ສາລະບານ

1. ຈຸດປະສົງ
2. ຄໍາອະທິບາຍລວມ
3. ຄໍາອະທິບາຍສໍາລັບມາດຕາ 2
4. ຄໍາອະທິບາຍສໍາລັບມາດຕາ 4
5. ຄໍາອະທິບາຍສໍາລັບມາດຕາ 5
6. ຄໍາອະທິບາຍສໍາລັບມາດຕາ 6
7. ຄໍາອະທິບາຍສໍາລັບມາດຕາ 7
8. ຄໍາອະທິບາຍສໍາລັບມາດຕາ 8
9. ຄໍາອະທິບາຍສໍາລັບມາດຕາ 9
10. ຄໍາອະທິບາຍສໍາລັບມາດຕາ 10
11. ຄໍາອະທິບາຍສໍາລັບມາດຕາ 11
12. ຄໍາອະທິບາຍສໍາລັບມາດຕາ 13
13. ການອະທິບານເພີ່ມເຕີມ
14. ການຈັດຕັ້ງປະຕິບັດ
15. ຜົນສັກສິດ


ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນະຖາວອນ

ກະຊວງການເງິນ
ກົມພາສີ   ເລກທີ 11589/ກພສ
ນະຄອນຫຼວງວຽງຈັນ, ວັນທີ 24 ກໍລະກົດ 2012

ບົດແນະນໍາຂອງຫົວໜ້າກົມພາສີ
ວ່າດ້ວຍການອະທິບາຍເພີ່ມເຕີມ ກ່ຽວກັບການກໍານົດມູນຄ່າແຈ້ງພາສີສໍາລັບສິນຄ້ານໍາເຂົ້າ

ຫົວໜ້າກົມພາສີ ອອກບົດແນະນໍາດັ່ງນີ້:

1. ຈຸດປະສົງ
   ບົດແນະນໍາສະບັບນີ້ວາງອອກ ເພື່ອອະທິບາຍເພີ່ມເຕີມກ່ຽວກັບບັນດາຫຼັກການ ແລະ ວິທີການກໍານົດມູນຄ່າແຈ້ງພາສີ ຕາມທີ່ໄດ້ກໍານົດໄວ້ໃນບົດແນະນໍາຂອງ ລັດຖະມົນຕີວ່າການກະຊວງການເງິນ ວ່າດ້ວຍການກໍານົດມູນຄ່າແຈ້ງພາສີ ສໍາລັບສິນຄ້ານໍາເຂົ້າ ສະບັບເລກທີ 1537/ກງ, ລົງວັນທີ 04 ມິຖຸນາ 2012 (ຕໍ່ໄປນີ້ເອີ້ນວ່າ: "ບົດແນະນໍາລັດຖະມົນຕີ"), ເພື່ອຮັບປະກັນການຈັດຕັ້ງປະຕິບັດ ການກໍານົດມູນຄ່າແຈ້ງພາສີ ໃຫ້ມີຄວາມເປັນເອກະພາບ ໃນຂອບເຂດທົ່ວປະເທດ.

   ບັນດາມາດຕາທີ່ອ້າງເຖິງໃນບົດແນະນໍາສະບັບນີ້ ໝາຍເຖິງມາດຕາຂອງບົດແນະນໍາລັດຖະມົນຕີ. ບັນດາຄໍາສັບທີ່ນິຍາມໃນບົດແນະນໍາລັດຖະມົນຕີ ມີຄວາມໝາຍດຽວກັບ ຄໍາສັບທີ່ໃຊ້ໃນບົດແນະນໍາສະບັບນີ້. ຂ້າງເທິງ

2. ຄໍາອະທິບາຍລວມ

   2.1. ການນໍາໃຊ້ວິທີການສໍາລັບການກໍານົດມູນຄ່າຕາມລໍາດັບ

   2.1.1. ມາດຕາ 4 ເຖິງ 9 ໄດ້ນິຍາມເຖິງວິທີການກໍານົດມູນຄ່າແຈ້ງພາສີ ຂອງສິນຄ້ານໍາເຂົ້າ ພາຍໃຕ້ບົດແນະນໍາລັດຖະມົນຕີ. ວິທີການກໍານົດມູນຄ່າແຈ້ງພາສີ ໄດ້ຈັດລຽງໄວ້ຕາມລໍາດັບຂອງການນໍາໃຊ້. ວິທີ ທີ 1 ຂອງການກໍານົດມູນຄ່າແຈ້ງພາສີນັ້ນ ໄດ້ກໍານົດໄວ້ໃນ ມາດຕາ 4 ແລະ ສິນຄ້ານໍາເຂົ້າຈະໄດ້ຮັບການກໍານົດມູນຄ່າແຈ້ງພາສີ ຕາມຂໍ້ກໍານົດຂອງມາດຕານີ້ ເມື່ອມີເງື່ອນໄຂຄົບຖ້ວນຕາມຂໍ້ກໍານົດຂອງມາດຕາດັ່ງກ່າວ.

   2.1.2. ໃນກໍລະນີທີ່ມູນຄ່າແຈ້ງພາສີ ບໍ່ສາມາດກໍານົດໄດ້ພາຍໃຕ້ຂໍ້ກໍານົດຂອງ ມາດຕາ 4, ໃຫ້ໃຊ້ມາດຕາທີ່ຖັດກັນຕາມລໍາດັບ ຈົນເຖິງມາດຕາທີ່ມູນຄ່າແຈ້ງພາສີ ສາມາດກໍານົດຂຶ້ນໄດ້. ເວັ້ນເສັຍແຕ່ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 3, ເມື່ອມູນຄ່າແຈ້ງພາສີບໍ່ສາມາດກໍານົດໄດ້ ຕາມຂໍ້ກໍານົດຂອງມາດຕານັ້ນໆ ຈຶ່ງສາມາດນໍາເອົາຂໍ້ກໍານົດຂອງມາດຕາຖັດໄປ ມານໍາໃຊ້ໃນການກໍານົດມູນຄ່າແຈ້ງພາສີ.

   ນອກຈາກນີ້, ໃນກໍລະນີທີ່ມູນຄ່າແຈ້ງພາສີ ບໍ່ສາມາດກໍານົດໄດ້ໃນ ມາດຕາ 4, ຕາມປົກກະຕິ ຕ້ອງໄດ້ດໍາເນີນຕາມຂັ້ນຕອນຂອງການປຶກສາຫາລື ລະຫວ່າງລັດຖະການພາສີ ແລະ ຜູ້ນໍາເຂົ້າສິນຄ້າບົນພື້ນຖານຂອງມູນຄ່າແຈ້ງພາສີ ທີ່ໄດ້ກໍານົດໄວ້ໃນ ມາດຕາ 5 ຫຼື 6. ຕົວຢ່າງ: ຜູ້ນໍາເຂົ້າສິນຄ້າ ມີຂໍ້ມູນກ່ຽວກັບມູນຄ່າແຈ້ງພາສີ ສໍາລັບການນໍາເຂົ້າສິນຄ້າທີ່ຄືກັນ ຫຼື ຄ້າຍຄືກັນ ຊຶ່ງບໍ່ສາມາດຈັດຫາມາໄດ້ທັນທີ ໂດຍລັດຖະການພາສີທີ່ດ່ານນໍາເຂົ້າ. ໃນທາງກົງກັນຂ້າມ, ລັດຖະການພາສີ ອາດມີຂໍ້ມູນກ່ຽວກັບມູນຄ່າແຈ້ງພາສີການນໍາເຂົ້າ ຂອງສິນຄ້າທີ່ຄືກັນ ຫຼື ຄ້າຍຄືກັນ ຊຶ່ງບໍ່ສາມາດຈັດຫາມາໄດ້ທັນທີໂດຍຜູ້ນໍາເຂົ້າ. ຂະບວນການປຶກສາຫາລືລະຫວ່າງ 2 ຝ່າຍ ຈະຊ່ວຍໃຫ້ມີການແລກປ່ຽນຂໍ້ມູນ ຕ້ອງໄດ້ຢູ່ພາຍໃຕ້ເງື່ອນໄຂການຮັກສາຄວາມລັບ ທາງດ້ານການຄ້າ.

   2.1.3. ຖ້າຜູ້ນໍາເຂົ້າບໍ່ຂໍໃຫ້ນໍາໃຊ້ສະຫຼັບກັນ ລະຫວ່າງມາດຕາ 7 ແລະ ມາດຕາ 8, ກໍໃຫ້ນໍາໃຊ້ວິທີຕາມລໍາດັບປົກກະຕິ. ຖ້າຜູ້ນໍາເຂົ້າຂໍໃຫ້ນໍາໃຊ້ສະຫຼັບກັນ ລະຫວ່າງມາດຕາທີ່ກ່າວມາໃນວັກນີ້, ແຕ່
ຫຼັງຈາກນັ້ນພິສູດໄດ້ວ່າບໍ່ສາມາດ ກໍານົດມູນຄ່າແຈ້ງພາສີພາຍໃຕ້ ມາດຕາ 8, ໃຫ້ກໍານົດມູນຄ່າແຈ້ງພາສີ ພາຍໃຕ້ມາດຕາ 7 ຖ້າກໍານົດໄດ້.

   2.1.4. ເມື່ອມູນຄ່າແຈ້ງເສຍພາສີ ບໍ່ສາມາດກໍານົດໄດ້ຕາມ ມາດຕາ 4 ຫາ ມາດຕາ 8, ໃຫ້ກໍານົດຕາມ ມາດຕາ 9.

   2.1.5. ເຈົ້າໜ້າທີ່ພາສີ ເປັນຜູ້ດໍາເນີນການກໍານົດມູນຄ່າແຈ້ງພາສີ ຕາມລໍາດັບ.

   2.2. ການນໍາໃຊ້ຫຼັກການບັນຊີທີ່ຍອມຮັບກັນທົ່ວໄປ:

   2.2.1. "ຫຼັກການບັນຊີທີ່ຍອມຮັບກັນທົ່ວໄປ" ໝາຍເຖິງຄວາມເຫັນສອດຄ່ອງກັນ ທີ່ຖືກຮັບຮູ້ແລ້ວ ຫຼື ທີ່ມີການສະໜັບສະໜູນຈາກ ອົງການທີ່ມີສິດອໍານາດກ່ຽວຂ້ອງຂອງລັດ ໃນຊ່ວງເວລາໜຶ່ງຊັບພະຍາກອນທາງດ້ານເສດຖະກິດ ແລະ ຂໍ້ຜູກມັດອັນໃດຄວນໄດ້ຮັບການບັນທຶກໄວ້ ໃນຖານະເປັນຊັບສິນ ແລະ ໜີ້ສິນ, ການປ່ຽນແປງອັນໃດຂອງຊັບສິນ ແລະ ໜີ້ສິນ ຄວນໄດ້ຮັບການບັນທຶກໄວ້, ຊັບສິນ ແລະ ໜີ້ສິນ ແລະ ການປ່ຽນແປງຂອງຊັບສິນ ແລະ ໜີ້ສິນນັ້ນຄວນຈະປະເມີນຢ່າງໃດ, ຂໍ້ມູນຫຍັງແດ່ທີ່ຄວນເປີດເຜີຍ ແລະ ຄວນເປີດເຜີຍຂໍ້ມູນເຫຼົ່ານັ້ນຄືແນວໃດ ແລະ ບົດລາຍງານການເງິນໃດແດ່ທີ່ຄວນເຮັດຂຶ້ນ. ມາດຕະຖານຕ່າງໆເຫຼົ່ານີ້ ເປັນພຽງບົດແນະນໍາລວມ ທີ່ມີຜົນບັງຄັບທົ່ວໄປເຊັ່ນດຽວກັນກັບ ວິທີການປະຕິບັດ ແລະ ລໍາດັບຂັ້ນຕອນຕ່າງໆຢ່າງລະອຽດ.

   2.2.2. ຕາມຈຸດປະສົງຂອງບົດແນະນໍາລັດຖະມົນຕີ, ລັດຖະການພາສີຕ້ອງນໍາໃຊ້ຂໍ້ມູນ ທີ່ໄດ້ກະກຽມໂດຍວິທີການສອດຄ່ອງ ກັບຫຼັກການບັນຊີທີ່ຍອມຮັບກັນທົ່ວໄປ ໃນປະເທດຢ່າງເໝາະສົມ ສໍາລັບມາດຕາທີ່ກ່ຽວຂ້ອງຕົວຢ່າງເຊັ່ນ: ການກໍານົດກໍາໄລຕາມປົກກະຕິ ແລະ ຄ່າໃຊ້ຈ່າຍທົ່ວໄປພາຍໃຕ້ຂໍ້ກໍານົດຂອງ ມາດຕາ 7 ຄວນດໍາເນີນໄປໂດຍນໍາໃຊ້ຂໍ້ມູນ ທີ່ໄດ້ກະກຽມມີໄວ້ນັ້ນ ໂດຍວິທີການທີ່ສອດຄ່ອງກັບຫຼັກການບັນຊີທີ່ຍອມຮັບກັນທົ່ວໄປ ໃນປະເທດນໍາເຂົ້າສິນຄ້ານັ້ນ. ໃນທາງກົງກັນຂ້າມ ການກໍານົດກໍາໄລປົກກະຕິ ແລະ ຄ່າໃຊ້ຈ່າຍທົ່ວໄປພາຍໃຕ້ຂໍ້ກໍານົດຂອງ ມາດຕາ 8 ຄວນດໍາເນີນໄປ ໂດຍນໍາໃຊ້ຂໍ້ມູນທີ່ໄດ້ກະກຽມມາແລ້ວ ໂດຍວິທີການທີ່ສອດຄ່ອງກັບ ຫຼັກການບັນຊີທີ່ຍອມຮັບກັນທົ່ວໄປຂອງປະເທດຜະລິດ. ອີກຕົວຢ່າງໜຶ່ງ, ການກໍານົດອົງປະກອບຕາມທີ່ໄດ້ກໍານົດໄວ້ໃນ ວັກທີ 1.2 (ii) ຂອງມາດຕາ 10 ທີ່ໄດ້ເຮັດຂຶ້ນໃນ ສປປ ລາວ ຄວນດໍາເນີນການ ໂດຍນໍາໃຊ້ຂໍ້ມູນທີ່ສອດຄ່ອງກັບ ຫຼັກການບັນຊີທີ່ຍອມຮັບກັນທົ່ວໄປຂອງ ສປປ ລາວ. ຂ້າງເທິງ

3. ຄໍາອະທິບາຍສໍາລັບມາດຕາ 2

   "ບຸກຄົນ" ແມ່ນລວມເຖິງນິຕິບຸກຄົນ ເມື່ອເຫັນວ່າເໝາະສົມ.
   ບຸກຄົນໜຶ່ງຈະຖືວ່າຄວບຄຸມອີກບຸກຄົນໜຶ່ງ ເມື່ອບຸກຄົນທໍາອິດນັ້ນ ມີຄວາມສາມາດທາງດ້ານກົດໝາຍ ຫຼື ທາງພາກປະຕິບັດ ຢັບຢັ້ງ ຫຼື ຊີ້ນໍາບຸກຄົນທີສອງນັ້ນໄດ້. ຂ້າງເທິງ

4. ຄໍາອະທິບາຍສໍາລັບມາດຕາ 4

   ລາຄາທີ່ໄດ້ຊໍາລະຕົວຈິງ ຫຼື ທີ່ຈະຊໍາລະ

   1. ລາຄາທີ່ໄດ້ຊໍາລະຕົວຈິງ ຫຼື ລາຄາທີ່ຈະຊໍາລະ ແມ່ນການຊໍາລະລາຄາທັງໝົດ ທີ່ໄດ້ຈ່າຍໄປແລ້ວ ຫຼື ທີ່ຈະຕ້ອງໄດ້ຈ່າຍ ໂດຍຜູ້ຊື້ໃຫ້ຜູ້ຂາຍ ຫຼື ເພື່ອຜົນປະໂຫຍດຂອງຜູ້ຂາຍ ສໍາລັບສິນຄ້າທີ່ນໍາເຂົ້າ. ການຊໍາລະລາຄານີ້ ບໍ່ມີຄວາມຈໍາເປັນຕ້ອງຢູ່ໃນຮູບ ຂອງການໂອນເງິນໃຫ້ກັນເທົ່ານັ້ນ. ການຊໍາລະລາຄາອາດຈະດໍາເນີນໄປ ໂດຍວິທີໃຫ້ທະນາຄານອອກສິນເຊື່ອ ຫຼື ໂດຍວິທີການທີ່ສາມາດເຈລະຈາໄດ້. ການຊໍາລະລາຄາອາດຈະດໍາເນີນໄປໂດຍກົງ ຫຼື ທາງອ້ອມ. ຕົວຢ່າງ: ການຈ່າຍກັນໂດຍທາງອ້ອມ ໄດ້ແກ່ການຕົກລົງຊໍາລະຫນີ້ຂອງຜູ້ຂາຍ ໂດຍຜູ້ຊືຶ້ ບໍ່ວ່າຈະເປັນການຊໍາລະໜີ້ທັງໝົດ ຫຼື ບາງສ່ວນກໍຕາມ.

   ລາຄາທີ່ໄດ້ຊໍາລະຕົວຈິງ ຫຼື ລາຄາທີ່ຈະຊໍາລະ ລວມເອົາການຊໍາລະທັງໝົດ ທີ່ໄດ້ຈ່າຍໄປແລ້ວ ຫຼື ທີ່ຈະຕ້ອງຈ່າຍ ເປັນເງື່ອນໄຂການຂາຍຂອງສິນຄ້ານໍາເຂົ້າ ໂດຍຜູ້ຊື້ໃຫ້ແກ່ຜູ້ຂາຍໃຫ້ແກ່ບຸກຄົນທີສາມ ເພື່ອປະຕິບັດພັນທະດັ່ງກ່າວ.

   2. ການດໍາເນີນການໃດໆ ໂດຍຜູ້ຊື້ ແລະ ດ້ວຍຄວາມຮັບຜິດຊອບຂອງຜູ້ຊື້ເອງ, ນອກຈາກການດໍາເນີນການທີ່ມີການດັດປັບ ຕາມທີ່ໄດ້ລະບຸໄວ້ໃນ ມາດຕາ 10, ຈະບໍ່ຖືວ່າເປັນການຊໍາລະແບບທາງອ້ອມ ໃຫ້ແກ່ຜູ້ຂາຍ ເຖິງແມ່ນວ່າມັນເປັນການຊໍາລະ ເພື່ອຜົນປະໂຫຍດຂອງຜູ້ຂາຍກໍ່ຕາມ. ດັ່ງນັ້ນ, ຄ່າໃຊ້ຈ່າຍຂອງການດໍາເນີນການດັ່ງກ່າວ ຕ້ອງບໍ່ບວກເຂົ້າໃນລາຄາທີ່ໄດ້ຊໍາລະຕົວຈິງ ຫຼື ລາຄາທີ່ຈະຊໍາລະໃນການກໍານົດມູນຄ່າແຈ້ງພາສີ.

   3. ມູນຄ່າແຈ້ງພາສີຈະບໍ່ລວມເອົາຄ່າໃຊ້ຈ່າຍ ຫຼື ຕົ້ນທຶນດັ່ງຕໍ່ໄປນີ້, ຖ້າຄ່າໃຊ້ຈ່າຍ ຫຼື ຕົ້ນທຶນເຫຼົ່ານັ້ນແຍກອອກຈາກລາຄາ ທີ່ໄດ້ຊໍາລະຕົວຈິງ ຫຼື ທີ່ຈະຊໍາລະສໍາລັບສິນຄ້ານໍາເຂົ້ານັ້ນ:

   (1). ຄ່າໃຊ້ຈ່າຍໃນການກໍ່ສ້າງ, ການຕິດຕັ້ງ, ການປະກອບ, ການບໍາລຸງຮັກສາ ຫຼື ການຊ່ວຍເຫຼືອດ້ານເຕັກນິກ ຊຶ່ງເກີດຂຶ້ນຫຼັງຈາກການນໍາເຂົ້າ ຂອງສິນຄ້ານໍາເຂົ້າເຊັ່ນ: ໂຮງງານອຸດສາຫະກໍາ, ເຄື່ອງຈັກ ຫຼື ເຄື່ອງມື;

   (2). ຄ່າຂົນສົ່ງຫຼັງການນໍາເຂົ້າ;

   (3). ຄ່າພາສີ ແລະ ພັນທະອື່ນຂອງ ສປປ ລາວ.

   4. ລາຄາທີ່ໄດ້ຊໍາລະຕົວຈິງ ຫຼື ລາຄາທີ່ຈະຊໍາລະ ໝາຍເຖິງລາຄາຂອງສິນຄ້ານໍາເຂົ້າ, ດ້ວຍເຫດນັ້ນເງິນປັນຜົນ ຫຼື ລາຍຈ່າຍອື່ນໆຈາກຜູ້ຊື້ໃຫ້ແກ່ຜູ້ຂາຍ ທີ່ບໍ່ກ່ຽວຂ້ອງກັບສິນຄ້ານໍາເຂົ້າ ຈະບໍ່ຖືວ່າເປັນສ່ວນໜຶ່ງຂອງມູນຄ່າແຈ້ງພາສີ.

ວັກ 1.1.iii

    ໃນບັນດາຂໍ້ຈໍາກັດ ທີ່ບໍ່ເຮັດໃຫ້ລາຄາທີ່ໄດ້ຊໍາລະຕົວຈິງ ຫຼື ລາຄາທີ່ຈະຊໍາລະ ຮັບບໍ່ໄດ້ນັ້ນ ໄດ້ແກ່ຂໍ້ຈໍາກັດທີ່ມີຜົນກະທົບຫຼາຍຕໍ່ລາຄາຂອງສິນຄ້າ. ຕົວຢ່າງຂອງຂໍ້ຈໍາກັດດັ່ງກ່າວໄດ້ແກ່: ກໍລະນີທີ່ຜູ້ຂາຍຕັ້ງຂໍ້ກໍານົດ ຕໍ່ຜູ້ຊື້ພາຫະນະວ່າຫ້າມຂາຍພາຫະນະ ຫຼື ນໍາເອົາພາຫະນະອອກວາງສະແດງ ກ່ອນວັນທີ່ກໍານົດເອົາໄວ້ ຊຶ່ງເປັນວັນທີ່ເລີ່ມຕົ້ນຂອງພາຫະນະລຸ້ນປີນັ້ນ.

ວັກ 1.2

    1. ຫາກການຂາຍ ຫຼື ລາຄາຂາຍຂຶ້ນຢູ່ກັບເງື່ອນໄຂ ຫຼື ການພິຈາລະນາໃດໜຶ່ງ ທີ່ເຮັດໃຫ້ບໍ່ສາມາດກໍານົດມູນຄ່າແຈ້ງພາສີ ຂອງສິນຄ້າທີ່ກໍາລັງປະເມີນມູນຄ່າຢູ່ນັ້ນໄດ້, ມູນຄ່າຊື້-ຂາຍນັ້ນກໍ່ຈະຮັບເອົາບໍ່ໄດ້ ສໍາລັບຈຸດປະສົງທາງພາສີ. ຕົວຢ່າງເຊັ່ນ:

   (ກ) ຜູ້ຂາຍຕັ້ງລາຄາ ສໍາລັບສິນຄ້ານໍາເຂົ້າ ໂດຍມີເງື່ອນໄຂວ່າຜູ້ຊື້ຈະຕ້ອງຊຶ້ສິນຄ້າຢ່າງອື່ນ ຕາມຈໍານວນທີ່ໄດ້ລະບຸໄວ້ດ້ວຍ.

   (ຂ) ລາຄາຂອງສິນຄ້ານໍາເຂົ້າຂຶ້ນຢູ່ກັບລາຄາດຽວ ຫຼື ຫຼາຍລາຄາ ຊຶ່ງຜູ້ຊື້ສິນຄ້ານໍາເຂົ້ານັ້ນ ຂາຍສິນຄ້າຢ່າງອື່ນໃຫ້ກັບຜູ້ຂາຍສິນຄ້ານໍາເຂົ້ານັ້ນ.

   (ຄ) ລາຄາທີ່ຕັ້ງຂຶ້ນບົນພື້ນຖານຂອງການຊໍາລະລາຄາ ທີ່ບໍ່ກ່ຽວຂ້ອງກັບສິນຄ້ານໍາເຂົ້າເຊັ່ນ: ໃນກໍລະນີທີ່ສິນຄ້ານໍາເຂົ້າ ເປັນສິນຄ້າເຄິ່ງສໍາເລັດຮູບ ຊຶ່ງຜູ້ຂາຍໄດ້ຕອບສະໜອງໃຫ້ນັ້ນ ບົນເງື່ອນໄຂທີ່ວ່າ ຜູ້ຂາຍຈະຕ້ອງໄດ້ຮັບຄືນສິນຄ້າສໍາເລັດຮູບ ຕາມຈໍານວນທີ່ກໍານົດໄວ້ນັ້ນ.

    2. ເຖິງຢ່າງໃດກໍ່ຕາມ, ເງື່ອນໄຂ ຫຼື ການພິຈາລະນາກ່ຽວກັບການຜະລິດ ຫຼື ການຕະຫຼາດຂອງສິນຄ້ານໍາເຂົ້າ ຈະບໍ່ແມ່ນມູນຄ່າຊື້-ຂາຍສິນຄ້ານໍາເຂົ້າ. ຕົວຢ່າງ: ຜູ້ຊື້ສະໜອງໃຫ້ຜູ້ຂາຍກ່ຽວກັບວຽກວິສະວະກໍາ ແລະ ແບບການຜະລິດ ເຊິ່ງສ້າງຂຶ້ນຢູ່ປະເທດນໍາເຂົ້າສິນຄ້າ ຈະບໍ່ແມ່ນລາຄາຊື້-ຂາຍສິນຄ້ານໍາເຂົ້າ ຕາມມາດຕາ 4, ຖ້າວ່າຜູ້ຊື້ດໍາເນີນການດ້ວຍທຶນຂອງຜູ້ຊື້ເອງ ຫຼື ດ້ວຍການຕົກລົງກັບຜູ້ຂາຍ ກ່ຽວກັບການເຄື່ອນໄຫວຕ່າງໆທີ່ກ່ຽວຂ້ອງກັບ ການຕະຫຼາດຂອງສິນຄ້ານໍາເຂົ້າ, ລາຍຈ່າຍຂອງການເຄື່ອນໄຫວດັ່ງກ່າວນີ້ ບໍ່ແມ່ນສ່ວນໜຶ່ງຂອງມູນຄ່າແຈ້ງພາສີ ແລະ ການເຄື່ອນໄຫວນັ້ນ ກໍບໍ່ແມ່ນມູນຄ່າຊື້-ຂາຍສິນຄ້ານໍາເຂົ້າ.

ວັກ 2

    1. ເນື້ອໃນວັກ 2.1 ແລະ 2.2 ຂອງມາດຕາ 4 ໄດ້ກໍານົດວິທີການທີ່ແຕກຕ່າງກັນ ໃນການວາງຫຼັກການ ຮັບເອົາມູນຄ່າຊື້ຂາຍສິນຄ້ານໍາເຂົ້າ.

    2. ເນື້ອໃນວັກ 2.1 ກໍານົດໄວ້ວ່າໃນກໍລະນີທີ່ຜູ້ຊື້ ແລະ ຜູ້ຂາຍມີຄວາມກ່ຽວຂ້ອງກັນ, ຈະຕ້ອງກວດກາເງື່ອນໄຂ ໃນການຂາຍສິນຄ້ານັ້ນ ແລະ ມູນຄ່າຊື້-ຂາຍ ຈະກໍານົດເປັນມູນຄ່າແຈ້ງພາສີໄດ້ ຖ້າຫາກວ່າຄວາມກ່ຽວຂ້ອງນັ້ນ ບໍ່ມີຜົນກະທົບຕໍ່ລາຄາ. ແຕ່ທັງນີ້ກໍບໍ່ໄດ້ໝາຍຄວາມວ່າ ຈະຕ້ອງມີການກວດກາ ໃນທຸກໆກໍລະນີທີ່ຜູ້ຊື້ ແລະ ຜູ້ຂາຍມີຄວາມກ່ຽວຂ້ອງກັນ. ການກວດກາເຊັ່ນນີ້ ຈະຕ້ອງດໍາເນີນ ໃນກໍລະນີທີ່ມີຂໍ້ສົງໃສ ກ່ຽວກັບການຮັບເອົາມູນຄ່າຊື້-ຂາຍ. ໃນກໍລະນີທີ່ລັດຖະການພາສີ ບໍ່ມີຂໍ້ສົງໄສໃດໆ ກ່ຽວກັບການຮັບເອົາມູນຄ່າຊື້-ຂາຍ, ລັດຖະການພາສີຈະຮັບເອົາລາຄາ ໂດຍບໍ່ຕ້ອງຮຽກຮ້ອງຂໍ້ມູນຈາກຜູ້ນໍາເຂົ້າເພີ່ມເຕີມອີກ. ຕົວຢ່າງ: ລັດຖະການພາສີອາດຈະເຄີຍກວດກາ ຄວາມກ່ຽວຂ້ອງນັ້ນມາກ່ອນແລ້ວ ຫຼື ລັດຖະການພາສີອາດຈະມີຂໍ້ມູນທີ່ລະອຽດຢູ່ແລ້ວ ກ່ຽວກັບຜູ້ຊື້ ແລະ ຜູ້ຂາຍ ແລະ ອາດຈະພໍໃຈຈາກການກວດກາ ຫຼື ຈາກຂໍ້ມູນເຫຼົ່ານັ້ນແລ້ວ ວ່າຄວາມກ່ຽວຂ້ອງກັນນັ້ນບໍ່ມີຜົນກະທົບຕໍ່ລາຄາ.

    3. ໃນກໍລະນີທີ່ລັດຖະການພາສີ ບໍ່ສາມາດຮັບເອົາມູນຄ່າຊື້-ຂາຍໄດ້ ໂດຍບໍ່ມີການສອບຖາມເພີ່ມເຕີມແລ້ວ, ລັດຖະການພາສີ ຄວນໃຫ້ໂອກາດຜູ້ນໍາເຂົ້າໃນການຊອກຫາຂໍ້ມູນ ທີ່ລະອຽດເທົ່າທີ່ຈໍາເປັນເພີ່ມເຕີມ ເພື່ອໃຫ້ລັດຖະການພາສີສາມາດກວດກາຄືນ ການຂາຍນັ້ນໄດ້. ໃນກໍລະນີນີ້, ລັດຖະການພາສີຄວນກະກຽມ ໃນການກວດກາແງ່ມຸມຕ່າງໆທີ່ກ່ຽວຂ້ອງກັບການຊື້-ຂາຍ ລວມເຖິງວິທີການທີ່ຜູ້ຊື້ ແລະ ຜູ້ຂາຍກໍ່ຕັ້ງຄວາມກ່ຽວຂ້ອງ ທາງການຄ້າຂອງທັງສອງຝ່າຍຂຶ້ນມາ ແລະ ວິທີການທີ່ໄດ້ມາຊຶ່ງລາຄາທີ່ເປັນບັນຫານັ້ນ ທັງນີ້ເພື່ອກໍານົດວ່າຄວາມກ່ຽວຂ້ອງກັນດັ່ງກ່າວ ມີຜົນກະທົບຕໍ່ລາຄາ ຫຼື ບໍ່. ໃນກໍລະນີທີ່ສາມາດສະແດງໃຫ້ເຫັນໄດ້ວ່າ ຜູ້ຊື້ ແລະ ຜູ້ຂາຍຊຶ່ງເຖິງວ່າຈະມີຄວາມກ່ຽວຂ້ອງກັນ ພາຍໃຕ້ຂໍ້ກໍານົດຂອງ ມາດຕາ 2 ກໍ່ຕາມ ມີການຊື້ມາ ແລະ ຂາຍໄປລະຫວ່າງກັນ ໂດຍທີ່ວ່າທັງສອງຝ່າຍບໍ່ມີຄວາມກ່ຽວຂ້ອງກັນເລີຍ ເຊັ່ນນີ້ຍ່ອມສະແດງໃຫ້ເຫັນໄດ້ວ່າ ລາຄານັ້ນບໍ່ໄດ້ຮັບຜົນກະທົບຈາກຄວາມກ່ຽວຂ້ອງກັນ. ຕົວຢ່າງ: ຫາກລາຄານັ້ນໄດ້ຕົກລົງກັນໃນລັກສະນະ ທີ່ສອດຄ່ອງກັບການປະຕິບັດຕາມປົກກະຕິ ໃນການກໍານົດລາຄາຂອງອຸດສາຫະກໍາປະເພດນັ້ນ ຫຼື ໂດຍວິທີການທີ່ຜູ້ຂາຍຕົກລົງລາຄາ ເພື່ອຂາຍໃຫ້ກັບຜູ້ຊື້ຫຼາຍໆຄົນ ຊຶ່ງບໍ່ມີຄວາມກ່ຽວຂ້ອງກັບຜູ້ຂາຍ ເມື່ອເປັນເຊັ່ນນີ້ຍ່ອມສະແດງໃຫ້ເຫັນໄດ້ວ່າ ລາຄານັ້ນເທົ່າກັບມູນຄ່າຕ່າງໆທັງໝົດບວກກັບກໍາໄລ ຊຶ່ງເປັນຕົວແທນຂອງກໍາໄລທັງໝົດຂອງກິດຈະການນັ້ນ ໃນຊ່ວງໄລຍະເວລາໃດໜຶ່ງ (ຕົວຢ່າງ: ເປັນປະຈໍາປີ) ໃນການຂາຍສິນຄ້າປະເພດ ຫຼື ຊະນິດດຽວກັນນັ້ນ, ເຊັ່ນນີ້ຍ່ອມສະແດງໃຫ້ເຫັນວ່າ ລາຄານັ້ນບໍ່ໄດ້ຮັບຜົນກະທົບຈາກຄວາມກ່ຽວຂ້ອງກັນ.

    4. ເນື້ອໃນ ວັກ 2.2 ໃຫ້ໂອກາດແກ່ຜູ້ນໍາເຂົ້າໄດ້ຊີ້ແຈງໃຫ້ເຫັນວ່າ ລາຄາຕົກລົງຊື້-ຂາຍນັ້ນມີຄວາມໃກ້ຄຽງກັນຫຼາຍກັບ "ມູນຄ່າກວດສອບ" ຊຶ່ງລັດຖະການພາສີ ໄດ້ເຄີຍຮັບຮອງມາກ່ອນແລ້ວ ແລະ ການຮັບຮອງດັ່ງກ່າວ ແມ່ນພາຍໃຕ້ຂໍ້ກໍານົດຂອງ ມາດຕາ 4. ໃນກໍລະນີລາຄາຊື້-ຂາຍນັ້ນ ໃກ້ຄຽງກັບລາຄາກວດສອບຕາມ ວັກ 2.1, ບໍ່ມີຄວາມຈໍາເປັນຕ້ອງກວດສອບຄວາມສໍາພັນ ຕາມເນື້ອໃນວັກ 2.1. ຖ້າວ່າລັດຖະການພາສີ ຫາກມີຂໍ້ມູນພຽງພໍແລ້ວ, ການບໍ່ຮຽກຮ້ອງເອົາຂໍ້ມູນເພີ່ມຕື່ມອີກ ຊຶ່ງບັນຫາໜຶ່ງແມ່ນຍ້ອນມີເວລາກວດສອບ ຕາມທີ່ລະບຸໄວ້ໃນ ວັກ 2.2 ກໍບໍ່ມີເຫດຜົນຫຍັງທີ່ຈະຮຽກຮ້ອງໃຫ້ຜູ້ນໍາເຂົ້າ ຊີ້ແຈງກ່ຽວກັບຜູ້ຂາຍບໍ່ວ່າໃນກໍລະນີໃດກໍ່ຕາມ.

ວັກ 2.2

    ມີປັດໄຈຫຼາຍຢ່າງທີ່ຈະຕ້ອງນໍາມາພິຈາລະນາ ໃນການກໍານົດວ່າລາຄາໃດໜຶ່ງຈະ "ໃກ້ຄຽງທີ່ສຸດ" ກັບອີກມູນຄ່າໜຶ່ງ ຫຼື ບໍ່. ປັດໄຈເຫຼົ່ານັ້ນລວມເຖິງປະເພດຂອງສິນຄ້ານໍາເຂົ້າ, ປະເພດຂອງອຸດສາຫະກໍານັ້ນເອງ, ລະດູການທີ່ສິນຄ້ານັ້ນນໍາເຂົ້າມາ ແລະ ໃນການກໍານົດວ່າມູນຄ່າມີຄວາມແຕກຕ່າງກັນ ທາງການຄ້າຫຼາຍ ຫຼື ບໍ່. ເນື່ອງຈາກວ່າປັດໄຈເຫຼົ່ານີ້ ອາດແຕກຕ່າງກັນໄດ້ເປັນແຕ່ລະກໍລະນີ, ຈຶ່ງເປັນໄປບໍ່ໄດ້ທີ່ຈະໃຊ້ມາດຕະຖານດຽວກັນເຊັ່ນ: ອັດຕາສ່ວນຮ້ອຍຢ່າງຕາຍຕົວ ໃນແຕ່ລະກໍລະນີ. ຕົວຢ່າງ: ມູນຄ່າທີ່ມີຄວາມແຕກຕ່າງກັນເລັກນ້ອຍ ໃນກໍລະນີທີ່ກ່ຽວຂ້ອງກັບສິນຄ້າປະເພດໜຶ່ງ ອາດຈະຮັບເອົາບໍ່ໄດ້ ໃນຂະນະທີ່ມູນຄ່າທີ່ມີຄວາມແຕກຕ່າງກັນຫຼາຍ ໃນກໍລະນີທີ່ກ່ຽວຂ້ອງກັບສິນຄ້າອີກປະເພດໜຶ່ງ ອາດຈະຮັບເອົາໄດ້ ໃນການກໍານົດວ່າມູນຄ່າຊື້-ຂາຍນັ້ນໃກ້ຄຽງທີ່ສຸດ ກັບລາຄາທີ່ໃຊ້ໃນ "ມູນຄ່າກວດສອບ" ຕາມທີ່ໄດ້ກໍານົດໄວ້ໃນ ວັກ 2.2 ຂອງມາດຕາ 4. ຂ້າງເທິງ

5. ຄໍາອະທິບາຍສໍາລັບມາດຕາ 5

   1. ໃນການນໍາໃຊ້ມາດຕາ 5, ຖ້າຫາກເປັນໄປໄດ້ລັດຖະການພາສີ ຈະຕ້ອງໃຊ້ການຂາຍຂອງສິນຄ້າ ທີ່ຄືກັນ ໃນລະດັບການຄ້າດຽວກັນ ແລະ ໃນປະລິມານໃກ້ຄຽງກັບສິນຄ້າ ທີ່ກໍາລັງກໍານົດມູນຄ່າແຈ້ງພາສີ. ໃນກໍລະນີທີ່ບໍ່ມີການຂາຍສິນຄ້າດັ່ງກ່າວ, ສາມາດໃຊ້ການຂາຍສິນຄ້າທີ່ຄືກັນ ຊຶ່ງເກີດຂຶ້ນພາຍໃຕ້ເງື່ອນໄຂຂໍ້ໃດຂໍ້ໜຶ່ງ ໃນນາມຂໍ້ດັ່ງຕໍ່ໄປນີ້:

   (ກ) ການຂາຍໃນລະດັບການຄ້າດຽວກັນ ແຕ່ໃນປະລິມານຕ່າງກັນ;
   (ຂ) ການຂາຍໃນລະດັບການຄ້າດຽວກັນ ແຕ່ໃນປະລິມານໃກ້ຄຽງກັນ; ຫຼື
   (ຄ) ການຂາຍໃນລະດັບການຄ້າຕ່າງກັນ ແລະ ໃນປະລິມານຕ່າງກັນ.

   2. ຖ້າຫາກພົບວ່າມີການຂາຍ ຕາມເງື່ອນໄຂຂໍ້ໃດຂໍ້ໜຶ່ງ ໃນສາມຂໍ້ນັ້ນ ການດັດປັບຈະເຮັດຂຶ້ນຕາມແຕ່ລະກໍລະນີ ສໍາລັບ:

   (ກ) ປັດໄຈດ້ານປະລິມານເທົ່ານັ້ນ;
   (ຂ) ປັດໄຈດ້ານລະດັບການຄ້າເທົ່ານັ້ນ; ຫຼື
   (ຄ) ທັງປັດໄຈດ້ານລະດັບການຄ້າ ແລະ ປະລິມານ.

   3. ຄໍາວ່າ "ແລະ/ຫຼື" ໃຫ້ຄວາມຢືດຢຸ່ນຢ່າງສົມເຫດສົມຜົນ ໃນການນໍາໃຊ້ການຂາຍ ແລະ ເພື່ອເຮັດການດັດປັບທີ່ຈໍາເປັນ ໃນເງື່ອນໄຂຂໍ້ໃດຂໍ້ໜຶ່ງໃນສາມຂໍ້ຂ້າງເທິງນັ້ນ.

   4. ຕາມຈຸດປະສົງຂອງມາດຕາ 5, ມູນຄ່າຊື້-ຂາຍຂອງສິນຄ້ານໍາເຂົ້າທີ່ຄືກັນ ໝາຍເຖິງມູນຄ່າແຈ້ງພາສີທີ່ໄດ້ມີການດັດປັບ ຕາມທີ່ໄດ້ກໍານົດໄວ້ໃນ ວັກ 1 ວັກຍ່ອຍ 2 ແລະ ວັກ 2, ຊຶ່ງໄດ້ຮັບເອົາແລ້ວພາຍໃຕ້ ມາດຕາ 4.

   5. ເງື່ອນໄຂຂອງການດັດປັບ ອັນເນື່ອງມາຈາກລະດັບການຄ້າທີ່ແຕກຕ່າງກັນ ຫຼື ປະລິມານທີ່ແຕກຕ່າງກັນ ແມ່ນເງື່ອນໄຂທີ່ວ່າການດັດປັບນັ້ນ ບໍ່ວ່າຈະເຮັດໃຫ້ມູນຄ່າເພີ່ມຂຶ້ນ ຫຼື ຫຼຸດລົງກໍ່ຕາມ, ຕ້ອງເຮັດບົນພື້ນຖານຂອງຫຼັກຖານ ທີ່ສະແດງໃຫ້ເຫັນຢ່າງຈະແຈ້ງ ຄວາມສົມເຫດສົມຜົນ ແລະ ຄວາມຖືກຕ້ອງຂອງການດັດປັບ, ຕົວຢ່າງ: ບັນຊີແຈ້ງລາຄາສິນຄ້າທີ່ໃຊ້ໄດ້ ຊຶ່ງປະກອບດ້ວຍລາຄາຕ່າງໆ ທີ່ອ້າງອີງເຖິງລະດັບການຄ້າທີ່ແຕກຕ່າງກັນ ຫຼື ປະລິມານທີ່ແຕກຕ່າງກັນ. ຕົວຢ່າງໃນເລື່ອງນີ້ ຫາກສິນຄ້ານໍາເຂົ້າທີ່ກໍາລັງກໍານົດມູນຄ່າແຈ້ງພາສີ ເປັນເຄື່ອງຂອງຈໍານວນ 10 ໜ່ວຍ ແລະ ສິນຄ້ານໍາເຂົ້າທີ່ຄືກັນນັ້ນ ຊຶ່ງມີມູນຄ່າຊື້-ຂາຍກັນຢູ່ແລ້ວ ເປັນການຂາຍໃນຈໍານວນ 500 ໜ່ວຍ ແລະ ເປັນທີ່ຮັບຮູ້ວ່າຜູ້ຂາຍໃຫ້ສ່ວນຫຼຸດດ້ານປະລິມານ, ການດັດປັບທີ່ຈະຕ້ອງປະຕິບັດ ອາດເຮັດໃຫ້ສໍາເລັດໄດ້ ໂດຍອີງໃສ່ບັນຊີແຈ້ງລາຄາສິນຄ້າຂອງຜູ້ຂາຍ ແລະ ໃຊ້ລາຄານັ້ນສໍາລັບການຂາຍໃນຈໍານວນ 10 ໜ່ວຍ. ແຕ່ທັງນີ້ບໍ່ໄດ້ກໍານົດວ່າ ຈະຕ້ອງເຄີຍມີການຂາຍ ໃນຈໍານວນ 10 ໜ່ວຍ ຕາບໃດທີ່ບັນຊີແຈ້ງລາຄາສິນຄ້ານັ້ນ ຫາກຖືວ່າສຸດຈະລິດຜ່ານການຂາຍໃນປະລິມານອື່ນໆ. ເຖິງຢ່າງໃດກໍ່ຕາມ, ໃນກໍລະນີທີ່ບໍ່ມີມາດຕະການ ທີ່ຖືກຢຶດຖືຂໍ້ມູນຄວາມຈິງເຊັ່ນນີ້ແລ້ວ, ການກໍານົດມູນຄ່າແຈ້ງພາສີ ພາຍໃຕ້ຂໍ້ກໍານົດຂອງມາດຕາ 5 ແມ່ນບໍ່ເໝາະສົມ. ຂ້າງເທິງ

6. ຄໍາອະທິບາຍສໍາລັບມາດຕາ 6

   1. ໃນການນໍາໃຊ້ມາດຕາ 6, ຖ້າຫາກເປັນໄປໄດ້ ລັດຖະການພາສີຈະຕ້ອງໃຊ້ການຂາຍສິນຄ້າ ທີ່ຄ້າຍຄືກັນໃນລະດັບການຄ້າດຽວກັນ ແລະ ໃນປະລິມານໃກ້ຄຽງກັບສິນຄ້າ ທີ່ກໍາລັງກໍານົດມູນຄ່າແຈ້ງພາສີ. ໃນກໍລະນີທີ່ບໍ່ມີການຂາຍສິນຄ້າດັ່ງກ່າວ, ສາມາດໃຊ້ການຂາຍສິນຄ້າທີ່ຄ້າຍຄືກັນ ຊຶ່ງເກີດຂຶ້ນພາຍໃຕ້ເງື່ອນໄຂຂໍ້ໃດຂໍ້ໜຶ່ງໃນສາມຂໍ້ ດັ່ງຕໍ່ໄປນີ້:

   (ກ) ການຂາຍໃນລະດັບການຄ້າດຽວກັນ ແຕ່ໃນປະລິມານຕ່າງກັນ;
   (ຂ) ການຂາຍໃນລະດັບການຄ້າຕ່າງກັນ ແຕ່ໃນປະລິມານໃກ້ຄຽງກັນ; ຫຼື
   (ຄ) ການຂາຍໃນລະດັບການຄ້າຕ່າງກັນ ແຕ່ໃນປະລິມານຕ່າງກັນ.

   2. ຖ້າພົບວ່າມີການຂາຍຕາມເງື່ອນໄຂຂໍ້ໃດຂໍ້ໜຶ່ງ ໃນສາມຂໍ້ນັ້ນ ການດັດປັບຈະຕ້ອງໄດ້ເຮັດຂຶ້ນຕາມແຕ່ລະກໍລະນີ ສໍາລັບ:

   (ກ) ປັດໄຈດ້ານປະລິມານເທົ່ານັ້ນ;
   (ຂ) ປັດໄຈດ້ານລະດັບການຄ້າເທົ່ານັ້ນ; ຫຼື
   (ຄ) ທັງປັດໄຈດ້ານລະດັບການຄ້າ ແລະ ປະລິມານ.

   3. ຄໍາວ່າ "ແລະ/ຫຼື" ໃຫ້ຄວາມຢືດຢຸ່ນຢ່າງສົມເຫດສົມຜົນ ໃນການນໍາໃຊ້ການຂາຍ ແລະ ເພື່ອເຮັດການດັດປັບທີ່ຈໍາເປັນ ໃນເງື່ອນໄຂຂໍ້ໃດຂໍ້ໜຶ່ງໃນສາມຂໍ້ຂ້າງເທິງນັ້ນ.

   4. ຕາມຈຸດປະສົງຂອງມາດຕາ 6, ມູນຄ່າຊື້-ຂາຍຂອງສິນຄ້ານໍາເຂົ້າຄ້າຍຄືກັນ ໝາຍເຖິງມູນຄ່າແຈ້ງພາສີທີ່ໄດ້ມີການດັດປັບ ຕາມທີ່ໄດ້ກໍານົດໄວ້ໃນ ວັກ 1 ວັກຍ່ອຍ 2 ແລະ ວັກ 2 ຊຶ່ງໄດ້ຮັບເອົາແລ້ວ ພາຍໃຕ້ມາດຕາ 4.

   5. ເງື່ອນໄຂຂອງການດັດປັບ ໃດໜຶ່ງອັນເນື່ອງມາຈາກລະດັບການຄ້າທີ່ແຕກຕ່າງກັນ ຫຼື ປະລິມານທີ່ແຕກຕ່າງກັນ ແມ່ນເງື່ອນໄຂທີ່ວ່າການດັດປັບ ບໍ່ວ່າຈະເຮັດໃຫ້ມູນຄ່າເພີ່ມຂຶ້ນ ຫຼື ຫຼຸດລົງກໍ່ຕາມ, ຕ້ອງເຮັດບົນພື້ນຖານຂອງຫຼັກຖານ ທີ່ສະແດງໃຫ້ເຫັນຢ່າງຈະແຈ້ງ ຄວາມສົມເຫດສົມຜົນ ແລະ ຄວາມຖືກຕ້ອງຂອງການປັບລາຄາເທົ່ານັ້ນ, ຕົວຢ່າງ: ບັນຊີແຈ້ງລາຄາສິນຄ້າທີ່ໃຊ້ໄດ້ ຊຶ່ງປະກອບດ້ວຍລາຄາຕ່າງໆ ທີ່ອ້າງອີງເຖິງລະດັບການຄ້າທີ່ແຕກຕ່າງກັນ ຫຼື ປະລິມານທີ່ແຕກຕ່າງກັນ. ຕົວຢ່າງໃນເລື່ອງນີ້ ຖ້າວ່າສິນຄ້ານໍາເຂົ້າທີ່ກໍາລັງກໍານົດມູນຄ່າແຈ້ງພາສີ ເປັນເຄື່ອງຂອງຈໍານວນ 10 ໜ່ວຍ ແລະ ສິນຄ້ານໍາເຂົ້າທີ່ຄ້າຍຄືກັນນັ້ນ ຊຶ່ງມີມູນຄ່າຊື້-ຂາຍກັນຢູ່ແລ້ວ ເປັນການຂາຍໃນຈໍານວນ 500 ໜ່ວຍ ແລະ ເປັນທີ່ຮັບຮູ້ວ່າຜູ້ຂາຍໃຫ້ສ່ວນຫຼຸດດ້ານປະລິມານ, ການດັດປັບທີ່ຈະຕ້ອງປະຕິບັດ ອາດເຮັດໃຫ້ສໍາເລັດໄດ້ ໂດຍອີງໃສ່ບັນຊີແຈ້ງລາຄາສິນຄ້າຂອງຜູ້ຂາຍ ແລະ ໃຊ້ລາຄານັ້ນສໍາລັບການຂາຍໃນຈໍານວນ 10 ໜ່ວຍ. ແຕ່ທັງນີ້ບໍ່ໄດ້ໝາຍຄວາມວ່າ ຈະຕ້ອງເຄີຍມີການຂາຍໃນຈໍານວນ 10 ໜ່ວຍ ຕາບໃດທີ່ບັນຊີແຈ້ງລາຄາສິນຄ້າ ຫາກຖືວ່າສຸດຈະລິດຜ່ານການຂາຍໃນປະລິມານອື່ນໆ. ເຖິງຢ່າງໃດກໍ່ຕາມ, ໃນກໍລະນີທີ່ບໍ່ມີມາດຕະການ ທີ່ຖືກຢຶດຖືຂໍ້ມູນຄວາມຈິງເຊັ່ນນີ້ແລ້ວ, ການກໍານົດມູນຄ່າແຈ້ງພາສີ ພາຍໃຕ້ຂໍ້ກໍານົດຂອງມາດຕາ 6 ແມ່ນບໍ່ເໝາະສົມ. ຂ້າງເທິງ

7. ຄໍາອະທິບາຍສໍາລັບມາດຕາ 7

   1. ຄໍາວ່າ "ລາຄາຫົວໜ່ວຍ ທີ່ສິນຄ້າ ... ຂາຍໃນຈໍານວນຫຼາຍທີ່ສຸດ" ນັ້ນໝາຍເຖິງລາຄາທີ່ປະລິມານຫົວໜ່ວຍ ຫຼາຍທີ່ສຸດໄດ້ຂາຍໄປໃຫ້ກັບບຸກຄົນ ທີ່ບໍ່ມີຄວາມກ່ຽວຂ້ອງກັບບຸກຄົນທີ່ຜູ້ນັ້ນ ໄດ້ຊື້ສິນຄ້ານັ້ນມາໃນລະດັບການຄ້າຄັ້ງທໍາອິດ ຫຼັງຈາກການນໍາເຂົ້າສິນຄ້າ ຊຶ່ງການຂາຍນັ້ນເກີດຂຶ້ນ.

   2. ຕົວຢ່າງຂອງເລື່ອງນີ້ໄດ້ແກ່ສິນຄ້າ ຊຶ່ງຂາຍຕາມບັນຊີແຈ້ງລາຄາສິນຄ້າ ທີ່ມີລາຄາຫົວໜ່ວຍທີ່ຫຼຸດໃຫ້ ສໍາລັບການຊື້ສິນຄ້າໃນປະລິມານຫຼາຍກວ່າ.

ປະລິມານການຂາຍ

ລາຄາຫົວໜ່ວຍ

ຈໍານວນການຂາຍ

ຈໍານວນທັງໝົດທີ່ຂາຍ ໃນແຕ່ລະລາຄາ

1-10

100

ການຂາຍ 5 ຫົວໜ່ວຍ 10 ຄັ້ງ

ການຂາຍ 3 ຫົວໜ່ວຍ 5 ຄັ້ງ

65

11-25

95

ການຂາຍ 11 ຫົວໜ່ວຍ 5 ຄັ້ງ

55

25 ຂຶ້ນໄປ

90

ການຂາຍ 30 ຫົວໜ່ວຍ 1 ຄັ້ງ

ການຂາຍ 50 ຫົວໜ່ວຍ 10 ຄັ້ງ

80

ຈໍານວນຫົວໜ່ວຍຂາຍອອກຫຼາຍທີ່ສຸດແມ່ນ 80, ສະນັ້ນ ລາຄາຫົວໜ່ວຍຂອງຈໍານວນລວມ ຫຼາຍທີ່ສຸດແມ່ນ 90.

   3. ອີກຕົວຢ່າງໜຶ່ງຂອງບັນຫານີ້ໄດ້ແກ່: ມີການຂາຍເກີດຂຶ້ນ 2 ຄັ້ງ, ການຂາຍຄັ້ງທໍາອິດ ເປັນການຂາຍໃນຈໍານວນ 500 ໜ່ວຍ ໃນລາຄາຫົວໜ່ວຍລະ 95 ໜ່ວຍສະກຸນເງິນ. ການຂາຍຄັ້ງທີສອງ ເປັນການຂາຍຈໍານວນ 400 ໜ່ວຍ ໃນລາຄາໜ່ວຍລະ 90 ໜ່ວຍສະກຸນເງິນ. ໃນຕົວຢ່າງນີ້ ຈໍານວນຫົວໜ່ວຍທີ່ຫຼາຍທີ່ສຸດ ທີ່ໄດ້ຂາຍໄປໃນລາຄາໜຶ່ງຄື 500. ດັ່ງນັ້ນລາຄາຕໍ່ຫົວໜ່ວຍຂອງສິນຄ້າ ປະລິມານລວມທີ່ຫຼາຍທີ່ສຸດຄື 95.

   4. ຕົວຢ່າງທີສາມ ແມ່ນການຂາຍໃນຈໍານວນ ແລະ ລາຄາຂາຍແຕກຕ່າງກັນ

ການຂາຍ

ປະລິມານການຂາຍ

ລາຄາຫົວໜ່ວຍ

40 ຫົວໜ່ວຍ

100

30 ຫົວໜ່ວຍ

90

15 ຫົວໜ່ວຍ

100

50 ຫົວໜ່ວຍ

95

25 ຫົວໜ່ວຍ

105

35 ຫົວໜ່ວຍ

90

5 ຫົວໜ່ວຍ

100

 

ລວມທັງໝົດ

ປະລິມານຂາຍທັງໝົດ

ລາຄາຫົວໜ່ວຍ

65

90

50

95

60

100

25

105

   ໃນຕົວຢ່າງຂ້າງເທິງນີ້, ຈໍານວນຫົວໜ່ວຍຂາຍອອກຫຼາຍທີ່ສຸດແມ່ນ 65, ສະນັ້ນ ລາຄາຫົວໜ່ວຍຂອງຈໍານວນຂາຍອອກຫຼາຍສຸດ ແມ່ນລາຄາ 90.

   5. ການຂາຍໃດໆໃນປະເທດນໍາເຂົ້າສິນຄ້າ ຕາມທີ່ໄດ້ອະທິບາຍໃນ ວັກ 1 ຂ້າງເທິງນັ້ນ ທີ່ເປັນການຂາຍໃຫ້ກັບບຸກຄົນ ຊຶ່ງເປັນຜູ້ສະໜອງອົງປະກອບໃດໆ ຕາມວັກ 1.2 ຂອງມາດຕາ 10 ບໍ່ວ່າໂດຍທາງກົງ ຫຼື ທາງອ້ອມ ໂດຍບໍ່ໄດ້ຄິດໄລ່ລາຄາ ຫຼື ໃນລາຄາທີ່ຫຼຸດໃຫ້ແລ້ວ ເພື່ອໃຊ້ປະກອບເຂົ້າກັບການຜະລິດ ແລະ ການຂາຍ ເພື່ອສົ່ງອອກສໍາລັບສິນຄ້ານໍາເຂົ້ານັ້ນ ບໍ່ຄວນນໍາມາໃຊ້ພິຈາລະນາ ໃນການກໍານົດລາຄາຕໍ່ຫົວໜ່ວຍຕາມຈຸດປະສົງຂອງ ມາດຕາ 7.

   6. ໃຫ້ເຂົ້າໃຈວ່າ "ກໍາໄລ ແລະ ລາຍຈ່າຍທົ່ວໄປ" ຕາມທີ່ກ່າວໄວ້ໃນ ວັກ 1 ຂອງມາດຕາ 7 ຄວນຈະຖືເປັນທັງໝົດ. ຕົວເລກທີ່ນໍາມາໃຊ້ ເພື່ອການຫັກອອກນີ້ ຄວນພິຈາລະນາບົນພື້ນຖານຂອງຂໍ້ມູນທີ່ສະໜອງໃຫ້ ໂດຍຜູ້ນໍາເຂົ້າ ຫຼື ໃນນາມຂອງຜູ້ນໍາເຂົ້າ ເວັ້ນເສັຍແຕ່ຕົວເລກເຫຼົ່ານັ້ນຂອງຜູ້ນໍາເຂົ້າ ບໍ່ສອດຄ່ອງກັບຕົວເລກ ທີ່ໄດ້ຮັບຈາກການຂາຍໃນປະເທດນໍາເຂົ້າ ຂອງສິນຄ້ານໍາເຂົ້າປະເພດ ຫຼື ຊະນິດດຽວກັນ. ໃນກໍລະນີທີ່ຕົວເລກຂອງຜູ້ນໍາເຂົ້າ ບໍ່ສອດຄ່ອງກັບຕົວເລກດັ່ງກ່າວ, ຈໍານວນກໍາໄລ ແລະ ລາຍຈ່າຍທົ່ວໄປ ສາມາດອີງຕາມຂໍ້ມູນທີ່ກ່ຽວຂ້ອງ ທີ່ນອກເໜືອໄປຈາກຂໍ້ມູນທີ່ສະໜອງໃຫ້ ໂດຍຜູ້ນໍາເຂົ້າ ຫຼື ໃນນາມຂອງຜູ້ນໍາເຂົ້າສິນຄ້າ.

   7. ຄໍາວ່າ "ລາຍຈ່າຍທົ່ວໄປ" ໝາຍເຖິງຕົ້ນທຶນທາງກົງ ແລະ ທາງອ້ອມໃນການຂາຍສິນຄ້ານັ້ນ.

   8. ຄ່າອາກອນພາຍໃນປະເທດທີ່ຈະຕ້ອງຊໍາລະ ເນື່ອງຈາກການຂາຍສິນຄ້ານັ້ນ ທີ່ບໍ່ອາດຫັກອອກໄດ້ ພາຍໃຕ້ຂໍ້ກໍານົດຂອງວັກ 1.4 ຂອງມາດຕາ 7 ນັ້ນ ໃຫ້ນໍາມາຫັກອອກໄດ້ພາຍໃຕ້ຂໍ້ກໍານົດຂອງວັກ 1.1 ຂອງມາດຕາ 7.

   9. ໃນການກໍານົດຄ່ານາຍໜ້າ ຫຼື ກໍາໄລຕາມປົກກະຕິ ແລະ ຄ່າໃຊ້ຈ່າຍທົ່ວໄປຢ່າງໃດຢ່າງໜຶ່ງ ພາຍໃຕ້ຂໍ້ກໍານົດຂອງວັກ 1 ຂອງມາດຕາ 7 ນັ້ນ ບັນຫາທີ່ວ່າສິນຄ້າຢ່າງໜຶ່ງຈະເປັນສິນຄ້າ "ປະເພດ ຫຼື ຊະນິດດຽວກັນ" ກັບສິນຄ້າອື່ນ ຫຼື ບໍ່ນັ້ນ ຈະຕ້ອງກໍານົດເປັນແຕ່ລະກໍລະນີໄປ ໂດຍຄໍານຶງເຖິງສະພາບການຕ່າງໆທີ່ກ່ຽວຂ້ອງດ້ວຍ. ການຂາຍສິນຄ້າໃນກຸ່ມ ຫຼື ໝວດໝູ່ທີ່ໃກ້ຄຽງກັນຫຼາຍທີ່ສຸດຂອງສິນຄ້າ ເຂົ້າໃນປະເພດ ຫຼື ຊະນິດດຽວກັນໃນປະເທດນໍາເຂົ້າ ຊຶ່ງລວມເຖິງສິນຄ້າທີ່ກໍາລັງ ກໍານົດມູນຄ່າແຈ້ງພາສີ ຊຶ່ງສາມາດຈັດຫາຂໍ້ມູນທີ່ຈໍາເປັນມາໃຫ້ໄດ້ ຄວນນໍາມາກວດສອບດ້ວຍ ຕາມຈຸດປະສົງຂອງມາດຕາ 7. ຄໍາວ່າ "ສິນຄ້າປະເພດ ຫຼື ຊະນິດດຽວກັນ" ລວມເຖິງສິນຄ້ານໍາເຂົ້າຈາກປະເທດດຽວກັນ ກັບສິນຄ້າທີ່ກໍາລັງກໍານົດມູນຄ່າແຈ້ງພາສີ ແລະ ສິນຄ້າທີ່ນໍາເຂົ້າຈາກປະເທດອື່ນໆດ້ວຍ.

   10. ຕາມຈຸດປະສົງຂອງ ວັກ 2 ຂອງມາດຕາ 7 ຄໍາວ່າ "ວັນທີ່ໃກ້ສຸດ" ຈະຕ້ອງເປັນວັນທີ່ມີການຂາຍສິນຄ້ານໍາເຂົ້າ ຫຼື ສິນຄ້ານໍາເຂົ້າທີ່ຄືກັນ ຫຼື ສິນຄ້ານໍາເຂົ້າທີ່ຄ້າຍຄືກັນ ໃນປະລິມານພຽງພໍ ທີ່ຈະກໍານົດລາຄາຕໍ່ຫົວໜ່ວຍໄດ້.

   11. ໃນກໍລະນີທີ່ໃຊ້ວິທີການໃນ ວັກ 2 ຂອງມາດຕາ 7, ການຫັກອອກ ສໍາລັບມູນຄ່າທີ່ເພີ່ມຂຶ້ນ ເນື່ອງຈາກການຜ່ານກໍາມະວິທີເພີ່ມເຕີມມາແລ້ວນັ້ນ ຈະຕ້ອງຢູ່ບົນພື້ນຖານຂອງຂໍ້ມູນທີ່ເປັນຈິງ ແລະ ທີ່ວັດປະລິມານໄດ້ ຊຶ່ງກ່ຽວຂ້ອງກັບຕົ້ນທຶນຂອງວຽກນັ້ນ. ສູດການຜະລິດທາງອຸດສາຫະກໍາ, ສ່ວນປະສົມ, ວິທີການກໍ່ສ້າງ ແລະ ວິທີປະຕິບັດທາງອຸດສາຫະກໍາອື່ນໆ ອັນເປັນທີ່ຮັບຮູ້ແລ້ວ ອາດຈະນໍາມາໃຊ້ເປັນພື້ນຖານໃນການຄິດໄລ່ໄດ້.

   12. ເປັນທີ່ຍອມຮັບວ່າ ວິທີການກໍານົດມູນຄ່າແຈ້ງພາສີ ຕາມທີ່ໄດ້ກໍານົດໄວ້ໃນ ວັກ 2 ຂອງມາດຕາ 7 ນັ້ນ ບໍ່ອາດນໍາມາໃຊ້ຕາມປົກກະຕິໄດ້. ຖ້າຫາກວ່າສິນຄ້ານໍາເຂົ້ານັ້ນ ໄດ້ສູນເສຍເອກະລັກຂອງມັນນັ້ນໄປ ອັນເປັນຜົນມາຈາກກໍາມະວິທີເພີ່ມເຕີມ. ເຖິງຢ່າງໃດກໍ່ຕາມ, ອາດມີບາງກໍລະນີທີ່ວ່າເອກະລັກຂອງສິນຄ້ານໍາເຂົ້າ ໄດ້ສູນເສຍໄປແລ້ວ, ແຕ່ມູນຄ່າທີ່ເພີ່ມຂຶ້ນຈາກຂະບວນການນັ້ນ ຍັງສາມາດກໍານົດໄດ້ຢ່າງແນ່ນອນ ໂດຍບໍ່ມີຄວາມຫຍຸ້ງຍາກຈົນເກີນໄປ. ໃນທາງກົງກັນຂ້າມ, ອາດມີບາງກໍລະນີເຊັ່ນກັນ ທີ່ສິນຄ້ານໍາເຂົ້າຍັງຄົງຮັກສາເອກະລັກ ຂອງມັນເອົາໄວ້, ແຕ່ສິນຄ້ານັ້ນກໍ່ຮູບຂຶ້ນເປັນພຽງແຕ່ ອົງປະກອບສ່ວນນ້ອຍໃນຕົວຂອງສິນຄ້າ ທີ່ຂາຍໃນປະເທດນໍາເຂົ້າ ຈົນເຮັດໃຫ້ການໃຊ້ວິທີການກໍານົດມູນຄ່ານີ້ ເປັນເລື່ອງທີ່ບໍ່ມີເຫດຜົນພຽງພໍ. ດ້ວຍເຫດດັ່ງກ່າວມາຂ້າງເທິງ ແຕ່ລະສະຖານະການໃນລັກສະນະນີ້ ຈະຕ້ອງໄດ້ຮັບການພິຈາລະນາ ເປັນແຕ່ລະກໍລະນີໄປ. ຂ້າງເທິງ

8. ຄໍາອະທິບາຍສໍາລັບມາດຕາ 8

   1. ໂດຍປົກກະຕິແລ້ວ ພາຍໃຕ້ບົດແນະນໍາລັດຖະມົນຕີ, ມູນຄ່າແຈ້ງພາສີຈະຖືກກໍານົດຂຶ້ນ ບົນພື້ນຖານຂອງຂໍ້ມູນທີ່ມີຢູ່ແລ້ວ ໃນປະເທດນໍາເຂົ້າ. ເຖິງຢ່າງໃດກໍ່ຕາມ, ໃນການກໍານົດມູນຄ່າຄໍານວນ ອາດມີຄວາມຈໍາເປັນຕ້ອງກວດສອບຕົ້ນທຶນ ຂອງການຜະລິດສິນຄ້າ ທີ່ກໍາລັງກໍານົດມູນຄ່າແຈ້ງພາສີຢູ່ ແລະ ຂໍ້ມູນອື່ນໆຊຶ່ງຕ້ອງໄດ້ຮັບຈາກນອກປະເທດນໍາເຂົ້າ, ນອກນັ້ນ ສ່ວນໃຫຍ່ຜູ້ຜະລິດສິນຄ້າ ຈະເປັນຜູ້ທີ່ຢູ່ນອກເຂດອໍານາດ ຂອງເຈົ້າໜ້າທີ່ຂອງປະເທດນໍາເຂົ້າ. ວິທີຄໍານວນ ໂດຍທົ່ວໄປຈະຖືກນໍາໃຊ້ສະເພາະໃນກໍລະນີທີ່ຜູ້ຊື້ ແລະ ຜູ້ຂາຍມີຄວາມກ່ຽວຂ້ອງກັນ ແລະ ຜູ້ຜະລິດພ້ອມທີ່ຈະສະໜອງຂໍ້ມູນ ໃຫ້ເຈົ້າໜ້າທີ່ຂອງປະເທດນໍາເຂົ້າ ໄດ້ຮັບຊາບເຖິງຕົ້ນທຶນຕ່າງໆທີ່ຈໍາເປັນ ແລະ ອໍານວຍຄວາມສະດວກຕ່າງໆ ໃຫ້ໃນການກວດສອບ, ພິສູດ, ຢັ້ງຢືນໃນພາຍຫຼັງທີ່ອາດຈໍາເປັນ.

   2. ຄໍາວ່າ "ຕົ້ນທຶນ ຫຼື ມູນຄ່າ" ຕາມທີ່ໄດ້ລະບຸໄວ້ໃນ ວັກ 1.1 ຂອງມາດຕາ 8 ຈະຕ້ອງຖືກກໍານົດຂຶ້ນ ບົນພື້ນຖານຂອງຂໍ້ມູນທີ່ກ່ຽວຂ້ອງກັບການຜະລິດ ຂອງສິນຄ້າທີ່ກໍາລັງກໍານົດມູນຄ່າແຈ້ງພາສີ ຊຶ່ງໄດ້ສະໜອງໃຫ້ໂດຍຜູ້ຜະລິດ ຫຼື ໃນນາມຂອງຜູ້ຜະລິດ. ຕົ້ນທຶນ ຫຼື ມູນຄ່າດັ່ງກ່າວ ຕ້ອງອີງໃສ່ບັນຊີທາງການຄ້າຂອງຜູ້ຜະລິດ ຊຶ່ງມີເງື່ອນໄຂວ່າບັນຊີນັ້ນ ຕ້ອງສອດຄ່ອງກັບຫຼັກການບັນຊີທີ່ຍອມຮັບກັນໂດຍທົ່ວໄປ ຊຶ່ງໃຊ້ໃນປະເທດຜະລິດສິນຄ້ານັ້ນ.

   3. ຄໍາວ່າ "ຕົ້ນທຶນ ຫຼື ມູນຄ່າ" ຕ້ອງລວມເອົາຕົ້ນທຶນຂອງອົງປະກອບຕ່າງໆ ຕາມທີ່ໄດ້ກໍານົດໄວ້ໃນ ວັກ (1.1.) (ii) ແລະ (iii) ຂອງມາດຕາ 10 ແລະ ຍັງລວມເຖິງມູນຄ່າ ຊຶ່ງໄດ້ຮັບການແບ່ງສ່ວນຢ່າງເໝາະສົມ ພາຍໃຕ້ຄໍາອະທິບາຍ ສໍາລັບມາດຕາ 10 ຂອງອົງປະກອບ ຕາມທີ່ໄດ້ກໍານົດໄວ້ໃນ ວັກ 1.2 (iv) ຂອງມາດຕາ 10 ຊຶ່ງຜູ້ຊື້ສະໜອງໃຫ້ ໂດຍທາງກົງ ຫຼື ທາງອ້ອມ ເພື່ອໃຊ້ໃນການຜະລິດຂອງສິນຄ້ານໍາເຂົ້າ. ມູນຄ່າຂອງອົງປະກອບ ຕາມທີ່ໄດ້ກໍານົດໄວ້ໃນ ວັກ 1.2 (iv) ຂອງມາດຕາ 10 ຊຶ່ງໄດ້ເຮັດ ແລະ ສະໜອງໃຫ້ປະເທດນໍາເຂົ້າ ຈະນໍາມາລວມໄດ້ພາຍໃນຂອບເຂດ ຊຶ່ງອົງປະກອບເຫຼົ່ານັ້ນເປັນພາລະຂອງຜູ້ຜະລິດ. ໃຫ້ເຂົ້າໃຈວ່າຕົ້ນທຶນ ຫຼື ມູນຄ່າຂອງອົງປະກອບຕ່າງໆ ຕາມທີ່ກ່າວໄວ້ໃນວັກນີ້ ຕ້ອງບໍ່ຖືກຄິດໄລ່ຊໍ້າກັນສອງຄັ້ງ ໃນການກໍານົດມູນຄ່າແຈ້ງພາສີ ດ້ວຍວິທີຄໍານວນ.

   4. ຄໍາວ່າ "ຈໍານວນຂອງກໍາໄລ ແລະ ລາຍຈ່າຍທົ່ວໄປ" ຕາມທີ່ກ່າວໄວ້ໃນ ວັກ 1.2 ຂອງມາດຕາ 8 ຈະຕ້ອງກໍານົດຂຶ້ນບົນພື້ນຖານຂອງຂໍ້ມູນທີ່ສະໜອງໃຫ້ ໂດຍຜູ້ຜະລິດ ຫຼື ໃນນາມຂອງຜູ້ຜະລິດ ເວັ້ນເສັຍແຕ່ຕົວເລກຂອງຜູ້ຜະລິດນັ້ນ ບໍ່ສອດຄ່ອງກັບຕົວເລກທີ່ຄິດໄລ່ລວມຢູ່ ຕາມປົກກະຕິໃນການຂາຍສິນຄ້າປະເພດ ຫຼື ຊະນິດດຽວກັນກັບສິນຄ້າ ທີ່ກໍາລັງກໍານົດມູນຄ່າແຈ້ງພາສີ ຊຶ່ງເຮັດຂຶ້ນໂດຍຜູ້ຜະລິດຄົນອື່ນໆ ໃນປະເທດສົ່ງອອກ ເພື່ອສົ່ງອອກໄປຍັງປະເທດນໍາເຂົ້າ.

   5. ຄວນຮັບຊາບໃນເນື້ອຫານີ້ ຄໍາວ່າ "ຈໍານວນຂອງກໍາໄລ ແລະ ລາຍຈ່າຍທົ່ວໄປ" ຈະຕ້ອງໄດ້ນໍາມາລວມກັນທັງໝົດ. ດັ່ງນັ້ນ, ຖ້າວ່າໃນກໍລະນີສະເພາະໃດໜຶ່ງ ຕົວເລກສະແດງຜົນກໍາໄລຂອງຜູ້ຜະລິດຕໍ່າ ແລະ ຕົວເລກສະແດງລາຍຈ່າຍທົ່ວໄປຂອງ ຜູ້ຜະລິດສູງ, ກໍາໄລ ແລະ ລາຍຈ່າຍທົ່ວໄປທີ່ລວມກັນ ອາດຈະສອດຄ່ອງກັບຕົວເລກ ທີ່ລວມຢູ່ຕາມປົກກະຕິໃນການຂາຍສິນຄ້າພິເສດ ຫຼື ຊະນິດດຽວກັນນັ້ນ. ສະຖານະການດັ່ງກ່າວອາດຈະເກີດຂຶ້ນໄດ້. ຕົວຢ່າງ: ຖ້າມີຜະລິດຕະພັນຊະນິດໜຶ່ງ ກໍາລັງຈະເປີດຕະຫຼາດໃນປະເທດນໍາເຂົ້າ ແລະ ຜູ້ຜະລິດຮັບທີ່ຈະບໍ່ຄິດກໍາໄລ ຫຼື ຄິດກໍາໄລຕໍ່າ ເພື່ອເປັນການຊົດເຊີຍຄ່າໃຊ້ຈ່າຍທົ່ວໄປ ທີ່ກ່ຽວຂ້ອງກັບການເປີດຕະຫຼາດຊຶ່ງສູງຫຼາຍ. ໃນກໍລະນີທີ່ຜູ້ຜະລິດ ສາມາດສະແດງຜົນກໍາໄລຕໍ່າ ໃນການຂາຍສິນຄ້ານໍາເຂົ້າ ເນື່ອງຈາກສະພາບການແວດລ້ອມທາງການຄ້າ ສະເພາະກໍລະນີເຊັ່ນນີ້ແລ້ວ ຈະຕ້ອງໄດ້ນໍາເອົາຕົວເລກທີ່ສະແດງເຖິງຜົນກໍາໄລ ອັນແທ້ຈິງຂອງຜູ້ຜະລິດ ມາພິຈາລະນາ ພາຍໃຕ້ເງື່ອນໄຂທີ່ວ່າ ຜູ້ຜະລິດມີເຫດຜົນທາງການຄ້າ ທີ່ສາມາດຮັບຟັງໄດ້ ໃນການພິຈາລະນາຕົວເລກເຫຼົ່ານັ້ນ ແລະ ນະໂຍບາຍໃນການກໍານົດລາຄາຂອງຜູ້ຜະລິດ ສ່ອງແສງໃຫ້ເຫັນເຖິງນະໂຍບາຍການກໍານົດລາຄາ ຕາມປົກກະຕິຂອງກຸ່ມອຸດສາຫະກໍາທີ່ກ່ຽວຂ້ອງ. ສະຖານະການດັ່ງກ່າວ ອາດເກີດຂຶ້ນໄດ້, ຕົວຢ່າງ: ໃນກໍລະນີທີ່ຜູ້ຜະລິດ ຖືກບັງຄັບໃຫ້ຫຼຸດລາຄາລົງມາເປັນການຊົ່ວຄາວ ເນື່ອງຈາກຄວາມຕ້ອງການຂອງຕະຫຼາດຫຼຸດລົງ ໂດຍທີ່ບໍ່ສາມາດຄາດການລ່ວງໜ້າໄດ້ ຫຼື ໃນກໍລະນີທີ່ຜູ້ຜະລິດໄດ້ຂາຍສິນຄ້າ ເພື່ອໄປເສີມກັບສິນຄ້າໃນໝວດໝູ່ດຽວກັນ ກັບສິນຄ້າທີ່ຜະລິດໃນປະເທດນໍາເຂົ້າ ແລະ ຜູ້ຜະລິດຍອມຮັບຜົນກໍາໄລຕໍ່າ ເພື່ອຮັກສາການແຂ່ງຂັນທາງການຄ້າເອົາໄວ້. ໃນກໍລະນີທີ່ຕົວເລກສະແດງຜົນກໍາໄລ ແລະ ລາຍຈ່າຍທົ່ວໄປຂອງຜູ້ຜະລິດ ບໍ່ສອດຄ່ອງກັບຕົວເລກທີ່ຫາກໍຄິດໄລ່ລວມຢູ່ ຕາມປົກກະຕິໃນການຂາຍສິນຄ້າປະເພດ ຫຼື ຊະນິດດຽວກັນ ກັບສິນຄ້າທີ່ກໍາລັງກໍານົດມູນຄ່າແຈ້ງພາສີ ຊຶ່ງເຮັດຂຶ້ນໂດຍຜູ້ຜະລິດຄົນອື່ນໆ ໃນປະເທດສົ່ງອອກ ເພື່ອສົ່ງອອກໄປຍັງປະເທດນໍາເຂົ້າເຊັ່ນນີ້ແລ້ວ ຈໍານວນກໍາໄລ ແລະ ລາຍຈ່າຍທົ່ວໄປ ກໍອາດຫາໄດ້ຈາກຂໍ້ມູນທີ່ກ່ຽວຂ້ອງ ທີ່ນອກເໜືອໄປຈາກຂໍ້ມູນທີ່ສະໜອງໃຫ້ ໂດຍຜູ້ຜະລິດສິນຄ້ານັ້ນ ຫຼື ໃນນາມຂອງຜູ້ຜະລິດສິນຄ້ານັ້ນ.

   6. ໃນກໍລະນີທີ່ໃຊ້ຂໍ້ມູນນອກເໜືອໄປຈາກຂໍ້ມູນ ທີ່ສະໜອງໃຫ້ໂດຍຜູ້ຜະລິດ ຫຼື ໃນນາມຂອງຜູ້ຜະລິດ ເພື່ອຈຸດປະສົງໃນການກໍານົດມູນຄ່າແຈ້ງພາສີ ຕາມວິທີຄໍານວນ, ຫາກວ່າຜູ້ນໍາເຂົ້າຮ້ອງຂໍຕໍ່ເຈົ້າໜ້າທີ່ ຂອງປະເທດນໍາເຂົ້າ ຈະຕ້ອງແຈ້ງໃຫ້ຜູ້ນໍາເຂົ້າຊາບ ເຖິງແຫຼ່ງທີ່ມາຂອງຂໍ້ມູນເຫຼົ່ານັ້ນ ຂໍ້ມູນດິບທີ່ໃຊ້ ແລະ ການຄິດໄລ່ບົນພື້ນຖານຂອງຂໍ້ມູນດິບນັ້ນ ພາຍໃຕ້ຂໍ້ກໍານົດຂອງມາດຕາ 16.

   7. "ລາຍຈ່າຍທົ່ວໄປ" ທີ່ລະບຸໃນຂໍ້ 1.2 ຂອງມາດຕາ 8 ກວມເອົາຄ່າໃຊ້ຈ່າຍທາງກົງ ແລະ ທາງອ້ອມໃນການຜະລິດ ແລະ ໃນການຂາຍສິນຄ້າສໍາລັບສົ່ງອອກ ຊຶ່ງບໍ່ໄດ້ລວມໃນວັກ 1.1 ຂອງມາດຕາ 8.

   8. ສິນຄ້າຢ່າງໜຶ່ງຈະເປັນ "ສິນຄ້າປະເພດ ຫຼື ຊະນິດດຽວກັນ" ກັບສິນຄ້າຢ່າງອື່ນ ຫຼື ບໍ່ນັ້ນ ຈະຕ້ອງກໍານົດເປັນແຕ່ລະກໍລະນີໄປ ໂດຍຄໍານຶງເຖິງສະພາບການຕ່າງໆ ທີ່ກ່ຽວຂ້ອງດ້ວຍ. ໃນການກໍານົດກໍາໄລຕາມປົກກະຕິ ແລະ ລາຍຈ່າຍທົ່ວໄປ ພາຍໃຕ້ຂໍ້ກໍານົດຂອງ ມາດຕາ 8 ນັ້ນຄວນກວດສອບເຖິງການຂາຍ ເພື່ອສົ່ງອອກໄປຍັງປະເທດນໍາເຂົ້າສິນຄ້າ ຂອງສິນຄ້າໃນກຸ່ມ ຫຼື ໝວດໝູ່ທີ່ໃກ້ຄຽງກັນຫຼາຍທີ່ສຸດ ຊຶ່ງລວມເຖິງສິນຄ້າທີ່ກໍາລັງກໍານົດມູນຄ່າແຈ້ງພາສີດ້ວຍ ຊຶ່ງສາມາດສະໜອງຂໍ້ມູນ ທີ່ຈໍາເປັນມາໃຫ້ໄດ້. ຕາມຈຸດປະສົງຂອງ ມາດຕາ 8 ຄໍາວ່າ "ສິນຄ້າປະເພດ ຫຼື ຊະນິດດຽວກັນ" ຈະຕ້ອງເປັນສິນຄ້າທີ່ມາຈາກປະເທດດຽວກັນ ກັບສິນຄ້າທີ່ກໍາລັງກໍານົດມູນຄ່າແຈ້ງພາສີ. ຂ້າງເທິງ

9. ຄໍາອະທິບາຍສໍາລັບມາດຕາ 9

   1. ມູນຄ່າແຈ້ງພາສີທີ່ກໍານົດຂຶ້ນ ພາຍໃຕ້ຂໍ້ກໍານົດຂອງມາດຕາ 9 ຄວນຢູ່ບົນພື້ນຖານຂອງມູນຄ່າແຈ້ງພາສີ ທີ່ເຄີຍໄດ້ກໍານົດໄວ້ກ່ອນໜ້າແລ້ວ ເທົ່າທີ່ຈະເປັນໄປໄດ້.

   2. ວິທີການກໍານົດມູນຄ່າແຈ້ງພາສີ ທີ່ຈະນໍາມາໃຊ້ພາຍໃຕ້ຂໍ້ກໍານົດຂອງ ມາດຕາ 9 ຄວນເປັນວິທີການຕ່າງໆ ທີ່ໄດ້ກໍານົດໄວ້ແລ້ວໃນມາດຕາ 4 ເຖິງ ມາດຕາ 8 ແຕ່ໃຫ້ນໍາໃຊ້ວິທີການດັ່ງກ່າວດ້ວຍຄວາມຢືດຢຸ່ນ ແບບສົມເຫດສົມຜົນ ຈຶ່ງຈະເປັນການສອດຄ່ອງກັບເປົ້າໝາຍ ແລະ ຂໍ້ກໍານົດຂອງ ມາດຕາ 9.

   3. ບາງຕົວຢ່າງຂອງວິທີການຢືດຢຸ່ນ ແບບສົມເຫດສົມຜົນມີດັ່ງຕໍ່ໄປນີ້:

   3.1. ສິນຄ້າທີ່ຄືກັນ: ຂໍ້ກໍານົດວ່າດ້ວຍສິນຄ້າທີ່ຄືກັນ ຄວນສົ່ງອອກໃນເວລາດຽວກັນ ຫຼື ໃນເວລາທີ່ໃກ້ຄຽງກັນກັບສິນຄ້າ ທີ່ກໍາລັງກໍານົດມູນຄ່າແຈ້ງພາສີຢູ່ນັ້ນ ສາມາດຕີຄວາມໝາຍຢ່າງຢືດຢຸ່ນໄດ້. ສິນຄ້ານໍາເຂົ້າທີ່ຄືກັນ ທີ່ຜະລິດຂຶ້ນໃນປະເທດອື່ນ ທີ່ບໍ່ແມ່ນປະເທດສົ່ງອອກຂອງສິນຄ້າ ທີ່ກໍາລັງກໍານົດມູນຄ່າແຈ້ງພາສີ ສາມາດນໍາມາໃຊ້ເປັນຖານຂໍ້ມູນ ໃນການກໍານົດມູນຄ່າແຈ້ງພາສີໄດ້. ມູນຄ່າແຈ້ງພາສີຂອງສິນຄ້ານໍາເຂົ້າທີ່ຄືກັນ ທີ່ໄດ້ກໍານົດຂຶ້ນໄວ້ ພາຍໃຕ້ຂໍ້ກໍານົດຂອງ ມາດຕາ 7 ແລະ 8 ສາມາດນໍາໃຊ້ໄດ້.

   3.2. ສິນຄ້າທີ່ຄ້າຍຄືກັນ: ຂໍ້ກໍານົດທີ່ວ່າສິນຄ້າທີ່ຄ້າຍຄືກັນ ຄວນສົ່ງອອກໃນເວລາດຽວກັນ ຫຼື ໃນເວລາທີ່ໃກ້ຄຽງກັນກັບສິນຄ້າ ທີ່ກໍາລັງກໍານົດມູນຄ່າແຈ້ງພາສີຢູ່ນັ້ນ ສາມາດຕີຄວາມໝາຍຢ່າງຢືດຢຸ່ນໄດ້. ສິນຄ້ານໍາເຂົ້າທີ່ຄ້າຍຄືກັນ ທີ່ຜະລິດຂຶ້ນໃນປະເທດອື່ນ ທີ່ບໍ່ແມ່ນປະເທດສົ່ງອອກສິນຄ້າ ທີ່ກໍາລັງກໍານົດມູນຄ່າແຈ້ງພາສີ ສາມາດນໍາມາໃຊ້ເປັນຖານຂໍ້ມູນ ໃນການກໍານົດມູນຄ່າແຈ້ງພາສີໄດ້. ມູນຄ່າແຈ້ງພາສີຂອງສິນຄ້ານໍາເຂົ້າທີ່ຄ້າຍຄືກັນ ທີ່ໄດ້ກໍານົດຂຶ້ນໄວ້ແລ້ວ ພາຍໃຕ້ຂໍ້ກໍານົດຂອງ ມາດຕາ 7 ແລະ 8 ສາມາດນໍາມາໃຊ້ໄດ້.

   3.3. ວິທີຫັກລົບມູນຄ່າ: ຂໍ້ກໍານົດທີ່ວ່າສິນຄ້າທີ່ຈະຕ້ອງຂາຍໄປໃນ "ໃນຖານະເປັນສິນຄ້ານໍາເຂົ້າ" ຕາມທີ່ລະບຸໃນວັກ 1 ຂອງມາດຕາ 7 ສາມາດຕີຄວາມໝາຍຢ່າງຢືດຢຸ່ນໄດ້. ຂໍ້ກໍານົດເວລາ "90 ວັນ" ສາມາດນໍາໃຊ້ຢ່າງຢືດຢຸ່ນໄດ້. ຂ້າງເທິງ

10. ຄໍາອະທິບາຍສໍາລັບມາດຕາ 10

ວັກ 1.1 (i)

    ຄໍາວ່າ "ຄ່ານາຍໜ້າສໍາລັບການຊື້" ໝາຍເຖິງຄ່າທໍານຽມທີ່ຜູ້ນໍາເຂົ້າສິນຄ້າ ຈ່າຍໃຫ້ກັບຕົວແທນຂອງຕົນ ເພື່ອເປັນຄ່າບໍລິການ ສໍາລັບການເປັນຕົວແທນຂອງຜູ້ນໍາເຂົ້າ ໃນຕ່າງປະເທດໃນການຊື້ສິນຄ້າ ທີ່ກໍາລັງກໍານົດມູນຄ່າແຈ້ງພາສີ.

   1. ໃນການແບ່ງສ່ວນຂອງອົງປະກອບຕ່າງໆ ຕາມທີ່ລະບຸໄວ້ໃນ ວັກ 1.2 (ii) ຂອງມາດຕາ 10 ນັ້ນ ມີສອງປັດໄຈກ່ຽວຂ້ອງ, ຄື: ມູນຄ່າຂອງອົງປະກອບນັ້ນເອງ ແລະ ວິທີການທີ່ມູນຄ່າຂອງອົງປະກອບນັ້ນ ຈະແບ່ງສ່ວນໄປລວມກັນກັບສິນຄ້ານໍາເຂົ້າ. ການແບ່ງສ່ວນຂອງອົງປະກອບເຫຼົ່ານີ້ ຄວນເຮັດຂຶ້ນໂດຍວິທີທີ່ມີເຫດຜົນ ເໝາະສົມກັບສະພາບການ ແລະ ເປັນໄປຕາມຫຼັກການບັນຊີທີ່ຍອມຮັບກັນໂດຍທົ່ວໄປ.

   2. ໃນກໍລະນີຂອງມູນຄ່າຂອງອົງປະກອບ, ຫາກຜູ້ນໍາເຂົ້າສິນຄ້າ ໄດ້ອົງປະກອບນັ້ນມາຈາກຜູ້ຂາຍ ຊຶ່ງບໍ່ມີຄວາມກ່ຽວຂ້ອງກັນກັບຜູ້ນໍາເຂົ້າສິນຄ້າ ໃນຕົ້ນທຶນຈໍານວນໜຶ່ງ. ມູນຄ່າຂອງອົງປະກອບນັ້ນ ກໍຄືຕົ້ນທຶນຂອງການຜະລິດອົງປະກອບນັ້ນເອງ. ຫາກອົງປະກອບນັ້ນ ເປັນສິນຄ້າທີ່ຜູ້ນໍາເຂົ້າເຄີຍໃຊ້ມາແລ້ວ ໂດຍບໍ່ໄດ້ຄໍານຶງວ່າ ອົງປະກອບນັ້ນໄດ້ມາ ຫຼື ຜະລິດຂຶ້ນໂດຍຜູ້ນໍາເຂົ້າສິນຄ້າ. ຕົ້ນທຶນເດີມຂອງການໄດ້ມາ ຫຼື ການຜະລິດ ຄວນຈະຕ້ອງປັບລາຄາຫຼຸດລົງມາ ເພື່ອສ່ອງແສງໃຫ້ເຫັນເຖິງການໃຊ້ອົງປະກອບນັ້ນ ເພື່ອໃຫ້ໄດ້ມູນຄ່າຂອງອົງປະກອບດັ່ງກ່າວ.

   3. ເມື່ອມູນຄ່າຂອງອົງປະກອບໄດ້ຖືກກໍານົດຂຶ້ນແລ້ວ ກໍເປັນສິ່ງຈໍາເປັນທີ່ຈະຕ້ອງແບ່ງສ່ວນມູນຄ່ານັ້ນ ໄປລວມກັບສິນຄ້ານໍາເຂົ້າ ມີຄວາມເປັນໄປໄດ້ຫຼາຍປະການ, ຕົວຢ່າງ: ມູນຄ່ານັ້ນອາດແບ່ງສ່ວນໄປລວມກັບ ການຂົນສົ່ງຄັ້ງທໍາອິດ ຫາກຜູ້ນໍາເຂົ້າສິນຄ້າຕ້ອງການ ທີ່ຈະຊໍາລະຄ່າພາສີ ແລະ ພັນທະອື່ນຂອງມູນຄ່າທັງໝົດ ໃນຄັ້ງດຽວເລີຍ. ອີກຕົວຢ່າງໜຶ່ງຄືຜູ້ນໍາເຂົ້າສິນຄ້າ ອາດຮ້ອງຂໍໃຫ້ແບ່ງສ່ວນມູນຄ່ານັ້ນ ຕາມຈໍານວນຫົວໜ່ວຍຂອງສິນຄ້າທີ່ຜະລິດຂຶ້ນ ຈົນເຖິງເວລາທີ່ນໍາເຂົ້າຖ້ຽວທໍາອິດ. ຕົວຢ່າງຕໍ່ໄປອີກຄື: ຜູ້ນໍາເຂົ້າສິນຄ້າ ອາດຈະຮ້ອງຂໍໃຫ້ແບ່ງສ່ວນມູນຄ່ານັ້ນ ຕາມຈໍານວນການຜະລິດທັງໝົດ ທີ່ມີການຄາດການໄວ້ລ່ວງໜ້າ ຊຶ່ງມີສັນຍາ ຫຼື ຂໍ້ຜູກມັດທີ່ແນ່ນອນ ປະກົດຢູ່ສໍາລັບການຜະລິດນັ້ນ. ວິທີການແບ່ງສ່ວນທີ່ໃຊ້ຈະຂຶ້ນກັບເອກະສານ ທີ່ຜູ້ນໍາເຂົ້າສິນຄ້າຈັດຫາມາໃຫ້.

   ດັ່ງທີ່ໄດ້ສະແດງຂ້າງເທິງນີ້, ຜູ້ນໍາເຂົ້າໄດ້ຈັດຫາເບົ້າຫຼໍ່ໃຫ້ຜູ້ຜະລິດ ເພື່ອນໍາໃຊ້ເຂົ້າໃນການຜະລິດສິນຄ້ານໍາເຂົ້າດັ່ງກ່າວ ແລະ ພ້ອມທັງເຮັດສັນຍາກັບຜູ້ຜະລິດ ວ່າຈະຊື້ສິນຄ້າ ຈໍານວນ 10.000 ຫົວໜ່ວຍ. ເມື່ອການຂົນສົ່ງສິນຄ້າຈໍານວນ 1.000 ຫົວໜ່ວຍ ງວດທໍາອິດມາຮອດ, ຜູ້ຜະລິດ ກໍສາມາດຜະລິດສິນຄ້າໄດ້ແລ້ວ ຈໍານວນ 4.000 ຫົວໜ່ວຍ. ຜູ້ນໍາເຂົ້າສາມາດຮ້ອງຂໍລັດຖະການພາສີ ເພື່ອຈັດແບ່ງມູນຄ່າຂອງເບົ້າຫຼໍ່ ຂອງສິນຄ້າອອກເປັນ 1.000 ຫົວໜ່ວຍ, 4.000 ຫົວໜ່ວຍ ຫຼື 10.000 ຫົວໜ່ວຍ.

ວັກ 1.2 (iv)

   1. ການບວກເພີ່ມສໍາລັບອົງປະກອບຕ່າງໆ ຕາມທີ່ໄດ້ກໍານົດໄວ້ໃນ ວັກ 1.2 (iv) ຂອງມາດຕາ 10 ນັ້ນ ຄວນອີງໃສ່ຂໍ້ມູນທີ່ເປັນຈິງ ແລະ ສາມາດວັດປະລິມານໄດ້. ເພື່ອເປັນການຫຼຸດພາລະຂອງຜູ້ນໍາເຂົ້າສິນຄ້າ ແລະ ລັດຖະການພາສີ ໃນການກໍານົດມູນຄ່າແຈ້ງພາສີ ທີ່ຈະເພີ່ມເຂົ້າ, ຂໍ້ມູນທີ່ມີຢູ່ແລ້ວ ໃນລະບົບການບັນທຶກທາງການຄ້າ ຂອງຜູ້ຊື້ຄວນນໍາມາໃຊ້ເທົ່າທີ່ຈະເປັນໄປໄດ້.

   2. ສໍາລັບອົງປະກອບຕ່າງໆທັງຫຼາຍ ທີ່ຈັດຫາມາໃຫ້ໂດຍຜູ້ຊື້ ຊຶ່ງອົງປະກອບເຫຼົ່ານັ້ນໄດ້ຊື້ ຫຼື ເຊົ່າມາໂດຍຜູ້ຊື້. ການບວກເພີ່ມເຂົ້າໄປ ຄວນເປັນຕົ້ນທຶນຂອງການຊື້ ຫຼື ການເຊົ່ານັ້ນ. ອົງປະກອບຕ່າງໆທັງຫຼາຍ ທີ່ສາມາດຈັດຫາມາໄດ້ຈາກສາທາລະນະ ຈະຕ້ອງບໍ່ນໍາມາບວກເພີ່ມ. ເວັ້ນເສັຍແຕ່ຕົ້ນທຶນ ທີ່ໄດ້ຈາກການສໍາເນົາແບບເຫຼົ່ານັ້ນ.

   3. ຄວາມຕ້ອງການໃຫ້ມີຄວາມງ່າຍດາຍ ໃນການຄິດໄລ່ມູນຄ່າທີ່ບວກເພີ່ມ ຈະຂຶ້ນຢູ່ກັບໂຄງສ້າງ ແລະ ວິທີການຈັດການຂອງແຕ່ລະກິດຈະການ ຂຶ້ນກັບວິທີການທາງບັນຊີຂອງບໍລິສັດນັ້ນ.

   4. ຕົວຢ່າງ: ເປັນໄປໄດ້ວ່າບໍລິສັດໜຶ່ງ ຊຶ່ງສັ່ງຜະລິດຕະພັນຫຼາຍຊະນິດຈາກຫຼາຍໆປະເທດ ຮັກສາໄວ້ໃນປຶ້ມບັນທຶກລວມຂອງສູນອອກແບບຕົນ ຜູ້ທີ່ຢູ່ນອກປະເທດນໍາເຂົ້າສິນຄ້າ. ໃນລັກສະນະທີ່ສະແດງໃຫ້ເຫັນຢ່າງຖືກຕ້ອງ ວ່າເປັນຕົ້ນທຶນຂອງແຕ່ລະຜະລິດຕະພັນ. ໃນກໍລະນີເຊັ່ນນີ້ ການປັບລາຄາໂດຍກົງ ອາດຈະເຮັດໄດ້ຢ່າງເໝາະສົມ ພາຍໃຕ້ຂໍ້ກໍານົດຂອງ ມາດຕາ 10.

   5. ໃນອີກກໍລະນີໜຶ່ງ, ບໍລິສັດໜຶ່ງອາດຮັບເອົາຕົ້ນທຶນຂອງສູນອອກແບບ ທີ່ຢູ່ນອກປະເທດນໍາເຂົ້າສິນຄ້າ ເປັນຄ່າໃຊ້ຈ່າຍທົ່ວໄປ ໂດຍບໍ່ໄດ້ຈັດສັນໄວ້ໃນຜະລິດຕະພັນນັ້ນໆ ໃນກໍລະນີເຊັ່ນນີ້ ການປັບລາຄາຢ່າງເໝາະສົມ ຂອງສິນຄ້ານໍາເຂົ້າ ສາມາດເຮັດໄດ້ພາຍໃຕ້ຂໍ້ກໍານົດຂອງ ມາດຕາ 10 ໂດຍການແບ່ງສ່ວນຕົ້ນທຶນທັງໝົດຂອງສູນອອກແບບ ຕາມຈໍານວນຜະລິດທັງໝົດ ທີ່ໄດ້ຮັບຜົນປະໂຫຍດຈາກສູນອອກແບບນີ້ ແລະ ນໍາຕົ້ນທຶນທີ່ໄດ້ຮັບສ່ວນແບ່ງແລ້ວ ຕໍ່ໜຶ່ງຫົວໜ່ວຍບວກເພີ່ມເຂົ້າໄປໃນສິນຄ້ານໍາເຂົ້າ.

   6. ເປັນທີ່ແນ່ນອນແລ້ວວ່າ, ການປ່ຽນແປງໄປຂອງສະພາບການທີ່ກ່າວມາຂ້າງເທິງ ຈໍາເປັນຕ້ອງໄດ້ພິຈາລະນາເຖິງປັດໄຈຕ່າງໆ ທີ່ແຕກຕ່າງກັນ ໃນການກໍານົດວິທີການຈັດສັນທີ່ເໝາະສົມ.

   7. ໃນກໍລະນີທີ່ການຜະລິດອົງປະກອບດັ່ງກ່າວ ກ່ຽວຂ້ອງກັບຫຼາຍປະເທດ ແລະ ກ່ຽວຂ້ອງກັບຊ່ວງເວລາການດັດປັບ ຄວນຈະຈໍາກັດຢູ່ສະເພາະມູນຄ່າຕົວຈິງ ທີ່ໄດ້ບວກເພີ່ມເຂົ້າໃນອົງປະກອບ ພາຍນອກປະເທດນໍາເຂົ້າສິນຄ້າ.

ວັກ 1.3

   1. ຄ່າລິຂະສິດ ແລະ ຄ່າທໍານຽມອະນຸຍາດຕາມທີ່ໄດ້ກ່າວໄວ້ໃນ ວັກ 1.3 ຂອງມາດຕາ 10 ຊຶ່ງນອກເໜືອໄປຈາກສິ່ງອື່ນໆແລ້ວ, ການຊໍາລະຍັງລວມເອົາຄ່າສິດທິບັດ, ຄ່າເຄື່ອງໝາຍການຄ້າ ແລະ ຄ່າທໍານຽມອື່ນໆ. ເຖິງຢ່າງໃດກໍຕາມ, ການເກັບຄ່າສິດດັ່ງກ່າວ ໃນການຜະລິດຊໍ້າຂອງສິນຄ້ານໍາເຂົ້າ ໃນປະເທດນໍາເຂົ້າ ຈະຕ້ອງບໍ່ໄດ້ນໍາມາບວກເພີ່ມກັບລາຄາ ທີ່ໄດ້ຊໍາລະຕົວຈິງ ຫຼື ລາຄາທີ່ຈະຊໍາລະ ສໍາລັບສິນຄ້ານໍາເຂົ້າ ໃນການກໍານົດມູນຄ່າແຈ້ງພາສີ.

   2. ການຊໍາລະໂດຍຜູ້ຊື້ ໃນການຈໍາໜ່າຍ ຫຼື ການຂາຍຕໍ່ຂອງສິນຄ້ານໍາເຂົ້າ ຈະຕ້ອງບໍ່ນໍາໄປບວກເພີ່ມກັບ ລາຄາທີ່ໄດ້ຊໍາລະຕົວຈິງ ຫຼື ລາຄາທີ່ຈະຊໍາລະ ສໍາລັບສິນຄ້ານໍາເຂົ້ານັ້ນ. ຫາກວ່າການຊໍາລະນັ້ນ ບໍ່ແມ່ນເງື່ອນໄຂຂອງການຂາຍ ເພື່ອສົ່ງອອກມາຍັງປະເທດນໍາເຂົ້າສິນຄ້າ.

ວັກ 2

   ໃນກໍລະນີບໍ່ມີຂໍ້ມູນຈິງ ແລະ ທີ່ວັດປະລິມານໄດ້ທີ່ຈະບວກເພີ່ມກັບລາຄາ ຊຶ່ງຈະຕ້ອງກໍານົດຂຶ້ນ ພາຍໃຕ້ຂໍ້ກໍານົດຂອງ ມາດຕາ 10 ແລ້ວ ມູນຄ່າຊື້-ຂາຍຍ່ອມບໍ່ອາດກໍານົດຂຶ້ນໄດ້ ພາຍໃຕ້ຂໍ້ກໍານົດຂອງ ມາດຕາ 4 ຄືດັ່ງທີ່ໄດ້ສະແດງໃຫ້ເຫັນດັ່ງນີ້, ເຊັ່ນ: ຄ່າລິຂະສິດທີ່ໄດ້ຊໍາລະບົນພື້ນຖານຂອງ ລາຄາຂາຍຕໍ່ເປັນຫົວໜ່ວຍລິດ ໃນປະເທດນໍາເຂົ້າຂອງຜະລິດຕະພັນຊະນິດໜຶ່ງ ຊຶ່ງນໍາເຂົ້າເປັນຫົວໜ່ວຍກິໂລກຣາມ ແລະ ຖືກເຮັດໃຫ້ເປັນສານລະລາຍ ພາຍຫຼັງຈາກການນໍາເຂົ້າ. ຫາກຄ່າລິຂະສິດບາງສ່ວນ ຂຶ້ນຢູ່ກັບສິນຄ້ານໍາເຂົ້າ ແລະ ບາງສ່ວນຂຶ້ນກັບປັດໄຈຢ່າງອື່ນ ຊຶ່ງບໍ່ມີສ່ວນກ່ຽວຂ້ອງກັບສິນຄ້ານໍາເຂົ້າ (ເຊັ່ນ: ໃນກໍລະນີທີ່ສິນຄ້ານໍາເຂົ້າ ຖືກນໍາມາປະສົມກັບສ່ວນປະສົມພາຍໃນປະເທດ ຈົນບໍ່ສາມາດແຍກອອກຈາກກັນໄດ້ອີກຕໍ່ໄປແລ້ວ ຫຼື ໃນກໍລະນີທີ່ຄ່າລິຂະສິດ ບໍ່ອາດແຍກໃຫ້ເຫັນໄດ້ຢ່າງຊັດເຈນ ຈາກຂໍ້ຕົກລົງທາງການເງິນແບບພິເສດ ລະຫວ່າງຜູ້ຊື້ ແລະ ຜູ້ຂາຍ) ຈຶ່ງເປັນການບໍ່ເໝາະສົມທີ່ຈະພະຍາຍາມ ບວກຄ່າລິຂະສິດເຂົ້າເພີ່ມ. ເຖິງຢ່າງໃດກໍ່ຕາມ, ຫາກຈໍານວນຄ່າລິຂະສິດນີ້ ຂຶ້ນຢູ່ກັບສິນຄ້ານໍາເຂົ້າພຽງຢ່າງດຽວ ແລະ ສາມາດນັບຈໍານວນໄດ້ທັນທີ. ການບວກເພີ່ມເຂົ້າໄປໃນລາຄາ ທີ່ໄດ້ຊໍາລະຕົວຈິງ ຫຼື ລາຄາທີ່ຈະຊໍາລະກໍ່ສາມາດເຮັດໄດ້. ຂ້າງເທິງ

11. ຄໍາອະທິບາຍສໍາລັບມາດຕາ 11

ສໍາລັບຈຸດປະສົງຂອງມາດຕາ 11 "ເວລານໍາສິນຄ້າເຂົ້າ" ອາດລວມເຖິງເວລາທີ່ນໍາເຂົ້າສິນຄ້າເຂົ້າມາ ສໍາລັບຈຸດປະສົງທາງພາສີ. ຂ້າງເທິງ

12. ຄໍາອະທິບາຍສໍາລັບມາດຕາ 13

ມາດຕາ 13 ກໍານົດໃຫ້ຜູ້ນໍາເຂົ້າ ຫຼື ຜູ້ທີ່ຮັບຜິດຊອບເສຍຄ່າພາສີ ແລະ ພັນທະອື່ນໆ ມີສິດທີ່ຈະສະເໜີຄືນ ກ່ຽວກັບການກໍານົດມູນຄ່າແຈ້ງພາສີ ໂດຍລັດຖະການພາສີ ສໍາລັບສິນຄ້າທີ່ກໍາລັງປະເມີນມູນຄ່າແຈ້ງພາສີ. ການສະເໜີຄືນໃນຂັ້ນທໍາອິດ ສາມາດຍື່ນຕໍ່ລັດຖະການພາສີຂັ້ນເທິງຖັດໄປ, ແຕ່ວ່າຜູ້ນໍາເຂົ້າຈະມີສິດໃນການຍື່ນຄໍາຮ້ອງຟ້ອງຕໍ່ສານປະຊາຊົນໄດ້ ໃນຂັ້ນສຸດທ້າຍ.

ຜູ້ນໍາເຂົ້າສິນຄ້າ ຫຼື ຜູ້ທີ່ຮັບຜິດຊອບເສຍຄ່າພາສີ ແລະ ພັນທະອື່ນໆ ຈະບໍ່ຖືກລົງໂທດດ້ວຍການປັບໃໝ ຫຼື ຖືກນາບຂູ່ຈະປັບໃໝ ດ້ວຍເຫດຜົນທີ່ວ່າຜູ້ນໍາເຂົ້າ ຫຼື ຜູ້ທີ່ຮັບຜິດຊອບເສຍຄ່າພາສີ ແລະ ພັນທະອື່ນໆເລືອກທີ່ຈະໃຊ້ສິດທິໃນການສະເໜີຄືນ. ສໍາລັບການເສຍຄ່າຂຶ້ນສານ ກັບຄ່າຈ້າງທະນາຍຄວາມ ຈະບໍ່ຖືກຕັດສິນວ່າເປັນການປັບໃໝ. ຂ້າງເທິງ

13. ການອະທິບານເພີ່ມເຕີມ

  1. ໃນມາດຕາ 2 ຂໍ້ 3 ຂອງຂໍ້ຕົກລົງລັດຖະມົນຕີ ສະບັບເລກທີ 2095/ກງ, ລົງວັນທີ 26 ກັນຍາ 2011, ໃຫ້ເຂົ້າໃຈວ່າ: ຜູ້ນໍາເຂົ້າສິນຄ້າ ຫຼື ຜູ້ແຈ້ງພາສີ ມີໜ້າທີ່ແຈ້ງມູນຄ່າແຈ້ງພາສີ ໂດຍສອດຄ່ອງກັບບົດແນະນໍາ ຂອງລັດຖະມົນຕີວ່າການກະຊວງການເງິນ ເລກທີ 1537/ກງ, ລົງວັນທີ 04 ມິຖຸນາ 2012 ວ່າດ້ວຍການກໍານົດມູນຄ່າແຈ້ງພາສີ ສໍາລັບສິນຄ້ານໍາເຂົ້າ; ແລະ ຮັບຜິດຊອບຕໍ່ໜ້າກົດໝາຍພາສີ ແລະ ກົດໝາຍອື່ນໆທີ່ກ່ຽວຂ້ອງ ຕໍ່ກັບຂໍ້ມູນເນື້ອໃນທີ່ຕົນໄດ້ແຈ້ງລົງ ໃນໃບແຈ້ງພາສີ.
  2. ໃນມາດຕາ 11 ຂີດໜ້າທີ 3 ບົດແນະນໍາຂອງກົມພາສີ ສະບັບເລກທີ 0266/ກງ, ລົງວັນທີ 04 ພະຈິກ 2011, ໃຫ້ເຂົ້າໃຈວ່າ: ເຈົ້າໜ້າທີ່ພາສີນໍາໃຊ້ຖານຂໍ້ມູນລາຄາ ເພື່ອການຄຸ້ມຄອງຄວາມສ່ຽງເທົ່ານັ້ນ ແລະ ຈະບໍ່ນໍາໃຊ້ຖານຂໍ້ມູນດັ່ງກ່າວ ເປັນມູນຄ່າແຈ້ງພາສີຕໍ່າສຸດ (ລາຄາກາງ). ຂ້າງເທິງ

14. ການຈັດຕັ້ງປະຕິບັດ

ມອບໃຫ້ພະແນກອ້ອມຂ້າງພາສີ, ພາສີປະຈໍາເຂດ, ດ່ານພາສີຊາຍແດນ ໃນຂອບເຂດທົ່ວປະເທດ, ທຸກພາກສ່ວນທີ່ກ່ຽວຂ້ອງ, ບຸກຄົນ ແລະ ນິຕິບຸກຄົນທີ່ດໍາເນີນການນໍາເຂົ້າສິນຄ້າ ຈົ່ງຮັບຮູ້ ແລະ ຈັດຕັ້ງປະຕິບັດ ບົດແນະນໍາສະບັບນີ້ ຕາມໜ້າທີ່ຂອງໃຜລາວຢ່າງເຂັ້ມງວດ. ຂ້າງເທິງ

15. ຜົນສັກສິດ

ບົດແນະນໍາສະບັບນີ້ ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ແລະ ປ່ຽນແທນບົດແນະນໍາ ສະບັບເລກທີ 2401/ກພສ, ລົງວັນທີ 29 ກັນຍາ 2010. ຂ້າງເທິງ

ຫົວໜ້າກົມພາສີ
ອາດສະພັງທອງ ສີພັນດອນ

ນໍາສົ່ງ:

  • ລັດຖະມົນຕີວ່າການກະຊວງການເງິນ   1 ສະບັບ "ລາຍງານເພື່ອຊາບ"
  • ຫ້ອງການກະຊວງອຸດສາຫະກໍາ-ການຄ້າ 1 ສະບັບ "ເພື່ອຊາບ"
  • ສະພາອຸດສາຫະກໍາ-ການຄ້າ   1 ສະບັບ "ເພື່ອຊາບ"
  • ພະແນກການກົມພາສີ, ພາສີປະຈໍາເຂດ, ດ່ານພາສີ ບ່ອນລະ 1 ສະບັບ "ເພື່ອຈັດຕັ້ງປະຕິບັດ"
  • ເກັບມ້ຽນສໍາເນົາ   1 ສະບັບ
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.