ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ສິນຄ້າ (ບໍ່ລວມໄຟຟ້າ) ຂອງ ສປປ ລາວ ປະຈໍາເດືອນ ພຶດສະພາ 2025 ບັນລຸໄດ້ປະມານ 1,906 ລ້ານໂດລາສະຫະລັດ ທຽບໃສ່ ເດືອນ ເມສາ ຜ່ານມາ ເພີ່ມຂຶ້ນ 21%. ໃນນີ້, ມູນຄ່າການສົ່ງອອກບັນລຸໄດ້ 971 ລ້ານໂດລາສະຫະລັດ ເພີ່ມຂຶ້ນ 19% ແລະ ມູນຄ່າການນໍາເຂົ້າ ບັນລຸໄດ້ 935 ລ້ານໂດລາສະຫະລັດ ເພີ່ມຂຶ້ນ 23.5% ທຽບໃສ່ ເດືອນ ເມສາ ທີ່ຜ່ານມາ. ສິນຄ້າທີ່ສົ່ງອອກຕົ້ນຕໍ 05 ອັນດັບປະກອບມີ: ເຄື່ອງໃຊ້ໄຟຟ້າ ແລະ ອຸປະກອນເຄື່ອງໃຊ້ໄຟຟ້າ, ຄໍາປະສົມ ແລະ ຄຳແທ່ງ, ເກືອກາລີ, ແຮ່ທອງ, ແລະ ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ. ສິນຄ້າທີ່ນໍາເຂົ້າຕົ້ນຕໍ 05 ອັນດັບປະກອບມີ: ວັດຖຸມີຄ່າ, ພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ), ຜະລິດຕະພັນເຄມີປະສົມສໍາເລັດຮູບ, ນ້ຳມັນກາຊວນ, ແລະ ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ).
(ແຫຼ່ງຂໍ້ມູນ: ລະບົບຂໍ້ມູນສະຖິຕິການຄ້າຕ່າງປະເທດ, ກະຊວງ ອຸດສາຫະກໍາ ແລະ ການຄ້າ)
ສິນຄ້າສົ່ງອອກຕົ້ນຕໍ
ມູນຄ່າການສົ່ງອອກສິນຄ້າທັງໝົດ ປະຕິບັດໄດ້ ປະມານ 971 ລ້ານໂດລາສະຫະລັດ, ເພີ່ມຂຶ້ນ 19% ທຽບໃສ່ ເດືອນ ເມສາ ທີ່ຜ່ານມາ. ໃນນີ້, ສິນຄ້າສົ່ງອອກຫຼັກປະກອບມີ: ເຄື່ອງໃຊ້ໄຟຟ້າ ແລະ ອຸປະກອນເຄື່ອງໃຊ້ໄຟຟ້າ 328ລ້ານໂດລາສະຫະລັດ, ຄໍາປະສົມ, ຄຳແທ່ງ 93.7 ລ້ານໂດລາສະຫະລັດ, ເກືອກາລີ 63.5 ລ້ານໂດລາສະຫະລັດ, ແຮ່ທອງ 46 ລ້ານໂດລາສະຫະລັດ, ແລະ ເຈ້ຍ ແລະ ເຄື່ອງທີ່ເຮັດດ້ວຍເຈ້ຍ 41 ລ້ານໂດລາສະຫະລັດ, ມັນຕົ້ນ 27 ລ້ານໂດລາສະຫະລັດ, ໝາກກ້ວຍ 25 ລ້ານໂດລາສະຫະລັດ, ເຍື່ອໄມ້ ແລະ ເສດເຈ້ຍ 23 ລ້ານໂດລາສະຫະລັດ, ຢາງພາລາ 22 ລ້ານໂດລາສະຫະລັດ ແລະ ເຄື່ອງນຸ່ງຫົ່ມ 20 ລ້ານໂດລາສະຫະລັດ.

ສິນຄ້ານໍາເຂົ້າຕົ້ນຕໍ
ມູນຄ່າການນຳເຂົ້າສິນຄ້າທັງໝົດ ປະຕິບັດໄດ້ປະມານ 935 ລ້ານໂດລາສະຫະລັດ ເພີ່ມຂຶ້ນ 23.5% ທຽບໃສ່ ເດືອນ ເມສາ ທີ່ຜ່ານມາ. ໃນນີ້, ສິນຄ້ານໍາເຂົ້າຫຼັກປະກອບມີ: ວັດຖຸມີຄ່າ 102.2 ລ້ານໂດລາສະຫະລັດ,ພາຫະນະທາງບົກ (ນອກຈາກລົດຈັກ,ລົດໄຖ) 96 ລ້ານໂດລາສະຫະລັດ, ຜະລິດຕະພັນເຄມີປະສົມສໍາເລັດຮູບ 93.5 ລ້ານໂດລາສະຫະລັດ, ນ້ຳມັນກາຊວນ 90 ລ້ານໂດລາສະຫະລັດ, ອຸປະກອນກົນຈັກ (ນອກຈາກເຄື່ອງກົນຈັກພາຫະນະ) 54 ລ້ານໂດລາສະຫະລັດ, ເຫຼັກ ແລະ ເຄື່ອງທີ່ເຮັດດ້ວຍເຫຼັກ, ເຫຼັກກ້າ 44 ລ້ານໂດລາສະຫະລັດ, ເຄື່ອງໄຟຟ້າ ແລະ ອຸປະກອນໄຟຟ້າ 41 ລ້ານໂດລາສະຫະລັດ, ເຄື່ອງໃຊ້ທີ່ເຮັດດ້ວຍພລາສະຕິກ 25 ລ້ານໂດລາສະຫະລັດ, ເຄື່ອງດື່ມ (ນໍ້າ, ນໍ້າອັດລົມ, ຊູກໍາລັງ...) 24 ລ້ານໂດລາສະຫະລັດ, ແລະ ຝຸ່ນ (ປຸຍ) 19 ລ້ານໂດລາສະຫະລັດ.

ປະເທດສົ່ງອອກຕົ້ນຕໍ 05 ອັນດັບ
ປະເທດ ທີ່ ສປປ ລາວ ສົ່ງອອກຫຼາຍ 05 ອັນດັບ ປະກອບມີ: ຈີນ ປະມານ 273 ລ້ານໂດລາສະຫະລັດ, ສ ອາເມລິກາ ປະມານ 240 ລ້ານໂດລາສະຫະລັດ, ຫວຽດນາມ 187 ລ້ານໂດລາສະຫະລັດ, ໄທ 99 ລ້ານໂດລາສະຫະລັດ ແລະ ແລະ ອົດສະຕາລີ ປະມານ 69 ລ້ານໂດລາສະຫະລັດ.
ປະເທດນໍາເຂົ້າຕົ້ນຕໍ 05 ອັນດັບ
ປະເທດ ທີ່ ສປປ ລາວ ນໍາເຂົ້າຫຼາຍ 05 ອັນດັບ ປະກອບມີ: ໄທ ປະມານ 410 ລ້ານໂດລາສະຫະລັດ, ຈິນ ປະມານ 337 ລ້ານໂດລາສະຫະລັດ, ຫວຽດນາມ ປະມານ 189 ລ້ານໂດລາສະຫະລັດ, ສ.ອາເມລິກາ ປະມານ 18 ແລະ ສິງກະໂປ ປະມານ 15 ລ້ານ ໂດລາສະຫະລັດ.
ມູນຄ່າການນໍາເຂົ້າ ແລະ ສົ່ງອອກ ປະຈໍາ ເດືອນ ພຶດສະພາ ປີ 2025 ແມ່ນຍັງບໍ່ລວມເອົາມູນຄ່າການນໍາເຂົ້າ ແລະ ສົ່ງອອກ ໄຟຟ້າ (ສໍາລັບມູນຄ່າການນຳເຂົ້າ ແລະ ສົ່ງອອກ ໄຟຟ້າ ພວກເຮົາຈະເອົາລົງພາຍຫຼັງທີ່ເກັບກໍາຕົວເລກສະຖິຕິໄດ້ຄົບຖ້ວນ ແລະ ຊັດເຈນແລ້ວ).
ກະລຸນາປະກອບຄວາມຄິດເຫັນຂອງທ່ານຂ້າງລຸ່ມນີ້ ແລະຊ່ວຍພວກເຮົາປັບປຸງເນື້ອຫາຂອງພວກເຮົາ.