ສາລະບານ

ໝວດທີ 1 - ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ
ມາດຕາ 2. ມາດຕະຖານສາກົນ, ພາກພື້ນ ແລະ ຕ່າງປະເທດ
ມາດຕາ 3. ການມີສ່ວນຮ່ວມລະຫວ່າງພາກລັດ ແລະ ເອກະຊົນ

ໝວດທີ 2 - ມາດຕະຖານ

ມາດຕາ 4. ລະບຽບການສໍາລັບການກະກຽມ, ການຮັບຮອງ ແລະ ການນໍາໃຊ້ມາດຕະຖານແຫ່ງຊາດ ແລະ ທ້ອງຖິ່ນ
ມາດຕາ 5. ຂັ້ນຕອນການກະກຽມ, ການຮັບຮອງ ແລະ ການນໍາໃຊ້ມາດຕະຖານແຫ່ງຊາດ
ມາດຕາ 6. ຂັ້ນຕອນການກະກຽມ, ການຮັບຮອງ ແລະ ການນໍາໃຊ້ມາດຕະຖານທ້ອງຖິ່ນ

ໝວດທີ 3 - ລະບຽບການເຕັກນິກ ແລະ ຫຼັກການປະຕິບັດ

ມາດຕາ 7. ລະບຽບການເຕັກນິກ, ການຮັບຮອງ, ການພິມເຜີຍແຜ່ ແລະ ການນໍາໃຊ້ລະບຽບການເຕັກນິກ
ມາດຕາ 8. ຂັ້ນຕອນການກະກຽມ, ການຮັບຮອງ, ການພິມເຜີຍແຜ່ ແລະ ການນໍາໃຊ້ລະບຽບການເຕັກນິກ
ມາດຕາ 9. ຄວາມຮັບຜິດຊອບຂອງ ກວຕ ໃນການສ້າງ ແລະ ນໍາໃຊ້ລະບຽບການເຕັກນິກ
ມາດຕາ 10. ການສ້າງຫຼັກການຈັດຕັ້ງປະຕິບັດລະບຽບການເຕັກນິກ

ໝວດທີ 4 - ຂັ້ນຕອນການປະເມີນຄວາມສອດຄ່ອງ

ມາດຕາ 11. ການປະເມີນຄວາມສອດຄ່ອງ
ມາດຕາ 12. ລະບຽບການກ່ຽວກັບຂັ້ນຕອນການປະເມີນຄວາມສອດຄ່ອງ
ມາດຕາ 13. ການກໍານົດຂັ້ນຕອນການປະເມີນຄວາມສອດຄ່ອງ

ໝວດທີ 5 - ການຮັບຮອງ ແລະ ການຢັ້ງຢືນ

ມາດຕາ 14. ອົງການຮັບຮອງແຫ່ງຊາດ
ມາດຕາ 15. ສິດ ແລະ ໜ້າທີ່ຂອງອົງການຮັບຮອງແຫ່ງຊາດ
ມາດຕາ 16. ອົງການຢັ້ງຢືນ
ມາດຕາ 17. ການຢັ້ງຢືນ

ໝວດທີ 6 - ການປັບປຸງ ຫຼື ການຍົກເລີກມາດຕະຖານ ແລະ ລະບຽບການເຕັກນິກ

ມາດຕາ 18. ການປັບປຸງ ຫຼື ການຍົກເລີກມາດຕະຖານ ແລະ ລະບຽບການເຕັກນິກ

ໝວດທີ 7 - ບົດບັນຍັດສຸດທ້າຍ

ມາດຕາ 19. ການຈັດຕັ້ງປະຕິບັດ
ມາດຕາ 20. ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ລັດຖະບານ   ເລກທີ 234/ລບ
ນະຄອນຫຼວງວຽງຈັນ, ວັນທີ 06 ມິຖຸນາ 2012

ດໍາລັດ
ແນະນໍາການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍມາດຕະຖານ

  • ອີງຕາມ ກົດໝາຍວ່າດ້ວຍລັດຖະບານແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະບັບເລກທີ 02/ສພຊ, ລົງວັນທີ 06 ພຶດສະພາ 2003;
  • ອີງຕາມ ກົດໝາຍວ່າດ້ວຍມາດຕະຖານ ສະບັບເລກທີ 13/ສພຊ, ລົງວັນທີ 26 ທັນວາ 2007;
  • ອີງຕາມມະຕິກອງປະຊຸມລັດຖະບານ ປະຈໍາເດືອນ ມີນາ 2012 ສະບັບເລກທີ 04/ລບ, ລົງວັນທີ 05/04/2012;
  • ອີງຕາມໜັງສືສະເໜີຂອງ ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ສະບັບເລກທີ 0250/ກວຕ, ລົງວັນທີ 31 ພຶດສະພາ 2012.

ລັດຖະບານ ອອກດໍາລັດ:

ໝວດທີ 1
ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ
ດໍາລັດສະບັບນີ້ວາງອອກ ເພື່ອຜັນຂະຫຍາຍ, ອະທິບາຍ ແລະ ແນະນໍາເນື້ອໃນບາງມາດຕາ ຂອງກົດໝາຍວ່າດ້ວຍມາດຕະຖານ ໃຫ້ລະອຽດ, ຈະແຈ້ງ, ມີຄວາມເຂົ້າໃຈຖືກຕ້ອງ ແລະ ເປັນເອກະພາບໃນຂອບເຂດທົ່ວປະເທດ ແນໃສ່ແນະນໍາການຈັດຕັ້ງປະຕິບັດ ກົດໝາຍດັ່ງກ່າວ ໃຫ້ມີປະສິດທິຜົນ ພ້ອມທັງສອດຄ່ອງກັບສົນທິສັນຍາ ແລະ ສັນຍາສາກົນ ແລະ ພາກພື້ນທີ່ ສປປ ລາວ ເປັນພາຄີ. ຂ້າງເທິງ

ມາດຕາ 2. ມາດຕະຖານສາກົນ, ພາກພື້ນ ແລະ ຕ່າງປະເທດ
ມາດຕະຖານສາກົນ, ພາກພື້ນ ແລະ ຕ່າງປະເທດ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 19 ຂໍ້ 1 ຂອງກົດໝາຍວ່າດ້ວຍມາດຕະຖານ ມີຄວາມໝາຍດັ່ງນີ້:

ມາດຕະຖານສາກົນ ໝາຍເຖິງ ມາດຕະຖານທີ່ຖືກຮັບຮອງ ໂດຍອົງການມາດຕະຖານສາກົນ ແລະ ສາມາດໃຫ້ສາທາລະນະຊົນ ເຂົ້າເຖິງໄດ້.

ມາດຕະຖານພາກພື້ນ ໝາຍເຖິງ ມາດຕະຖານທີ່ຖືກຮັບຮອງ ໂດຍອົງການມາດຕະຖານພາກພື້ນ ແລະ ສາມາດໃຫ້ສາທາລະນະຊົນເຂົ້າເຖິງໄດ້.

ມາດຕະຖານຕ່າງປະເທດ ໝາຍເຖິງ ມາດຕະຖານທີ່ຖືກຮັບຮອງ ໂດຍປະເທດເຈົ້າຂອງ ແລະ ສາມາດໃຫ້ສາທາລະນະຊົນເຂົ້າເຖິງໄດ້. ຂ້າງເທິງ

າດຕາ 3. ການມີສ່ວນຮ່ວມລະຫວ່າງພາກລັດ ແລະ ເອກະຊົນ
ການມີສ່ວນຮ່ວມລະຫວ່າງພາກລັດ ແລະ ເອກະຊົນ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 5 ວັກສຸດທ້າຍຂອງກົດໝາຍວ່າດ້ວຍມາດຕະຖານ ແມ່ນລວມເອົາການສົ່ງເສີມໂດຍລັດຖະບານ ແລະ ອົງການປົກຄອງທ້ອງຖິ່ນ ໃຫ້ມີການສ້າງຈິດສໍານຶກກ່ຽວກັບຜົນປະໂຫຍດ ທີ່ໄດ້ຈາກກິດຈະກໍາດ້ານມາດຕະຖານ ແລະ ການຊຸກຍູ້ສົ່ງເສີມໃຫ້ພາກເອກະຊົນ ມີສ່ວນຮ່ວມໃນການສ້າງມາດຕະຖານ ແລະ ຂັ້ນຕອນການປະເມີນຄວາມສອດຄ່ອງ. ຂ້າງເທິງ

ໝວດທີ 2
ມາດຕະຖານ

ມາດຕາ 4. ລະບຽບການສໍາລັບການກະກຽມ, ການຮັບຮອງ ແລະ ການນໍາໃຊ້ມາດຕະຖານແຫ່ງຊາດ ແລະ ທ້ອງຖິ່ນ
ການກະກຽມ, ການຮັບຮອງ ແລະ ການນໍາໃຊ້ມາດຕະຖານແຫ່ງຊາດ ແລະ ທ້ອງຖິ່ນຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 19, 20, 21, 22, 23 ແລະ 24 ຂອງກົດໝາຍວ່າດ້ວຍມາດຕະຖານ ໃຫ້ປະຕິບັດຕາມລະບຽບການພື້ນຖານດັ່ງນີ້:

  1. ຮັບຮອງເອົາ "ຫຼັກການ ການປະຕິບັດທີ່ດີສໍາລັບການກະກຽມ, ການຮັບຮອງ ແລະ ການນໍາໃຊ້ມາດຕະຖານ" ຢູ່ໃນເອກະສານຊ້ອນທ້າຍ 3 ຂອງສັນຍາ ຂອງອົງການການຄ້າໂລກ ວ່າດ້ວຍສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ;
  2. ປະຕິບັດມາດຕະຖານ ແບບສະໝັກໃຈ;
  3. ບໍ່ສ້າງສິ່ງກີດຂວາງທີ່ເປັນອຸປະສັກ ໂດຍບໍ່ຈໍາເປັນຕໍ່ການຄ້າ;
  4. ປະຕິບັດຢ່າງໜ້ອຍໃຫ້ເທົ່າທຽມກັນລະຫວ່າງ ຜະລິດຕະພັນນໍາເຂົ້າກັບຜະລິດຕະພັນພາຍໃນປະເທດ ແລະ ລະຫວ່າງຜະລິດຕະພັນນໍາເຂົ້າຈາກຕ່າງປະເທດດ້ວຍກັນ;
  5. ມາດຕະຖານແຫ່ງຊາດ ຕ້ອງອີງໃສ່ມາດຕະຖານສາກົນ ໃນກໍລະນີທີ່ເປັນໄປໄດ້;
  6. ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຕ້ອງເຂົ້າຮ່ວມຢ່າງເຕັມສ່ວນ ໂດຍອີງຕາມຄວາມເໝາະສົມ ແລະ ຄວາມຈໍາກັດທາງດ້ານຊັບພະຍາກອນ ໃນການກະກຽມມາດຕະຖານສາກົນ ທີ່ດໍາເນີນໂດຍອົງການມາດຕະຖານສາກົນທີ່ກ່ຽວຂ້ອງ  ກ່ຽວກັບມາດຕະຖານທີ່ຕົນໄດ້ຮັບຮອງເອົາແລ້ວ ຫຼື ຄາດວ່າຈະຮັບຮອງເອົາ ເພື່ອສ້າງຄວາມເປັນເອກະພາບທາງດ້ານມາດຕະຖານ ໃຫ້ກວ້າງຂວາງເທົ່າທີ່ຈະເປັນໄປໄດ້;
  7. ມາດຕະຖານ ຕ້ອງອີງໃສ່ເງື່ອນໄຂການນໍາໃຊ້ຜະລິດຕະພັນ ຫຼາຍກວ່າອີງໃສ່ຮູບແບບ ຫຼື ຮູບປະພັນຂອງຜະລິດຕະພັນ ໃນກໍລະນີທີ່ເຫັນວ່າມີຄວາມເໝາະສົມ. ຂ້າງເທິງ

ມາດຕາ 5. ຂັ້ນຕອນການກະກຽມ, ການຮັບຮອງ ແລະ ການນໍາໃຊ້ມາດຕະຖານແຫ່ງຊາດ
ການສ້າງມາດຕະຖານແຫ່ງຊາດ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 21 ຂອງກົດໝາຍວ່າດ້ວຍມາດຕະຖານ ໃຫ້ປະຕິບັດຕາມຂັ້ນຕອນດັ່ງນີ້:

  1. ການສະເໜີສ້າງມາດຕະຖານແຫ່ງຊາດ

ບຸກຄົນ ຫຼື ການຈັດຕັ້ງສາມາດສະເໜີສ້າງມາດຕະຖານແຫ່ງຊາດ ຕໍ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ (ກວຕ) ຫຼື ສະພາມາດຕະຖານແຫ່ງຊາດ ສາມາດສະເໜີສ້າງມາດຕະຖານດ້ວຍຕົນເອງ.

ກວຕ ພິຈາລະນາການສະເໜີສ້າງມາດຕະຖານແຫ່ງຊາດທັງໝົດ ໂດຍອີງໃສ່ຫຼັກການຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 6 ຂອງກົດໝາຍວ່າດ້ວຍມາດຕະຖານ ແລະ ມາດຕາ 4 ຂອງດໍາລັດສະບັບນີ້. ໃນກໍລະນີຂໍ້ສະເໜີຖືກຮັບຮອງເອົາແລ້ວ, ກວຕ ຕ້ອງມອບໝາຍໃຫ້ຄະນະກໍາມະການເຕັກນິກສູນກາງ ທີ່ກ່ຽວຂ້ອງເປັນຜູ້ຮ່າງມາດຕະຖານ.

  1. ການຮ່າງມາດຕະຖານແຫ່ງຊາດ

ຄະນະກໍາມະການເຕັກນິກຂັ້ນສູນກາງ (ຄຕກ) ທີ່ກ່ຽວຂ້ອງຕ້ອງຄົ້ນຄວ້າ ແລະ ຮ່າງມາດຕະຖານແຫ່ງຊາດ ໂດຍປະສານສົມທົບກັບຜູ້ສະເໜີສ້າງ, ຜູ້ສະໜອງ ແລະ ຜູ້ຊົມໃຊ້. ຄຕກ ສາມາດນໍາໃຊ້ຊ່ຽວຊານຕ່າງປະເທດ ທີ່ເຫັນວ່າມີຄວາມເໝາະສົມ.

ຄຕກ ຕ້ອງນໍາເອົາຮ່າງມາດຕະຖານແຫ່ງຊາດ ລົງໃນເວັບໄຊທ໌ຂອງ ກວຕ ແລະ ສື່ສິ່ງພິມອື່ນ ເພື່ອຮັບເອົາຄໍາເຫັນຈາກສາທາລະນະຊົນຢ່າງໜ້ອຍ ຫົກສິບວັນ. ຄຕກ ຕ້ອງກວດກາ ແລະ ດັດແກ້ຮ່າງມາດຕະຖານແຫ່ງຊາດ ຕາມຄວາມເໝາະສົມບົນພື້ນຖານຄໍາເຫັນທີ່ໄດ້ຮັບ. ຄຕກ ຕ້ອງສະເໜີຮ່າງມາດຕະຖານແຫ່ງຊາດ ຕໍ່ສະພາມາດຕະຖານແຫ່ງຊາດ ເພື່ອພິຈາລະນາຮັບຮອງເອົາ.

  1. ການຮັບຮອງມາດຕະຖານແຫ່ງຊາດ

ສະພາມາດຕະຖານແຫ່ງຊາດ (ສພມຊ) ຄົ້ນຄວ້າຮ່າງມາດຕະຖານແຫ່ງຊາດ ເພື່ອພິຈາລະນາຮັບຮອງທາງດ້ານຫຼັກການ.

ຮ່າງມາດຕະຖານແຫ່ງຊາດ ຈະຖືກຮັບຮອງກໍຕໍ່ເມື່ອມີຄະແນນສຽງເຫັນດີຢ່າງໜ້ອຍ ສອງສ່ວນສາມ ຂອງຈໍານວນສະມາຊິກ ສພມຊ ທີ່ເຂົ້າຮ່ວມກອງປະຊຸມ. ສພມຊ ຕ້ອງນໍາສະເໜີມາດຕະຖານແຫ່ງຊາດ ທີ່ຖືກຮັບຮອງທາງດ້ານຫຼັກການຕໍ່ ກວຕ ເພື່ອຮັບຮອງຢ່າງເປັນທາງການ.

  1. ການປະກາດໃຊ້, ການເຜີຍແຜ່ ແລະ ການນໍາໃຊ້ມາດຕະຖານແຫ່ງຊາດ

ກວຕ ເປັນຜູ້ປະກາດໃຊ້ ແລະ ເຜີຍແຜ່ມາດຕະຖານແຫ່ງຊາດ. ມາດຕະຖານແຫ່ງຊາດ ຈະມີຜົນນໍາໃຊ້ພາຍຫຼັງ ຫົກສິບວັນ ນັບແຕ່ວັນປະກາດໃຊ້ຢ່າງເປັນທາງການ. ຂ້າງເທິງ

ມາດຕາ 6. ຂັ້ນຕອນການກະກຽມ, ການຮັບຮອງ ແລະ ການນໍາໃຊ້ມາດຕະຖານທ້ອງຖິ່ນ
ມາດຕະຖານທ້ອງຖິ່ນ ຕ້ອງປະຕິບັດຕາມຫຼັກການດຽວກັນກັບ ມາດຕະຖານແຫ່ງຊາດ ຊຶ່ງຕ້ອງຫຼີກເວັ້ນການສ້າງມາດຕະຖານຊໍ້າຊ້ອນ ກັບມາດຕະຖານແຫ່ງຊາດທີ່ໄດ້ປະກາດໃຊ້, ຖ້າມາດຕະຖານທ້ອງຖິ່ນ ຫາກຂັດກັບມາດຕະຖານແຫ່ງຊາດ ແມ່ນໃຫ້ນໍາໃຊ້ມາດຕະຖານແຫ່ງຊາດ. ຂັ້ນຕອນການສ້າງມາດຕະຖານທ້ອງຖິ່ນ ມີດັ່ງນີ້:

  1. ການສະເໜີສ້າງມາດຕະຖານທ້ອງຖິ່ນ

ບຸກຄົນ ຫຼື ການຈັດຕັ້ງສາມາດສະເໜີສ້າງມາດຕະຖານທ້ອງຖິ່ນ ຕໍ່ພະແນກວິທະຍາສາດ ແລະ ເຕັກໂນໂລຊີປະຈໍາແຂວງ, ນະຄອນ (ພວຕ).

ພວຕ ເປັນຜູ້ພິຈາລະນາການສະເໜີສ້າງມາດຕະຖານທ້ອງຖິ່ນ ໂດຍອີງໃສ່ຫຼັກການຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ  6 ຂອງກົດໝາຍວ່າດ້ວຍມາດຕະຖານ ແລະ ມາດຕາ 4 ຂອງດໍາລັດສະບັບນີ້. ໃນກໍລະນີຂໍ້ສະເໜີຖືກຮັບຮອງເອົາແລ້ວ, ພວຕ ຕ້ອງມອບໝາຍໃຫ້ຄະນະກໍາມະການເຕັກນິກທ້ອງຖິ່ນ ທີ່ກ່ຽວຂ້ອງເປັນຜູ້ຮ່າງມາດຕະຖານ.

  1. ການຮ່າງມາດຕະຖານທ້ອງຖິ່ນ

ຄະນະກໍາມະການເຕັກນິກທ້ອງຖິ່ນ (ຄຕຖ) ທີ່ກ່ຽວຂ້ອງ ປະສານສົມທົບກັບຜູ້ສະເໜີສ້າງ, ຜູ້ສະໜອງ ແລະ ຜູ້ຊົມໃຊ້ຄົ້ນຄວ້າ ແລະ ຮ່າງມາດຕະຖານທ້ອງຖິ່ນ.

ຄຕຖ ຕ້ອງເອົາຮ່າງມາດຕະຖານທ້ອງຖິ່ນລົງໃນເວັບໄຊທ໌ຂອງ ກວຕ ແລະ ສື່ສິ່ງພິມອື່ນ ເພື່ອຮັບເອົາຄໍາເຫັນຈາກສາທາລະນະຊົນ ຢ່າງໜ້ອຍ ຫົກສິບວັນ. ຄຕຖ ຕ້ອງກວດກາ ແລະ ດັດແກ້ຮ່າງມາດຕະຖານທ້ອງຖິ່ນ ຕາມຄວາມເໝາະສົມບົນພື້ນຖານຄໍາເຫັນທີ່ໄດ້ຮັບ. ຄຕຖ ຕ້ອງສະເໜີຮ່າງມາດຕະຖານທ້ອງຖິ່ນ ຕໍ່ພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ, ນະຄອນ ເພື່ອພິຈາລະນາຮັບຮອງເອົາ.

  1. ການຮັບຮອງມາດຕະຖານທ້ອງຖິ່ນ

ພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ, ນະຄອນ ຄົ້ນຄວ້າພິຈາລະນາຮັບຮອງເອົາມາດຕະຖານທ້ອງຖິ່ນ.

  1. ການປະກາດໃຊ້, ການເຜີຍແຜ່ ແລະ ການນໍາໃຊ້ມາດຕະຖານທ້ອງຖິ່ນ

ພວຕ ເປັນຜູ້ປະກາດໃຊ້ ແລະ ເຜີຍແຜ່ມາດຕະຖານທ້ອງຖິ່ນ. ມາດຕະຖານທ້ອງຖິ່ນ ຈະມີຜົນນໍາໃຊ້ພາຍຫຼັງ ຫົກສິບວັນ ນັບແຕ່ວັນປະກາດໃຊ້ຢ່າງເປັນທາງການ. ຂ້າງເທິງ

ໝວດທີ 3
ລະບຽບການເຕັກນິກ ແລະ ຫຼັກການປະຕິບັດ

ມາດຕາ 7. ລະບຽບການເຕັກນິກ, ການຮັບຮອງ, ການພິມເຜີຍແຜ່ ແລະ ການນໍາໃຊ້ລະບຽບການເຕັກນິກ
ຂັ້ນຕອນລະອຽດກ່ຽວກັບການກະກຽມ, ການຮັບຮອງ, ການພິມເຜີຍແຜ່, ການນໍາໃຊ້ ແລະ ການປັບປຸງລະບຽບການເຕັກນິກແຫ່ງຊາດ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 27 ແລະ 31 ຂອງກົດໝາຍວ່າດ້ວຍມາດຕະຖານ ຕ້ອງໄດ້ກໍານົດຕາມຫຼັກການປະຕິບັດລະບຽບການເຕັກນິກ ທີ່ພັດທະນາໂດຍ ກວຕ, ສອດຄ່ອງກັບບົດແນະນໍາການປະຕິບັດລະບຽບການທີ່ດີ, ບົດແນະນໍານະໂຍບາຍກ່ຽວກັບມາດຕະຖານ ແລະ ຄວາມສອດຄ່ອງຂອງອາຊຽນ ແລະ ສອດຄ່ອງກັບຂໍ້ຕົກລົງ ກ່ຽວກັບສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ ຂອງອົງການການຄ້າໂລກ.

ຂັ້ນຕອນລະອຽດກ່ຽວກັບການກະກຽມ, ການຮັບຮອງ, ການພິມເຜີຍແຜ່, ການນໍາໃຊ້ ແລະ ການປັບປຸງລະບຽບການເຕັກນິກແຫ່ງຊາດ ຕ້ອງປະຕິບັດຢ່າງເປັນເອກະພາບລະຫວ່າງ ບັນດາອົງການຈັດຕັ້ງ ແລະ ຂະແໜງການທີ່ກ່ຽວຂ້ອງໃນຂອບເຂດທົ່ວປະເທດ.

ອົງການປົກຄອງແຂວງ, ນະຄອນ ສາມາດສ້າງລະບຽບການເຕັກນິກ ເພື່ອນໍາໃຊ້ສະເພາະພາຍໃນຂອບເຂດ ຄວາມຮັບຜິດຊອບຂອງຕົນ ຊຶ່ງລະບຽບການດັ່ງກ່າວຕ້ອງສອດຄ່ອງ ກັບລະບຽບການເຕັກນິກແຫ່ງຊາດ ແລະ ສ້າງຂຶ້ນບົນພື້ນຖານເງື່ອນໄຂ ທີ່ມີລັກສະນະສະເພາະ ແລະ ເໝາະສົມກັບທ້ອງຖິ່ນຕົນ. ໃນກໍລະນີທີ່ລະບຽບການເຕັກນິກທ້ອງຖິ່ນ ຫາກຂັດກັບລະບຽບການເຕັກນິກແຫ່ງຊາດ ແມ່ນໃຫ້ປະຕິບັດຕາມລະບຽບການເຕັກນິກແຫ່ງຊາດ. ການສ້າງລະບຽບການເຕັກນິກທ້ອງຖິ່ນ ໃຫ້ປະຕິບັດຕາມຫຼັກການດຽວກັນກັບ ການສ້າງລະບຽບການເຕັກນິກແຫ່ງຊາດ.

ການສ້າງ, ຮັບຮອງ ແລະ ນໍາໃຊ້ລະບຽບການເຕັກນິກ ໃຫ້ປະຕິບັດຕາມຫຼັກການດັ່ງນີ້:

  1. ການສ້າງລະບຽບການເຕັກນິກ ຕ້ອງມີວັດຖຸປະສົງທີ່ຊອບທໍາ ເພື່ອປົກປ້ອງຊີວິດ ແລະ ສຸຂະພາບຂອງຄົນ, ສັດ, ພືດ ແລະ ສິ່ງແວດລ້ອມ, ສະກັດກັ້ນການຕົວະຍົວະຫຼອກລວງ, ປົກປ້ອງຄວາມໝັ້ນຄົງແຫ່ງຊາດ ແລະ ຮັບປະກັນຄຸນນະພາບຂອງສິນຄ້າສົ່ງອອກ;
  2. ລະບຽບການເຕັກນິກຕ້ອງປະຕິບັດແບບບັງຄັບ;
  3. ລະບຽບການເຕັກນິກ ຕ້ອງບໍ່ເປັນອຸປະສັກທີ່ບໍ່ຈໍາເປັນຕໍ່ການຄ້າ;
  4. ປະຕິບັດຢ່າງໜ້ອຍໃຫ້ເທົ່າທຽມກັນ ລະຫວ່າງຜະລິດຕະພັນນໍາເຂົ້າ ກັບຜະລິດຕະພັນພາຍໃນປະເທດ ແລະ ລະຫວ່າງຜະລິດຕະພັນນໍາເຂົ້າ ຈາກຕ່າງປະເທດດ້ວຍກັນ;
  5. ການສ້າງ ແລະ ການປະຕິບັດລະບຽບການເຕັກນິກ ຕ້ອງນໍາໃຊ້ວິທີທີ່ແທດເໝາະ ກັບຕົວຈິງໃນການບັນລຸວັດຖຸປະສົງ ທີ່ຊອບທໍາ ເພື່ອຫຼຸດຜ່ອນຄ່າໃຊ້ຈ່າຍໃນການສ້າງ ແລະ ການຈັດຕັ້ງປະຕິບັດ ແລະ ຫຼີກເວັ້ນຜົນສະທ້ອນທີ່ບໍ່ໄດ້ຄາດຫວັງ;
  6. ລະບຽບການເຕັກນິກ ຕ້ອງອີງໃສ່ເງື່ອນໄຂການນໍາໃຊ້ຜະລິດຕະພັນ ຫຼາຍກວ່າອີງໃສ່ຮູບແບບ ຫຼື ຮູບປະພັນຂອງຜະລິດຕະພັນ ໃນກໍລະນີທີ່ເຫັນວ່າມີຄວາມເໝາະສົມ;
  7. ການສ້າງລະບຽບການເຕັກນິກ ຕ້ອງອີງໃສ່ມາດຕະຖານສາກົນທີ່ກ່ຽວຂ້ອງ ທີ່ມີຢູ່ແລ້ວ ຫຼື ກໍາລັງສ້າງໃກ້ຈະສໍາເລັດທັງໝົດ ຫຼື ບາງສ່ວນ ເວັ້ນເສັຍແຕ່ມາດຕະຖານສາກົນດັ່ງກ່າວ ບໍ່ມີປະສິດທິຜົນ ຫຼື ແທດເໝາະສໍາລັບການບັນລຸວັດຖຸປະສົງອັນຊອບທໍາ;
  8. ໃນກໍລະນີທີ່ຕ້ອງມີລະບຽບການເຕັກນິກ ແຕ່ບໍ່ມີມາດຕະຖານສາກົນ ຫຼື ສ່ວນທີ່ກ່ຽວຂ້ອງຂອງມາດຕະຖານດັ່ງກ່າວ ຫຼື ແຕ່ບໍ່ແມ່ນວິທີທີ່ມີປະສິດທິຜົນ ຫຼື ແທດເໝາະເຊັ່ນ: ປັດໄຈດິນຟ້າອາກາດ, ພູມີສາດ ຫຼື ບັນຫາດ້ານເຕັກໂນໂລຊີພື້ນຖານ ໃນການບັນລຸຈຸດປະສົງອັນຊອບທໍາ, ໃຫ້ອີງມາດຕະຖານແຫ່ງຊາດໄດ້. ຖ້າຫາກວ່າບໍ່ມີມາດຕະຖານແຫ່ງຊາດ ທີ່ກ່ຽວຂ້ອງ, ລະບຽບການເຕັກນິກ ຕ້ອງອີງໃສ່ຫຼັກຖານດ້ານເຕັກນິກ ແລະ ວິທະຍາສາດ ແລະ ຕ້ອງຖືກສ້າງຂຶ້ນໃຫ້ສອດຄ່ອງ ກັບຫຼັກການທີ່ໄດ້ກໍານົດໄວ້ໃນມາດຕານີ້;
  9. ການກໍານົດຄວາມສອດຄ່ອງກັບລະບຽບການເຕັກນິກ ໃຫ້ປະຕິບັດຕາມຂັ້ນຕອນການປະເມີນຄວາມສອດຄ່ອງ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 11, 12 ແລະ 13 ຂອງດໍາລັດສະບັບນີ້. ຂ້າງເທິງ

ມາດຕາ 8. ຂັ້ນຕອນການກະກຽມ, ການຮັບຮອງ, ການພິມເຜີຍແຜ່ ແລະ ການນໍາໃຊ້ລະບຽບການເຕັກນິກ
ຂະແໜງການທີ່ຮັບຜິດຊອບ ໃນການສ້າງລະບຽບການເຕັກນິກ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 29, 30 ແລະ 31 ຂອງກົດໝາຍວ່າດ້ວຍມາດຕະຖານ ຕ້ອງແຕ່ງຕັ້ງຄະນະວິຊາການເຕັກນິກ ຊຶ່ງປະກອບດ້ວຍຂະແໜງການ ທີ່ກ່ຽວຂ້ອງຂອງລັດ ເພື່ອຄົ້ນຄວ້າສ້າງຮ່າງລະບຽບການເຕັກນິກ ໃຫ້ບັນລຸວັດຖຸປະສົງອັນຊອບທໍາ.

ຫຼັງຈາກຄະນະວິຊາການເຕັກນິກ ໄດ້ຮ່າງລະບຽບການເຕັກນິກສໍາເລັດໃນເບື້ອງຕົ້ນແລ້ວ ຕ້ອງໄດ້ພິມເຜີຍແຜ່ຮ່າງລະບຽບການເຕັກນິກ ໃນສື່ສິ່ງພິມອື່ນ ແລະ ເອົາລົງໃນເວັບໄຊທ໌ ເພື່ອໃຫ້ສາທາລະນະຊົນປະກອບຄໍາເຫັນຢ່າງໜ້ອຍ ຫົກສິບວັນ. ພ້ອມດຽວກັນນັ້ນ ຕ້ອງສົ່ງຮ່າງລະບຽບການດັ່ງກ່າວ ໃຫ້ອົງການການຄ້າໂລກ, ອາຊຽນ ແລະ ອົງການຈັດຕັ້ງສາກົນ ຕາມທີ່ໄດ້ກໍານົດໄວ້ໃນສົນທິສັນຍາ ແລະ ສັນຍາສາກົນທີ່ ສປປ ລາວ ເປັນພາຄີ. ຄະນະວິຊາການເຕັກນິກ ຕ້ອງຄົ້ນຄວ້າພິຈາລະນາ ແລະ ປັບປຸງຄືນຮ່າງລະບຽບການດັ່ງກ່າວ ໂດຍພິຈາລະນາຄໍາເຫັນ ແລະ ຄໍາແນະນໍາທີ່ໄດ້ຮັບ.

ຄະນະວິຊາການ ຕ້ອງເຄື່ອນໄຫວຕາມຂັ້ນຕອນທີ່ກໍານົດໄວ້ ໃນຫຼັກການການປະຕິບັດລະບຽບການເຕັກນິກ ແລະ ຕ້ອງສອດຄ່ອງກັບສົນທິສັນຍາ ແລະ ສັນຍາສາກົນ ແລະ ພາກພື້ນທີ່ ສປປ ລາວ ເປັນພາຄີ.

ກໍລະນີມີຄວາມຈໍາເປັນທີ່ກ່ຽວຂ້ອງກັບຄວາມປອດໄພ, ສຸຂະພາບ, ສິ່ງແວດລ້ອມ, ຄວາມໝັ້ນຄົງຂອງຊາດ ຫຼື ມີໄພຂົ່ມຂູ່ເກີດຂຶ້ນ ຂັ້ນຕອນການສ້າງລະບຽບການເຕັກນິກ ຕາມທີ່ໄດ້ກໍານົດໄວ້ໃນວັກເທິງນີ້ ສາມາດຍົກເວັ້ນໄດ້ ແຕ່ຕ້ອງແຈ້ງໃຫ້ອົງການການຄ້າໂລກ, ອາຊຽນ ແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງ ຮັບຊາບໄວເທົ່າທີ່ຈະໄວໄດ້. ອົງການຈັດຕັ້ງທີ່ກ່ຽວຂ້ອງຂອງ ສປປ ລາວ ຈະປຶກສາຫາລື ແລະ ພິຈາລະນາຄໍາເຫັນຂອງປະເທດສະມາຊິກ ອົງການການຄ້າໂລກ, ອາຊຽນ ແລະ ອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງອື່ນໆ ແລະ ນໍາມາພິຈາລະນາ.

ຂະແໜງການທີ່ກ່ຽວຂ້ອງຂອງລັດ ຕ້ອງຮັບຮອງ, ປະກາດໃຊ້ ແລະ ພິມເຜີຍແຜ່ລະບຽບການເຕັກນິກ ແລະ ກໍານົດຂັ້ນຕອນການປະເມີນຄວາມສອດຄ່ອງ ທີ່ຈໍາເປັນໃນການນໍາໃຊ້ລະບຽບການເຕັກນິກດັ່ງກ່າວນັ້ນ. ຂ້າງເທິງ

ມາດຕາ 9. ຄວາມຮັບຜິດຊອບຂອງ ກວຕ ໃນການສ້າງ ແລະ ນໍາໃຊ້ລະບຽບການເຕັກນິກ
ກວຕ ມີຄວາມຮັບຜິດຊອບໃນການສ້າງ ແລະ ນໍາໃຊ້ລະບຽບການເຕັກນິກ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 28 ແລະ 31 ຂອງກົດໝາຍວ່າດ້ວຍມາດຕະຖານດັ່ງນີ້:

  1. ໃຫ້ການຊ່ວຍເຫຼືອດ້ານວິຊາການ ແກ່ອົງການຈັດຕັ້ງຂອງລັດທີ່ກ່ຽວຂ້ອງ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນໃນການສ້າງ ແລະ ການນໍາໃຊ້ລະບຽບການເຕັກນິກ;
  2. ສະໜອງຂໍ້ມູນດ້ານວິຊາການ, ມາດຕະຖານ, ຂັ້ນຕອນການປະເມີນຄວາມສອດຄ່ອງຂອງສາກົນ ແລະ ພາກພື້ນທີ່ກ່ຽວຂ້ອງກັບລະບຽບການເຕັກນິກ ຕາມການສະເໜີ;
  3. ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ເພື່ອຮັບປະກັນຄວາມສອດຄ່ອງ ກັບກົດໝາຍວ່າດ້ວຍມາດຕະຖານ, ດໍາລັດສະບັບນີ້, ສົນທິສັນຍາ ແລະ ສັນຍາສາກົນ, ພາກພື້ນທີ່ ສປປ ລາວ ເປັນພາຄີ;
  4. ປະສານສົມທົບກັບຂະແໜງການທີ່ກ່ຽວຂ້ອງ ເພື່ອສົ່ງເສີມການສ້າງຈິດສໍານຶກ ແລະ ຄວາມເຂົ້າໃຈກ່ຽວກັບຈຸດປະສົງ ແລະ ຂະບວນການນໍາໃຊ້ລະບຽບການເຕັກນິກ. ຂ້າງເທິງ

ມາດຕາ 10. ການສ້າງຫຼັກການຈັດຕັ້ງປະຕິບັດລະບຽບການເຕັກນິກ

ກວຕ ເປັນເຈົ້າການສົມທົບກັບຂະແໜງການທີ່ກ່ຽວຂ້ອງ ສ້າງຫຼັກການຈັດຕັ້ງປະຕິບັດລະບຽບການເຕັກນິກ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 28 ຂອງກົດໝາຍວ່າດ້ວຍມາດຕະຖານ ເພື່ອຄວາມເປັນເອກະພາບໃນການກະກຽມ, ການຮັບຮອງ, ການພິມເຜີຍແຜ່, ການນໍາໃຊ້ ແລະ ການທົບທວນລະບຽບການເຕັກນິກ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນໃຫ້ສອດຄ່ອງກັບສົນທິສັນຍາ ແລະ ສັນຍາສາກົນທີ່ ສປປ ລາວ ເປັນພາຄີ, ສອດຄ່ອງກັບຂໍ້ຕົກລົງ ກ່ຽວກັບສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ ຂອງອົງການການຄ້າໂລກ, ບົດແນະນໍາຂອງອາຊຽນວ່າດ້ວຍ ຫຼັກການປະຕິບັດທີ່ດີດ້ານລະບຽບກົດໝາຍ ແລະ ບົດແນະນໍານະໂຍບາຍຂອງອາຊຽນ ວ່າດ້ວຍມາດຕະຖານ ແລະ ຄວາມສອດຄ່ອງ ແລະ ໃຫ້ນໍາໃຊ້ຢ່າງເປັນເອກະພາບ ໃນຂອບເຂດທົ່ວປະເທດ. ຂ້າງເທິງ

ໝວດທີ 4
ຂັ້ນຕອນການປະເມີນຄວາມສອດຄ່ອງ

ມາດຕາ 11. ການປະເມີນຄວາມສອດຄ່ອງ
ການປະເມີນຄວາມສອດຄ່ອງ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 44, 47, 48 ແລະ 49 ຂອງກົດໝາຍວ່າດ້ວຍມາດຕະຖານ ປະກອບດ້ວຍທຸກກິດຈະກໍາ ທີ່ຕິດພັນກັບເງື່ອນໄຂໃນການກໍານົດ ໂດຍທາງກົງ ຫຼື ທາງອ້ອມ ກ່ຽວກັບມາດຕະຖານ ຫຼື ລະບຽບການເຕັກນິກທີ່ຕ້ອງໄດ້ປະຕິບັດ.

ການປະເມີນຄວາມສອດຄ່ອງລວມມີ: ການທົດສອບ, ການກວດກາ, ການເຝົ້າລະວັງຕະຫຼາດ, ການຢັ້ງຢືນຜະລິດຕະພັນ, ການຢັ້ງຢືນລະບົບຄຸ້ມຄອງຄຸນນະພາບ ແລະ ການຮັບຮອງ. ການປະເມີນຄວາມສອດຄ່ອງສະເພາະໃດໜຶ່ງ ອາດລວມເອົາໜຶ່ງ ຫຼື ຫຼາຍກິດຈະກໍາທີ່ກ່າວມາເທິງນັ້ນ. ຂ້າງເທິງ

ມາດຕາ 12. ລະບຽບການກ່ຽວກັບຂັ້ນຕອນການປະເມີນຄວາມສອດຄ່ອງ
ຂັ້ນຕອນການປະເມີນຄວາມສອດຄ່ອງ ຕ້ອງດໍາເນີນຕາມມາດຕະຖານ, ຂັ້ນຕອນ ແລະ ແນວທາງຂອງສາກົນ ແລະ ເງື່ອນໄຂຢູ່ໃນສົນທິສັນຍາ ແລະ ສັນຍາສາກົນ, ພາກພື້ນ ແລະ ສອງຝ່າຍທີ່ ສປປ ລາວ ເປັນພາຄີ.

ຂັ້ນຕອນການປະເມີນຄວາມສອດຄ່ອງ ໃຫ້ປະຕິບັດຕາມລະບຽບການດັ່ງນີ້:

  1. ການກະກຽມ, ຮັບຮອງ ແລະ ນໍາໃຊ້ຂັ້ນຕອນການປະເມີນຄວາມສອດຄ່ອງ ໃຫ້ປະຕິບັດຢ່າງໜ້ອຍເທົ່າທຽມກັນ ລະຫວ່າງຜະລິດຕະພັນນໍາເຂົ້າ ກັບຜະລິດຕະພັນພາຍໃນປະເທດ ແລະ ລະຫວ່າງຜະລິດຕະພັນນໍາເຂົ້າຈາກຕ່າງປະເທດດ້ວຍກັນ;
  2. ຂັ້ນຕອນການປະເມີນຄວາມສອດຄ່ອງ ຕ້ອງບໍ່ຖືກກະກຽມ, ຮັບຮອງ ແລະ ນໍາໃຊ້ ເພື່ອສ້າງສິ່ງກີດຂວາງທີ່ບໍ່ຈໍາເປັນຕໍ່ການຄ້າ ແລະ ຕ້ອງຖືກດໍາເນີນຢ່າງໄວ ແລະ ໂປ່ງໃສ;
  3. ໃນກໍລະນີຖືກຮຽກຮ້ອງໃຫ້ມີການຮັບປະກັນວ່າ ຜະລິດຕະພັນດັ່ງກ່າວສອດຄ່ອງກັບ ມາດຕະຖານຂອງລະບຽບການເຕັກນິກ ແລະ ຄໍາແນະນໍາທີ່ກ່ຽວຂ້ອງ ຫຼື ຂໍ້ແນະນໍາຂອງອົງການມາດຕະຖານສາກົນ ທີ່ມີຢູ່ແລ້ວ ຫຼື ໃກ້ຈະສ້າງສໍາເລັດ, ສປປ ລາວ ຕ້ອງນໍາໃຊ້ມາດຕະຖານດັ່ງກ່າວ ທັງໝົດ ຫຼື ບາງສ່ວນທີ່ກ່ຽວຂ້ອງ ເພື່ອເປັນບ່ອນອີງໃຫ້ແກ່ການພັດທະນາ ຂັ້ນຕອນການປະເມີນຄວາມສອດຄ່ອງ, ເວັ້ນເສັຍແຕ່ຂັ້ນຕອນເຫຼົ່ານັ້ນບໍ່ແທດເໝາະ ກັບການນໍາໃຊ້ຢູ່ ສປປ ລາວ ເນື່ອງຈາກລະດັບການພັດທະນາ ແລະ ຂີດຄວາມສາມາດທາງດ້ານການເງິນຂອງ ສປປ ລາວ;
  4. ໃຫ້ມີຈໍານວນການຂໍອະນຸຍາດ, ການຢັ້ງຢືນ ແລະ ການຮັບຮອງໜ້ອຍທີ່ສຸດ ໃນການບັນລຸວັດຖຸປະສົງ ຂອງລະບຽບການເຕັກນິກ;
  5. ຕ້ອງຮຽກຮ້ອງເອົາສະເພາະແຕ່ຂໍ້ມູນທີ່ຈໍາເປັນ ເພື່ອປະເມີນຄວາມສອດຄ່ອງ ແລະ ກໍານົດຄ່າທໍານຽມ ແລະ ຄ່າບໍລິການ;
  6. ຮັກສາຂໍ້ມູນຄວາມລັບທີ່ຕິດພັນ ກັບການປະເມີນຄວາມສອດຄ່ອງ ເພື່ອປົກປ້ອງຜົນປະໂຫຍດທາງການຄ້າ ທີ່ຖືກຕ້ອງຕາມກົດໝາຍ;
  7. ຂະແໜງການກ່ຽວຂ້ອງ ຕ້ອງເຂົ້າຮ່ວມຢ່າງເຕັມສ່ວນ ໂດຍອີງຕາມຄວາມເໝາະສົມ ແລະ ຄວາມຈໍາກັດທາງດ້ານຊັບພະຍາກອນ ໃນການກະກຽມຄໍາແນະນໍາ ແລະ ຂໍ້ສະເໜີສໍາລັບຂັ້ນຕອນການປະເມີນຄວາມສອດຄ່ອງ ທີ່ດໍາເນີນໂດຍອົງການສ້າງມາດຕະຖານສາກົນ ທີ່ກ່ຽວຂ້ອງ ເພື່ອສ້າງຄວາມເປັນເອກະພາບ ໃນຂັ້ນຕອນການປະເມີນຄວາມສອດຄ່ອງ ເທົ່າທີ່ເປັນໄປໄດ້;
  8. ຕ້ອງຮັບປະກັນວ່າ ຂັ້ນຕອນການປະເມີນຄວາມສອດຄ່ອງທັງໝົດ ທີ່ຖືກຮັບຮອງໄດ້ຮັບການພິມເຜີຍແຜ່ທັນທີ ຫຼື ໃຫ້ພາກສ່ວນອື່ນທີ່ສົນໃຈຢູ່ໃນ ສປປ ລາວ, ປະເທດສະມາຊິກອາຊຽນ ແລະ ອົງການການຄ້າໂລກສາມາດເຂົ້າເຖິງຂໍ້ມູນໄດ້;
  9. ກໍລະນີທີ່ບໍ່ມີ ຂັ້ນຕອນການປະເມີນຄວາມສອດຄ່ອງຂອງສາກົນ ຫຼື ພາກພື້ນທີ່ກ່ຽວຂ້ອງ, ຂັ້ນຕອນການປະເມີນຄວາມສອດຄ່ອງແຫ່ງຊາດ ຕ້ອງໃຫ້ສອດຄ່ອງກັບຫຼັກການ ຈັດຕັ້ງປະຕິບັດລະບຽບການເຕັກນິກຂອງ ສປປ ລາວ ແລະ ດໍາລັດສະບັບນີ້;
  10. ຍອມຮັບຜົນຂອງ ຂັ້ນຕອນການປະເມີນຄວາມສອດຄ່ອງຂອງປະເທດອື່ນ ເຖິງວ່າຂັ້ນຕອນເຫຼົ່ານັ້ນແຕກຕ່າງກັນຂອງ ສປປ ລາວ, ຖ້າວ່າຂັ້ນຕອນດັ່ງກ່າວ ສອດຄ່ອງກັບລະບຽບການເຕັກນິກ ຫຼື ມາດຕະຖານທີ່ກ່ຽວຂ້ອງຂອງ ສປປ ລາວ;
  11. ຂັ້ນຕອນການປະເມີນຄວາມສອດຄ່ອງ ສໍາລັບລະບຽບການເຕັກນິກທ້ອງຖິ່ນ ຕ້ອງສອດຄ່ອງກັບຂັ້ນຕອນການປະເມີນຄວາມສອດຄ່ອງ ແຫ່ງຊາດ;
  12. ຂັ້ນຕອນການປະເມີນຄວາມສອດຄ່ອງທັງໝົດ ມີຜົນຈັດຕັ້ງປະຕິບັດຢ່າງໜ້ອຍ ຮ້ອຍແປດສິບວັນ ຫຼັງການພິມເຜີຍແຜ່ລົງໃນຈົດໝາຍເຫດ ທາງລັດຖະການ. ຂ້າງເທິງ

ມາດຕາ 13. ການກໍານົດຂັ້ນຕອນການປະເມີນຄວາມສອດຄ່ອງ
ຂັ້ນຕອນການປະເມີນຄວາມສອດຄ່ອງ ຕາມມທີ່ໄດ້ກໍານົດໄວ້ໃນ ມາດຕາ 47, 48 ແລະ 49 ຂອງກົດໝາຍວ່າດ້ວຍມາດຕະຖານ ໃຫ້ປະຕິບັດຕາມວິທີດັ່ງນີ້:

  1. ການປະເມີນຄວາມສອດຄ່ອງດ້ວຍຕົນເອງ ໂດຍຜູ້ສະໜອງ ຫຼື ຜູ້ຜະລິດຊື່ງເອີ້ນວ່າ ການແຈ້ງຄວາມສອດຄ່ອງຂອງຜູ້ສະໜອງ ຫຼື ການແຈ້ງຄວາມສອດຄ່ອງຂອງບຸກຄົນທີໜຶ່ງ;
  2. ການປະເມີນຄວາມສອດຄ່ອງ ໂດຍຜູ້ຊື້ ຫຼື ນິຕິບຸກຄົນຊຶ່ງເອີ້ນວ່າ ການປະເມີນຄວາມສອດຄ່ອງຂອງບຸກຄົນທີສອງ ຕ້ອງໄດ້ຮັບການເຫັນດີຈາກຜູ້ສະໜອງ;
  3. ການປະເມີນຄວາມສອດຄ່ອງຂອງບຸກຄົນທີສາມ ດໍາເນີນໂດຍນິຕິບຸກຄົນ ຫຼື ການຈັດຕັ້ງທີ່ເປັນອິດສະຫຼະ ຊຶ່ງບໍ່ແມ່ນຜູ້ສະໜອງ ຫຼື ຜູ້ຜະລິດ, ຜູ້ນໍາໃຊ້ຜະລິດຕະພັນ ຫຼື ຜູ້ໃຊ້ບໍລິການ;
  4. ການປະເມີນຄວາມສອດຄ່ອງ ສໍາລັບມາດຕະຖານ ແມ່ນດໍາເນີນດ້ວຍຄວາມສະໝັກໃຈ;
  5. ການປະເມີນຄວາມສອດຄ່ອງ ສໍາລັບລະບຽບການເຕັກນິກ ແມ່ນນໍາໃຊ້ແບບບັງຄັບ ພາຍໃຕ້ການຊີ້ນໍາ ຂອງອົງການຈັດຕັ້ງທີ່ກ່ຽວຂ້ອງຂອງລັດ ໂດຍການນໍາໃຊ້ຫ້ອງທົດລອງ ທີ່ໄດ້ຮັບການຮັບຮອງຕາມການຮຽກຮ້ອງ. ຖ້າບໍ່ມີຄວາມພໍໃຈຕໍ່ຜົນຂອງການປະເມີນຄວາມສອດຄ່ອງ ກໍສາມາດສະເໜີຕໍ່ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ໃນກໍລະນີທີ່ບໍ່ສາມາດແກ້ໄຂໄດ້ ແມ່ນສາມາດຮ້ອງຟ້ອງຕໍ່ສານປະຊາຊົນ;
  6. ການປະເມີນຄວາມສອດຄ່ອງ ຕ້ອງປະຕິບັດໃຫ້ສອດຄ່ອງ ກັບຂໍ້ຕົກລົງຮັບຮູ້ເຊິ່ງກັນ ແລະ ກັນ, ສັນຍາການຮັບຮູ້ຫຼາຍຝ່າຍ ແລະ ສາກົນທີ່ ສປປ ລາວ ເປັນພາຄີ. ຂ້າງເທິງ

ໝວດທີ 5
ການຮັບຮອງ ແລະ ການຢັ້ງຢືນ

ມາດຕາ 14. ອົງການຮັບຮອງແຫ່ງຊາດ
ອົງການທີ່ກ່ຽວຂ້ອງ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 60 ຂອງກົດໝາຍວ່າດ້ວຍມາດຕະຖານ ແມ່ນອົງການຮັບຮອງແຫ່ງຊາດ (ຊື່ໃນພາສາອັງກິດແມ່ນ Lao National Accreditation Bureau (LNAB)) ຊຶ່ງສ້າງຕັ້ງຂຶ້ນໂດຍກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ມີພາລະບົດບາດເຮັດໜ້າທີ່ໃນການຮັບຮອງ, ຕໍ່ອາຍຸ, ໂຈະ ແລະ ຖອນການຮັບຮອງ ຕໍ່ຫ້ອງທົດລອງ, ອົງການປະເມີນຄວາມສອດຄ່ອງ. ຂ້າງເທິງ

ມາດຕາ 15. ສິດ ແລະ ໜ້າທີ່ຂອງອົງການຮັບຮອງແຫ່ງຊາດ
ອົງການຮັບຮອງແຫ່ງຊາດ (ອຮຊ) ມີສິດ ແລະ ໜ້າທີ່ດັ່ງນີ້:

  1. ຮັບຮອງທາງການ ກ່ຽວກັບຄວາມສາມາດດ້ານເຕັກນິກ ທີ່ສອດຄ່ອງກັບມາດຕະຖານ, ຂັ້ນຕອນ ແລະ ບົດແນະນໍາກ່ຽວກັບຮັບຮອງຂອງສາກົນ ຕໍ່ກັບຫ້ອງທົດລອງການທົດສອບ ແລະ ສອບທຽບ, ອົງການຢັ້ງຢືນຄຸ້ມຄອງຄຸນນະພາບ, ອົງການກວດກາ ແລະ ອົງການທີ່ມີຄວາມຊໍານານໃນດ້ານການທົດສອບ;
  2. ປະຕິບັດຕາມມາດຕະຖານສາກົນ ISO/IEC 17011 ໃນການຮັບຮອງອົງການຈັດຕັ້ງຂອງລັດ ແລະ ເອກະຊົນ;
  3. ໃຫ້ບໍລິການໃນການຮັບຮອງຫ້ອງທົດລອງ, ອົງການຢັ້ງຢືນ ແລະ ອົງການກວດກາ ໂດຍອີງຕາມມາດຕະຖານສາກົນ ISO/IEC  ແລະ ເອກະສານແນະນໍາທີ່ເໝາະສົມ ທີ່ອອກໂດຍອົງການຮ່ວມມືດ້ານການຮັບຮອງ ຫ້ອງທົດລອງສາກົນ (ຊື່ພາສາອັງກິດແມ່ນ International Laboratory Accreditation Cooperation (ILAC)) ແລະ ສະພາການຮັບຮອງສາກົນ (ຊື່ພາສາອັງກິດແມ່ນ International Accreditation Forum (IAF));
  4. ອອກລະບຽບການ, ບົດແນະນໍາ ແລະ ເອກະສານອື່ນ ກ່ຽວກັບການກໍານົດເງື່ອນໄຂ ໃນການຮັບຮອງ ແລະ ການຕໍ່ອາຍຸການຮັບຮອງ;
  5. ເຂົ້າຮ່ວມການເຄື່ອນໄຫວ ນໍາອົງການປະເມີນຄວາມສອດຄ່ອງພາກພື້ນ ແລະ ສາກົນ ແລະ ສ້າງຄູ່ມື, ບົດແນະນໍາກ່ຽວກັບ ຂັ້ນຕອນການປະເມີນຄວາມສອດຄ່ອງຢູ່ ສປປ ລາວ;
  6. ເຂົ້າຮ່ວມເຈລະຈາ ກັບອົງການຮັບຮອງຂອງພາກພື້ນ ແລະ ສາກົນ ເພື່ອບັນລຸສັນຍາການຮັບຮູ້ຊຶ່ງກັນ ແລະ ກັນ ແລະ ຮັບຮູ້ຂັ້ນຕອນການປະເມີນຄວາມສອດຄ່ອງ ຂອງປະເທດອື່ນ;
  7. ຕິດຕາມກວດກາຫ້ອງທົດລອງ, ອົງການກວດກາ ແລະ ອົງການຢັ້ງຢືນທີ່ໄດ້ຮັບການຮັບຮອງ ໂດຍສອດຄ່ອງກັບມາດຕະຖານ ແລະ ການປະຕິບັດຂອງສາກົນ;
  8. ໂຈະ ຫຼື ຖອນການຮັບຮອງ ໃນກໍລະນີມີການລະເມີດ;
  9. ປະສານ ແລະ ດໍາເນີນການປຽບທຽບ ລະຫວ່າງຫ້ອງທົດລອງຢູ່ພາຍໃນປະເທດ;
  10. ຄຸ້ມຄອງ ແລະ ຂຶ້ນທະບຽນຫ້ອງທົດລອງ ແລະ ອົງການຢັ້ງຢືນທີ່ໄດ້ຮັບການຮັບຮອງ;
  11. ຊ່ວຍເຫຼືອທາງດ້ານວິຊາການ ກ່ຽວກັບການປະເມີນຄວາມສອດຄ່ອງ ໃຫ້ແກ່ອົງການຈັດຕັ້ງທີ່ກ່ຽວຂ້ອງຂອງລັດ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ແລະ ສົ່ງເສີມການສ້າງຈິດສໍານຶກ ກ່ຽວກັບການປະເມີນຄວາມສອດຄ່ອງ. ຂ້າງເທິງ

ມາດຕາ 16. ອົງການຢັ້ງຢືນ
ອົງການຢັ້ງຢືນແມ່ນ ການຈັດຕັ້ງທີ່ຖືກສ້າງຕັ້ງຢູ່ຂະແໜງການທີ່ກ່ຽວຂ້ອງ ແລະ ຕ້ອງໄດ້ຮັບການຮັບຮອງຈາກ ອົງການຮັບຮອງແຫ່ງຊາດ ຫຼື ອົງການທີ່ໃຫ້ການຮັບຮອງຂອງພາກພື້ນ ຫຼື ສາກົນທີ່ຖືກຮັບຮູ້.

ການຈັດຕັ້ງ, ການເຄື່ອນໄຫວ, ສິດ ແລະ ໜ້າທີ່ຂອງອົງການຢັ້ງຢືນ ໄດ້ກໍານົດໄວ້ໃນລະບຽບການສະເພາະ. ຂ້າງເທິງ

ມາດຕາ 17. ການຢັ້ງຢືນ
ການຢັ້ງຢືນ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 63 ແລະ 64 ຂອງກົດໝາຍວ່າດ້ວຍມາດຕະຖານ ແມ່ນດໍາເນີນໂດຍຫ້ອງທົດລອງການທົດສອບ ແລະ ສອບທຽບ. ການຢັ້ງຢືນຄຸ້ມຄອງຄຸນນະພາບ ແລະ ການຢັ້ງຢືນຜູ້ກວດກາ ແລະ ຄວາມຊໍານານງານ ແມ່ນດໍາເນີນໂດຍອົງການຢັ້ງຢືນທີ່ກ່ຽວຂ້ອງ.

ຂັ້ນຕອນການປະເມີນຄວາມສອດຄ່ອງທັງໝົດ ແລະ ການອອກໃບຢັ້ງຢືນຄວາມສອດຄ່ອງ ແມ່ນໃຫ້ປະຕິບັດແບບສະໝັກໃຈ ຍົກເວັ້ນລະບຽບການເຕັກນິກ ຊຶ່ງຕ້ອງກໍານົດຂັ້ນຕອນການນໍາໃຊ້ກາໝາຍ ຢັ້ງຢືນແບບບັງຄັບ.

ອົງການຢັ້ງຢືນຕ້ອງຮັບຜິດຊອບ ຄວາມສອດຄ່ອງໃນການຢັ້ງຢືນຂອງຕົນ. ໃນກໍລະນີທີ່ບໍ່ສອດຄ່ອງ ອົງການຢັ້ງຢືນຕ້ອງຖອນການຢັ້ງຢືນດັ່ງກ່າວ. ບຸກຄົນ ຫຼື ນິຕິບຸກຄົນທີ່ໄດ້ຮັບການຢັ້ງຢືນ ມີສິດສະເໜີຄັດຄ້ານການຖອນການຢັ້ງຢືນ ຕໍ່ອົງການທີ່ໄດ້ໃຫ້ການຢັ້ງຢືນນັ້ນ. ຖ້າບໍ່ໄດ້ຮັບການແກ້ໄຂ ຜູ້ທີ່ຖືກຖອນໃບຢັ້ງຢືນນັ້ນ ສາມາດຍື່ນຄໍາສະເໜີຕໍ່ອົງການຮັບຮອງແຫ່ງຊາດ ຫຼື ຮ້ອງຟ້ອງຕໍ່ສານປະຊາຊົນ. ຂ້າງເທິງ

ໝວດທີ 6
ການປັບປຸງ ຫຼື ການຍົກເລີກມາດຕະຖານ ແລະ ລະບຽບການເຕັກນິກ

ມາດຕາ 18. ການປັບປຸງ ຫຼື ການຍົກເລີກມາດຕະຖານ ແລະ ລະບຽບການເຕັກນິກ
ການປັບປຸງ ຫຼື ການຍົກເລີກມາດຕະຖານ ແລະ ລະບຽບການເຕັກນິກ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 34 ຂໍ້ 5 ຂອງກົດໝາຍວ່າດ້ວຍມາດຕະຖານ, ສະພາມາດຕະຖານແຫ່ງຊາດ ໂດຍປະສານສົມທົບກັບ ກວຕ ແລະ ຄະນະກໍາມະການເຕັກນິກສູນກາງ ທີ່ກ່ຽວຂ້ອງ ຕ້ອງທົບທວນການປັບປຸງ ຫຼື ຍົກເລີກມາດຕະຖານແຫ່ງຊາດທຸກໆຫ້າປີ ຫຼື ໄວກວ່ານັ້ນຖ້າຫາກຈໍາເປັນ.

ພວຕ ໂດຍປະສານສົມທົບກັບ ຄວຕ ຕ້ອງທົບທວນການປັບປຸງ ຫຼື ຍົກເລີກມາດຕະຖານທ້ອງຖິ່ນທຸກໆຫ້າປີ ຫຼື ໄວກວ່ານັ້ນ ຖ້າຫາກຈໍາເປັນ.

ອົງການຂອງລັດທີ່ອອກລະບຽບການເຕັກນິກ ຂັ້ນສູນກາງ ຫຼື ຂັ້ນທ້ອງຖິ່ນ ອາດຈະປັບປຸງ ຫຼື ຍົກເລີກລະບຽບການເຕັກນິກ ອີງຕາມຄວາມຈໍາເປັນເຊັ່ນ: ຄວາມກ້າວໜ້າດ້ານເຕັກໂນໂລຊີ ຫຼື ວິທະຍາສາດ ຕາມທີ່ໄດ້ກໍານົດໄວ້ ຢູ່ໃນຫຼັກການປະຕິບັດລະບຽບການເຕັກນິກ. ຂ້າງເທິງ

ໝວດທີ 7
ບົດບັນຍັດສຸດທ້າຍ

ມາດຕາ 19. ການຈັດຕັ້ງປະຕິບັດ
ມອບໃຫ້ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ປະສານສົມທົບກັບຂະແໜງການ ແລະ ອົງການຈັດຕັ້ງອື່ນທີ່ກ່ຽວຂ້ອງຂອງລັດ ຂັ້ນສູນກາງ ແລະ ທ້ອງຖິ່ນ ຈັດຕັ້ງປະຕິບັດດໍາລັດສະບັບນີ້ ຢ່າງເຂັ້ມງວດ. ຂ້າງເທິງ

ມາດຕາ 20. ຜົນສັກສິດ
ດໍາລັດສະບັບນີ້ມີຜົນສັກສິດ ນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ. ຂ້າງເທິງ

ລັດຖະບານ
ນາຍົກລັດຖະມົນຕີ

ທອງສິງ ທໍາມະວົງ

 

# ຫົວຂໍ້ ດາວໂຫຼດ
1 Decree on the Implementation of the Standard Law No. 234/GoL, dated 06 June 2012 PDF
2 ດໍາລັດ ວ່າດ້ວຍ ການແນະນໍາ ການຈັດຕັ້ງປະຕິບັດ ກົດໝາຍ ວ່າດ້ວຍ ມາດຕະຖານ ເລກທີ 234/ລບ, ລົງວັນທີ 06 ມິຖຸນາ 2012 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.