ມູນຄ່າການຄ້າຕ່າງປະເທດ ປະຈໍາເດືອນກັນຍາ 2024 ປະຕີບັດໄດ້ 1,064 ລ້ານໂດລາສະຫະລັດ

ສິນຄ້າສົ່ງອອກຕົ້ນຕໍ

ມູນຄ່າການສົ່ງອອກສິນຄ້າທັງໝົດ ປະຕິບັດໄດ້ ປະມານ 455 ລ້ານໂດລາສະຫະລັດ ຫຼຸດລົງ 16% ທຽບໃສ່ ເດືອນ ສິງຫາ ຜ່ານມາ. ໃນນີ້, ສິນຄ້າສົ່ງອອກຫຼັກ ປະກອບມີ: ຄໍາປະສົມ 49 ລ້ານໂດລາສະຫະລັດ; ເຄື່ອງໃຊ້ໄຟຟ້າ 48 ລ້ານໂດລາສະຫະລັດ; ຢາງພາລາ 42 ລ້ານໂດລາສະຫະລັດ; ເຈ້ຍ 36 ລ້ານໂດລາສະຫະລັດ; ເກືອກາລີ 32 ລ້ານໂດລາສະຫະລັດ; ເຍື່ອໄມ້ 25 ລ້ານໂດລາສະຫະລັດ; ແຮ່ທອງ 23 ລ້ານໂດລາສະຫະລັດ; ໝາກກ້ວຍ 18 ລ້ານໂດລາສະຫະລັດ; ນໍ້າຕານ 8 ລ້ານໂດລາສະຫະລັດ ແລະ ມັນຕົ້ນ 4 ລ້ານໂດລາສະຫະລັດ.

ສິນຄ້ານໍາເຂົ້າຕົ້ນຕໍ  

ມູນຄ່າການນຳເຂົ້າສິນຄ້າທັງໝົດ ປະຕິບັດໄດ້ປະມານ 609 ລ້ານໂດລາສະຫະລັດ ຫຼຸດລົງ 9% ທຽບໃສ່ ເດືອນ ສິງຫາ ຜ່ານມາ. ໃນນີ້, ສິນຄ້ານໍາເຂົ້າຫຼັກປະກອບມີ: ນ້ຳມັນກາຊວນ 61 ລ້ານໂດລາສະຫະລັດ; ອຸປະກອນກົນຈັກ 48 ລ້ານໂດລາສະຫະລັດ; ພາຫະນະທາງບົກ 43 ລ້ານໂດລາສະຫະລັດ; ເຄື່ອງໃຊ້ໄຟຟ້າ 41 ລ້ານໂດລາສະຫະລັດ; ເຫຼັກ 36 ລ້ານໂດລາສະຫະລັດ; ຜະລິດຕະພັນເຄມີປະສົມສໍາເລັດຮູບ 27 ລ້ານໂດລາສະຫະລັດ; ຊິ້ນສ່ວນອາໄຫຼ່ລົດ 24 ລ້ານໂດລາສະຫະລັດ; ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ 22 ລ້ານໂດລາສະຫະລັດ; ເຄື່ອງດື່ມ 20 ລ້ານໂດລາສະຫະລັດ ແລະ ນໍ້າມັນແອັດຊັງ 17 ລ້ານໂດລາສະຫະລັດ.

ປະເທດສົ່ງອອກຕົ້ນຕໍ 05 ອັນດັບ

ປະເທດ ທີ່ ສປປ ລາວ ສົ່ງອອກຫຼາຍ 05 ອັນດັບ ປະກອບມີ: ຈີນ ປະມານ 155 ລ້ານໂດລາສະຫະລັດ; ຫວຽດນາມ ປະມານ 98 ລ້ານໂດລາສະຫະລັດ, ໄທ ປະມານ 38 ລ້ານໂດລາສະຫະລັດ,  ສ.ອາເມລິກາ ປະມານ31 ລ້ານໂດລາສະຫະລັດ ແລະ ອົດສະຕາລີ ປະມານ 29 ລ້ານໂດລາສະຫະລັດ.

ປະເທດນໍາເຂົ້າຕົ້ນຕໍ 05 ອັນດັບ

ປະເທດ ທີ່ ສປປ ລາວ ນໍາເຂົ້າຫຼາຍ 05 ອັນດັບ ປະກອບມີ: ໄທ ປະມານ 242 ລ້ານໂດລາສະຫະລັດ, ຈີນ ປະມານ 206 ລ້ານໂດລາສະຫະລັດ, ຫວຽດນາມ ປະມານ 61 ລ້ານໂດລາສະຫະລັດ, ສ. ເມກາ ປະມານ25 ລ້ານໂດລາສະຫະລັດ ແລະ ຍີ່ປຸ່ນ ປະມານ 11 ລ້ານ ໂດລາສະຫະລັດ.

 

ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ປະຈໍາ ເດືອນ ກັນຍາ ປີ 2024 ແມ່ນຍັງບໍ່ລວມເອົາມູນຄ່າການນໍາເຂົ້າ ແລະ ສົ່ງອອກ ໄຟຟ້າ (ສໍາລັບມູນຄ່າການນຳເຂົ້າ ແລະ ສົ່ງອອກ ໄຟຟ້າ ພວກເຮົາຈະເອົາລົງພາຍຫຼັງທີ່ເກັບກໍາຕົວເລກສະຖິຕິໄດ້ຄົບຖ້ວນ ແລະ ຊັດເຈນແລ້ວ).

ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
You can provide comment/feedback on draft legislation to relevant government agencies for improvement before entering into force.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ຮ່າງ ນິຕິກໍາ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.

ຂົງເຂດການດໍາເນີນທຸລະກິດ
ສາມາດໃຫ້ຂໍ້ມູນສະເພາະ ກ່ຽວກັບ ນິຕິກໍາດັ່ງກ່າວ ທີ່ເປັນອຸປະສັກ ຫຼື ສິ່ງທ້າທາຍໃນການດໍາເນີນທຸລະກິດຂອງທ່ານ.

ຕົວຢ່າງ: ມາດຕາ 8 ຂອງ (ຮ່າງ) ຂໍ້ຕົກລົງ ວ່າດ້ວຍການນໍາເຂົ້ານໍ້າມັນເຊື້ອໄຟແລະ ນໍ້າມັນຫຼໍ່ລື່ນ, ເລກທີ.........../ອຄ, ວັນທີ........... ມີນາ 2025. (300 ຄໍາ)

ຜົນກະທົບຂອງນິຕິກໍາດັ່ງກ່າວ ຕໍ່ການທຸລະກິດຂອງທ່ານແມ່ນຫຍັງ?

ຕົວຢ່າງ: ຂ້ອຍໄດ້ໃຊ້ເວລາຢ່າງໜ້ອຍສອງເດືອນໃນຂັ້ນຕອນຜ່ານແຜນການນໍາເຂົ້າປະຈໍາປີ (Master List) ຂອງບັນດາຂະເເໜງການຂອງລັດ ທີ່ເຫັນວ່າມີຫຼາຍພາກສ່ວນ, ຄ່າໃຊ້ຈ່າຍສູງ ຫຼື ໃຊ້ເວລາດົນ ເກີນໄປ. (300 ຄໍາ)

ຂໍ້ສະເໜີ ເພື່ອປັບປຸງນິຕິກໍາດັ່ງກ່າວ ທີ່ສາມາດຊ່ວຍແກ້ໄຂສິ່ງທ້າທາຍຂອງ ທ່ານ?

ຕົວຢ່າງ: ຂໍ້ກໍານົດສໍາລັບໄລຍະເວລາໃນການອະນຸມັດ/ຮັບຮອງເເຜນ Master List ໃຫ້ສັ້ນເຂົ້າ. (300 ຄໍາ)

ຜ່ານມາທ່ານສະເໜີຄໍາເເນະນໍານີ້ ຫາອົງການຂອງລັດຖະບານໃດບໍ່?
ຂໍ້ມູນຕິດຕໍ່
ທ່ານ ຕ້ອງການໃຫ້ພວກເຮົາເປີດເຜີຍຄໍາເຫັນຂອງທ່ານຕໍ່ສາທາລະນະ ຫຼື ບໍ່?