ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ

ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

 

ກະຊວງອຸດສາຫະກຳ ແລະ ການຄ້າ

ເລກທີ 1888/ອຄ

ນະຄອນຫຼວງວຽງຈັນ, ວັນທີ 01 ຕຸລາ 2024

 

ຂໍ້ຕົກລົງ

ວ່າດ້ວຍສະຫຼາກສີຂຽວ

  • ອີງຕາມ ກົດໝາຍ ວ່າດ້ວຍອຸດສາຫະກໍາປຸງແຕ່ງ ສະບັບເລກທີ 48/ສພຊ, ລົງວັນທີ 27 ທັນວາ 2013;
  • ອີງຕາມ ກົດໝາຍ ວ່າດ້ວຍມາດຕະຖານ ສະບັບເລກທີ 49/ສພຊ, ລົງວັນທີ 18 ກໍລະກົດ 2014;
  • ອີງຕາມ ດໍາລັດວ່າ ດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກະຊວງອຸດສາຫະກໍາ ແລະ ການຄ້າ ສະບັບເລກທີ 275/ນຍ, ລົງວັນທີ 01 ກັນຍາ 2023;
  • ອີງຕາມ ໜັງສືສະເໜີຂອງກົມອຸດສາຫະກຳ ສະບັບເລກທີ 2466/ກອກ.ສປ, ລົງວັນທີ 11 ກັນຍາ 2024.

ລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ຕົກລົງ:

ໝວດທີ 1

ບົດບັນຍັດທົ່ວໄປ

ມາດຕາ 1 ຈຸດປະສົງ

ຂໍ້ຕົກລົງສະບັບນີ້ ກຳນົດຫຼັກການ, ລະບຽບການ ແລະ ມາດຕະການ ກ່ຽວກັບການຄຸ້ມຄອງວຽກງານສະຫຼາກສີຂຽວ ເພື່ອສົ່ງເສີມການຜະລິດ ແລະ ການນໍາໃຊ້ຜະລິດຕະພັນອຸດສາຫະກຳປຸງແຕ່ງ ທີ່ໄດ້ຮັບສະຫຼາກສີຂຽວ ແນໃສ່ຍົກລະດັບຂະບວນການຜະລິດ ແລະ ຜະລິດຕະພັນ ໃຫ້ເປັນມິດຕໍ່ສິ່ງແວດລ້ອມ, ຫຼຸດຜ່ອນມົນລະພິດ ແລະ ຄຸ້ມຄອງສິ່ງເສດເຫຼືອໃຫ້ຖືກຕ້ອງສອດຄ່ອງຕາມເຕັກນິກ ປະກອບສ່ວນການພັດທະນາເສດຖະກິດ-ສັງຄົມຂອງຊາດ ຕາມທິດສີຂຽວ ແລະ ຍືນຍົງ.

ມາດຕາ 2 ສະຫຼາກສີຂຽວ

ສະຫຼາກສີຂຽວ ແມ່ນກາໝາຍຢັ້ງຢືນຜະລິດຕະພັນອຸດສາຫະກຳປຸງແຕ່ງ ທີ່ເປັນມິດຕໍ່ສິ່ງແວດລ້ອມ ຫຼື ມີຜົນກະທົບທາງລົບຕໍ່ສິ່ງແວດລ້ອມໜ້ອຍທີ່ສຸດ ເມື່ອທຽບກັບຜະລິດຕະພັນອື່ນ ທີ່ມີຄຸນຄ່າການນໍາໃຊ້ຄືກັນ.

ມາດຕາ 3 ການອະທິບາຍຄໍາສັບ

ຄໍາສັບທີ່ນໍາໃຊ້ໃນຂໍ້ຕົກລົງສະບັບນີ້ ມີຄວາມໝາຍ ດັ່ງນີ້:

  1. ຜະລິດຕະພັນສະຫຼາກສີຂຽວ ໝາຍເຖິງ ຜະລິດຕະພັນທີ່ມີເງື່ອນໄຂໃນການໄດ້ຮັບການຢັ້ງຢືນສະ ຫຼາກສີຂຽວ ລວມທັງສິນຄ້າທີ່ຜະລິດ ຢູ່ພາຍໃນປະເທດ ແລະ ນຳເຂົ້າຈາກຕ່າງປະເທດ;
  2. ມາດຕະຖານສາກົນ ໝາຍເຖິງ ມາດຕະຖານທີ່ຖືກຮັບຮອງ ໂດຍອົງການມາດຕະຖານສາກົນ ແລະ ສາມາດໃຫ້ສາທາລະນະຊົນເຂົ້າເຖິງໄດ້;
  3. ໃບຢັ້ງຢືນມາດຕະຖານສາກົນ ໝາຍເຖິງ ເອກະສານຢັ້ງຢືນມາດຕະຖານ ທີ່ອອກໂດຍອົງການຢັ້ງຢືນມາດຕະຖານສາກົນ (ISO) ຫຼື ອົງການຢັ້ງຢືນມາດຕະຖານອື່ນ ທີ່ເປັນທີ່ຍອມຮັບໃນລະດັບພາກພື້ນ ແລະ ສາກົນ;
  4. ຜະລິດຕະພັນທີ່ເປັນມິດກັບສິ່ງແວດລ້ອມ ໝາຍເຖິງຜະລິດຕະພັນທີ່ມີຜົນກະທົບໜ້ອຍຕໍ່ສິ່ງແວດ ລ້ອມ ຕະຫຼອດວົງຈອນຊີວິດຂອງຜະລິດຕະພັນ;
  5. ການປະເມີນວົງຈອນຜະລິດຕະພັນ ໝາຍເຖິງ ການປະເມີນໃນແຕ່ລະໄລຍະຂອງອາຍຸຜະລິດຕະພັນ ນັບແຕ່ຂະບວນການຜະລິດຮອດການຈໍາໜ່າຍ ແລະ ການບໍລິການ;
  6. ໃບຢັ້ງຢືນສະຫຼາກສີຂຽວ ໝາຍເຖິງ ເອກະສານການຢັ້ງຢືນສະຫຼາກສີຂຽວ ທີ່ໄດ້ຕາມມາດຕະຖານ ແລະ ເງື່ອນໄຂສະຫຼາກສີຂຽວສະເພາະຜະລິດຕະພັນນັ້ນໆ;

ມາດຕາ 4 ຂອບເຂດການນຳໃຊ້

ຂໍ້ຕົກລົງສະບັບນີ້ ນໍາໃຊ້ສໍາລັບ ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ທີ່ເຄື່ອນໄຫວ ແລະ ພົວພັນກັບຜະລິດຕະພັນສະຫຼາກສີຂຽວ ຢູ່ ສປປ ລາວ ບົນພື້ນຖານຄວາມສະໝັກໃຈ.

ຂໍ້ຕົກລົງສະບັບນີ້ ບໍ່ນໍາໃຊ້ສໍາລັບຜະລິດຕະພັນປະເພດອາຫານ, ເຄື່ອງດື່ມ ແລະ ຢາ.

ໝວດທີ 2

ເງື່ອນໄຂ ແລະ ການສະເໜີຂໍຢັ້ງຢືນສະຫຼາກສີຂຽວ

ມາດຕາ 5 ເງື່ອນໄຂຜະລິດຕະພັນອຸດສາຫະກໍາປຸງແຕ່ງ ທີ່ສາມາດໄດ້ຮັບການຢັ້ງຢືນສະຫຼາກສີຂຽວ

ຜະລິດຕະພັນອຸດສາຫະກໍາປຸງແຕ່ງ ທີ່ສາມາດໄດ້ຮັບການຢັ້ງຢືນສະຫຼາກສີຂຽວ ຕ້ອງມີເງື່ອນໄຂ ດັ່ງນີ້:

  1. ຂະບວນການຜະລິດ ຕ້ອງມີມາດຕະການຄຸ້ມຄອງສິ່ງແວດລ້ອມທີ່ດີ ເປັນຕົ້ນ ການປ່ອຍມົນລະພິດທາງອາກາດ, ນໍ້າເປື້ອນ, ສິ່ງເສດເຫຼືອ ຕ້ອງຢູ່ໃນເກນມາດຕະຖານຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ;
  2. ຕ້ອງເປັນຜະລິດຕະພັນທີ່ເປັນມິດຕໍ່ສິ່ງແວດລ້ອມ ຫຼື ມີຜົນກະທົບຕໍ່ສິ່ງແວດລ້ອມໜ້ອຍທີ່ສຸດເມື່ອທຽບກັບຜະລິດຕະພັນອື່ນ ທີ່ມີຄຸນຄ່າການນໍາໃຊ້ຄືກັນ;
  3. ຕ້ອງເປັນຜະລິດຕະພັນທີ່ໄດ້ຮັບການຢັ້ງຢືນມາດຕະຖານແຫ່ງຊາດ (ມລ) ຫຼື ມາດຕະຖານສາກົນ.

ນອກຈາກເງື່ອນໄຂຂ້າງເທິງ, ຍັງມີເງື່ອນໄຂສະເພາະຂອງແຕ່ລະຜະລິດຕະພັນ ທີ່ໄດ້ກຳນົດໄວ້ໃນລະບຽບການຕ່າງຫາກ.

ມາດຕາ 6 ການສະເໜີຂໍຢັ້ງຢືນສະຫຼາກສີຂຽວ

ຜູ້ທີ່ມີຈຸດປະສົງ ຂໍການຢັ້ງຢືນສະຫຼາກສີຂຽວ ຕ້ອງຍື່ນຄຳຮ້ອງຕໍ່ກົມອຸດສາຫະກຳ ຫຼື ພະແນກອຸດສາ ຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ໂດຍປະກອບເອກະສານ ດັ່ງນີ້:

  1. ໃບຄໍາຮ້ອງ ຕາມແບບພິມຂອງກົມອຸດສາຫະກຳ;
  2. ສຳເນົາໃບທະບຽນວິສາຫະກິດ;
  3. ສໍາເນົາໃບຢັ້ງຢືນດຳເນີນກິດຈະການໂຮງງານ;
  4. ສໍາເນົາໃບຢັ້ງຢືນມາດຕະຖານແຫ່ງຊາດ (ມລ);
  5. ບົດລາຍງານ ກ່ຽວກັບຂະບວນການຜະລິດ ແລະ ມາດຕະການຄຸ້ມຄອງສິ່ງແວດລ້ອມ;
  6. ໃບມອບສິດ ກໍລະນີໃຫ້ຜູ້ຕາງໜ້າຍື່ນເອກະສານ.
  7. ສຳເນົາໃບຢັ້ງຢືນເຄື່ອງໝາຍການຄ້າ (ຖ້າມີ);
  8. ສໍາເນົາໃບຢັ້ງຢືນມາດຕະຖານສາກົນ ຫຼື ລາງວັນອຸດສາຫະກໍາດີເດັ່ນ (ຖ້າມີ);

ມາດຕາ 7 ການພິຈາລະນາ

  • ພິຈາລະນາອອກໃບຢັ້ງຢືນສະຫຼາກສີຂຽວ ມີ ສີ່ ຂັ້ນຕອນ ດັ່ງນີ້:
  1. ການກວດກາດ້ານເອກະສານ;
  2. ການກວດກາສະຖານທີ່ຕົວຈິງ;
  3. ກອງປະຊຸມປຶກສາຫາລືກັບພາກສ່ວນທີ່ກ່ຽວຂ້ອງ;
  4. ການອອກໃບຢັ້ງຢືນສະຫຼາກສີຂຽວ.

ມາດຕາ 8 ການກວດກາດ້ານເອກະສານ

ພາຍຫຼັງເອກະສານຄຳຮ້ອງຂໍຢັ້ງຢືນສະຫຼາກສີຂຽວ ໄດ້ຍື່ນຕໍ່ກົມອຸດສາຫະກຳ ເອກະສານຄຳຮ້ອງດັ່ງກ່າວຈະດຳເນີນການກວດກາຄວາມຖືກຕ້ອງ ແລະ ຄົບຖ້ວນຂອງເອກະສານ ແລະ ກົມອຸດສາຫະກຳ ເປັນເຈົ້າການປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ລົງຕິດຕາມກວດກາສະຖານທີ່ຕົວຈິງ.

ສຳລັບຄຳຮ້ອງ ທີ່ຍື່ນຜ່ານພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ພາຍຫຼັງກວດກາຄວາມຖືກຕ້ອງ ແລະ ຄົບຖ້ວນຂອງເອກະສານ ໃຫ້ນຳສົ່ງເອກະສານດັ່ງກ່າວ ໃຫ້ກົມອຸດສາຫະກຳ ເພື່ອພິຈາ ລະນາ ແລະ ດຳເນີນຕາມຂັ້ນຕອນ.

ຖ້າເຫັນວ່າເອກະສານບໍ່ຖືກຕ້ອງ ແລະ ບໍ່ຄົບຖ້ວນ ຕ້ອງແຈ້ງເປັນລາຍລັກອັກສອນໃຫ້ຜູ້ຍື່ນຄໍາຮ້ອງຊາບພາຍໃນ ຫ້າ ວັນລັດຖະການ ເພື່ອປັບປຸງໃຫ້ຖືກຕ້ອງ ແລະ ຄົບຖ້ວນ.

ມາດຕາ 9 ການກວດກາສະຖານທີ່ຕົວຈິງ

ກົມອຸດສາຫະກຳ ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ລົງຕິດຕາມກວດກາສະຖານທີ່ຕົວຈິງ ເພື່ອປະເມີນຄວາມສອດຄ່ອງຕາມເງື່ອນໄຂຜະລິດຕະພັນອຸດສາຫະກໍາປຸງແຕ່ງ ທີ່ສາມາດໄດ້ຮັບການຢັ້ງຢືນສະ ຫຼາກສີຂຽວ ໃຫ້ດຳເນີນການພາຍໃນ ສິບ ວັນລັດຖະການ.

ການລົງຕິດຕາມກວດກາສະຖານທີ່ຕົວຈິງ ຕ້ອງມີບົດບັນທຶກ, ຫາກຜົນການລົງກວດກາສະຖານທີ່ຕົວຈິງ ເຫັນວ່າຍັງບໍ່ໄດ້ຕາມເງື່ອນໄຂ ຕ້ອງແນະນໍາເພື່ອປັບປຸງແກ້ໄຂ ແລະ ກຳນົດເວລາທີ່ຊັດເຈນ.

ພາຍຫຼັງຜູ້ປະກອບການປັບປຸງສໍາເລັດຕາມຄໍາແນະນໍາແລ້ວ ໃຫ້ສະເໜີຫາກົມອຸດສາຫະກຳ ເພື່ອປະ ສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ລົງຕິດຕາມກວດກາຄືນ ແລະ ເຮັດບົດບັນທຶກຜົນການປັບປຸງ.

ເນື້ອໃນການກວດກາປະກອບມີ ການກວດກາດ້ານການຄຸ້ມຄອງສິ່ງແວດລ້ອມ, ກວດກາດ້ານມາດຕະ ຖານເຕັກນິກໂຮງງານ ແລະ ກວດກາຄຸນນະພາບຜະລິດຕະພັນ.

ມາດຕາ 10 ການກວດກາດ້ານການຄຸ້ມຄອງສິ່ງແວດລ້ອມ

ການກວດກາດ້ານການຄຸ້ມຄອງສິ່ງແວດລ້ອມ ແມ່ນການກວດກາການຈັດຕັ້ງປະຕິບັດມາດຕະການຄວບຄຸມ, ຄຸ້ມຄອງ ແລະ ຫຼຸດຜ່ອນມົນລະພິດ ແລະ ສິ່ງເສດເຫຼືອຂອງໂຮງງານ ເປັນຕົ້ນ ມົນລະພິດທາງອາກາດ, ນໍ້າເປື້ອນ, ສິ່ງເສດເຫຼືອ, ສຽງດັງ ຊຶ່ງຜູ້ດຳເນີນທຸລະກິດຕ້ອງອອກແບບ ແລະ ຕິດຕັ້ງລະບົບບໍາບັດ ຫຼື ມີມາດຕະການທີ່ເໝາະສົມ ເພື່ອຮັບປະກັນວ່າຂະບວນການຜະລິດຂອງໂຮງງານບໍ່ເກີນຄ່າມາດຕະຖານ ແລະ ບໍ່ສ້າງຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ.

ສໍາລັບໂຮງງານໄດ້ຮັບການຢັ້ງຢືນມາດຕະຖານສາກົນດ້ານສິ່ງແວດລ້ອມ (ISO 14001) ທີ່ຍັງມີອາຍຸນໍາໃຊ້ຢ່າງໜ້ອຍ ໜຶ່ງ ປີ, ຈະບໍ່ໄດ້ລົງກວດກາດ້ານສິ່ງແວດລ້ອມ.

ມາດຕາ 11 ການກວດກາມາດຕະຖານເຕັກນິກໂຮງງານ

ການກວດກາມາດຕະຖານເຕັກນິກໂຮງງານ ໃຫ້ປະຕິບັດຕາມເນື້ອໃນທີ່ໄດ້ກຳນົດໄວ້ໃນ ຂໍ້ຕົກລົງວ່າດ້ວຍໂຮງງານ ແລະ ລະບຽບການທີ່ກ່ຽວຂ້ອງ.

ສຳລັບໂຮງງານໄດ້ຮັບການຢັ້ງຢືນມາດຕະຖານສາກົນ ດ້ານລະບົບການຄຸ້ມຄອງຄຸນນະພາບ (ISO 9001) ທີ່ຍັງມີອາຍຸນໍາໃຊ້ຢ່າງໜ້ອຍ ໜຶ່ງ ປີ ຈະບໍ່ໄດ້ລົງກວດກາມາດຕະຖານເຕັກນິກໂຮງງານ.

ມາດຕາ 12 ການກວດກາຄຸນນະພາບຜະລິດຕະພັນສະຫຼາກສີຂຽວ

ການກວດກາຄຸນນະພາບຜະລິດຕະພັນສະຫຼາກສີຂຽວ ແມ່ນ ການກວດກາເງື່ອນໄຂ ແລະ ຄຸນນະ ພາບຂອງຜະລິດຕະພັນ ຕາມທີ່ໄດ້ກຳນົດໄວ້ໃນມາດຕະຖານແຫ່ງຊາດ ແລະ ເງື່ອນໄຂສະເພາະຂອງແຕ່ລະຜະ ລິດຕະພັນ.

ມາດຕາ 13 ກອງປະຊຸມປຶກສາຫາລືກັບພາກສ່ວນກ່ຽວຂ້ອງ

ພາຍຫຼັງການກວດກາດ້ານເອກະສານ ແລະ ສະຖານທີ່ຕົວຈິງ ກົມອຸດສາຫະກຳ ຕ້ອງດຳເນີນການເປີດກອງປະຊຸມປຶກສາຫາລື ກັບພາກສ່ວນທີ່ກ່ຽວຂ້ອງ ພາຍໃນ ຫ້າ ວັນລັດຖະການ ເພື່ອພິຈາລະນາຮັບຮອງຜະລິດຕະພັນສະຫຼາກສີຂຽວ.

ມາດຕາ 14 ການຢັ້ງຢືນສະຫຼາກສີຂຽວ

ພາຍຫຼັງກອງປະຊຸມປຶກສາຫາລື ກັບພາກສ່ວນທີ່ກ່ຽວຂ້ອງ ເຫັນດີຮັບຮອງຜະລິດຕະພັນສະຫຼາກສີຂຽວ, ກົມອຸດສາຫະກໍາ ຕ້ອງອອກໃບຢັ້ງຢືນສະຫຼາກສີຂຽວ ພາຍໃນ ສາມ ວັນລັດຖະການ.

ກໍລະນີ ກອງປະຊຸມ ບໍ່ເຫັນດີຮັບຮອງຜະລິດຕະພັນສະຫຼາກສີຂຽວ, ກົມອຸດສາຫະກໍາ ຕ້ອງແຈ້ງເຫດຜົນ ແລະ ຄໍາແນະນໍາ ປັບປຸງເພື່ອໃຫ້ໄດ້ຮັບການຢັ້ງຢືນສີຂຽວ ເປັນລາຍລັກອັກສອນ ໃຫ້ຜູ້ຍື່ນຄຳຮ້ອງຊາບ ພາຍໃນ ສາມ ວັນລັດຖະການ.

ມາດຕາ 15 ການອອກໃບຢັ້ງຢືນສະຫຼາກສີຂຽວ ຄືນໃໝ່

ກໍລະນີ ໃບຢັ້ງຢືນສະຫຼາກສີຂຽວ ເສຍຫາຍ ແລະ ຕ້ອງການອອກໃບຢັ້ງຢືນຄືນໃໝ່ ໃຫ້ຍື່ນຄຳຮ້ອງຕໍ່ ກົມອຸດສາຫະກຳ ຫຼື ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ໂດຍປະກອບເອກະສານ ດັ່ງນີ້:

  1. ໃບຄໍາຮ້ອງຂໍການຢັ້ງຢືນສະຫຼາກສີຂຽວ ຕາມແບບພິມຂອງກົມອຸດສາຫະກຳ;
  2. ສໍາເນົາໃບຢັ້ງຢືນສະຫຼາກສີຂຽວ;
  3. ໜັງສືຢັ້ງຢືນການເສຍຫາຍ ຫຼື ຖືກທໍາລາຍ ອອກໂດຍຫ້ອງການປົກຄອງບ້ານບ່ອນໂຮງງານຕັ້ງຢູ່;
  4. ໃບມອບສິດ ກໍລະນີໃຫ້ຜູ້ຕາງໜ້າຍື່ນເອກະສານແທນ.

ມາດຕາ 16 ອາຍຸ ແລະ ການຕໍ່ອາຍຸ ໃບຢັ້ງຢືນສະຫຼາກສີຂຽວ

ໃບຢັ້ງຢືນສະຫຼາກສີຂຽວ ມີອາຍຸການນໍາໃຊ້ ສາມ ປີ ແລະ ສາມາດຕໍ່ອາຍຸໄດ້ ເທື່ອລະ ສາມ ປີ ແຕ່ໃຫ້ສະເໜີຕໍ່ກົມອຸດສາຫະກຳ ພາຍໃນ ເກົ້າສິບ ວັນ ກ່ອນໃບຢັ້ງຢືນສະຫຼາກສີຂຽວທີ່ນຳໃຊ້ປະຈຸບັນຈະໝົດອາຍຸ.

ການຕໍ່ອາຍຸໃບຢັ້ງຢືນສະຫຼາກສີຂຽວ ໃຫ້ປະກອບເອກະສານຄືນໃໝ່ ຕາມທີ່ໄດ້ກຳນົດໄວ້ໃນ ມາດຕາ 6 ຂອງຂໍ້ຕົກລົງສະບັບນີ້, ພ້ອມທັງໃຫ້ຄັດຕິດໃບຢັ້ງຢືນສະຫຼາກສີຂຽວສະບັບຕົ້ນມາພ້ອມ.

ມາດຕາ 17 ການໂຈະ ໃບຢັ້ງຢືນສະຫຼາກສີຂຽວ

ໃບຢັ້ງຢືນສະຫຼາກສີຂຽວ ຈະຖືກໂຈະ ໃນກໍລະນີໃດໜຶ່ງ ດັ່ງນີ້:

  1. ຜູ້ດຳເນີນທຸລະກິດ ສະເໜີໂຈະດ້ວຍຄວາມສະໝັກໃຈ;
  2. ໂຈະພາຍຫຼັງທີ່ໄດ້ມີການກ່າວເຕືອນເປັນລາຍລັກອັກສອນ ຊຶ່ງຜູ້ດຳເນີນທຸລະກິດຕ້ອງປັບປຸງແກ້ໄຂຂໍ້ຄົງຄ້າງພາຍຫຼັງທີ່ຖືກສັ່ງໂຈະ ພາຍໃນກຳນົດເວລາ ສາມ ເດືອນ;
  3. ນຳໃຊ້ໃບຢັ້ງຢືນສະຫຼາກສີຂຽວ ທີ່ໝົດອາຍຸ;
  4. ນຳໃຊ້ສະຫຼາກສີຂຽວຕິດໃສ່ຜະລິດຕະພັນອື່ນ ທີ່ບໍ່ໄດ້ຮັບການຢັ້ງຢືນສະຫຼາກສີຂຽວ.

ມາດຕາ 18 ການຍົກເລີກ ໃບຢັ້ງຢືນສະຫຼາກສີຂຽວ

ໃບຢັ້ງຢືນສະຫຼາກສີຂຽວ ຈະຖືກຍົກເລີກ ໃນກໍລະນີໃດໜຶ່ງ ດັ່ງນີ້:

  1. ຜູ້ດຳເນີນທຸລະກິດ ສະເໜີຍົກເລີກດ້ວຍຄວາມສະໝັກໃຈ;
  2. ບໍ່ປັບປຸງແກ້ໄຂຂໍ້ຄົງຄ້າງ ພາຍໃນກຳນົດເວລາ ສາມ ເດືອນ ພາຍຫຼັງທີ່ຖືກສັ່ງໂຈະ;
  3. ຍັງສືບຕໍ່ເຄື່ອນໄຫວດຳເນີນທຸລະກິດ ໃນເວລາທີ່ຖືກສັ່ງໂຈະ;
  4. ມີຄຳຕັດສິນຈາກສານປະຊາຊົນ ໃຫ້ຢຸດເຊົາການດຳເນີນທຸລະກິດ.

ໝວດທີ 3

ການສະເໜີຂໍຢັ້ງຢືນສະຫຼາກສີຂຽວສໍາລັບຜະລິດຕະພັນອຸດສາຫະກຳປຸງແຕ່ງທີ່ນໍາເຂົ້າ

ມາດຕາ 19 ການສະເໜີຂໍຢັ້ງຢືນສະຫຼາກສີຂຽວ ສໍາລັບຜະລິດຕະພັນອຸດສາຫະກຳປຸງແຕ່ງທີ່ນໍາເຂົ້າ

ຜູ້ທີ່ມີຈຸດປະສົງຂໍການຢັ້ງຢືນສະຫຼາກສີຂຽວ ສໍາລັບຜະລິດຕະພັນອຸດສາຫະກຳປຸງແຕ່ງທີ່ນໍາເຂົ້າ ຕ້ອງຍື່ນຄຳຮ້ອງຕໍ່ກົມອຸດສາຫະກຳ ຫຼື ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ ໂດຍປະກອບເອກະສານ ດັ່ງນີ້:

  1. ໃບຄໍາຮ້ອງ ຕາມແບບພິມຂອງກົມອຸດສາຫະກຳ;
  2. ສຳເນົາໃບທະບຽນວິສາຫະກິດ;
  3. ສຳເນົາໃບຢັ້ງຢືນສະຫຼາກສີຂຽວຈາກປະເທດຕົ້ນທາງ;
  4. ເອກະສານ ກ່ຽວກັບເງື່ອນໄຂຜະລິດຕະພັນສີຂຽວຈາກປະເທດຕົ້ນທາງ;
  5. ເອກະສານອື່ນໆ.

ມາດຕາ 20 ການພິຈາລະນາການຂໍຢັ້ງຢືນສະຫຼາກສີຂຽວ ສໍາລັບຜະລິດຕະພັນອຸດສາຫະກຳປຸງແຕ່ງທີ່ນໍາເຂົ້າ

ພາຍຫຼັງຮັບເອກະສານຖືກຕ້ອງ ແລະ ຄົບຖ້ວນ ກົມອຸດສາຫະກຳ ຕ້ອງພິຈາລະນາອອກໃບຢັ້ງຢືນສະຫຼາກສີຂຽວ ສໍາລັບຜະລິດຕະພັນອຸດສາຫະກຳປຸງແຕ່ງທີ່ນໍາເຂົ້າ ພາຍໃນ ສິບ ວັນລັດຖະການນັບແຕ່ວັນໄດ້ຮັບຄຳຮ້ອງເປັນຕົ້ນໄປ.

ກໍລະນີ ເອກະສານບໍ່ຖືກຕ້ອງ ແລະ ຄົບຖ້ວນ ກົມອຸດສາຫະກຳ ຕ້ອງແຈ້ງໃຫ້ຜູ້ຍື່ນຄຳຮ້ອງຊາບ ພາຍໃນ ຫ້າ ວັນນັບແຕ່ມື້ໄດ້ຮັບຄຳຮ້ອງເປັນຕົ້ນໄປ ເພື່ອປັບປຸງແກ້ໄຂ.

ກໍລະນີ ບໍ່ສາມາດອອກໃບຢັ້ງຢືນສະຫຼາກສີຂຽວ ສໍາລັບຜະລິດຕະພັນອຸດສາຫະກຳປຸງແຕ່ງທີ່ນໍາເຂົ້າ ກົມອຸດສາຫະກຳ ຕ້ອງແຈ້ງເຫດຜົນເປັນລາຍລັກອັກສອນໃຫ້ຜູ້ຍື່ນຄຳຮ້ອງຊາບ ພາຍໃນ ສິບ ວັນລັດຖະການນັບແຕ່ວັນໄດ້ຮັບຄຳຮ້ອງເປັນຕົ້ນໄປ.

ໝວດທີ 4

ສິດ ແລະ ພັນທະ ຂອງຜູ້ໄດ້ຮັບໃບຢັ້ງຢືນສະຫຼາກສີຂຽວ

ມາດຕາ 21 ສິດຂອງຜູ້ໄດ້ຮັບໃບຢັ້ງຢືນສະຫຼາກສີຂຽວ

        ຜູ້ໄດ້ຮັບໃບຢັ້ງຢືນສະຫຼາກສີຂຽວ ມີສິດ ດັ່ງນີ້:

  1. ຕິດກາໝາຍສະຫຼາກສີຂຽວໃສ່ຜະລິດຕະພັນ ຕາມຂອບເຂດທີ່ໄດ້ຮັບອະນຸຍາດນໍາໃຊ້;
  2. ໂຄສະນາເຜີຍແຜ່, ສ້າງຄວາມຮັບຮູ້ ແລະ ຄວາມເຂົ້າໃຈໃຫ້ທົ່ວສັງຄົມ ກ່ຽວກັບຜະລິດຕະພັນອຸດສາຫະກຳປຸງແຕ່ງ ທີ່ຕົນໄດ້ຮັບການຢັ້ງຢືນສະຫຼາກສີຂຽວ;
  3. ໄດ້ຮັບການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງຕົນ ຕາມກົດໝາຍ ແລະ ລະ ບຽບການ;
  4. ໄດ້ຮັບນະໂຍບາຍ, ການຍ້ອງຍໍ ແລະ ລາງວັນ ກ່ຽວກັບສິ່ງແວດລ້ອມ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ;
  5. ນໍາໃຊ້ສິດອື່ນ ຕາມທີ່ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາ 22 ພັນທະຜູ້ໄດ້ຮັບໃບຢັ້ງຢືນສະຫຼາກສີຂຽວ

ຜູ້ໄດ້ຮັບໃບຢັ້ງຢືນສະຫຼາກສີຂຽວ ມີພັນທະ ດັ່ງນີ້:

  1. ປະຕິບັດຕາມເງື່ອນໄຂສະຫຼາກສີຂຽວ ສຳລັບຜະລິດຕະພັນທີ່ໄດັຮັບການຢັ້ງຢືນສະຫຼາກສີຂຽວ;
  2. ສະຫຼຸບລາຍງານການຈັດຕັ້ງປະຕິບັດເງື່ອນໄຂຜະລິດຕະພັນສະຫຼາກສີຂຽວໃຫ້ກົມອຸດສາຫະກຳ ແລະ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ຊາບ ຢ່າງໜ້ອຍ ໜຶ່ງ ຄັ້ງຕໍ່ປີ;
  3. ໃຫ້ຄວາມຮ່ວມມືກັບເຈົ້າຫນ້າທີ່ໃນການຈັດຕັ້ງປະຕິບັດວຽກງານຕິດຕາມກວດກາ ແລະ ປະເມີນການຈັດຕັ້ງປະຕິບັດວຽກງານສະຫຼາກສີຂຽວ;
  4. ຮັບຜິດຊອບຕໍ່ຜົນເສຍຫາຍທີ່ເກີດຈາກການນໍາໃຊ້ກາໝາຍສະຫຼາກສີຂຽວ;
  5. ປະຕິບັດພັນທະອື່ນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ໝວດທີ 5

ຂໍ້ຫ້າມ

ມາດຕາ 23 ຂໍ້ຫ້າມທົ່ວໄປ

ຫ້າມບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ມີພຶດຕິກຳ ດັ່ງນີ້:

  1. ນໍາໃຊ້ກາໝາຍສະຫຼາກສີຂຽວໂດຍບໍ່ໄດ້ຮັບອະນຸຍາດ;
  2. ນໍາເອົາກາໝາຍສະຫຼາກສີຂຽວໄປເຄື່ອນໄຫວ ໃນທາງທີ່ຜິດກົດໝາຍ ແລະ ລະບຽບການ;
  3. ປັບປຸງຮູບລັກສະນະ ແລະ ສີສັນ ທີ່ແຕກຕ່າງຈາກຕົ້ນສະບັບ ຫຼື ປອມແປງກາໝາຍສະຫຼາກສີຂຽວ;
  4. ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.

ມາດຕາ 24 ຂໍ້ຫ້າມສຳລັບຜູ້ທີ່ໄດ້ຮັບໃບຢັ້ງຢືນສະຫຼາກສີຂຽວ

ຫ້າມຜູ້ໄດ້ຮັບຢັ້ງຢືນສະຫຼາກສີຂຽວ ມີພຶດຕິກຳ ດັ່ງນີ້:

  1. ນໍາໃຊ້ກາໝາຍສະຫຼາກສີຂຽວຕິດໃສ່ຜະລິດຕະພັນອື່ນ ທີ່ບໍ່ໄດ້ຮັບການຢັ້ງຢືນສະຫຼາກສີຂຽວ;
  2. ນໍາໃຊ້ກາໝາຍສະຫຼາກສີຂຽວທີ່ໝົດອາຍຸ;
  3. ໂຄສະນາການນຳໃຊ້ຜະລິດຕະພັນທີ່ໄດ້ຮັບຢັ້ງຢືນສະຫຼາກສີຂຽວ ເກີນຄວາມເປັນຈິງທີ່ເຮັດໃຫ້ເກີດຄວາມສັບສົນ ຫຼື ເຂົ້າໃຈຜິດຕໍ່ຄວາມສາມາດການນໍາໃຊ້ຂອງຜະລິດຕະພັນ;
  4. ປອມແປງເອກະສານ, ປິດບັງຂໍ້ມູນ ຫຼື ບໍ່ໃຫ້ການຮ່ວມມືກັບເຈົ້າໜ້າທີ່;
  5. ໃຫ້ສິນບົນແກ່ເຈົ້າໜ້າທີ່ ແລະ ພະນັກງານ ທີ່ຮັບຜິດຊອບກ່ຽວກັບສະຫຼາກສີຂຽວ;
  6. ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.

ມາດຕາ 25 ຂໍ້ຫ້າມສຳລັບເຈົ້າໜ້າທີ່ ແລະ ພະນັກງານ

ຫ້າມເຈົ້າໜ້າທີ່ ແລະ ພະນັກງານ ມີພຶດຕິກຳ ດັ່ງນີ້:

  1. ສວຍໃຊ້ໜ້າທີ່ຕໍາແໜ່ງ, ສົມຮູ້ຮ່ວມຄິດ ຫຼື ມີວິທີການທຸກຮູບແບບເພື່ອຫາຜົນປະໂຫຍດ;
  2. ທວງຖາມ, ຂໍ ຫຼື ຮັບສິນບົນ, ກົດໜ່ວງທ່ວງດຶງ ແລະ ປອມແປງເອກະສານ;
  3. ປະລະໜ້າທີ່ຄວາມຮັບຜິດຊອບຂອງຕົນ;
  4. ມີພຶດຕິກຳອື່ນ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ.

ໝວດທີ 6

ການຄຸ້ມຄອງວຽກງານສະຫຼາກສີຂຽວ

ມາດຕາ 26 ການຄຸ້ມຄອງສະຫຼາກສີຂຽວ

ການຈັດຕັ້ງປະຕິບັດຄຸ້ມຄອງວຽກງານສະຫຼາກສີຂຽວ ຂອງຂະແໜງການອຸດສາຫະກໍາ ແລະ ການຄ້າ ປະກອບມີ ສາມ ຂັ້ນ ດັ່ງນີ້:

  1. ຂັ້ນສູນກາງ ແມ່ນ ກົມອຸດສາຫະກຳ;
  2. ຂັ້ນແຂວງ ແມ່ນ ພະແນກອຸດສາຫະກຳ ແລະ ການຄ້າແຂວງ, ນະຄອນຫຼວງ;
  3. ຂັ້ນເມືອງ ແມ່ນ ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ.

ມາດຕາ 27 ສິດ ແລະ ໜ້າທີ່ຂອງກົມອຸດສາຫະກໍາ

ກົມອຸດສາຫະກຳ ມີສິດ ແລະ ໜ້າທີ່ ດັ່ງນີ້:

  1. ຄົ້ນຄ້ວາສ້າງ ແລະ ປັບປຸງ ນະໂຍບາຍ, ນິຕິກຳ ແລະ ເງື່ອນໄຂ ກ່ຽວກັບການສົ່ງເສີມ ແລະ ຄຸ້ມຄອງວຽກງານສະຫຼາກສີຂຽວ;
  2. ເຜີຍແຜ່, ແນະນຳ ຂໍ້ຕົກລົງສະບັບນີ້, ນະໂຍບາຍ ແລະ ນິຕິກຳທີ່ກ່ຽວຂ້ອງກັບວຽກງານສະຫຼາກສີຂຽວ ໃຫ້ສັງຄົມຮັບຊາບຢ່າງທົ່ວເຖິງ ໃນຂອບເຂດທົ່ວປະເທດ;
  3. ພິຈາລະນາ ອອກ, ຕໍ່ອາຍຸ, ໂຈະ ແລະ ຍົກເລີກ ໃບຢັ້ງຢືນສະຫຼາກສີຂຽວ;
  4. ຕິດຕາມ, ກວດກາ ແລະ ປະເມີນການຈັດຕັ້ງປະຕິບັດເງື່ອນໄຂຜະລິດຕະພັນສະຫຼາກສີຂຽວ;
  5. ປະສານສົມທົບກັບພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ, ຫ້ອງການອຸດສາຫະ ກຳ ແລະ ການຄ້າ ເມືອງ, ນະຄອນ ແລະ ຂະແໜງການທີ່ກ່ຽວຂ້ອງ ກ່ຽວກັບວຽກງານສະຫຼາກສີຂຽວ;
  6. ສະຫຼຸບລາຍງານການຈັດຕັ້ງປະຕິບັດວຽກງານສະຫຼາກສີຂຽວ ໃຫ້ຄະນະນໍາກະຊວງອຸດສາຫະກຳ ແລະ ການຄ້າຊາບ ເປັນແຕ່ລະໄລຍະ;
  7. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາ 28 ສິດ ແລະ ໜ້າທີ່ຂອງ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ

ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

  1. ເຜີຍແຜ່, ແນະນຳ ການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້, ນະໂຍບາຍ, ນິຕິກໍາ ແລະ ເງື່ອນໄຂ ກ່ຽວກັບວຽກງານສະຫຼາກສີຂຽວ ໃຫ້ສັງຄົມຮັບຊາບຢ່າງທົ່ວເຖິງໃນຂອບເຂດ ແຂວງ, ນະຄອນຫຼວງຂອງຕົນ;
  2. ຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານສະຫຼາກສີຂຽວໃນຂອບເຂດ ແຂວງ, ນະຄອນຫຼວງຂອງຕົນ;
  3. ໃຫ້ຄຳປຶກສາ ແລະ ແນະນຳ ກ່ຽວກັບການຈັດຕັ້ງປະຕິບັດວຽກງານສະຫຼາກສີຂຽວ;
  4. ຮັບຄຳຮ້ອງຂໍການຢັ້ງຢືນສະຫຼາກສີຂຽວ ແລະ ກວດກາຄວາມຖືກຕ້ອງ ແລະ ຄົບຖ້ວນຂອງເອກະ ສານ ແລ້ວນຳສົ່ງໃຫ້ກົມອຸດສາຫະກຳ ເພື່ອພິຈາລະນາຕາມຂັ້ນຕອນ;
  5. ສະເໜີ ໂຈະ ຫຼື ຍົກເລີກໃບຢັ້ງຢືນສະຫຼາກສີຂຽວ;
  6. ລາຍງານສະພາບການເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດວຽກງານສະຫຼາກສີຂຽວ ພາຍໃນແຂວງ, ນະ ຄອນຫຼວງ ຂອງຕົນ ໃຫ້ກົມອຸດສາຫະກຳ ເປັນແຕ່ລະໄລຍະ;
  7. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນໆ ຕາມທີ່ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ມາດຕາ 29 ສິດ ແລະ ໜ້າທີ່ຂອງ ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ

ຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງ, ນະຄອນ ມີ ສິດ ແລະ ໜ້າທີ່ ດັ່ງນີ້:

  1. ເຜີຍແຜ່ແນະນຳການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້, ນະໂຍບາຍ ແລະ ນິຕິກຳ ທີ່ກ່ຽວຂ້ອງກັບວຽກງານສະຫຼາກສີຂຽວ ໃຫ້ສັງຄົມຮັບຊາບຢ່າງທົ່ວເຖິງໃນຂອບເຂດ ເມືອງ, ນະຄອນ ຂອງຕົນ;
  2. ຕິດຕາມກວດກາການຈັດຕັ້ງປະຕິບັດວຽກງານສະຫຼາກສີຂຽວໃນຂອບເຂດເມືອງ, ນະຄອນຂອງຕົນ;
  3. ໃຫ້ຄຳປຶກສາ ແລະ ແນະນຳ ກ່ຽວກັບການຈັດຕັ້ງປະຕິບັດວຽກງານສະຫຼາກສີຂຽວ;
  4. ສະເໜີ ໂຈະ ຫຼື ຍົກເລີກໃບຢັ້ງຢືນສະຫຼາກສີຂຽວ
  5. ລາຍງານສະພາບການເຄື່ອນໄຫວ ແລະ ຈັດຕັ້ງປະຕິບັດວຽກງານສະຫຼາກສີຂຽວ ພາຍໃນ ເມືອງ, ນະຄອນ ຂອງຕົນ ໃຫ້ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງ ເປັນແຕ່ລະໄລຍະ;
  6. ນຳໃຊ້ສິດ ແລະ ປະຕິບັດໜ້າທີ່ອື່ນໆ ຕາມທີ່ກຳນົດໄວ້ໃນກົດໝາຍ ແລະ ລະບຽບການ.

ໝວດທີ 6

ບົດບັນຍັດສຸດທ້າຍ

ມາດຕາ 30 ການຈັດຕັ້ງປະຕິບັດ

ມອບໃຫ້ກົມອຸດສາຫະກໍາ ເປັນເຈົ້າການປະສານສົມທົບກັບ ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງ, ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງ, ນະຄອນ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຜີຍແຜ່ແນະນໍາ ແລະ ຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ໃຫ້ໄດ້ຮັບຜົນດີ.

ມາດຕາ 31 ຜົນສັກສິດ

ຂໍ້ຕົກລົງສະບັບນີ້ ມີຜົນສັກສິດ ພາຍຫຼັງລົງລາຍເຊັນ ສີ່ສິບຫ້າວັນ ແລະ ໄດ້ລົງໃນຈົດໝາຍເຫດທາງລັດຖະການ.

(ເຊັນແທນ) ລັດຖະມົນຕີ

ນ. ຈັນສຸກ ແສງພະຈັນ

 

# ຫົວຂໍ້ ດາວໂຫຼດ
1 ຂໍ້ຕົກລົງ ວ່າດ້ວຍສະຫຼາກສີຂຽວ, ເລກທີ 1888/ອຄ, ລົງວັນທີ 01 ຕຸລາ 2024 PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.