ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຂອງ ສປປ ລາວ ປະຈໍາເດືອນມິຖຸນາ ປີ 2024 ປະຕິບັດໄດ້ປະມານ 1,227 ລ້ານໂດລາສະຫະລັດ.

 

ສິນຄ້າສົ່ງອອກຕົ້ນຕໍ

ມູນຄ່າການສົ່ງອອກສິນຄ້າທັງໝົດ ປະຕິບັດໄດ້ ປະມານ 547  ລ້ານໂດລາສະຫະລັດ, ເພີ່ມຂື້ນປະມານ 13%ທຽບໃສ່ ເດືອນ ພຶດສະພາ ຜ່ານມາ. ໃນນີ້, ສິນຄ້າສົ່ງອອກຫຼັກ ປະກອບມີ: ເກືອກາລີ 80 ລ້ານໂດລາສະຫະລັດ, ຄໍາປະສົມ 67 ລ້ານໂດລາສະຫະລັດ, ເຈ້ຍ 40 ລ້ານໂດລາສະຫະລັດ, ຢາງພາລາ 29 ລ້ານໂດລາສະຫະລັດ, ແຮ່ທອງ 27 ລ້ານໂດລາສະຫະລັດ, ເຍື່ອໄມ້ 23 ລ້ານໂດລາສະຫະລັດ, ນໍ້າຕານ 17  ລ້ານໂດລາສະຫະລັດ, ແປ້ງມັນຕົ້ນ 16 ລ້ານໂດລາສະຫະລັດ, ໝາກກ້ວຍ 12 ລ້ານໂດລາສະຫະລັດ ແລະ ມັນຕົ້ນ 8 ລ້ານໂດລາສະຫະລັດ.

ສິນຄ້ານໍາເຂົ້າຕົ້ນຕໍ  

ມູນຄ່າການນຳເຂົ້າສິນຄ້າທັງໝົດ ປະຕິບັດໄດ້ປະມານ 680 ລ້ານໂດລາສະຫະລັດ ແລະ ເພີ່ມຂື້ນ 7% ທຽບໃສ່ ເດືອນພຶດສະພາ ຜ່ານມາ. ໃນນີ້, ສິນຄ້ານໍາເຂົ້າຫຼັກ ປະກອບມີ: ນ້ຳມັນກາຊວນ 88 ລ້ານໂດລາສະຫະລັດ, ພາຫະນະທາງບົກ (ນອກຈາກລົດຈັກ, ລົດໄຖ) 67 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) 63 ລ້ານໂດລາສະຫະລັດ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ 51 ລ້ານໂດລາສະຫະລັດ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ ແລະ ເຫຼັກກ້າ 39 ລ້ານໂດລາສະຫະລັດ, ຜະລິດຕະພັນເຄມີປະສົມສໍາເລັດຮູບ 36 ລ້ານໂດລາສະຫະລັດ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ 24 ລ້ານໂດລາສະຫະລັດ, ນໍ້າມັນແອັດຊັງ-ແອັດຊັງພິເສດ 22 ລ້ານໂດລາສະຫະລັດ, ຊິ້ນສ່ວນອາໄຫຼ່ລົດ (ລວມທັງຢາງ, ແວ່ນ, ໂສ້...) 21 ລ້ານໂດລາສະຫະລັດ ແລະ ອາລູມີນຽມ ແລະ ເຄື່ອງທີ່ເຮັດດ້ວຍອາລູມີນຽມ 6 ລ້ານໂດລາສະຫະລັດ.

ປະເທດສົ່ງອອກຕົ້ນຕໍ 05 ອັນດັບ

ປະເທດ ທີ່ ສປປ ລາວ ສົ່ງອອກຫຼາຍ 05 ອັນດັບປະກອບມີ: ຈີນ ປະມານ 199 ລ້ານໂດລາສະຫະລັດ, ຫວຽດນາມ ປະມານ 115 ລ້ານໂດລາສະຫະລັດ, ໄທ ປະມານ 100 ລ້ານໂດລາສະຫະລັດ, ອາເມລິກາ ປະມານ 20 ລ້ານໂດລາສະຫະລັດ ແລະ ສະວິດເຊີແລນ 18 ລ້ານໂດລາສະຫະລັດ.

ປະເທດນໍາເຂົ້າຕົ້ນຕໍ 05 ອັນດັບ

ປະເທດ ທີ່ ສປປ ລາວ ນໍາເຂົ້າຫຼາຍ 05 ອັນດັບປະກອບມີ: ຈີນ ປະມານ 271 ລ້ານໂດລາສະຫະລັດ,ໄທ ປະມານ 258 ລ້ານໂດລາສະຫະລັດ, ຫວຽດນາມ ປະມານ 63 ລ້ານໂດລາສະຫະລັດ, ສ. ອາເມລິກາ 23 ລ້ານໂດລາສະຫະລັດ ແລະ ຍີ່ປຸ່ນ ປະມານ 16 ລ້ານ ໂດລາສະຫະລັດ.

 

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ປະຈໍາເດືອນ ມິຖຸນາ ປີ 2024 ແມ່ນຍັງບໍ່ລວມເອົາມູນຄ່າການນໍາເຂົ້າ ແລະ ສົ່ງອອກ ໄຟຟ້າ (ສໍາລັບມູນຄ່າການນຳເຂົ້າ ແລະ ສົ່ງອອກ ໄຟຟ້າ ພວກເຮົາຈະເອົາລົງພາຍຫຼັງທີ່ເກັບກໍາຕົວເລກສະຖິຕິໄດ້ຄົບຖ້ວນ ແລະ ຊັດເຈນແລ້ວ).

 

 

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.