ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງອຸດສາຫະກຳ ແລະ ການຄ້າ

ເລກທີ 1941/ຫອຄ

ຫ້ອງການ

ນະຄອນຫຼວງວຽງຈັນ, ວັນທີ 05 ກັນຍາ 2023

 

ແຈ້ງການ

       ເຖິງ: - ຫ້ອງການສົ່ງເສີມ ແລະ ຄຸ້ມຄອງເຂດເສດຖະກິດພິເສດ, ກະຊວງ ແຜນການ ແລະ ການລົງທຶນ.

            - ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ.

            - ຫ້ອງການຄຸ້ມຄອງບໍລິຫານນິຄົມອຸດສາຫະກຳ ແລະ ການຄ້າວຽງຈັນ-ໂນນທອງ.

            - ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ.

            - ວິສາຫະກິດທີ່ດຳເນີນກິດຈະການນຳເຂົ້າ ແລະ ສົ່ງອອກສິນຄ້າ ໃນຂອບເຂດທົ່ວປະເທດ

       ເລື່ອງ: ການລົງທະບຽນ ຜູ້ນຳເຂົ້າ ແລະ ສົ່ງອອກສິນຄ້າ.

  • ອີງຕາມ ຂໍ້ຕົກລົງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງຫ້ອງການກະຊວງອຸດສາຫະກຳ ແລະ ການຄ້າ ເລກທີ 0634/ອຄ.ກຈພງ, ລົງວັນທີ 01 ກໍລະກົດ 2020;
  • ອີງຕາມ ຂໍ້ຕົກລົງ ວ່າດ້ວຍການລົງທະບຽນຜູ້ນຳເຂົ້າ ແລະ ສົ່ງອອກສິນຄ້າ ເລກທີ 0752/ອຄ, ລົງວັນທີ 23 ພຶດສະພາ 2023.

     ເພື່ອເປັນຂໍ້ມູນໃຫ້ແກ່ການຄຸ້ມຄອງຕິດຕາມການເຄື່ອນໄຫວ ແລະ ຊຳລະ/ຮັບຊຳລະເງິນຕາຕ່າງປະເທດຈາກການນຳເຂົ້າ-ສົ່ງອອກສິນຄ້າ ຂອງວິສາຫະກິດທີ່ດຳເນີນກິດຈະການນໍາເຂົ້າ ແລະ ສົ່ງອອກສິນຄ້າ ໃນຂອບເຂດທົ່ວປະເທດ ໃຫ້ສອດຄ່ອງກັບລະບຽບກົດໝາຍ ແລະ ຈໍາກັດການຄ້ານອກລະບົບ, ຫ້ອງການກະຊວງອຸດສາຫະກໍາ ແລະ ການຄ້າ ອອກແຈ້ງການ ດັ່ງນີ້:

  1. ມອບໃຫ້ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ເປັນເຈົ້າການສົມທົບກັບ ພະແນກພະລັງງານ ແລະ ບໍ່ແຮ່, ພະແນກ ກະສິກຳ ແລະ ປ່າໄມ້, ຫ້ອງການຄຸ້ມຄອງເຂດເສດຖະກິດພິເສດ, ສະພາການຄ້າ ແລະ ອຸດສາຫະກຳ ແຂວງ, ນະຄອນຫຼວງ ທີ່ຂື້ນກັບແຂວງຂອງຕົນ ແຈ້ງໃຫ້ບັນດາວິສາຫະກິດທີ່ດຳເນີນກິດຈະການນຳເຂົ້າ ແລະ ສົ່ງອອກສິນຄ້າ ໃຫ້ລົງທະບຽນນຳ ກົມການນຳເຂົ້າ ແລະ ສົ່ງອອກ, ກະຊວງອຸດສາຫະກຳ ແລະ ການຄ້າ ຕາມທີ່ໄດ້ກຳນົດໄວ້ໃນ ຂໍ້ຕົກລົງວ່າດ້ວຍການລົງທະບຽນຜູ້ນຳເຂົ້າ ແລະ ສົ່ງອອກສິນຄ້າ ເລກທີ 0752/ອຄ, ລົງວັນທີ 23 ພຶດສະພາ 2023 ໂດຍສະເພາະໝວດສິນຄ້າ ດັ່ງຕໍ່ໄປນີ້:

     

ລ/ດ

ປະເພດລາຍການສິນຄ້າ

ໝວດລະຫັດພາສີ

1

ແຮ່ທາດ

2601-2617 ຍົກເວັ້ນ 2612

2

ໄຟຟ້າ

27160000

3

ໄມ້ ແລະ ຜະລິດຕະພັນໄມ້

4401-4421,4701-4707,

4801-4812,94

4

ສິ້ນສ່ວນ ແລະ ອຸປະກອນເອເລັກໂຕຣນິກ, ເຄື່ອງອຸປະກອນໄຟຟ້າ

8501-8548

5

ຢາສູບ

240220

6

ເຄື່ອງດື່ມທີ່ມີທາດເຫຼົ້າ

2203 ຫາ 2206 ຫຼື 2208

 

    ວິສາຫະກິດທີ່ດຳເນີນກິດຈະການນຳເຂົ້າ ແລະ ສົ່ງອອກ ລາຍການສິນຄ້າທີ່ລະບຸໄວ້ໃນຕາຕະລາງຂ້າງເທິງຕ້ອງລົງທະບຽນໃຫ້ສຳເລັດ ກ່ອນວັນທີ 31 ຕຸລາ 2023. ສຳລັບກິດຈະການອື່ນທີ່ບໍ່ໄດ້ນອນໃນລາຍການສິນຄ້າຂ້າງເທິງ ແມ່ນສາມາດລົງທະບຽນໄດ້ເຊັ່ນດຽວກັນຈົນກວ່າຈະມີການປ່ຽນແປງ.

    2. ໃຫ້ວິສາຫະກິດ ປະກອບເອກະສານແຈ້ງລົງທະບຽນ ຕາມແບບພິມທີ່ຄັດຕິດມາພ້ອມນີ້ (ພ້ອມທັງສົ່ງຊອບກອບປີ້) ມາໃຫ້ກົມການນຳເຂົ້າ ແລະ ສົ່ງອອກ ໂດຍກົງ ຫຼື ສົ່ງຜ່ານອີເມວ: [email protected] ຫຼືຕິດຕໍ່ພົວພັນກັບພະນັກງານຜູ້ຮັບ ຜິດຊອບ ໂທ: 020 9699 6565 ຫຼື 02055510038 ຫຼື 02056287584 ຫຼື 02095914789. ພາຍຫຼັງທີ່ຍື່ນເອກະສານແລ້ວແມ່ນໃຫ້ບໍລິສັດພົວພັນກັບກົມການນໍາເຂົ້າ ແລະ ສົ່ງອອກເພື່ອປະສານເອົາໃບຢັ້ງຢືນການລົງທະບຽນ.

    3. ວິສາຫະກິດໃດທີ່ປະກອບເອກະສານ ຫຼື ຂໍ້ມູນບໍ່ຄົບຖ້ວນ ແມ່ນຈະບໍ່ໄດ້ຮັບການລົງທະບຽນ ແລະ ຈະບໍ່ສາມາດດໍາເນີນການນໍາເຂົ້າ ແລະ ສົ່ງອອກສິນຄ້າໄດ້ເທື່ອ ຈົນກວ່າຈະສຳເລັດການລົງທະບຽນ.

    4. ວິສາຫະກິດທີ່ສຳເລັດການລົງທະບຽນແລ້ວ ຕ້ອງໃຫ້ແຈ້ງທະນາຄານແຫ່ງ ສປປ ລາວ ກ່ຽວກັບເລກບັນຊີເງິນຝາກທັງໝົດທີ່ໄດ້ເປີດໄວ້ກັບທະນາຄານທຸລະກິດ ເພື່ອຂໍໜັງສືຢັ້ງຢືນໄປແຈ້ງຕໍ່ທະນາຄານທຸລະກິດ ໃຫ້ຫັນບັນຊີເງິນຝາກທີ່ກໍາລັງນຳໃຊ້ຢູ່ນັ້ນ ເປັນບັນຊີເງິນຝາກສະເພາະກ່ຽວກັບການນໍາເຂົ້າ-ສົ່ງອອກ.

        ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຊາບ ແລະ ປະຕິບັດຕາມເນື້ອໃນຂອງແຈ້ງການສະບັບນີ້ດ້ວຍ.

 

ຫົວໜ້າຫ້ອງການ

ວິທູນ ສິດທິມໍລະດາ

# ຫົວຂໍ້ ດາວໂຫຼດ
1 Notification on Importer and Exporter Registration, No. 1941/MOIC, date 05 September 2023. PDF
2 ແຈ້ງການ ການລົງທະບຽນ ຜູ້ນໍາເຂົ້າ ແລະ ສົ່ງອອກສິນຄ້າ, ເລກທີ 1941/ອຄ, ລົງວັນທີ 05 ກັນຍາ 2023 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.