ຊາດື່ມ ຂອງ ສປປ ລາວ ກໍາລັງເປັນທີ່ຕ້ອງການຕະຫຼາດໃຫຍ່ ຂອງ ປະເທດເພື່ອນບ້ານ.

(ຮູບພາບປະກອບຈາກອີນເຕີເນັດ)

     ອີງຕາມຂ່າວຈາກ ໜັງສືພີມ ວຽງຈັນທາມສ ຄັ້ງວັນທີ 26 ສິງຫາ 2024 ໄດ້ໃຫ້ຮູ້ວ່າ ການສົ່ງອອກຊາເຄີງສໍາເລັດຮູບ ຈາກ ສປປ ລາວ ໄປ ສປ ຈິນ, ແມ່ນມີທ່າແຮງອັນດີໃຫ້ກັບຊາວກະສິກອນລາວທາງພາກເໜືອ ໂດຍສະເພາະ ຊາທີ່ປະຊາຊົນປູກແຕ່ຊົ່ວປູ - ຊົ່ວຍ່າ ແລະ ຊາທີ່ມີແຫຼ່ງກໍາເນີດມາແຕ່ປ່າຈໍານວນໝື່ງ.

     ການສົ່ງອອກຊາຂອງລາວ ຖືໄດ້ວ່າເປັນສິນຄ້າສົ່ງອອກທີ່ສຳຄັນຂອງ ສປປ ລາວ ອີກປະເພດໜຶ່ງ ຮອງລົງມາຈາກການສົ່ງອອກກາເຟ. ນັບແຕ່ທ້າຍເດືອນກຸມພາຈົນເຖິງ ຕົ້ນເດືອນ ສິງຫາ ຂອງປີນີ້ແມ່ນເປັນໄລຍະເກັບກ່ຽວຊາຂອງຊາວກະສິກອນທີ່ຢູ່ ເມືອງຜົ້ງສາລີ, ແຂວງຜົ້ງສາລີ ແລະ ເມືອງພູຊານ, ແຂວງຊຽງຂວາງ ທີ່ຈະເກັບເອົາໃບຊາຈາກເປີ້ນພູຂອງໝູ່ບ້ານຢ່າງແຂ່ງຂັນກັບເວລາເພື່ອສາມາດເກັບຜົນຜະລິດໃຫ້ໄດ້ຕາມເປົ້າໝາຍທີ່ຕະຫຼາດມີຄວາມຕ້ອງການທີ່ສຸດ ແລະ ສາມາດສົ່ງອອກໃຫ້ກັບຄູ່ຄ້າທີ່ຢູ່ໃກ້ຄຽງທີ່ມີຊາຍແດນຕິດກັບ ປະເທດຈິນ.  

     ສ່ວນຫຼາຍແລ້ວຊາວກະຊິກອນຈະຂົ້ວຊາ ແລະ ອົບແຫ້ງເອງເພື່ອຜະລິດຕະພັນເປັນຊາເຄີງສໍາເລັດຮູບໂດຍວິທີການແບບດັງເດີ່ມ ແລະ ນໍາໃຊ້ເຄື່ອງມືອຸປະກອນທີ່ທັນສະໄໝທີ່ໃຫ້ໄດ້ຄຸນນະພາບມາດຕະຖານຄວາມຕ້ອງການຂອງຕະຫຼາດແລ້ວຂາຍໃຫ້ນາຍທຶນຜູ້ທີ່ໄດ້ເງື່ອນໄຂສາມາດສົ່ງອອກຊາເຄີງສໍາເລັດຮູບ ໄປ ສປ ຈິນ ໄດ້, ໂດຍຈະສົ່ງອອກຊາ ຂອງ ສປປ ລາວ ໄປຍັງ ແຂວງຢຸນນາມ, ແຂວງກວາງນາມ ແລະ ແຂວງອຶ້ນໆ ຂອງ ສປ ຈີນ.

     ເຖິງຢ່າງໄດກໍ່ຕາມ, ການເຊື່ອມຕໍ່ລະຫວ່າງ ຊາວກະສິກອນ ກັບນາຍທຶນຜູ້ຊື້ແມ່ນຍັງມີຊ່ອງຫວ່າງທາງດ້ານລາຄາພາຍໃນ ແລະ ຕະຫຼາດຈີນ ທີ່ມີຜົນກໍາໄລທີ່ຍັງບໍ່ເປັນລະບົບລະບຽບເທົ່າທີຄວນ ເຊິ່ງບໍ່ສາມາດຮັບປະກັນລາຍຮັບໄດ້ຢ່າງສະໝໍ່າສະເໝີ ແລະ ນໍາໄປສູ່ຜົນກໍາໄລຫນ້ອຍລົງໃຫ້ແກ່ຊາວກະຊິກອນຂະໜາດນ້ອຍຈໍານວນໜຶ່ງ.

     ເຖິງຢ່າງໄດກໍ່ດີ, ລັດຖະບານລາວ ເຫັນໄດ້ເຖິງທ່າແຮງ ແລະ ຄວາມສໍາຄັນຂອງການສົ່ງອອກຊາເຄີງສໍາເລັດຮູບ ທີ່ສາມາດສ້າງລາຍຮັບອັນສໍາຄັນໃຫ້ແກ່ຜູ້ຜະລິດຂະໜາດນ້ອຍ, ກາງ ຈົນເຖິງການເປັນອຸດສາຫະກໍາການຜະລິດຕະພັນສໍາເລັດຮູບຂະໜາດກາງ ເພື່ອເປັນການສົ່ງເສີມໃຫ້ເສດຖະກິດຄອບຄົວ ແລະ ປະຊາຊົນລາວມີການຂະຫຍາຍຕົວ.

     ສະນັ້ນ, ລັດຖະບານຈຶ່ງໄດ້ມີການຮ່ວມມືກັບແຜນງານສາກົນທີ່ຄຸ້ມຄອງທີ່ດິນພາກພື້ນແມ່ນ້ຳຂອງ (Mekong Region Land Governance - MRLG), ຊຶ່ງແຜນງານດັ່ງກ່າວໄດ້ເຮັດບົດສຶກສາຢ່າງເປັນທາງການ ແລະ ສະຫຼຸບໄດ້ໂດຍສັງເຂບວ່າ: ດ້ວຍການສະໜັບສະໜູນ ແລະ ການຮ່ວມມືທີ່ຖືກຕ້ອງ ປະຊາຊົນ ສປປ ລາວ ສາມາດໝູນໃຊ້ທ່າແຮງຂອງຕົນໃນການສົ່ງອອກຊາເຄີງສໍາເລັດຮູບໄດ້ຢ່າງເຕັມທີ່, ເປີດໂອກາດໃຫ້ຊາວກະສິກອນຂະໜາດນ້ອຍ, ກາງ ເພື່ອເຂົ້າເຖິງຕະຫຼາດ ສປ ຈີນ ໃຫ້ມີລາຍຮັບທີ່ໝັ້່ນຄົງຂື້ນ. ລາຍລະອຽດຂອງບົດສຶກສາກະລຸນາກົດຕາມລີ້ງນີ້: https://www.mrlg.org/publications/comparing-investments-in-the-lao-tea-sector/

     ອີງຕາມຂໍ້ມູນດິບຂອງ ກົມພາສີ, ກະຊວງການເງິນໄດ້ໃຫ້ຮູ້ວ່າ: ມູນຄ່າການສົ່ງອອກຊາ ເຄີງສໍາເລັດຮູບ ທີ່ມີແຫຼ່ງກໍາເນີດມາຈາກ ສປປ ລາວ ນັ້ນ ປະຈໍາປີ 2023 ມີປະມານ 2,4 ລ້ານໂດລາສະຫະລັດ. ໃນນັ້ນ, ການສົ່ງອອກ ຊາເຄີງສໍາເລັດຮູບ, ຊາຂົ້ວອົບແຫ້ງ, ມີມູນຄ່າສູງສຸດປະມານ 2,2 ລ້ານໂດລາສະຫະລັດ ແລະ ຜະລິດຕະພັນຊາປະເພດອື່ນຮອງລົງມາຕາມລໍາດັບ ເຊັ່ນ: ຊາ 400ປີ, ຊາອູຫລົງ, ຊາພູຊານ ແລະ ຊາສໍາເລັດຮູບ ອຶ້ນໆ.

 

 

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.