ລາຍງານຄວາມຄືບໜ້າກອງປະຊຸມທຸລະກິດລາວ ຄັ້ງທີ 15 ແລະ ທິດທາງໃນຕໍ່ໜ້າ

     

     ວັນທີ 02 ເມສາ 2024, ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ. ກະຊວງອຸດສາຫະກໍາ ແລະ ການຄ້າ ແລະ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດ ໄດ້ຈັດ “ກອງປະຊຸມທຸລະກິດລາວ ຄັ້ງທີ 15 (LBF)” ໂດຍໃຫ້ກຽດເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີບັນດາແຂກທີ່ຖືກເຊີນຈາກພາກລັດ, ພາກເອກະຊົນ ແລະ ອົງການຈັດຕັ້ງທັງພາຍໃນ ແລະ ສາກົນ ເຂົ້້າຮ່ວມ.

     ທ່ານ ສອນໄຊ ສີພັນດອນ ໄດ້ກ່າວໃນພິທີເປີດວ່າ: ປະຈຸບັນມີຫຼາຍສິ່ງທ້າທາຍ ທີ່ເກີດຈາກສະພາບແວດລ້ອມຄວາມບໍ່ແນ່ນອນຈາກໄພເງິນເຟີ້ທີ່ມີທ່າອ່ຽງສູງຂື້ນ, ການຄ້າ ແລະ ການລົງທຶນ ທີ່ຍັງບໍ່ລວມສູນ ລວມທັງຂໍ້ຂັດແຍ່ງທາງດ້ານພູມສາດການເມືອງ. ເຖິງຢ່າງໄດກໍ່ຕາມ, ຫຼາຍພາກສ່ວນໄດ້ມີຄວາມພະຍາຍາມໃນການປັບປຸງສະພາບແວດລ້ອມການດໍາເນີນທຸລະກິດ ໂດຍຜ່ານການກໍານົດມາດຕະການ ແລະ ການຈັດຕັ້ງປະຕິບັດມາດຕະການຢ່າງເປັນຮູບປະທໍາ ໃນການປັບປຸງດ້ານຄວາມໂປ່ງໃສ, ຄວາມແນ່ນອນຂອງກົດໝາຍ ແລະ ລະບຽບການ ທີ່ຕິດພັນກັບການດຳເນີນທຸລະກິດ.

     ທ່ານ ນາຍົກລັດຖະມົນຕີ ຍັງໄດ້ຊຸກຍູ້ໃຫ້ທຸກໜ່ວຍງານທີ່ກ່ຽວຂ້ອງແຕ່ຂັ້ນສູນກາງ ຫາ ທ້ອງຖິ່ນ ໃຫ້ຮ່ວມມື ແລະ ນຳພາພາກທຸລະກິດ ທັງຈາກພາຍໃນ ແລະ ຕ່າງປະເທດ ໃນການກຳນົດ ແລະ ກຳຈັດອຸປະສັກຕ່າງໆທີ່ຕິດພັນກັບການເລີມຕົ້ນ ແລະ ດຳເນີນທຸລະກິດ. ທ່ານ ນາຍົກລັດຖະມົນຕີໄດ້ກ່າວອີກວ່າ: ການອອກຂໍໍ້ຕົກລົງ ສະບັບເລກທີ 04/ນຍ, ລົງວັນທີ 08 ມັງກອນ 2024 ໃນຕົ້ນປີນີ້ຂອງລັດຖະບານ ວ່າດ້ວຍກົນໄກປຶກສາຫາລື ລະຫວ່າງພາກລັດ ແລະ ທຸລະກິດ ພາຍໃຕ້ກອງປະຊຸມທຸລະກິດລາວ ຈະຊຸກຍູ້ໃຫ້ທຸກພາກສ່ວນທີີ່ກ່ຽວຂ້ອງຂອງພາກລັດມີຄວາມຮັບຜິດຊອບສູງຕໍໍ່ການຄົ້ນຄວ້າ ແລະ ພິຈາລະນາແກ້ໄຂ ບັນຫາ ແລະ ອຸປະສັກ ທີີ່ກົດໜ່ວງການຄ້າ ແລະ ການລົງທຶນ ຢູ່ປະເທດເຮົາ.

    ກອງປະຊຸມຍັງໄດ້ລາຍງານຄວາມຄືບໜ້າການແກ້ໄຂ 20 ຂໍ້ສະເໜີຂອງພາກທຸລະກິດ ທີ່ຄົງຄ້າງຈາກການສະເໜີໃນກອງປະຊຸມ LBF ຄັ້ງທີ 14 ປິ 2023, ຊຶ່ງມີ 6 ຂໍ້ສະເໜີ ແມ່ນໄດ້ຮັບການແກ້ໄຂແລ້ວ, 11 ຂໍ້ສະເໜີ ໄດ້ມີຄວາມຄືບໜ້າໃນການແກ້ໄຂ ແລະ ມີແຜນລະອຽດ ແລະ ກອບເວລາການແກ້ໄຂ, ໃນຂະນະທີ່ 3 ຂໍ້ສະເໜີ ຍັງບໍ່ສາມາດແກ້ໄຂໄດ້ເທື່ອ ເນື່ອງຈາກມີຂໍ້ຈຳກັດທີ່ສົມເຫດສົມຜົນ, ຊຶ່ງຈະໄດ້ມີການປຶກສາຫາລືເພີ່ມເຕີມ.

     ພາຍຫຼັງຮັບຟັງການນໍາສະເໜີຈາກພາກທຸລະກິດ ແລະ ຊີ້ແຈງຈາກບັນດາຂະແໜງການທີີ່ກ່ຽວຂ້ອງ ທ່ານນາຍົກລັດຖະມົນຕີໄດ້ປະກາດການຮັບຮອງເອົາ ບັນດາຂໍໍ້ສະເໜີທີ່ຈະແກ້ໄຂປັບປຸງສະພາບແວດລ້ອມການດໍາເນີນທຸລະກິດໃນປີ 2024 ນີ້, ຊຶ່ງມີທັງຫມົດ 13 ຂໍໍ້ສະເໜີ ໃນ 7 ຂົງເຂດວຽກງານຄື: (1) ປັບປຸງຂັ້ນຕອນການສ້າງຕັ້ງທຸລະກິດ ແລະ ການລົງທຶນ; (2) ປັບປຸງວຽກງານການອໍານວຍຄວາມສະດວກດ້ານການຄ້າ; (3) ປັບປຸງນະໂຍບາຍ ແລະ ມາດຕະການສົ່ງເສີມການຜະລິດສິນຄ້າ ແລະ ການບໍລິການ; (4) ສົ່ງເສີມສະຖຽນລະພາບຂອງຂະແໜງການທະນາຄານ ແລະ ການເງິນ; (5) ປັບປຸງຄຸນນະພາບຂອງການສະໜອງ ແລະ ສົ່ງເສີມການພັດທະນາແບບຍືນຢົງຂອງຂະແໜງ ພະລັງງານໄຟຟ້າ; (6) ປັບປຸງນະໂຍບາຍ, ມາດຕະການສົ່ງເສີມ ແລະ ຄຸູ້ມຄອງຂະແໜງທ່ອງທ່ຽວ; ແລະ (7) ປັບປຸງການເຂົ້າເຖິງແຮງງານຂອງພາກທຸລະກິດ. ພ້ອມດຽວກັນ ແມ່ນໄດ້ສະເໜີໃຫ້ກອງເລຂາ ແລະ ຈຸດປະສານງານ ພາຍໃຕ້ກົນໄກ ກອງປະຊຸມທຸລະກິດລາວ ປະສານກັບຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ເພືີ່ອອອກແຈ້ງການໃຫ້ບັນດາຂະແໜງການທີ່ກ່ຽວຂອງພາກລັດແກ້ໄຂພາຍໃນປີ 2024. 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.