ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ປະຈໍາເດືອນ 11 ປີ 2023 ບັນລຸໄດ້ 1.085 ລ້ານໂດລາສະຫະລັດ.

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ 11 ປີ 2023 ບັນລຸໄດ້ ປະມານ 1.085 ລ້ານໂດລາສະຫະລັດ. ສິນຄ້າທີ່ສົ່ງອອກຫຼາຍ ປະກອບມີ: ຄໍາ, ຢາງພາລາ, ເຈ້ຍ, ແຮ່ທອງ, ເຄື່ອງນຸ່ງຫົ່ມ ແລະ ອື່ນໆ. ສິນຄ້າທີ່ນໍາເຂົ້າຫຼາຍ ປະກອບມີ: ນ້ຳມັນກາຊວນ, ອຸປະກອນກົນຈັກ, ພາຫະນະທາງບົກ, ເຫຼັກ, ເຄື່ອງໄຟຟ້າ ແລະ ອື່ນໆ. 

ສິນຄ້າສົ່ງອອກຕົ້ນຕໍ 10 ອັນດັບ

ສິນຄ້າສົ່ງອອກທັງໝົດ ປະມານ 389.5 ລ້ານໂດລາສະຫລັດ. ໃນນີ້, ສິນຄ້າສົ່ງອອກຫຼັກ 10 ອັນດັບ ປະກອບມີ: ຄໍາປະສົມ, ຄຳແທ່ງ 47.1 ລ້ານໂດລາສະຫະລັດ, ຢາງພາລາ 44.8 ລ້ານໂດລາສະຫະລັດ, ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ 37.4 ລ້ານໂດລາສະຫະລັດ, ແຮ່ທອງ 31.2 ລ້ານໂດລາສະຫະລັດ, ເຄື່ອງນຸ່ງຫົ່ມ 20.3 ລ້ານໂດລາສະຫະລັດ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ,ຊູກໍາລັງ...) 16.6 ລ້ານໂດລາສະຫະລັດ, ໝາກກ້ວຍ 14.4 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ 14.1 ລ້ານໂດລາສະຫະລັດ, ນໍ້າຕານ 13.8 ລ້ານໂດລາສະຫະລັດ ແລະ ແປ້ງມັນຕົ້ນ ປະມານ 12 ລ້ານໂດລາສະຫະລັດ.

ສິນຄ້ານໍາເຂົ້າຕົ້ນຕໍ 10 ອັນດັບ

ສິນຄ້ານຳເຂົ້າທັງໝົດ ປະມານ 696 ລ້ານໂດລາສະຫະລັດ. ໃນນີ້, ສິນຄ້ານໍາເຂົ້າ 10 ອັນດັບ ປະກອບມີ: ນໍ້າມັນກາຊວນ ປະມານ 83.6 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ 77.3 ລ້ານໂດລາສະຫະລັດ, ພາຫະນະທາງບົກ 54.5 ລ້ານໂດລາສະຫະລັດ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ-ເຫຼັກກ້າ 39.7 ລ້ານໂດລາສະຫະລັດ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ 34.6 ລ້ານໂດລາສະຫະລັດ, ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້...) 24.9 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ 22.2 ລ້ານໂດລາສະຫະລັດ, ນໍ້າມັນແອັດຊັງ 21.8 ລ້ານໂດລາສະຫະລັດ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ 20.9 ລ້ານໂດລາສະຫະລັດ ແລະ ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ...) ປະມານ 14 ລ້ານໂດລາສະຫະລັດ.

ປະເທດສົ່ງອອກຕົ້ນຕໍ 05 ອັນດັບ

ປະເທດ ທີ່ ສປປ ລາວ ສົ່ງອອກຫຼາຍ 05 ອັນດັບ ໄດ້ແກ່: ຈີນ ປະມານ 168.3 ລ້ານໂດລາສະຫະລັດ, ຫວຽດນາມ 86.4 ລ້ານໂດລາສະຫະລັດ, ໄທ 43.8 ລ້ານໂດລາສະຫະລັດ, ອົດສະຕາລີ 28 ລ້ານໂດລາສະຫະລັດ ແລະ ສະວິດເຊີແລນ ປະມານ 10 ລ້ານໂດລາສະຫະລັດ.

ປະເທດນໍາເຂົ້າຕົ້ນຕໍ 05 ອັນດັບ

ປະເທດ ທີ່ ສປປ ລາວ ນໍາເຂົ້າຫຼາຍ 05 ອັນດັບ ໄດ້ແກ່: ໄທ ປະມານ 277.3 ລ້ານໂດລາສະຫະລັດ, ຈີນ 280 ລ້ານໂດລາສະຫະລັດ, ຫວຽດນາມ 26.5 ລ້ານໂດລາສະຫະລັດ, ສະຫະລັດອາເມລິກາ 22.1 ລ້ານໂດລາສະຫະລັດ ແລະ ຍີ່ປຸ່ນ ປະມານ 12.3 ລ້ານໂດລາສະຫະລັດ.

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ປະຈໍາເດືອນ 11 ປີ 2023 ແມ່ນຍັງບໍ່ກວມເອົາມູນຄ່າການນຳເຂົ້າ ແລະ ສົ່ງອອກ ໄຟຟ້າ (ສໍາລັບມູນຄ່າການນຳເຂົ້າ ແລະ ສົ່ງອອກ ໄຟຟ້າ ພວກເຮົາຈະເອົາລົງພາຍຫຼັງທີ່ເກັບກໍາຕົວເລກສະຖິຕິໄດ້ຄົບຖ້ວນ ແລະ ຊັດເຈນແລ້ວ).

# ຫົວຂໍ້ ດາວໂຫຼດ
1 ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ປະຈໍາເດືອນ 11 ປີ 2023 ບັນລຸໄດ້ 1.085 ລ້ານໂດລາສະຫະລັດ. PNG
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.