ສາລະບານ

ພາກທີ I - ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ
ມາດຕາ 2. ອະທິບາຍຄຳສັບ

ພາກທີ II - ການນຳເຂົ້າເຄື່ອງຈັກຕັດໄມ້

ມາດຕາ 3. ສິດ ແລະ ເງື່ອນໄຂການນຳເຂົ້າເຄື່ອງຈັກຕັດໄມ້
ມາດຕາ 4. ການຂໍອະນຸຍາດນຳເຂົ້າເຄື່ອງຈັກຕັດໄມ້
ມາດຕາ 5. ການອອກໃບອະນຸຍາດນຳເຂົ້າເຄື່ອງຈັກຕັດໄມ້
ມາດຕາ 6. ຄ່າທຳນຽມ ແລະ ຄ່າບໍລິການ
ມາດຕາ 7. ການແຈ້ງເອກະສານໃນເວລານຳເຂົ້າເຄື່ອງຈັກຕັດໄມ້

ພາກທີ III - ການຄຸ້ມຄອງ ແລະ ນໍາໃຊ້ເຄື່ອງຈັກຕັດໄມ້

ມາດຕາ 8. ການຂຶ້ນທະບຽນຈັກຕັດໄມ້
ມາດຕາ 9. ການຄຸ້ມຄອງ ແລະ ນໍາໃຊ້ເຄື່ອງຈັກຕັດໄມ້

ພາກທີ IV - ບົດບັນຍັດສຸດທ້າຍ

ມາດຕາ 10. ການຈັດຕັ້ງປະຕິບັດ
ມາດຕາ 11. ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງກະສິກໍາ ແລະ ປ່າໄມ້   ເລກທີ 0080/ກປ
ນະຄອນຫລວງວຽງຈັນ, ວັນທີ 19 ມິຖຸນາ 2012

ຂໍ້ຕົກລົງຂອງລັດຖະມົນຕີ
ວ່າດ້ວຍລະບຽບການນຳເຂົ້າ, ການຄຸ້ມຄອງ ແລະ ການນໍາໃຊ້ເຄື່ອງຈັກຕັດໄມ້

ລັດຖະມົນຕີວ່າການ ກະຊວງກະສິກໍາ ແລະ ປ່າໄມ້ ອອກຂໍ້ຕົກລົງ:

ພາກທີ I
ບົດບັນຍັດທົ່ວໄປ

ມາດຕາ 1. ຈຸດປະສົງ

ຂໍ້ຕົກລົງສະບັບນີ້ສ້າງຂຶ້ນ ເພື່ອກຳນົດຫຼັກການ, ຂັ້ນຕອນ ແລະ ມາດຕະການ ການນຳເຂົ້າ, ການຄຸ້ມຄອງ ແລະ ການນໍາໃຊ້ເຄື່ອງຈັກຕັດໄມ້ ໃຫ້ສອດຄ່ອງຕາມລະບຽບກົດໝາຍຂອງ ສປປ ລາວ. ຂ້າງເທິງ

ມາດຕາ 2. ອະທິບາຍຄຳສັບ

ເຄື່ອງຈັກຕັດໄມ້ ໝາຍເຖິງ ເຄື່ອງຈັກທຸກຊະນິດທີ່ນໍາໃຊ້ຕັດໄມ້, ປໍ້າຕົ້ນໄມ້ ແລະ ບັ່ນທອນໄມ້ ລວມມີເລື່ອຍມື, ເລື່ອຍຈັກ (ເລື່ອຍໂສ້) ທີ່ແລ່ນດ້ວຍເຊື້ອເພີງ (ນໍ້າມັນ) ແລະ ໄຟຟ້າ ພ້ອມດ້ວຍສ່ວນປະກອບ-ອຸປະກອນ ຂອງເຄື່ອງຈັກຕັດໄມ້ ຊຶ່ງໄດ້ລະບຸໄວ້ ໃນລະຫັດພາສີນໍ້າເບີ 8467.81.00, 8467.89.00 ແລະ 8467.89.00 ແລະ 8467.91.10 ຂອງສາລະບານອັດຕາພາສີ ສປປ ລາວ. ຂ້າງເທິງ

ພາກທີ II
ການນໍາເຂົ້າເຄື່ອງຈັກຕັດໄມ້

ມາດຕາ 3. ສິດ ແລະ ເງື່ອນໄຂການນຳເຂົ້າເຄື່ອງຈັກຕັດໄມ້

ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງທີ່ຢູ່ ສປປ ລາວ ຫຼື ຢູ່ຕ່າງປະເທດ ມີສິດນຳເຂົ້າເຄື່ອງຈັກຕັດໄມ້ ໂດຍຕ້ອງປະຕິບັດຕາມລະບຽບກົດໝາຍທີ່ກ່ຽວຂ້ອງຂອງ ສປປ ລາວ. ຂ້າງເທິງ

ມາດຕາ 4. ການຂໍອະນຸຍາດນຳເຂົ້າເຄື່ອງຈັກຕັດໄມ້

ການນຳເຂົ້າເຄື່ອງຈັກຕັດໄມ້ ຕ້ອງໄດ້ຮັບການອະນຸຍາດນຳເຂົ້າຈາກ ກົມປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້. ການປະກອບເອກະສານຂໍອະນຸຍາດນໍາເຂົ້າ ເຄື່ອງຈັກຕັດໄມ້ ມີດັ່ງນີ້::

  1. ໃບຄຳຮ້ອງຂໍອະນຸຍາດນຳເຂົ້າ;
  2. ສຳເນົາຂອງໃບທະບຽນວິສາຫະກິດ ຫຼື ສໍາເນົາໃບທະບຽນສຳປະທານທີ່ຖືກຕ້ອງ ຕາມລະບຽບກົດໝາຍ ສຳລັບວິສາຫະກິດທີ່ຢູ່ ສປປ ລາວ ແລະ ສໍາເນົາໃບທະບຽນວິສາຫະກິດ ອອກໃຫ້ໂດຍທາງການຂອງປະເທດທີ່ກ່ຽວຂ້ອງ ທີ່ຖືກຕ້ອງຕາມລະບຽບກົດໝາຍ (ສຳລັບວິສາຫະກິດທີ່ບໍ່ຢູ່ໃນ ສປປ ລາວ).

ໃນກໍລະນີເອກະສານເປັນພາສາຕ່າງປະເທດ ຕ້ອງໄດ້ແປເປັນພາສາລາວ ໂດຍມີການຢັ້ງຢືນ ຈາກ ສຳນັກງານທະບຽນສານຂອງ ສປປ ລາວ. ຂ້າງເທິງ

ມາດຕາ 5. ການອອກໃບອະນຸຍາດນຳເຂົ້າເຄື່ອງຈັກຕັດໄມ້

ການອອກ, ການປ່ຽນແປງ ແລະ ອາຍຸຂອງໃບອະນຸຍາດນຳເຂົ້າເຄື່ອງຈັກຕັດໄມ້ ໃຫ້ປະຕິບັດຕາມດຳລັດ 180/ນຍ ລົງວັນທີ 7 ມິຖຸນາ 2009 ວ່າດ້ວຍຂັ້ນຕອນການອອກໃບອະນຸຍາດນໍາເຂົ້າສິນຄ້າ. ຂ້າງເທິງ

ມາດຕາ 6. ຄ່າທຳນຽມ ແລະ ຄ່າບໍລິການ

ຄ່າທຳນຽມ ແລະ ຄ່າບໍລິການ ສຳລັບການອອກ ແລະ ການປ່ຽນແປງໃບອະນຸຍາດນຳເຂົ້າເຄື່ອງຈັກຕັດໄມ້ ແມ່ນໃຫ້ປະຕິບັດຕາມລັດຖະບັນຍັດ ຂອງປະທານປະເທດວ່າດ້ວຍຄ່າທຳນຽມ ແລະ ຄ່າບໍລິການ ທີ່ວາງອອກໃນແຕ່ລະໄລຍະ. ຂ້າງເທິງ

ມາດຕາ 7. ການແຈ້ງເອກະສານ ໃນເວລານຳເຂົ້າເຄື່ອງຈັກຕັດໄມ້

ໃນເວລານຳເຂົ້າເຄື່ອງຈັກຕັດໄມ້, ຜູ້ທີ່ໄດ້ຮັບອະນຸຍາດນຳເຂົ້າ ຕ້ອງນໍາເອົາເອກະສານແຈ້ງຕໍ່ເຈົ້າໜ້າທີ່ພາສີປະຈໍາດ່ານ ແລະ ເຈົ້າໜ້າທີ່ອື່ນໆ ທີ່ກ່ຽວຂ້ອງ. ຂ້າງເທິງ

ພາກທີ III
ການຄຸ້ມຄອງ ແລະ ນໍາໃຊ້ເຄື່ອງຈັກຕັດໄມ້

ມາດຕາ 8. ການຂຶ້ນທະບຽນຈັກຕັດໄມ້

  1. ເຄື່ອງຈັກຕັດໄມ້ທີ່ນໍາເຂົ້າມາແລ້ວ ຕ້ອງໄປຂຶ້ນທະບຽນນໍາໃຊ້ ນໍາພະແນກກະສິກໍາ ແລະ ປ່າໄມ້ປະຈໍາແຂວງ, ນະຄອນຫຼວງວຽງຈັນ;
  2. ການຂຶ້ນທະບຽນເຄື່ອງຈັກຕັດໄມ້ ແມ່ນອອກໃຫ້ເປັນສະເພາະແຕ່ລະເຄື່ອງຈັກ ແລະ ມີກໍານົດໃຊ້ໄລຍະ 01 ປີ, ຖ້າໃບທະບຽນໝົດອາຍຸແມ່ນໃຫ້ໄປຕໍ່ໃໝ່. ຂ້າງເທິງ

ມາດຕາ 9. ການຄຸ້ມຄອງ ແລະ ນໍາໃຊ້ເຄື່ອງຈັກຕັດໄມ້

  1. ກ່ອນຈະນໍາໃຊ້ເຄື່ອງຈັກຕັດໄມ້ແຕ່ລະຄັ້ງ ຕ້ອງໄດ້ແຈ້ງຈຸດປະສົງ ຕໍ່ພະແນກກະສິກໍາ ແລະ ປ່າໄມ້ປະຈໍາແຂວງ, ນະຄອນຫຼວງ ເພື່ອຕິດຕາມ ແລະ ກວດກາ. ໃນເວານໍາໃຊ້ ຫຼື ເຄື່ອນຍ້າຍເຄື່ອງຈັກຕັດໄມ້ແຕ່ລະຄັ້ງ ຕ້ອງຖືໃບທະບຽນເຄື່ອງຈັກນັ້ນໆໄປພ້ອມ ເພື່ອສະດວກໃນການຕິດຕາມກວດກາ ຂອງເຈົ້າໜ້າທີ່ປ່າໄມ້;
  2. ສໍາລັບເຄື່ອງຈັກຕັດໄມ້ ລວມທັງອາໄຫຼ່ ຫຼື ສ່ວນປະກອບທີ່ນໍາເຂົ້າມາ ພ້ອມຮັບໃຊ້ໂຄງການຕ່າງໆ ທີ່ລັດຖະບານອະນຸມັດ ຫຼື ມີສັນຍາຮ່ວມກັນນັ້ນ ຕ້ອງໄດ້ປະຕິບັດຕາມການຕົກລົງ ລະຫວ່າງສອງຝ່າຍ ບົນພື້ນຖານການກວດກາ ແລະ ຕິດຕາມຈາກເຈົ້າໜ້າທີ່ປ່າໄມ້.
  3. ກໍລະນີທີ່ເຄື່ອງຈັກເປ່ເພນໍາໃຊ້ບໍ່ໄດ້ ຫຼື ບໍ່ສາມາດສ້ອມແປງໄດ້. ບໍ່ມີເອກະສານນໍາເຂົ້າ ແລະ ບໍ່ມີໃບທະບຽນ ແຕ່ເອົາໄປນໍາໃຊ້ກ່ອນໄດ້ຮັບອະນຸຍາດ ຈາກພາກສ່ວນທີ່ກ່ຽວຂ້ອງ ແມ່ນມອບໃຫ້ຂະແໜງປ່າໄມ້ປະຈໍາແຕ່ລະແຂວງ ແລະ ນະຄອນຫຼວງເກັບຮິບໂຮມເຂົ້າໄວ້ສາງ. ຫ້າມເອົາໄປນໍາໃຊ້. ຂ້າງເທິງ

ພາກທີ IV
ບົດບັນຍັດສຸດທ້າຍ

ມາດຕາ 10. ການຈັດຕັ້ງປະຕິບັດ

ບັນດາກະຊວງ, ອົງການປົກຄອງທ້ອງຖິ່ນ, ຫົວໜ່ວຍທຸລະກິດ ລວມທັງບຸກຄົນ, ນິຕິບຸກຄົນ, ການຈັດຕັ້ງ ແລະ ລວມໝູ່ ຈົ່ງຮັບຮູ້ ແລະ ໃຫ້ຄວາມຮ່ວມມື ໃນການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້. ມອບໃຫ້ກົມປ່າໄມ້, ກົມກວດກາປ່າໄມ້, ພະແນກກະສິກໍາ ແລະ ປ່າໄມ້ປະຈໍາແຂວງ, ນະຄອນຫຼວງ ເປັນເຈົ້າການເຜີຍແຜ່ເຊື່ອມຊຶມ, ຊຸກຍູ້ ແລະ ຕິດຕາມກວດກາ ການຈັດຕັ້ງປະຕິບັດຂໍ້ຕົກລົງສະບັບນີ້ ໃຫ້ໄດ້ຮັບຜົນດີ. ຂ້າງເທິງ

ມາດຕາ 11. ຜົນສັກສິດ   

ຂໍ້ຕົກລົງສະບັບນີ້ ມີຜົນສັກສິດນັບແຕ່ວັນລົງລາຍເຊັນເປັນຕົ້ນໄປ ແລະ ໃຊ້ປ່ຽນແທນຂໍ້ຕົກລົງສະບັບເລກທີ 0005/ກປ, ລົງວັນທີ 9 ມັງກອນ 2012. ຂ້າງເທິງ

ລັດຖະມົນຕີວ່າການ
ກະຊວງກະສິກໍາ ແລະ ປ່າໄມ້
ວິໄລວັນ ພົມເຂ

ບ່ອນນໍາສົ່ງ:

  1. ຫ້ອງວ່າການລັດຖະບານ                     01 ສະບັບ (ເພື່ອຊາບ);
  2. ກະຊວງອຸດສາຫະກໍາ ແລະ ການຄ້າ            01 ສະບັບ (ເພື່ອຊາບ);
  3. ກະຊວງການເງິນ                           01 ສະບັບ (ເພື່ອຊາບ);
  4. ຫ້ອງວ່າການປົກຄອງແຂວງ, ນະຄອນຫຼວງວຽງຈັນ  ບ່ອນລະ 01 ສະບັບ (ເພື່ອຊ່ວຍຊີ້ນໍາ);
  5. ຫ້ອງການກະຊວງ ປກສ                     01 ສະບັບ (ເພື່ອຊາບ);
  6. ກົມປ່າໄມ້                                01 ສະບັບ (ເພື່ອຕິດຕາມ);
  7. ກົມກວດກາປ່າໄມ້                          01 ສະບັບ (ເພື່ອຕິດຕາມ);
  8. ເກັບມ້ຽນ                                 01 ສະບັບ.
# ຫົວຂໍ້ ດາວໂຫຼດ
1 Decision on Procedures for Importation, Management and Utlization of Chainsaw [Wood-cutting machine] No. 0080/MAF PDF
2 ຂໍ້ຕົກລົງ ຂອງລັດຖະມົນຕີ ວ່າດ້ວຍ ລະບຽບການນຳເຂົ້າ, ການຄຸ້ມຄອງ ແລະ ການນໍາໃຊ້ ເຄື່ອງຈັກຕັດໄມ້ ເລກທີ 0080/ກປ PDF
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.