ວັນພຸດທີ 23 ສິງຫາ 2023, ທີ່ ຫ້ອງປະຊຸມຊັ້ນ 2, ຕຶກ B, ກະຊວງການຕ່າງປະເທດ. ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ໄດ້ຈັດ “ກອງປະຊຸມວິສາມັນຂອງຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ”. ໃຫ້ກຽດເປັນປະທານ ໂດຍ ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ພ້ອມດ້ວຍຂະແໜງການລັດ ແລະ ພາກທຸລະກິດທີ່ກ່ຽວຂ້ອງໄດ້ເຂົ້າຮ່ວມຢ່າງພ້ອມໜ້າ.

     ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ກ່າວໃນທີປະຊຸມວ່າ: “ມື້ນີ້ພວກເຮົາດໍາເນີນກອງປະຊຸມວິສາມັນຂອງຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ເພື່ອປະຕິບັດແຜນວຽກຈຸດສຸມ ແລະ ແຜນເຄື່ອນໄຫວຂອງຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ທີ່ກອງປະຊຸມຄັ້ງປະຖົມມະລຶກຂອງຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ທົ່ວປະເທດ ໄດ້ເປັນເອກະພາບ. ໃນນີ້, ບັນຫາທີ່ເຄັ່ງຮ້ອນອັນໜຶ່ງທີ່ໄດ້ຍົກຂຶ້ນໃນກອງປະຊຸມຄັ້ງປະຖົມມະລຶກຂອງຄະນະກໍາມະການ ແມ່ນບັນຫາທ່າບົກ ແລະ ການຂົນສົ່ງສິນຄ້າ ຊຶ່ງໄດ້ຕົກລົງມອບໃຫ້ກະຊວງອຸດສາຫະກໍາ ແລະ  ການຄ້າ ແລະ ກະຊວງໂຍທາທິການ ແລະ ຂົນສົ່ງ ສົມທົບກັນລົງເກັບກໍາຂໍ້ມູນຕົວຈິງ ແລ້ວລາຍງານຕໍ່ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ກໍ່ຄືກອງປະຊຸມວິສາມັນຄັ້ງນີ້ ເພື່ອຄົ້ນຄວ້າ ແລະ ມີທິດຊີ້ນໍາ”.

     ພ້ອມດຽວກັນນັ້ນ, ຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ກໍ່ໄດ້ຮັບໜັງສືສະເໜີຂອງຫຼາຍຫົວໜ່ວຍທຸລະກິດທີ່ກ່ຽວຂ້ອງກັບວຽກງານການຄ້າ ແລະ ການຂົນສົ່ງ ຊຶ່ງບາງບັນຫາ ແມ່ນໄດ້ຍົກຂຶ້ນໃນກອງປະຊຸມຄັ້ງປະຖົມມະລຶກແລ້ວ ແລະ ບາງບັນຫາ ແມ່ນບັນຫາທີ່ເພີ່ມມາໃໝ່ ຊຶ່ງສາມາດສັງລວມໄດ້ທັງໝົດ 11 ບັນຫາ. ໃນນັ້ນ, ກອງປະຊຸມໄດ້ຮັບຟັງການລາຍງານຜົນການລົງເກັບກຳຂໍ້ມູນຢູ່ທ່າບົກ 3 ແຫ່ງ. ຄຽງຄູ່ກັນນັ້ນໄດ້ຮັບຟັງການລາຍງານຜົນຂອງກອງປະຊຸມປຶກສາຫາລື ບັນຫາຂອງພາກທຸລະກິດທີ່ຕິດພັນກັບການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ໃນວັນທີ 21 ສິງຫາ 2023 ຊຶ່ງຜ່ານການຄົ້ນຄວ້າຂອງກອງເລຂາ ແມ່ນສາມາດສັງລວມໄດ້ທັງໝົດ 10 ບັນຫາ ຊຶ່ງຕິດພັນກັບ 9 ຂະແໜງການທີ່ກ່ຽວຂ້ອງ.

     ກອງປະຊຸມໄດ້ດໍາເນີນໄປຕາມວາລະ ຢ່າງກົງໄປກົງມາ ເຊິ່ງທ່ານຮອງນາຍົກລັດຖະມົນຕີ ໄດ້ສະຫລຸບໃນຕອນທ້າຍຂອງກອງປະຊຸມ ແລະ ຜູ້ເຂົ້າຮ່ວມໄດ້ຕົກລົງເຫັນດີເປັນເອກະພາບກັນ ດັ່ງນີ້:  ການແກ້ໄຂບັນຫາໃຫ້ແບ່ງເປັນ 3 ໄລຍະ (ສັ້ນ, ກາງ ແລະ ຍາວ). ໄລຍະສັ້ນ: ບັນຫາທີ່ສາມາດຕົກລົງແກ້ໄຂໄດ້ເລີຍ. ໄລຍະກາງ: ປັບປຸງບັນດານິຕິກຳຕ່າງໆ ເຊັ່ນ: ດຳລັດ, ຄຳສັ່ງ, ແຈ້ງການ ແລະ ອື່ນໆ ຖ້າມີຄວາມຈໍາເປັນຮີບດ່ວນຕ້ອງໄດ້ປັບປຸງໃຫ້ສໍາເລັດໂດຍໄວ. ໄລຍະຍາວ: ການສ້າງແຜນຍຸດທະສາດ  ແລະ ບັນຫາທີ່ເຫັນວ່າຕ້ອງໄດ້ຮ່ວມກັນແກ້ໄຂໃນໄລຍະຍາວ ແມ່ນໃຫ້ເກັບກຳຂໍ້ມູນເພີ່ມເຕີມ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.