ສາລະບານ

ໝວດທີ I - ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ
ມາດຕາ 2. ອະທິບາຍຄໍາສັບ
ມາດຕາ 3. ການປົກປ້ອງສິດຕໍ່ຊັບສິນທາງປັນຍາ

ໝວດທີ II - ຂັ້ນຕອນຂອງການກວດກາ ແລະ ການຍຶດສິນຄ້າ

ມາດຕາ 4. ສິດໃນການຮ້ອງຂໍໃຫ້ດໍາເນີນການກວດກາ ແລະ ຍຶດສິນຄ້າ
ມາດຕາ 5. ເງື່ອນໄຂຂອງການຮ້ອງຂໍ
ມາດຕາ 6. ສະຖານທີ່ຍື່ນຄໍາຮ້ອງ
ມາດຕາ 7. ການປະຕິເສດຄໍາຮ້ອງ
ມາດຕາ 8. ການຕອບຮັບຄໍາຮ້ອງ ແລະ ກວດກາສິນຄ້າເປົ້າໝາຍ
ມາດຕາ 9. ການຍຶດສິນຄ້າ
ມາດຕາ 10. ການວາງເງິນຄໍ້າປະກັນເພີ່ມເຕີມ
ມາດຕາ 11. ການຮ້ອງຟ້ອງ
ມາດຕາ 12. ໄລຍະເວລາການຍຶດສິນຄ້າ
ມາດຕາ 13. ສິດໃນການເຂົ້າກວດເບິ່ງສິນຄ້າທີ່ຍຶດໄວ້

ໝວດທີ III - ການປະຕິບັດຄໍາຕັດສິນຂອງສານ

ມາດຕາ 14. ກໍລະນີມີການຮ້ອງຟ້ອງຕໍ່ສານ
ມາດຕາ 15. ກໍລະນີບໍ່ມີການຮ້ອງຟ້ອງຕໍ່ສານ
ມາດຕາ 16. ການຮ້ອງຟ້ອງຄ່າຊົດເຊີຍ
ມາດຕາ 17. ການຖອນຄໍາຮ້ອງຟ້ອງ

ໝວດທີ IV - ບົດບັນຍັດສຸດທ້າຍ

ມາດຕາ 18. ການປະຕິບັດຕໍ່ສິນຄ້າທີ່ລະເມີດ
ມາດຕາ 19. ສິດຮ້ອງທຸກ
ມາດຕາ 20. ການຈັດຕັ້ງປະຕິບັດ
ມາດຕາ 21. ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ    ເລກທີ 1970/ກງ
ນະຄອນຫຼວງວຽງຈັນ, ວັນທີ 08 ກັນຍາ 2011

ບົດແນະນໍາ
ວ່າດ້ວຍມາດຕະການປົກປ້ອງສິດຕໍ່ຊັບສິນທາງປັນຍາຂອງເຈົ້າໜ້າທີ່ພາສີ

  • ອີງຕາມ ກົດໝາຍວ່າດ້ວຍພາສີ ສະບັບເລກທີ 05/ສພຊ, ລົງວັນທີ 20 ພຶດສະພາ 2005;
  • ອີງຕາມ ກົດໝາຍວ່າດ້ວຍຊັບສິນທາງປັນຍາ ສະບັບເລກທີ 08/ສພຊ, ລົງວັນທີ 24 ທັນວາ 2007;
  • ອີງຕາມ ດໍາລັດວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງການເງິນ ສະບັບເລກທີ 80/ນຍ, ລົງວັນທີ 28 ກຸມພາ 2007;
  • ອີງຕາມ ການສະເໜີຂອງກົມພາສີ ສະບັບເລກທີ 2456/ກພສ, ລົງວັນທີ 26 ສິງຫາ 2011.

   ເພື່ອເປັນການຮັບປະກັນ ໃນການຈັດຕັ້ງຜັນຂະຫຍາຍ ແລະ ແນະນໍາວິທີການກ່ຽວກັບ ການຈັດຕັ້ງປະຕິບັດມາດຕະການປົກປ້ອງສິດ ຕໍ່ຊັບສິນທາງປັນຍາຂອງເຈົ້າໜ້າທີ່ພາສີ ໃຫ້ເປັນເອກະພາບໃນຂອບເຂດທົ່ວປະເທດ.

ລັດຖະມົນຕີວ່າການກະຊວງການເງິນ ອອກບົດແນະນໍາ:

ໝວດທີ I
ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ

ບົດແນະນໍາສະບັບນີ້ວາງອອກ ເພື່ອກໍານົດລະບຽບການ ແລະ ຂັ້ນຕອນກ່ຽວກັບມາດຕະການປົກປ້ອງສິດ ຕໍ່ຊັບສິນທາງປັນຍາຂອງເຈົ້າໜ້າທີ່ພາສີ. ຂ້າງເທິງ

ມາດຕາ 2. ອະທິບາຍຄໍາສັບ

ບັນດາຄໍາສັບໃນບົດແນະນໍາສະບັບນີ້ ມີຄວາມໝາຍຄື:

  1. ເຈົ້າໜ້າທີ່ພາສີ ໝາຍເຖິງ ພະນັກງານພາສີທີ່ຖືກແຕ່ງຕັ້ງ ໃຫ້ປະຕິບັດໜ້າທີ່ປະຈໍາການ ຢູ່ດ່ານພາສີຊາຍແດນ, ປ້ອມພາສີ, ໜ່ວຍພາສີເຄື່ອນທີ່ ແລະ ວຽກງານສະເພາະກິດໃດໜຶ່ງຂອງພາສີ;
  2. ເຈົ້າຂອງສິດ ຫຼື ຜູ້ຖືສິດ ໝາຍເຖິງ ບຸກຄົນ ຫຼື ນິຕິບຸກຄົນພາຍໃນ  ຫຼື ຕ່າງປະເທດ (ທີ່ໄດ້ຈົດທະບຽນ  ຫຼື ບໍ່ຈົດທະບຽນ) ທີ່ໄດ້ຮັບການປົກປ້ອງສິດ ຕໍ່ຊັບສິດທາງປັນຍາໃດໜຶ່ງ ຕາມກົດໝາຍວ່າດ້ວຍຊັບສິນທາງປັນຍາ;
  3. ເຈົ້າຂອງສິນຄ້າ ໝາຍເຖິງ ບຸກຄົນ ຫຼື ນິຕິບຸກຄົນພາຍໃນ ຫຼື ຕ່າງປະເທດທີ່ເປັນຜູ້ຮັບຜິດຊອບ ຕໍ່ສິນຄ້າ ຕາມການຖືກໍາມະສິດ ຫຼື ຕາມການມອບໝາຍຂອງຜູ້ຖືກໍາມະສິດ;
  4. ຜູ້ຮ້ອງຂໍ ໝາຍເຖິງ ເຈົ້າຂອງສິດ ຜູ້ທີ່ໄດ້ຍື່ນໃບຄໍາຮ້ອງຕໍ່ລັດຖະການພາສີ ເພື່ອກວດກາ ແລະ ຍຶດສິນຄ້າ;
  5. ການຍຶດ ໝາຍເຖິງ ການຮັກສາສິນຄ້າ, ເຄື່ອງຂອງໄວ້ຊົ່ວຄາວ ເພື່ອລໍຖ້າຜົນຂອງການດໍາເນີນຄະດີ;
  6. ສິນຄ້າທີ່ປອມແປງເຄື່ອງໝາຍການຄ້າ ໝາຍເຖິງ ສິນຄ້າໃດໜຶ່ງ (ລວມທັງການຫຸ້ມຫໍ່) ທີ່ຕິດເຄື່ອງໝາຍການຄ້າ ໂດຍບໍ່ໄດ້ຮັບອະນຸຍາດທີ່ຄືກັນ ຫຼື ທີ່ບໍ່ສາມາດຈໍາແນກຄວາມແຕກຕ່າງ ອັນສໍາຄັນກັບເຄື່ອງໝາຍການຄ້າ ທີ່ໄດ້ຮັບການຈົດທະບຽນຢ່າງຖືກຕ້ອງ ຂອງສິນຄ້າດັ່ງກ່າວ ແລະ ຈະຖືວ່າເປັນການລະເມີດສິດ ຂອງເຈົ້າຂອງເຄື່ອງໝາຍການຄ້າດັ່ງກ່າວ ຕາມທີ່ໄດ້ກໍານົດໄວ້ ໃນກົດໝາຍວ່າດ້ວຍຊັບສິນທາງປັນຍາ;
  7. ສິນຄ້າທີ່ລະເມີດລິຂະສິດ ໝາຍເຖິງ ສິນຄ້າໃດໜຶ່ງທີ່ເປັນສໍາເນົາເຮັດຂຶ້ນ ໂດຍບໍ່ໄດ້ຮັບອະນຸຍາດຈາກເຈົ້າຂອງລິຂະສິດ ຫຼື ຈາກຜູ້ທີ່ໄດ້ຮັບອະນຸຍາດຢ່າງຖືກຕ້ອງ ຈາກເຈົ້າຂອງສິດ ແລະ ສິນຄ້າໃດໜຶ່ງທີ່ເຮັດຂຶ້ນໂດຍກົງ ຫຼື ໂດຍທາງອ້ອມ ທີ່ຈະຖືເປັນການລະເມີດລິຂະສິດ ຫຼື ສິດກ່ຽວຂ້ອງກັບລິຂະສິດ ຕາມທີ່ໄດ້ກໍານົດໄວ້ໃນ ກົດໝາຍວ່າດ້ວຍຊັບສິນທາງປັນຍາ. ຂ້າງເທິງ

ມາດຕາ 3. ການປົກປ້ອງສິດຕໍ່ຊັບສິນທາງປັນຍາ

ການປົກປ້ອງສິດຕໍ່ຊັບສິນທາງປັນຍາ ແມ່ນການນໍາໃຊ້ມາດຕະການ ຕໍ່ຜູ້ລະເມີດສິດຕໍ່ຊັບສິນທາງປັນຍາ ບົນພື້ນຖານການຮ້ອງຂໍຂອງເຈົ້າຂອງສິດ ໂດຍປະຕິບັດຕາມລະບຽບ ແລະ ຂັ້ນຕອນທີ່ໄດ້ກໍານົດໄວ້ ໃນບົດແນະນໍາສະບັບນີ້. ການປົກປ້ອງສິດຕໍ່ຊັບສິນທາງປັນຍາ ພາຍໃຕ້ບົດແນະນໍາສະບັບນີ້ ຈະບໍ່ນໍາໃຊ້ຕໍ່ກັບການນໍາເຂົ້າ ແລະ ການສົ່ງອອກສິນຄ້າຈໍານວນໜ້ອຍ ທີ່ບໍ່ມີລັກສະນະທາງການຄ້າ ແລະ ທີ່ບໍ່ເປັນອາຈິນ.

ບົດແນະນໍາສະບັບນີ້ ກວມເອົາສະເພາະການຍຶດສິນຄ້າ ທີ່ປອມແປງເຄື່ອງໝາຍການຄ້າ ແລະ ສິນຄ້າທີ່ລະເມີດລິຂະສິດ. ຂ້າງເທິງ

ໝວດທີ II
ຂັ້ນຕອນຂອງການກວດກາ ແລະ ການຍຶດສິນຄ້າ

ມາດຕາ 4. ສິດໃນການຮ້ອງຂໍໃຫ້ດໍາເນີນການກວດກາ ແລະ ຍຶດສິນຄ້າ

ຖ້າເຈົ້າຂອງສິດ ມີຂໍ້ມູນທີ່ໜ້າເຊື່ອຖືໄດ້ ວ່າການນໍາເຂົ້າ-ການສົ່ງອອກ ຫຼື ການຂົນສົ່ງສິນຄ້າຜ່ານແດນ ມີສິນຄ້າທີ່ລະເມີດເຄື່ອງໝາຍການຄ້າ ຫຼື ສິນຄ້າທີ່ລະເມີດລິຂະສິດຂອງຕົນ, ເຈົ້າຂອງສິດ ຫຼື ຜູ້ທີ່ໄດ້ຮັບມອບສິດ ສາມາດປະກອບຄໍາຮ້ອງເປັນລາຍລັກອັກສອນ ແລ້ວຍື່ນຕໍ່ລັດຖະການພາສີ ເພື່ອຂໍໃຫ້ດໍາເນີນການກວດກາ ແລະ ຍຶດສິນຄ້ານັ້ນ.

ໃນກໍລະນີຮີບດ່ວນ ທີ່ບໍ່ສາມາດແຈ້ງເປັນລາຍລັກອັກສອນໄດ້ ເຈົ້າຂອງສິດສາມາດແຈ້ງ ໂດຍປາກເປົ່າຕໍ່ລັດຖະການພາສີ ເພື່ອຂໍໃຫ້ດໍາເນີນການ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍວ່າດ້ວຍພາສີ. ຂ້າງເທິງ

ມາດຕາ 5. ເງື່ອນໄຂຂອງການຮ້ອງຂໍ

ກ່ອນຈະມີການກວດກາ ແລະ ຍຶດສິນຄ້າ, ເຈົ້າຂອງສິດຕ້ອງປະກອບຄໍາຮ້ອງດັ່ງລຸ່ມນີ້:

  1. ໃບຄໍາຮ້ອງ ຂໍຮ້ອງໃຫ້ມີການກວດກາ ແລະ ຍຶດສິນຄ້າຕາມແບບຟອມຂອງລັດຖະການພາສີ;
  2. ຫຼັກຖານກ່ຽວກັບສິດຕໍ່ຊັບສິນທາງປັນຍາ ແລະ ຫຼັກຖານກ່ຽວກັບການລະເມີດຕໍ່ສິດດັ່ງກ່າວ ໂດຍສອດຄ່ອງກັບກົດໝາຍວ່າດ້ວຍຊັບສິນທາງປັນຍາ;
  3. ລະບຸຊື່ບັນດາດ່ານ ຫຼື ບັນດາສະຖານທີ່ ບ່ອນທີ່ອາດຈະມີການນໍາເຂົ້າ ຫຼື ສົ່ງອອກສິນຄ້າດັ່ງກ່າວ;
  4. ລາຍລະອຽດຂອງສິນຄ້າ ເພື່ອຊ່ວຍໃຫ້ເຈົ້າໜ້າທີ່ສາມາດຮູ້ໄດ້ງ່າຍ;
  5. ຂໍ້ມູນອື່ນໆ (ຖ້າມີ) ເຊັ່ນ: ຮູບພາບຂອງສິນຄ້າທີ່ລະເມີດ ແລະ ລາຍລະອຽດຂອງຜູ້ນໍາເຂົ້າ-ສົ່ງອອກ ເພື່ອເປັນຂໍ້ມູນໃຫ້ແກ່ເຈົ້າໜ້າທີ່ພາສີ;
  6. ຕ້ອງໄດ້ວາງເງິນຄໍ້າປະກັນເທົ່າກັບ 10.000.000 (ສິບລ້ານ) ກີບ ການຄໍ້າປະກັນສາມາດຄໍ້າປະກັນ ດ້ວຍເງິນສົດ, ດ້ວຍແຊັກ ຫຼື ໃບຄໍ້າປະກັນຈາກທະນາຄານ;
  7. ເຊັນສັນຍາຮັບປະກັນ ສໍາລັບການຊົດເຊີຍຄ່າໃຊ້ຈ່າຍ ຂອງລັດຖະການພາສີທີ່ອາດເກີດຈາກການຍຶດສິນຄ້າ;
  8. ຄ່າທໍານຽມຍື່ນຄໍາຮ້ອງ ແມ່ນໃຫ້ປະຕິບັດຕາມລະບຽບການ ທີ່ນໍາໃຊ້ໃນແຕ່ລະໄລຍະ. ຂ້າງເທິງ

ມາດຕາ 6. ສະຖານທີ່ຍື່ນຄໍາຮ້ອງ

ເຈົ້າຂອງສິດສາມາດຍື່ນຄໍາຮ້ອງ ແລະ ເອກະສານຕ່າງໆ ຕາມທີ່ໄດ້ລະບຸໄວ້ໃນ ມາດຕາ 5 ຂອງບົດແນະນໍາສະບັບນີ້ຢ່າງຖືກຕ້ອງ ແລະ ຄົບຖ້ວນຕໍ່ກົມພາສີ ຫຼື ພາສີປະຈໍາເຂດ. ຂ້າງເທິງ

ມາດຕາ 7. ການປະຕິເສດຄໍາຮ້ອງ

ພາຍຫຼັງທີ່ລັດຖະການພາສີ ໄດ້ຮັບຄໍາຮ້ອງແລ້ວ ຕ້ອງທໍາການກວດກາເອກະສານວ່າຖືກຕ້ອງ ຕາມລະບຽບການກໍານົດ ຫຼື ບໍ່, ພາຍໃນກໍານົດ 3 (ສາມ) ວັນ ໂດຍບໍ່ນັບວັນພັກທາງລັດຖະການ, ລັດຖະການພາສີ ຕ້ອງແຈ້ງຕອບຕໍ່ຜູ້ຍື່ນຄໍາຮ້ອງຢ່າງເປັນລາຍລັກອັກສອນ ພ້ອມທັງອະທິບາຍເຫດຜົນ ໃນກໍລະນີຕອບປະຕິເສດຕໍ່ຄໍາຮ້ອງດັ່ງກ່າວ. ຂ້າງເທິງ

ມາດຕາ 8. ການຕອບຮັບຄໍາຮ້ອງ ແລະ ກວດກາສິນຄ້າເປົ້າໝາຍ

ພາຍໃນກໍານົດ 3 (ສາມ) ວັນ ໂດຍບໍ່ນັບວັນພັກທາງລັດຖະການ ນັບແຕ່ວັນທີທີ່ລັດຖະການພາສີ ໄດ້ຮັບຄໍາຮ້ອງຕາມທີ່ໄດ້ລະບຸໄວ້ໃນ ມາດຕາ 6 ຂອງບົດແນະນໍາສະບັບນີ້, ລັດຖະການພາສີ ຕ້ອງອອກແຈ້ງການໃຫ້ເຈົ້າໜ້າທີ່ພາສີ ບ່ອນນໍາເຂົ້າ ຫຼື ສົ່ງອອກສິນຄ້າ ພ້ອມທັງຄັດຕິດເອກະສານປະກອບ ເພື່ອດໍາເນີນການກວດກາສິນຄ້າເປົ້າໝາຍ. ພາຍຫຼັງທີ່ໄດ້ຮັບແຈ້ງການ ແລະ ຄໍາຮ້ອງພ້ອມດ້ວຍເອກະສານແລ້ວ, ເຈົ້າໜ້າທີ່ພາສີ ຕ້ອງທໍາການກວດກາສິນຄ້າດັ່ງກ່າວໂດຍທັນທີ. ຂ້າງເທິງ

ມາດຕາ 9. ການຍຶດສິນຄ້າ

ເມື່ອກວດກາພົບເຫັນສິນຄ້າເປົ້າໝາຍ ຕາມທີ່ໄດ້ລະບຸໄວ້ໃນຄໍາຮ້ອງ, ເຈົ້າໜ້າທີ່ພາສີ ຕ້ອງຍຶດສິນຄ້າໂດຍທັນທີ ແລ້ວຢ່າງເປັນລາຍລັກອັກສອນ ກ່ຽວກັບການຍຶດສິນຄ້າດັ່ງກ່າວ ພາຍໃນ 24 ຊົ່ວໂມງ ໃຫ້ຜູ້ນໍາເຂົ້າ ຫຼື ຜູ້ສົ່ງອອກທີ່ກ່ຽວຂ້ອງ ແລະ ຜູ້ຮ້ອງຂໍ ພ້ອມດຽວກັນນັ້ນຕ້ອງໄດ້ສົ່ງສໍາເນົາ 01 ສະບັບໃຫ້ກົມພາສີ ຫຼື ພາສີປະຈໍາເຂດເພື່ອຊາບ. ຂ້າງເທິງ

ມາດຕາ 10. ການວາງເງິນຄໍ້າປະກັນເພີ່ມເຕີມ

ໃນກໍລະນີທີ່ມີການຍຶດສິນຄ້າຫຼາຍຈຸດ ຕາມຄໍາຮ້ອງສະບັບດຽວກັນນີ້, ລັດຖະການພາສີ ຕ້ອງແຈ້ງໃຫ້ຜູ້ຮ້ອງຂໍ ເພື່ອໃຫ້ວາງເງິນຄໍ້າປະກັນເພີ່ມເຕີມ ຕາມຈໍານວນທີ່ມີການຍຶດສິນຄ້າ ໃນຈໍານວນເງິນທີ່ໄດ້ກໍານົດໄວ້ໃນ ມາດຕາ 5 ຂໍ້ 6 ຂອງບົດແນະນໍາສະບັບນີ້ ພາຍໃນກໍານົດ 2 ວັນ ໂດຍບໍ່ນັບວັນພັກທາງລັດຖະການ ນັບແຕ່ວັນທີທີ່ກົມພາສີ ຫຼື ພາສີປະຈໍາເຂດ ແຈ້ງໃຫ້ຜູ້ຮ້ອງຂໍຊາບເປັນຕົ້ນໄປ. ຖ້າວ່າຜູ້ຮ້ອງຂໍບໍ່ໄດ້ວາງເງິນຄໍ້າປະກັນ ພາຍໃນເວລາກໍານົດໄວ້, ເຈົ້າໜ້າທີ່ພາສີ ຈະໄດ້ດໍາເນີນການຕາມທີ່ໄດ້ກໍານົດໄວ້ ໃນກົດໝາຍວ່າດ້ວຍພາສີ. ຂ້າງເທິງ

ມາດຕາ 11. ການຮ້ອງຟ້ອງ

ພາຍຫຼັງທີ່ໄດ້ຮັບການແຈ້ງ ຈາກເຈົ້າໜ້າທີ່ພາສີກ່ຽວກັບການຍຶດສິນຄ້າ ຜູ້ຮ້ອງຂໍຕ້ອງຍື່ນຄໍາຮ້ອງຟ້ອງ ຕໍ່ສານປະຊາຊົນທີ່ມີສິດອໍານາດ ເພື່ອດໍາເນີນຄະດີຕໍ່ເຈົ້າຂອງສິນຄ້າ ກໍານົດບໍ່ເກີນ 10 (ສິບ) ວັນ ໂດຍບໍ່ນັບວັນພັກທາງລັດຖະການ. ຂ້າງເທິງ

ມາດຕາ 12. ໄລຍະເວລາການຍຶດສິນຄ້າ

ເຈົ້າໜ້າທີ່ພາສີມີສິດຍຶດສິນຄ້າເປົ້າໝາຍໄວ້ 10 (ສິບ) ວັນ ໂດຍບໍ່ນັບວັນພັກລັດຖະການ, ຖ້າເກີນກໍານົດເວລາດັ່ງກ່າວ ເຈົ້າໜ້າທີ່ພາສີມີສິດຍຶດສິນຄ້າຕໍ່ຕື່ມອີກກໍ່ໄດ້ ແຕ່ຕ້ອງມີຫຼັກຖານການຍື່ນຄໍາຮ້ອງຟ້ອງ ຕໍ່ສານປະຊາຊົນຈາກຜູ້ຮ້ອງຂໍ.

ໃນກໍລະນີຈໍາເປັນດ້ານການເກັບຮັກສາ, ເຈົ້າຂອງສິນຄ້າ, ຜູ້ນໍາເຂົ້າ, ຜູ້ສົ່ງອອກ ຫຼື ຜູ້ຮັບສິນຄ້າ ມີສິດຂໍນໍາເອົາສິນຄ້າອອກໄປເກັບຮັກສາໄວ້ຢູ່ສາງຂອງຕົນ ຫຼື ສະຖານທີ່ອື່ນ ທີ່ເໝາະສົມ ຕາມການພິຈາລະນາຂອງເຈົ້າໜ້າທີ່ພາສີ ໂດຍສົມທົບກັບຜູ້ຮ້ອງຂໍ ແຕ່ຕ້ອງໄດ້ວາງເງິນຄໍ້າປະກັນ ໃນມູນຄ່າເທົ່າກັບຮ້ອຍຊາວສ່ວນຮ້ອຍຂອງຄ່າພາສີ ແລະ ພັນທະອື່ນໆທີ່ຕ້ອງໄດ້ຊໍາລະ ແລະ ສິນຄ້າດັ່ງກ່າວ ຍັງຕົກຢູ່ໃນການຄຸ້ມຄອງຂອງເຈົ້າໜ້າທີ່ ເພື່ອຮັບປະກັນບໍ່ໃຫ້ເອົາສິນຄ້າດັ່ງກ່າວ ອອກໄປຈໍາໜ່າຍ. ຂ້າງເທິງ

ມາດຕາ 13. ສິດໃນການເຂົ້າກວດເບິ່ງສິນຄ້າທີ່ຍຶດໄວ້

ໃນໄລຍະເວລາທີ່ມີການຍຶດສິນຄ້າໄວ້ຢູ່ນັ້ນ ຜູ້ນໍາເຂົ້າ, ຜູ້ສົ່ງອອກ, ຜູ້ຮ້ອງຂໍ ຫຼື ເຈົ້າຂອງສິດ ມີສິດເຂົ້າກວດເບິ່ງສິນຄ້າທີ່ຍຶດຢູ່ນັ້ນໄດ້  ເພື່ອຊອກຫາຂໍ້ມູນ ແລະ ຫຼັກຖານເພີ່ມເຕີມໃນການດໍາເນີນຄະດີ. ຂ້າງເທິງ

ໝວດທີ III
ການປະຕິບັດຄໍາຕັດສິນຂອງສານ

ມາດຕາ 14. ກໍລະນີມີການຮ້ອງຟ້ອງຕໍ່ສານ

ເມື່ອມີຄໍາຕັດສິນຂອງສານປະຊາຊົນວ່າ ສິນຄ້າທີ່ເຈົ້າໜ້າທີ່ພາສີຍຶດໄວ້ນັ້ນ ແມ່ນສິນຄ້າທີ່ລະເມີດເຄື່ອງໝາຍການຄ້າ ຫຼື ສິນຄ້າທີ່ລະເມີດລິຂະສິດ; ເຈົ້າຂອງສິນຄ້າ ຕ້ອງຖືກປັບໃໝຕາມລະບຽບກົດໝາຍຂອງພາສີ. ນອກຈາກນັ້ນແລ້ວ ເຈົ້າຂອງສິນຄ້າຕ້ອງໄດ້ຈ່າຍຄ່າຊົດເຊີຍອື່ນໆ ຕາມຄໍາຕັດສິນຂອງສານ, ຖ້າມີເງິນຄໍ້າປະກັນຈາກເຈົ້າຂອງສິນຄ້າ ຕາມມາດຕາ 12 ວັກ 2 ຂອງບົດແນະນໍາສະບັບນີ້, ໃຫ້ເຈົ້າໜ້າທີ່ພາສີ ນໍາໃຊ້ເງິນຄໍ້າປະກັນຂອງເຈົ້າຂອງສິນຄ້າ ມາຈ່າຍຄ່າຊົດເຊີຍ ແລະ ຄ່າເສັຍຫາຍອື່ນໆ ສ່ວນເງິນທີ່ເຫຼືອຈາກຄ່າຊົດເຊີຍ ຕ້ອງສົ່ງຄືນໃຫ້ແກ່ເຈົ້າຂອງສິນຄ້າ.

ເມື່ອມີຄໍາຕັດສິນຂອງສານປະຊາຊົນວ່າ ສິນຄ້າທີ່ເຈົ້າໜ້າທີ່ພາສີຍຶດໄວ້ນັ້ນ ບໍ່ແມ່ນສິນຄ້າທີ່ລະເມີດເຄື່ອງໝາຍການຄ້າ ຫຼື ບໍ່ແມ່ນສິນຄ້າທີ່ລະເມີດລິຂະສິດ, ໃຫ້ເຈົ້າໜ້າທີ່ພາສີ ນໍາເອົາເງິນຄໍ້າປະກັນຂອງຜູ້ຮ້ອງຂໍ ມາຈ່າຍຄ່າຊົດເຊີຍ ແລະ ຄ່າເສັຍຫາຍອື່ນໆ ອັນເປັນຜົນເນື່ອງຈາກການຍຶດສິນຄ້າ ຕາມຄໍາຕັດສິນຂອງສານ ສ່ວນເງິນທີ່ເຫຼືອຈາກຄ່າຊົດເຊີຍຈະຖືກສົ່ງຄືນແກ່ຜູ້ຮ້ອງຂໍ. ຂ້າງເທິງ

ມາດຕາ 15. ກໍລະນີບໍ່ມີການຮ້ອງຟ້ອງຕໍ່ສານ

ເມື່ອມີການຍຶດສິນຄ້າ, ພາຍໃນກໍານົດ 10 (ສິບ) ວັນ ໂດຍບໍ່ນັບວັນພັກທາງລັດຖະການ, ຜູ້ຮ້ອງຂໍ ຕ້ອງຮ້ອງຟ້ອງຕໍ່ສານປະຊາຊົນ, ຖ້າກາຍກໍານົດດັ່ງກ່າວ ຫາກບໍ່ມີການຮ້ອງຟ້ອງ ເຈົ້າໜ້າທີ່ພາສີຈະປ່ອຍສິນຄ້າອອກໂດຍທັນທີ ແລ້ວຈະນໍາເອົາເງິນຄໍ້າປະກັນຂອງຜູ້ຮ້ອງຂໍ ມາຈ່າຍຄ່າຊົດເຊີຍ ແລະ ຄ່າເສັຍຫາຍອື່ນໆ ອັນເປັນຜົນເນື່ອງມາຈາກການຍຶດສິນຄ້າ ໃຫ້ເຈົ້າຂອງສິນຄ້າ.

ໃນກໍລະນີມີການຄໍ້າປະກັນຂອງເຈົ້າຂອງສິນຄ້າ ຕາມມາດຕາ 12 ວັກ 2 ຂອງບົດແນະນໍາສະບັບນີ້, ຖ້າເປັນການນໍາເຂົ້າ ເພື່ອຊົມໃຊ້ທີ່ຕ້ອງໄດ້ເສຍພາສີ ແລະ ພັນທະອື່ນໆ ໃຫ້ເຈົ້າໜ້າທີ່ພາສີຫັກເອົາຄ່າພາສີ ແລະ ພັນທະອື່ນໆ ອອກແລ້ວມອບເຂົ້າງົບປະມານແຫ່ງຊາດ ສ່ວນເງິນທີ່ເຫຼືອຈະຖືກສົ່ງຄືນແກ່ເຈົ້າຂອງສິນຄ້າ. ຂ້າງເທິງ

ມາດຕາ 16. ການຮ້ອງຟ້ອງຄ່າຊົດເຊີຍ

ຖ້າຄ່າຊົດເຊີຍຫາກບໍ່ພຽງພໍກັບຄ່າເສັຍຫາຍທີ່ເກີດຂຶ້ນ, ຜູ້ຮ້ອງຂໍ ຫຼື ເຈົ້າຂອງສິນຄ້າ ມີສິດຮ້ອງຟ້ອງຕໍ່ສານປະຊາຊົນ ເພື່ອຂໍຄ່າຊົດເຊີຍເພີ່ມເຕີມ. ຂ້າງເທິງ

ມາດຕາ 17. ການຖອນຄໍາຮ້ອງຟ້ອງ

ໃນກໍລະນີທີ່ມີການສົມຍອມຄະດີ, ຜູ້ຮ້ອງຟ້ອງມີສິດຖອນຄໍາຮ້ອງຟ້ອງ ກ່ອນຄໍາຕັດສິນທີ່ໃຊ້ໄດ້ຢ່າງເດັດຂາດຂອງສານປະຊາຊົນ. ຂ້າງເທິງ

ໝວດທີ IV
ບົດບັນຍັດສຸດທ້າຍ

ມາດຕາ 18. ການປະຕິບັດຕໍ່ສິນຄ້າທີ່ລະເມີດ

ສິນຄ້າທີ່ລະເມີດເຄື່ອງໝາຍການຄ້າ ຫຼື ສິນຄ້າທີ່ລະເມີດລິຂະສິດ ຕ້ອງຖືກທໍາລາຍຕາມຄໍາຕັດສິນຂອງສານປະຊາຊົນ, ສ່ວນຄ່າໃຊ້ຈ່າຍໃນການທໍາລາຍ ໃຫ້ປະຕິບັດຕາມຄໍາຕັດສິນຂອງສານປະຊາຊົນ. ຂ້າງເທິງ

ມາດຕາ 19. ສິດຮ້ອງທຸກ

ບຸກຄົນ ຫຼື ນິຕິບຸກຄົນ ມີສິດຍື່ນຄໍາຮ້ອງເພື່ອປົກປ້ອງສິດ ແລະ ຜົນປະໂຫຍດຂອງຕົນ ຕາມກົດໝາຍທີ່ກ່ຽວຂ້ອງຂອງ ສປປ ລາວ. ຂ້າງເທິງ

ມາດຕາ 20. ການຈັດຕັ້ງປະຕິບັດ

ມອບໃຫ້ກົມພາສີປະສານສົມທົບກັບຜູ້ປະກອບການ ແລະ ຂະແໜງການທີ່ກ່ຽວຂ້ອງ ຈັດຕັ້ງປະຕິບັດບົດແນະນໍາສະບັບນີ້ຢ່າງເຂັ້ມງວດ. ຂ້າງເທິງ

ມາດຕາ 21. ຜົນສັກສິດ

ບົດແນະນໍາສະບັບນີ້ມີຜົນສັກສິດ ນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ. ຂ້າງເທິງ

ລັດຖະມົນຕີວ່າການກະຊວງການເງິນ
ພູເພັດ ຄໍາພູນວົງ

# ຫົວຂໍ້ ດາວໂຫຼດ
1 Instruction On Customs Measures For The Protection Of Intellectual Property Rights No. 1970/MOF PDF
2 ບົດແນະນໍາ ວ່າດ້ວຍ ມາດຕະການປົກປ້ອງສິດ ຕໍ່ຊັບສິນທາງປັນຍາ ຂອງເຈົ້າໜ້າທີ່ພາສີ ເລກທີ 1970/ກງ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.