ລັດຖະບານ ແຫ່ງ ສປປ ລາວ ໄດ້ອອກດໍາລັດວ່າດ້ວຍທຸລະກິດນໍ້າມັນເຊື້ອໄຟ ເລກທີ 559/ລບ, ລົງວັນທີ 9 ກັນຍາ 2025 ເພື່ອ ກໍານົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບການຄຸ້ມຄອງ ແລະ ຕິດຕາມ ກວດກາ ການດໍາເນີນທຸລະກິດນໍ້າມັນເຊື້ອໄຟ ເພື່ອເຮັດໃຫ້ການດໍາເນີນງານຂອງທຸລະກິດດັ່ງກ່າວ ສອດຄ່ອງກັບກົດໝາຍ ແນ່ໃສ່ຮັບປະກັນການສະໜອງນໍ້າມັນເຊື້ອໄຟໃຫ້ພຽງພໍ ແລະ ດັດສົມທຸລະກິດນໍ້າມັນເຊື້ອໄຟໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ປະກອບສ່ວນເຂົ້່າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ
| # | ຫົວຂໍ້ | ດາວໂຫຼດ |
|---|---|---|
| 1 | ດໍາລັດວ່າດ້ວຍທຸລະກິດນໍ້າມັນເຊື້ອໄຟ | PDF |
ມາດຕະການ / ມາດຕະຖານ
| # | ຊື່ | ປະເພດ | ອົງກອນ | ລາຍລະອຽດ | ກົດໝາຍ | ສຶ້ນສຸດ | ໃຊ້ກັບ |
|---|---|---|---|---|---|---|---|
| 1 | ຮຽກຮ້ອງໃຫ້ມີການຂໍອະນຸຍາດດຳເນີນທຸລະກິດບໍລິສັດສົ່ງອອກນ້ຳມັນເຊື້ອໄຟ | ຮຽກຮ້ອງໃຫ້ມີການຈົດທະບຽນ | ກະຊວງ ອຸດສາຫະກຳ ແລະ ການຄ້າ | ຜູ້ທີ່ຈະດຳເນີນທຸລະກິດສົ່ງອອກ ນ້ຳມັນເຊື້ອໄຟ ໃຫ້ຂໍໃບອະນຸຍາດດຳເນີນທຸລະກິດນຳ ກົມການຄ້າພາຍໃນ, ກະຊວງອຸດສາຫະກຳ ແລະ ການຄ້າ | ດໍາລັດວ່າດ້ວຍທຸລະກິດນໍ້າມັນເຊື້ອໄຟ | 9999-12-31 | ALL |
| 2 | ການກໍານົດລາຄາຂາຍນໍ້າມັນເຊື້ອໄຟພາຍໃນປະເທດ | ທົ່ວໄປ | ກະຊວງ ອຸດສາຫະກຳ ແລະ ການຄ້າ | ລາຄານ້ຳມັນເຊື້ອໄຟ ແມ່ນກຳນົດຕາມກົນໄກຕະຫຼາດທີ່ມີການຄຸ້ມຄອງດັດສົມຂອງລັດ ແລະ ປະຕິບັດຕາມນະໂຍບາຍຂອງລັດ. | ດໍາລັດວ່າດ້ວຍທຸລະກິດນໍ້າມັນເຊື້ອໄຟ | 9999-12-31 | ALL |
ທ່ານຄິດວ່າຂໍ້ມູນນີ້ມີປະໂຫຍດບໍ່?
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.
ຖ້າທ່ານມີຄໍາແນະນໍາ/ຂໍ້ສະເໜີ ຕໍ່ ນິຕິກໍາສະບັບນີ້ ເພື່ອຊ່ວຍອໍານວຍຄວາມສະດວກໃນການດໍາເນີນທຸລະກິດນໍາເຂົົ້າ ເເລະ ສົ່ງອອກ ຂອງ ທ່ານ, ກະລຸນາດໍາເນີນການຕື່ມແບບຟອມນີ້.
PDF