ມູນຄ່າການຄ້າຕ່າງປະເທດ ປະຈໍາເດືອນ ເມສາ ປີ 2024 ປະຕີບັດໄດ້ 1,122 ລ້ານໂດລາສະຫະລັດ

ມູນຄ່າການນໍາເຂົ້າ ແລະ ສົ່ງອອກສິນຄ້າ (ບໍ່ລວມໄຟຟ້າ) ຂອງ ສປປ ລາວ ປະຈໍາເດືອນ ເມສາ 2024 ບັນລຸໄດ້ 1,122 ລ້ານໂດລາສະຫະລັດ, ທຽບໃສ່ ເດືອນມີນາຜ່ານມາ ແມ່ນຫຼຸດລົງປະມານ 13%. ໃນນີ້, ມູນຄ່າສົ່ງອອກບັນລຸໄດ້ 462 ລ້ານໂດລາສະຫະລັດ, ຫຼຸດລົງ 20% ແລະ ມູນຄ່ານໍາເຂົ້າ ບັນລຸໄດ້ 660 ລ້ານໂດລາສະຫະລັດ, ຫລຸດລົງ 2% ທຽບໃສ່ເດືອນ ມີນາ ຜ່ານມາ. ສິນຄ້າທີ່ສົ່ງອອກຕົ້ນຕໍ 05 ອັນດັບປະກອບມີ: ເກືອກາລີ, ຄໍາປະສົມ, ແຮ່ທອງ, ມັນຕົ້ນ ແລະ ນໍ້າຕານ. ສິນຄ້າທີ່ນໍາເຂົ້າຕົ້ນຕໍ 05 ອັນດັບປະກອບມີ: ນໍ້າມັນກາຊວນ, ພາຫະນະທາງບົກ, ອຸປະກອນກົນຈັກ, ເຫຼັກ ແລະ ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ.

(ແຫຼ່ງຂໍ້ມູນ: ກົມພາສີ, ກະຊວງການເງິນ) 

ສິນຄ້າສົ່ງອອກຕົ້ນຕໍ

ມູນຄ່າການສົ່ງອອກສິນຄ້າທັງໝົດ ປະຕິບັດໄດ້ ປະມານ 462 ລ້ານໂດລາສະຫາລັດ, ຫຼຸດລົງ 20%ທຽບໃສ່ ເດືອນມີນາ ຜ່ານມາ. ໃນນີ້, ສິນຄ້າສົ່ງອອກຫຼັກ ປະກອບມີ: ເກືອກາລີ 84 ລ້ານໂດລາສະຫະລັດ, ຄໍາປະສົມ ແລະ ຄຳແທ່ງ 79 ລ້ານໂດລາສະຫະລັດ, ແຮ່ທອງ 40 ລ້ານໂດລາສະຫະລັດ, ມັນຕົ້ນ 32 ລ້ານໂດລາສະຫະລັດ, ນໍ້າຕານ 28 ລ້ານໂດລາສະຫະລັດ, ໝາກກ້ວຍ 23 ລ້ານໂດລາສະຫະລັດ, ຢາງພາລາ 20 ລ້ານໂດລາສະຫະລັດ, ແປ້ງມັນຕົ້ນ 16 ລ້ານໂດລາສະຫະລັດ, ແລະ ແຮ່ເຫຼັກ 14 ລ້ານໂດລາສະຫະລັດ.

ສິນຄ້ານໍາເຂົ້າຕົ້ນຕໍ  

ມູນຄ່າການນຳເຂົ້າສິນຄ້າທັງໝົດ ປະຕິບັດໄດ້ປະມານ 660 ລ້ານໂດລາສະຫະລັດ ແລະ ຫຼຸດລົງ 2% ທຽບໃສ່ ເດືອນມີນາຜ່ານມາ. ໃນນີ້, ສິນຄ້ານໍາເຂົ້າຫຼັກ ປະກອບມີ: ນ້ຳມັນກາຊວນ 96 ລ້ານໂດລາສະຫະລັດ, ພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ) 56 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) 36 ລ້ານໂດລາສະຫະລັດ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ ແລະ ເຫຼັກກ້າ 29 ລ້ານໂດລາສະຫະລັດ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ 26 ລ້ານໂດລາສະຫະລັດ, ຜະລິດຕະພັນເຄມີປະສົມສໍາເລັດຮູບ 26 ລ້ານໂດລາສະຫະລັດ, ນໍ້າມັນແອັດຊັງ-ແອັດຊັງພິເສດ 24 ລ້ານໂດລາສະຫະລັດ, ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້...) 21 ລ້ານໂດລາສະຫະລັດ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ 18 ລ້ານໂດລາສະຫະລັດ, ແລະ ອາລູມີນຽມ ແລະ ເຄື່ອງທີ່ເຮັດດ້ວຍອາລູມີນຽມ 4 ລ້ານໂດລາສະຫະລັດ.

ປະເທດສົ່ງອອກຕົ້ນຕໍ 05 ອັນດັບ

ປະເທດ ທີ່ ສປປ ລາວ ສົ່ງອອກຫຼາຍ 05 ອັນດັບປະກອບມີ: ຫວຽດນາມ ປະມານ 160 ລ້ານໂດລາສະຫະລັດ, ຈີນ ປະມານ 103 ລ້ານໂດລາສະຫະລັດ, ໄທ ປະມານ 107 ລ້ານໂດລາສະຫະລັດ, ອົດສະຕາລີ 43 ລ້ານໂດລາສະຫະລັດ ແລະ ສະວິດເຊີແລນ ປະມານ 19 ລ້ານໂດລາສະຫະລັດ.

ປະເທດນໍາເຂົ້າຕົ້ນຕໍ 05 ອັນດັບ

ປະເທດ ທີ່ ສປປ ລາວ ນໍາເຂົ້າຫຼາຍ 05 ອັນດັບປະກອບມີ: ໄທ ປະມານ 336 ລ້ານໂດລາສະຫະລັດ, ຈີນ ປະມານ 213 ລ້ານໂດລາສະຫະລັດ, ຫວຽດນາມ ປະມານ 33 ລ້ານໂດລາສະຫະລັດ, ສ.ອາເມລິກາ 17 ລ້ານໂດລາສະຫະລັດ ແລະ ສ.ເກົາຫຼີ ປະມານ 12 ລ້ານ ໂດລາສະຫະລັດ.

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ປະຈໍາເດືອນ ເມສາ ປີ 2024 ແມ່ນຍັງບໍ່ລວມເອົາມູນຄ່າການນໍາເຂົ້າ ແລະ ສົ່ງອອກ ໄຟຟ້າ (ສໍາລັບມູນຄ່າການນຳເຂົ້າ ແລະ ສົ່ງອອກ ໄຟຟ້າ ພວກເຮົາຈະເອົາລົງພາຍຫຼັງທີ່ເກັບກໍາຕົວເລກສະຖິຕິໄດ້ຄົບຖ້ວນ ແລະ ຊັດເຈນແລ້ວ).

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.