ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ ກຸມພາ ປີ 2024 ບັນລຸໄດ້ປະມານ 1,101 ລ້ານໂດລາສະຫະລັດ.

ສິນຄ້າສົ່ງອອກຕົ້ນຕໍ 10 ອັນດັບ

ມູນຄ່າການສົ່ງອອກສິນຄ້າທັງໝົດ ປະຕີບັດໄດ້ປະມານ 530 ລ້ານໂດລາສະຫະລັດ, ຫຼຸດລົງ 5.5%ທຽບໃສ່ ເດືອນມັງກອນ ຜ່ານມາ. ໃນນີ້, ສິນຄ້າສົ່ງອອກຫຼັກ ປະກອບມີ: ມັນຕົ້ນ 95 ລ້ານໂດລາສະຫະລັດ; ຄໍາປະສົມ, ຄຳແທ່ງ 60 ລ້ານໂດລາສະຫະລັດ; ແຮ່ທອງ 47 ລ້ານໂດລາສະຫະລັດ; ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ 26 ລ້ານໂດລາສະຫະລັດ; ແປັງມັນຕົ້ນ 24 ລ້ານໂດລາສະຫະລັດ; ເຍື່ອໄມ້ ແລະ ເສດເຈ້ຍ 24 ລ້ານໂດລາສະຫະລັດ; ນໍ້າຕານ 23 ລ້ານໂດລາສະຫະລັດ; ໝາກກ້ວຍ 21 ລ້ານໂດລາສະຫະລັດ; ແລະ ຢາງພາລາ 14 ລ້ານໂດລາສະຫະລັດ.

ສິນຄ້ານໍາເຂົ້າຕົ້ນຕໍ 10 ອັນດັບ

ມູນຄ່າການນຳເຂົ້າສິນຄ້າທັງໝົດ ປະຕີບັດໄດ້ປະມານ 570 ລ້ານໂດລາສະຫະລັດ, ຫຼຸດລົງ 24% ທຽບໃສ່ ເດືອນມັງກອນ ຜ່ານມາ. ໃນນີ້, ສິນຄ້ານໍາເຂົ້າຫຼັກປະກອບມີ: ນ້ຳມັນກາຊວນ 103 ລ້ານໂດລາສະຫະລັດ; ພາຫະນະທາງບົກ (ນອກຈາກລົດຈັກ, ລົດໄຖ) 49 ລ້ານໂດລາສະຫະລັດ; ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) 39 ລ້ານໂດລາສະຫະລັດ; ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ 28 ລ້ານໂດລາສະຫະລັດ; ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ 25 ລ້ານໂດລາສະຫະລັດ; ນໍ້າມັນແອັດຊັງ-ແອັດຊັງພິເສດ 19 ລ້ານໂດລາສະຫະລັດ; ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້...) 18 ລ້ານໂດລາສະຫະລັດ; ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ 14 ລ້ານໂດລາສະຫະລັດ; ຜະລິດຕະພັນເຄມີປະສົມສໍາເລັດຮູບ 10 ລ້ານໂດລາສະຫະລັດ; ແລະ ອາລູມີນຽມ, ເຄື່ອງທີ່ເຮັດດ້ວຍອາລູມີນຽມ 4 ລ້ານໂດລາສະຫະລັດ.

ປະເທດສົ່ງອອກຕົ້ນຕໍ 05 ອັນດັບ

ປະເທດ ທີ່ ສປປ ລາວ ສົ່ງອອກຫຼາຍ 05 ອັນດັບປະກອບມີ: ຈີນ ປະມານ 180 ລ້ານໂດລາສະຫະລັດ, ໄທ  ປະມານ 146 ລ້ານໂດລາສະຫະລັດ, ຫວຽດນາມ ປະມານ 92 ລ້ານໂດລາສະຫະລັດ, ອົດສະຕາລີ ປະມານ 32 ລ້ານໂດລາສະຫະລັດ ແລະ ອິນເດຍ ປະມານ 19 ລ້ານໂດລາສະຫະລັດ.

ປະເທດນໍາເຂົ້າຕົ້ນຕໍ 05 ອັນດັບ

ປະເທດ ທີ່ ສປປ ລາວ ນໍາເຂົ້າຫຼາຍ 05 ອັນດັບປະກອບມີ: ໄທ ປະມານ 294 ລ້ານໂດລາສະຫະລັດ, ຈີນ ປະມານ 175 ລ້ານໂດລາສະຫະລັດ, ຫວຽດນາມ ປະມານ 25 ລ້ານໂດລາສະຫະລັດ, ສ.ອາເມລິກາ 14 ລ້ານໂດລາສະຫະລັດ ແລະ ຍີ່ປຸ່ນ ປະມານ 13 ລ້ານ ໂດລາສະຫະລັດ.

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ຂອງ ສປປ ລາວ ປະຈໍາເດືອນ ກຸມພາ ປີ 2024 ແມ່ນຍັງບໍ່ລວມເອົາມູນຄ່າການນໍາເຂົ້າ ແລະ ສົ່ງອອກ ໄຟຟ້າ (ສໍາລັບມູນຄ່າການນຳເຂົ້າ ແລະ ສົ່ງອອກ ໄຟຟ້າ ພວກເຮົາຈະເອົາລົງພາຍຫຼັງທີ່ເກັບກໍາຕົວເລກສະຖິຕິໄດ້ຄົບຖ້ວນ ແລະ ຊັດເຈນແລ້ວ).

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.