ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຂອງ ສປປ ລາວ ປະຈໍາເດືອນ ກໍລະກົດ ປີ 2024 ປະຕິບັດໄດ້ປະມານ 1,220 ລ້ານໂດລາສະຫະລັດ.

 

ສິນຄ້າສົ່ງອອກຕົ້ນຕໍ

     ມູນຄ່າການສົ່ງອອກສິນຄ້າທັງໝົດ ປະຕິບັດໄດ້ ປະມານ 533 ລ້ານໂດລາສະຫະລັດ ຫຼຸດລົງປະມານ 2,5%ທຽບໃສ່ ເດືອນມີຖຸນາ ຜ່ານມາ. ໃນນີ້, ສິນຄ້າສົ່ງອອກຫຼັກ ປະກອບມີ: ຄໍາປະສົມ 62 ລ້ານໂດລາສະຫະລັດ, ເຄື່ອງໃຊ້ໄຟຟ້າ 50 ລ້ານໂດລາສະຫະລັດ, ເກືອກາລີ 47 ລ້ານໂດລາສະຫະລັດ, ຢາງພາລາ 40 ລ້ານໂດລາສະຫະລັດ, ເຈ້ຍ 39 ລ້ານໂດລາສະຫະລັດ, ເຍື່ອໄມ້ 24 ລ້ານໂດລາສະຫະລັດ, ນໍ້າຕານ 16 ລ້ານໂດລາສະຫະລັດ, ແປ້ງມັນຕົ້ນ 13 ລ້ານໂດລາສະຫະລັດ, ແຮ່ທອງ 12 ລ້ານໂດລາສະຫະລັດ ແລະ ມັນຕົ້ນ 7 ລ້ານໂດລາສະຫະລັດ.

ສິນຄ້ານໍາເຂົ້າຕົ້ນຕໍ  

     ມູນຄ່າການນຳເຂົ້າສິນຄ້າທັງໝົດ ປະຕິບັດໄດ້ປະມານ 687 ລ້ານໂດລາສະຫະລັດເພີ່ມຂື້ນ 1% ທຽບໃສ່ ເດືອນມີຖຸນາ ຜ່ານມາ. ໃນນີ້, ສິນຄ້ານໍາເຂົ້າຫຼັກປະກອບມີ: ນ້ຳມັນກາຊວນ 79 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ 75 ລ້ານໂດລາສະຫະລັດ, ຜະລິດຕະພັນເຄມີປະສົມສໍາເລັດຮູບ 67 ລ້ານໂດລາສະຫະລັດ, ພາຫະນະທາງບົກ  48 ລ້ານໂດລາສະຫະລັດ, ເຄື່ອງໄຟຟ້າ 38 ລ້ານໂດລາສະຫະລັດ, ເຫຼັກ 30 ລ້ານໂດລາສະຫະລັດ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ 25 ລ້ານໂດລາສະຫະລັດ, ນໍ້າມັນແອັດຊັງ 21 ລ້ານໂດລາສະຫະລັດ, ຊິ້ນສ່ວນອາໄຫຼ່ລົດ 18 ລ້ານໂດລາສະຫະລັດ ແລະ ເຄື່ອງດື່ມ 13 ລ້ານໂດລາສະຫະລັດ.

ປະເທດສົ່ງອອກຕົ້ນຕໍ 05 ອັນດັບ

     ປະເທດ ທີ່ ສປປ ລາວ ສົ່ງອອກຫຼາຍ 05 ອັນດັບ ປະກອບມີ: ຈີນ ປະມານ 188 ລ້ານໂດລາສະຫະລັດ, ຫວຽດນາມ ປະມານ 130 ລ້ານໂດລາສະຫະລັດ, ໄທ ປະມານ 70 ລ້ານໂດລາສະຫະລັດ, ອາເມລິກາ ປະມານ 37 ລ້ານໂດລາສະຫະລັດ ແລະ ອົດສະຕາລີ 33 ລ້ານໂດລາສະຫະລັດ.

ປະເທດນໍາເຂົ້າຕົ້ນຕໍ 05 ອັນດັບ

     ປະເທດ ທີ່ ສປປ ລາວ ນໍາເຂົ້າຫຼາຍ 05 ອັນດັບ ປະກອບມີ: ຈີນ ປະມານ 296 ລ້ານໂດລາສະຫະລັດ, ໄທ ປະມານ 242 ລ້ານໂດລາສະຫະລັດ, ຫວຽດນາມ ປະມານ 61 ລ້ານໂດລາສະຫະລັດ, ສ.ອາເມລິກາ 19 ລ້ານໂດລາສະຫະລັດ ແລະ ຍີ່ປຸ່ນ ປະມານ 13 ລ້ານ ໂດລາສະຫະລັດ.

     ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ປະຈໍາເດືອນ ກໍລະກົດ ປີ 2024 ແມ່ນຍັງບໍ່ລວມເອົາມູນຄ່າການນໍາເຂົ້າ ແລະ ສົ່ງອອກ ໄຟຟ້າ (ສໍາລັບມູນຄ່າການນຳເຂົ້າ ແລະ ສົ່ງອອກ ໄຟຟ້າ ພວກເຮົາຈະເອົາລົງພາຍຫຼັງທີ່ເກັບກໍາຕົວເລກສະຖິຕິໄດ້ຄົບຖ້ວນ ແລະ ຊັດເຈນແລ້ວ).

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.