ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ   ເລກທີ 2326/ກພສ
ກົມພາສີ   ນະຄອນຫຼວງວຽງຈັນ, ວັນທີ 09 ສີງຫາ 2011

ແຈ້ງການ

ເຖິງ:

  • ພະແນກການອ້ອມຂ້າງກົມພາສີ, ພາສີປະຈໍາເຂດ ແລະ ດ່ານພາສີໃນທົ່ວປະເທດ;
  • ບັນດາຜູ້ປະກອບການທີ່ນໍາເຂົ້າ-ສົ່ງອອກ.

ເລື່ອງ: ແຜນການຫຼຸດຜ່ອນຈໍານວນລາຍການສິນຄ້າ ທີ່ກໍານົດມູນຄ່າແຈ້ງພາສີຕາມລາຄາກາງ ແລະ ໂຄງສ້າງດ້ານລາຄາ ແຕ່ປີ 2011 – 2013 (ຕາມປີປະຕິທິນ)

  • ອີງຕາມ ແຈ້ງການຂອງກົມພາສີ ສະບັບເລກທີ 2040, ລົງວັນທີ 15/07/2011 ວ່າດ້ວຍການກໍານົດມູນຄ່າແຈ້ງພາສີ ສໍາລັບການນໍາເຂົ້າສິນຄ້າໃຊ້ສອຍທົ່ວໄປ

ເພື່ອສ້າງເງື່ອນໄຂອໍານວຍຄວາມສະດວກ ໃຫ້ແກ່ຜູ້ປະກອບການ ໃນການນໍາເຂົ້າສິນຄ້າເຄື່ອງຂອງ ແລະ ທັງເປັນເງື່ອນໄຂໃນການກະກຽມນໍາໃຊ້ ລາຄາຊື້-ຂາຍຕົວຈິງຂອງອົງການການຄ້າໂລກ WTO.

ກົມພາສີ ໄດ້ກໍານົດແຜນການຫຼຸດຜ່ອນຈໍານວນລາຍການສິນຄ້າ ຈໍານວນ 29 ລາຍການ ສໍາລັບປີ 2011, 19 ລາຍການ ສໍາລັບປີ 2012, 01 ລາຍການ ສໍາລັບປີ 2013 ທີ່ນໍາໃຊ້ລາຄາອ້າງອີງຕໍ່າສຸດ ເພື່ອແຈ້ງເສຍພາສີຕາມຕາຕະລາງລຸ່ມນີ້:

ລ/ດ

ປະເພດສິນຄ້າ

ລະຫັດສິນຄ້າ

ແຜນການປະຕິບັດ

ໝາຍເຫດ

2011

2012

2013

I

ປະເພດພາຫະນະ

 

 

 

 

 

1

ລົດເກັງທຸກຊະນິດ

8703.21

ລາຄາກາງ

ລາຄາກາງ

ລາຄາຊື້-ຂາຍຕົວຈິງ

 

2

ລົດກະບະທຸກຊະນິດ

8704.21

ລາຄາກາງ

ລາຄາກາງ

ລາຄາຊື້-ຂາຍຕົວຈິງ

 

3

ລົດຕູ້ 16 ບ່ອນນັ່ງລົງມາ

8702.10

ລາຄາກາງ

ລາຄາກາງ

ລາຄາຊື້-ຂາຍຕົວຈິງ

 

4

ລົດຈິບທຸກຊະນິດ

8703.10

ລາຄາກາງ

ລາຄາກາງ

ລາຄາຊື້-ຂາຍຕົວຈິງ

 

II

ປະເພດສິນຄ້າຊັ້ນສູງ, ຟຸມເຟືອຍ

 

 

 

 

 

5

ເຫຼົ້າວິສະກີ້ຈອນນີແດງ

2208.30.10

ລາຄາເດັດຖານ

ລາຄາເດັດຖານ

ລາຄາຊື້-ຂາຍຕົວຈິງ

 

6

ເຫຼົ້າວິສະກີ້ຈອນນີດໍາ

2208.30.10

ລາຄາເດັດຖານ

ລາຄາເດັດຖານ

ລາຄາຊື້-ຂາຍຕົວຈິງ

 

7

ເຫຼົ້າວິສະກີ້ທີ່ມີລາຄາ ຕໍ່າກວ່າຈອນນີແດງ

2208.30.10

ລາຄາເດັດຖານ

ລາຄາເດັດຖານ

ລາຄາຊື້-ຂາຍຕົວຈິງ

 

8

ເຫຼົ້າວິສະກີ້ຈອນນີ Green Label

2208.30.10

ລາຄາເດັດຖານ

ລາຄາເດັດຖານ

ລາຄາຊື້-ຂາຍຕົວຈິງ

 

9

ເຫຼົ້າວິສະກີ້ຈອນນີ Gold Label

2208.30.10

ລາຄາເດັດຖານ

ລາຄາເດັດຖານ

ລາຄາຊື້-ຂາຍຕົວຈິງ

 

10

ເຫຼົ້າວິສະກີ້ຈອນນີ Blue Label

2208.30.10

ລາຄາເດັດຖານ

ລາຄາເດັດຖານ

ລາຄາຊື້-ຂາຍຕົວຈິງ

 

11

ເຫຼົ້າວິສະກີ້ຈອນນີ Ballantine 21 ປີ

2208.30.10

ລາຄາເດັດຖານ

ລາຄາເດັດຖານ

ລາຄາຊື້-ຂາຍຕົວຈິງ

 

12

ເຫຼົ້າວິສະກີ້ຈອນນີ Ballantine 30 ປີ

2208.30.10

ລາຄາເດັດຖານ

ລາຄາເດັດຖານ

ລາຄາຊື້-ຂາຍຕົວຈິງ

 

13

ເຫຼົ້າໂກຍັກ VS

2208.30.10

ລາຄາເດັດຖານ

ລາຄາເດັດຖານ

ລາຄາຊື້-ຂາຍຕົວຈິງ

 

14

ເຫຼົ້າໂກຍັກ VSOP

2208.30.10

ລາຄາເດັດຖານ

ລາຄາເດັດຖານ

ລາຄາຊື້-ຂາຍຕົວຈິງ

 

15

ເຫຼົ້າໂກຍັກ XO

2208.30.10

ລາຄາເດັດຖານ

ລາຄາເດັດຖານ

ລາຄາຊື້-ຂາຍຕົວຈິງ

 

16

ເຫຼົ້າແວງແກ້ວ (AOC) ຫຼື ທຽບເທົ່າຂຶ້ນໄປ

2208.20.10

ລາຄາເດັດຖານ

ລາຄາເດັດຖານ

ລາຄາຊື້-ຂາຍຕົວຈິງ

 

17

ເຫຼົ້າແວງກະຕຸກ

2208.20.10

ລາຄາເດັດຖານ

ລາຄາເດັດຖານ

ລາຄາຊື້-ຂາຍຕົວຈິງ

 

18

ເຄື່ອງດື່ມຕ່າງໆ

2208.90.70

ລາຄາເດັດຖານ

GATT

ລາຄາຊື້-ຂາຍຕົວຈິງ

 

19

ເບຍທຸກຊະນິດ

2203.00.90

ລາຄາເດັດຖານ

GATT

ລາຄາຊື້-ຂາຍຕົວຈິງ

 

20

ນໍ້າໝາກໄມ້ທຸກຊະນິດ, ເຄື່ອງດື່ມເກືອແຮ່

2202.90.30

ລາຄາເດັດຖານ

GATT

ລາຄາຊື້-ຂາຍຕົວຈິງ

 

21

ໂສດາຈືດ

2202.10.90

ລາຄາເດັດຖານ

GATT

ລາຄາຊື້-ຂາຍຕົວຈິງ

 

22

ເຄື່ອງດື່ມຊູກໍາລັງ

2202.12.90

ລາຄາເດັດຖານ

GATT

ລາຄາຊື້-ຂາຍຕົວຈິງ

 

23

ເຄື່ອງດື່ມທີ່ມີທາດເຫຼົ້າບໍ່ເກີນ 7%

2204.20.11

ລາຄາເດັດຖານ

GATT

ລາຄາຊື້-ຂາຍຕົວຈິງ

 

24

ຄໍາແທ່ງ

7108.12.90

ລາຄາເດັດຖານ

GATT

ລາຄາຊື້-ຂາຍຕົວຈິງ

 

25

ເງິນແທ່ງ

7106.91.00

ລາຄາເດັດຖານ

GATT

ລາຄາຊື້-ຂາຍຕົວຈິງ

 

26

ໂມງ

9101.19.00

ລາຄາເດັດຖານ

GATT

ລາຄາຊື້-ຂາຍຕົວຈິງ

 

27

ໂທລະສັບມືຖືທຸກຊະນິດ

8517.11.00

ລາຄາເດັດຖານ

GATT

ລາຄາຊື້-ຂາຍຕົວຈິງ

 

28

ຢາສູບທຸກປະເພດ

2402.20.90

ລາຄາເດັດຖານ

ລາຄາເດັດຖານ

ລາຄາຊື້-ຂາຍຕົວຈິງ

 

III

ປະເພດນໍ້າມັນເຊື້ອໄຟ

 

 

 

 

ປະຕິບັດຕາມ ໂຄງສ້າງດ້ານ ລາຄາໃນແຕ່ ລະໄລຍະ. ບໍ່ໄດ້ເອົາເຂົ້າ ໃນລາຍການ ກໍານົດລາຄາ ຊື້-ຂາຍຕົວຈິງ

29

ນໍ້າມັນເຊື້ອໄຟທຸກຊະນິດ ຍົກເວັ້ນນໍ້າມັນໜື່ນ, ໜຽວ

 

ລາຄາກາງ

ລາຄາກາງ

ລາຄາກາງ

 

ນໍ້າມັນແອັດຊັງ

 

ລາຄາກາງ

ລາຄາກາງ

ລາຄາກາງ

 

ນໍ້າມັນກາຊວນ

 

ລາຄາກາງ

ລາຄາກາງ

ລາຄາກາງ

 

 

 

 

 

 

 

ລວມຈໍານວນລາຍການທີ່ໃຊ້ ລາຄາກາງແຕ່ລະປີ

 

29 ລາຍການ

19 ລາຍການ

01 ລາຍການ


ກ. ຕາຕະລາງປະເພດພາຫະນະ ຈະໄດ້ມີການກໍານົດລາຄາແຈ້ງພາສີ ສໍາລັບປີ 2012 ເປັນອັນສະເພາະບົນພື້ນຖານ ການອະນຸມັດຈາກລັດຖະມົນຕີ ກະຊວງການເງິນ.

ຂ. ສໍາລັບລາຄາໃນການກໍານົດສິນຄ້າ ປະເພດຊັ້ນສູງຟຸມເຟືອຍ ແມ່ນກໍານົດຕາມລັດຖະບັນຍັດ ເລກທີ 03/ປປທ, ລົງວັນທີ 18 ພະຈິກ 2009 ແລະ ແຈ້ງການຂອງຄະນະເລຂາທິການລັດຖະບານ ສະບັບເລກທີ 151/ລບ, ລົງວັນທີ 24/01/2011.

ຄ. ສ່ວນລາຄາສໍາລັບນໍ້າມັນເຊື້ອໄຟ ແມ່ນກໍານົດຕາມລາຄາໂຄງສ້າງ ທີ່ລັດຖະບານໄດ້ອະນຸມັດ ແລະ ຮັບຮອງໃນແຕ່ລະໄລຍະ.

ດັ່ງນັ້ນ, ກົມພາສີຈຶ່ງໄດ້ກໍານົດແຜນການຫຼຸດຜ່ອນ ຈໍານວນລາຍການສິນຄ້າ ທີ່ຈະກໍານົດລາຄາອ້າງອີງ (ລາຄາຕໍ່າສຸດ) ຕາມຕາຕະລາງຂ້າງເທິງ ເພື່ອແຈ້ງມາຍັງທ່ານເພື່ອຮັບຊາບ ແລະ ເປັນບ່ອນອີງໃນການຈັດຕັ້ງປະຕິບັດ.

ຫົວໜ້າກົມພາສີ
ບຸນໂຈມ ອຸບົນປະເສີດ

# ຫົວຂໍ້ ດາວໂຫຼດ
1 Notification on the Reference Price No. 2326/CD PDF
2 ແຈ້ງການ ກ່ຽວກັບ ແຜນການຫຼຸດຜ່ອນ ຈໍານວນລາຍການສິນຄ້າ ທີ່ກໍານົດມູນຄ່າແຈ້ງພາສີ ຕາມລາຄາກາງ ແລະ ໂຄງສ້າງດ້ານລາຄາ ແຕ່ປີ 2011 – 2013 (ຕາມປີປະຕິທິນ) ເລກທີ 2326/ກພສ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.