ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ
ປະທານປະເທດ
ເລກທີ 003/ປປທ
ນະຄອນຫຼວງວຽງຈັນ, ວັນທີ 19 ມີນາ 2024
ລັດຖະບັນຍັດ
ວ່າດ້ວຍການປັບປຸງອັດຕາອາກອນມູນຄ່າເພີ່ມ
- ອີງຕາມ ລັດຖະທໍາມະນູນ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ສະບັບເລກທີ 63/ສພຊ, ລົງວັນທີ 8 ທັນວາ 2015;
- ອີງຕາມ ກົດຫມາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ (ສະບັບປັບປຸງ) ສະບັບເລກທີ 66/ສພຊ, ລົງວັນທີ 17 ມິຖຸນາ 2019;
- ອີງຕາມ ກົດຫມາຍວ່າດ້ວຍການປັບປຸງບາງມາດຕາຂອງກົດຫມາຍກ່ຽວກັບສ່ວຍສາອາກອນ ສະບັບເລກທີ 01/ສພຊ, ລົງວັນທີ 07 ສິງຫາ 2021;
- ອີງຕາມ ມະຕິຂອງຄະນະປະຈໍາສະພາແຫ່ງຊາດ ສະບັບເລກທີ 20/ຄປຈ, ລົງວັນທີ 07 ມີນາ 2024;
- ອີງຕາມ ຫນັງສືສະເຫນີຂອງຄະນະປະຈໍາສະພາແຫ່ງຊາດ ສະບັບເລກທີ 06/ຄປຈ, ລົງວັນທີ 07 ມີນາ 2024.
ປະທານປະເທດ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ອອກລັດຖະບັນຍັດ:
ມາດຕາ 1 ຈຸດປະສົງ
ລັດຖະບັນຍັດສະບັບນີ້ ກໍານົດກ່ຽວກັບການປັບປຸງອັດຕາອາກອນມູນຄ່າເພີ່ມ ທີ່ໄດ້ກໍານົດໄວ້ໃນກົດ ຫມາຍວ່າດ້ວຍການປັບປຸງບາງມາດຕາຂອງກົດຫມາຍກ່ຽວກັບສ່ວຍສາອາກອນ ສະບັບເລກທີ 01/ສພຊ, ລົງວັນທີ 07 ສິງຫາ 2021 ມາດຕາ 2 ການປັບປຸງເນື້ອໃນຂອງກົດຫມາຍ, ຂໍ້ II ກົດຫມາຍວ່າດ້ວຍອາກອນມູນຄ່າເພີ່ມ, ມາດຕາ 17 ອັດຕາອາກອນມູນຄ່າເພີ່ມ ຂໍ້ 1 ຈາກ ເຈັດສ່ວນຮ້ອຍ (7%) ເປັນ ສິບສ່ວນຮ້ອຍ (10%) ເພື່ອຊ່ວຍຫນູນລາຍຮັບງົບປະມານແຫ່ງລັດ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ.
ມາດຕາ 2 ອັດຕາອາກອນມູນຄ່າເພີ່ມ
ອາກອນມູນຄ່າເພີ່ມ ໃຫ້ເກັບໃນອັດຕາ ສິບສ່ວນຮ້ອຍ (10%) ສໍາລັບ:
- ການນໍາເຂົ້າສິນຄ້າ, ການສະຫນອງ ສິນຄ້າ ແລະ ການບໍລິການທົ່ວໄປ ທີ່ຖືກເກັບອາກອນມູນຄ່າ ເພີ່ມຢູ່ພາຍໃນ ສປປ ລາວ;
- ການນໍາເຂົ້າແຮ່ທາດ ແລະ ການສະຫນອງແຮ່ທາດຢູ່ພາຍໃນປະເທດ;
- ການນໍາໃຊ້ພະລັງງານໄຟຟ້າ ສໍາລັບຜູ້ຊົມໃຊ້ໄຟຟ້າທົ່ວໄປ, ຜູ້ຜະລິດ, ຜູ້ຈໍາຫນ່າຍພະລັງງານໄຟຟ້າ.
ມາດຕາ 3 ການຈັດຕັ້ງປະຕິບັດ
ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ເປັນຜູ້ຈັດຕັ້ງປະຕິບັດລັດຖະບັນຍັດ ສະບັບນີ້.
ມາດຕາ 4 ຜົນສັກສິດ
ລັດຖະບັນຍັດສະບັບນີ້ ມີຜົນສັກສິດ ນັບແຕ່ວັນ ປະທານປະເທດ ລົງລາຍເຊັນ ເປັນຕົ້ນໄປ.
ປະທານປະເທດ ແຫ່ງ ສປປ ລາວ
ທອງລຸນ ສີສຸລິດ
| # | ຫົວຂໍ້ | ດາວໂຫຼດ |
|---|---|---|
| 1 | Ordinance on Value-Add Tax rate (amendment), No. 003/ POL, date 19 March 2024 | PDF |
| 2 | ລັດຖະບັນຍັດ ວ່າດ້ວຍການປັບປຸງອັດຕາອາກອນມູນຄ່າເພີ່ມ, ເລກທີ 003/ປປທ, ລົງວັນທີ 19 ມີນາ 2024 | PDF |
| # | ຊື່ | ປະເພດ | ອົງກອນ | ລາຍລະອຽດ | ກົດໝາຍ | ສຶ້ນສຸດ | ໃຊ້ກັບ |
|---|---|---|---|---|---|---|---|
| 1 | ຄ່າອາກອນມູນຄ່າເພີ່ມໃນເບື້ອງສົ້ນເຂົ້າ | ພັນທະທີ່ຕ້ອງຈ່າຍ | ກະຊວງ ການເງິນ | ອາກອນມູນຄ່າເພີ່ມແມ່ນເກັບຈາກສິນຄ້ານຳເຂົ້າ ແລະ ການບໍລິການ ລວມທັງສິນຄ້າທີ່ຜະລິດ ແລະ ຊົມໃຊ້ພາຍໃນທີ່ນອນໃນກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ ຍົກເວັ້ນກິດຈະກໍາ ທີ່ລະບຸໄວ້ໃນມາດຕາ 12 ຂອງກົດໝາຍວ່າດ້ວຍ ມູນຄ່າເພີ່ມ. | 9999-12-31 | ALL |
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
PDF
PDF