ໃນລະຫວ່າງ ວັນທີ 25-26 ມັງກອນ 2024, ພະແນກອຸດສາຫະກຳ ແລະ ການຄ້າ ແຂວງອຸດົມໄຊ ໃນນາມເປັນກອງເລຂາອຳນວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນແຂວງອຸດົມໄຊ ໄດ້ຈັດກອງປະຊຸມສະຫຼຸບຕີລາຄາການຈັດຕັ້ງປະຕິບັດ ວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ຂົນສົ່ງ ຂັ້ນແຂວງ ປະຈຳປີ 2023 ແລະ ທິດທາງແຜນການປີ 2024. ໃຫ້ກຽດເປັນປະທານໂດຍ ທ່ານ ອ່ອນແກ້ວ ອຸ່ນອາລົມ, ຮອງເຈົ້າແຂວງອຸດົມໄຊ, ຫົວໜ້າຄະນະຊີ້ນຳວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ  ການຂົນສົ່ງ ຂັ້ນແຂວງ ພ້ອມດ້ວຍແຂກທີ່ຖືກເຊີນຈາກຂະແໜງການທີ່ກ່ຽວຂ້ອງ ທັງພາກລັດ ແລະ ເອກະຊົນ.

    ທ່ານ ອ່ອນແກ້ວ ອຸ່ນອາລົມ ໄດ້ກ່າວວ່າ: ເປົ້າໝາຍຫຼັກຂອງກອງປະຊຸມໃນຄັ້ງນີ້ເພື່ອຮັບຟັງການສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ພາຍໃນແຂວງອຸດົມໄຊ ໃນໄລຍະ 1 ປີຜ່ານມາກໍ່ຄື ປີ 2023 ແລະ ປຶກສາຫາລືແນວທາງໃນຕໍ່ໜ້າກໍ່ຄື ແຜນວຽກຂອງປີ 2024 ເພື່ອການສົ່ງເສີມການ ການຄ້າ ແລະ ການຂົນສົ່ງ, ແກ້ໄຂບັນຫາ ແລະ ຂໍ້ຄົງຄ້າງຕ່າງໆ ແລະ ເພື່ອເຮັດໃຫ້ວຽກງານອໍານວຍຄວາມສະດວກດ້ານການຄ້າ ແລ ການຂົນສົ່ງຂອງແຂວງ ອຸດົມໄຊ ໃຫ້ໄດ້ດີຂຶ້ນກວ່າເກົ່າ.

    ຜ່ານມາ ວຽກງານການຄ້າ ແມ່ນປະຕິບັດຕາມສັນຍາ ວ່າດ້ວຍການອໍານວຍຄວາມສະດວກທາງດ້ານການຄ້າ ໃນຂອບອົງການການຄ້າໂລກ (WTO-TFA) ແລະ ສັນຍາ ວ່າດ້ວຍການຄ້າດ້ານສິນຄ້າອາຊຽນ (ATIGA). ສ່ວນວຽກງານຂົນສົ່ງ ແມ່ນປະຕິບັດຕາມສັນຍາ  ວ່າດ້ວຍການອໍານວຍຄວາມສະດວກທາງດ້ານການຂົນສົ່ງຂ້າມແດນໃນບັນດາປະເທດລຸ່ມແມ່ນໍ້າຂອງ (GMS-CBTA) ແລະ ສັນຍາຂົນສົ່ງສອງຝ່າຍ. ແຕ່ຍ້ອນວຽກງານອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ແມ່ນມີບົດບາດສໍາຄັນຕໍ່ການພັດທະນາເສດຖະກິດ - ສັງຄົມ, ແມ່ນໜຶ່ງໃນຈຸດສຸມ ຂອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ລັດຖະບານ ຈຶ່ງໄດ້ຕັດສິນໃຈໂຮມຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ, ຊຶ່ງເມື່ອກ່ອນເປັນສອງຄະນະເຂົ້າເປັນຄະນະດຽວ ຕາມດໍາລັດ ເລກທີ 145/ນຍ, ລົງວັນທີ 14 ມີນາ 2023 ແນໃສ່ເຮັດໃຫ້ກົນໄກປະສານ ແລະ ແກ້ໄຂບັນຫາຕ່າງໆ ມີຄວາມສະດວກຄ່ອງຕົວຂຶ້ນກວ່າເກົ່າ.

   ຜ່ານການຈັດຕັ້ງປະຕິບັດວຽກງານດັ່ງກ່າວຮ່ວມກັບຫລາຍຂະແໜງການປີ່ນອ້ອມ ສາມາດເກັບກໍາບັນຫາຂອງພາກລັດ ແລະ ພາກທຸລະກິດໄດ້ 24 ບັນຫາ; ໃນນີ້ສາມາດແກ້ໄຂໄດ້ແລ້ວຈໍານວນ 13 ບັນຫາ ເຊັ່ນ: ແກ້ໄຂບັນຫາການຕັ້ງຈຸດກວດກາຢູ່ພາຍໃນແຂວງ ກັບ 3 ພາກສ່ວນ ຄື: ພະແນກກະສິກໍາ ແລະ ປ່າໄມ້, ພະແນກການເງີນ ແລະ ປກສ ສາມາດຈັດຕັ້ງປະຕິບັດໄດ້ ຈາກ 13 ຈຸດ ຍັງເຫຼືອ 5 ຈຸດ; ແລະ ແກ້ໄຂບັນຫາການອອກອະນຸຍາດການເຄື່ອນຍ້າຍສັດ ແລະ ຜະລິດຕະພັນສັດ ລະຫວ່າງກະສິກໍາເມືອງ ແລະ ແຂວງ ເຮັດໃຫ້ວ່ອງໄວຂື້ນກ່ວາເກົ່າ. ນອກຈາກນັ້ນ, ບັນຫາທີ່ຍັງຄົງຄ້າງ 11 ບັນຫາ ທີ່ຈະສືບຕໍ່ແກ້ໄຂເຊັ່ນ: ບັນຫາພາກທຸລະກິດສະເໜີ ກ່ຽວກັບ ການອອກໃບຢັ້ງຢືນສິ່ງແວດລ້ອມ ແມ່ນໃຊ້ເວລາດົນໂພດ ແລະ ມີຄ່າໃຊ້ຈ່າຍສູງ, ຊຶ່ງໄດ້ສ້າງຄວາມຫຍຸ້ງຍາກຫຼາຍຕໍ່ຫົວໜ່ວຍທຸລະກິດ ແລະ ການສົົ່ງອອກສີນຄ້າປະເພດຢາງພາລາ ແມ່ນຕ້ອງການເອກະສານຈົດທະບຽນສານຈາກທຸລະກິດ ຕໍ່ກັບບັນຫານີ້ ແມ່ນຢູ່ໃນຂັ້ນຕອນເກັບກໍາຂໍ້ມູນຈາກພະແນກຍຸຕິທໍາແຂວງ ແລະ ພາສີ ເພື່ອກຽມປະຊຸມໂຕະມົນຮ່ວມກັນແກ້ໄຂບັນຫາດັ່ງກ່າວຢ່າງຮີບດ່ວນ.

    ໃນຕອນທ້າຍຂອງກອງປະຊຸມ, ທ່ານປະທານໄດ້ຕີລາຄາສູງ ຕໍ່ຜົນຂອງກອງປະຊຸມ ທັງດ້ານດີ, ຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຕ່າງໆ ແລະ ໄດ້ສະເໜີ ແລະ ມອບໃຫ້  ກອງເລຂາສັງລວມບັນດາຄໍາເຫັນທັງໝົດ ເພື່ອນຳໄປຄົ້ນຄວ້າ ແລະ ປັບປຸງແກ້ໄຂບັນຫາທີ່ຍັງຄົງຄ້າງ ແລະ ສິ່ງທ້າທາຍທີ່ກໍາລັງເກີດຂື້ນນັ້ນໃຫ້ໄດ້ຮັບການແກ້ໄຂໃນຂັ້ນຕອນຕໍ່ໄປ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.