ເພີ່ມທັກສະຄວາມຮູ້ດ້ານຄວາມເຂົ້າໃຈ ການສຶກສາເວລາກວດປ່ອຍສິນຄ້າ ໃຫ້ຂະແໜງການລັດ

     ໃນລະຫວ່າງ ວັນທີ 27-31 ພຶດສະພາ 2024 ທີ່ໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ. ກົມການຄ້າຕ່າງປະເທດ (ກົມ ຄຕ), ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມ ກອງເລຂາຄະນະກໍາມະການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ ຂັ້ນສູນກາງ ຮ່ວມມືກັບ ກົມພາສີ, ກະຊວງການເງິນ ໄດ້ຈັດ ກອງປະຊຸມຝຶກອົບຮົມ ກ່ຽວກັບການສຶກສາເວລາກວດປ່ອຍສິນຄ້າ (TRS) ຂອງ ສປປ ລາວ ໂດຍການເປັນປະທານ ທ່ານ ມົວວິໄຊ ເປົ່າລີ, ຮອງຫົວໜ້າກົມ ຄຕ ພ້ອມດ້ວຍບັນດາເຈົ້າໜ້າທີ່ປະຈໍາຢູ່ດ່ານສາກົນ ແລະ ຂະແໜງການລັດທີ່ກ່ຽວຂ້ອງໃນຂອບເຂດທົ່ວປະເທດ ກໍ່ໄດ້ເຂົ້າຮ່ວມຢ່າງພ້ອມໜ້າ.

ລົງຢ້ຽມຢາມທ່າບົກທ່ານາແລ້ງ

     ທ່ານ ມົວວິໄຊ ໄດ້ກ່າວໃນພິທີເປີດກ່ຽວກັບປະຫວັດຄວາມເປັນມາ ແລະ ຈຸດປະສົງຂອງກອງປະຊຸມຝຶກອົບຮົມໃນຄັ້ງວ່າ: ເພື່ອເພີ່ມຄວາມຮູ້ຄວາມເຂົ້າໃຈກ່ຽວກັບ ແຜນຍຸດທະສາດອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການຂົນສົ່ງ 5 ປີ ສະບັບໃໝ່ ທີ່ເນັ້ນໃສ່ການຫັນໄປສູ່ທັນສະໄໝ ແລະ ການນໍາໃຊ້ເຄື່ອງມື ແລະ ຄໍາແນະນໍາຂອງອົງການພາສີໂລກ ກ່ຽວກັບ ຫຼັກການ ແລະ ວິທີການ ສຶກສາເວລາກວດປ່ອຍສິນຄ້າ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນອັນສູງສຸດ ໂດຍແນ່ໃສ່ຄວາມເປັນເອກະພາບກັນ ແລະ ມີການຈັດຕັ້ງປະຕິບັດທີ່ສອດຄ່ອງກັບທຸກຂະແໜງການ ທີ່ປະຈໍາຢູ່ດ່ານສາກົນ ໃນຂອບເຂດທົ່ວປະເທດ.

     ການສຶກສາ TRS ແມ່ນເຄື່ອງມືວັດແທກທີ່ພັດທະນາໂດຍອົງການພາສີໂລກ (WCO) ເພື່ອປະເມີນປະສິດທິພາບຂອງຂະບວນການກວດປ່ອຍສິນຄ້າຂອງຂະແໜງພາສີ ແລະ ຂະແໜງ ການທີ່ກ່ຽວຂ້ອງປະຈໍາດ່ານ ແນໃສ່ປັບປຸງການອໍານວຍຄວາມສະດວກທາງດ້ານການຄ້າຢູ່ດ່ານ. ຜ່ານມາ, ກົມພາສີ ໄດ້ເປັນເຈົ້າການສົມທົບກັບຂະແໜງການທີ່ກ່ຽວຂ້ອງປະຈໍາດ່ານ ດໍາເນີນການສຶກສາ TRS ຈໍານວນທັງໝົດ 5 ຄັ້ງ: ປີ 2009, 2012, 2016, 2017 ແລະ 2019 ຊຶ່ງໃນຕອນນັ້ນໄດ້ສຶກສາພຽງແຕ່ເວລາໃນການດໍາເນີນການກວດປ່ອຍສິນຄ້າ ຢູ່ດ່ານ ເທົ່ານັ້ນ. ໃນປີ 2020 ກົມ ຄຕ ແລະ ກົມພາສີ ໄດ້ຮ່ວມມືກັນເປັນຄັ້ງທໍາອິດໃນການຂະຫຍາຍຂອບເຂດການສຶກສາ TRS ປີ 2020 ໂດຍໄດ້ກວມເອົາຂັ້ນຕອນການອອກອະນຸຍາດ, ຢັ້ງຢືນ ຂອງຂະແໜງການທີ່ກ່ຽວຂ້ອງ 6 ຂະແໜງການ ແລະ ມີ 12 ໃບອະນຸຍາດ ແລະ ຢັ້ງຢືນ.   ສໍາລັບດ່ານມີ 10 ດ່ານສາກົນ. ຕໍ່ມາ, ໃນການສຶກສາ TRS ປີ 2022 ໄດ້ກວມເອົາ 9 ຂະແໜງ ການ ແລະ ມີ 19 ໃບອະນຸຍາດ ແລະ ຢັ້ງຢືນ. ສໍາລັບດ່ານແມ່ນເພີ່ມເຕີມ 4 ດ່ານ, ລວມທັງໝົດ 14 ດ່ານ. ຜ່ານການປະເມີນບົດສຶກສາ TRS ປີ 2022 ເຫັນວ່າ ເວລາໃນການອອກອະນຸຍາດ, ຢັ້ງຢືນ ແມ່ນຫຼຸດລົງ 38 % ຈາກເປົ້າໝາຍ 50 %, ສ່ວນເວລາໃນການກວດປ່ອຍສິນຄ້າຢູ່ດ່ານ ແມ່ນຫຼຸດລົງ 5% ຈາກເປົ້າໝາຍ 10% ທຽບໃສ່ປີ 2020.

     ມາເຖິງປະຈຸບັນ, ການສຶກສາ TRS ປີ 2024 ຖືໄດ້ວ່າເປັນຄັ້ງທໍາອິດທີ່ໄດ້ຈັດຝຶກອົບຮົມໃຫ້ແກ່ຄະນະຮັບຜິດຊອບ TRS ໂດຍແມ່ນທ່ານ ສົມປະສົງ ອໍາແພງໄພ, ຫົວໜ້າພະແນກ, ກົມພາສີ ໃນນາມເປັນຊ່ຽວຊານ TRS ເປັນວິທະຍາກອນໃນຄັ້ງນີ້ ເພື່ອໃຫ້ຂະແໜງການກ່ຽວຂ້ອງກະກຽມຄວາມພ້ອມ ກ່ອນຈະດໍາເນີນການສຶກສາຕົວຈິງ ຊຶ່ງຈະເລີ່ມໃນເດືອນ ມິຖຸນາ 2024 ທີ່ຈະມາເຖິງນີ້, ໂດຍແນ່ໃສ່ ການສຶກສາ TRS ປີ 2024 ໃຫ້ມີປະສິດທິພາບ ແລະ ປະສິດທິຜົນຂື້ນກວ່າເກົ່າ.

      ນອກຈາກນີ້, ບັນດາຜູ້ເຂົ້າຮ່ວມຍັງໄດ້ລົງຢ້ຽມຢາມສະຖານທີ່ຕົວຈິງ ເພື່ອສ້າງຄວາມເຂົ້າໃຈຂັ້ນຕອນຕ່າງໆ ໂດຍສະເພາະແມ່ນຂະບວນການກວດປ່ອຍສິນຄ້າ ຢູ່ທ່າບົກທ່ານາແລ້ງ ແລະ ຂະບວນການອອກອະນຸຍາດນຳເຂົ້າ-ສົ່ງອອກ ຢູ່ກົມອາຫານ ແລະ ຢາ ແນໃສ່ໃຫ້ສາມາດສ້າງແຜດວາດຂັ້ນຕອນ ແລະ ອອກແບບແບບສອບຖາມໃຫ້ຖືກຕ້ອງ;

     ໃນຕອນທ້າຍຂອງກອງປະຊຸມ, ປະທານໄດ້ກ່າວຍ້ອງຍໍຊົມເຊີຍບັນດາສໍາມະນາກອນທຸກທ່ານທີ່ໄດ້ມີການເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ສ້າງຂະບວນການຟົດຟື້ນ ໂດຍການແລກປ່ຽນ ແລະ ສອບຖາມ ການນໍາໃຊ້ເຄື່ອງມື TRS 2024 ໄດ້ຢ່າງຕັ້ງໃຈ ແລະ ຫ້າວຫັນ. ໃນຕອນທ້າຍຂອງກອງປະຊຸມຝຶກອົບຮົມ ໄດ້ມີພິທີມອບໃບຢັ້ງຢືນຜ່ານການສຳມະນາ ໃຫ້ແກ່ນັກສຳມະນາກອນທີ່ເຂົ້າຮ່ວມໃນຄັ້ງນີ້ ໂດຍແມ່ນ ທ່ານ ພູເຂົາຄຳ ວັນນະວົງໄຊ, ຫົວໜ້າກົມພາສີ ເປັນຜູ້ມອບ.

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.