ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ ຂອງ ສປປ ລາວ ໃນໄລຍະ 6 ເດືອນຕົ້ນປີ 2024 ບັນລຸໄດ້ 7,754 ລ້ານໂດລາສະຫະລັດ.

ສິນຄ້າສົ່ງອອກຕົ້ນຕໍ 05 ອັນດັບ

     ມູນຄ່າການສົ່ງອອກສິນຄ້າທັງໝົດ ປະຕິບັດໄດ້ ປະມານ 3,702 ລ້ານໂດລາສະຫະລັດ ຫຼຸດລົງປະມານ 13.5%ທຽບໃສ່ 6 ເດືອນຕົ້ນປີ 2023. ໃນນີ້, ສິນຄ້າສົ່ງອອກຫຼັກ 05 ອັນຕົ້ນຕໍມີ: ເກືອກາລີ 558 ລ້ານໂດລາສະຫະລັດ, ຄໍາປະສົມ 371 ລ້ານໂດລາສະຫະລັດ, ມັນຕົ້ນ 325 ລ້ານໂດລາສະຫະລັດ, ແຮ່ທອງ 250 ລ້ານໂດລາສະຫະລັດ ແລະ ເຈ້ຍ 222 ລ້ານໂດລາສະຫະລັດ.

ສິນຄ້ານໍາເຂົ້າຕົ້ນຕໍ 05 ອັນດັບ

     ມູນຄ່າການນຳເຂົ້າສິນຄ້າທັງໝົດ ປະຕິບັດໄດ້ ປະມານ 4,052 ລ້ານໂດລາສະຫະລັດ ເພີ່ມຂື້ນ 19% ທຽບໃສ່ 6 ເດືອນຕົ້ນປີ 2023. ໃນນີ້, ສິນຄ້ານໍາເຂົ້າຫຼັກ 05 ອັນດັບຕົ້ນຕໍມີ: ນ້ຳມັນກາຊວນ 590 ລ້ານໂດລາສະຫະລັດ, ພາຫະນະທາງບົກ 344 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ 314 ລ້ານໂດລາສະຫະລັດ, ເຫຼັກ 210 ລ້ານໂດລາສະຫະລັດ ແລະ ເຄື່ອງໄຟຟ້າ 197 ລ້ານໂດລາສະຫະລັດ.

ປະເທດສົ່ງອອກຕົ້ນຕໍ 05 ອັນດັບ

     ປະເທດ ທີ່ ສປປ ລາວ ສົ່ງອອກຫຼາຍ 05 ອັນດັບ ປະກອບມີ: ຈີນ ປະມານ 1,296 ລ້ານໂດລາສະຫະລັດ, ຫວຽດນາມ ປະມານ 929 ລ້ານໂດລາສະຫະລັດ, ໄທ ປະມານ 766 ລ້ານໂດລາສະຫະລັດ, ອົດສະຕາລີ ປະມານ 220 ລ້ານໂດລາສະຫະລັດ ແລະ ສ.ອາເມລິກາ ປະມານ 87 ລ້ານໂດລາສະຫະລັດ.

ປະເທດນໍາເຂົ້າຕົ້ນຕໍ 05 ອັນດັບ

     ປະເທດ ທີ່ ສປປ ລາວ ນໍາເຂົ້າຫຼາຍ 05 ອັນດັບ ປະກອບມີ: ໄທ ປະມານ 1,814 ລ້ານໂດລາສະຫະລັດ, ຈີນ ປະມານ 1,494 ລ້ານໂດລາສະຫະລັດ, ຫວຽດນາມ ປະມານ 251 ລ້ານໂດລາສະຫະລັດ, ສ.ອາເມລິກາ ປະມານ  112 ລ້ານໂດລາສະຫະລັດ ແລະ ຍີ່ປຸ່ນ ປະມານ 68 ລ້ານ ໂດລາສະຫະລັດ.

     ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ໃນໄລຍະ 6 ເດືອນ ຕົ້ນປີ 2024 ແມ່ນຍັງບໍ່ລວມເອົາມູນຄ່າການນໍາເຂົ້າ ແລະ ສົ່ງອອກ ໄຟຟ້າ (ສໍາລັບມູນຄ່າການນຳເຂົ້າ ແລະ ສົ່ງອອກ ໄຟຟ້າ ພວກເຮົາຈະເອົາລົງພາຍຫຼັງທີ່ເກັບກໍາຕົວເລກສະຖິຕິໄດ້ຄົບຖ້ວນ ແລະ ຊັດເຈນແລ້ວ).

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.