຸ່ນ, ສ ເກົາຫຼີ, ອິນເດຍ ແລະ ສປ ຈີນ...) ແລະ ໃນຮູບແບບສັນຍາການຄ້າເສລີ: Free Trade Area: FTA.

     ສິດທິພິເສດທາງການຄ້າ ພາຍໃຕ້ຂອບສັນຍາການຄ້າເສລີ ມີສັນຍາທັງໝົດຈໍານວນ 10 ສະບັບ ລວມມີ 15 ປະເທດ ແລະ ເຂດປົກຄອງພິເສດຮົງກົງ, ສປ ຈີນ ຄື: ສະມາຊິກອາຊຽນ (ບຼູໄນ, ອິນໂດເນເຊຍ, ສປປ ລາວ, ມາເລເຊຍ, ຟິລິປິນ, ສິງກະໂປ, ກໍາປູເຈຍ, ໄທ, ມຽນມາ ແລະ ຫວຽດນາມ), ປະເທດຄູ່ຮ່ວມ ສປ ຈີນ, ສ ເກົາຫຼີ, ຍີ່ປຸ່ນ, ອິນເດຍ, ອົດສະຕາລີ, ນິວຊີແລນ ແລະ ເຂດປົກຄອງພິເສດ ຮົງກົງ, ສປ ຈີນ. ແບບພິມ (Forms) ທີ່ໄດ້ຮັບສິດທິພິເສດທາງການຄ້າ ທີ່ ສປປ ລາວ ນໍາໃຊ້ທັງໝົດມີ ຈໍານວນ 15 ຊະນິດ ຄື: A, D, E, S, AANZ, AHK, AI, AJ, AK, APTA, DFTP, SPT, Co-Korea, CO-China ແລະ RCEP. ຊຶ່ງບັນດາແບບພິມທີ່ກ່າວມານັ້ນສາມາດຂໍໄດ້ຈາກທັງໝົດ 41 ຫ້ອງການ ເຊັ່ນ: ກົມການນຳເຂົ້າ ແລະ ສົ່ງອອກ, ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ແລະ ນະຄອນຫຼວງໃນຂອບເຂດທົ່ວປະເທດ, ຫ້ອງການຄຸ້ມຄອງບໍລິຫານນິຄົມອຸດສາຫະກຳ ແລະ ການຄ້າວຽງຈັນໂນນທອງ.

     ການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ (Certificate of Origin: CO) ທີ່ ສປປ ລາວ ນໍາໃຊ້ໃນປະຈຸບັນນີ້ມີທັງໝົດ 03 ຮູບແບບດ້ວຍກັນຄື: ອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດແບບປົກກະຕິ (Manual), ອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດຜ່ານທາງລະບົບເອເລັກໂຕຣນິກ (Electronic Certificate of Origin Issuing System: e-CO) ແລະ ການຢັ້ງຢືນແຫຼ່ງກຳເນີດສິນຄ້າດ້ວຍຕົນເອງ (Self Certification).

     ກົມ ຂອ ມີແຜນສ້າງຂີດຄວາມອາດສາມາດໃຫ້ແກ່ ບັນດາຫ້ອງການເຈົ້າໜ້າທີ່ຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ໃນຂອບເຂດທົ່ວປະເທດ ສາມາດນໍາໃຊ້ລະບົບບໍລິການອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າທາງເອເລັກໂຕຣນິກ ຫຼື e-CO ໃຫ້ໄດ້ພາຍໃນປີ 2023, ຊຶ່ງ ຫ້ອງການຄຸ້ມຄອງບໍລິຫານນິຄົມອຸດສາຫະກຳ ແລະ ການຄ້າວຽງຈັນໂນນທອງ ແມ່ນໄດ້ຈັດຕັ້ງປະຕິບັດແຕ່ ເດືອນຕຸລາ ປີ 2020 ແລະ ຄັັ້ງນີ້ແມ່ນຄັ້ງທີ II ເພື່ອຫັນເປັນທັນສະໄໝ. ສະນັ້ນ, ຫ້ອງການຄຸ້ມຄອງບໍລິຫານນິຄົມອຸດສາຫະກໍາ ແລະ ການຄ້າວຽງຈັນໂນນທອງ ຈຶ່ງພັກດັນໃຫ້ຜູ້ປະກອບການໃນເຂດດັ່ງກ່າວອອກໃບຢັ້ງຢືນແຫຼ່ງກໍາເນີດສິນຄ້າຜ່ານລະບົບ e-CO ພຽງແຕ່ຮູບແບບດຽວ.

     ສຳລັບພາກສ່ວນໃດທີ່ສົນໃຈໃນການອອກໃບຢັ້ງຢືນແຫຼ່ງກຳເນີດສິນຄ້າທີ່ໄດ້ຮັບສິດທິພິເສດ ສາມາດສອບຖາມລາຍລະອຽດເພີ່ມຕື່ມໄດ້ທີ່ ພະແນກຄຸ້ມຄອງແຫຼ່ງກຳເນີດສິນຄ້າ, ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ເບີໂທ: 021 450255 ແລະ ສາມາດເຂົ້າໄປສຶກສາຂໍ້ມູນໄດ້ທີ່ເວັບໄຊທ໌: www.laotradeportal.gov.la, www.ecolao.gov.la

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.