ກົມການຄ້າຕ່າງປະເທດ, ກະຊວງອຸດສາຫະກໍາ ແລະ ການຄ້າ (ກະຊວງ ອຄ) ໄດ້ຈັດ ກອງປະຊຸມປຶກສາຫາລືກ່ຽວກັບການຈັດຕັ້ງປະຕິບັດບົດລາຍງານສຶກສາເວລາກວດປ່ອຍສິນຄ້າ (TRS) ຂອງ ສປປ ລາວ ປີ 2022 ແລະ ລະດົມແນວຄວາມຄິດສໍາລັບການສຶກສາ TRS ປະຈໍາປີ 2024 ຈໍານວນ 3 ຄັ້ງຄື: ຄັ້ງວັນທີ 20 ກຸມພາ 2024 ໄດ້ຈັດຂື້ນທີ່ຫ້ອງປະຊຸມ ໂຮງແຮມ ຄຣາວພລາຊາ, ນະຄອນຫຼວງວຽງຈັນ; ຄັ້ງວັນທີ 23 ກຸມພາ 2024, ທີ່ຫ້ອງປະຊຸມ ໂຮງແຮມ ອຸດົມສິນ, ແຂວງ ຫຼວງນ້ຳທາ ແລະ ຄັ້ງວັນທີ 29 ກຸມພາ 2024 ຈັດຂຶ້ນທີ່ຫ້ອງປະຊຸມ ໂຮງແຮມ ຈຳປາສັກ ແກຣນ, ແຂວງຈຳປາສັກ ໂດຍການເປັນປະທານຮ່ວມຂອງ ທ່ານ ມົວວິໄຊ ປາລີ, ຮອງຫົວໜ້າກົມການຄ້າຕ່າງປະເທດ, ກະຊວງ ອຄ ແລະ ຕາງໜ້າຈາກພະແນກອຸດສາຫະກຳ ແລະ ການຄ້າ ແຂວງ/ນະຄອນຫຼວງ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງ ທັງພາກລັດ ແລະ ເອກະຊົນ ເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມໄດ້ຈັດຂື້ນທັງແບບຊ່ອງໜ້າ ແລະ ທາງໄກ.

     ຄັ້ງວັນທີ 20 ກຸມພາ 2024 ໄດ້ຈັດຂື້ນທີ່ຫ້ອງປະຊຸມ ໂຮງແຮມ ຄຣາວພລາຊາ, ນະຄອນຫຼວງວຽງຈັນ

     ທ່ານ ມົວວິໄຊ ໄດ້ກ່າວໃນທີ່ປະຊຸມວ່າ ຈຸດປະສົງຫຼັກຂອງການສຶກສາ TRS ແມ່ນເພື່ອຜັນຂະຫຍາຍຄໍາສັ່ງເລກທີ 12/ນຍ ໂດຍສະເພາະແມ່ນການທົບທວນ ແລະ ປັບປຸງບັນດານິຕິກໍາ, ລະບຽບການ ແລະ ຂັ້ນຕອນ ໃນການອອກອະນຸຍາດ, ຢັ້ງຢືນ ສໍາລັບການນໍາເຂົ້າ-ສົ່ງອອກສິນຄ້າໃຫ້ສະດວກ, ຫຼຸດຂັ້ນຂອດ, ເວລາ ແລະ ເອກະສານທີ່ບໍ່ຈໍາເປັນລົງ, ປັບປຸງຂັ້ນຕອນດໍາເນີນການແຈ້ງເອກະສານການນໍາເຂົ້າ ແລະ ສົ່ງອອກສິນຄ້າ ທີ່ດ່ານຊາຍແດນໃຫ້ມີຄວາມກະທັດຮັດ ແລະ ວ່ອງໄວຂຶ້ນກວ່າເກົ່າ ແນໃສ່ຫຼຸດຜ່ອນເວລາໃຫ້ໄດ້ຢ່າງໜ້ອຍ 50% ພາຍໃນ ປີ 2022. ກົມການຄ້າຕ່າງປະເທດ ແລະ ກົມພາສີ ຈຶ່ງໄດ້ຕົກລົງນໍາໃຊ້ການສຶກສາເວລາກວດປ່ອຍສິນຄ້າ (TRS) ເປັນເຄື່ອງມືວັດແທກ ຫຼື ປະເມີນຜົນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ.

  ຄັ້ງວັນທີ 23 ກຸມພາ 2024, ທີ່ຫ້ອງປະຊຸມ ໂຮງແຮມ ອຸດົມສິນ, ແຂວງ ຫຼວງນໍ້າທາ 

     ຜ່ານມາ, ກົມພາສີ ໄດ້ເປັນເຈົ້າການສົມທົບກັບຂະແໜງການທີ່ກ່ຽວຂ້ອງປະຈໍາດ່ານ ດໍາເນີນການສຶກສາ TRS ຈໍານວນທັງໝົດ 5 ຄັ້ງ: ປີ 2009, 2012, 2016, 2017 ແລະ 2019 ຊຶ່ງໃນຕອນນັ້ນໄດ້ສຶກສາພຽງແຕ່ເວລາໃນການດໍາເນີນການກວດປ່ອຍສິນຄ້າ ຢູ່ດ່ານ. ມາຮອດປີ 2020, ກົມການຄ້າຕ່າງປະເທດ ແລະ ກົມພາສີ ໄດ້ຮ່ວມກັນສຶກສາ TRS ປີ 2020 ແລະ ຂະຫຍາຍຂອບເຂດການສຶກສາ TRS ໃຫ້ກວມເອົາການອອກອະນຸຍາດ, ຢັ້ງຢືນ ຂອງຂະແໜງການທີ່ກ່ຽວຂ້ອງ 6 ຂະແໜງການ ຄື: ກົມການຄ້າຕ່າງປະເທດ, ກົມຂົນສົ່ງ, ກົມອາຫານ ແລະ ຢາ, ກົມລ້ຽງສັດ ແລະ ການປະມົງ, ກົມມາດຕະຖານ ແລະ ວັດແທກ ແລະ ກົມຄຸ້ມຄອງບໍ່ແຮ່ ຊຶ່ງມີທັງໝົດ 12 ໃບອະນຸຍາດ ແລະ ຢັ້ງຢືນ, ສໍາລັບດ່ານມີ 10 ດ່ານສາກົນ. ສໍາລັບການສຶກສາ TRS ຄັ້ງລ່າສຸດໃນປີ 2022 ໄດ້ຂະຫຍາຍຂອບເຂດການສຶກສາໄປສູ່ 3 ຂະແໜງການເພີມເຕີມ ເຊັ່ນ: ກົມປູກຝັງ, ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ແລະ ພະແນກກະສິກໍາ ແລະ ປ່າໄມ້ ແຂວງຈໍາປາສັກ, ລວມທັງໝົດ 9 ຂະແໜງການ ຊຶ່ງມີທັງໝົດ 19 ໃບອະນຸຍາດ ແລະ ຢັ້ງຢືນ. ສໍາລັບດ່ານແມ່ນເພີມເຕີມ 4 ດ່ານ, ລວມທັງໝົດ 14 ດ່ານ.

     ຄັ້ງວັນທີ 29 ກຸມພາ 2024 ຈັດຂຶ້ນທີ່ຫ້ອງປະຊຸມ ໂຮງແຮມ ຈຳປາສັກ ແກຣນ, ແຂວງຈຳປາສັກ 

     ຜ່ານການເກັບກໍາຂໍ້ມູນ, ການວິເຄາະ ແລະ ຕີລາຄາ ໂດຍຄະນະຮັບຜິດຊອບ TRS ສາມາດສັງລວມຜົນການສຶກສາໂດຍສັງເຂບວ່າ: ຂັ້ນຕອນການອອກອະນຸຍາດ, ຢັ້ງຢືນ ການນໍາເຂົ້າ ແລະ ສົ່ງອອກສິນຄ້າ ຢູ່ບັນດາຂະແໜງການລັດ ໄດ້ປັບປຸງຂັ້ນຕອນໃຫ້ກະທັດຮັດ ແລະ ສາມາດອອກອະນຸຍາດໄດ້ວ່ອງໄວຂື້ນ ແຕ່ກໍ່ຍັງມີບາງຂະແໜງການທີ່ຍັງຈັດຕັ້ງປະຕິບັດບໍ່ເປັນເອກະພາບກັນເທົ່າທີຄວນ ແລະ ຍັງໃຊ້ເວລາແຕກຕ່າງກັນ ຈຶ່ງເຮັດໃຫ້ໃຊ້ເວລາຂ້ອນຂ້າງຫຼາຍໃນການອອກອະນຸຍາດ ຢັ້ງຢືນຢັັ້ງຢືນ ນໍາເຂົ້້າ-ສົ່ງອອກສິນຄ້າ.

     ສໍາລັບການສຶກສາ TRS ປະຈໍາປີ 2024 ແມ່ນຈະເລີ່ມຈັດຕັ້ງປະຕິບັດໃນເດືອນ ມີນາ 2024 ເປັນຕົ້ນໄປ ໂດຍສືບຕໍ່ສະໜັບສະໜຸນຂອງໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (LCT), ຊຶ່ງຈະສືບຕໍ່ສືກສາເວລາໃນການກວດປ່ອຍສິນຄ້າ ລວມທັງຂັ້ນຕອນ ແລະ ເວລາອອກອະນຸຍາດ, ຢັ້ງຢືນ ສໍາລັບການນໍາເຂົ້າ-ສົ່ງອອກສິນຄ້າ ຢູ່ດ່ານຊາຍແດນ ໂດຍຈະກວມເອົາທັງໝົດ 14 ດ່ານສາກົນ ແລະ 10 ຂະແໜງການຂອງພາກລັດ ເຊັ່ນ: ກົມການຄ້າຕ່າງປະເທດ, ກົມພາສີ, ກົມອາຫານ ແລະ ຢາ, ກົມຂົນສົ່ງ, ກົມບໍ່ແຮ່, ກົມມາດຕະຖານ, ກົມລ້ຽງສັດ ແລະ ການປະມົງ, ກົມປູກຟັງ, ກົມອຸດສາຫະກໍາ, ກົມເຕັກໂນໂລຊີ ແລະ ການສື່ສານ ແລະ ຂະແໜງການອື່ນໆທີ່ກ່ຽວຂ້ອງປະຈໍາແຂວງ/ນະຄອນຫຼວງ ເຂົ້າຮ່ວມສຶກສາໃນຄັ້ງນີ້.

     ສໍາລັບຂໍ້ແນະນໍາປັບປຸງໃຫ້ແກ່ຂະແໜງການກ່ຽວຂ້ອງ ແລະ ລາຍລະອຽດຂອງ ບົດລາຍງານ TRS 2022

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.