ສາທາລະນະລັດ ປະຊາທີປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທີປະໄຕ ເອກະພາບ ປະຊາຊົນລາວ

 

ກະຊວງສາທາລະນະສຸກ

ກົມອາຫານ ແລະ ຢາ

ເລກທີ: 0029/ກອຢ

ເບີໂທ/ແຟັກ: 021 214013-14 / 021 213495

ນະຄອນຫຼວງວຽງຈັນ, ວັນທີ 05 ມັງກອນ 2024

 

ໜັງສືແຈ້ງການ

ເຖິງ: ຫົວໜ່ວຍທຸລະກິດນໍາເຂົ້າ ອາຫານ, ຢາ ແລະ ຜະລິດຕະພັນການແພດ ໃນຂອບເຂດທົ່ວປະເທດ.

ເລື່ອງ: ແຈ້ງການເປີດນໍາໃຊ້ລະບົບ NSWA.

 

  • ອີງຕາມ ດຳລັດວ່າດ້ວຍການຈັດຕັ້ງ ແລະ ເຄື່ອນໄຫວຂອງກະຊວງສາທາລະນະສຸກ, ເລກທີ 570/ນຍ, ລົງວັນທີ 16 ກັນ ຍາ 2021;
  • ອີງຕາມ ແຜນຜັນຂະຫຍາຍ, ຕິດຕັ້ງ ແລະ ຝຶກອົບຮົມການນໍາໃຊ້ລະບົບແຈ້ງພາສີແບບອີເລັກໂທຣນິກ NSWA+ ຢູ່ບັນດາ ຫ້ອງການ ແລະ ດ່ານສາກົນໃນຂອບເຂດທົ່ວປະເທດ, ສະບັບເລກທີ 08220/ກພສ, ລົງວັນທີ 7 ກັນຍາ 2023;
  • ອີງຕາມ ການຄົ້ນຄວ້າ ແລະ ເຫັນດີຂອງກົມອາຫານ ແລະ ຢາ.
  •  

ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ: ເພື່ອຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍນະໂຍບາຍຂອງລັດຖະບານໃນການອໍານວຍຄວາມສະດວກທາງດ້ານການຄ້າ ໂດຍການປັບປຸງ, ຫຼຸດຜ່ອນຂັ້ນ ຂອດໃນການນໍາເຂົ້າສິນຄ້າໃຫ້ມີຄວາມສະດວກຍິ່ງຂື້ນ, ຊ່ວຍຫຼີກເວັ້ນການລ່າຊ້າທີ່ບໍ່ຈຳເປັນ ແລະ ສິ້ນເປືອງຊັບພະຍາກອນຕ່າງໆ ດ້ວຍການຫັນເປັນທັນສະໄໝ ຈາກລະບົບເຈັ້ຍ ມາເປັນລະບົບອີເລັກໂທຣນິກ ໂດຍຜ່ານລະບົບແຈ້ງພາສີແບບອີເລັກ ໂທຣນິກ (NSWA+) ໃນການອະນຸຍາດນໍາເຂົ້າ ບັນດາຜະລິດຕະພັນທີ່ ກົມອາຫານ ແລະ ຢາ ຄຸ້ມຄອງ, ດັ່ງລາຍລະອຽດ ລຸ່ມນີ້:

ການນໍາໃຊ້ລະບົບດັ່ງກ່າວ ຈະໄດ້ເລີ່ມເປີດນໍາໃຊ້ຢ່າງເປັນທາງການ ແຕ່ວັນທີ 9 ມັງກອນ 2024 ເປັນຕົ້ນໄປ ໂດຍຜ່ານ ເວບໄຊ www.laonsw.net; ສະນັ້ນ, ຈິ່ງແຈ້ງມາຍັງບັນດາບໍລິສັດນໍາເຂົ້າອາຫານ, ຢາ ແລະ ຜະລິດຕະພັນການແພດ ໃຫ້ ຮີບຮ້ອນສະເໜີຫາ ກົມພາສີ, ກະຊວງການເງິນ ເພື່ອຂໍລະຫັດຜູ້ນໍາໃຊ້ລະບົບດັ່ງກ່າວ ໂດຍປະກອບເອກະສານຕາມແບບຟອມ ເອກະສານຊ້ອນທ້າຍ 2 ຂອງບົດແນະນໍາວ່າດ້ວຍການນໍາໃຊ້ລະບົບແຈ້ງພາສີປະຕູດຽວ, ສະບັບເລກທີ 4217/ກງ, ລົງວັນທີ 28 ທັນວາ 2018.

 

ດັ່ງນັ້ນ, ຈຶ່ງແຈ້ງມາຍັງ ທ່ານ ເພື່ອຊາບ ແລະ ຂໍຄວາມຮ່ວມມືໃນການຈັດຕັ້ງປະຕິບັດຕາມລະບຽບການດ້ວຍ.

 

ຫົວໜ້າກົມ

ປອ. ດຣ. ບຸນຊູ ແກ້ວຫາວົງ

# ຫົວຂໍ້ ດາວໂຫຼດ
1 Notification on the NSWA+ in applying electronic system to import food, drugs and medical equipment, No. 0029/DFD, date 05 January 2024. PDF
2 ນໍາໃຊ້ລະບົບ National Single Window ASYCUDA Plus (NSWA+) ແບບອິເລກໂທຣນິກ, ເລກທີ 0029/ກອຢ, ລົງວັນທີ 05 ມັງກອນ 2024. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.