ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ່ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ລັດຖະບານ

ເລກທີ 83/ລບ

ນະຄອນຫຼວງວຽງຈັນ, ວັນທີ 16/01/2024

 

ດຳລັດ

ວ່າດ້ວຍກອງທຶນນໍ້າມັນເຊື້ອໄຟ

- ອີງຕາມ ກົດໝາຍວ່າດ້ວຍລັດຖະບານ ສະບັນເລກທີ 03/ສພຊ, ລົງວັນທີ 16 ພະຈິກ 2021;

- ອີງຕາມ ໜັງສືສະເໜີຂອງກະຊວງອຸສາຫະກໍາ ເເລະ ການຄ້າ ສະບັບເລກທີ 1340/ອຄ, ລົງວັນທີ 16  ສິງຫ່າ 2023

 

ລັດຖະບານ ອອກດຳລັດ

 

ໝວດທີ 1

ບົດບັນຍັດທົ່ວໄປ

 

ມາດຕາ 1 ຈຸດປະສົງ

ດໍາລັດສະບບນີ້ ກໍານົດ ຫຼັກການ ເເລະ ລະບຽບການ ກ່ຽວກັບ ການຄູ້ມຄອງ, ນໍາໃຊ້ ເເລະ ຕິດຕາມກວດກາ ກອງທຶນນໍ້າມັນເຊື້ອໄຟ ເພື່ອໃຫ້ມີທຶນ ເເລະ ນໍາໃຊ້ ຢ່າງມີປະສິດທິພາບ ເເລະ ປະສິດທິຜົນ ເຂົ້າໃນການດັດສົມລາຄາ ນໍ້າມັນເຊື້ອໄຟ ເເນໃສ່ການຮັກສາສະຖຽນລະພາບທາງລາຄານໍ້າມັນເຊື້ອໄຟ ເເລະ ຮັບປະກັນ ການສະໜອງນໍ້າມັນເຊື້ອໄຟ ໃຫ້ພຽງພໍເເກ່ສັງຄົມ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ.

ມາດຕາ 2 ກອງທຶນນໍ້າມັນເຊື້ອໄຟ

ກອງທຶນນໍ້າມັນເຊື້ອໄຟຂຽນຫຍໍ້ ເປັນພາສາລາວ”ກທນ” ເປັນພາສາອັງກີດວ່າ “Fuel Fund” ແມ່ນກອງທຶນຂອງລັດ ທີສ້າງຕັ້ງຂຶ້ນ ເພື່ອສະສົມທຶນຈາກເເຫຼ່ງຕ່າງໆ ນຳໃຊ້ເຂົ້າໃນການດັດສົມລາຄານໍ້າມັນເຊື້ອໄຟ ພາຍໃນປະເທດ ໂດຍຢູ່ພາຍໃຕ້ການຄູ້ມຄອງ ເເລະ ກວດກາ ຂອງກະຊວງອຸດສາຫະກຳ ເເລະ ການຄ້າ

ມາດຕາ 3 ການອະທີບາຍຄຳສັບ

ຄຳສັບທີ່ໃຊ້ໃນດຳລັດສະບັບນີ້ ມີ ຄວາມໝາຍ ດັ່ງນີ້:

1. ນໍ້າມັນເຊື້ອໄຟ ໝາຍເຖີງ ຜະລິດຕະພັນນໍ້າມັນ ຊຶ່ງປະກອບດ້ວຍ ນໍ້າມັນເເອັດຊັງພິເສດ, ນໍ້າມັນເເອັດຊັງທຳມະດາ, ນໍ້າມັນກາຊວນ, ນໍ້າກາດເຮືອບິນ, ນໍ້າມັນກາດໄຕ້, ນໍ້າມັນເຕົາ, ນໍ້າມັນຊິວະພາບ ເເລະ ນໍ້າເຊື້ອໄຟອື່ນ;

2. ລາຄາຂາຍຍ່ອຍ ໝາຍເຖິງ ລາຄາຂາຍນໍ້າມັນເຊື້ອໄຟໜ້າປໍ້າໃນປັດຈຸບັນ ຊື່ງຄິດໄລ່ຕາມໂຄງປະກອບລາຄານໍ້າມັນເຊື້ອໄຟ ເພື່ອເປັນພື້ນຖານ ໃນການຄິດໄລ່ດັດສົມລາຄານໍ້າມັນເຊື້ອໄຟ;

3. ໂຄງປະກອບລາຄານໍ້າມັນເຊື້ອໄຟ ໝາຍເຖິງ ການກຳນົດເອົາບັນດາປັດໄຈດ ອົງປະກອບຕ່າງໆ ຂອງລາຄາສິນຄ້າ ເເລະ ການບໍລິການ ເພື່ອເປັນບ່ອນອີງໃຫ້ເເກ່ການກຳນົດລາຄາ ຊື່ງປະກອບດ້ວຍ ຕົ້ນທຶນການຜະລິດ ຫຼຶ ຕົ້ນທຶນການຊື້, ຕົ້ນທຶນການບໍລິການ, ຕົ້ນທຶນການຈໍລະຈອນ, ຜົນກຳໄລ ເເລະ ພັນທະຂອງລັດ;

4. ເງິນຊົດເຊີຍ ໝາຍເຖິງ ຈໍານວນເງິນ ທີ່ ກທນ ຈະທົດເເທນໃຫ້ ຜູ້ນໍາເຂົ້າ ເເລະ ຜູ້ປູງເເຕ່ງ ນໍ້າມັນເຊື້ອໄຟ ພາຍໃນປະເທດ ຊື່ງໄດ້ມີການກຳນົດການເກັບ ເເລະ ການຊົດເຊີຍ ເປັນເເຕ່ລະກໍລະນີ.

ມາດຕາ 4 ຫຼັກການ ການຄຸ້ມຄອງ ເເລະ ນໍາໃຊ້ກອງທຶນນໍ້າມັນເຊື້ອໄຟ

ການຄູ້ມຄອງ ເເລະ ການນໍາໃຊ້ ກທນ ໃຫ້ປະຕີບັດຕາມຫຼັກການດັ່ງນີ້:

1. ລວມສູນ ເເລະ ເປັນເອກະພາບ ຕາມລະບົບບັນຊີເເຫ່ງລັດ;

2. ຮັບປະກັນ ການນໍາໃຊ້ ຖຶກຕ້ອງນຕາມເປົ້າໝາຍ, ປະຢັດ, ມີປະສິດທີພາບ ເເລະ ປະສິດທີຜົນ;

3. ຮັບປະກັນ ໃຫມີຄວາມຄ່ອງຕົວ, ຍຸຕິທໍາ, ຖຶກຕ້ອງ, ໂປ່ງໃສ, ເປີດເຜີຍ, ວ່ອງໄວ, ທັນການ ເເລະ ສາມາດກວດສອບໄດ້              

4. ທຸກລາຍຮັບ-ລາຍຈ່າຍ ຕ້ອງຜ່ານລະບົບການບັນຊີ ພ້ອມທັງມີການຕີດນຕາມ, ກວດກາ ເເລະ ກວດສອບ ຢ່າງເປັນປົກກະຕີ ຕາມກົດໝາຍ

ມາດຕາ 5 ຂອບເຂດການນໍາໃຊ້

ດຳລັດສະບັບນີ້ ນໍາໃຊ້ສຳລັບບຸກຄົນ, ນິຕີບຸກຄົນ ຫຼື ການຈັດຕັ້ງ ທັງພາຍໃນ ເເລະ ຕ່າງປະເທດ ທີ່ເຄື່ອນໄຫວ ເເລະ ພົວພັນກັບ ກທນ ຢູ່ ສປປ ລາວ

 

ໝວດທີ 2

ແຫຼ່ງລາຍຮັບ ເເລະ ເປົ້າໝາຍການນໍ້າໃຊ້ ກອງທຶນນໍ້າມັນເຊື້ອໄຟ

 

ມາດຕາ 6 ເເຫຼ່ງລາຍຮັບຂອງກອງທຶນນໍ້າມັນເຊື້ອໄຟ

ລາຍຮັບຂອງ ກທນ ມາຈາກເເຫຼ່ງ ດັ່ງນີ້:

1. ການປະກອບສ່ວນ ງົບປະມານຂອງລັດ

2. ການເກັບຈາກຜູ້ນໍາເຂົ້າ ເເລະ ຜູ້ປູງເເຕ່ງນໍ້າມັນເຊື້ອໄຟ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 11 ຂອງດໍາລັດສະບັບນີ້;

3. ການປະກອບສ່ວນ ຂອງບຸກຄົນ, ນິຕີບຸກຄົນ ເເລະ ການຈັດຕັ້ງ ທັງພາຍໃນ ເເລະ ຕ່າງປະເທດ;

4. ດອກເບ້ຍເງິນຝາກ ເເລະ ລາຍຮັບຈາກກາບໍລິຫານກອງທຶນ

ມາດຕາ 7 ເປົ້າໝາຍການນໍາໃຊ້ກອງທຶນນໍ້າມັນເຊື່ອໄຟ

ກທນ ນໍາໃຊ້ເຂົ້າໃນເປົ້າໝາຍດັ່ງນນີ້:

1. ການດັດສົມລາຄານໍ້າມັນເຊື້ອໄຟ

2. ການໃຊ້ຈາຍບໍລິຫານ ກທນ

ໃນກໍລະນີມີທຶນພຽງພໍໃນການດັດສົມລາຄານໍ້າມັນເຊື້ອໄຟ ກໍສາມາດນໍາໃຊ້ ກທນ ເພື່ອລົງທຶນໃນກິດຈະການທີ່ມີຄວາມສ່ຽງຕໍ່າ ຕາມການຕົກລົງຂອງສະພາບໍລິຫານກອງທຶນ.

ມາດຕາ 8 ການໃຊ້ຈາຍບໍລິຫານ ກອງທຶນນໍ້າມັນເຊື້ອໄຟ

ການໃຊ້ຈ່າຍບໍລິຫານ ກທນ ເຂົ້າໃນການວຽກງານບໍລິຫານ ໃນເເຕ່ລະປີ 0,1% ( ສູນຈຸດໜື່ງສ່ວນຮ້ອຍ) ຕາມເງິນສະສົມ ຂອງ ກທນ ໃນເເຕ່ລະປີຜ່ານມາຊື່ງການໃຊ້ຈ່າຍ ຂື້ນກັບເເຜນການເຄື່ອນໄຫວ ຕົວຈິງ ໂດຍ ການພິຈາລະນາ ເເລະ ອະນຸມັດ ຈາກສະພາບໍລິຫານ ກທນ.

ມາດຕາ 9 ການຖອນເງິນ ກອງທຶນນໍ້າມັນເຊື້ຶອໄຟ

ການຖອນເງິນ ກທນ ຕ້ອງຖອນເງິນອອກຈາກບັນຊີເງິນຝາກ ຂອງ ກທນ ຢູ່ຄັງເງິນເເຫ່ງຊາດ ຫຼື ທະນາຄານທຸລະກິດ ທີ່ຖືກຮັບຮອງໂດຍສະພາບໍລີຫານ ກທນ ໂດຍຖືກຕ້ອງ ຕາມລະບຽບການຂອງ ກທນ ເເລະ ລະບຽບການຂອງກະຊວງການເງິນ

ການຖອນຂອງກອງທຶນ ບໍ່ສາມາດຖອນອອກໄດ້ທັງຫມົດຕ້ອງຮັກສາໄວ້ 30% (ສາມສິບສ່ວນຮ້ອຍ) ໃນບັນຊີເງີນຝາກ ຂອງ ກທນ

ໝວດທີ 3

ການດັດສົມລາຄານໍ້າມັນເຊື້ຶອໄຟ

 

ມາດຕາ 11 ການດັດສົມລາຄານໍ້າມັນເຊື້ອໄຟ

ການດັດສົມລາຄານໍ້າມັນເຊື້ອໄຟ ເພື່ອຈຳໜາຍ ຫຼື ປຸ່ງເເຕ່ງ ເລີ່ມຕົ້ນເກັບໂດຍ 300 ກີບ ຕໍ່ລິດ ເເລະ ຫຼັງຈາກນັ້ນ ໃຫ້ເກັບຕາມກໍລະນີດັ່ງນີ້:

1. ລາຄາຂາຍຍ່ອຍ ຫຼຸດລົງ ບໍ່ເກີນ 2,5% (ສອງຈຸດຫ້າສສ່ວນສຮ້ອຍ) ໃຫ້ເກັບຕາມອັດຕາທີເກັບຄັ້ງລ້າສູດ ເເລະ ໃຫ້ປັບ ລາຄານໍ້າມັນເຊື້ອໄຟລົງ;

2. ລາຄາຍ່ອຍຫຼຸດ 2,51 % (ສອງຈຸດຫ້າສິບເເອັດ ສ່ວນຮ້ອຍ) ຫາ 4,50% ( ສີ່ຈຸດຫ້າສິບ ສ່ວນຮ້ອຍ);

3. ລາຄາຍ່ອຍ ຫຼຸດລົງ ເເຕ່ 4,51% (ສີ່ຈຸດຫ້າສິບເເອັດ ສ່ວນຮ້ອຍ) ຫາ 6,50% (ຫົກຈຸດຫ້າສິບ ສ່ວນຮ້ອຍ) ໃຫ້ເກັບຕາມອັດຕາທີ່ເກັບຄັ້ງລ້າສູດ ເເລະ ໃຫ້ເພີ່ມ 60% ( ຫົກສິບ ສ່ວນຮ້ອຍ) ຂອງລາຄາຜິດດ່ຽງ ເເລະ ໃຫ້ປັບລາຄານໍ້າມັນເຊື້ອໄຟລົງ;

4. ລາຄາຍ່ອຍຫຼຸດລົງ ເເຕ່ 6,51% (ຫົກຈຸດຫ້າສິບເເອັດ ສ່ວນຮ້ອຍ) ຫາ 8,50% ( ເເປດຈຸດຫ້າສິບ ສ່ວນຮ້ອຍ) ໃຫເກັບຕາມອັດຕາທີ່ເກັບຄັ້ງລ້າສູດ ເເລະ ໃຫ້ເພີ່ມ 70% ( ເຈັດສິບ ສ່ວນຮ້ອຍ) ຂອງລາຄາຜິດດ່ຽງ ເເລະ ໃຫ້ປັບລາຄານໍ້າມັນລົງ

5. ລາຄາຂາຍຍ່ອຍຫຼຸດລົງຫຼາຍກວ່າ 8,50% (ເເປດຈຸດຫ້າສິບ ສ່ວນຮ້ອຍ) ໃຫ້ສະພາບໍລິຫານ ກທນ ຄົ້ນຄວ້າ ເເລະ ລານຍງານ ຕໍ່ລັດຖະບານ ພິຈາລະນາ

ສຳລັບການປຸງເເຕ່ງ ຢູ່ພາຍໃນຕ່າງປະເທດ ທີ່ໄດ້ປະລິມານນໍ້າມັນເຊື້ອໄຟ ເພີ່ມຂື້ນນັ້ນ ໃຫ້ເກັບເງິນເຂົ້າ ກທນ ໃນສ່ວນທີເພີ່ມຂື້ນ.

 

ມາດຕາ 12 ການຫຼຸດ ເເລະ ການຈ່າຍເງິນຊົດເຊີຍ ຂອງກອງທືນນໍ້າມັນເຊື້ອໄຟ

ການຫຼຸດ ການເກັບເງິນ ເເລະ ການຈ່າຍເງິນຊົດເຊີຍ ຂອງ ກທນ ສຳລັບການນໍາເຂົ້ານໍ້າມັນເຊື້ອໄຟເພື່ອຈຳໜາຍ ຫຼື ປູງເເຕ່ງ ໃຫ້ອີງໃສ່ລາຄາຂາຍຍ່ອຍ ໂດຍຈ່າຍຕາມກໍລະນີດັ່ງນີ້:

1.ລາຄາຂາຍຍ່ອຍ ເພີ່ມຂື້ນ ເເຕ່ 2,51% ( ສອງຈຸດຫ້າສິບເອັດ ສ່ວນຮ້ອຍ) ຫາ 4,50% ( ສີຈຸດຫ້າສິບ ສ່ວນຮ້ອຍ) ໃຫ້ຫຼຸດອັດຕາການ ເກັບເງິນ ກທນ ຈົນກວ່າ ອັດຕາການເກັບ ຈະເທົ່າກັບ 300 ກິບຕໍ່ລິດ ເເຕ່ຖ້່ຫາກບໍ່ສາມາດດັດສົມລາຄາໄດ້ ໃຫ້ຈ່າຍເງິນຊົດເຊີຍ ເພື່ອໃຫ້ໄດ້ອັດຕາ 50% ( ຫ້າສິບ ສ່ວນຮ້ອຍ) ຂອງລາຄາທີຜິດດ່ຽງ ທີ່ເພີ່ມຂື້ນ;

2. ລາຄາຂາຍຍ່ອຍ ເພີ່ມຂື້ນ ເເຕ່ 4,51% ( ສີຈຸດຫ້າສິບເອັດ ສ່ວນຮ້ອຍ) ຫາ 6.50% (ຫົກຈຸດຫ້າສິບ ສ່ວນສຮ້ອຍ) ໃຫຫຼຸດອັດຕາການ ເກັບເງິນ ກທນ ຈົນກວ່າ ອັດຕາການເກັບ ຈະເທົາ 300 ກີບຕໍ່ລິດ ເເຕ່ຖ້າບໍ່ສາມາດດັດສົມລາຄາໄດ້ ໃຫ້ຈາຍເງິນຊົດເຊີຍ ເພື່ອໃຫ້ໄດ້ໃນອັດຕາ 60% (ຫົກສິບ ສ່ວນຮ້ອຍ) ຂອງລາຄາຜິດດ່ຽງ ທີ່ເພີ່ມຂື້ນ;

3. ລາຄາຂາຍຍ່ອຍ ເພີ່ມຂື້ນ ເເຕ່ 6,51% ( ຫົກຈຸດຫ້າສິບເອັດ ສ່ວນຮ້ອຍ) ຫາ 8,50% ( ເເປດຈຸດຫ້າສິບ ສ່ວນຮ້ອຍ) ໃຫ້ຫຼຸດອັດຕາການ ເກັບເງິນ ກທນ ຈົນກວ່າອັດຕາການເກັບ ຈະເທົາກັບ 300 ກີບ ຕໍ່ລິດ ເເຕ່ຖ້າບໍ່ສາມາດດັດສົມໄດ້ ໃຫ້ຈ່າຍເງິນຊົດເຊີຍ ເພື່ອໃຫ້ໄດ້ອັດຕາ 70% ( ເຈັດສິບ ສ່ວນຮ້ອຍ) ຂອງລາຄາຜິດດ່ຽງ ທີ່ເພີ່ມຂື້ນ;

4. ລາຄາຂາຍຍ່ອຍ ເພີ່ມຂື້ນ ຫລາຍກວ່າ 8,50% ( ເເປດຈຸດຫ້າສິບ ສ່ວນຮ້ອຍ) ໃຫ້ສະພາບໍລິຫານ ກທນ ຄົ້ນຄວ້າ ເເລະ ລາຍງານ ຕໍ່ລັດຖະບານ ພິຈາລະນາ

ສຳລັບການປຸງເເຕ່ງ ຢູ່ພາຍໃນປະເທດ ທີ່ໄດ້ປະລິມານນໍ້າມັນເຊື້ອໄຟ ເພີ່ມຂື້ນນັ້ນ ໃຫ້ຈາຍເງິນ ຊົດເຊີຍ ກທນ ໃນສ່ວນທີ່ເພີ່ມຂື້ນ

ມາດຕາ 13 ເງຶ່ອນໄຂຂອງການຮັບເງິນຊົດເຊີຍ ຈາກກອງທຶນນໍ້າມັນເຊື້ອໄຟ

ຜູ້ນໍາເຂົ້າ ເເລະ ຜູ້ປູງເເຕ່ງ ນໍ້າມັນເຊື້ອໄຟ ທີ່ຈະໄດ້ຮັບການຈ່າຍເງິນຊົດເຊີຍ ຈາກ ກທນ ຕ້ອງມີເງື່ອນໄຂດັ່ງນນີ້:

1. ຖືບັນຊີ ຕາມກົດໝາຍວ່າດ້ອຍການບັນຊີ;

2. ເປີດບັນຊີເງິນຝາກ ນໍາທະນາຄານທຸລະກິດ ທີ່ຢູ່ ສປປ ລາວ;

3. ປະກອບເອກະສານ ຕາມເເບບພິມ ທີ່ ກທນ ກໍານົດ.

ກະຊວງອຸດສາຫາກຳ ເເລະ ການຄ້າ ປະສານສົມທົບກັບ ກະຊວງການເງິນ ເເລະ ພາກສ່ວນອື່ີນທີ່ກ່ຽວຂ້ອງ ຄົ້ນຄວ້າກຳນົດ ຂັ້ນຕອນ ເເລະ ວິທີການ ລະອຽດ ໃນການຊົດເຊິຍ ໃຫ້ມີຄວາມວ່ອງໄວ ເເລະ ທັນການ

 

ໝວດທີ 4

ການຄຸ້ມຄອງບໍລິຫານກອງທຶນນໍ້າມັນເຊື້ອໄຟ

 

ມາດຕາ 14 ໂຄງປະກອບການຈັດນຕັ້ງ ຂອງກອງທຶນນໍ້າມັນເຊື້ອໄຟ

ໂຄງປະກອບການຈັດຕັ້ງ ຂອງ ກທນ ປະກອບດ້ວຍ:

1. ສະພາບໍລິຫານ ກທນ;

2. ກອງເລຂາ ກທນ

 

ມາດຕາ 15 ສະພາບໍລິຫານ ກອງທຶນນໍ້າມັນເຊື້ອໄຟ

 ສະພາບໍລິຫານ ກທນ ເປັນອົງການບໍລິຫານສູງສູດ ຂອງ ກທນ, ເປັນອົງການທີ່ບໍ່ປະຈໍາການ ມີພາລະບົດບາດໃນການຊີ້ນໍາ, ນໍາພາ ເເລະ ຕິດຕາມ ກວດກາ ການຄຸ້ມຄ້ອງບໍລິຫານ ກທນ

ສະມາຊີກສະພາບໍລິຫານ ກທນ ຖືກເເຕ່ງຕັ້ງ ຫຼື ປົດຕໍາເເໜ່ງ ໂດຍນາຍົກລັດຖະມົນຕີ ຕາມການສະເໜີຂອງລັດຖະມົນຕີ ກະຊວງອຸດສາຫະກຳ ເເລະ ການຄ້າ ໂດຍການປະສານສົມທົບກັບພາກສ່ວນທີ່ກ້ຽວຂ້ອງ.

ສະພາບໍລິຫານ ກທນ ມີວາລະ ການບໍລິຫານ ກທນ ຫ້າປີ

 

ມາດຕາ 16 ໂຄງປະກອບບຸກຄະລາກອນ ຂອງສະພາບໍລິຫານ

ໂຄງການປະກອບບຸກຄະລາກອນຂອງສະພາບໍລິຫານ ກທນ ປະກອບດ້ວຍ:

1. ລັດຖະມົນຕີ ກະຊວງອຸດສາຫະກຳ ເເລະ ການຄ້າ                                               ເປັນປະທານ;

2. ຮອງລັດມົນຕີ ກະຊວງການເງິນ                                                               ເປັນຮອງປະທານ;

3. ຮອງລັດມົນຕີ ກະຊວງາອຸດສາຫະກໍາ ເເລະ ການຄ້າ                  ເປັນຮອງປະທານ ທັງເປັນຜູ້ປະຈຳການ;

4. ຫົວໜ້າ ກົມພາສີ ກະຊວງການເງິນ                                                                 ເປັນຄະນະ;

5. ຫົວໜ້າ ກົມງົບປະມານເເຫ່ງລັດ ກະຊວງການເງິນ                                                 ເປັນຄະນະ;

6. ປະທານ ສະມາຄົມນໍ້າມັນເຊື້ອໄຟ ເເລະ ອາຍເເກັດລາວ                                           ເປັນຄະນະ;

7. ຫົວໜ້າ ກົມການຄ້າພາຍໃນກະຊວງອຸດສາຫະກໍາ ເເລະ ການຄ້າ       ເປັນຄະນະ ທັງເປັນຫົວນ້າກອງເລຂາ.

ໂຄງປະກອບບຸກຄະລາກອນ ຂອງສະພາບໍລິຫານ ກທນ ສາມາດ ປັບປູງ ເເລະ ປ່ຽນເເປງ ຕາມຄວາມຈຳເປັນ ໂດຍການຕົກລົງເຫັນດີຂອງນາຍົກລັດມົນຕີ.

ສະມາຊິກຂອງສະພາບໍລີຫານ ກທນ ຈະບໍໄດ້ຮັບເງິນເດືອນ ໃນການປະຕີບັດໜ້າທີ່ຂອງຕົນເເຕ່ຈະໄດ້ເບ້ຍປະຊຸມ ເເລະ ນະໂຍບາຍ ຕາມລະບຽນການຄູ່້ມຄອງ ກທນ

 

ມາດຕາ 17 ສິດ ເເລະ ໜ້າທີ່ ຂອງສະພາບໍລິຫານ

ສະພາບໍລິຫານ ກທນ ມີສິດ ເເລະ ໜ້າທີ່ ດັ່ງນີ້:

1. ກໍານົດ ນະໂຍບາຍ, ລະບຽບການ ກ່ຽວກັບ ການຄູ້ມຄອງ ເເລະ ການເຄື່ອນໄຫວຂອງ ກທນ ໃຫ້ພາກສ່ວນທີ່ກ່ຽວຂ້ອງ

2. ໂຄສະນາ ເຜີຍເເຜ່ ນະໂຍບາຍ, ລະບຽບການ ກ່ຽວກັບ ການຄູ້ມຄອງ ເເລະ ການເຄື່ອນໄຫວ ຂອງ ກທນ ໃຫ້ພາກສ່ວນທີ່ກ່ຽວຂ້ອງ;

3. ພິຈາລະນາ ຮັບຮອງເເຜນການເຄື່ອນໄຫວ, ເເຜນງົບປະມານ ປະຈໍາປີ ຂອງ ກທນ;

4. ພິຈາລະນາ ຮັບຮອງ ບົດລາຍງານການເງິນ ຂອງ ກທນ;

5. ເເຕ່ງຕັ້ງ ຫຼື ປົດຕຳເເໜ່ງ ກອງເລຂາ ກທນ;

6. ຄົ້ນຄວ້າ ລາຄານໍ້າມັນເຊື້ອໄຟ ຫາກເພີ່ມຂື້ນ ຫຼື ຫຼຸດລົງ ຫຼາຍກວ່າ 8,50%( ເເປດຈຸດຫ້າສິບ ສ່ວນຮ້ອຍ) ຂອງລາຄາຂາຍຍ່ອຍ ເພື່ອສະເໜີ ລັດຖະບານ ພິຈາລະນາ;

7. ຊີ້ນໍາ ເເລະ ຕິດຕາມ ກວດກາ ການເຄື່ອນ ໄຫວ ຂອງກອງເລຂາ ກທນ;

8. ຮັບຜິດຊອບ ຕໍ່ຜົນສຳເລັດ ເເລະ ຂໍ້ຂາດຕົກບົກຜ່ອງ ໃນການຄຸ້ມຄອງ ກທນ;

9 . ສະຫຼຸບ ເເລະ ລາຍງານການເຄື່ອນໄຫວວຽກງານ ກທນ ໃຫ້ລັດຖະບານ ຢ່າງເປັນປົດກະຕີ;

10. ນໍາໃຊ້ສິດ ເເລະ ປະຕີບັດໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ເເລະ ລະບຽບການ

 

ມາດຕາ 18 ກອງປະຊຸມສະພາບໍລິຫານ ກອງທຶນນໍ້າມັນເຊື້ອໄຟ

ກອງປະຊູຸມສະໄໝສາມັນ ຂອງສະພາບໍລິຫານ ກທນ ຈັດຂື້ນ ຢ່າງໜ້ອຍ ສອງຄັ້ງ ຕໍ່ປີ, ໃນກໍລະນີຈຳເປັນ ເເລະ ຮິບດວນ ສາມາດເປີດກອງປະຊຸມສະໄໝວິສາມັນ ຂື້ນໄດ້ ຊື່ງຕ້ອງສະມາຊີິກ ຂອງສະພາບໍລິຫານ ກທນ ເຂົ້າຮ່ວມ ຢ່າງໜ້ອຍ ສອງສ່ວນສາມຂື້ນໄປ ຈື່ງສາມາດເປີດປະຊຸມໄດ້. ມະຕີຂອງປະຊຸມ ສະພາບໍລິຫານ ກທນ

ມາດຕາ 19 ກອງເລຂາ ກອງທຶນນໍ້າມັນເຊື້ອໄຟ

ກອງເລຂາ ກທນ ແມ່ນ ການຈັດຕັ້ງທີ່ເຮັດໜ້າທີ່ປົກກະຕິ ແລະ ເປັນເສນາທິການ ໃຫ້ແກ່ສະພາບໍລິ ຫານ ກທນ ໃນການຄຸ້ມຄອງບໍລິຫານ ກທນ ໂດຍກໍານົດເອົາ ກົມການຄ້າພາຍໃນ ກະຊວງອຸດສາຫະກຳ ແລະ ການຄ້າ ເປັນຫ້ອງການກອງເລຂາ,

ກອງເລຂາ ກທນ ປະກອບດ້ວຍ ຫົວໜ້າ, ຮອງຫົວໜ້າ ແລະ ວິຊາການຊ່ວຍວຽກ ຈຳນວນໜຶ່ງ ຊຶ່ງ ຖືກແຕ່ງຕັ້ງ ຫຼື ປົດຕຳແໜ່ງ ໂດຍສະພາບໍລິຫານ ກທນ.

ມາດຕາ 20 ສິດ ແລະ ໜ້າທີ່ ຂອງກອງເລຂາ ກອງທຶນນໍ້າມັນເຊື້ອໄຟ

ກອງເລຂາ ກທນ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

1. ຄົ້ນຄວ້າສ້າງ ນະໂຍບາຍ, ລະບຽບການ ກ່ຽວກັບການຄຸ້ມຄອງ ແລະ ການເຄື່ອນໄຫວ ຂອງ ກທນ ເພື່ອສະເໜີ ສະພາບໍລິຫານ ພິຈາລະນາ;

2. ຄົ້ນຄວ້າສ້າງ ແຜນການເຄື່ອນໄຫວ, ແຜນງົບປະມານ ປະຈຳປີ ຂອງ ກທນ ເພື່ອສະເໜີ ສະພາບໍລິຫານ ພິຈາລະນາ;

3. ໂຄສະນາ ເຜີຍແຜ່ ນະໂຍບາຍ, ລະບຽບການ ກ່ຽວກັບ ການຄຸ້ມຄອງ ແລະ ການເຄື່ອນໄຫວ ຂອງ ກທນ ໃຫ້ພາກສ່ວນທີ່ກ່ຽວຂ້ອງ;

4. ຄຸ້ມຄອງບໍລິຫານ ກທນ ໂດຍສອດຄ່ອງກັບກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງ;

5. ຄົ້ນຄວ້າ ການດັດສົມລາຄານໍ້າມັນເຊື້ອໄຟ ແລະ ການຊົດເຊີຍ ເພື່ອສະເໜີ ປະທານ ສະພາບໍລິຫານ ກທນ ພິຈາລະນາ;

6. ຄົ້ນຄວ້າ ລາຄານໍ້າມັນເຊື້ອໄຟ ໃນກໍລະນີລາຄາຂາຍຍ່ອຍ ເພີ່ມຂຶ້ນ ຫຼື ຫຼຸດລົງ ຫຼາຍກວ່າ 8,50% (ແປດຈຸດຫ້າສິບ ສ່ວນຮ້ອຍ) ເພື່ອສະເໜີ ສະພາບໍລິຫານ ພິຈາລະນາ;

7. ກວດກາຄວາມຖືກຕ້ອງ ຂອງເອກະສານຂໍຮັບເງິນຊົດເຊີຍ ຈາກຜູ້ນໍາເຂົ້າ ແລະ ຜູ້ປຸງແຕ່ງ ນ້ຳມັນເຊື່ອໄຟ;

8. ຖືບັນຊີ, ສະຫຼຸບ ແລະ ລາຍງານ ການເງິນ ໃຫ້ຖືກຕ້ອງ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍ ກາບັນຊີ;

9. ຕິດຕາມ ກວດກາ ບໍລິມາດການນໍາເຂົ້າ, ການຜະລິດ, ປຸງແຕ່ງ ແລະ ການຈໍາໜ່າຍ ນໍ້າມັນເຊື້ອ

10. ອະທິບາຍ, ຊີ້ແຈງຄວາມສົນໃຈ, ຂໍ້ຂ້ອງໃຈຂອງສັງຄົມ ກ່ຽວກັບ ກທນ;

11. ສະຫຼຸບ ແລະ ລາຍງານ ການເຄື່ອນໄຫວວຽກງານຂອງຕົນ ຕໍ່ສະພາບໍລິຫານ ກທນ ຢ່າງເປັນປົກກະຕີ;

12. ນໍາໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມການມອບໝາຍຂອງສະພາບໍລິຫານ ກທນ.

 

ໝວດທີ 5

ການເປີດບັນຊີ, ການກວດກາ, ການກວດສອບ ແລະ ການລາຍງານ

 

ມາດຕາ 21 ການເປີດບັນຊີເງິນຝາກກອງທຶນນໍ້າມັນເຊື້ອໄຟ

ກທນ ຕ້ອງມີລະບົບການບັນຊີ ຕາມກົດໝາຍວ່າດ້ວຍການບັນຊີ ແລະ ສາມາດເປີດບັນຊີເງິນຝາກ ຢູ່ ຄັງເງິນແຫ່ງຊາດ ຫຼື ທະນາຄານທຸລະກິດ ທີ່ມີຄວາມໝັ້ນຄົງ ແລະ ເຊື່ອຖືໄດ້ ຕາມການເຫັນຕິຂອງກະຊວງ ການເງິນ.

ທຸກແຫຼ່ງລາຍຮັບຂອງ ກທນ ຕ້ອງໂອນເຂົ້າບັນຊີເງິນຝາກດັ່ງກ່າວ.

ມາດຕາ 22 ການກວດກາ

ການກວດກາ ກທນ ແມ່ນ ການກວດກາການເຄື່ອນໄຫວ ແລະ ການຄຸ້ມຄອງບໍລິຫານ ຂອງ ກທນ ຊຶ່ງປະກອບດ້ວຍ ສາມ ຮູບການ ດັ່ງນີ້:

1. ການກວດກາ ຕາມລະບົບປົກກະຕິ ແມ່ນ ການກວດກາ ທີ່ດໍາເນີນໄປຕາມແຜນການ ຢ່າງເປັນ ປະຈຳ ແລະ ມີກຳນົດເວລາ ອັນແນ່ນອນ;

2. ການກວດກາ ໂດຍແຈ້ງໃຫ້ຮູ້ລ່ວງໜ້າ ແມ່ນ ການກວດການອກແຜນ ເມື່ອເຫັນວ່າ ມີຄວາມຈຳ ເປັນ ໂດຍການແຈ້ງ ໃຫ້ຜູ້ຖືກກວດກາ ຊາບລ່ວງໜ້າ;

3. ການກວດກາ ແບບກະທັນຫັນ ແມ່ນ ການກວດກາແບບຮົບດ່ວນ ຊຶ່ງບໍ່ໄດ້ແຈ້ງ ໃຫ້ຜູ້ຖືກກວດກາຊາບລ່ວງໜ້າ.

 

ມາດຕາ 23 ການກວດສອບ

ກທນ ຕ້ອງໄດ້ຮັບການກວດສອບທຸກປີ ໂດຍອົງການກວດສອບແຫ່ງລັດ ຊຶ່ງຜົນຂອງການກວດສອບ ຕ້ອງແຈ້ງໃຫ້ສາທາລະນະຊົນຮັບຮູ້. ໃນກໍລະນີຫາກພົບເຫັນການກະທຳຜິດ ຕ້ອງຖືກດໍາເນີນຄະດີ ຕາມກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງ.

ໃນກໍລະນີມີຄວາມຈຳເປັນ ສາມາດໃຫ້ມີຜູ້ກວດສອບອິດສະລະໄດ້ ຕາມການສະເໜີຂອງສະພາ ບໍລິຫານ ກທນ.

ມາດຕາ 24 ການລາຍງານ

ກອງເລຂາ ກທນ ຕ້ອງລາຍງານ ການຄຸ້ມຄອງບໍລິຫານກອງທຶນ ລວມທັງລາຍຮັບ-ລາຍຈ່າຍ ປະຈຳ ຫົກເດືອນ ແລະ ປະຈຳປີ ໃຫ້ສະພາບໍລິຫານ ກທນ ເພື່ອພິຈາລະນາ ລາຍງານຕໍ່ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງການເງິນ ແລະ ອົງການກວດສອບແຫ່ງລັດ ຕາມກົດໝາຍ ແລະ ລະບຽບການ.

ໝວດທີ 6

ບົດບັນຍັດສຸດທ້າຍ

 

ມາດຕາ 25 ເຄື່ອງໝາຍ ແລະ ຕາປະທັບ

ກອງທຶນນໍ້າມັນເຊື້ອໄຟ ມີ ເຄື່ອງໝາຍ ແລະ ຕາປະທັບເປັນຂອງຕົນ ເພື່ອຮັບໃຊ້ ເຂົ້າໃນການເຄື່ອນ ໄຫວວຽກງານທາງລັດຖະການ.

ມາດຕາ 26 ການຈັດຕັ້ງປະຕິບັດ

ກະຊວງອຸດສາຫະກຳ ແລະ ການຄ້າ ເປັນເຈົ້າການ ໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດດຳລັດສະບັບນີ້ ໃຫ້ມີປະສິດທິຜົນ.

ກະຊວງ, ອົງການລັດທຽບເທົ່າກະຊວງ, ອົງການປົກຄອງທ້ອງຖິ່ນ ແລະ ພາກສ່ວນທີ່ກ່ຽວຂ້ອງ ຈົ່ງ ຮັບຮູ້, ໃຫ້ການຮ່ວມມື ແລະ ປະຕິບັດ ດຳລັດສະບັບນີ້ ຢ່າງເຂັ້ມງວດ.

ມາດຕາ 27 ຜົນສັກສິດ

ດຳລັດສະບັບນີ້ ມີຜົນສັກສິດ ນັບແຕ່ວັນທີ 28 ກຸມພາ 2024 ເປັນຕົ້ນໄປ

 

ຕາງໜ້າລັດຖະບານ

ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ

ສອນໄຊ ສີພັນດອນ

 

# ຫົວຂໍ້ ດາວໂຫຼດ
1 ດໍາລັດ ວ່າດ້ວຍກອງທຶນນໍ້າມັນເຊື້ອໄຟ, ເລກທີ 83/ລບ, ລົງວັນທີ 16 ມັງກອນ 2024. PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.