ສາລະບານ

ໝວດທີ 1 - ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ
ມາດຕາ 2. ການອະທິບາຍຄໍາສັບ
ມາດຕາ 3. ຫຼັກການລວມສໍາລັບການນໍາໃຊ້ວິທີ ການກໍານົດມູນຄ່າແຈ້ງພາສີ

ໝວດທີ 2 - ວິທີການກໍານົດມູນຄ່າແຈ້ງພາສີ

ມາດຕາ 4. ການກໍານົດມູນຄ່າແຈ້ງພາສີ ດ້ວຍການນໍາໃຊ້ມູນຄ່າຊື້-ຂາຍ
ມາດຕາ 5. ການກໍານົດມູນຄ່າແຈ້ງພາສີ ດ້ວຍການນໍາໃຊ້ມູນຄ່າຊື້-ຂາຍສິນຄ້າທີ່ຄືກັນ
ມາດຕາ 6. ການກໍານົດມູນຄ່າແຈ້ງພາສີ ດ້ວຍການນໍາໃຊ້ມູນຄ່າຊື້ຂາຍສິນຄ້າທີ່ຄ້າຍຄືກັນ
ມາດຕາ 7. ການກໍານົດມູນຄ່າແຈ້ງພາສີດ້ວຍວິທີຫັກລົບມູນຄ່າ
ມາດຕາ 8. ການກໍານົດມູນຄ່າແຈ້ງພາສີດ້ວຍວິທີຄໍານວນ
ມາດຕາ 9. ການກໍານົດມູນຄ່າແຈ້ງພາສີດ້ວຍ ວິທີຢ້ອນຄືນທີ່ສົມເຫດສົມຜົນ
ມາດຕາ 10. ການດັດປັບ

ໝວດທີ 3 - ບົດບັນຍັດອື່ນໆ

ມາດຕາ 11. ອັດຕາແລກປ່ຽນເງິນຕາ
ມາດຕາ 12. ການຮັກສາຄວາມລັບ
ມາດຕາ 13. ການສະເໜີຄືນກ່ຽວກັບການກໍານົດມູນຄ່າແຈ້ງພາສີ
ມາດຕາ 14. ການເຜີຍແຜ່ນິຕິກໍາ
ມາດຕາ 15. ການເອົາສິນຄ້າອອກຈາກດ່ານ ຫຼື ສາງພາສີ ກ່ອນການກໍານົດມູນຄ່າແຈ້ງພາສີ
ມາດຕາ 16. ສິດໃນການໄດ້ຮັບການອະທິບາຍ ກ່ຽວກັບການກໍານົດມູນຄ່າແຈ້ງພາສີ

ໝວດທີ 4 - ບົດບັນຍັດສຸດທ້າຍ

ມາດຕາ 17. ການຈັດຕັ້ງປະຕິບັດ
ມາດຕາ 18. ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ   ເລກທີ 1537/ກງ
ນະຄອນຫຼວງວຽງຈັນ, ວັນທີ 04 ມິຖຸນາ 2012

ບົດແນະນໍາຂອງລັດຖະມົນຕີວ່າການກະຊວງການເງິນ
ວ່າດ້ວຍການກໍານົດມູນຄ່າແຈ້ງພາສີ ສໍາລັບສິນຄ້ານໍາເຂົ້າ

  • ອີງຕາມ ກົດໝາຍວ່າດ້ວຍພາສີ ເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011 ໝວດ 2, ມາດຕາ 13 ກ່ຽວກັບການກໍານົດມູນຄ່າແຈ້ງພາສີ ສໍາລັບສິນຄ້ານໍາເຂົ້າ; ແລະ

ລັດຖະມົນຕີວ່າການກະຊວງການເງິນ ອອກບົດແນະນໍາດັ່ງນີ້:

ໝວດທີ 1
ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ
ບົດແນະນໍາສະບັບນີ້ ກໍານົດບັນດາຫຼັກການ ແລະ ວິທີການກໍານົດມູນຄ່າແຈ້ງພາສີ ເພື່ອເປັນພື້ນຖານໃນການຄິດໄລ່ຄ່າພາສີ ແລະ ພັນທະອື່ນໆຕໍ່ສິນຄ້ານໍາເຂົ້າ ໃຫ້ມີຄວາມເປັນເອກະພາບ ໃນຂອບເຂດທົ່ວປະເທດ ແນໃສ່ຮັບປະກັນການເກັບລາຍຮັບ ເຂົ້າງົບປະມານແຫ່ງລັດໃຫ້ມີປະສິດທິຜົນ. ຂ້າງເທິງ

ມາດຕາ 2. ການອະທິບາຍຄໍາສັບ
ບັນດາຄໍາສັບທີ່ໃຊ້ໃນບົດແນະນໍາສະບັບນີ້ ມີຄວາມໝາຍດັ່ງຕໍ່ໄປນີ້:

  1. ສິນຄ້າ ໝາຍເຖິງ ສິນຄ້າເຄື່ອງຂອງຕາມທີ່ນໍາໃຊ້ ໃນກົດໝາຍວ່າດ້ວຍພາສີ;
  2. ສິນຄ້ານໍາເຂົ້າ ໝາຍເຖິງ ສິນຄ້າທີ່ນໍາເຂົ້າມາຍັງ ສປປ ລາວ;
  3. ມູນຄ່າແຈ້ງພາສີສິນຄ້ານໍາເຂົ້າ ໝາຍເຖິງ ມູນຄ່າຂອງສິນຄ້າ ເພື່ອນໍາໃຊ້ເປັນພື້ນຖານຄິດໄລ່ຄ່າພາສີ ແລະ ພັນທະອື່ນໆ ຕໍ່ສິນຄ້ານໍາເຂົ້າ;
  4. ຄໍາວ່າ ²ຜະລິດ² ແມ່ນລວມເຖິງການປູກ, ຜະລິດ ແລະ ຂຸດຄົ້ນ;
  5. ສິນຄ້າທີ່ຄືກັນ ໝາຍເຖິງ ສິນຄ້າທີ່ຄືກັນທຸກຢ່າງ ລວມທັງລັກສະນະຮູບຮ່າງ, ຄຸນນະພາບ ແລະ ຊື່ສຽງຂອງສິນຄ້າ. ສິນຄ້າທີ່ມີຄວາມແຕກຕ່າງກັນເລັກນ້ອຍ ແບບຜິວເຜີນ ກໍຍັງຖືວ່າເປັນສິນຄ້າທີ່ຄືກັນ. ຈະບໍ່ຖືວ່າເປັນ ²ສິນຄ້າທີ່ຄືກັນ² ຖ້າວ່າສິນຄ້າດັ່ງກ່າວ ບໍ່ໄດ້ຜະລິດຢູ່ໃນປະເທດດຽວກັນ ກັບສິນຄ້າທີ່ກໍາລັງປະເມີນມູນຄ່າຢູ່. ສິນຄ້າທີ່ຄືກັນ ຈະບໍ່ລວມເອົາງານວິສະວະກໍາ, ການພັດທະນາ, ງານສິນລະປະ, ວຽກອອກແບບ ແລະ ແຜນຜັງ, ແລະ ຮູບແຕ້ມ ຊຶ່ງບໍ່ໄດ້ມີການດັດປັບຕາມທີ່ກໍານົດໄວ້ ຕາມມາດຕາ 10.1.2.iv ເນື່ອງຈາກອົງປະກອບດັ່ງກ່າວ ແມ່ນໄດ້ດໍາເນີນການຢູ່ ສປປ ລາວ. ສິນຄ້າທີ່ຜະລິດໂດຍຜູ້ຜະລິດຕ່າງກັນ ຈະຖືກນໍາມາພິຈາລະນາໄດ້ ກໍຕໍ່ເມື່ອບໍ່ມີສິນຄ້າທີ່ຄືກັນ ທີ່ຜະລິດໂດຍຜູ້ດຽວກັນກັບຜູ້ທີ່ຜະລິດສິນຄ້າ ທີ່ກໍາລັງປະເມີນມູນຄ່າຢູ່;
  6. ສິນຄ້າທີ່ຄ້າຍຄືກັນ ໝາຍເຖິງ ສິນຄ້າທີ່ບໍ່ຄືກັນໝົດທຸກຢ່າງ ແຕ່ມີລັກສະນະ ແລະ ວັດຖຸປະກອບທີ່ຄືກັນ ຊຶ່ງສາມາດເຮັດໜ້າທີ່ດຽວກັນໄດ້ ແລະ ປ່ຽນແທນກັນໄດ້ໃນທາງການຄ້າ. ຄຸນນະພາບ, ຊື່ສຽງ ແລະ ເຄື່ອງໝາຍທາງການຄ້າກໍແມ່ນປັດໄຈໜຶ່ງ ເພື່ອກໍານົດວ່າສິນຄ້າດັ່ງກ່າວ ແມ່ນສິນຄ້າທີ່ຄ້າຍຄືກັນ. ສິນຄ້າຈະບໍ່ຖືວ່າເປັນ ²ສິນຄ້າທີ່ຄ້າຍຄືກັນ² ຖ້າວ່າສິນຄ້າດັ່ງກ່າວບໍ່ໄດ້ຜະລິດ ຢູ່ໃນປະເທດດຽວກັນ ກັບສິນຄ້າທີ່ກໍາລັງປະເມີນມູນຄ່າຢູ່. ສິນຄ້າທີ່ຄ້າຍຄືກັນ ຈະບໍ່ລວມເອົາງານວິສະວະກໍາ, ການພັດທະນາ, ງານສິລະປະ, ວຽກອອກແບບ ແລະ ແຜນຜັງ, ແລະ ຮູບແຕ້ມ ຊຶ່ງບໍ່ໄດ້ມີການດັດປັບ ຕາມທີ່ກໍານົດໄວ້ຕາມມາດຕາ 10.1.2.iv ເນື່ອງຈາກອົງປະກອບດັ່ງກ່າວ ແມ່ນໄດ້ດໍາເນີນການຢູ່ ສປປ ລາວ. ສິນຄ້າທີ່ຜະລິດໂດຍຜູ້ຜະລິດຕ່າງກັນ ຈະຖືກນໍາມາພິຈາລະນາໄດ້ກໍຕໍ່ເມື່ອ ບໍ່ມີສິນຄ້າທີ່ຄ້າຍຄືກັນ ທີ່ຜະລິດໂດຍຜູ້ດຽວກັນກັບ ຜູ້ທີ່ຜະລິດສິນຄ້າ ທີ່ກໍາລັງປະເມີນມູນຄ່າຢູ່;
  7. ສິນຄ້າໝວດດຽວກັນ ຫຼື ຊະນິດດຽວກັນ ໝາຍເຖິງ ສິນຄ້າໃນກຸ່ມດຽວກັນ ຫຼື ໃນລະດັບດຽວກັນ ຊຶ່ງຜະລິດໂດຍອຸດສາຫະກໍາສະເພາະ ຫຼື ຂະແໜງໃດໜຶ່ງ ແລະ ສິນຄ້າດັ່ງກ່າວ ລວມເອົາທັງສິນຄ້າທີ່ຄືກັນ ຫຼື ຄ້າຍຄືກັນ;
  8. ຜູ້ກ່ຽວຂ້ອງ ໝາຍເຖິງ ຜູ້ທີ່ມີການກ່ຽວຂ້ອງກັນ ໃນການຊື້ຂາຍສິນຄ້າ. ບັນດາບຸກຄົນ ຈະຖືວ່າເປັນຜູ້ກ່ຽວຂ້ອງ ຖ້າວ່າ:

8.1. ບຸກຄົນເຫຼົ່ານັ້ນເປັນ ຜູ້ອໍານວຍການ ຫຼື ເປັນພະນັກງານໃນທຸລະກິດ ຂອງອີກຝ່າຍໜຶ່ງ;

8.2. ບຸກຄົນເຫຼົ່ານັ້ນເປັນ ຮຸ້ນສ່ວນທຸລະກິດນໍາກັນຕາມກົດໝາຍ;

8.3. ບຸກຄົນເຫຼົ່ານັ້ນເປັນ ນາຍຈ້າງ ແລະ ລູກຈ້າງ;

8.4. ບຸກຄົນໃດໜຶ່ງເປັນ ເຈົ້າຂອງ, ຄວບຄຸມ ຫຼື ຖືຢ່າງນ້ອຍ 5% ຂອງຮຸ້ນທີ່ໃຫ້ສິດອອກສຽງ ຂອງບຸກຄົນເຫຼົ່ານັ້ນ ບໍ່ວ່າທາງກົງ ຫຼື ທາງອ້ອມ;

8.5. ຝ່າຍໜຶ່ງຂອງບຸກຄົນເຫຼົ່ານັ້ນ ຄວບຄຸມອີກຝ່າຍໜຶ່ງ ໂດຍທາງກົງ ຫຼື ທາງອ້ອມ;

8.6. ທັງສອງຖືກຄວບຄຸມຈາກບຸກຄົນທີສາມ ໂດຍທາງກົງ ຫຼື ທາງອ້ອມ;

8.7. ບຸກຄົນເຫຼົ່ານັ້ນຮ່ວມກັນຄວບຄຸມບຸກຄົນທີສາມ ໂດຍທາງກົງ ຫຼື ທາງອ້ອມ;

8.8. ບຸກຄົນເຫຼົ່ານັ້ນ ເປັນສະມາຊິກຄອບຄົວດຽວກັນ.

ບັນດາບຸກຄົນທີ່ເປັນຄູ່ຮ່ວມທຸລະກິດກັນ ໂດຍທີ່ຝ່າຍໜຶ່ງເປັນຕົວແທນ, ຜູ້ຈໍາໜ່າຍ ຫຼື ຜູ້ໄດ້ສິດພຽງຜູ້ດຽວຂອງອີກຝ່າຍໜຶ່ງ, ດ້ວຍວິທີການໃດກໍຕາມ, ຈະຖືວ່າເປັນຜູ້ກ່ຽວຂ້ອງ ຖ້າຕົກຢູ່ໃນເງື່ອນໄຂໃດໜຶ່ງຂອງຂໍ້ 8 ນີ້. ຂ້າງເທິງ

ມາດຕາ 3. ຫຼັກການລວມສໍາລັບການນໍາໃຊ້ວິທີ ການກໍານົດມູນຄ່າແຈ້ງພາສີ
ການກໍານົດມູນຄ່າແຈ້ງພາສີສິນຄ້ານໍາເຂົ້າ ແມ່ນໃຫ້ປະຕິບັດຕາມລໍາດັບວິທີ ທີ່ກໍານົດໄວ້ໃນ ມາດຕາ 4 ຫາ ມາດຕາ 9 ຂອງບົດແນະນໍາສະບັບນີ້.

ຖ້າບໍ່ສາມາດກໍານົດມູນຄ່າແຈ້ງພາສີສິນຄ້ານໍາເຂົ້າໄດ້ ພາຍໃຕ້ບົດບັນຍັດຂອງ ມາດຕາ 4, 5 ແລະ 6 ຂອງບົດແນະນໍາສະບັບນີ້, ໃຫ້ກໍານົດມູນຄ່າແຈ້ງພາສີ ພາຍໃຕ້ບົດບັນຍັດຂອງ ມາດຕາ 7, ຫຼື ຖ້າບໍ່ສາມາດກໍານົດມູນຄ່າແຈ້ງພາສີໄດ້ ພາຍໃຕ້ມາດຕາດັ່ງກ່າວ, ແມ່ນໃຫ້ກໍານົດມູນຄ່າແຈ້ງພາສີ ພາຍໃຕ້ ມາດຕາ 8. ຜູ້ນໍາເຂົ້າມີສິດຮ້ອງຂໍ ໃຫ້ມີການນໍາໃຊ້ສະຫຼັບກັນໄດ້ ລະຫວ່າງວິທີການກໍານົດໃນ ມາດຕາ 7 ແລະ ມາດຕາ 8 ຂອງບົດແນະນໍາສະບັບນີ້. ຂ້າງເທິງ

ໝວດທີ 2
ວິທີການກໍານົດມູນຄ່າແຈ້ງພາສີ

ມາດຕາ 4. ການກໍານົດມູນຄ່າແຈ້ງພາສີ ດ້ວຍການນໍາໃຊ້ມູນຄ່າຊື້-ຂາຍ

  1. ມູນຄ່າແຈ້ງພາສີຂອງສິນຄ້ານໍາເຂົ້າ ຕ້ອງແມ່ນມູນຄ່າຊື້-ຂາຍ ຊຶ່ງແມ່ນລາຄາທີ່ໄດ້ຊໍາລະຕົວຈິງ ຫຼື ທີ່ຈະຊໍາລະ ສໍາລັບສິນຄ້າຊຶ່ງໃນເວລາທີ່ໄດ້ຂາຍ ເພື່ອນໍາເຂົ້າມາຍັງ ສປປ ລາວ ນັ້ນໄດ້ມີການດັດປັບຕາມ ມາດຕາ 10 ຂອງບົດແນະນໍາສະບັບນີ້, ໂດຍມີເງື່ອນໄຂວ່າ:

1.1. ບໍ່ມີຂໍ້ກໍາຈັດຕໍ່ຜູ້ຊື້ ໃນການກໍາຈັດ ຫຼື ນໍາໃຊ້ສິນຄ້າ, ນອກຈາກຂໍ້ຈໍາກັດທີ່:

i. ວາງອອກ ຫຼື ກໍານົດໂດຍລະບຽບກົດໝາຍຂອງ ສປປ ລາວ;

ii. ຈໍາກັດເຂດພູມີສາດ ບ່ອນທີ່ສາມາດຂາຍສິນຄ້າຕໍ່ໄດ້; ຫຼື

iii. ບໍ່ມີຜົນກະທົບຢ່າງຫຼວງຫຼາຍຕໍ່ມູນຄ່າຂອງສິນຄ້າ.

1.2. ການຂາຍ ຫຼື ລາຄາບໍ່ຂຶ້ນກັບເງື່ອນໄຂ ຫຼື ການພິຈາລະນາໃດໜຶ່ງ ທີ່ພາໃຫ້ບໍ່ສາມາດກໍານົດມູນຄ່າ ຂອງສິນຄ້າທີ່ກໍາລັງປະເມີນມູນຄ່າຢູ່;

1.3. ຜູ້ຂາຍຈະຕ້ອງບໍ່ມີລາຍຮັບ ບໍ່ວ່າທາງກົງ ຫຼື ທາງອ້ອມ ຈາກພາກສ່ວນໃດໜຶ່ງຂອງເງິນທີ່ໄດ້ ຈາກການຂາຍຕໍ່, ການກໍາຈັດ ຫຼື ການນໍາໃຊ້ສິນຄ້າໃນພາຍຫຼັງ ຂອງຜູ້ຊື້, ເວັ້ນແຕ່ສາມາດມີການດັດປັບ ທີ່ເໝາະສົມຕາມບົດບັນຍັດຂອງ ມາດຕາ 10; ແລະ

1.4. ຜູ້ຊື້ ແລະ ຜູ້ຂາຍບໍ່ກ່ຽວຂ້ອງກັນ, ຫຼື ໃນກໍລະນີທີ່ຜູ້ຊື້ ແລະ ຜູ້ຂາຍກ່ຽວຂ້ອງກັນ, ມູນຄ່າຊື້-ຂາຍຕົວຈິງສາມາຮັບໄດ້ ສໍາລັບການແຈ້ງພາສີ ພາຍໃຕ້ຂໍ້ 2 ຂອງມາດຕານີ້.

  1. ເພື່ອກໍານົດວ່າມູນຄ່າຊື້-ຂາຍເປັນທີ່ຮັບໄດ້ ຫຼື ບໍ່ ຕາມຈຸດປະສົງຂອງວັກ 1 ຂອງມາດຕານີ້, ໃຫ້ປະຕິບັດດັ່ງນີ້:

2.1. ການທີ່ຜູ້ຊື້ ແລະ ຜູ້ຂາຍກ່ຽວຂ້ອງກັນ ຕາມບົດບັນຍັດຂອງ ມາດຕາ 2.8 ຂອງບົດແນະນໍາສະບັບນີ້ ໃນຕົວມັນເອງຈະບໍ່ຖືເປັນພື້ນຖານ ໃຫ້ແກ່ການບໍ່ຍອມຮັບເອົາມູນຄ່າຊື້-ຂາຍໄດ້. ໃນກໍລະນີທີ່ກ່ຽວຂ້ອງກັນດັ່ງກ່າວ, ລັດຖະການພາສີຕ້ອງກວດສອບ ສະຖານະການກ່ຽວກັບການຂາຍ ແລະ ໃຫ້ຮັບເອົາມູນຄ່າຊື້-ຂາຍ ຖ້າວ່າຄວາມກ່ຽວຂ້ອງກັນນັ້ນ ບໍ່ມີຜົນກະທົບຕໍ່ລາຄາ. ຖ້າວ່າ, ອີງຕາມຂໍ້ມູນທີ່ຜູ້ນໍາເຂົ້າສະໜອງໃຫ້ ຫຼື ຂໍ້ມູນທີ່ມີຢູ່, ລັດຖະການພາສີ ຕ້ອງແຈ້ງຫຼັກຖານນັ້ນໃຫ້ແກ່ຜູ້ນໍາເຂົ້າ ແລະ ໃຫ້ໂອກາດທີ່ສົມເຫດສົມຜົນ ແກ່ຜູ້ນໍາເຂົ້າເພື່ອຕອບ. ຖ້າຜູ້ນໍາເຂົ້າຮ້ອງຂໍ, ການແຈ້ງການກ່ຽວກັບຫຼັກຖານດັ່ງກ່າວ ຕ້ອງເປັນລາຍລັກອັກສອນ.

2.2. ໃນການຂາຍລະຫວ່າງບຸກຄົນທີ່ກ່ຽວຂ້ອງກັນ, ໃຫ້ຮັບເອົາມູນຄ່າຊື້-ຂາຍ ແລະ ໃຫ້ປະເມີນມູນຄ່າສິນຄ້າ ຕາມບົດບັນຍັດຂອງຂໍ້ 1, ຖ້າວ່າຜູ້ນໍາເຂົ້າ ສາມາດສະແດງໃຫ້ເຫັນວ່າມູນຄ່າດັ່ງກ່າວ ແມ່ນໃກ້ຄຽງທີ່ສຸດກັບມູນຄ່າຊື້-ຂາຍລຸ່ມນີ້ທີ່ເກີດຂຶ້ນ ໃນເວລາດຽວກັນ ຫຼື ໃກ້ຄຽງ:

i. ມູນຄ່າຊື້ຂາຍສິນຄ້າທີ່ຄືກັນ ຫຼື ທີ່ຄ້າຍຄືກັນ ທີ່ຂາຍໃຫ້ແກ່ຜູ້ຊື້ທີ່ບໍ່ກ່ຽວຂ້ອງກັນ ເພື່ອນໍາເຂົ້າມາຍັງ ສປປ ລາວ;

ii. ມູນຄ່າແຈ້ງພາສີຂອງສິນຄ້າທີ່ຄືກັນ ຫຼື ທີ່ຄ້າຍຄືກັນ ດັ່ງທີ່ກໍານົດໄວ້ໃນບົດບັນຍັດຂອງ ມາດຕາ 7;

iii. ມູນຄ່າແຈ້ງພາສີຂອງສິນຄ້າທີຄືກັນ ຫຼື ທີ່ຄ້າຍຄືກັນ ດັ່ງທີ່ກໍານົດໄວ້ໃນບົດບັນຍັດຂອງ ມາດຕາ 8;

ໃນການນໍາໃຊ້ມູນຄ່າກວດສອບ ທີ່ກ່າວມາຂ້າງເທິງ, ຕ້ອງຄໍານຶງເຖິງຄວາມແຕກຕ່າງຂອງລະດັບການຄ້າ, ລະດັບຈໍານວນ ແລະ ບັນດາອົງປະກອບ ຕາມທີ່ກໍານົດໄວ້ໃນ ມາດຕາ 10, ແລະ ຄ່າໃຊ້ຈ່າຍ ໃນການຂາຍຂອງຜູ້ຊື້ ແລະ ຜູ້ຂາຍທີ່ກ່ຽວຂ້ອງກັນ.

2.3. ມູນຄ່າກວດສອບ ຕາມທີ່ກໍານົດໄວ້ໃນວັກ 2.2 ຂ້າງເທິງ ແມ່ນຖືກນໍາໃຊ້ ໃນເວລາຜູ້ນໍາເຂົ້າແຈ້ງໃນເບື້ອງຕົ້ນ ແລະ ນໍາໃຊ້ເພື່ອຈຸດປະສົງໃນການສົມທຽບເທົ່ານັ້ນ ແລະ ບໍ່ສາມາດກໍານົດມູນຄ່າປ່ຽນແທນໄດ້ ຕາມເນື້ອໃນຂອງວັກ 2.2. ຂ້າງເທິງ

ມາດຕາ 5. ການກໍານົດມູນຄ່າແຈ້ງພາສີ ດ້ວຍການນໍາໃຊ້ມູນຄ່າຊື້-ຂາຍສິນຄ້າທີ່ຄືກັນ

  1. ຖ້າວ່າມູນຄ່າແຈ້ງພາສີ ບໍ່ສາມາດກໍານົດໄດ້ຕາມເນື້ອໃນຂອງ ມາດຕາ 4, ໃຫ້ກໍານົດເອົາມູນຄ່າຊື້-ຂາຍສິນຄ້າທີ່ຄືກັນ ທີ່ຂາຍເພື່ອນໍາເຂົ້າມາຍັງ ສປປ ລາວ ໃນເວລາດຽວກັນ ຫຼື ໃກ້ຄຽງກັນກັບສິນຄ້າທີ່ກໍາລັງປະເມີນມູນຄ່າຢູ່.

ໃນການນໍາໃຊ້ມາດຕານີ້, ໃຫ້ນໍາໃຊ້ມູນຄ່າຊື້-ຂາຍ ທີ່ຂາຍໃນລະດັບການຄ້າດຽວກັນ ແລະ ໃນຈໍານວນໃກ້ຄຽງກັນກັບສິນຄ້າ ທີ່ກໍາລັງປະເມີນມູນຄ່າຢູ່ ເພື່ອກໍານົດມູນຄ່າແຈ້ງພາສີ. ໃນກໍລະນີທີ່ບໍ່ມີການຂາຍດັ່ງກ່າວ, ໃຫ້ນໍາໃຊ້ມູນຄ່າຊື້ຂາຍສິນຄ້າທີ່ຄືກັນ ໃນລະດັບການຄ້າ ແລະ/ຫຼື ໃນຈໍານວນຕ່າງກັນ ໂດຍມີການດັດປັບຕາມຄວາມແຕກຕ່າງ ຂອງລະດັບການຄ້າ ແລະ/ຫຼື ຈໍານວນ ໂດຍມີເງື່ອນໄຂວ່າການດັດປັບດັ່ງກ່າວ ສາມາດເຮັດໄດ້ຕາມຫຼັກຖານ ທີ່ສາມາດຢັ້ງຢືນໄດ້ຢ່າງຈະແຈ້ງ ເຫດຜົນ ແລະ ຄວາມຖືກຕ້ອງຂອງການດັດປັບດັ່ງກ່າວ, ເຖິງວ່າຈະເຮັດໃຫ້ມູນຄ່າເພີ່ມຂຶ້ນ ຫຼື ຫຼຸດລົງກໍຕາມ.

  1. ໃນກໍລະນີທີ່ຕົ້ນທຶນ ແລະ ຄ່າຕ່າງໆທີ່ອ້າງເຖິງໃນ ມາດຕາ 10.1.5 ຂອງບົດແນະນໍາສະບັບນີ້ ຖືກລວມເຂົ້າໃນມູນຄ່າຊື້-ຂາຍ, ຕ້ອງມີການດັດປັບ ຕາມຄວາມແຕກຕ່າງກັນຢ່າງຫຼວງຫຼາຍ ຂອງຕົ້ນທຶນ ແລະ ຄ່າຕ່າງໆລະຫວ່າງສິນຄ້ານໍາເຂົ້າ ແລະ ສິນຄ້າທີ່ຄືກັນດັ່ງກ່າວ, ຊຶ່ງຄວາມແຕກຕ່າງດັ່ງກ່າວ ແມ່ນເກີດຈາກຄວາມແຕກຕ່າງທາງດ້ານໄລຍະທາງ ແລະ ຮູບແບບຂອງການຂົນສົ່ງ.
  2. ຖ້າວ່າໃນການນໍາໃຊ້ມາດຕານີ້, ຫາກພົບເຫັນວ່າມີຫຼາຍມູນຄ່າຊື້ຂາຍ ຂອງສິນຄ້າທີ່ຄືກັນ, ໃຫ້ເລືອກເອົາມູນຄ່າຕໍ່າສຸດ ເພື່ອກໍານົດມູນຄ່າແຈ້ງພາສີ ຂອງສິນຄ້າທີ່ນໍາເຂົ້າ. ຂ້າງເທິງ

ມາດຕາ 6. ການກໍານົດມູນຄ່າແຈ້ງພາສີ ດ້ວຍການນໍາໃຊ້ມູນຄ່າຊື້ຂາຍສິນຄ້າທີ່ຄ້າຍຄືກັນ

  1. ຖ້າວ່າມູນຄ່າແຈ້ງພາສີສິນຄ້ານໍາເຂົ້າ ບໍ່ສາມາດກໍານົດໄດ້ ຕາມເນື້ອໃນຂອງ ມາດຕາ 4 ແລະ ມາດຕາ 5 ຂອງບົດແນະນໍາສະບັບນີ້, ມູນຄ່າແຈ້ງພາສີຕ້ອງແມ່ນມູນຄ່າຊື້ຂາຍ ຂອງສິນຄ້າທີ່ຄ້າຍຄືກັນທີ່ຂາຍ ເພື່ອນໍາເຂົ້າມາຍັງ ສປປ ລາວ ໃນເວລາດຽວກັນ ຫຼື ໃນເວລາໃກ້ຄຽງກັນກັບ ສິນຄ້າທີ່ກໍາລັງປະເມີນມູນຄ່າຢູ່.

ໃນການນໍາໃຊ້ມາດຕານີ້, ໃຫ້ນໍາໃຊ້ມູນຄ່າຊື້-ຂາຍ ຂອງສິນຄ້າທີ່ຄ້າຍຄືກັນ ທີ່ຂາຍໃນລະດັບການຄ້າຄືກັນ ແລະ ໃນຈໍານວນໃກ້ຄຽງກັນກັບສິນຄ້າ ທີ່ກໍາລັງປະເມີນມູນຄ່າຢູ່ ເພື່ອກໍານົດມູນຄ່າແຈ້ງພາສີ. ໃນກໍລະນີທີ່ບໍ່ມີການຂາຍດັ່ງກ່າວ, ໃຫ້ນໍາໃຊ້ມູນຄ່າຊື້ຂາຍ ສິນຄ້າທີ່ຄ້າຍຄືກັນ ໃນລະດັບການຄ້າ ແລະ/ຫຼື ໃນຈໍານວນຕ່າງກັນ ໂດຍມີການດັດປັບ ຕາມຄວາມແຕກຕ່າງຂອງລະດັບການຄ້າ ແລະ/ຫຼື ຈໍານວນ ໂດຍມີເງື່ອນໄຂວ່າການດັດປັບດັ່ງກ່າວ ສາມາດເຮັດໄດ້ຕາມຫຼັກຖານ ທີ່ສາມາດຢັ້ງຢືນໄດ້ຢ່າງຈະແຈ້ງ ເຫດຜົນ ແລະ ຄວາມຖືກຕ້ອງຂອງການດັດປັບດັ່ງກ່າວ, ເຖິງວ່າຈະເຮັດໃຫ້ມູນຄ່າເພີ່ມຂຶ້ນ ຫຼື ຫຼຸດລົງກໍຕາມ.

  1. ໃນກໍລະນີທີ່ຕົ້ນທຶນ ແລະ ຄ່າຕ່າງໆທີ່ອ້າງເຖິງໃນ ມາດຕາ 10.1.5 ຂອງບົດແນະນໍາສະບັບນີ້ ຖືກລວມເຂົ້າໃນມູນຄ່າຊື້ຂາຍ, ຕ້ອງມີການດັດປັບ ຕາມຄວາມແຕກຕ່າງກັນຢ່າງຫຼວງຫຼາຍ ຂອງຕົ້ນທຶນ ແລະ ຄ່າຕ່າງໆລະຫວ່າງສິນຄ້ານໍາເຂົ້າ ແລະ ສິນຄ້າທີ່ຄ້າຍຄືກັນດັ່ງກ່າວ, ຊຶ່ງຄວາມແຕກຕ່າງດັ່ງກ່າວ ແມ່ນເກີດຈາກຄວາມແຕກຕ່າງທາງດ້ານໄລຍະທາງ ແລະ ຮູບແບບຂອງການຂົນສົ່ງ.
  2. ຖ້າວ່າໃນການນໍາໃຊ້ມາດຕານີ້, ຫາກພົບເຫັນວ່າມີຫຼາຍມູນຄ່າຊື້ຂາຍ ຂອງສິນຄ້າທີ່ຄ້າຍຄືກັນ, ໃຫ້ເລືອກເອົາມູນຄ່າຕໍ່າສຸດ ເພື່ອກໍານົດມູນຄ່າແຈ້ງພາສີ ຂອງສິນຄ້າທີ່ນໍາເຂົ້າ. ຂ້າງເທິງ

ມາດຕາ 7. ການກໍານົດມູນຄ່າແຈ້ງພາສີດ້ວຍວິທີຫັກລົບມູນຄ່າ

  1. ຖ້າວ່າສິນຄ້ານໍາເຂົ້າ ຫຼື ສິນຄ້າທີ່ຄືກັນ ຫຼື ທີ່ຄ້າຍຄືກັນຖືກຂາຍຢູ່ ສປປ ລາວ ໃນຖານະເປັນສິນຄ້ານໍາເຂົ້າ, ມູນຄ່າແຈ້ງພາສີສິນຄ້ານໍາເຂົ້າ ພາຍໃຕ້ມາດຕານີ້ ຕ້ອງອີງໃສ່ລາຄາຫົວໜ່ວຍ ທີ່ສິນຄ້ານໍາເຂົ້າ ຫຼື ສິນຄ້າທີ່ຄືກັນ ຫຼື ທີ່ຄ້າຍຄືກັນຂາຍໃນຈໍານວນຫຼາຍທີ່ສຸດ, ໃນເວລາດຽວກັນ ຫຼື ໃນເວລາທີ່ໃກ້ຄຽງກັນ ກັບການນໍາເຂົ້າສິນຄ້າທີ່ກໍາລັງປະເມີນມູນຄ່າຢູ່ ໃຫ້ແກ່ບຸກຄົນທີ່ບໍ່ກ່ຽວຂ້ອງກັນ ກັບຜູ້ຂາຍສິນຄ້າດັ່ງກ່າວ, ໂດຍມີການຫັກລົບຄ່າຕ່າງໆດັ່ງລຸ່ມນີ້:

1.1. ຄ່ານາຍໜ້າທີ່ຕາມປົກກະຕິ ຈະຊໍາລະ ຫຼື ຕົກລົງທີ່ຈະຊໍາລະ ຫຼື ຈໍານວນທີ່ຕາມປົກກະຕິຈະຕື່ມໃສ່ເປັນກໍາໄລ ແລະ ຄ່າໃຊ້ຈ່າຍຕ່າງໆ ທີ່ກ່ຽວກັບການຂາຍສິນຄ້າປະເພດດຽວກັນ ຫຼື ຊະນິດດຽວກັນຢູ່ ສປປ ລາວ;

1.2. ຄ່າຂົນສົ່ງ, ຄ່າປະກັນໄພ ແລະ ຄ່າອື່ນໆທີ່ກ່ຽວຂ້ອງ ທີ່ຕາມປົກກະຕິຕ້ອງຈ່າຍພາຍໃນ ສປປ ລາວ;

1.3. ຕົ້ນທຶນ ແລະ ຄ່າຕ່າງໆທີ່ອ້າງເຖິງ ໃນມາດຕາ 10.1.5, ໃນກໍລະນີທີ່ເໝາະສົມ; ແລະ

1.4. ຄ່າພາສີ ແລະ ພັນທະອື່ນໆ ທີ່ໄດ້ຊໍາລະຢູ່ ສປປ ລາວ ເນື່ອງຈາກການນໍາເຂົ້າ ຫຼື ການຂາຍສິນຄ້າດັ່ງກ່າວ.

ຖ້າວ່າສິນຄ້ານໍາເຂົ້າ ຫຼື ສິນຄ້າທີ່ຄືກັນ ຫຼື ທີ່ຄ້າຍຄືກັນ ບໍ່ມີຂາຍໃນເວລາດຽວກັນ ຫຼື ໃກ້ຄຽງກັນກັບເວລານໍາເຂົ້າ ສິນຄ້າທີ່ກໍາລັງປະເມີນມູນຄ່າຢູ່, ມູນຄ່າແຈ້ງພາສີ ຕ້ອງອີງໃສ່ລາຄາຫົວໜ່ວຍສິນຄ້ານໍາເຂົ້າ ຫຼື ສິນຄ້າທີ່ຄືກັນ ຫຼື ຄ້າຍຄືກັນທີ່ຂາຍຢູ່ ສປປ ລາວ ໃນຖານະເປັນສິນຄ້ານໍາເຂົ້າ, ໃນເວລາໃກ້ຄຽງສຸດກັບການນໍາເຂົ້າ ສິນຄ້າທີ່ກໍາລັງປະເມີນມູນຄ່າຢູ່ ແລະ ຕ້ອງບໍ່ເກີນເກົ້າສິບວັນ ຫຼັງຈາກການນໍາເຂົ້າດັ່ງກ່າວ.

  1. ຖ້າວ່າສິນຄ້ານໍາເຂົ້າ ຫຼື ສິນຄ້າທີ່ຄືກັນ ຫຼື ຄ້າຍຄືກັນບໍ່ມີຂາຍຢູ່ ສປປ ລາວ ໃນຖານະເປັນສິນຄ້ານໍາເຂົ້າ, ແລະ ຖ້າມີການຮ້ອງຂໍຂອງຜູ້ນໍາເຂົ້າ, ມູນຄ່າແຈ້ງພາສີ ຕ້ອງອີງໃສ່ລາຄາຫົວໜ່ວຍ ທີ່ສິນຄ້ານໍາເຂົ້າ ແລ້ວປຸງແຕ່ງເພີ່ມເຕີມ ຂາຍໃນຈໍານວນຫຼາຍທີ່ສຸດ ໃຫ້ແກ່ບຸກຄົນທີ່ຢູ່ ສປປ ລາວ ແລະ ທີ່ບໍ່ກ່ຽວຂ້ອງກັບຜູ້ຂາຍສິນຄ້າດັ່ງກ່າວ, ໂດຍມີການຫັກຄ່າທີ່ເພີ່ມຂຶ້ນ ຈາກການປຸງແຕ່ງເພີ່ມເຕີມດັ່ງກ່າວ ແລະ ການຫັກລົບຕາມທີ່ກໍານົດໄວ້ຢູ່ໃນ ຂໍ້ 1 ຂອງມາດຕານີ້. ຂ້າງເທິງ

ມາດຕາ 8. ການກໍານົດມູນຄ່າແຈ້ງພາສີດ້ວຍວິທີຄໍານວນ

  1. ມູນຄ່າແຈ້ງພາສີຂອງສິນຄ້ານໍາເຂົ້າ ພາຍໃຕ້ບົດບັນຍັດຂອງມາດຕານີ້ ຕ້ອງອີງໃສ່ມູນຄ່າທີ່ໄດ້ມາຈາກການຄໍານວນ ຊຶ່ງຕ້ອງປະກອບດ້ວຍຜົນບວກລົບຂອງຄ່າລຸ່ມນີ້:

1.1. ຕົ້ນທຶນ ຫຼື ມູນຄ່າຂອງວັດສະດຸ ແລະ ການຜະລິດ ຫຼື ການປຸງແຕ່ງອື່ນໆ ທີ່ໃຊ້ເຂົ້າໃນການຜະລິດສິນຄ້ານໍາເຂົ້າ;

1.2. ຈໍານວນກໍາໄລ ແລະ ລາຍຈ່າຍທົ່ວໄປ ຊຶ່ງຕ້ອງເທົ່າກັບຈໍານວນກໍາໄລ ແລະ ລາຍຈ່າຍທົ່ວໄປ ທີ່ຕາມປົກກະຕິຈະລວມໃສ່ໃນລາຄາຂາຍ ສິນຄ້່າປະເພດດຽວກັນ ຫຼື ຊະນິດດຽວກັນກັບສິນຄ້າ ທີ່ກໍາລັງປະເມີນມູນຄ່າຢູ່ ຊຶ່ງເຮັດຂຶ້ນໂດຍຜູ້ຜະລິດຢູ່ປະເທດສົ່ງອອກ ເພື່ອນໍາເຂົ້າມາຍັງ ສປປ ລາວ;

1.3. ຄ່າຂົນສົ່ງຂຶ້ນ-ລົງ ແລະ ຄ່າໃຊ້ຈ່າຍອື່ນໆທີ່ກ່ຽວຂ້ອງ ກັບການຂົນສົ່ງສິນຄ້ານໍາເຂົ້າມາ ຍັງດ່ານນໍາເຂົ້າຂອງ ສປປ ລາວ ແລະ ຄ່າປະກັນໄພ.

  1. ລັດຖະການພາສີບໍ່ສາມາດຮຽກຮ້ອງ ຫຼື ບັງຄັບໃຫ້ບຸກຄົນໃດໜຶ່ງ ທີ່ບໍ່ມີພູມລໍາເນົາຢູ່ ສປປ ລາວ ສະໜອງ ຫຼື ອະນຸຍາດໃຫ້ເຂົ້າເຖິງບັນຊີ ຫຼື ການບັນທຶກອື່ນໆ ເພື່ອກວດກາ ສໍາລັບການກໍານົດມູນຄ່າແຈ້ງພາສີ ດ້ວຍວິທີຄໍານວນ. ຂໍ້ມູນທີ່ຜູ້ຜະລິດສິນຄ້າສະໜອງໃຫ້ ເພື່ອຈຸດປະສົງຂອງການກໍານົດມູນຄ່າແຈ້ງພາສີ ພາຍໃຕ້ມາດຕານີ້ ສາມາດຖືກກວດສອບໄດ້ຢູ່ອີກປະເທດໜຶ່ງ ໂດຍລັດຖະການພາສີ ໂດຍການຕົກລົງເຫັນດີຂອງຜູ້ຜະລິດ ແລະ ມີການແຈ້ງລ່ວງໜ້າ ໃນໄລຍະເວລາທີ່ພຽງພໍ ເຖິງລັດຖະບານຂອງປະເທດກ່ຽວຂ້ອງ ແລະ ລັດຖະບານຂອງປະເທດດັ່ງກ່າວ ກໍບໍ່ໄດ້ຂັດຂ້ອງຕໍ່ການສອບສວນ. ຂ້າງເທິງ

ມາດຕາ 9. ການກໍານົດມູນຄ່າແຈ້ງພາສີດ້ວຍ ວິທີຢ້ອນຄືນທີ່ສົມເຫດສົມຜົນ

  1. ຖ້າບໍ່ສາມາດກໍານົດມູນຄ່າແຈ້ງພາສີ ສິນຄ້ານໍາເຂົ້າ ພາຍໃຕ້ເນື້ອໃນຂອງ ມາດຕາ 4, 5, 6, 7 ແລະ 8 ເທິງນີ້ ຕາມລໍາດັບ, ໃຫ້ກໍານົດມູນຄ່າແຈ້ງພາສີ ດ້ວຍວິທີຢ້ອນຄືນທີ່ສົມເຫດສົມຜົນ ໂດຍສອດຄ່ອງກັບຫຼັກການ ແລະ ບົດບັນຍັດທົ່ວໄປຂອງ ບົດແນະນໍາສະບັບນີ້ ແລະ ບົນພື້ນຖານຂໍ້ມູນທີ່ມີຢູ່ໃນ ສປປ ລາວ.
  2. ພາຍໃຕ້ເນື້ອໃນຂອງມາດຕານີ້, ມູນຄ່າແຈ້ງພາສີບໍ່ສາມາດຖືກກໍານົດ ບົນພື້ນຖານຂອງ:

2.1. ລາຄາຂາຍຢູ່ ສປປ ລາວ ຂອງສິນຄ້າທີ່ຜະລິດຢູ່ ສປປ ລາວ;

2.2. ລະບົບທີ່ກໍານົດໃຫ້ມີການຮັບເອົາ ມູນຄ່າແຈ້ງພາສີທີ່ສູງກວ່າ ລະຫວ່າງສອງມູນຄ່າສົມທຽບ;

2.3. ລາຄາສິນຄ້າທີ່ຂາຍຢູ່ຕະຫຼາດພາຍໃນ ຂອງປະເທດສົ່ງອອກ;

2.4. ຕົ້ນທຶນການຜະລິດທີ່ບໍ່ແມ່ນມູນຄ່າຄໍານວນ ທີ່ໄດ້ຖືກກໍານົດ ສໍາລັບສິນຄ້າທີ່ຄືກັນ ຫຼື ທີ່ຄ້າຍຄືກັນ ຕາມບົດບັນຍັດຂອງ 
ມາດຕາ 8;

2.5. ລາຄາສິນຄ້າ ເພື່ອສົ່ງອອກໄປຍັງປະເທດອື່ນ ທີ່ບໍ່ແມ່ນ ສປປ ລາວ;

2.6. ລາຄາກາງ; ຫຼື

2.7. ມູນຄ່າທີ່ກໍານົດຂຶ້ນຕາມລໍາພັງໃຈ ຫຼື ທີ່ບໍ່ມີຈິງ.

  1. ຖ້າຜູ້ນໍາເຂົ້າຮ້ອງຂໍ, ລັດຖະການພາສີຕ້ອງແຈ້ງເປັນລາຍລັກອັກສອນ ໃຫ້ຜູ້ນໍາເຂົ້າຊາບ ກ່ຽວກັບມູນຄ່າແຈ້ງພາສີ ທີ່ໄດ້ກໍານົດພາຍໃຕ້ບົດບັນຍັດຂອງມາດຕານີ້ ແລະ ວິທີທີ່ນໍາໃຊ້ໃນການກໍານົດມູນຄ່າດັ່ງກ່າວ. ເພື່ອຂໍຄໍາອະທິບາຍ ກ່ຽວກັບວິທີການປະເມີນມູນຄ່າແຈ້ງພາສີສິນຄ້າ, ເຄື່ອງຂອງ ຂອງຕົນ. ຂ້າງເທິງ

ມາດຕາ 10. ການດັດປັບ

  1. ໃນການກໍານົດມູນຄ່າແຈ້ງພາສີ ພາຍໃຕ້ບົດບັນຍັດຂອງ ມາດຕາ 4 ຂອງບົດແນະນໍາສະບັບນີ້, ໃຫ້ບວກຄ່າຕໍ່ໄປນີ້ ເຂົ້າໃນລາຄາທີ່ໄດ້ຊໍາລະຕົວຈິງ ຫຼື ທີ່ຈະຊໍາລະ ສໍາລັບສິນຄ້ານໍາເຂົ້າ:

1.1. ຄ່າດັ່ງຕໍ່ໄປນີ້ຊຶ່ງຜູ້ຊື້ໄດ້ຈ່າຍໄປແລ້ວ ແຕ່ບໍ່ທັນໄດ້ບວກເຂົ້າກັບລາຄາທີ່ໄດ້ຊໍາລະຕົວຈິງ ຫຼື ຈະຊໍາລະສໍາລັບສິນຄ້ານໍາເຂົ້າ:

i.  ຄ່ານາຍໜ້າ ແລະ ຄ່າຄົນກາງ, ຍົກເວັ້ນຄ່ານາຍໜ້າສໍາລັບການຊື້;

ii.  ຄ່າພາຊະນະບັນຈຸສິນຄ້າ ຊຶ່ງຖືວ່າເປັນອັນດຽວກັນກັບສິນຄ້າດັ່ງກ່າວ ເພື່ອຈຸດປະສົງໃນການແຈ້ງພາສີ;

iii.  ຄ່າຫຸ້ມຫໍ່ສິນຄ້າ ບໍ່ວ່າຈະເປັນຄ່າແຮງງານ ຫຼື ຄ່າວັດຖຸ.

1.2. ມູນຄ່າທີ່ມີການແບ່ງສັດສ່ວນທີ່ເໝາະສົມຂອງສິນຄ້າ ແລະ ການບໍລິການດັ່ງຕໍ່ໄປນີ້ ຊຶ່ງຜູ້ຊື້ສະໜອງໃຫ້ ໂດຍບໍ່ໄດ້ຄິດຄ່າ ຫຼື ສະໜອງໃຫ້ໃນລາຄາຫຼຸດຜ່ອນ ບໍ່ວ່າທາງກົງ ຫຼື ທາງອ້ອມ ເພື່ອຮັບໃຊ້ການຜະລິດ ແລະ ການຂາຍສິນຄ້າ ເພື່ອນໍາເຂົ້າມາຍັງ ສປປ ລາວ ຖ້າວ່າມູນຄ່າດັ່ງກ່າວ ຍັງບໍ່ໄດ້ລວມເຂົ້າໃນລາຄາທີ່ໄດ້ຊໍາລະຕົວຈິງ ຫຼື ທີ່ຈະຊໍາລະ:

i. ວັດຖຸ, ສ່ວນປະກອບ, ສິ້ນສ່ວນ ແລະ ສິ່ງທີ່ຄ້າຍຄືກັນ ທີ່ປະກອບເຂົ້າໃນສິນຄ້ານໍາເຂົ້າ;

ii. ເຄື່ອງມື, ແມ່ພິມ, ເປົ້າຫຼໍ່ ຫຼື ສິ່ງທີ່ຄ້າຍຄືກັນ ທີ່ໄດ້ນໍາໃຊ້ເຂົ້າໃນການຜະລິດສິນຄ້ານໍາເຂົ້າ;

iii. ວັດຖຸທີ່ນໍາໃຊ້ແລ້ວໝົດໄປ ສໍາລັບການຜະລິດສິນຄ້ານໍາເຂົ້າ;

iv. ວຽກວິສະວະກໍາ, ວຽກພັດທະນາ, ວຽກສິລະປະ, ວຽກອອກແບບ, ແຜນຜັງ ແລະ ຮູບແຕ້ມ ເຮັດຢູ່ບ່ອນໃດໜຶ່ງທີ່ບໍ່ແມ່ນຢູ່ ສປປ ລາວ ແລະ ຈໍາເປັນ ສໍາລັບໃຊ້ເຂົ້າໃນການຜະລິດສິນຄ້ານໍາເຂົ້າ;

1.3. ຄ່າລິຂະສິດ ແລະ ຄ່າທໍານຽມໃບອະນຸຍາດ ທີ່ກ່ຽວກັບສິນຄ້າທີ່ກໍາລັງປະເມີນມູນຄ່າຢູ່ ທີ່ຜູ້ຊື້ຕ້ອງຈ່າຍບໍ່ວ່າທາງກົງ ຫຼື ທາງອ້ອມ ຊຶ່ງເປັນເງື່ອນໄຂຂອງການຂາຍສິນຄ້າ ທີ່ກໍາລັງປະເມີນມູນຄ່າຢູ່, ຖ້າວ່າຄ່າລິຂະສິດ ແລະ ຄ່າທໍານຽມໃບອະນຸຍາດດັ່ງກ່າວ ບໍ່ໄດ້ລວມເຂົ້າໃນລາຄາທີ່ໄດ້ຊໍາລະຕົວຈິງ ຫຼື ທີ່ຈະຊໍາລະ;

1.4. ມູນຄ່າສ່ວນໃດໜຶ່ງຂອງຈໍານວນເງິນ ທີ່ຜູ້ຂາຍໄດ້ຮັບ ບໍ່ວ່າທາງກົງ ຫຼື ທາງອ້ອມຈາກການຂາຍຕໍ່, ການກໍາຈັດ ຫຼື ການນໍາໃຊ້ພາຍຫຼັງຂອງສິນຄ້ານໍາເຂົ້າ;

1.5. ຄ່າຂົນສິນຄ້າຂຶ້ນ-ລົງ ແລະ ຄ່າໃຊ້ຈ່າຍອື່ນໆ ທີ່ກ່ຽວຂ້ອງກັບການຂົນສົ່ງສິນຄ້ານໍາເຂົ້າ ມາຍັງດ່ານນໍາເຂົ້າຂອງ ສປປ ລາວ ແລະ ຄ່າປະກັນໄພ, ຖ້າບໍ່ໄດ້ບວກເຂົ້າກັບລາຄາ ທີ່ໄດ້ຊໍາລະຕົວຈິງ ຫຼື ທີ່ຈະຊໍາລະ.

  1. ການບວກເພີ່ມໃສ່ລາຄາທີ່ໄດ້ຊໍາລະຕົວຈິງ ຫຼື ທີ່ຈະຊໍາລະ ຕ້ອງປະຕິບັດພາຍໃຕ້ມາດຕານີ້ ບົນພື້ນຖານຂອງຂໍ້ມູນທີ່ເປັນຈິງ ແລະ ສາມາດກໍານົດຈໍານວນໄດ້ເທົ່ານັ້ນ.
  2. ເວັ້ນເສຍແຕ່ຄ່າຕ່າງໆ ຕາມທີ່ໄດ້ກໍານົດໄວ້ໃນມາດຕານີ້ ບໍ່ໃຫ້ມີການບວກເພີ່ມຢ່າງອື່ນໃສ່ລາຄາ ທີ່ໄດ້ຊໍາລະຕົວຈິງ ຫຼື ທີ່ຈະຊໍາລະ ໃນການກໍານົດມູນຄ່າແຈ້ງພາສີ. ຂ້າງເທິງ

ໝວດທີ 3
ບົດບັນຍັດອື່ນໆ

ມາດຕາ 11. ອັດຕາແລກປ່ຽນເງິນຕາ
ອັດຕາແລກປ່ຽນເງິນຕາຕ່າງປະເທດເປັນເງິນກີບ ໃຫ້ອີງຕາມອັດຕາຂາຍຂອງທະນາຄານ ທີ່ນໍາໃຊ້ໃນເວລານໍາເຂົ້າສິນຄ້າ ຊຶ່ງໃຫ້ຖືເອົາເວລາຍື່ນ ໃບແຈ້ງພາສີເປັນລາຍລະອຽດຕໍ່ລັດຖະການພາສີ. ຂ້າງເທິງ

ມາດຕາ 12. ການຮັກສາຄວາມລັບ
ທຸກຂໍ້ມູນລັບ ຫຼື ທີ່ສະໜອງໃຫ້ຢ່າງເປັນຄວາມລັບ ເພື່ອຈຸດປະສົງໃນການປະເມີນມູນຄ່າແຈ້ງພາສີ ຕ້ອງຖືກປົກປ້ອງເປັນຄວາມລັບຢ່າງເຄັ່ງຄັດ ໂດຍລັດຖະການພາສີ ຊຶ່ງບໍ່ສາມາດເປີດເຜີຍຂໍ້ມູນດັ່ງກ່າວໄດ້ ຖ້າບໍ່ໄດ້ຮັບອະນຸຍາດເປັນລາຍລັກອັກສອນ ຈາກຜູ້ທີ່ສະໜອງຂໍ້ມູນທີ່ກ່ຽວຂ້ອງດັ່ງກ່າວ, ເວັ້ນແຕ່ໃນກໍລະນີທີ່ຈໍາເປັນຕ້ອງເປີດເຜີຍ ໃນຂະບວນການພິຈາລະນາຂອງສານ. ຂ້າງເທິງ

ມາດຕາ 13. ການສະເໜີຄືນກ່ຽວກັບການກໍານົດມູນຄ່າແຈ້ງພາສີ
ຜູ້ນໍາເຂົ້າ ຫຼື ຜູ້ທີ່ຮັບຜິດຊອບເສຍຄ່າພາສີ ແລະ ພັນທະອື່ນໆ ມີສິດສະເໜີຄືນກ່ຽວກັບການກໍານົດມູນຄ່າແຈ້ງພາສີ ຕາມຂັ້ນຕອນທີ່ໄດ້ກໍານົດໄວ້ ໃນກົດໝາຍວ່າດ້ວຍພາສີ ສະບັບເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011. ຂໍ້ຕົກລົງຕໍ່ກັບການສະເໜີຄືນດັ່ງກ່າວ ຕ້ອງແຈ້ງເປັນລາຍລັກອັກສອນ ພ້ອມດ້ວຍເຫດຜົນໃຫ້ແກ່ຜູ້ສະເໜີ ພ້ອມທັງແຈ້ງສິດອຸທອນຂອງຜູ້ກ່ຽວ. ຂ້າງເທິງ

ມາດຕາ 14. ການເຜີຍແຜ່ນິຕິກໍາ
ບັນດາກົດໝາຍ, ລະບຽບການ, ຄໍາຕັດສິນຂອງສານ ແລະ ການຢັ້ງຢືນຮັບຮອງລ່ວງໜ້າ ທີ່ມີຜົນບັງຄັບທົ່ວໄປ ກ່ຽວກັບການກໍານົດມູນຄ່າແຈ້ງພາສີ ຕ້ອງໄດ້ພິມເຜີຍແຜ່ໃຫ້ສັງຄົມຮັບຊາບ ໂດຍສອດຄ່ອງກັບ ມາດຕາ x ຂອງຂໍ້ຕົກລົງທົ່ວໄປວ່າດ້ວຍອັດຕາພາສີ ແລະ ການຄ້າ (GATT) 1994 ຂອງອົງການການຄ້າໂລກ. ຂ້າງເທິງ

ມາດຕາ 15. ການເອົາສິນຄ້າອອກຈາກດ່ານ ຫຼື ສາງພາສີ ກ່ອນການກໍານົດມູນຄ່າແຈ້ງພາສີ
ຖ້າວ່າການກໍານົດມູນຄ່າແຈ້ງພາສີ ຂອງສິນຄ້ານໍາເຂົ້າ ມີຄວາມຈໍາເປັນຕ້ອງຊັກຊ້າ, ຜູ້ນໍາເຂົ້າສິນຄ້າສາມາດນໍາເອົາ ສິນຄ້າອອກຈາກດ່ານ ຫຼື ສາງພາສີໄດ້ ແຕ່ຕ້ອງມີການວາງເງິນຄໍ້າປະກັນ ຕາມລະບຽບການຄໍ້າປະກັນທີ່ກໍານົດໄວ້ ໃນກົດໝາຍວ່າດ້ວຍພາສີ ສະບັບເລກທີ 04/ສພຊ, ລົງວັນທີ 20 ທັນວາ 2011. ຂ້າງເທິງ

ມາດຕາ 16. ສິດໃນການໄດ້ຮັບການອະທິບາຍ ກ່ຽວກັບການກໍານົດມູນຄ່າແຈ້ງພາສີ
ຜູ້ນໍາເຂົ້າມີສິດ ຂໍຄໍາອະທິບາຍເປັນລາຍລັກອັກສອນ ຈາກລັດຖະການພາສີ ກ່ຽວກັບການກໍານົດມູນຄ່າແຈ້ງພາສີສິນຄ້າຂອງຕົນ ໂດຍເຮັດໃບຄໍາຮ້ອງຂໍເປັນລາຍລັກອັກສອນ ຕໍ່ລັດຖະການພາສີ ຊຶ່ງຕ້ອງແຈ້ງຕອບເປັນລາຍລັກອັກສອນ ໃຫ້ຜູ້ກ່ຽວພາຍໃນ ສາມສິບວັນ (30 ວັນ) ນັບຕັ້ງແຕ່ວັນໄດ້ຮັບຄໍາຮ້ອງສະບັບດັ່ງກ່າວ. ຂ້າງເທິງ

ໝວດທີ 4
ບົດບັນຍັດສຸດທ້າຍ

ມາດຕາ 17. ການຈັດຕັ້ງປະຕິບັດ
ມອບໃຫ້ກົມພາສີ ເປັນຜູ້ອອກບົດແນະນໍາລະອຽດ ກ່ຽວກັບການຈັດຕັ້ງປະຕິບັດ ການກໍານົດມູນຄ່າແຈ້ງພາສີ ໂດຍໃຫ້ສອດຄ່ອງກັບບົດແນະນໍາສະບັບນີ້. ຂ້າງເທິງ

ມາດຕາ 18. ຜົນສັກສິດ
ບົດແນະນໍາສະບັບນີ້ມີຜົນສັກສິດ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ແລະ ປ່ຽນແທນບົດແນະນໍາ ສະບັບເລກທີ 1398/ກງ, ລົງວັນທີ 16 ມິຖຸນາ 2010. ຂ້າງເທິງ

ລັດຖະມົນຕີວ່າການກະຊວງການເງິນ
ພູເພັດ ຄໍາພູນວົງ

# ຫົວຂໍ້ ດາວໂຫຼດ
1 Instruction of the Minister of Finance on Customs Valuation of Imported Goods No. 1537/MOF PDF
2 ບົດແນະນໍາ ຂອງລັດຖະມົນຕີວ່າການ ກະຊວງການເງິນ ວ່າດ້ວຍ ການກໍານົດ ມູນຄ່າແຈ້ງພາສີ ສໍາລັບ ສິນຄ້ານໍາເຂົ້າ ເລກທີ 1537/ກງ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.